基金会令
ດຳລັດວ່າດ້ວຍ ມູນນິທິ
Foundation Order
简介
该法规调整老挝境内基金会的设立与运作,核心内容为定义非营利基金会,规定设立条件、资金要求及活动原则。
Summary
This regulation governs the establishment and operation of foundations in Laos, defining non-profit foundations and specifying establishment conditions, funding requirements, and activity principles.
ບົດສະຫຼຸບ
ລະບຽບການສະບັບນີ້ກຳນົດການສ້າງຕັ້ງ ແລະ ການດຳເນີນງານຂອງມູນນິທິພາຍໃນ ສປປ ລາວ, ເນື້ອໃນຫຼັກແມ່ນກຳນົດຄຳນິຍາມຂອງມູນນິທິທີ່ບໍ່ຫວັງຜົນກຳໄລ, ເງື່ອນໄຂການສ້າງຕັ້ງ, ຂໍ້ກຳນົດດ້ານທຶນຮອນ ແລະ ຫຼັກການດຳເນີນກິດຈະກຳ.
条文
第ມາດຕາ 1条
第1条 基金会
基金会是具有法人资格、拥有专项资金和财产的社会组织,旨在为文化、教育、环境、公共卫生、体育、科学、慈善、人道主义及其他方面的公共利益服务,不以营利为目的。
ພາສາລາວ (老挝语原文)
ມາດຕາ 1 ມູນນິທິ
ມູນນິທິ ແມ່ນ ການຈັດຕັ້ງສັງຄົມ ທີ່ມີຖານະນິຕິບຸກຄົນ, ມີທຶນ, ຊັບສິນສະເພາະ ເພື່ອສາທາລະນະປະໂຫຍດ ດ້ານ ວັດທະນະທຳ, ການສຶກສາ, ສິ່ງແວດລ້ອມ, ສາທາລະນະສຸກ, ກິລາ-ກາຍຍະກຳ, ວິທະຍາສາດ, ການກຸສົນ, ມະນຸດສະທຳ ແລະ ອື່ນໆ ໂດຍບໍ່ຫວັງຜົນກຳໄລ.
第ມາດຕາ 2条
第2条 词语解释
本法令中使用的词语具有以下含义:
1. “非营利”是指基金会活动所得的资金、资产、收入,在扣除管理费用后,剩余部分不进行分配,不用于个人利益,而是按照基金会章程规定的目的使用;
2. “资金”是指金钱和资产;
3. “基金会资产”是指土地、建筑物、车辆、办公设备以及其他通过购买、出资、捐赠、援助从个人、法人或国内外组织获得或由国家移交的财产;
4. “资金捐赠”是指个人、法人、组织依法依规向基金会作出的牺牲、资金转移;
5. “国际组织”是指联合国系统内的国际组织、政府间国际组织、非政府国际组织;
6. “筹资”是指举办论坛、会议、活动或其他活动,以使个人、法人、组织向基金会捐赠、资助资金;
7. “基金会登记证”是指由党中央组织委员会颁发的证明、认可基金会法人地位和活动的文件。
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບ ທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ບໍ່ຫວັງຜົນກຳໄລ ໝາຍເຖິງ ທຶນ, ຊັບສິນ, ລາຍຮັບ ທີ່ໄດ້ມາຈາກການເຄື່ອນໄຫວຂອງມູນນິທິ ພາຍຫຼັງຫັກຄ່າໃຊ້ຈ່າຍບໍລິຫານອອກແລ້ວ ສ່ວນທີ່ເຫຼືອບໍ່ໄດ້ນຳມາແບ່ງປັນກັນ, ບໍ່ສວຍໃຊ້ເພື່ອຜົນປະໂຫຍດສ່ວນຕົວ ແຕ່ນຳໃຊ້ຕາມຈຸດປະສົງທີ່ໄດ້ກຳນົດໃນກົດລະບຽບຂອງມູນນິທິ;
2. ທຶນ ໝາຍເຖິງ ເງິນ ແລະ ຊັບສິນ;
3. ຊັບສິນຂອງມູນນິທິ ໝາຍເຖິງ ທີ່ດິນ, ຕຶກ, ອາຄານ, ພາຫະນະ, ອຸປະກອນຮັບໃຊ້ຫ້ອງການ ແລະ ສິນອື່ນ ຊຶ່ງໄດ້ມາຈາກ ການຊື້, ການປະກອບສ່ວນ, ການບໍລິຈາກ, ການຊ່ວຍເຫຼືອລ້າ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ຫຼື ລັດມອບໃຫ້;
