企业注册资本出资协议
ຂໍ້ຕົກລົງວ່າດ້ວຍ ການປະກອບທຶນຈົດທະບຽນວິສາຫະກິດ
Agreement on Capital Contribution for Enterprise Registered Capital
简介
该法规调整老挝境内企业注册资本出资行为,核心要求出资必须真实、不得以企业名义借款,并规定货币与实物出资的期限及具体程序。
Summary
This regulation regulates capital contribution behaviors for enterprise registered capital in Laos, with core requirements that contributions must be genuine, not borrowed in the enterprise's name, and specifying deadlines and procedures for monetary and in-kind contributions.
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງການຊຳລະທຶນຈົດທະບຽນຂອງວິສາຫະກິດໃນລາວ, ຂໍ້ກຳນົດຫຼັກຄືການຊຳລະຕ້ອງເປັນຈິງ, ຫ້າມກູ້ຢືມໃນນາມວິສາຫະກິດ, ແລະກຳນົດໄລຍະເວລາ ແລະ ຂັ້ນຕອນສະເພາະສຳລັບການຊຳລະເປັນເງິນສົດ ແລະ ຊັບສິນ.
条文
第ມາດຕາ 1条
第2条 注册资本出资
注册资本出资是指个体工商户业主、合伙企业的合伙人以及公司的股东以货币和实物形式,在企业注册后将其投入企业资本,该资本必须真实且按照企业法规定足额缴纳。
个体工商户、合伙企业及公司的注册资本不得以该企业名义借款来作为注册资本出资。
ພາສາລາວ (老挝语原文)
ມາດຕາ 2 ການປະກອບທຶນຈົດທະບຽນວິສາຫະກິດ
ການປະກອບທຶນຈົດທະບຽນວິສາຫະກິດ ແມ່ນການປະກອບທຶນຂອງເຈົ້າຂອງວິສາຫະກິດສ່ວນບຸກຄົນ, ການຖອກຮຸ້ນຂອງຂາຮຸ້ນວິສາຫະກິດຮຸ້ນສ່ວນ ແລະ ຜູ້ຖືຮຸ້ນບໍລິສັດ ທີ່ເປັນເງິນ ແລະ ວັດຖຸຂອງຕົນ ເຂົ້າເປັນທຶນຂອງວິສາຫະກິດ ພາຍຫຼັງໄດ້ຂຶ້ນທະບຽນວິສາຫະກິດ ຊຶ່ງທຶນດັ່ງກ່າວ ຕ້ອງມີຈິງ ແລະ ປະກອບໃຫ້ຄົບຖ້ວນ ຕາມທີ່ກຳນົດໄວ້ໃນກົດໝາຍ ວ່າດ້ວຍວິສາຫະກິດ.
ທຶນຈົດທະບຽນວິສາຫະກິດຂອງວິສາຫະກິດສ່ວນບຸກຄົນ, ວິສາຫະກິດຮຸ້ນສ່ວນ ແລະ ບໍລິສັດ ຕ້ອງບໍ່ແມ່ນເງິນກູ້ຢືມໃນນາມວິສາຫະກິດນັ້ນ ເພື່ອມາປະກອບເປັນທຶນຈົດທະບຽນວິສາຫະກິດ.
