保护区管理协议

ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງວັງສະຫງວນ

Agreement on Management of Protected Areas

简介

该法规调整老挝境内保护区的建立、管理与使用,核心内容为明确保护区类型、管理原则及设立程序,并强调社区参与和可持续发展。

Summary

This regulation governs the establishment, management, and use of protected areas in Laos, specifying types, management principles, and establishment procedures, emphasizing community participation and sustainable development.

ບົດສະຫຼຸບ

ກົດໝາຍສະບັບນີ້ຄຸ້ມຄອງການສ້າງຕັ້ງ, ການບໍລິຫານ ແລະ ການນຳໃຊ້ເຂດສະຫງວນໃນລາວ, ເນື້ອໃນຫຼັກແມ່ນກຳນົດປະເພດເຂດສະຫງວນ, ຫຼັກການບໍລິຫານ ແລະ ຂັ້ນຕອນການສ້າງຕັ້ງ, ພ້ອມທັງເນັ້ນໃສ່ການມີສ່ວນຮ່ວມຂອງຊຸມຊົນ ແລະ ການພັດທະນາແບບຍືນຍົງ.

条文

第ມາດຕາ 1条

第2条 保护区管理
保护区管理是指规划、组织实施监测、检查和评估保护水生动物栖息地、产卵场、繁殖地以及保护区内生态系统和生物多样性的过程,并让相关水域地区的社区参与。

ພາສາລາວ (老挝语原文)

ມາດຕາ 2 ການຄຸ້ມຄອງວັງສະຫງວນ
ການຄຸ້ມຄອງວັງສະຫງວນ ແມ່ນຂະບວນການວາງແຜນ, ການຈັດຕັ້ງປະຕິບັດ ວຽກງານຕິດຕາມ, ກວດກາ ແລະ ປະເມິນຜົນ ການປົກປັກຮັກສາ ແຫຼ່ງທີ່ຢູ່ອາໄສ, ແຫຼ່ງວາງໄຂ່, ແຫຼ່ງແຜ່ພັນຂອງສັດນຳ ລວມທັງລະບົບນິເວດວິທະຍາ ແລະ ຊີວະນາໆພັນ ໃນເຂດວັງສະຫງວນ ໂດຍການມີສ່ວນຮ່ວມຂອງຊຸມຊົນໃນພື້ນທີ່ແຫຼ່ງນໍຳດັ່ງກ່າວ.

第ມາດຕາ 2条

第2条 词语解释
本协议中使用的词语具有以下含义:

1. 保护区 指在河流、水库、蓄水池中常年有水的某一水域,作为水生动物安全栖息和繁殖的场所;

2. 生态系统 指自然存在的生物与非生物之间的关系;

3. 生物多样性 指某一自然区域内生态系统、物种和品种的多样性,如植物、动物、昆虫和微生物;

4. 水生动物栖息地 指自然或人工形成的水域,是水生动物生活和繁殖的场所。

ພາສາລາວ (老挝语原文)

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ວັງສະຫງວນ ໝາຍເຖິງ ແຫຼ່ງນໍ້າໃດໜຶ່ງ ທີ່ກຳນົດຂຶ້ນຢູ່ຕາມ ແມ່ນໍ້າ, ອ່າງເກັບນໍ້າ, ອ່າງຮັບນໍ້າ ທີ່ມີນໍ້າຕະຫຼອດປີ ເພື່ອເປັນແຫຼ່ງທີ່ຢູ່ອາໄສ ແລະ ແພ່ພັນຢ່າງປອດໄພຂອງສັດນໍ້າ;

2. ລະບົບນິເວດ ໝາຍເຖິງ ສາຍພົວພັນ ລະຫວ່າງ ສິ່ງທີ່ມີຊີວິດ ແລະ ສິ່ງທີ່ບໍ່ມີຊີວິດ ທີ່ຄົງຕົວຢູ່ຕາມທຳມະຊາດ;