4. ການບໍລິຈາກທຶນ ໝາຍເຖິງ ການເສຍສະຫຼະ, ການມອບໂອນທຶນຂອງ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ໃຫ້ແກ່ມູນນິທິ;
5. ອົງການຈັດຕັ້ງສາກົນ ໝາຍເຖິງ ອົງການຈັດຕັ້ງສາກົນທີ່ເປັນເຄືອຂ່າຍຂອງອົງການສະຫະປະຊາຊາດ, ອົງການຈັດຕັ້ງສາກົນລະຫວ່າງລັດຖະບານ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ;
6. ການລະດົມທຶນ ໝາຍເຖິງ ການຈັດ ເວທີ, ກອງປະຊຸມ, ງານ ຫຼື ການເຄື່ອນໄຫວກິດຈະກຳອື່ນ ເພື່ອໃຫ້ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ບໍລິຈາກ, ສະໜັບສະໜູນທຶນ ແກ່ມູນນິທິ;
7. ໃບທະບຽນມູນນິທິ ໝາຍເຖິງ ເອກະສານຢັ້ງຢືນ, ຮັບຮອງຖານະນິຕິບຸກຄົນ ແລະ ການເຄື່ອນໄຫວ ຂອງມູນນິທິ ທີ່ຄະນະຈັດຕັ້ງສູນກາງພັກ ອອກໃຫ້.
第ມາດຕາ 3条
第4条 国家关于基金会工作的政策
国家鼓励个人、法人和组织设立基金会并有效、高效地运作,且符合方针政策、法律和法规。
国家促进基金会与国际组织合作,依法、法规和基金会规章,从国内外个人、法人和组织筹集和接受合法捐款。
ພາສາລາວ (老挝语原文)
ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານມູນນິທິ
ລັດ ຊຸກຍູ້ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ສ້າງຕັ້ງມູນນິທິ ແລະ ເຄື່ອນໄຫວ ຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ສອດຄ່ອງກັບແນວທາງນະໂຍບາຍ, ກົດໝາຍ ແລະ ລະບຽບການ.
ລັດ ສົ່ງເສີມ ໃຫ້ມູນນິທິ ພົວພັນ ຮ່ວມມືກັບ ອົງການຈັດຕັ້ງສາກົນ ໃນການຂົນຂວາຍ ແລະ ຮັບເອົາ ການບໍລິຈາກທຶນ ຈາກບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ຖືກຕ້ອງຕາມ ກົດໝາຍ, ລະບຽບການ ແລະ ກົດລະບຽບຂອງມູນນິທິ.
第ມາດຕາ 4条
第5条 基金会工作原则
基金会工作应遵循以下原则:
1. 符合国家政策方针、法律、部门战略规划、国家经济社会发展计划;
2. 在全国范围内实行集中统一管理;
3. 符合经批准的目的、目标和范围;
4. 确保平等、正确、透明、公正、公开和可核查;
5. 自愿筹集资金设立基金会;
6. 财务上自负盈亏,不以营利为目的。
ພາສາລາວ (老挝语原文)
ມາດຕາ 5 ຫຼັກການກ່ຽວກັບວຽກງານມູນນິທິ
ການເຄື່ອນໄຫວວຽກງານມູນນິທິ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບ ແນວທາງນະໂຍບາຍ, ກົດໝາຍ, ແຜນຍຸດທະສາດຂອງຂະແໜງການ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ;
2. ຄຸ້ມຄອງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
3. ຖືກຕ້ອງຕາມ ຈຸດປະສົງ, ເປົ້າໝາຍ ແລະ ຂອບເຂດ ທີ່ໄດ້ຮັບການອະນຸຍາດ;
4. ຮັບປະກັນຄວາມ ສະເໝີພາບ, ຖືກຕ້ອງ, ໂປ່ງໃສ, ຍຸຕິທຳ, ເປີດເຜີຍ ແລະ ສາມາດກວດສອບໄດ້;
5. ຕື່ນຕົວສະໝັກໃຈປະກອບທຶນ ເພື່ອສ້າງຕັ້ງມູນນິທິ;
6. ເຄື່ອນໄຫວຄຸ້ມຕົນເອງທາງດ້ານການເງິນ ແລະ ບໍ່ຫວັງຜົນກຳໄລ.