第ມາດຕາ 2条
第2条 词语解释
本协议中使用的词语具有以下含义:
1. 货币形式的注册资本是指企业主、股东和股东的资金;
2. 实物形式的注册资本是指属于企业主、股东和股东所有的动产和不动产;
3. 未缴纳注册资本是指企业主、股东或股东未按照其持股比例缴纳出资、未缴股款作为企业的注册资本,在本协议规定的时间后注册企业。
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ທຶນຈົດທະບຽນວິສາຫະກິດທີ່ເປັນເງິນ ໝາຍເຖິງ ເງິນຕາຂອງ ເຈົ້າຂອງວິສາຫະກິດ, ຜູ້ຖືຮຸ້ນ ແລະ ຜູ້ຖືຮຸ້ນ;
2. ທຶນຈົດທະບຽນວິສາຫະກິດທີ່ເປັນວັດຖຸ ໝາຍເຖິງ ສັງຫາລິມະຊັບ (ຊັບເຄື່ອນທີ່) ແລະ ອະສັງຫາລິມະຊັບ (ຊັບຄົງທີ່) ທີ່ເປັນກຳມະສິດຂອງ ເຈົ້າຂອງວິສາຫະກິດ, ຜູ້ຖືຮຸ້ນ ແລະ ຜູ້ຖືຮຸ້ນ;
3. ການບໍ່ປະກອບທຶນຈົດທະບຽນວິສາຫະກິດ ໝາຍເຖິງ ການທີ່ເຈົ້າຂອງວິສາຫະກິດ, ຜູ້ຖືຮຸ້ນ ຫຼື ຜູ້ຖືຮຸ້ນ ບໍ່ປະກອບທຶນ, ບໍ່ຖອກຮຸ້ນ ຕາມສັດສ່ວນທີ່ຕົນເອງຖື ເຂົາເປັນທຶນຈົດທະບຽນຂອງວິສາຫະກິດ ພາຍຫຼັງຂຶ້ນທະບຽນວິສາຫະກິດ ຕາມທີ່ກຳນົດເວລາໃນຂໍ້ຕົກລົງສະບັບນີ້.
第ມາດຕາ 3条
第4条 适用范围
本协议适用于在老挝人民民主共和国注册的企业,包括个人、法人及组织,无论是国内还是国外的。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ວິສາຫະກິດ ລວມທັງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຂຶ້ນທະບຽນວິສາຫະກິດ ຢູ່ ສປປ ລາວ.
第ມາດຕາ 4条
第4条 企业登记出资的种类
企业登记出资,按照企业形式和类型,在企业登记后,如下:
1. 个人企业的出资,是个人企业主以金钱和实物出资;
2. 普通合伙企业的出资,是普通合伙企业的合伙人以金钱和实物出资;
3. 有限合伙企业的出资,是有限合伙企业的合伙人以金钱和实物出资;
4. 有限责任公司的股款缴纳,是有限责任公司的股东按照股东会决议以金钱和实物缴纳股款;
5. 一人有限责任公司的股款缴纳,是一人有限责任公司的股东以金钱和实物缴纳股款;
6. 公众公司的股款缴纳,是公众公司的股东以金钱和实物缴纳股款。
ພາສາລາວ (老挝语原文)
ມາດຕາ 4 ປະເພດຂອງການປະກອບທຶນຈົດທະບຽນວິສາຫະກິດ
ການປະກອບທຶນຈົດທະບຽນວິສາຫະກິດ ຕາມຮູບການ ແລະ ຮູບແບບວິສາຫະກິດ ພາຍຫຼັງຂຶ້ນທະບຽນວິສາຫະກິດ ດັ່ງນີ້:
1. ການປະກອບທຶນຂອງວິສາຫະກິດສ່ວນບຸກຄົນ ແມ່ນເຈົ້າຂອງວິສາຫະກິດສ່ວນບຸກຄົນ ທີ່ປະກອບທຶນເປັນເງິນ ແລະ ວັດຖຸ;
2. ການປະກອບທຶນຂອງວິສາຫະກິດຮຸ້ນສ່ວນສາມັນ ແມ່ນຄູ່ຮຸ້ນວິສາຫະກິດຮຸ້ນສ່ວນສາມັນ ທີ່ປະກອບທຶນເປັນເງິນ ແລະ ວັດຖຸ;
3. ການປະກອບທຶນຂອງວິສາຫະກິດຮຸ້ນສ່ວນຈຳກັດ ແມ່ນຄູ່ຮຸ້ນວິສາຫະກິດຮຸ້ນສ່ວນຈຳກັດ ທີ່ປະກອບທຶນເປັນເງິນ ແລະ ວັດຖຸ;
4. ການຊຳລະຄ່າຮຸ້ນຂອງບໍລິສັດຈຳກັດ ແມ່ນຜູ້ຖືຮຸ້ນບໍລິສັດຈຳກັດ ທີ່ຊຳລະຄ່າຮຸ້ນເປັນເງິນ ແລະ ວັດຖຸ ຕາມການຕົກລົງກັນຂອງກອງປະຊຸມຜູ້ຖືຮຸ້ນ;
5. ການຊຳລະຄ່າຮຸ້ນຂອງບໍລິສັດຈຳກັດຜູ້ດຽວ ແມ່ນຜູ້ຖືຮຸ້ນບໍລິສັດຈຳກັດຜູ້ດຽວ ທີ່ຊຳລະຄ່າຮຸ້ນເປັນເງິນ ແລະ ວັດຖຸ;
6. ການຊຳລະຄ່າຮຸ້ນຂອງບໍລິສັດມະຫາຊົນ ແມ່ນຜູ້ຖືຮຸ້ນບໍລິສັດມະຫາຊົນ ທີ່ຊຳລະຄ່າຮຸ້ນເປັນເງິນ ແລະ ວັດຖຸ.
