印章令
ດຳລັດວ່າດ້ວຍ ຕາປະທັບ
Seal Order
简介
该法规调整老挝各类组织印章的管理与使用,核心内容包括印章定义、形式、颜色分类及使用原则。
Summary
This regulation governs the management and use of seals of various organizations in Laos, with core content including seal definition, form, color classification, and usage principles.
ບົດສະຫຼຸບ
ລະບຽບການສະບັບນີ້ກຳນົດການຄຸ້ມຄອງ ແລະ ການນຳໃຊ້ຕົ້ນສັນຍາລັກຂອງອົງກອນຕ່າງໆໃນ ສປປ ລາວ, ເນື້ອໃນຫຼັກລວມມີຄຳນິຍາມຂອງຕົ້ນສັນຍາລັກ, ຮູບແບບ, ການຈຳແນກສີ ແລະ ຫຼັກການນຳໃຊ້.
条文
第ມາດຕາ 1条
第2条 印章
印章是某一组织的特殊工具,当加盖在文件上后,表明在老挝人民民主共和国境内依法设立并履行职责的国家组织、社会组织、经济组织、宗教组织和国际组织的权力、权利和义务,并证明文件的法律价值。
ພາສາລາວ (老挝语原文)
ມາດຕາ 2 ຕາປະທັບ
ຕາປະທັບ ແມ່ນເຄື່ອງມືພິເສດ ຂອງອົງການຈັດຕັ້ງໃດໜຶ່ງ ເມື່ອປະທັບໃສ່ເອກະສານແລ້ວ ສະແດງເຖິງອຳນາດ, ສິດ ແລະ ໜ້າທີ່ ຂອງອົງການຈັດຕັ້ງລັດ, ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງເສດຖະກິດ, ອົງການຈັດຕັ້ງສາສະໜາ ແລະ ອົງການຈັດຕັ້ງສາກົນ ທີ່ປະຕິບັດໜ້າທີ່ ຢູ່ ສປປ ລາວ ທີ່ກົດໝາຍກຳນົດ ແລະ ຢັ້ງຢືນຄຸນຄ່າທາງດ້ານກົດໝາຍ ຂອງເອກະສານ.
第ມາດຕາ 2条
第2条 词语解释
本法令中使用的词语具有以下含义:
1. 湿印章 指使用墨水盖印在文件上,盖章后可见印章的信息和内容;
2. 干印章或凸印 指不使用墨水盖章,盖章后印章的信息和内容凸起可见;
3. 小印章 指与原单位印章内容相同但尺寸较小的湿印章或干印章;
4. 国家组织 指国会、国家主席、政府、人民议会及地方行政机关、人民法院、各级人民检察院、驻外使馆和领事馆;
5. 经济组织 指国有企业、私营企业或国有资本占百分之十五以上的混合企业、企业集团、企业联合会、企业协会、商会和合作社;
6. 社会组织 指联合会、联盟、俱乐部、协会和基金会;
7. 宗教组织 指以宗教信仰和教义为核心并建立内部体系,使信徒能够持续实践并具有组织形式的团体或组织,例如:老挝佛教联合会、基督教组织及其他宗教组织;
8. 刻制印章 指按照本法令规定的样式,由各部门提出申请批准后制作印章;
9. 登记 指记录收集关于印章样式、尺寸和内容的信息。
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບ ທີ່ໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຕາປະທັບປຽກ ໝາຍເຖິງ ຕາປະທັບ ທີ່ໃຊ້ນໍ້າມຶກ ເພື່ອຈຳລົງໃນເອກະສານ ເມື່ອຈຳແລ້ວ ຈະເຫັນຂໍ້ມູນ ແລະ ເນື້ອໃນ ຂອງຕາປະທັບ;
2. ຕາປະທັບແຫ້ງ ຫຼື ໂນນ ໝາຍເຖິງ ຕາປະທັບ ທີ່ບໍ່ນຳໃຊ້ນໍ້າມຶກ ເພື່ອຈຳ ຫຼັງຈາກຈຳລົງເອກະສານແລ້ວ ຂໍ້ມູນ ແລະ ເນື້ອໃນ ຂອງຕາປະທັບຈະໂນນອອກມາໃຫ້ເຫັນ;
3. ຕາປະທັບນ້ອຍ ໝາຍເຖິງ ຕາປະທັບປຽກ ຫຼື ຕາປະທັບແຫ້ງ ທີ່ມີເນື້ອໃນດຽວກັນກັບຕາປະທັບຂອງໜ່ວຍງານເດີມ ແຕ່ມີຂະໜາດນ້ອຍກວ່າ;
4. ອົງການຈັດຕັ້ງລັດ ໝາຍເຖິງ ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ສະພາປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນ, ສານປະຊາຊົນ, ອົງການໄອຍະການປະຊາຊົນ ຂັ້ນຕ່າງໆ, ສະຖານທູດ ແລະ ສະຖານກົງສູນ ປະຈຳຢູ່ຕ່າງປະເທດ;
5. ອົງການຈັດຕັ້ງເສດຖະກິດ ໝາຍເຖິງ ວິສາຫະກິດຂອງລັດ, ວິສາຫະກິດສ່ວນບຸກຄົນ ຫຼື ວິສາຫະກິດປະສົມ ທີ່ມີທຶນຂອງລັດ ສິບຫ້າສ່ວນຮ້ອຍຂຶ້ນໄປ, ກຸ່ມທຸລະກິດ, ສະຫະພັນທຸລະກິດ, ສະມາຄົມທຸລະກິດ, ສະມາຄົມຊາວຄ້າຂາຍ ແລະ ສະຫະກອນ;
