协会令

ດຳລັດວ່າດ້ວຍ ສະມາຄົມ

Association Order

简介

该法规调整老挝境内协会的设立与运作,核心内容为定义非营利、自愿等概念,明确协会类型、活动原则及国家鼓励政策。

Summary

This regulation regulates the establishment and operation of associations in Laos, with core content defining non-profit and voluntary concepts, specifying association types, activity principles, and state encouragement policies.

ບົດສະຫຼຸບ

ກົດໝາຍສະບັບນີ້ຄຸ້ມຄອງການສ້າງຕັ້ງ ແລະ ການດຳເນີນງານຂອງສະມາຄົມໃນລາວ, ເນື້ອໃນຫຼັກແມ່ນກຳນົດຄວາມໝາຍຂອງການບໍ່ຫາກຳໄລ ແລະ ຄວາມສະໝັກໃຈ, ຊະນິດຂອງສະມາຄົມ, ຫຼັກການດຳເນີນກິດຈະກຳ ແລະ ນະໂຍບາຍສົ່ງເສີມຂອງລັດ.

条文

第ມາດຕາ 1条

第2条 协会
协会是具有法人资格的社会组织,由会员自愿共同设立,定期开展活动,不以营利为目的,相互帮助,保护协会、协会会员或社区的合法权益。

ພາສາລາວ (老挝语原文)

ມາດຕາ 2 ສະມາຄົມ
ສະມາຄົມ ແມ່ນ ການຈັດຕັ້ງສັງຄົມ ມີຖານະນິຕິບຸກຄົນ, ມີສະມາຊິກຮ່ວມກັນສ້າງຕັ້ງຂຶ້ນດ້ວຍຄວາມສະຫຼັກໃຈ, ເຄື່ອນໄຫວເປັນປະຈຳ, ບໍ່ຫວັງຜົນກຳໄລ, ຊ່ວຍເຫຼືອເຊິງກັນ ແລະ ກັນ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຄົມ, ສະມາຊິກສະມາຄົມ ຫຼື ຊຸມຊົນ.

第ມາດຕາ 2条

第2条 词语解释
本法令中使用的词语具有以下含义:
1. “非营利”指协会活动所得的资金、资产、收入,在扣除管理费用后,剩余部分不进行分配,不用于个人利益,而是按照协会章程规定的目的使用;
2. “社区”指居住在特定区域内的公民,具有相似特点,相互联系,相互依赖;
3. “协会资产”指土地、建筑物、车辆、办公设备以及其他通过购买、出资、捐赠、个人、法人或国内外组织的援助或国家移交而获得的财产;
4. “自愿”指根据个人意愿和愿望参与任何社会组织,不受任何强迫;
5. “资金”指金钱和资产;
6. “资金捐赠”指个人、法人或组织依法依规向协会牺牲、转移资金;
7. “资金筹集”指通过举办论坛、会议、活动或其他活动,使个人、法人和组织向协会捐赠、支持资金;
8. “国际组织”指联合国网络内的国际组织、政府间国际组织、非政府国际组织(国际非政府组织);
9. “协会登记证”指由党中央组织部颁发的证明文件,确认协会的法人地位和活动。

ພາສາລາວ (老挝语原文)