第ມາດຕາ 5条
第5条 注册资本出资期限
个体工商户业主、合伙人、股东必须在自企业登记之日起一年内缴足全部货币和实物出资,除非法律和相关法规另有规定。
ພາສາລາວ (老挝语原文)
ມາດຕາ 5 ກຳນົດເວລາຂອງການປະກອບທຶນຈົດທະບຽນວິສາຫະກິດ
ກຳນົດເວລາຂອງການປະກອບທຶນຈົດທະບຽນວິສາຫະກິດ ຂອງເຈົ້າຂອງວິສາຫະກິດສ່ວນບຸກຄົນ, ຄູ່ຮ່ວມງານ, ຜູ້ຖືຮຸ້ນ ຕ້ອງປະກອບທຶນໃຫ້ຄົບຖ້ວນທັງເປັນເງິນ ແລະ ວັດຖຸ ພາຍໃນ ໜຶ່ງປີ ນັບແຕ່ວັນໄດ້ຂຶ້ນທະບຽນວິສາຫະກິດເປັນຕົ້ນໄປ, ເວັ້ນເສຍແຕ່ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ກຳນົດເປັນຢ່າງອື່ນ.
第ມາດຕາ 6条
第6条 货币形式的注册资本出资
作为老挝人的企业主、股东,必须按照本协议规定的注册资本出资期限,将注册资本出资款转入企业在老挝境内任一商业银行开立的账户。
作为外国人的企业主、股东,在老挝无常住地,必须从国外将资金转入企业在老挝境内任一商业银行开立的账户,按照本协议规定的注册资本出资期限,并获得老挝中央银行出具的资本投资入境证明,方视为注册资本出资。
若企业主、股东为无国籍人、无国籍人或外国人在老挝有常住地,其在老挝境内有工作收入或经营累积利润,且未汇出境外,为基普或外币并存放于老挝银行系统内,则必须将资金转入企业存款账户,并需提供其在老挝境内任一商业银行过去三年的账户活动证明文件,并将该文件提交老挝中央银行,以确认使用境内资金来源或使用境外资金来源,方视为注册资本出资。
ພາສາລາວ (老挝语原文)
ມາດຕາ 6 ການປະກອບທຶນຈົດທະບຽນວິສາຫະກິດທີ່ເປັນເງິນ
ເຈົ້າຂອງວິສາຫະກິດ, ຜູ້ຖືຮຸ້ນ ທີ່ເປັນຄົນລາວ ຕ້ອງໂອນເງິນປະກອບທຶນຈົດທະບຽນວິສາຫະກິດ ເຂົ້າໃນບັນຊີຂອງວິສາຫະກິດ ທີ່ໄດ້ເປີດໄວ້ຢູ່ທະນາຄານທຸລະກິດໃດໜຶ່ງ ຢູ່ ສປປ ລາວ ຕາມກຳນົດເວລາຂອງການປະກອບທຶນຈົດທະບຽນວິສາຫະກິດ ທີ່ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້.