6. ອົງການຈັດຕັ້ງສັງຄົມ ໝາຍເຖິງ ສະຫະສະມາຄົມ, ສະຫະພັນ, ສະໂມສອນ, ສະມາຄົມ ແລະ ມູນນິທິ;
7. ອົງການຈັດຕັ້ງສາສະໜາ ໝາຍເຖິງ ກຸ່ມ ຫຼື ອົງການ ທີ່ຖືເອົາຄວາມເຊື່ອ ແລະ ຄຳສອນຂອງສາສະໜາເປັນຫຼັກ ແລະ ຈັດລະບົບພາຍໃນອົງກອນ ເພື່ອເຮັດໃຫ້ຜູ້ທີ່ເຊື່ອຖື ສາມາດປະຕິບັດໄດ້ຢ່າງຕໍ່ເນື່ອງ ແລະ ມີຄວາມສຳພັນໃນຮູບແບບອົງການ ເຊັ່ນ: ອົງການພຸດທະສາສະໜາສຳພັນລາວ, ອົງການສາສະໜາຄຣິດຕຽນ ແລະ ອົງການຈັດຕັ້ງສາສະໜາອື່ນໆ;
8. ການຄວັດຕາປະທັບ ໝາຍເຖິງ ການຜະລິດຕາປະທັບ ຕາມຮູບແບບທີ່ກຳນົດໃນດຳລັດສະບັບນີ້ ທີ່ພາກສ່ວນຕ່າງໆ ໄດ້ນຳສະເໜີຂໍອະນຸມັດ;
9. ການຂຶ້ນທະບຽນ ໝາຍເຖິງ ການບັນທຶກເກັບກຳຂໍ້ມູນ ກ່ຽວກັບຮູບແບບ, ຂະໜາດ ແລະ ເນື້ອໃນ ຕາປະທັບ.
第ມາດຕາ 3条
第4条 印章管理和使用原则
印章的管理和使用应遵循以下原则:
1. 符合路线、政策、宪法、法律和法规;
2. 符合该部门、机关或组织的政治任务、定位、职责、权利和义务;
3. 在全国范围内集中统一;
4. 公开、透明、公正和可核查。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການຄຸ້ມຄອງ ແລະ ນຳໃຊ້ຕາປະທັບ
ການຄຸ້ມຄອງ ແລະ ນຳໃຊ້ຕາປະທັບ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບແນວທາງ, ນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການ;
2. ສອດຄ່ອງກັບໜ້າທີ່ການເມືອງ, ທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຂະແໜງການ, ອົງການ ຫຼື ການຈັດຕັ້ງນັ້ນ;
3. ລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ;
4. ເປີດເຜີຍ, ໂປ່ງໃສ, ຍຸຕິທຳ ແລະ ກວດສອບໄດ້.
第ມາດຕາ 4条
第4条 适用范围
本令适用于在老挝人民民主共和国执行职务的国家组织、社会组织、经济组织、宗教组织、大使馆、领事馆和国际组织。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້
ດຳລັດສະບັບນີ້ ນຳໃຊ້ສຳລັບ ອົງການຈັດຕັ້ງລັດ, ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງເສດຖະກິດ, ອົງການຈັດຕັ້ງສາສະໜາ, ສະຖານທູດ, ກົງສຸນປະຈຳຢູ່ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ທີ່ປະຕິບັດໜ້າທີ່ ຢູ່ ສປປ ລາວ.
第ມາດຕາ 5条
第5条 印章形式
印章有两种形式如下:
1. 圆形印章为国家组织、社会组织及宗教组织的印章;
2. 八角形印章为经济组织的印章。
ພາສາລາວ (老挝语原文)
ມາດຕາ 5 ຮູບແບບຕາປະທັບ
ຕາປະທັບ ປະກອບມີ ສອງ ຮູບແບບ ດັງນີ້:
1. ຕາມົນ ແມ່ນຕາປະທັບ ຂອງອົງການຈັດຕັ້ງລັດ, ອົງການຈັດຕັ້ງສັງຄົມ ແລະ ອົງການຈັດຕັ້ງສາສະໜາ;
2. ຕາແປດລ່ຽມມົນທົນ ແມ່ນຕາປະທັບຂອງອົງການຈັດຕັ້ງເສດຖະກິດ.
第ມາດຕາ 6条
第6条 印章印油的颜色
印章印油有两种颜色如下:
1. 红色印油用于国家机关组织;
2. 蓝色印油用于社会组织、经济组织、宗教组织和常驻老挝人民民主共和国的国际组织。
ພາສາລາວ (老挝语原文)
ມາດຕາ 6 ສີນ້ຳມຶກຂອງຕາປະທັບ
ນ້ຳມຶກຂອງຕາປະທັບ ມີ ສອງສີ ດັ່ງນີ້:
1. ນ້ຳມຶກສີແດງ ນຳໃຊ້ສຳລັບອົງການຈັດຕັ້ງຂອງລັດ;
2. ນ້ຳມຶກສີຟ້າ ນຳໃຊ້ສຳລັບ ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງເສດຖະກິດ, ອົງການຈັດຕັ້ງສາສະໜາ ແລະ ອົງການຈັດຕັ້ງສາກົນ ທີ່ປະຈຳຢູ່ ສປປ ລາວ.