3. ຊີວະນາໆພັນ ໝາຍເຖິງ ຄວາມຫຼາກຫຼາຍຂອງລະບົບນິເວດ, ຊະນິດ ແລະ ແນວພັນ ຂອງສິ່ງທີ່ມີຊີວິດ ເຊັ່ນ ພືດ, ສັດ, ແມງໄມ້ ແລະ ຈຸລິນຊີ ຢູ່ໃນຂອບເຂດທຳມະຊາດໃດໜຶ່ງ;

4. ແຫຼ່ງທີ່ຢູ່ອາໄສ ຂອງສັດນ້ຳ ໝາຍເຖິງ ແຫຼ່ງນ້ຳທຳມະຊາດ ຫຼື ສ້າງຂຶ້ນ ທີ່ເປັນບ່ອນດຳລົງຊີວິດ ແລະ ຂະຫຍາຍພັນ ຂອງສັດນ້ຳ.

第ມາດຕາ 3条

第3条 关于保护区管理工作的原则
保护区管理工作应遵循以下原则:
1. 符合与水生动物和渔业工作相关的政策、法律、战略、发展计划和法规;
2. 在全国范围内进行集中统一管理;
3. 确保国家、私营部门和各族人民群众参与保护区管理;
4. 与保护、保护性旅游和可持续发展的意识培养相结合;
5. 执行老挝人民民主共和国为缔约方的相关公约和国际条约。

ພາສາລາວ (老挝语原文)

ມາດຕາ 3 ຫຼັກການ ກ່ຽວກັບ ວຽກງານຄຸ້ມຄອງວັງສະຫງວນ
ວຽກງານຄຸ້ມຄອງວັງສະຫງວນ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບ ນະໂຍບາຍ, ກົດໝາຍ, ຍຸດທະສາດ, ແຜນພັດທະນາ ແລະ ລະບຽບການ ທີ່ກ່ຽວຂ້ອງກັບ ວຽກງານສັດນ້ຳ ແລະ ການປະມົງ;
2. ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
3. ຮັບປະກັນການມີສ່ວນຮ່ວມ ຂອງພາກລັດ, ເອກະຊົນ ແລະ ປະຊາຊົນບັນດາເຜົ່າ ໃນການຄຸ້ມຄອງ ວັງສະຫງວນ;
4. ຕິດພັນກັບການປູກຈິດສຳນຶກ ໃນການປົກປັກຮັກສາ, ການທ່ອງທ່ຽວແບບອະນຸລັກ ແລະ ຍືນຍົງ;
5. ປະຕິບັດ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນ ທີ່ກ່ຽວຂ້ອງ.

第ມາດຕາ 4条

第4条 适用范围
本协议适用于在老挝人民民主共和国境内从事建立、管理和使用储备库的个人、法人或组织。

ພາສາລາວ (老挝语原文)

ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເຄື່ອນໄຫວ ກ່ຽວກັບ ການສ້າງ, ຄຸ້ມຄອງ ແລະ ນຳໃຊ້ວັງສະຫງວນ ຢູ່ ສປປ ລາວ.

第ມາດຕາ 5条

第5条 保护区类型
保护区有两种类型:禁捕保护区和季节性保护区。
1. 禁捕保护区是指全年禁止捕捞水生动物的保护区;
2. 季节性保护区是指允许在某一时间段内根据水生动物和渔业管理机构的规定捕捞或捕获水生动物的保护区。
关于确定保护区类型的条件,由保护区管理委员会确定。

ພາສາລາວ (老挝语原文)