ເຈົ້າຂອງວິສາຫະກິດ, ຜູ້ຖືຮຸ້ນ ທີ່ເປັນຄົນຕ່າງປະເທດ ທີ່ບໍ່ມີພູມລຳເນົາ ຢູ່ ສປປ ລາວ ຕ້ອງໂອນເງິນຈາກຕ່າງປະເທດ ເຂົ້າໃນບັນຊີຂອງວິສາຫະກິດ ທີ່ໄດ້ເປີດໄວ້ຢູ່ທະນາຄານທຸລະກິດໃດໜຶ່ງ ຢູ່ ສປປ ລາວ ຕາມກຳນົດເວລາຂອງການປະກອບທຶນຈົດທະບຽນວິສາຫະກິດ ທີ່ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້ ແລະ ໄດ້ຮັບການຢັ້ງຢືນການນຳເຂົ້າທຶນມາລົງທຶນ ຢູ່ ສປປ ລາວ ຈາກຂະແໜງການທະນາຄານແຫ່ງ ສປປ ລາວ ຈຶ່ງຖືວ່າເປັນການປະກອບທຶນຈົດທະບຽນວິສາຫະກິດ.
ກໍລະນີ ເຈົ້າຂອງວິສາຫະກິດ, ຜູ້ຖືຮຸ້ນ ທີ່ເປັນຄົນຕ່າງດ້າວ, ຄົນບໍ່ມີສັນຊາດ ຫຼື ຄົນຕ່າງປະເທດ ທີ່ມີພູມລຳເນົາ ຢູ່ ສປປ ລາວ ທີ່ມີລາຍຮັບຈາກການເຮັດວຽກ ຫຼື ກຳໄລສະສົມຈາກການດຳເນີນທຸລະກິດຂອງຕົນ ຢູ່ ສປປ ລາວ ທີ່ບໍ່ໄດ້ໂອນກັບຕ່າງປະເທດ ຊຶ່ງເປັນເງິນກີບ ຫຼື ເງິນຕາຕ່າງປະເທດ ທີ່ນອນຢູ່ໃນລະບົບທະນາຄານຂອງ ສປປ ລາວ, ຕ້ອງໄດ້ໂອນເງິນເຂົ້າໃນບັນຊີເງິນຝາກຂອງວິສາຫະກິດ ແລະ ຕ້ອງມີເອກະສານຢັ້ງຢືນການເຄື່ອນໄຫວບັນຊີຂອງຕົນ ຄືນຫຼັງສາມປີ ຢູ່ທະນາຄານທຸລະກິດໃດໜຶ່ງ ຢູ່ ສປປ ລາວ ພ້ອມທັງນຳເອົາເອກະສານດັ່ງກ່າວ ໄປພົວພັນກັບຂະແໜງການທະນາຄານແຫ່ງ ສປປ ລາວ ເພື່ອຢັ້ງຢືນ ກ່ຽວກັບການນຳໃຊ້ແຫຼ່ງທຶນພາຍໃນ ຫຼື ນຳໃຊ້ແຫຼ່ງທຶນຈາກຕ່າງປະເທດ ຈຶ່ງຖືວ່າເປັນການປະກອບທຶນຈົດທະບຽນວິສາຫະກິດ.