第ມາດຕາ 7条
第7条(修订)国家组织印章的尺寸和内容
国家组织印章的尺寸和内容如下:
1. 国家主席印章直径4.2厘米;
2. 国会主席印章直径4.0厘米;
3. 政府总理印章直径4.0厘米。
本条第一、二、三款规定的印章内容如下:
- 外圈上方:老挝人民民主共和国,以五角星间隔;
- 外圈下方:职务名称;
- 印章中心:国徽。
4. 总理府办公厅、各部及政府机构架构内隶属的各部同级国家机关的印章直径3.8厘米,内容如下:
- 外圈上方:老挝人民民主共和国政府名称,以五角星间隔;
- 外圈下方:本机关名称;
- 印章中心:国徽。
5. 国会常务委员会、国会各委员会、主席府、政府设立的国家委员会、省级人民委员会、老挝驻外使馆和领事馆、部及部级机关的印章直径3.0厘米,内容如下:
- 外圈上方:本组织所属的机关或组织名称,以五角星间隔;
- 外圈下方:本机关名称;
- 印章中心:国徽。
对于最高人民法院、最高人民检察院、省级人民议会、地区人民法院、地区人民检察院及地区审计机关的印章,依照相关法律和规定执行。
6. 办公室、司、同级司级技术单位、国会选区办公室、省级人民法院、省级人民检察院、区人民法院、区人民检察院及县级人民委员会的印章直径3.6厘米,内容如下:
- 外圈上方:本组织所属的机关名称,以五角星间隔;
- 外圈下方:本机关名称;
- 印章中心:国徽。
7. 部及部级国家机关在首都、省的垂直部门的印章直径3.5厘米,内容如下:
- 外圈上方:本组织所属的部、部级国家机关名称,以五角星间隔;
- 外圈下方:首都、省名称;
- 印章中心:本机关名称。
8. 首都、省办公厅及同级机关、首都、省所属的部门管理办公室和职业学校的印章直径3.5厘米,内容如下:
- 外圈上方:本组织所属的首都、省名称;
- 外圈下方:放置五角星;
- 印章中心:本机关名称。
9. 县、市办公厅、县、市的部门管理办公室、同级国家机关、县、市所属的职业学校及乡级人民委员会的印章直径3.5厘米,内容如下:
- 外圈上方:本机关所属的首都、省名称,以五角星间隔;
- 外圈下方:县、市名称;
- 印章中心:本机关名称。
10. 依法合法设立的项目或其他组织,如有必要使用印章,应使用直径3.5厘米的圆形印章,内容如下:
- 外圈上方:有权批准设立的国家组织名称或直接管理的国家组织名称,以五角星间隔;
- 外圈下方:该组织或项目办公室所在的首都、省、县、市或乡名称;
- 印章中心:本项目或组织名称。
ພາສາລາວ (老挝语原文)
ມາດຕາ 7 (ປັບປຸງ) ຂະໜາດ ແລະ ເນື້ອໃນຕາປະທັບ ຂອງອົງການຈັດຕັ້ງລັດ
ຂະໜາດ ແລະ ເນື້ອໃນຕາປະທັບ ຂອງອົງການຈັດຕັ້ງລັດ ມີດັ່ງນີ້:
1. ຕາປະທັບ ຂອງປະທານປະເທດ ມີເສັ້ນຜ່າສູນກາງ 4.2 ຊັງຕີແມັດ;
2. ຕາປະທັບ ຂອງປະທານສະພາແຫ່ງຊາດ ມີເສັ້ນຜ່າສູນກາງ 4.0 ຊັງຕີແມັດ;
3. ຕາປະທັບ ຂອງນາຍົກລັດຖະມົນຕີ ມີເສັ້ນຜ່າສູນກາງ 4.0 ຊັງຕີແມັດ.
ເນື້ອໃນຕາປະທັບທີ່ໄດ້ກຳນົດໄວ້ໃນຂໍ້ 1, 2 ແລະ 3 ຂອງມາດຕານີ້ ມີດັ່ງນີ້:
- ວົງນອກເບື້ອງເທິງ: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂັ້ນດ້ວຍຮູບດາວ 5 ແຈ;
- ວົງນອກເບື້ອງລຸ່ມ: ຊື່ ຕຳແໜ່ງ;
- ໃຈກາງຕາປະທັບ: ເຄື່ອງໝາຍຊາດ.
4. ຕາປະທັບ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ບັນດາກະຊວງ ແລະ ອົງການລັດທຽບເທົ່າກະຊວງ ທີ່ສັງກັດຢູ່ໃນໂຄງປະກອບກົງຈັກຂອງລັດຖະບານ, ມີເສັ້ນຜ່າສູນກາງ 3.8 ຊັງຕີແມັດ ແລະ ມີເນື້ອໃນ ດັ່ງນີ້:
- ວົງນອກເບື້ອງເທິງ: ຊື່ ລັດຖະບານ ແຫ່ງ ສປປ ລາວ, ຂັ້ນດ້ວຍຮູບດາວ 5 ແຈ;
- ວົງນອກເບື້ອງລຸ່ມ: ຊື່ ອົງການຕົນ;
- ໃຈກາງຕາປະທັບ: ເຄື່ອງໝາຍຊາດ.