ມາດຕາ 5 ປະເພດຂອງວັງສະຫງວນ
ວັງສະຫງວນມີ ສອງ ປະເພດ ຄື: ວັງສະຫງວນຫວງຫ້າມ ແລະ ວັງສະຫງວນຕາມລະດູການ.
1. ວັງສະຫງວນຫວງຫ້າມ ແມ່ນ ວັງສະຫງວນ ທີ່ບໍ່ອະນຸຍາດໃຫ້ຫາສັດນ້ຳຕະຫຼອດປີ;
2. ວັງສະຫງວນຕາມລະດູການ ແມ່ນ ວັງສະຫງວນ ທີ່ອະນຸຍາດໃຫ້ ຫາ ຫຼື ຈັບ ສັດນ້ຳ ໄດ້ໃນໄລຍະເວລາໃດໜຶ່ງ ຕາມການກຳນົດ ຂອງອົງການຄຸ້ມຄອງວຽກງານສັດນ້ຳ ແລະ ການປະມົງ.
ສຳລັບ ເງື່ອນໄຂຂອງການກຳນົດປະເພດວັງສະຫງວນ ໃຫ້ ຄະນະກຳມະການຄຸ້ມຄອງວັງສະຫງວນເປັນຜູ້ກຳນົດ.

第ມາດຕາ 6条

第6条 为建立鱼保护区进行水源调查和划定
为建立鱼保护区进行水源调查和划定,应执行如下:
1. 一个或多个有意建立鱼保护区的村庄,应向县级农业和环境办公室提交建立鱼保护区的申请书,并附上会议记录和村庄拟建鱼保护区区域的调查报告;
2. 县级农业和环境办公室在收到建立鱼保护区的申请书后,应考虑任命一个委员会进行鱼保护区的调查和划定,并向县级行政委员会报告和提议,以任命县级鱼保护区调查和划定技术委员会,该委员会由相关部门组成,以进行鱼保护区的调查和划定;
3. 县级鱼保护区调查和划定技术委员会完成鱼保护区的调查和划定后,应报告调查和划定结果,提交给县级行政委员会审议批准正式建立鱼保护区,按照畜牧和渔业司规定的表格,并任命鱼保护区管理委员会。

ພາສາລາວ (老挝语原文)

ມາດຕາ 6 ການສຳຫຼວດ ແລະ ກຳນົດເຂດແຫຼ່ງນ້ຳ ເພື່ອສ້າງວັງສະຫງວນ
ການສຳຫຼວດ ແລະ ກຳນົດເຂດແຫຼ່ງນ້ຳ ເພື່ອສ້າງວັງສະຫງວນ ໃຫ້ປະຕິບັດ ດັ່ງນີ້:
1. ບ້ານໜຶ່ງ ຫຼື ຫຼາຍບ້ານ ທີ່ມີຈຸດປະສົງຈະສ້າງວັງສະຫງວນ ໃຫ້ຍື່ນຫັງສືສະເໜີ ຂໍສ້າງຕັ້ງວັງສະຫງວນ ຫາ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມຂັ້ນເມືອງ ພ້ອມທັງຄັດຕິດ ບົດບັນທຶກກອງປະຊຸມ ແລະ ບົດລາຍງານ ການສຳຫຼວດພື້ນທີ່ທີ່ຈະສ້າງວັງສະຫງວນ ຂອງບ້ານ;
2. ຫ້ອງການກະສິກຳ ແລະ ສິ່ງແວດລ້ອມຂັ້ນເມືອງ ພາຍຫຼັງໄດ້ຮັບຫັງສືສະເໜີ ຂໍສ້າງຕັ້ງວັງສະຫງວນ ແລ້ວ, ໃຫ້ພິຈາລະນາ ແຕ່ງຕັ້ງຄະນະ ລົງສຳຫຼວດ ແລະ ກຳນົດເຂດວັງສະຫງວນ ພ້ອມທັງລາຍງານ ແລະ ສະເໜີຕໍ່ ຄະນະກຳມະການປົກຄອງຂັ້ນເມືອງ ເພື່ອແຕ່ງຕັ້ງ ຄະນະວິຊາການສຳຫຼວດ ແລະ ກຳນົດວັງສະຫງວນ ຂັ້ນເມືອງ ຊຶ່ງປະກອບດ້ວຍ ຂະແໜງການທີ່ກ່ຽວຂ້ອງ ເພື່ອລົງສຳຫຼວດ ແລະ ກຳນົດເຂດວັງສະຫງວນ;
3. ພາຍຫຼັງ ຄະນະວິຊາການສຳຫຼວດ ແລະ ກຳນົດວັງສະຫງວນ ຂັ້ນເມືອງ ລົງສຳຫຼວດ ແລະ ກຳນົດເຂດວັງສະຫງວນ ແລ້ວ, ໃຫ້ລາຍງານຜົນການສຳຫຼວດ ແລະ ກຳນົດເຂດວັງສະຫງວນ ເພື່ອສະເໜີໃຫ້ ຄະນະກຳມະການປົກຄອງຂັ້ນເມືອງ ເປັນຜູ້ພິຈາລະນາອະນຸມັດ ສ້າງຕັ້ງວັງສະຫງວນ ຢ່າງເປັນທາງການ ຕາມແບບພິມ ທີ່ກົມລ້ຽງສັດ ແລະ ການປະມົງ ກຳນົດ ພ້ອມທັງ ແຕ່ງຕັ້ງ ຄະນະກຳມະການຄຸ້ມຄອງວັງສະຫງວນ.

