劳动监察令
ດຳລັດວ່າດ້ວຍ ການກວດກາແຮງງານ
Labor Inspection Order
简介
该法规调整劳动监察活动,核心是规定监察原则、内容及适用范围,以监督劳动条件、安全健康、社保、技能开发和职业介绍等法律执行。
Summary
This regulation regulates labor inspection activities, with core provisions specifying inspection principles, content, and scope of application to monitor compliance with laws on labor conditions, safety and health, social security, skills development, and employment agencies.
ບົດສະຫຼຸບ
ລະບຽບການສະບັບນີ້ກຳນົດກິດຈະກຳການກວດກາແຮງງານ, ເນື້ອໃນຫຼັກແມ່ນກຳນົດຫຼັກການ, ເນື້ອໃນ ແລະ ຂອບເຂດການນຳໃຊ້ ເພື່ອຕິດຕາມການປະຕິບັດກົດໝາຍວ່າດ້ວຍສະພາບແວດລ້ອມໃນການເຮັດວຽກ, ຄວາມປອດໄພ ແລະ ສຸຂະພາບ, ປະກັນສັງຄົມ, ການພັດທະນາທັກສະ ແລະ ການຈັດຫາງານ.
条文
第ມາດຕາ 1条
第2条 劳动监察
劳动监察是劳动监察员的活动,旨在跟踪检查、收集信息和证据,以监督劳动条件、劳动安全与健康、社会保险、职业技能开发和职业介绍方面的法律和法规的执行情况。
ພາສາລາວ (老挝语原文)
ມາດຕາ 2 ການກວດກາແຮງງານ
ການກວດກາແຮງງານ ແມ່ນ ການເຄື່ອນໄຫວ ຂອງເຈົ້າໜ້າທີ່ກວດກາແຮງງານ ໃນການ ຕິດຕາມ ກວດກາ, ເກັບກຳ ຂໍ້ມູນ ແລະ ຫຼັກຖານ ການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການ ກ່ຽວກັບ ເງື່ອນໄຂການເຮັດວຽກ, ຄວາມປອດໄພ ແລະ ສຸຂະພາບແຮງງານ, ການປະກັນສັງຄົມ, ການພັດທະນາສີມືແຮງງານ ແລະ ການຈັດຫາງານ.
第ມາດຕາ 2条
第3条 词语解释
本法令中使用的词语具有以下含义:
1. 劳动单位 指依法正确设立的所有经济社会部门的生产、经营或服务单位;
2. 工作场所 指劳动者履行职责或工作的地方,隶属于劳动单位,可能有多处工作场所;
3. 劳动检查清单 指用于在劳动单位或工作场所进行劳动检查的清单,由劳动和社会福利部规定。
ພາສາລາວ (老挝语原文)
ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍດັ່ງນີ້:
1. ຫົວໜ່ວຍແຮງງານ ໝາຍເຖິງ ຫົວໜ່ວຍການຜະລິດ, ທຸລະກິດ ຫຼື ການບໍລິການ ຂອງທຸກພາກສ່ວນເສດຖະກິດ-ສັງຄົມ ທີ່ສ້າງຕັ້ງຂຶ້ນຢ່າງຖືກຕ້ອງ ຕາມກົດໝາຍ;
2. ສະຖານທີ່ເຮັດວຽກ ໝາຍເຖິງ ບ່ອນທີ່ຜູ້ອອກແຮງງານ ປະຕິບັດໜ້າທີ່ ຫຼື ເຮັດວຽກ ຂຶ້ນກັບຫົວໜ່ວຍແຮງງານ ເຊິ່ງອາດມີຫຼາຍສະຖານທີ່ເຮັດວຽກ;
3. ລາຍການກວດກາແຮງງານ ໝາຍເຖິງ ລາຍການທີ່ນຳໃຊ້ເຂົ້າໃນການກວດກາແຮງງານ ຢູ່ຫົວໜ່ວຍແຮງງານ ຫຼື ສະຖານທີ່ເຮັດວຽກ ທີ່ກຳນົດ ໂດຍກະຊວງແຮງງານ ແລະ ສະຫວັດດິການສັງຄົມ.