5. ຕາປະທັບ ຂອງຄະນະປະຈຳສະພາແຫ່ງຊາດ, ກຳມະທິການຂອງສະພາແຫ່ງຊາດ, ຫ້ອງວ່າການປະທານປະເທດ, ຄະນະກຳມະການແຫ່ງຊາດ ທີ່ລັດຖະບານສ້າງຕັ້ງຂຶ້ນ, ຄະນະກຳມະການປົກຄອງຂັ້ນແຂວງ, ສຳນັກງານການທູດ, ກົງສຸນ ສປປ ລາວ ຢູ່ຕ່າງປະເທດ, ທະບວງ, ອົງການລັດທຽບເທົ່າທະບວງ ມີເສັ້ນຜ່າສູນກາງ 3.0 ຊັງຕີແມັດ ແລະ ມີເນື້ອໃນ ດັ່ງນີ້:
- ວົງນອກເບື້ອງເທິງ: ຊື່ ອົງການ ຫຼື ອົງການທີ່ການຈັດຕັ້ງຂອງຕົນຂຶ້ນກັບ, ຂັ້ນດ້ວຍຮູບດາວ 5 ແຈ;
- ວົງນອກເບື້ອງລຸ່ມ: ຊື່ ອົງການຕົນ;
- ໃຈກາງຕາປະທັບ: ເຄື່ອງໝາຍຊາດ.
ສຳລັບຕາປະທັບຂອງສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສະພາປະຊາຊົນຂັ້ນແຂວງ, ສານປະຊາຊົນພາກ, ອົງການໄອຍະການປະຊາຊົນພາກ ແລະ ອົງການກວດສອບປະຈຳພາກ ແມ່ນໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
6. ຕາປະທັບ ຂອງຫ້ອງການ, ກົມ, ຫົວໜ່ວຍວິຊາການທຽບເທົ່າກົມ, ຫ້ອງການສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ສານປະຊາຊົນຂັ້ນແຂວງ, ອົງການໄອຍະການປະຊາຊົນຂັ້ນແຂວງ, ສານປະຊາຊົນເຂດ, ອົງການໄອຍະການປະຊາຊົນເຂດ ແລະ ຄະນະກຳມະການປົກຄອງຂັ້ນເມືອງ ມີເສັ້ນຜ່າສູນກາງ 3.6 ຊັງຕີແມັດ ແລະ ມີເນື້ອໃນ ດັ່ງນີ້:
- ວົງນອກເບື້ອງເທິງ: ຊື່ ອົງການທີ່ການຈັດຕັ້ງຂອງຕົນຂຶ້ນກັບ, ຂັ້ນດ້ວຍຮູບດາວ 5 ແຈ;
- ວົງນອກເບື້ອງລຸ່ມ: ຊື່ ອົງການຕົນ;
- ໃຈກາງຕາປະທັບ: ເຄື່ອງໝາຍຊາດ.
7. ຕາປະທັບ ຂອງພະແນກການສາຍຕັ້ງຂອງກະຊວງ, ອົງການລັດທຽບເທົ່າກະຊວງ ທີ່ຢູ່ນະຄອນຫຼວງ, ແຂວງ ມີເສັ້ນຜ່າສູນກາງ 3.5 ຊັງຕີແມັດ ແລະ ມີເນື້ອໃນ ດັ່ງນີ້:
- ວົງນອກເບື້ອງເທິງ: ຊື່ ກະຊວງ, ອົງການລັດທຽບເທົ່າກະຊວງ ທີ່ການຈັດຕັ້ງຂອງຕົນຂຶ້ນກັບ, ຂັ້ນດ້ວຍຮູບດາວ 5 ແຈ;
- ວົງນອກເບື້ອງລຸ່ມ: ຊື່ ນະຄອນຫຼວງ, ແຂວງ;
- ໃຈກາງຕາປະທັບ: ຊື່ ອົງການຕົນ.
8. ຕາປະທັບ ຂອງຫ້ອງວ່າການນະຄອນຫຼວງ, ແຂວງ ແລະ ອົງການທຽບເທົ່າ, ຫ້ອງການຄຸ້ມຄອງຂະແໜງການ ແລະ ໂຮງຮຽນວິຊາຊີບ ທີ່ຂຶ້ນກັບນະຄອນຫຼວງ, ແຂວງ, ມີເສັ້ນຜ່າສູນກາງ 3.5 ຊັງຕີແມັດ ແລະ ມີເນື້ອໃນ ດັ່ງນີ້:
- ວົງນອກເບື້ອງເທິງ: ຊື່ ນະຄອນຫຼວງ, ແຂວງ ທີ່ອົງການຈັດຕັ້ງຂອງຕົນຂຶ້ນກັບ;
- ວົງນອກເບື້ອງລຸ່ມ: ໃສ່ຮູບດາວ 5 ແຈ;
- ໃຈກາງຕາປະທັບ: ຊື່ ອົງການຕົນ.