第ມາດຕາ 5条
第5条 适用范围
本令适用于在老挝人民民主共和国境内从事和涉及基金会工作的个人、法人和组织。
ພາສາລາວ (老挝语原文)
ມາດຕາ 5 ຂອບເຂດການນຳໃຊ້
ດຳລັດສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວ ແລະ ພົວພັນກັບ ວຽກງານມູນນິທິ ຢູ່ ສປປ ລາວ.
第ມາດຕາ 6条
第6条 基金会设立条件
设立基金会必须具备以下条件:
1. 有基金会的名称和宗旨;
2. 有明确的活动范围、领域;
3. 基金会的发起人必须是老挝公民,年满二十五周岁以上,历史清白,身体健康,非精神失常,愿意为公共利益奉献,相互尊重,诚实廉洁,未曾因故意犯罪被法院判处剥夺自由;
4. 有注册资金和流动资金,具体如下:
4.1. 注册资金三百万基普以上,流动资金至少四百万基普以上,适用于在全国范围内活动的基金会;
4.2. 注册资金两百万基普以上,流动资金至少三百万基普以上,适用于在首都、省范围内活动的基金会;
4.3. 注册资金一百万基普以上,流动资金至少两百万基普以上,适用于在县、市范围内活动的基金会;
5. 在老挝人民民主共和国有办公场所,并得到办公场所所在地村委会的认可,有合法的所有权证明或租赁合同;
6. 有基金会内部规章。
ພາສາລາວ (老挝语原文)
ມາດຕາ 6 ເງື່ອນໄຂການສ້າງຕັ້ງມູນນິທິ
ການສ້າງຕັ້ງມູນນິທິ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້:
1. ມີຊື່ ແລະ ຈຸດປະສົງ ຂອງມູນນິທິ;
2. ມີຂອບເຂດ, ຂະແໜງການ ການເຄື່ອນໄຫວ ຢ່າງຈະແຈ້ງ;
3. ຜູ້ລິເລີ່ມສ້າງຕັ້ງມູນນິທິ ຕ້ອງເປັນພົນລະເມືອງລາວ, ມີອາຍຸແຕ່ ຊາວຫ້າປີ ຂຶ້ນໄປ, ມີປະຫວັດຈະແຈ້ງ, ມີສຸຂະພາບແຂງແຮງ, ບໍ່ເປັນຄົນບ້າເສຍຈິດ, ມີຄວາມເສຍສະຫຼະເພື່ອຜົນປະໂຫຍດສ່ວນລວມ, ມີຄວາມເຄົາລົບເຊິ່ງກັນ ແລະ ກັນ, ມີຄວາມຊື່ສັດບໍລິສຸດ, ບໍ່ເຄີຍຖືກສານຕັດສິນລົງໂທດຕັດອິດສະລະພາບຍ້ອນການກະທຳຜິດໂດຍເຈດຕະນາ;
4. ມີທຶນຈົດທະບຽນ ແລະ ມີເງິນເຄື່ອນໄຫວ ໃດໜຶ່ງ ດັ່ງນີ້:
4.1. ທຶນຈົດທະບຽນ ສາມຮ້ອຍລ້ານກີບ ຂຶ້ນໄປ ແລະ ເງິນເຄື່ອນໄຫວ ຢ່າງໜ້ອຍ ສີ່ຮ້ອຍລ້ານກີບ ຂຶ້ນໄປ ສຳລັບມູນນິທິ ທີ່ເຄື່ອນໄຫວໃນຂອບເຂດ ທົ່ວປະເທດ;
4.2. ທຶນຈົດທະບຽນ ສອງຮ້ອຍລ້ານກີບ ຂຶ້ນໄປ ແລະ ເງິນເຄື່ອນໄຫວ ຢ່າງໜ້ອຍ ສາມຮ້ອຍລ້ານກີບ ຂຶ້ນໄປ ສຳລັບມູນນິທິ ທີ່ເຄື່ອນໄຫວໃນຂອບເຂດ ນະຄອນຫຼວງ, ແຂວງ;