第ມາດຕາ 3条
第3条 劳动监察原则
劳动监察应遵循以下原则:
1. 符合法律、老挝人民民主共和国作为缔约国的公约及相关国际条约;
2. 在全国范围内实行集中统一管理;
3. 确保准确、透明、公正和可核查;
4. 确保不给被监察对象的工作活动造成困难。
ພາສາລາວ (老挝语原文)
ມາດຕາ 3 ຫຼັກການກ່ຽວກັບການກວດກາແຮງງານ
ການກວດກາແຮງງານ ໃຫ້ປະຕິບັດ ຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບ ກົດໝາຍ, ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນ ທີ່ກ່ຽວຂ້ອງ;
2. ຄຸ້ມຄອງ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
3. ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ຍຸຕິທຳ ແລະ ສາມາດກວດສອບໄດ້;
4. ຮັບປະກັນ ບໍ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ການເຄື່ອນໄຫວວຽກງານ ຂອງເປົ້າໝາຍທີ່ຖືກກວດກາ.
第ມາດຕາ 4条
第4条 适用范围
本令适用于在全国范围内从事和涉及劳动监察的个人、法人及组织。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້
ດຳລັດສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວ ແລະ ພົວພັນກັບການກວດກາແຮງງານ ໃນຂອບເຂດທົ່ວປະເທດ.
第ມາດຕາ 5条
第5条 劳动监察的目标
劳动监察的目标如下:
1. 雇主和劳动者;
2. 劳动单位或工作场所。
ພາສາລາວ (老挝语原文)
ມາດຕາ 5 ເປົ້າໝາຍການກວດກາແຮງງານ
ເປົ້າໝາຍການກວດກາແຮງງານ ມີ ດັ່ງນີ້:
1. ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ;
2. ຫົວໜ່ວຍແຮງງານ ຫຼື ສະຖານທີ່ເຮັດວຽກ.
第ມາດຕາ 6条
第6条 劳动检查的内容
劳动检查的内容包括:
1. 工作条件;
2. 劳动安全与卫生;
3. 社会保险;
4. 劳动技能开发;
5. 职业介绍。
ພາສາລາວ (老挝语原文)
ມາດຕາ 6 ເນື້ອໃນການກວດກາແຮງງານ
ເນື້ອໃນການກວດກາແຮງງານ ປະກອບດ້ວຍ:
1. ເງື່ອນໄຂການເຮັດວຽກ;
2. ຄວາມປອດໄພ ແລະ ສຸຂະພາບແຮງງານ;
3. ການປະກັນສັງຄົມ;
4. ການພັດທະນາລີມືແຮງງານ;
5. ການຈັດຫາງານ.
第ມາດຕາ 7条
第7条 工作条件检查
工作条件检查是指对雇主、劳动者、用工单位或工作场所就以下事项进行检查:用工单位的内部规章、劳动合同、工资支付、最低工资、工作时间、加班、休息时间、休假、节假日、使用未成年工和女工、引进和使用外籍劳工(包括正规和非正规),以及政策、劳工福利和其他利益。
ພາສາລາວ (老挝语原文)
ມາດຕາ 7 ການກວດກາເງື່ອນໄຂການເຮັດວຽກ
ການກວດກາເງື່ອນໄຂການເຮັດວຽກ ແມ່ນ ການກວດກາ ຜູ້ໃຊ້ແຮງງານ, ຜູ້ອອກແຮງງານ, ຫົວໜ່ວຍແຮງງານ ຫຼື ສະຖານທີ່ເຮັດວຽກ ກ່ຽວກັບ ກົດລະບຽບພາຍໃນ ຂອງຫົວໜ່ວຍແຮງງານ, ສັນຍາແຮງງານ, ການຈ່າຍຄ່າແຮງງານ, ຄ່າແຮງງານຂັ້ນຕໍ່າສຸດ, ຊົ່ວໂມງເຮັດວຽກ, ການເຮັດວຽກເພີ່ມໂມງ, ເວລາພັກຜ່ອນ, ການລາພັກວຽກ, ວັນພັກວຽກ, ການນຳໃຊ້ແຮງງານໄວໜຸ່ມ ແລະ ແມ່ຍິງ, ການນຳເຂົ້າ ແລະ ນຳໃຊ້ແຮງງານຕ່າງປະເທດ ທັງໃນລະບົບ ແລະ ນອກລະບົບ ລວມທັງນະໂຍບາຍ, ສະຫວັດດີການແຮງງານ ແລະ ຜົນປະໂຫຍດອື່ນ.