9. ຕາປະທັບ ຂອງຫ້ອງວ່າການເມືອງ, ນະຄອນ, ຫ້ອງການຄຸ້ມຄອງຂະແໜງການ ຂອງເມືອງ, ນະຄອນ, ອົງການລັດທຽບເທົ່າ, ໂຮງຮຽນວິຊາຊີບ ທີ່ຂຶ້ນກັບເມືອງ, ນະຄອນ ແລະ ຄະນະກຳມະການປົກຄອງຂັ້ນຕາແສງ ມີເສັ້ນຜ່າສູນກາງ 3.5 ຊັງຕີແມັດ ແລະ ມີເນື້ອໃນ ດັ່ງນີ້:
- ວົງນອກເບື້ອງເທິງ: ຊື່ ນະຄອນຫຼວງ, ແຂວງ ທີ່ອົງການຕົນຂຶ້ນກັບ, ຂັ້ນດ້ວຍຮູບດາວ 5 ແຈ;
- ວົງນອກເບື້ອງລຸ່ມ: ຊື່ ເມືອງ, ນະຄອນ;
- ໃຈກາງຕາປະທັບ: ຊື່ ອົງການຕົນ.
10. ໂຄງການ ຫຼື ການຈັດຕັ້ງອື່ນ ທີ່ໄດ້ຮັບການສ້າງຕັ້ງຂຶ້ນຢ່າງຖືກຕ້ອງ ຕາມກົດໝາຍ ຖ້າມີຄວາມຈຳເປັນນຳໃຊ້ຕາປະທັບ ໃຫ້ນຳໃຊ້ຕາມົນ ທີ່ມີເສັ້ນຜ່າສູນກາງ 3.5 ຊັງຕີແມັດ ແລະ ມີເນື້ອໃນ ດັ່ງນີ້:
- ວົງນອກເບື້ອງເທິງ: ຊື່ ອົງການຈັດຕັ້ງຂອງລັດ ທີ່ມີສິດອະນຸມັດສ້າງຕັ້ງ ຫຼື ຊື່ ອົງການຈັດຕັ້ງລັດ ທີ່ຄຸ້ມຄອງໂດຍກົງ, ຂັ້ນດ້ວຍຮູບດາວ 5 ແຈ;
- ວົງນອກເບື້ອງລຸ່ມ: ຊື່ ນະຄອນຫຼວງ, ແຂວງ, ເມືອງ, ນະຄອນ ຫຼື ຕາແສງ ທີ່ສຳນັກງານຂອງອົງການຈັດຕັ້ງ ຫຼື ໂຄງການນັ້ນຕັ້ງຢູ່;
- ໃຈກາງຕາປະທັບ: ຊື່ ໂຄງການ ຫຼື ການຈັດຕັ້ງຂອງຕົນ.
第ມາດຕາ 8条
第8条 国防-安全力量的印章尺寸和内容
1. 国防力量的印章尺寸和内容如下:
1.1 隶属于国防部的总司、部办公厅和国防学院的印章直径为3.7厘米;
1.2 军区指挥部、师、独立团、省级军事指挥部、高等军事法院、高等军事检察院、学院、学校、医院、直属部级单位以及隶属于本条第1.1款规定的各部门的司、办公室的印章直径为3.6厘米。
本条第1.1款和第1.2款规定的印章内容如下:
- 外圈上方:国防部,以五角星结尾;
- 外圈下方:其组织名称;
- 印章中心:军徽。
1.3 隶属于师的办公室、团、学校、医院、参谋室、政治室、后勤室、技术室、行政办公室以及隶属于本条第1.2款规定的各部门的同等单位,以及隶属于本条第1.1款规定的各部门的政治室、行政办公室的印章直径为3.5厘米。
1.4 县、市军事指挥部、营、处、科、学校、医院以及隶属于本条第1.2款和第1.3款规定的各部门的同等单位的印章直径为3.5厘米。
本条第1.3款和第1.4款规定的印章内容如下:
- 外圈上方:其组织所属上级机关的名称,以五角星结尾;
- 外圈下方:其所属组织名称;
- 印章中心:其机关名称。
2. 安全力量的印章尺寸和内容如下:
2.1 隶属于公安部的部办公厅、总司的印章直径为3.7厘米;
2.2 指挥部、司、公安学院、人民警察学院的印章直径为3.6厘米;
2.3 省级安全指挥部、中等学校、医院、处以及隶属于总司的室的印章直径为3.5厘米。
本条第2.1款、第2.2款和第2.3款规定的印章内容如下:
- 外圈上方:公安部,以五角星结尾;
- 外圈下方:其组织名称;
- 印章中心:公安徽章。
2.4 隶属于省级安全指挥部的县级安全指挥部办公室、营、处以及隶属于本条第2.2款规定的各部门的同等单位,以及用于出入境检查的印章直径为3.4厘米,内容如下:
- 外圈上方:公安部,以五角星结尾;
- 外圈下方:其所属组织名称;
- 印章中心:其机关名称。
ພາສາລາວ (老挝语原文)
ມາດຕາ 8 ຂະໜາດ ແລະ ເນື້ອໃນຕາປະທັບ ຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
1. ຂະໜາດ ແລະ ເນື້ອໃນຕາປະທັບ ຂອງກຳລັງປ້ອງກັນຊາດ ມີດັ່ງນີ້:
1.1 ຕາປະທັບ ຂອງກົມໃຫຍ່, ຫ້ອງວາການກະຊວງ ແລະ ວິທະຍາຄານປ້ອງກັນຊາດ ທີ່ຂຶ້ນກັບກະຊວງປ້ອງກັນປະເທດ ມີເສັ້ນຜ່າໃຈກາງ 3.7 ຊັງຕີແມັດ;
1.2 ຕາປະທັບຂອງກອງບັນຊາການເຂດທະຫານ, ກອງພົນ, ກອງພັນໃຫຍ່ເອກະລາດ, ກອງບັນຊາການທະຫານຂັ້ນແຂວງ, ສານທະຫານຂັ້ນສູງ, ອົງການໄອຍະການທະຫານຂັ້ນສູງ, ວິທະຍາຄານ, ໂຮງຮຽນ, ໂຮງໝໍ, ກົມກອງທຽບເທົ່າ ທີ່ຂຶ້ນກັບກະຊວງໂດຍກົງ ແລະ ກົມ, ຫ້ອງການທີ່ຂຶ້ນກັບພາກສ່ວນຕ່າງໆ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ 1.1 ຂອງມາດຕານີ້ ມີເສັ້ນຜ່າໃຈກາງ 3.6 ຊັງຕີແມັດ.