第ມາດຕາ 7条

第7条 保护区管理委员会
保护区管理委员会是由县级治理委员会根据县级农业和环境的提议任命的一个组织。一个村的保护区管理委员会组成如下:
甲、综合指导委员会包括:
1. 村长担任主席;
2. 村阵线担任副主席。
乙、调解委员会包括:
1. 村阵线担任主任;
2. 村委会担任副主任;
3. 老战士协会担任委员;
4. 妇女协会担任委员;
5. 村公安担任委员;
6. 村民兵担任委员。
丙、保护区巡逻检查委员会包括:
1. 村公安;
2. 村民兵;
3. 村青年;
4. 各组的组长。
对于多村的保护区管理委员会组成如下:
甲、综合指导委员会包括:
1. 经协商确定的某个村的村长担任主席;
2. 各村村长或村委会代表担任副主席;
3. 各村阵线代表担任委员。
乙、调解委员会包括:
1. 经协商确定的某个村的阵线担任主任;
2. 各村阵线代表担任副主任;
3. 老战士协会代表担任委员;
4. 各村妇女协会代表担任委员;
5. 各村公安代表担任委员;
6. 各村村民兵代表担任委员。
丙、保护区巡逻检查委员会包括:
1. 各村公安代表;
2. 各村村民兵代表;
3. 各村青年代表;
4. 各村组长代表。

ພາສາລາວ (老挝语原文)