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບ ທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ບໍ່ຫວັງຜົນກຳໄລ ໝາຍເຖິງ ທຶນ, ຊັບສິນ, ລາຍຮັບ ທີ່ໄດ້ມາຈາກການເຄື່ອນໄຫວຂອງສະມາຄົມ ພາຍຫຼັງຫັກຄ່າໃຊ້ຈ່າຍບໍລິຫານອອກແລ້ວ ສ່ວນທີ່ເຫຼືອບໍ່ໄດ້ນຳມາແບ່ງປັນກັນ, ບໍ່ສວຍໃຊ້ເພື່ອຜົນປະໂຫຍດສ່ວນຕົວ ແຕ່ນຳໃຊ້ຕາມຈຸດປະສົງທີ່ໄດ້ກຳນົດໃນກົດລະບຽບຂອງສະມາຄົມ;
2. ຊຸມຊົນ ໝາຍເຖິງ ພົນລະເມືອງ ທີ່ດຳລົງຊີວິດຢູ່ໃນພື້ນທີ່ໃດໜຶ່ງທີ່ແນ່ນອນ ມີຈຸດພິເສດຄ້າຍຄືກັນ, ຜູກພັນກັນ, ເພິ່ງພາອາໄສເຊິ່ງກັນ ແລະ ກັນ;
3. ຊັບສິນຂອງສະມາຄົມ ໝາຍເຖິງ ທີ່ດິນ, ຕຶກ, ອາຄານ, ພາຫະນະ, ອຸປະກອນຮັບໃຊ້ຫ້ອງການ ແລະ ຊັບສິນອື່ນ ຊຶ່ງໄດ້ມາຈາກ ການຊື້, ການປະກອບສ່ວນ, ການບໍລິຈາກ, ການຊ່ວຍເຫຼືອລ້າ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ຫຼື ລັດມອບໃຫ້;
4. ຕື່ນຕົວສະໝັກໃຈ ໝາຍເຖິງ ການເຂົ້າຮ່ວມການຈັດຕັ້ງສັງຄົມໃດໜຶ່ງ ຕາມເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງແຕ່ລະຄົນ ແລະ ປາສະຈາກການບັງຄັບໃດໆ;
5. ທຶນ ໝາຍເຖິງ ເງິນ ແລະ ຊັບສິນ;
6. ການບໍລິຈາກທຶນ ໝາຍເຖິງ ການເສຍສະຫຼະ, ການມອບໂອນທຶນຂອງ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ໃຫ້ແກ່ສະມາຄົມ;
7. ການລະດົມທຶນ ໝາຍເຖິງ ການຈັດເວທີ, ກອງປະຊຸມ, ການຈັດງານ ຫຼື ການເຄື່ອນໄຫວກິດຈະກຳອື່ນ ເພື່ອໃຫ້ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ບໍລິຈາກ, ສະໜັບສະໜູນທຶນ ໃຫ້ແກ່ສະມາຄົມ;
8. ອົງການຈັດຕັ້ງສາກົນ ໝາຍເຖິງ ອົງການຈັດຕັ້ງສາກົນທີ່ເປັນເຄືອຂ່າຍຂອງອົງການສະຫະປະຊາຊາດ, ອົງການຈັດຕັ້ງສາກົນລະຫວ່າງລັດຖະບານ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ (ອົງການເອກະຊົນສາກົນ);
9. ໃບທະບຽນສະມາຄົມ ໝາຍເຖິງ ເອກະສານຢັ້ງຢືນ, ຮັບຮອງຖານະນິຕິບຸກຄົນ ແລະ ການເຄື່ອນໄຫວຂອງສະມາຄົມ ທີ່ຄະນະຈັດຕັ້ງສູນກາງພັກ ອອກໃຫ້.

第ມາດຕາ 3条

第3条 国家关于协会工作的政策

国家鼓励个人、法人和组织设立协会并有效、高效地运作,且符合方针政策、法律和法规。

国家促进协会与国际组织在筹集和接受来自国内外个人、法人和组织的合法捐赠方面进行合作,该捐赠须符合法律、法规和协会章程。

ພາສາລາວ (老挝语原文)

ມາດຕາ 3 ນະໂຍບາຍຂອງລັດກ່ຽວກັບວຽກງານສະມາຄົມ

ລັດ ຊຸກຍູ້ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ສ້າງຕັ້ງສະມາຄົມ ແລະ ເຄື່ອນໄຫວ ຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ສອດຄ່ອງກັບແນວທາງນະໂຍບາຍ, ກົດໝາຍ ແລະ ລະບຽບການ.

ລັດ ສົ່ງເສີມ ໃຫ້ສະມາຄົມ ພົວພັນ ຮ່ວມມື ກັບ ອົງການຈັດຕັ້ງສາກົນ ໃນການຂົນຂວາຍ ແລະ ຮັບເອົາ ການບໍລິຈາກທຶນ ຈາກບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ຖືກຕ້ອງຕາມ ກົດໝາຍ, ລະບຽບການ ແລະ ກົດລະບຽບຂອງສະມາຄົມ.

