ດຳລັດວ່າດ້ວຍ ມູນນິທິ

基金会令

Foundation Order

ບົດສະຫຼຸບ

ລະບຽບການສະບັບນີ້ກຳນົດການສ້າງຕັ້ງ ແລະ ການດຳເນີນງານຂອງມູນນິທິພາຍໃນ ສປປ ລາວ, ເນື້ອໃນຫຼັກແມ່ນກຳນົດຄຳນິຍາມຂອງມູນນິທິທີ່ບໍ່ຫວັງຜົນກຳໄລ, ເງື່ອນໄຂການສ້າງຕັ້ງ, ຂໍ້ກຳນົດດ້ານທຶນຮອນ ແລະ ຫຼັກການດຳເນີນກິດຈະກຳ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 1 ມູນນິທິ
ມູນນິທິ ແມ່ນ ການຈັດຕັ້ງສັງຄົມ ທີ່ມີຖານະນິຕິບຸກຄົນ, ມີທຶນ, ຊັບສິນສະເພາະ ເພື່ອສາທາລະນະປະໂຫຍດ ດ້ານ ວັດທະນະທຳ, ການສຶກສາ, ສິ່ງແວດລ້ອມ, ສາທາລະນະສຸກ, ກິລາ-ກາຍຍະກຳ, ວິທະຍາສາດ, ການກຸສົນ, ມະນຸດສະທຳ ແລະ ອື່ນໆ ໂດຍບໍ່ຫວັງຜົນກຳໄລ.

ມາດຕາ ມາດຕາ 2

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບ ທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ບໍ່ຫວັງຜົນກຳໄລ ໝາຍເຖິງ ທຶນ, ຊັບສິນ, ລາຍຮັບ ທີ່ໄດ້ມາຈາກການເຄື່ອນໄຫວຂອງມູນນິທິ ພາຍຫຼັງຫັກຄ່າໃຊ້ຈ່າຍບໍລິຫານອອກແລ້ວ ສ່ວນທີ່ເຫຼືອບໍ່ໄດ້ນຳມາແບ່ງປັນກັນ, ບໍ່ສວຍໃຊ້ເພື່ອຜົນປະໂຫຍດສ່ວນຕົວ ແຕ່ນຳໃຊ້ຕາມຈຸດປະສົງທີ່ໄດ້ກຳນົດໃນກົດລະບຽບຂອງມູນນິທິ;
2. ທຶນ ໝາຍເຖິງ ເງິນ ແລະ ຊັບສິນ;
3. ຊັບສິນຂອງມູນນິທິ ໝາຍເຖິງ ທີ່ດິນ, ຕຶກ, ອາຄານ, ພາຫະນະ, ອຸປະກອນຮັບໃຊ້ຫ້ອງການ ແລະ ສິນອື່ນ ຊຶ່ງໄດ້ມາຈາກ ການຊື້, ການປະກອບສ່ວນ, ການບໍລິຈາກ, ການຊ່ວຍເຫຼືອລ້າ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ຫຼື ລັດມອບໃຫ້;
4. ການບໍລິຈາກທຶນ ໝາຍເຖິງ ການເສຍສະຫຼະ, ການມອບໂອນທຶນຂອງ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ໃຫ້ແກ່ມູນນິທິ;
5. ອົງການຈັດຕັ້ງສາກົນ ໝາຍເຖິງ ອົງການຈັດຕັ້ງສາກົນທີ່ເປັນເຄືອຂ່າຍຂອງອົງການສະຫະປະຊາຊາດ, ອົງການຈັດຕັ້ງສາກົນລະຫວ່າງລັດຖະບານ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ;
6. ການລະດົມທຶນ ໝາຍເຖິງ ການຈັດ ເວທີ, ກອງປະຊຸມ, ງານ ຫຼື ການເຄື່ອນໄຫວກິດຈະກຳອື່ນ ເພື່ອໃຫ້ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ບໍລິຈາກ, ສະໜັບສະໜູນທຶນ ແກ່ມູນນິທິ;
7. ໃບທະບຽນມູນນິທິ ໝາຍເຖິງ ເອກະສານຢັ້ງຢືນ, ຮັບຮອງຖານະນິຕິບຸກຄົນ ແລະ ການເຄື່ອນໄຫວ ຂອງມູນນິທິ ທີ່ຄະນະຈັດຕັ້ງສູນກາງພັກ ອອກໃຫ້.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 42 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