ມາດຕາ 7 ຄະນະກຳມະການຄຸ້ມຄອງວັງສະຫງວນ
ຄະນະກຳມະການຄຸ້ມຄອງວັງສະຫງວນ ແມ່ນ ການຈັດຕັ້ງ ທີ່ຄະນະກຳມະການປົກຄອງຂັ້ນເມືອງ ເປັນຜູ້ແຕ່ງຕັ້ງ ຕາມການສະເໜີຂອງທ້ອງການກະສິກຳ ແລະ ສິ່ງແວດລ້ອມຂັ້ນເມືອງ. ຄະນະກຳມະການຄຸ້ມຄອງວັງສະຫງວນບ້ານໜຶ່ງ ປະກອບມີ ດັ່ງນີ້:
ກ. ຄະນະຊີ້ນຳລວມ ປະກອບມີ:
1. ນາຍບ້ານ ເປັນປະທານ;
2. ແນວໂຮມບ້ານ ເປັນຮອງ.
ຂ. ຄະນະໄກ່ເກ່ຍ ປະກອບມີ:
1. ແນວໂຮມບ້ານ ເປັນຫົວໜ້າ;
2. ຄະນະບ້ານ ເປັນຮອງ;
3. ສະຫະພັນນັກຮົບເກົ່າ ເປັນກຳມະການ;
4. ສະຫະພັນແມ່ຍິງ ເປັນກຳມະການ;
5. ປກສ ບ້ານ ເປັນກຳມະການ;
6. ປກຊ ບ້ານ ເປັນກຳມະການ.
ຄ. ຄະນະກຳມະການກວດກາລາດຕະເວນ ວັງສະຫງວນ ປະກອບມີ:
1. ປກສ ບ້ານ;
2. ປກຊ ບ້ານ;
3. ຊາວໜຸ່ມບ້ານ;
4. ຫົວໜ້າຫົວແຕ່ລະໜ່ວຍ.
ສຳລັບ ຄະນະກຳມະການຄຸ້ມຄອງວັງສະຫງວນ ທີ່ມີຫຼາຍບ້ານ ປະກອບມີ ດັ່ງນີ້:
ກ. ຄະນະຊີ້ນຳລວມ ປະກອບມີ:
1. ນາຍບ້ານຂອງບ້ານໃດບ້ານໜຶ່ງ ຕາມການຕົກລົງກັນ ເປັນປະທານ;
2. ນາຍບ້ານ ຫຼື ຄະນະບ້ານ ຕາງໜ້າແຕ່ລະບ້ານ ເປັນຮອງ;
3. ແນວໂຮມ ຕາງໜ້າແຕ່ລະບ້ານ ເປັນກຳມະການ.
ຂ. ຄະນະໄກ່ເກ່ຍ ປະກອບມີ:
1. ແນວໂຮມ ບ້ານໃດບ້ານໜຶ່ງ ຕາມການຕົກລົງກັນ ເປັນຫົວໜ້າ;
2. ຕາງໜ້າ ແນວໂຮມ ແຕ່ລະບ້ານ ເປັນຮອງ;
3. ຕາງໜ້າ ສະຫະພັນນັກຮົບເກົ່າ ເປັນກຳມະການ;
4. ຕາງໜ້າ ສະຫະພັນແມ່ຍິງ ແຕ່ລະບ້ານ ເປັນກຳມະການ;
5. ຕາງໜ້າ ປກສ ແຕ່ລະບ້ານ ເປັນກຳມະການ;
6. ຕາງໜ້າ ປກຊ ແຕ່ລະບ້ານ ເປັນກຳມະການ.
ຄ. ຄະນະກຳມະການກວດກາລາດຕະເວນ ວັງສະຫງວນ ປະກອບມີ:
1. ຕາງໜ້າ ປກສ ແຕ່ລະບ້ານ;
2. ຕາງໜ້າ ປກຊ ແຕ່ລະບ້ານ;
3. ຕາງໜ້າ ຊາວໜຸ່ມ ແຕ່ລະບ້ານ;
4. ຕາງໜ້າ ຫົວໜ້າຫົວ ແຕ່ລະບ້ານ.

第ມາດຕາ 8条

第8条 保护区管理委员会的职权
保护区管理委员会由总指导委员会、调解委员会和保护区巡逻检查委员会组成,其职权如下:
一、总指导委员会的职权如下:
1. 全面指导和管理保护区的所有工作领域;
2. 制定保护区管理和开发计划,如:划定区域、禁渔区、放流、捕捞水生动物等;
3. 制定保护区管理规定,包括:捕捞工具、季节、禁止捕捞或捕获的水生动物种类,提交县级管理委员会审议批准并颁布实施;
4. 宣传、张贴、通过媒体发布有关保护区管理和计划及规定;
5. 保护因使用保护区而产生的权利和利益,包括解决保护区内发生的纠纷;
6. 指导、监督和检查保护区管理规定的执行情况;
7. 为保护区管理和开发工作寻找资金来源;
8. 收集有关保护区的产量和收入的统计数据,并总结报告给地方管理机关和相关主管部门。
二、调解委员会的职权如下:
1. 按照规定对违法者进行调查、侦查和调解案件;
2. 向总指导委员会报告;
3. 教育村内居民参与组织实施保护区管理规定。
三、保护区巡逻检查委员会的职权如下:
1. 检查、预防和巡逻保护区;
2. 组织村内各单位的居民参与保护区巡逻,制定巡逻时间表并详细记录每次巡逻;
3. 拘留违法者,扣押捕捞工具作为物证,并及时向总指导委员会报告。