第ມາດຕາ 4条

第4条 协会工作原则
协会工作活动应遵循以下原则:
1. 符合国家方针政策、法律、部门战略规划、国家经济社会发展计划;
2. 在全国范围内实行集中统一管理;
3. 符合经批准的目的、目标和范围;
4. 确保平等、正确、透明、公正、公开和可核查;
5. 自愿出资设立协会;
6. 财务自主、非营利运作。

ພາສາລາວ (老挝语原文)

ມາດຕາ 4 ຫຼັກການກ່ຽວກັບວຽກງານສະມາຄົມ
ການເຄື່ອນໄຫວວຽກງານສະມາຄົມ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບ ແນວທາງນະໂຍບາຍ, ກົດໝາຍ, ແຜນຍຸດທະສາດຂອງຂະແໜງການ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ;
2. ຄຸ້ມຄອງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
3. ຖືກຕ້ອງຕາມ ຈຸດປະສົງ, ເປົ້າໝາຍ ແລະ ຂອບເຂດ ທີ່ໄດ້ຮັບການອະນຸຍາດ;
4. ຮັບປະກັນຄວາມ ສະເໝີພາບ, ຖືກຕ້ອງ, ໂປ່ງໃສ, ຍຸຕິທຳ, ເປີດເຜີຍ ແລະ ສາມາດກວດສອບໄດ້;
5. ຕື່ນຕົວສະໝັກໃຈປະກອບທຶນ ເພື່ອສ້າງຕັ້ງສະມາຄົມ;
6. ເຄື່ອນໄຫວຄຸ້ມຕົນເອງທາງດ້ານການເງິນ ແລະ ບໍ່ຫວັງຜົນກຳໄລ.

第ມາດຕາ 5条

第5条 适用范围
本令适用于在老挝人民民主共和国境内从事和涉及协会工作的个人、法人和其他组织。

ພາສາລາວ (老挝语原文)

ມາດຕາ 5 ຂອບເຂດການນຳໃຊ້
ດຳລັດສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວ ແລະ ພົວພັນ ກັບ ວຽກງານ ສະມາຄົມ ຢູ່ ສປປ ລາວ.

第ມາດຕາ 6条

第6条 协会类型
在老挝人民民主共和国的协会类型如下:
1. 经济类协会;
2. 职业、技术技能和发明创造类协会;
3. 社会救助和社会发展类协会。

ພາສາລາວ (老挝语原文)

ມາດຕາ 6 ປະເພດສະມາຄົມ
ປະເພດສະມາຄົມ ຢູ່ ສປປ ລາວ ມີດັ່ງນີ້:
1. ສະມາຄົມດ້ານເສດຖະກິດ;
2. ສະມາຄົມດ້ານວິຊາຊີບ, ເຕັກນິກວິຊາການ ແລະ ການປະດິດຄິດແຕ່ງ;
3. ສະມາຄົມດ້ານສັງຄົມສົງເຄາະ ແລະ ພັດທະນາສັງຄົມ.

第ມາດຕາ 7条

第7条 经济协会
经济协会是促进商业经营的组织,由依法正确注册并获准经营生产、贸易和服务的企业以及自愿积极参与的个人作为成员组成。

ພາສາລາວ (老挝语原文)

ມາດຕາ 7 ສະມາຄົມດ້ານເສດຖະກິດ
ສະມາຄົມດ້ານເສດຖະກິດ ແມ່ນ ການຈັດຕັ້ງ ທີ່ເຄື່ອນໄຫວສົ່ງເສີມການດຳເນີນທຸລະກິດ ຊຶ່ງປະກອບມີ ຫົວໜ່ວຍທຸລະກິດ ທີ່ໄດ້ຮັບການຂຶ້ນທະບຽນວິສາຫະກິດ ແລະ ໄດ້ຮັບອະນຸຍາດດຳເນີນທຸລະກິດ ການຜະລິດ, ການຄ້າ ແລະ ການບໍລິການ ຢ່າງຖືກຕ້ອງຕາມກົດໝາຍ ແລະ ບຸກຄົນ ທີ່ຕື່ນຕົວສະໝັກໃຈ ເປັນສະມາຊິກ.

第ມາດຕາ 8条

第8条 职业、技术技能和创作协会
职业、技术技能和创作协会是促进职业、技术技能和创作的活动组织,其成员为具有职业、知识、技术技能能力和一定天赋的积极自愿者。

ພາສາລາວ (老挝语原文)

ມາດຕາ 8 ສະມາຄົມດ້ານວິຊາຊີບ, ເຕັກນິກວິຊາການ ແລະ ການປະດິດຄິດແຕ່ງ
ສະມາຄົມດ້ານວິຊາຊີບ, ເຕັກນິກວິຊາການ ແລະ ການປະດິດຄິດແຕ່ງ ແມ່ນ ການຈັດຕັ້ງ ທີ່ເຄື່ອນໄຫວສົ່ງເສີມການປະກອບອາຊີບ, ເຕັກນິກວິຊາການ ແລະ ການປະດິດຄິດແຕ່ງ ຊຶ່ງມີຜູ້ມີວິຊາຊີບ, ມີຄວາມຮູ້, ຄວາມສາມາດດ້ານເຕັກນິກວິຊາການ ແລະ ຜູ້ມີພອນສະຫວັນ ໃດໜຶ່ງທີ່ແນ່ນອນ ທີ່ຕື່ນຕົວສະຫັກໃຈ ເປັນສະມາຊິກ.

