ຄຳແນະນຳການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ

反腐败法实施指南

Guidelines for Implementation of the Anti-Corruption Law

ບົດສະຫຼຸບ

ຄູ່ມືນີ້ປັບປຸງກົດລະບຽບການລົງໂທດການກະທຳທີ່ສໍ້ລາດບັງຫຼວງຂອງເຈົ້າໜ້າທີ່, ໂດຍສຳຄັນແມ່ນກຳນົດໃຫ້ຜູ້ກະທຳຜິດຄັ້ງທຳອິດທີ່ມີຄວາມເສຍຫາຍບໍ່ເກີນ 5 ລ້ານກີບ ສາມາດຍົກເວັ້ນຄວາມຮັບຜິດຊອບທາງອາຍາ ແລະ ປ່ຽນເປັນການສຶກສາຫຼືການລົງໂທດທາງວິໄນ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 1 ຂອງກົດໝາຍສະບັບນີ້ ຈະຖືກລົງໂທດຕາມທີ່ໄດ້ກຳນົດໄວ້ໃນປະມວນກົດໝາຍອາຍາ. ໝາຍຄວາມວ່າ ພະນັກງານທີ່ມີພຶດຕິກຳທີ່ເປັນການສໍ້ລາດບັງຫຼວງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 11 ຂອງກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ແມ່ນຈະຖືກລົງໂທດຕາມທີ່ໄດ້ກຳນົດໄວ້ໃນປະມວນກົດໝາຍອາຍາ ໝວດທີ 10 ການສໍ້ລາດບັງຫຼວງ, ແຕ່ຈະຖືກຍົກເວັ້ນຄວາມຜິດທາງອາຍາໃນສອງສະຖານ (ມາດຕາ 362 ການລັກໂລບ, ປອມແປງມາດຕະຖານເຕັກນິກກໍ່ສ້າງ ແລະ ມາດຕາ 868 ການໂກງການປະມູນ ຫຼື ການສຳປະທານ) ທີ່ກໍ່ຄວາມເສຍຫາຍມູນຄ່າບໍ່ເກີນ 5,000,000 ກີບ ຖ້າຫາກວ່າພະນັກງານຜູ້ນັ້ນໄດ້ກະທຳເປັນຄັ້ງທຳອິດ (ບໍ່ແມ່ນການກະທຳທີ່ເປັນອາຈິນ) ເຖິງຈະຄົບອົງປະກອບຂອງການກະທຳຜິດທາງອາຍາແລ້ວກໍຕາມ ພະນັກງານຜູ້ນັ້ນແມ່ນຈະຖືກສຶກສາອົບຮົມ ຫຼື ລົງວິໄນ ຕາມແຕ່ລະກໍລະນີ ທີ່ກົດໝາຍໄດ້ກຳນົດໄວ້.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