ດຳລັດວ່າດ້ວຍ ການຕ້ານການສະໜອງທຶນໃຫ້ແກ່ການແຜ່ຜາຍອາວຸດທຳລາຍລ້າງຜານ

防止大规模杀伤性武器扩散资助令

Order on Preventing the Financing of Weapons of Mass Destruction Proliferation

ມາດຕາ

ມາດຕາ 4

ມາດຕາ 4 ນະໂຍບາຍຂອງລັດໃນການຕ້ານການສະໜອງທຶນໃຫ້ແກ່ການແຜ່ຂະຫຍາຍອາວຸດທຳລາຍສູງ
ລັດຈະສົ່ງເສີມ, ຊຸກຍູ້, ສ້າງເງື່ອນໄຂທີ່ເອື້ອອຳນວຍ, ແລະ ອຳນວຍຄວາມສະດວກໃຫ້ແກ່ກິດຈະກຳຕ້ານການສະໜອງທຶນໃຫ້ແກ່ການແຜ່ຂະຫຍາຍອາວຸດທຳລາຍສູງ ໂດຍການສະໜອງງົບປະມານ, ບຸກຄະລາກອນ, ພາຫະນະ, ອຸປະກອນ, ແລະ ເຕັກໂນໂລຊີທັນສະໄໝ ໃຫ້ແກ່ອົງການທີ່ມີສິດອຳນາດທີ່ຮັບຜິດຊອບໃນການຈັດຕັ້ງປະຕິບັດມາດຕະການຕ້ານການສະໜອງທຶນໃຫ້ແກ່ການແຜ່ຂະຫຍາຍ.
ລັດຍັງຈະສົ່ງເສີມ ແລະ ຊຸກຍູ້ການມີສ່ວນຮ່ວມຂອງບຸກຄົນ, ນິຕິບຸກຄົນ, ແລະ ທຸກຂະແໜງການ ໃນກິດຈະກຳທີ່ແນໃສ່ຕ້ານການສະໜອງທຶນໃຫ້ແກ່ການແຜ່ຂະຫຍາຍອາວຸດທຳລາຍສູງ.

ມາດຕາ 5

ມາດຕາ 5 ຫຼັກການໃນການຕ້ານການສະໜອງທຶນໃຫ້ແກ່ການແຜ່ຂະຫຍາຍອາວຸດທຳລາຍສູງ
ກິດຈະກຳຕ້ານການສະໜອງທຶນໃຫ້ແກ່ການແຜ່ຂະຫຍາຍອາວຸດທຳລາຍສູງ ຈະຕ້ອງດຳເນີນໄປຕາມຫຼັກການດັ່ງນີ້:
1. ຮັບປະກັນຄວາມສອດຄ່ອງກັບນະໂຍບາຍ, ກົດໝາຍ, ຍຸດທະສາດ ແລະ ວິໄສທັດແຫ່ງຊາດ ກ່ຽວກັບການຕ້ານການຟອກເງິນ ແລະ ການຕ້ານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ຕະຫຼອດຮອດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ;
2. ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງຊາດ, ພ້ອມທັງອຳນວຍຄວາມສະດວກໃຫ້ແກ່ກິດຈະກຳທາງການເງິນ ແລະ ການຄ້າ;
3. ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງບຸກຄົນ, ນິຕິບຸກຄົນ, ແລະ ອົງກອນ;
4. ຮັບປະກັນຄວາມຍຸດຕິທຳ, ຄວາມໂປ່ງໃສ, ຄວາມຖືກຕ້ອງ, ການເປີດເຜີຍ, ແລະ ການກວດສອບໄດ້;
5. ປະຕິບັດຕາມສົນທິສັນຍາທີ່ ສປປ ລາວ ເປັນພາຄີ, ແລະ ຂໍ້ຕົກລົງສາກົນອື່ນໆທີ່ກ່ຽວຂ້ອງ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 31 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