第ມາດຕາ 9条

第9条 社会救济与发展协会
社会救济与发展协会是为提供人道主义援助、受害者、灾害、救援、发展、社会救助、互助及其他活动而运作的组织,由具有人道主义精神和牺牲精神的人自愿贡献资金、物资、智力、劳动力而不求回报,积极自愿成为会员。

ພາສາລາວ (老挝语原文)

ມາດຕາ 9 ສະມາຄົມດ້ານສັງຄົມສົງເຄາະ ແລະ ພັດທະນາສັງຄົມ
ສະມາຄົມດ້ານສັງຄົມສົງເຄາະ ແລະ ພັດທະນາສັງຄົມ ແມ່ນ ການຈັດຕັ້ງທີ່ເຄື່ອນໄຫວໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳ, ຜູ້ຖືກເຄາະຮ້າຍ, ໄພພິບັດ, ກູ້ໄພ, ການພັດທະນາ, ຊ່ວຍເຫຼືອສັງຄົມ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ອື່ນໆ ຊຶ່ງມີຜູ້ມີໃຈມະນຸດສະທຳ ແລະ ເສຍສະຫຼະ ປະກອບສ່ວນທຶນ, ວັດຖຸ, ສະຕິປັນຍາ, ເຫື່ອແຮງ ໂດຍບໍ່ຫວັງຜົນຕອບແທນ ທີ່ຕື່ນຕົວສະໝັກໃຈ ເປັນສະມາຊິກ.

第ມາດຕາ 10条

第10条 协会的活动范围
协会的活动范围如下:
1. 协会在全国范围内活动;
2. 协会在首都、省范围内活动;
3. 协会在县、市范围内活动。

ພາສາລາວ (老挝语原文)

ມາດຕາ 10 ຂອບເຂດການເຄື່ອນໄຫວຂອງສະມາຄົມ
ສະມາຄົມ ມີຂອບເຂດການເຄື່ອນໄຫວ ດັ່ງນີ້:
1. ສະມາຄົມເຄື່ອນໄຫວໃນຂອບເຂດ ທົ່ວປະເທດ;
2. ສະມາຄົມເຄື່ອນໄຫວໃນຂອບເຂດ ນະຄອນຫຼວງ, ແຂວງ;
3. ສະມາຄົມເຄື່ອນໄຫວໃນຂອບເຂດ ເມືອງ, ນະຄອນ.

第ມາດຕາ 11条

第11条 在全国范围内活动的协会
在全国范围内活动的协会是指经批准设立并在全国范围、某一地区或覆盖两个以上省份活动的协会。

ພາສາລາວ (老挝语原文)

ມາດຕາ 11 ສະມາຄົມທີ່ເຄື່ອນໄຫວໃນຂອບເຂດທົ່ວປະເທດ
ສະມາຄົມທີ່ເຄື່ອນໄຫວໃນຂອບເຂດທົ່ວປະເທດ ແມ່ນ ສະມາຄົມທີ່ໄດ້ຮັບອະນຸຍາດສ້າງຕັ້ງ ແລະ ເຄື່ອນໄຫວໃນຂອບເຂດທົ່ວປະເທດ, ພາກໃດໜຶ່ງ ຫຼື ກວມເອົາສອງແຂວງຂຶ້ນໄປ.

第ມາດຕາ 12条

第12条 在首都、省范围内活动的协会
在首都、省范围内活动的协会是指经批准在首都、省范围内设立和活动的协会。

ພາສາລາວ (老挝语原文)

ມາດຕາ 12 ສະມາຄົມທີເຄືອນໄຫວໃນຂອບເຂດ ນະຄອນຫຼວງ, ແຂວງ
ສະມາຄົມທີເຄືອນໄຫວໃນຂອບເຂດ ນະຄອນຫຼວງ, ແຂວງ ແມ່ນ ສະມາຄົມ ທີໄດ້ຮັບອະນຸຍາດສ້າງຕັ້ງ ແລະ ເຄືອນໄຫວພາຍໃນ ນະຄອນຫຼວງ, ແຂວງ.

本页展示前 12 条,全文共 61 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译