4.3. ທຶນຈົດທະບຽນ ໜຶ່ງຮ້ອຍລ້ານກີບ ຂຶ້ນໄປ ແລະ ເງິນເຄື່ອນໄຫວ ຢ່າງໜ້ອຍ ສອງຮ້ອຍລ້ານກີບ ຂຶ້ນໄປ ສຳລັບມູນນິທິ ທີ່ເຄື່ອນໄຫວໃນຂອບເຂດ ເມືອງ, ນະຄອນ;
5. ມີສຳນັກງານທີ່ຕັ້ງຢູ່ ສປປ ລາວ ໂດຍມີການຮັບຮອງຈາກຄະນະກຳມະການປົກຄອງຕາແສງ ບ່ອນທີ່ສຳນັກງານມູນນິທິຕັ້ງຢູ່, ມີໃບຢັ້ງຢືນກຳມະສິດ ຫຼື ສັນຍາເຊົ່າທີ່ຖືກຕ້ອງຕາມກົດໝາຍ;
6. ມີກົດລະບຽບ ພາຍໃນມູນນິທິ.
第ມາດຕາ 7条
第7条 基金会名称和宗旨的确定
基金会的名称不得使用“国家”或“老挝人民民主共和国”字样,不得与已获批准设立的基金会名称重复,须以老挝语确定,清晰、易懂、不粗俗,若翻译成外语,须与老挝语名称含义一致;使用个人、法人或组织的名称作为基金会名称或组成部分时,须事先获得该个人、法人或组织的书面许可。
基金会的宗旨须明确,不违反宪法、法律及国家、地方和各民族的优良风俗习惯,不危害国家安全、社会秩序和他人的自由权利。
ພາສາລາວ (老挝语原文)
ມາດຕາ 7 ການກຳນົດຊື່ ແລະ ຈຸດປະສົງຂອງມູນນິທິ
ຊື່ຂອງມູນນິທິ ຕ້ອງບໍ່ໃສ່ຄຳວ່າ ແຫ່ງຊາດ ຫຼື ແຫ່ງ ສປປ ລາວ, ບໍ່ຊ້ຳຊ້ອນກັບຊື່ມູນນິທິ ທີ່ໄດ້ຮັບອະນຸມັດສ້າງຕັ້ງຂຶ້ນກ່ອນ, ກຳນົດເປັນພາສາລາວ, ຈະແຈ້ງ, ເຂົ້າໃຈງ່າຍ, ບໍ່ມີລັກສະນະຫຍາບຄາຍ, ຖ້າແປເປັນພາສາຕ່າງປະເທດ ຕ້ອງໃຫ້ມີຄວາມໝາຍສອດຄ່ອງກັບຊື່ທີ່ເປັນພາສາລາວ; ກໍລະນີນຳໃຊ້ຊື່ຂອງບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ເປັນຊື່ ຫຼື ປະກອບໃນຊື່ຂອງມູນນິທິ ຕ້ອງໄດ້ຮັບອະນຸຍາດເປັນລາຍລັກອັກສອນຈາກ ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ນັ້ນເສຍກ່ອນ.
ຈຸດປະສົງຂອງມູນນິທິ ຕ້ອງຈະແຈ້ງ ໂດຍບໍ່ຂັດກັບ ລັດຖະທຳມະນູນ, ກົດໝາຍ ແລະ ຮີດຄອງປະເພນີອັນດີງາມຂອງຊາດ, ທ້ອງຖິ່ນ ແລະ ບັນດາເຜົ່າ, ບໍ່ເປັນໄພອັນຕະລາຍຕໍ່ຄວາມໝັ້ນຄົງຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ສິດເສລີພາບຂອງບຸກຄົນອື່ນ.