ພາສາລາວ (老挝语原文)

ມາດຕາ 8 ສິດ ແລະ ໜ້າທີ່ ຂອງຄະນະກຳມະການຄຸ້ມຄອງວັງສະຫງວນ
ຄະນະກຳມະການຄຸ້ມຄອງວັງສະຫງວນ ປະກອບດ້ວຍ ຄະນະຊີ້ນຳລວມ, ຄະນະໄກ່ເກ່ຍ ແລະ ຄະນະກຳມະການກວດກາລາດຕະເວນ ວັງສະຫງວນ ຊຶ່ງມີສິດ ແລະ ໜ້າທີ່ ດັ່ງນີ້:
ກ. ສິດ ແລະ ໜ້າທີ່ຂອງ ຄະນະຊີ້ນຳລວມ ມີດັ່ງນີ້:
1. ຊີ້ນຳ ນຳພາລວມ ທຸກຂົງເຂດວຽກງານ ການຄຸ້ມຄອງ ແລະ ນຳໃຊ້ວັງສະຫງວນ;
2. ສ້າງແຜນການຄຸ້ມຄອງ ແລະ ພັດທະນາວັງສະຫງວນ ເຊັ່ນ: ກຳນົດເຂດພື້ນທີ່, ເຂດຫວງຫ້າມ, ການປ່ອຍ, ການຫາ ສັດນໍ້າ ແລະ ອື່ນໆ;
3. ສ້າງລະບຽບການຄຸ້ມຄອງວັງສະຫງວນ ເປັນຕົ້ນ: ການນຳໃຊ້ເຄື່ອງມືຈັບສັດນໍ້າ, ລະດູການ, ຊະນິດສັດນໍ້າ ທີ່ບໍ່ອະນຸຍາດໃຫ້ ຫາ ຫຼື ຈັບ ເພື່ອສະເໜີຕໍ່ ຄະນະກຳມະການປົກຄອງ ຂັ້ນເມືອງ ພິຈາລະນາຮັບຮອງ ແລະ ປະກາດໃຊ້;
4. ເຜີຍແຜ່, ຕິດປະກາດ, ອອກຂ່າວທາງສື່ມວນຊົນ ກ່ຽວກັບ ແຜນການ ແລະ ລະບຽບການຄຸ້ມຄອງວັງສະຫງວນ;
5. ປົກປ້ອງ ສິດ ແລະ ຜົນປະໂຫຍດ ທີ່ເກີດຈາກ ການນຳໃຊ້ວັງສະຫງວນ ລວມທັງ ການແກ້ໄຂຂໍ້ຂັດແຍ່ງທີ່ເກີດຂຶ້ນ ໃນພື້ນທີ່ວັງສະຫງວນ;
6. ຊີ້ນຳ, ຕິດຕາມ ແລະ ກວດກາ ການປະຕິບັດລະບຽບ ການຄຸ້ມຄອງວັງສະຫງວນ;
7. ຊອກຫາແຫຼ່ງທຶນ ເຂົ້າໃນ ວຽກງານຄຸ້ມຄອງ ແລະ ພັດທະນາວັງສະຫງວນ;
8. ເກັບກຳຂໍ້ມູນສະຖິຕິ ກ່ຽວກັບ ຜົນຜະລິດ ແລະ ລາຍຮັບ ທີ່ໄດ້ຈາກວັງສະຫງວນ ແລ້ວສະຫຼຸບລາຍງານໃຫ້ ອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ ຊາບ.
ຂ. ສິດ ແລະ ໜ້າທີ່ຂອງ ຄະນະໄກ່ເກ່ຍ ມີດັ່ງນີ້:
1. ສືບສວນ-ສອບສວນ ແລະ ໄກ່ເກ່ຍຄະດີ ຂອງຜູ້ກະທຳຜິດ ຕາມລະບຽບການ ທີ່ກຳນົດ;
2. ລາຍງານ ໃຫ້ ຄະນະຊີ້ນຳລວມ ຊາບ;
3. ສຶກສາອົບຮົມປະຊາຊົນ ພາຍໃນບ້ານ ໃຫ້ເຂົ້າຮ່ວມຈັດຕັ້ງປະຕິບັດລະບຽບຄຸ້ມຄອງວັງສະຫງວນ.
ຄ. ສິດ ແລະ ໜ້າທີ່ ຂອງຄະນະກຳມະການກວດກາລາດຕະເວນ ວັງສະຫງວນ ມີດັ່ງນີ້:
1. ກວດກາ, ປ້ອງກັນ ແລະ ເວນຍາມວັງສະຫງວນ;
2. ຈັດຕັ້ງປະຊາຊົນພາຍໃນບ້ານ ແຕ່ລະໜ່ວຍ ເຂົ້າຮ່ວມໃນການເວນຍາມວັງສະຫງວນ ໂດຍມີການສ້າງຕາຕະລາງເວນຍາມ ໃສ່ປື້ມບັນທຶກໃນແຕ່ລະຄັ້ງ ຢ່າງລະອຽດ;
3. ກັກຕົວຜູ້ກະທຳຜິດ, ຢຶດເຄື່ອງມືຫາສັດນໍ້າ ໄວ້ເປັນຂອງກາງ ແລ້ວລາຍງານໃຫ້ຄະນະຊີ້ນຳລວມ ຮັບຊາບ ໃຫ້ທັນເວລາ.

