ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງວັງສະຫງວນ
保护区管理协议
Agreement on Management of Protected Areas
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງການສ້າງຕັ້ງ, ການບໍລິຫານ ແລະ ການນຳໃຊ້ເຂດສະຫງວນໃນລາວ, ເນື້ອໃນຫຼັກແມ່ນກຳນົດປະເພດເຂດສະຫງວນ, ຫຼັກການບໍລິຫານ ແລະ ຂັ້ນຕອນການສ້າງຕັ້ງ, ພ້ອມທັງເນັ້ນໃສ່ການມີສ່ວນຮ່ວມຂອງຊຸມຊົນ ແລະ ການພັດທະນາແບບຍືນຍົງ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ການຄຸ້ມຄອງວັງສະຫງວນ
ການຄຸ້ມຄອງວັງສະຫງວນ ແມ່ນຂະບວນການວາງແຜນ, ການຈັດຕັ້ງປະຕິບັດ ວຽກງານຕິດຕາມ, ກວດກາ ແລະ ປະເມິນຜົນ ການປົກປັກຮັກສາ ແຫຼ່ງທີ່ຢູ່ອາໄສ, ແຫຼ່ງວາງໄຂ່, ແຫຼ່ງແຜ່ພັນຂອງສັດນຳ ລວມທັງລະບົບນິເວດວິທະຍາ ແລະ ຊີວະນາໆພັນ ໃນເຂດວັງສະຫງວນ ໂດຍການມີສ່ວນຮ່ວມຂອງຊຸມຊົນໃນພື້ນທີ່ແຫຼ່ງນໍຳດັ່ງກ່າວ.
ມາດຕາ ມາດຕາ 2
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ວັງສະຫງວນ ໝາຍເຖິງ ແຫຼ່ງນໍ້າໃດໜຶ່ງ ທີ່ກຳນົດຂຶ້ນຢູ່ຕາມ ແມ່ນໍ້າ, ອ່າງເກັບນໍ້າ, ອ່າງຮັບນໍ້າ ທີ່ມີນໍ້າຕະຫຼອດປີ ເພື່ອເປັນແຫຼ່ງທີ່ຢູ່ອາໄສ ແລະ ແພ່ພັນຢ່າງປອດໄພຂອງສັດນໍ້າ;
2. ລະບົບນິເວດ ໝາຍເຖິງ ສາຍພົວພັນ ລະຫວ່າງ ສິ່ງທີ່ມີຊີວິດ ແລະ ສິ່ງທີ່ບໍ່ມີຊີວິດ ທີ່ຄົງຕົວຢູ່ຕາມທຳມະຊາດ;
3. ຊີວະນາໆພັນ ໝາຍເຖິງ ຄວາມຫຼາກຫຼາຍຂອງລະບົບນິເວດ, ຊະນິດ ແລະ ແນວພັນ ຂອງສິ່ງທີ່ມີຊີວິດ ເຊັ່ນ ພືດ, ສັດ, ແມງໄມ້ ແລະ ຈຸລິນຊີ ຢູ່ໃນຂອບເຂດທຳມະຊາດໃດໜຶ່ງ;
4. ແຫຼ່ງທີ່ຢູ່ອາໄສ ຂອງສັດນ້ຳ ໝາຍເຖິງ ແຫຼ່ງນ້ຳທຳມະຊາດ ຫຼື ສ້າງຂຶ້ນ ທີ່ເປັນບ່ອນດຳລົງຊີວິດ ແລະ ຂະຫຍາຍພັນ ຂອງສັດນ້ຳ.
ມາດຕາ ມາດຕາ 3
ມາດຕາ 3 ຫຼັກການ ກ່ຽວກັບ ວຽກງານຄຸ້ມຄອງວັງສະຫງວນ
ວຽກງານຄຸ້ມຄອງວັງສະຫງວນ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບ ນະໂຍບາຍ, ກົດໝາຍ, ຍຸດທະສາດ, ແຜນພັດທະນາ ແລະ ລະບຽບການ ທີ່ກ່ຽວຂ້ອງກັບ ວຽກງານສັດນ້ຳ ແລະ ການປະມົງ;
2. ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
3. ຮັບປະກັນການມີສ່ວນຮ່ວມ ຂອງພາກລັດ, ເອກະຊົນ ແລະ ປະຊາຊົນບັນດາເຜົ່າ ໃນການຄຸ້ມຄອງ ວັງສະຫງວນ;
4. ຕິດພັນກັບການປູກຈິດສຳນຶກ ໃນການປົກປັກຮັກສາ, ການທ່ອງທ່ຽວແບບອະນຸລັກ ແລະ ຍືນຍົງ;
5. ປະຕິບັດ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນ ທີ່ກ່ຽວຂ້ອງ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 25 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