第ມາດຕາ 8条
第8条 劳动安全与卫生检查
劳动安全与卫生检查是指对用人单位或工作场所进行检查,涉及风险预防、劳动事故、照明、颜色、噪音、气味、有害物质、粉尘、高温、低温、化学品、振动、高空作业、隧道内作业、地下作业和水下作业、机器、工具和设备的使用、个人防护用品的供应和使用、安排劳动者进行健康检查、基本急救设施,以及其他可能对劳动者在劳动时的身心健康造成影响的问题,以及用于劳动安全与卫生工作的预算。
ພາສາລາວ (老挝语原文)
ມາດຕາ 8 ການກວດກາຄວາມປອດໄພ ແລະ ສຸຂະພາບແຮງງານ
ການກວດກາຄວາມປອດໄພ ແລະ ສຸຂະພາບແຮງງານ ແມ່ນ ການກວດກາຫົວໜ່ວຍແຮງງານ ຫຼື ສະຖານທີ່ເຮັດວຽກ ກ່ຽວກັບ ການປ້ອງກັນຄວາມສ່ຽງ, ອຸປະຕິເຫດແຮງງານ, ແສງສະຫວ່າງ, ສີ, ສຽງ, ກິ່ນ, ຮາຍ, ຝຸ່ນລະອອງ, ຄວາມຮ້ອນ, ຄວາມເຢັນ, ສານເຄມີ, ການສັ່ນສະເທືອນ, ການເຮັດວຽກບົນສູງ, ການເຮັດວຽກໃນອຸໂມງ ໃຕ້ດິນ ແລະ ພື້ນນ້ຳ, ການນຳໃຊ້ເຄື່ອງຈັກ, ເຄື່ອງມື ແລະ ວັດຖຸປະກອນ, ການສະໜອງ ແລະ ການນຳໃຊ້ອຸປະກອນປ້ອງກັນສ່ວນບຸກຄົນ, ການນຳເອົາຜູ້ອອກແຮງງານໄປກວດສຸຂະພາບ, ສິ່ງອຳນວຍຄວາມສະດວກໃນການປະຖົມພະຍາບານຂັ້ນຕົ້ນ ລວມທັງບັນຫາອື່ນ ຊຶ່ງອາດພາໃຫ້ເກີດຜົນກະທົບທາງດ້ານຮ່າງກາຍ ແລະ ຈິດໃຈ ຂອງຜູ້ອອກແຮງງານ ໃນເວລາເຮັດວຽກ ແລະ ງົບປະມານ ທີ່ນຳໃຊ້ເຂົ້າໃນວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ.
第ມາດຕາ 9条
第9条 社会保险检查
社会保险检查是指对雇主和劳动者关于执行社会保险法的检查,特别是加入国家社会保险基金成为会员的情况。
ພາສາລາວ (老挝语原文)
ມາດຕາ 9 ການກວດກາການປະກັນສັງຄົມ
ການກວດກາການປະກັນສັງຄົມ ແມ່ນ ການກວດກາ ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ກ່ຽວກັບ
ການປະຕິບັດ ກົດໝາຍວ່າດ້ວຍ ການປະກັນສັງຄົມ ເປັນຕົ້ນ ການເຂົ້າເປັນສະມາຊິກ ກອງທຶນປະກັນສັງຄົມ
ແຫ່ງຊາດ.