第ມາດຕາ 8条
第8条 基金会活动范围的确定
基金会的活动范围如下:
1. 在全国范围内活动的基金会,是指经批准设立并在全国范围、某一地区或涵盖两个省以上活动的基金会。
2. 在首都、省范围内活动的基金会,是指经批准设立并在首都、省内部活动的基金会。
3. 在县、市内部活动的基金会。
ພາສາລາວ (老挝语原文)
ມາດຕາ 8 ການກຳນົດຂອບເຂດການເຄືອນໄຫວຂອງມູນນິທິ
ມູນນິທິ ມີຂອບເຂດການເຄືອນໄຫວ ດັ່ງນີ້:
1. ມູນນິທິທີ່ເຄືອນໄຫວໃນຂອບເຂດ ທົ່ວປະເທດ ຊຶ່ງແມ່ນ ມູນນິທິ ທີ່ໄດ້ຮັບອະນຸມັດສ້າງຕັ້ງ ແລະ ເຄືອນໄຫວໃນຂອບເຂດທົ່ວປະເທດ, ພາກໃດໜຶ່ງ ຫຼື ກວມເອົາສອງແຂວງຂຶ້ນໄປ.
2. ມູນນິທິທີ່ເຄືອນໄຫວໃນຂອບເຂດ ນະຄອນຫຼວງ, ແຂວງ ຊຶ່ງແມ່ນ ມູນນິທິ ທີ່ໄດ້ຮັບອະນຸມັດສ້າງຕັ້ງ ແລະ ເຄືອນໄຫວພາຍໃນ ນະຄອນຫຼວງ, ແຂວງ.
3. ເຄືອນໄຫວພາຍໃນ ເມືອງ, ນະຄອນ.
第ມາດຕາ 9条
第9条 申请设立基金会
发起设立基金会的人,必须向党中央组织部提交申请书及相关文件如下:
1. 按照党中央组织部印制的表格提交设立基金会的申请书;
2. 按照党中央组织部印制的表格提交基金会章程草案;
3. 按照党中央组织部印制的表格提交设立基金会的理由和必要性说明;
4. 个人、法人或组织的出资证明以及出资人名单;
5. 按照党中央组织部印制的表格提交简历;
6. 地址证明;
7. 身份证;
8. 户口本;
9. 犯罪记录证明;
10. 财务状况证明;
11. 经乡行政管理委员会认证的基金会办公地点证明;
12. 基金会办公地点位置图;
13. 其他认为必要的文件。
对于根据遗嘱设立的基金会,除上述文件外,还需附上死亡证明和遗嘱的复印件。
ພາສາລາວ (老挝语原文)
ມາດຕາ 9 ການສະເໜີສ້າງຕັ້ງມູນນິທິ
ຜູ້ລິເລີ່ມສ້າງຕັ້ງມູນນິທິ ຕ້ອງຍື່ນໜັງສືສະເໜີ ແລະ ເອກະສານທີ່ກ່ຽວຂ້ອງ ຕໍ່ຄະນະຈັດຕັ້ງສູນກາງພັກ ດັ່ງນີ້:
1. ໜັງສືສະເໜີຂໍສ້າງຕັ້ງມູນນິທິ ຕາມແບບພິມຂອງຄະນະຈັດຕັ້ງສູນກາງພັກ;
2. ຮ່າງກົດລະບຽບຂອງມູນນິທິ ຕາມແບບພິມຂອງຄະນະຈັດຕັ້ງສູນກາງພັກ;
3. ບົດສະເໜີເຫດຜົນ ແລະ ຄວາມຈຳເປັນໃນການສ້າງຕັ້ງມູນນິທິ ຕາມແບບພິມຂອງຄະນະຈັດຕັ້ງສູນກາງພັກ;
4. ໜັງສືຢັ້ງຢືນການປະກອບສ່ວນທຶນ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ພ້ອມທັງລາຍຊື່ເຈົ້າຂອງທຶນ;
5. ຊີວະປະຫວັດ ຕາມແບບພິມຂອງຄະນະຈັດຕັ້ງສູນກາງພັກ;
6. ໃບຢັ້ງຢືນທີ່ຢູ່;
7. ບັດປະຈຳຕົວ;
8. ສຳມະໂນຄົວ;
9. ໃບແຈ້ງໂທດ;
10. ໃບຢັ້ງຢືນຖານະການເງິນ;
11. ໃບຢັ້ງຢືນທີ່ຕັ້ງສຳນັກງານຂອງມູນນິທິ ທີ່ໄດ້ຮັບການຢັ້ງຢືນຈາກຄະນະກຳມະການປົກຄອງຕາແສງ;
12. ແຜນວາດທີ່ຕັ້ງສຳນັກງານຂອງມູນນິທິ;
13. ເອກະສານອື່ນທີ່ເຫັນວ່າມີຄວາມຈຳເປັນ.