ຕາປະທັບ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ 1.1 ແລະ 1.2 ຂອງມາດຕານີ້ ມີເນື້ອໃນ ດັ່ງນີ້:
- ວົງນອກເບື້ອງເທິງ: ກະຊວງປ້ອງກັນປະເທດ, ຂັ້ນດ້ວຍຮູບດາວ 5 ແຈ;
- ວົງນອກເບື້ອງລຸ່ມ: ຊື່ ອົງການຈັດຕັ້ງ ຂອງຕົນ;
- ໃຈກາງຕາປະທັບ: ເຄື່ອງໝາຍນາຍກອງທັບ.
1.3 ຕາປະທັບ ຂອງຫ້ອງການ, ກອງພັນໃຫຍ່ ທີ່ຂຶ້ນກັບກອງພົນ, ໂຮງຮຽນ, ໂຮງໝໍ, ຫ້ອງເສນາທິການ, ຫ້ອງການເມືອງ, ຫ້ອງພະລາທິການ, ຫ້ອງເຕັກນິກ, ຫ້ອງການ ແລະ ບໍລິຫານ, ກົມກອງທຽບເທົ່າ ທີ່ຂຶ້ນກັບພາກສ່ວນຕ່າງໆ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ 1.2 ຂອງມາດຕານີ້ ແລະ ຫ້ອງການເມືອງ, ຫ້ອງການບໍລິຫານ ທີ່ຂຶ້ນກັບພາກສ່ວນຕ່າງໆ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ 1.1 ຂອງມາດຕານີ້ ມີເສັ້ນຜ່າໃຈກາງ 3.5 ຊັງຕີແມັດ.
1.4 ຕາປະທັບ ຂອງກອງບັນຊາການທະຫານເມືອງ, ນະຄອນ, ກອງພັນນ້ອຍ, ພະແນກ, ຂະແໜງການ, ໂຮງຮຽນ, ໂຮງໝໍ ແລະ ກົມກອງທຽບເທົ່າ ທີ່ຂຶ້ນກັບພາກສ່ວນຕ່າງໆ ຕາມທີ່ໄດ້ກຳນົດໄວ້ ໃນຂໍ້ 1.2 ແລະ ຂໍ້ 1.3 ຂອງມາດຕານີ້ ມີເສັ້ນຜ່າໃຈກາງ 3.5 ຊັງຕີແມັດ.
ຕາປະທັບ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ 1.3 ແລະ 1.4 ຂອງມາດຕານີ້ ມີເນື້ອໃນ ດັ່ງນີ້:
- ວົງນອກເບື້ອງເທິງ: ຊື່ ຂອງອົງການຂັ້ນເທິງທີ່ອົງການ ຂອງຕົນຂຶ້ນກັບ, ຂັ້ນດ້ວຍຮູບດາວ 5 ແຈ;
- ວົງນອກເບື້ອງລຸ່ມ: ຊື່ ອົງການຈັດຕັ້ງ ຂອງຕົນຂຶ້ນກັບ;
- ໃຈກາງຕາປະທັບ: ຊື່ ອົງການ ຂອງຕົນ.
2. ຂະໜາດ ແລະ ເນື້ອໃນຕາປະທັບ ຂອງກຳລັງປ້ອງກັນຄວາມສະຫງົບ ມີດັ່ງນີ້:
2.1 ຕາປະທັບ ຂອງຫ້ອງວາການກະຊວງ, ກົມໃຫຍ່ ທີ່ຂຶ້ນກັບກະຊວງປ້ອງກັນຄວາມສະຫງົບ ມີເສັ້ນຜ່າໃຈກາງ 3.7 ຊັງຕີແມັດ;
2.2 ຕາປະທັບ ຂອງກອງບັນຊາການ, ກົມ, ວິທະຍາຄານປ້ອງກັນຄວາມສະຫງົບ, ວິທະຍາຄານຕຳຫຼວດປະຊາຊົນ ມີເສັ້ນຜ່າໃຈກາງ 3.6 ຊັງຕີແມັດ;
2.3 ຕາປະທັບ ຂອງກອງບັນຊາການປ້ອງກັນຄວາມສະຫງົບ ຂັ້ນແຂວງ, ໂຮງຮຽນຊັ້ນກາງ, ໂຮງໝໍ, ກົມນ້ອຍ ແລະ ຫ້ອງ ທີ່ຂຶ້ນກັບກົມໃຫຍ່ ມີເສັ້ນຜ່າໃຈກາງ 3.5 ຊັງຕີແມັດ.