第ມາດຕາ 10条
第10条 职业技能开发检查
职业技能开发检查是指对用人单位或雇主履行其开发劳动者职业技能义务的检查,按照法律规定,包括提升劳动者的知识、能力、技能和劳动态度,以及组织传授技术知识、经验、工作熟练度,根据课程和/或各行业规定的职业技能标准,以及根据技能证书认可技能等级并确定工资或劳动报酬。
ພາສາລາວ (老挝语原文)
ມາດຕາ 10 ການກວດກາການພັດທະນາສີມືແຮງງານ
ການກວດກາການພັດທະນາສີມືແຮງງານ ແມ່ນ ການກວດກາທີ່ຫົວໜ່ວຍແຮງງານ ຫຼື ຜູ້ໃຊ້ແຮງງານ ກ່ຽວກັບການປະຕິບັດພັນທະ ຂອງຕົນ ໃນການພັດທະນາສີມືແຮງງານ ໃຫ້ຜູ້ອອກແຮງງານ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ເປັນຕົ້ນ ການຍົກລະດັບຄວາມຮູ້, ຄວາມສາມາດ, ທັກສະສີມື ແລະ ຫັດສະນະຄະຕິການອອກແຮງງານ ລວມທັງ ການຈັດຕັ້ງຖ່າຍທອດ ຄວາມຮູ້ດ້ານເຕັກໂນໂລຊີ, ປະສົບການ, ຄວາມຊຳນານງານ ຕາມຫຼັກສູດ ແລະ/ຫຼື ຕາມມາດຕະຖານສີມືແຮງງານ ທີ່ກຳນົດໄວ້ໃນສາຂາອາຊີບຕ່າງໆ ໃຫ້ຜູ້ອອກແຮງງານ, ການຮັບຮູ້ລະດັບສີມືແຮງງານ ແລະ ກຳນົດເງິນເດືອນ ຫຼື ຄ່າແຮງງານ ຕາມໃບຢັ້ງຢືນສີມືແຮງງານ.
第ມາດຕາ 11条
第11条 招聘检查
招聘检查是指对用人单位或雇主在确定和提供劳动力需求计划、发布招聘公告、面试、选拔和录用所需职位方面的检查。
ພາສາລາວ (老挝语原文)
ມາດຕາ 11 ການກວດກາການຈັດຫາງານ
ການກວດກາການຈັດຫາງານ ແມ່ນ ການກວດກາຫົວໜ່ວຍແຮງງານ ຫຼື ຜູ້ໃຊ້ແຮງງານ ກ່ຽວກັບການກຳນົດ ແລະ ສະໜອງແຜນຄວາມຕ້ອງການແຮງງານ, ການປະກາດຮັບສະໝັກງານ, ການສຳພາດ, ການຄັດເລືອກ ແລະ ການບັນຈຸເຂົ້າຕຳແໜ່ງງານທີ່ຕ້ອງການ ໃນຫົວໜ່ວຍແຮງງານ ຂອງຕົນ.
第ມາດຕາ 12条
第12条 劳动检查形式
劳动检查形式如下:
1. 常规检查;
2. 根据命令或建议进行的检查;
3. 突击检查。
ພາສາລາວ (老挝语原文)
ມາດຕາ 12 ຮູບການກວດກາແຮງງານ
ຮູບການກວດກາແຮງງານ ມີ ດັ່ງນີ້:
1. ການກວດກາ ແບບປົກກະຕິ;
2. ການກວດກາ ຕາມຄຳສັ່ງ ຫຼື ຄຳສະເໜີ;
3. ການກວດກາ ແບບກະທັນຫັນ.
本页展示前 12 条,全文共 40 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读