ດຳລັດວ່າດ້ວຍ ການກວດກາແຮງງານ
劳动监察令
Labor Inspection Order
ບົດສະຫຼຸບ
ລະບຽບການສະບັບນີ້ກຳນົດກິດຈະກຳການກວດກາແຮງງານ, ເນື້ອໃນຫຼັກແມ່ນກຳນົດຫຼັກການ, ເນື້ອໃນ ແລະ ຂອບເຂດການນຳໃຊ້ ເພື່ອຕິດຕາມການປະຕິບັດກົດໝາຍວ່າດ້ວຍສະພາບແວດລ້ອມໃນການເຮັດວຽກ, ຄວາມປອດໄພ ແລະ ສຸຂະພາບ, ປະກັນສັງຄົມ, ການພັດທະນາທັກສະ ແລະ ການຈັດຫາງານ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ການກວດກາແຮງງານ
ການກວດກາແຮງງານ ແມ່ນ ການເຄື່ອນໄຫວ ຂອງເຈົ້າໜ້າທີ່ກວດກາແຮງງານ ໃນການ ຕິດຕາມ ກວດກາ, ເກັບກຳ ຂໍ້ມູນ ແລະ ຫຼັກຖານ ການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການ ກ່ຽວກັບ ເງື່ອນໄຂການເຮັດວຽກ, ຄວາມປອດໄພ ແລະ ສຸຂະພາບແຮງງານ, ການປະກັນສັງຄົມ, ການພັດທະນາສີມືແຮງງານ ແລະ ການຈັດຫາງານ.
ມາດຕາ ມາດຕາ 2
ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍດັ່ງນີ້:
1. ຫົວໜ່ວຍແຮງງານ ໝາຍເຖິງ ຫົວໜ່ວຍການຜະລິດ, ທຸລະກິດ ຫຼື ການບໍລິການ ຂອງທຸກພາກສ່ວນເສດຖະກິດ-ສັງຄົມ ທີ່ສ້າງຕັ້ງຂຶ້ນຢ່າງຖືກຕ້ອງ ຕາມກົດໝາຍ;
2. ສະຖານທີ່ເຮັດວຽກ ໝາຍເຖິງ ບ່ອນທີ່ຜູ້ອອກແຮງງານ ປະຕິບັດໜ້າທີ່ ຫຼື ເຮັດວຽກ ຂຶ້ນກັບຫົວໜ່ວຍແຮງງານ ເຊິ່ງອາດມີຫຼາຍສະຖານທີ່ເຮັດວຽກ;
3. ລາຍການກວດກາແຮງງານ ໝາຍເຖິງ ລາຍການທີ່ນຳໃຊ້ເຂົ້າໃນການກວດກາແຮງງານ ຢູ່ຫົວໜ່ວຍແຮງງານ ຫຼື ສະຖານທີ່ເຮັດວຽກ ທີ່ກຳນົດ ໂດຍກະຊວງແຮງງານ ແລະ ສະຫວັດດິການສັງຄົມ.
ມາດຕາ ມາດຕາ 3
ມາດຕາ 3 ຫຼັກການກ່ຽວກັບການກວດກາແຮງງານ
ການກວດກາແຮງງານ ໃຫ້ປະຕິບັດ ຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບ ກົດໝາຍ, ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນ ທີ່ກ່ຽວຂ້ອງ;
2. ຄຸ້ມຄອງ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
3. ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ຍຸຕິທຳ ແລະ ສາມາດກວດສອບໄດ້;
4. ຮັບປະກັນ ບໍ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ການເຄື່ອນໄຫວວຽກງານ ຂອງເປົ້າໝາຍທີ່ຖືກກວດກາ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 40 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