ສຳລັບການສ້າງຕັ້ງມູນນິທິ ຕາມພິໄນກຳ ນອກຈາກປະກອບມີເອກະສານຂ້າງເທິງແລ້ວ ຍັງຕ້ອງສຳເນົາເອກະສານຢັ້ງຢືນການເສຍຊີວິດ ແລະ ພິໄນກຳ.
第ມາດຕາ 10条
第10条 审议批准设立基金会
在收到申请书及相关文件齐全、正确后,党中央组织部须在五个工作日内征求公安部、部委、机关、地方行政机关及其他相关部门的意见。
公安部、部委、机关、地方行政机关及其他相关部门须在收到申请书之日起四十五日内研究审议并明确回复意见给党中央组织部。
党中央组织部在收到公安部、部委、机关、地方行政机关及其他相关部门的意见之日起十五日内审议批准设立基金会。
在拒绝设立基金会的情况下,须在五个工作日内书面通知申请人并说明理由。
ພາສາລາວ (老挝语原文)
ມາດຕາ 10 ການພິຈາລະນາອະນຸຍາດສ້າງຕັ້ງມູນນິທິ
ພາຍຫຼັງໄດ້ຮັບຫັງສືສະເຫີ ແລະ ເອກະສານທີ່ກ່ຽວຂ້ອງ ຢ່າງຄົບຖ້ວນ ແລະ ຖືກຕ້ອງ ແລ້ວ ຄະນະຈັດຕັ້ງສູນກາງພັກ ຕ້ອງສະເຫີຫາກະຊວງປ້ອງກັນຄວາມສະຫງົບ, ກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ພາຍໃນເວລາ ຫ້າ ວັນລັດຖະການ.
ກະຊວງປ້ອງກັນຄວາມສະຫງົບ, ກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ຕ້ອງຄົ້ນຄວ້າພິຈາລະນາ ມີຄຳເຫັນແຈ້ງຕອບມາຍັງ ຄະນະຈັດຕັ້ງສູນກາງພັກ ພາຍໃນເວລາ ສີ່ສິບຫ້າວັນ ນັບແຕ່ວັນໄດ້ຮັບຫັງສືສະເຫີເປັນຕົ້ນໄປ.
ຄະນະຈັດຕັ້ງສູນກາງພັກ ພິຈາລະນາອະນຸຍາດການສ້າງຕັ້ງມູນນິທິ ພາຍໃນກຳນົດ ສິບຫ້າວັນ ນັບແຕ່ວັນໄດ້ຮັບຄຳເຫັນຈາກ ກະຊວງປ້ອງກັນຄວາມສະຫງົບ, ກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເປັນຕົ້ນໄປ.
ໃນກໍລະນີ ປະຕິເສດການສ້າງຕັ້ງມູນນິທິ ຕ້ອງແຈ້ງເປັນລາຍລັກອັກສອນ ພ້ອມດ້ວຍເຫດຜົນ ໃຫ້ຜູ້ສະເຫຼີ ພາຍໃນເວລາ ຫ້າ ວັນລັດຖະການ.