第ມາດຕາ 9条

第9条 保护区巡逻检查
保护区巡逻检查是指对保护区进行定期检查,以确保没有违法者侵入、骚扰和捕捞保护区范围内的水生动物,通过明确指定委员会,轮流定期进行巡逻检查。每次都有记录和报告,并召开会议总结经验教训,制定下一次巡逻检查计划。

如果报告称有违法者在保护区捕捞或捕获水生动物,巡逻检查委员会必须紧急协调,并前往制止和警告。如果违法者第二次和第三次违法,巡逻检查委员会必须按照规定处以罚款。

ພາສາລາວ (老挝语原文)

ມາດຕາ 9 ການກວດກາລາດຕະເວນວັງສະຫງວນ
ການກວດກາລາດຕະເວນວັງສະຫງວນ ແມ່ນການດຳເນີນການກວດກາຄວາມເປັນລະບຽບຮຽບຮ້ອຍ ຂອງວັງສະຫງວນ ຢ່າງເປັນປົກກະຕິ ເພື່ອຮັບປະກັນ ບໍ່ໃຫ້ມີຜູ້ລະເມີດ ເຂົ້າໄປບຸກລຸກ ແລະ ຫາສັດນ້ຳ ໃນຂອບເຂດວັງສະຫງວນ, ໂດຍແຕ່ງຕັ້ງເປັນຄະນະທີ່ຊັດເຈນ, ຜັດປ່ຽນກັນລົງກວດກາລາດຕະເວນ ຢ່າງເປັນປົກກະຕິ. ມີການບັນທຶກ ແລະ ລາຍງານທຸກໆຄັ້ງ ພ້ອມທັງມີ ການປະຊຸມເພື່ອຖອດຖອນບົດຮຽນ ແລະ ວາງແຜນການກວດກາລາດຕະເວນ ຄັ້ງຕໍ່ໄປ.

ໃນກໍລະນີ ທີ່ມີການລາຍງານວ່າ ມີຜູ້ລະເມີດ ຫາ ຫຼື ຈັບ ສັດນ້ຳ ຢູ່ວັງສະຫງວນ ຄະນະກວດກາລາດຕະເວນ ຕ້ອງການປະສານກັນຢ່າງຮີບດ່ວນ ພ້ອມທັງລົງໄປສະກັດກັ້ນ ແລະ ກ່າວເຕືອນ. ຖ້າຫາກຜູ້ກະທຳຜິດມີການລະເມີດເປັນຄັ້ງທີ ສອງ ແລະ ຄັ້ງທີ ສາມ ຄະນະກວດກາລາດຕະເວນ ຕ້ອງປັບໃໝ ຕາມລະບຽບການ ທີ່ກຳນົດໄວ້.