第ມາດຕາ 7条
第7条 实物出资
实物出资必须作价成货币,且不得超过企业注册资本总额的百分之五十,除非法律和相关法规另有规定。
作为老挝人、无国籍人、外国人的企业主、合伙人、股东,必须将实物所有权转移为该企业的所有权,并以该企业的名义登记。
作为外国人的企业主、合伙人、股东的实物出资,必须获得老挝人民民主共和国银行部门的投资资本进口认证,方可视为向企业出资。
ພາສາລາວ (老挝语原文)
ມາດຕາ 7 ການປະກອບທຶນຈົດທະບຽນວິສາຫະກິດທີ່ເປັນວັດຖຸ
ການປະກອບທຶນຈົດທະບຽນວິສາຫະກິດທີ່ເປັນວັດຖຸ ຕ້ອງຕີມູນຄ່າເປັນເງິນ ຊຶ່ງບໍ່ໃຫ້ເກີນ ຫ້າສິບສ່ວນຮ້ອຍ ຂອງທຶນຈົດທະບຽນວິສາຫະກິດທັງໝົດ, ເວັ້ນເສຍແຕ່ ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ໄດ້ກຳນົດໄວ້ເປັນຢ່າງອື່ນ.
ເຈົ້າຂອງວິສາຫະກິດ, ຄູ່ຮ່ວມງານ, ຜູ້ຖືຮຸ້ນ ທີ່ເປັນຄົນລາວ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ ຕ້ອງໂອນກຳມະສິດທີ່ເປັນວັດຖຸ ມາເປັນກຳມະສິດຂອງວິສາຫະກິດ ໂດຍອອກຊື່ວິສາຫະກິດດັ່ງກ່າວ.
ການປະກອບທຶນຈົດທະບຽນວິສາຫະກິດທີ່ເປັນວັດຖຸ ຂອງເຈົ້າຂອງວິສາຫະກິດ, ຄູ່ຮ່ວມງານ, ຜູ້ຖືຮຸ້ນ ທີ່ເປັນຄົນຕ່າງປະເທດ ຕ້ອງໄດ້ຮັບການຢັ້ງຢືນການນຳເຂົ້າທຶນມາລົງທຶນ ຢູ່ ສປປ ລາວ ຈາກຂະແໜງການທະນາຄານແຫ່ງ ສປປ ລາວ ຈຶ່ງຖືວ່າເປັນການປະກອບທຶນເຂົ້າວິສາຫະກິດ.
第ມາດຕາ 8条
第8条 增加注册资本
企业注册后,该企业可以根据自愿或相关法律法规的规定增加其注册资本。
对于公司,可以通过增加股份数量或增加每股面值来增加注册资本。
增加注册资本必须按照本决定第7条和第8条的规定,足额缴纳增加的资本。
增加注册资本必须向颁发企业注册证书的企业注册机关申报,以便按照法律法规的规定审议变更企业注册证书的内容。
关于变更企业注册证书内容涉及增加注册资本的文件,应按照企业注册工作组织实施指南及相关规定执行。
ພາສາລາວ (老挝语原文)
ມາດຕາ 8 ການເພີ່ມທຶນຈົດທະບຽນວິສາຫະກິດ
ພາຍຫຼັງຂຶ້ນທະບຽນວິສາຫະກິດແລ້ວ ວິສາຫະກິດດັ່ງກ່າວ ສາມາດເພີ່ມທຶນຈົດທະບຽນຂອງຕົນຂຶ້ນຕາມຄວາມສະຫັກໃຈ ຫຼື ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
ສຳລັບບໍລິສັດ ສາມາດເພີ່ມທຶນຈົດທະບຽນ ໂດຍການເພີ່ມຈຳນວນຮຸ້ນ ຫຼື ເພີ່ມມູນຄ່າແຕ່ລະຮຸ້ນ.
ການເພີ່ມທຶນຈົດທະບຽນ ຕ້ອງປະກອບທຶນຈົດທະບຽນ ຕາມຈຳນວນທຶນທີ່ເພີ່ມຂຶ້ນໃຫ້ຄົບຖ້ວນ ຕາມທີ່ກຳນົດໄວ້ໃນມາດຕາ 7 ແລະ 8 ຂອງຂໍຕົກລົງສະບັບນີ້.
ການເພີ່ມທຶນຈົດທະບຽນ ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດ ບ່ອນທີ່ອອກໃບທະບຽນວິສາຫະກິດ ເພື່ອພິຈາລະນາປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ຕາມທີ່ກຳນົດໄວ້ ໃນກົດໝາຍ ແລະ ລະບຽບການ.
ສຳລັບເອກະສານປະກອບການປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ກ່ຽວກັບການເພີ່ມທຶນຈົດທະບຽນວິສາຫະກິດ ໃຫ້ປະຕິບັດຕາມຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ ແລະ ລະບຽບການທີ່ກ່ຽວຂ້ອງ.
第ມາດຕາ 9条
第9条 减少注册资本
企业注册后,该企业可以自愿减少其注册资本,基于经营理由,且不影响其偿债能力,或按照本协议、相关法律和法规的规定。对于公司的注册资本减少,可以通过减少股份数量或降低每股面值来实现。
减少注册资本必须按照《企业法》(第33/国会号,2022年12月29日)第115条、第116条、第117条和第118条规定的条件和程序进行,并须向颁发企业注册证书的企业注册机关报告,以便根据法律和法规审议变更企业注册证书的内容。
关于减少注册资本的企业注册证书内容变更的证明文件,应按照企业注册工作组织实施指南及相关法规执行。
ພາສາລາວ (老挝语原文)
ມາດຕາ 9 ການຫຼຸດທຶນຈົດທະບຽນວິສາຫະກິດ
ພາຍຫຼັງຂຶ້ນທະບຽນວິສາຫະກິດແລ້ວ ວິສາຫະກິດດັ່ງກ່າວ ສາມາດຫຼຸດທຶນຈົດທະບຽນຂອງຕົນລົງດ້ວຍຄວາມສະໝັກໃຈ ດ້ວຍເຫດຜົນທາງດ້ານການດຳເນີນທຸລະກິດ ຊຶ່ງບໍ່ມີຜົນກະທົບຕໍ່ຄວາມສາມາດໃນການຊຳລະໜີ້ສິນຂອງຕົນ ຫຼື ຕາມທີ່ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ສຳລັບການຫຼຸດທຶນຈົດທະບຽນຂອງບໍລິສັດ ສາມາດຫຼຸດທຶນ ໂດຍການຫຼຸດຈຳນວນຮຸ້ນ ຫຼື ຫຼຸດມູນຄ່າແຕ່ລະຮຸ້ນ.
ການຫຼຸດທຶນຈົດທະບຽນ ຕ້ອງປະຕິບັດຕາມເງື່ອນໄຂ ແລະ ຂັ້ນຕອນ ຕາມທີ່ກຳນົດໄວ້ໃນມາດຕາ 115, 116, 117 ແລະ 118 ຂອງກົດໝາຍ ວ່າດ້ວຍວິສາຫະກິດ ສະບັບເລກທີ 33/ສພຊ, ລົງວັນທີ 29 ທັນວາ 2022 ແລະ ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດບ່ອນທີ່ອອກໃບທະບຽນວິສາຫະກິດ ເພື່ອພິຈາລະນາປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.
ສຳລັບເອກະສານປະກອບການປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ກ່ຽວກັບການຫຼຸດທຶນຈົດທະບຽນວິສາຫະກິດ ໃຫ້ປະຕິບັດຕາມຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ ແລະ ລະບຽບການທີ່ກ່ຽວຂ້ອງ.
第ມາດຕາ 10条
第10条 出具注册资本出资证明
经理或董事必须在出售股份之日起三十日内,按照已缴付的比例出具股份证书,给予已缴付股份的股东,自始按照本协议第6条的规定。对于个人企业,应持有将注册资本出资转入企业账户的转账凭证,或作为企业财产的物质所有权转让文件,或来自老挝人民民主共和国银行部门的老挝人民民主共和国投资资本进口证明文件,按照本协议第7条和第8条的规定。
ພາສາລາວ (老挝语原文)
ມາດຕາ 10 ການອອກຫັງສືຢັ້ງຢືນການປະກອບທຶນຈົດທະບຽນວິສາຫະກິດ
ຜູ້ຈັດການ ຫຼື ຜູ້ອຳນວຍການ ຕ້ອງອອກໃບຮຸ້ນ ຕາມສັດສ່ວນທີ່ໄດ້ຖອກເແລ້ວ ພາຍໃນ ສາມສິບວັນ ນັບແຕ່ວັນທີຂາຮຸ້ນ, ຜູ້ຖືຮຸ້ນ ທີ່ໄດ້ຖອກຮຸ້ນ ເປັນຕົ້ນໄປ ຕາມທີ່ກຳນົດໄວ້ໃນມາດຕາ 6 ຂອງຂໍ້ຕົກລົງສະບັບນີ້.