ຕາປະທັບ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ 2.1, 2.2 ແລະ 2.3 ຂອງມາດຕານີ້ ມີເນື້ອໃນ ດັ່ງນີ້:
- ວົງນອກເບື້ອງເທິງ: ກະຊວງປ້ອງກັນຄວາມສະຫງົບ, ຂັ້ນດ້ວຍຮູບດາວ 5 ແຈ;
- ວົງນອກເບື້ອງລຸ່ມ: ຊື່ ອົງການຈັດຕັ້ງ ຂອງຕົນ;
- ໃຈກາງຕາປະທັບ: ເຄື່ອງໝາຍປ້ອງກັນຄວາມສະຫງົບ.
2.4 ຕາປະທັບ ຂອງຫ້ອງການ, ກອງບັນຊາການປ້ອງກັນຄວາມສະຫງົບ ຂັ້ນເມືອງ ທີ່ຂຶ້ນກັບກອງບັນຊາການປ້ອງກັນຄວາມສະຫງົບ ຂັ້ນແຂວງ, ກອງພັນ ແລະ ພະແນກ ທີ່ຂຶ້ນກັບພາກສ່ວນຕ່າງໆ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ 2.2 ຂອງມາດຕານີ້ ແລະ ຕາປະທັບດານ ສຳລັບກວດຄົນເຂົ້າ-ອອກເມືອງ ມີເສັ້ນຜ່າໃຈກາງ 3.4 ຊັງຕີແມັດ ແລະ ມີເນື້ອໃນ ດັ່ງນີ້:
- ວົງນອກເບື້ອງເທິງ: ກະຊວງປ້ອງກັນຄວາມສະຫງົບ, ຂັ້ນດ້ວຍຮູບດາວ 5 ແຈ;
- ວົງນອກເບື້ອງລຸ່ມ: ຊື່ ອົງການຈັດຕັ້ງທີ່ຕົນຂຶ້ນກັບ;
- ໃຈກາງຕາປະທັບ: ຊື່ອົງການຂອງຕົນ.
第ມາດຕາ 9条
第9条 经济组织印章的尺寸和内容
经济组织的印章直径为3.5厘米,内容如下:
- 外圈上方:颁发营业执照的国家组织的名称,以五角星结尾;
- 外圈下方:该企业办事处所在的直辖市、省名称;
- 印章中心:根据企业注册证上注明的企业或分公司名称。
ພາສາລາວ (老挝语原文)
ມາດຕາ 9 ຂະໜາດ ແລະ ເນື້ອໃນຕາປະທັບ ຂອງອົງການຈັດຕັ້ງເສດຖະກິດ
ຕາປະທັບ ຂອງອົງການຈັດຕັ້ງເສດຖະກິດ ມີເສັ້ນຜ່າໃຈກາງ 3.5 ຊັງຕີແມັດ ແລະ ມີເນື້ອໃນ ດັ່ງນີ້:
- ວົງນອກເບື້ອງເທິງ: ຊື່ ອົງການຈັດຕັ້ງລັດ ທີ່ອອກໃບທະບຽນອະນຸຍາດດຳເນີນທຸລະກິດ, ຂັ້ນດ້ວຍຮູບດາວ 5 ແຈ;
- ວົງນອກເບື້ອງລຸ່ມ: ຊື່ ນະຄອນຫຼວງ, ແຂວງ ທີ່ສຳນັກງານ ຂອງວິສາຫະກິດນັ້ນຕັ້ງຢູ່;
- ໃຈກາງ ຂອງຕາປະທັບ: ຊື່ ວິສາຫະກິດ ຫຼື ສາຂາ ຂອງບໍລິສັດນັ້ນ ຕາມທີ່ລະບຸໄວ້ໃນໃບທະບຽນວິສາຫະກິດ.
第ມາດຕາ 10条
第10条 社会组织印章的尺寸和内容
社会组织的印章直径为3.5厘米,内容如下:
- 外圈上方:有权批准设立的组织名称,并配以五角星图案;
- 外圈下方:该社会组织办公所在地的首都、省名称;
- 印章中心:该社会组织的名称。
ພາສາລາວ (老挝语原文)
ມາດຕາ 10 ຂະໜາດ ແລະ ເນື້ອໃນຕາປະທັບ ຂອງອົງການຈັດຕັ່ງສັງຄົມ
ຕາປະທັບ ຂອງອົງການຈັດຕັ່ງສັງຄົມ ມີເສັ້ນຜ່າໃຈກາງ 3,5 ຊັງຕີແມັດ ແລະ ມີເນື້ອໃນ ດັ່ງນີ້:
- ວົງນອກເບື່ອງເທິງ: ຊື່ ອົງການຈັດຕັ່ງ ທີ່ມີສິດອະນຸມັດສ້າງຕັ້ງ ຂັ້ນດ້ວຍຮູບດາວ 5 ແຈ;
- ວົງນອກເບື້ອງລຸ່ມ: ຊື່ ນະຄອນຫຼວງ, ແຂວງ ທີ່ສຳນັກງານຂອງອົງການຈັດຕັ່ງສັງຄົມນັ້ນຕັ່ງຢູ່;
- ໃຈກາງຕາປະທັບ: ຊື່ ຂອງອົງການຈັດຕັ່ງສັງຄົມນັ້ນ.