第ມາດຕາ 11条
第11条 基金会登记
在基金会获得设立许可后,管理委员会必须向党中央组织部提交基金会登记申请,并附上以下文件:
1. 按照党中央组织部印制的表格提出的登记申请书;
2. 设立许可文件;
3. 章程批准文件;
4. 管理委员会批准文件;
5. 基金会存款账户副本;
6. 向基金会转移资金的证明文件。
党中央组织部必须在收到齐全且正确的文件之日起五个工作日内审议并颁发基金会登记证。
基金会自登记之日起可以开展活动。
基金会登记证有效期为三年,并且可以续期。
ພາສາລາວ (老挝语原文)
ມາດຕາ 11 ການຈົດທະບຽນມູນນິທິ
ພາຍຫຼັງມູນນິທິໄດ້ຮັບການອະນຸຍາດສ້າງຕັ້ງ ຄະນະບໍລິຫານຕ້ອງສະເໜີຈົດທະບຽນມູນນິທິຕໍ່ຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍປະກອບເອກະສານດັ່ງນີ້:
1. ໜັງສືສະເໜີຂໍຈົດທະບຽນ ຕາມແບບພິມຂອງຄະນະຈັດຕັ້ງສູນກາງພັກ;
2. ເອກະສານອະນຸຍາດສ້າງຕັ້ງ;
3. ເອກະສານຮັບຮອງກົດລະບຽບ;
4. ເອກະສານຮັບຮອງຄະນະບໍລິຫານ;
5. ສຳເນົາບັນຊີເງິນຝາກຂອງມູນນິທິ;
6. ເອກະສານຢັ້ງຢືນການໂອນທຶນໃຫ້ມູນນິທິ.
ຄະນະຈັດຕັ້ງສູນກາງພັກ ຕ້ອງພິຈາລະນາອອກໃບທະບຽນມູນນິທິ ພາຍໃນເວລາຫ້າວັນລັດຖະການ ນັບແຕ່ວັນໄດ້ຮັບເອກະສານປະກອບຄົບຖ້ວນ ແລະ ຖືກຕ້ອງ ເປັນຕົ້ນໄປ.
ມູນນິທິ ສາມາດເຄື່ອນໄຫວໄດ້ ນັບແຕ່ວັນທີ່ໄດ້ຮັບການຈົດທະບຽນເປັນຕົ້ນໄປ.
ໃບທະບຽນມູນນິທິ ມີອາຍຸການນຳໃຊ້ ສາມປີ ແລະ ສາມາດຕໍ່ອາຍຸໄດ້.
第ມາດຕາ 12条
第12条 基金会的印章和标志
依照本法令合法批准设立的基金会拥有自己的印章,用于基金会工作活动,须经公安部许可。至于基金会的印章样式、尺寸、内容和印油颜色,按照印章相关规定执行。基金会拥有自己的特定标志,须经党中央组织部许可。
ພາສາລາວ (老挝语原文)
ມາດຕາ 12 ຕາປະທັບ ແລະ ສັນຍາລັກ ຂອງມູນນິທິ
ມູນນິທິ ທີ່ໄດ້ຮັບການອະນຸຍາດສ້າງຕັ້ງຢ່າງຖືກຕ້ອງຕາມດຳລັດສະບັບນີ້ ມີຕາປະທັບເປັນຂອງຕົນ ເພື່ອນຳໃຊ້ໃນການເຄື່ອນໄຫວວຽກງານມູນນິທິ ໂດຍໄດ້ຮັບອະນຸຍາດຈາກກະຊວງປ້ອງກັນຄວາມສະຫງົບ.
ສຳລັບ ຮູບແບບ, ຂະໜາດ, ເນື້ອໃນ ແລະ ສີນ້ຳມຶກຕາປະທັບ ມູນນິທິ ໃຫ້ປະຕິບັດຕາມທີ່ໄດ້ກຳນົດໄວ້ໃນລະບຽບການກ່ຽວກັບຕາປະທັບ.
ມູນນິທິ ມີເຄື່ອງໝາຍສັນຍາລັກສະເພາະຂອງຕົນ ໂດຍໄດ້ຮັບອະນຸຍາດຈາກ ຄະນະຈັດຕັ້ງສູນກາງພັກ.
本页展示前 12 条,全文共 42 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读