ສຳລັບ ວິສາຫະກິດສ່ວນບຸກຄົນ ໃຫ້ຖືເອົາຫຼັກຖານການໂອນເງິນ ທີ່ປະກອບທຶນຈົດທະບຽນວິສາຫະກິດ ເຂົ້າໃນບັນຊີຂອງວິສາຫະກິດ ຫຼື ເອກະສານໂອນກຳມະສິດທີ່ເປັນວັດຖຸມາເປັນກຳມະສິດຂອງວິສາຫະກິດ ຫຼື ເອກະສານການຢັ້ງຢືນການນຳເຂົ້າທຶນມາລົງທຶນ ຢູ່ ສປປ ລາວ ຈາກຂະແບນງການທະນາຄານແຫ່ງ ສປປ ລາວ ຕາມທີ່ກຳນົດໄວ້ໃນມາດຕາ 7 ແລະ 8 ຂອງຂໍ້ຕົກລົງສະບັບນີ້.
第ມາດຕາ 11条
第11条 企业主和股东未出资注册企业
个人企业主、合伙企业股东未出资注册企业,经理必须向签发企业注册证书的企业注册官员报告,以便在自本协议规定的出资注册企业期限届满之日起六十天内办理企业注册内容的变更或解散。
ພາສາລາວ (老挝语原文)
ມາດຕາ 11 ການບໍ່ປະກອບທຶນຈົດທະບຽນວິສາຫະກິດຂອງເຈົ້າຂອງວິສາຫະກິດ ແລະ ຜູ້ຖືຮຸ້ນ
ເຈົ້າຂອງວິສາຫະກິດສ່ວນບຸກຄົນ, ຜູ້ຖືຮຸ້ນຂອງວິສາຫະກິດຮຸ້ນສ່ວນ ທີ່ບໍ່ປະກອບທຶນຈົດທະບຽນວິສາຫະກິດ, ຜູ້ຈັດການ ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດບ່ອນທີ່ອອກໃບທະບຽນວິສາຫະກິດ ເພື່ອດຳເນີນການປ່ຽນແປງເນື້ອໃນທະບຽນວິສາຫະກິດ ຫຼື ຍຸບເລີກ ພາຍໃນ ຫົກສິບວັນ ນັບແຕ່ວັນທີ່ຫຼົດກຳນົດເວລາປະກອບທຶນຈົດທະບຽນວິສາຫະກິດ ຕາມທີ່ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້.