第ມາດຕາ 11条
第11条 宗教组织的印章尺寸和内容
宗教组织的印章尺寸如下:
1. 中央级宗教组织的印章直径为3.6厘米;
2. 省级、县级、村级宗教组织,省级僧侣委员会,巴利语学校管理委员会,僧侣学院,地区宗教组织,僧侣中学和地区僧侣委员会的印章直径为3.5厘米。
宗教组织印章的内容另行规定。
ພາສາລາວ (老挝语原文)
ມາດຕາ 11 ຂະໜາດ ແລະ ເນື້ອໃນຕາປະທັບ ຂອງອົງການຈັດຕັ້ງສາສະໜາ
ຂະໜາດຕາປະທັບ ຂອງອົງການຈັດຕັ້ງສາສະໜາ ມີເນື້ອໃນ ດັ່ງນີ້:
1. ຕາປະທັບ ຂອງອົງການຈັດຕັ້ງສາສະໜາ ຂັ້ນສູນກາງ ມີເສັ້ນຜ່າໃຈກາງ 3,6 ຊັງຕີແມັດ;
2. ຕາປະທັບຂອງອົງການຈັດຕັ້ງສາສະໜາ ຂັ້ນແຂວງ, ຂັ້ນເມືອງ, ຂັ້ນຕາແສງ, ຄະນະນັກສຶກສາສົງ ຂັ້ນແຂວງ, ຄະນະອຳນວຍການໂຮງຮຽນປະລິຍັດຕິທຳ, ວິທະຍາໄລສົງ, ອົງການສາສະໜາເຂດ, ໂຮງຮຽນ ມັດທະຍົມສຶກສາສົງ ແລະ ຄະນະສຶກສາສົງເຂດ ມີເສັ້ນຜ່າໃຈກາງ 3,5 ຊັງຕີແມັດ.
ສຳລັບເນື້ອໃນຕາປະທັບ ຂອງອົງການຈັດຕັ້ງສາສະໜາ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.
第ມາດຕາ 12条
第12条 印章使用条件
印章使用条件如下:
1. 依法合法设立的组织;
2. 依法合法注册的企业;
3. 必须在使用前进行印章登记;
4. 使用干印章、小印章的组织必须是依法和规章有权颁发证书、证明或贴照片文件的组织;
5. 必须按照本法令规定的格式使用印章。
印章使用,如果组织需要使用与现有单位相同的多个印章,应向党中央组织部提出,以便依法和规章进行研究并考虑批准。
ພາສາລາວ (老挝语原文)
ມາດຕາ 12 ເງື່ອນໄຂການນຳໃຊ້ຕາປະທັບ
ເງື່ອນໄຂການນຳໃຊ້ຕາປະທັບມີດັ່ງນີ້:
1. ອົງການຈັດຕັ້ງທີ່ໄດ້ຮັບການສ້າງຕັ້ງຢ່າງຖືກຕ້ອງຕາມກົດໝາຍ;
2. ວິສາຫະກິດໄດ້ຮັບການຈົດທະບຽນວິສາຫະກິດຢ່າງຖືກຕ້ອງຕາມກົດໝາຍ;
3. ຕ້ອງຂຶ້ນທະບຽນຕາປະທັບກ່ອນນຳໃຊ້;
4. ອົງການຈັດຕັ້ງທີ່ນຳໃຊ້ຕາປະທັບແຫ້ງ, ຕາປະທັບນ້ອຍ ຕ້ອງແມ່ນອົງການທີ່ມີສິດອອກປະກາສະນີຍະບັດ, ໃບຢັ້ງຢືນ ຫຼື ເອກະສານທີ່ຕິດຮູບ ຕາມກົດໝາຍ ແລະ ລະບຽບການ;
5. ຕ້ອງນຳໃຊ້ຕາປະທັບຕາມຮູບແບບທີ່ໄດ້ກຳນົດໄວ້ໃນດຳລັດສະບັບນີ້.
ການນຳໃຊ້ຕາປະທັບ ກໍລະນີອົງການຈັດຕັ້ງ ຕ້ອງການນຳໃຊ້ຕາປະທັບຫຼາຍໜ່ວຍຄືກັນ ກັບໜ່ວຍທີ່ມີແລ້ວ ໃຫ້ສະເໜີຕໍ່ ຄະນະຈັດຕັ້ງສູນກາງພັກ ເພື່ອຄົ້ນຄວ້າ ແລະ ພິຈາລະນາອະນຸມັດຕາມກົດໝາຍ ແລະ ລະບຽບການ.
本页展示前 12 条,全文共 31 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读