第ມາດຕາ 10条

第10条 保护区扩展
有意扩展保护区的保护区管理委员会必须进行勘察并确定保护区范围,同时向县级行政管理委员会报告,以便审议批准正式扩展保护区。

ພາສາລາວ (老挝语原文)

ມາດຕາ 10 ການຂະຫຍາຍວັງສະຫງວນ
ຄະນະກຳມະການຄຸ້ມຄອງວັງສະຫງວນ ທີ່ມີຈຸດປະສົງຈະຂະຫຍາຍວັງສະຫງວນ ຕ້ອງສຳຫຼວດ ແລະ ກຳນົດເຂດວັງສະຫງວນ ພ້ອມທັງລາຍງານ ໃຫ້ຄະນະກຳມະການປົກຄອງຂັ້ນເມືອງ ເພື່ອພິຈາລະນາອະນຸມັດ ຂະຫຍາຍວັງສະຫງວນ ຢ່າງເປັນທາງການ.

第ມາດຕາ 11条

第11条 保护区撤销
保护区将由县级行政管理委员会根据县级农业和环境办公室的提议,在以下情况下予以撤销:
1. 保护区管理委员会提出合理建议;
2. 经保护区管理委员会评估,认为该保护区对社区和组织不产生任何效益;
3. 保护区根据国家组织的开发计划被用于其他目的。

ພາສາລາວ (老挝语原文)

ມາດຕາ 11 ການຍົກເລີກວັງສະຫງວນ
ວັງສະຫງວນ ຈະຖືກຍົກເລີກໂດຍຄະນະກຳມະການປົກຄອງຂັ້ນເມືອງ ຕາມການສະເໜີຂອງຫ້ອງການກະສິກຳ ແລະ ສິ່ງແວດລ້ອມຂັ້ນເມືອງ ໃນກໍລະນີ ດັ່ງນີ້:
1. ມີການສະເໜີ ຂອງຄະນະກຳມະການຄຸ້ມຄອງວັງສະຫງວນ ທີ່ສົມເຫດສົມຜົນ;
2. ໄດ້ມີການປະເມີນຈາກ ຄະນະກຳມະການຄຸ້ມຄອງວັງສະຫງວນ ເຫັນວ່າວັງສະຫງວນດັ່ງກ່າວບໍ່ເກີດຜົນປະໂຫຍດໃດໆຕໍ່ຊຸມຊົນ ແລະ ການຈັດຕັ້ງ;
3. ວັງສະຫງວນຖືກພັດທະນາໄປໃນຈຸດປະສົງອື່ນ ຕາມແຜນພັດທະນາ ຂອງການຈັດຕັ້ງລັດ.

第ມາດຕາ 12条

第12条 向保护区放生水生动物
个人、法人和其他组织可以向保护区放生水生动物,但所放生的品种必须是本地水生动物物种,对其他水生动物和生态系统不造成危害,并须获得保护区管理委员会的许可。

ພາສາລາວ (老挝语原文)

ມາດຕາ 12 ການປ່ອຍສັດນໍ້າລົງວັງສະຫງວນ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ສາມາດປ່ອຍສັດນໍ້າ ລົງສູ່ວັງສະຫງວນໄດ້ ແຕ່ແນວພັນທີ່ຈະນຳມາປ່ອຍຕ້ອງແມ່ນຊະນິດພັນສັດນໍ້າທ້ອງຖິ່ນ, ບໍ່ເປັນອັນຕະລາຍຕໍ່ສັດນໍ້າອື່ນ ແລະ ລະບົບນິເວດ ໂດຍໄດ້ຮັບອະນຸຍາດຈາກ ຄະນະກຳມະການຄຸ້ມຄອງວັງສະຫງວນ.

本页展示前 12 条,全文共 25 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译