第ມາດຕາ 12条
第12条 股东未缴纳注册资本
对于未按其比例足额缴纳或完全未缴纳股款的有限公司或大众公司,经理或董事必须向相关企业登记机关报告,以变更企业登记内容,通过减少注册资本、变更股东持股比例、变更股东、变更形式或解散企业,自本协议规定的企业注册资本缴纳期限届满之日起六十日内。
如果有限公司或大众公司的股东是未缴纳股款的董事,一名或多名合计持有该公司已缴股份总数百分之四的股东,必须制作已向法院登记机关登记的未缴纳股款证明书,并向相关企业登记机关报告,以变更企业登记证内容,自本协议规定的企业注册资本缴纳期限届满之日起六十日内。
对于有限公司或大众公司中完全未缴纳股款的股东,提议减少股东,必须有董事出具的未缴纳股款证明书,该证明书已向法院登记机关登记,以报告变更企业登记证内容,自本协议规定的企业注册资本缴纳期限届满之日起六十日内。
对于公司所有股东完全未缴纳股款的情况,只能报告解散企业。
ພາສາລາວ (老挝语原文)
ມາດຕາ 12 ການບໍ່ປະກອບທຶນຈົດທະບຽນວິສາຫະກິດຂອງຜູ້ຖືຮຸ້ນ
ສຳລັບບໍລິສັດທີ່ບໍ່ຖອກຮຸ້ນຄົບຖ້ວນ ແລະ/ຫຼື ບໍ່ຖອກຮຸ້ນເລີຍ ຕາມສັດສ່ວນຂອງຕົນ, ຜູ້ຈັດການ ຫຼື ຜູ້ອຳນວຍການ ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງ ເພື່ອປ່ຽນແປງເນື້ອໃນທະບຽນວິສາຫະກິດ ໂດຍການຫຼຸດທຶນຈົດທະບຽນ, ປ່ຽນແປງສັດສ່ວນການຖືຮຸ້ນຂອງຜູ້ຖືຮຸ້ນ, ປ່ຽນແປງຜູ້ຖືຮຸ້ນ, ປ່ຽນຮູບແບບ ຫຼື ຍຸບເລີກວິສາຫະກິດ ພາຍໃນຫົກສິບວັນ ນັບແຕ່ວັນທີ່ພົ້ນກຳນົດເວລາປະກອບທຶນຈົດທະບຽນວິສາຫະກິດ ຕາມທີ່ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້.
ກໍລະນີ ຜູ້ຖືຮຸ້ນຂອງບໍລິສັດຈຳກັດ ແລະ ບໍລິສັດມະຫາຊົນ ເປັນຜູ້ອຳນວຍການ ທີ່ບໍ່ຖອກຮຸ້ນ, ຜູ້ຖືຮຸ້ນໜຶ່ງຄົນ ຫຼື ຫຼາຍຄົນ ຊຶ່ງມີຮຸ້ນລວມກັນແຕ່ສີ່ສ່ວນຮ້ອຍ ຂອງຈຳນວນຮຸ້ນທັງໝົດຂອງບໍລິສັດດັ່ງກ່າວ ທີ່ໄດ້ຖອກແລ້ວ ຕ້ອງເຮັດໜັງສືຢັ້ງຢືນການບໍ່ຖອກຮຸ້ນ ທີ່ໄດ້ຈົດທະບຽນນຳອົງການທະບຽນສານ ແລະ ແຈ້ງຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງ ເພື່ອປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ພາຍໃນຫົກສິບວັນ ນັບແຕ່ວັນທີ່ພົ້ນກຳນົດເວລາປະກອບທຶນຈົດທະບຽນວິສາຫະກິດ ຕາມທີ່ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້.
ກໍລະນີ ການສະເໜີຫຼຸດຜູ້ຖືຮຸ້ນ ທີ່ບໍ່ຖອກຮຸ້ນເລີຍ ຂອງບໍລິສັດຈຳກັດ ແລະ ບໍລິສັດມະຫາຊົນ ຕ້ອງມີໜັງສືຢັ້ງຢືນການບໍ່ຖອກຮຸ້ນຈາກຜູ້ອຳນວຍການ ທີ່ໄດ້ຢັ້ງຢືນການຈົດທະບຽນວິສາຫະກິດນຳອົງການທະບຽນສານ ເພື່ອແຈ້ງປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ພາຍໃນຫົກສິບວັນ ນັບແຕ່ວັນທີ່ພົ້ນກຳນົດເວລາປະກອບທຶນຈົດທະບຽນວິສາຫະກິດ ຕາມທີ່ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້.
ສຳລັບ ຜູ້ຖືຮຸ້ນທັງໝົດຂອງບໍລິສັດ ທີ່ບໍ່ຖອກຮຸ້ນເລີຍ ຕ້ອງແຈ້ງຍຸບເລີກວິສາຫະກິດເທົ່ານັ້ນ.
本页展示前 12 条,全文共 20 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读