社会保险工作检查协议

ຂໍ້ຕົກລົງວ່າດ້ວຍ ການກວດກາວຽກງານປະກັນສັງຄົມ

Agreement on Inspection of Social Insurance Work

简介

该法规调整老挝境内社会保险工作检查活动,核心内容规定检查对象、程序、检查官员的权利义务及违规处罚措施。

Summary

This regulation governs inspection activities related to social insurance in Laos, with core provisions specifying inspection targets, procedures, rights and obligations of inspectors, and penalties for violations.

ບົດສະຫຼຸບ

ກົດໝາຍສະບັບນີ້ຄຸ້ມຄອງການກວດກາວຽກງານປະກັນສັງຄົມພາຍໃນປະເທດລາວ, ເນື້ອໃນຫຼັກກຳນົດວັດຖຸປະສົງການກວດກາ, ຂັ້ນຕອນ, ສິດ ແລະ ໜ້າທີ່ຂອງພະນັກງານກວດກາ ແລະ ມາດຕະການລົງໂທດການລະເມີດ.

条文

第ມາດຕາ 1条

第2条 术语解释
社会保险工作检查是指依照社会保险法律和法规进行的检查;
社会保险工作检查官员是指被任命执行社会保险工作检查的中央、地方和相关部门的保险机构工作人员;
常规检查委员会是指国家社会保险机构的检查委员会,根据国家社会保险机构负责人(中央级)或省、首都劳动和社会福利厅厅长(地方级)的决定,定期开展社会保险工作检查活动;

ພາສາລາວ (老挝语原文)

ມາດຕາ 2 ອະທິບາຍຄຳສັບ
ການກວດກາວຽກງານປະກັນສັງຄົມ ໝາຍເຖິງ ການກວດກາ ຕາມກົດໝາຍ ແລະ ລະບຽບການ ວ່າດ້ວຍການປະກັນສັງຄົມ;
ເຈົ້າໜ້າທີ່ກວດກາວຽກງານປະກັນສັງຄົມ ໝາຍເຖິງ ພະນັກງານຂອງອົງການປະກັນສັງຄົມຢູ່ຂັ້ນສູນກາງ, ຂັ້ນທ້ອງຖິ່ນ ແລະ ຈາກພາກສ່ວນກ່ຽວຂ້ອງທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ດຳເນີນການກວດກາວຽກງານປະກັນສັງຄົມ;
ຄະນະກວດກາປົກກະຕິ ໝາຍເຖິງ ຄະນະກວດກາຂອງອົງການປະກັນສັງຄົມແຫ່ງຊາດ ທີ່ລົງເຄື່ອນໄຫວກວດກາວຽກງານປະກັນສັງຄົມ ຢ່າງເປັນປົກກະຕິ ຕາມການຕົກລົງຂອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ສຳລັບຢູ່ຂັ້ນສູນກາງ ແລະ ຈາກຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ນະຄອນຫຼວງ ສຳລັບຢູ່ຂັ້ນທ້ອງຖິ່ນ;

第ມາດຕາ 2条

第2条 专项检查组是指根据劳动和社会福利部部长(中央级)或省长、首都市长(地方级)的决定,对某个目标进行社会保险工作检查的专门检查组,当对该目标的检查完成后,该专项检查组即告终止;跟踪是指对被检查目标的情况进行收集、了解、观察、评估其进展情况;已参加社会保险系统的用人单位是指已进行社会保险登记、雇主、劳动者并已向国家社会保险基金缴纳分摊金至少一个月以上的用人单位。

ພາສາລາວ (老挝语原文)

ມາດຕາ 2 ຄະນະກວດກາສະເພາະກິດ ໝາຍເຖິງ ຄະນະກວດກາສະເພາະໜຶ່ງທີ່ລົງເດີນໄປກວດກາວຽກງານປະກັນສັງຄົມຕໍ່ເປົ້າໝາຍໃດໜຶ່ງ ຕາມການຕົກລົງຂອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສຳລັບຢູ່ຂັ້ນສູນກາງ ແລະ ຈາກເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ສຳລັບຢູ່ຂັ້ນທ້ອງຖິ່ນ ເມື່ອດຳເນີນການກວດກາເປົ້າໝາຍນັ້ນສຳເລັດແລ້ວຖືວ່າສິ້ນສຸດການເປັນຄະນະກວດກາສະເພາະກິດ; ການຕິດຕາມ ໝາຍເຖິງ ການເກັບກຳສະພາບ, ຊອກຮູ້, ສັງເກດ, ຕີລາຄາການເດີນໄປຂອງເປົ້າໝາຍທີ່ຖືກກວດກາ; ຫົວໜ່ວຍແຮງງານທີ່ໄດ້ເຂົ້າຮ່ວມລະບົບປະກັນສັງຄົມແລ້ວ ໝາຍເຖິງ ບັນດາຫົວໜ່ວຍແຮງງານທີ່ໄດ້ຂຶ້ນທະບຽນປະກັນສັງຄົມ ຜູ້ໃຊ້ແຮງງານ, ຜູ້ອອກແຮງງານ ແລະ ໄດ້ມອບເງິນສົມທົບເຂົ້າກອງທຶນປະກັນສັງຄົມແຫ່ງຊາດ ແລ້ວຢ່າງໜ້ອຍໜຶ່ງເດືອນຂຶ້ນໄປ.

第ມາດຕາ 3条

第3条 检查对象

社会保险工作检查的对象如下:

1. 检查对象是在老挝人民民主共和国境内经营业务的个人、法人或组织,包括国有部门和私营部门或劳动单位;

2. 公务员、官员、退休人员、残疾人及其家庭成员;

3. 雇主和雇员、在老挝人民民主共和国境内的使馆、领事馆、国际组织和非政府组织工作的老挝人;

4. 自愿参保人。

ພາສາລາວ (老挝语原文)

ມາດຕາ 3 ເປົ້າໝາຍຂອງການກວດກາ

ເປົ້າໝາຍຂອງການກວດກາວຽກງານປະກັນສັງຄົມ ມີດັ່ງນີ້:

1. ເປົ້າໝາຍການກວດກາ ແມ່ນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາກລັດ ແລະ ພາກວິສາຫະກິດ ຫຼື ຫົວໜ່ວຍແຮງງານທີ່ດຳເນີນທຸລະກິດຢູ່ໃນ ສປປ ລາວ;

2. ພະນັກງານ, ລັດຖະກອນ, ພະນັກງານບຳນານ, ຜູ້ເສຍອົງຄະ ແລະ ສະມາຊິກຄອບຄົວຂອງພວກກ່ຽວ;

3. ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ, ຄົນລາວທີ່ເຮັດວຽກຢູ່ສະຖານທູດ, ກົງສຸນ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານທີ່ປະຈຳຢູ່ ສປປ ລາວ;

4. ຜູ້ປະກັນຕົນໃນລະບົບສະໝັກໃຈ.

第ມາດຕາ 4条

第4条 检查和审计的规划与准备

社会保险工作的检查和审计准备应按以下规定执行:
1. 任命检查委员会;
2. 收集数据、文件,以便研究、分析、调查,制定检查计划,确定检查的目的、内容,起草针对性问题,起草备忘录,准备报告大纲,以便目标单位报告,并制定详细的各阶段活动时间表;
3. 发出关于进行检查的通知或决定,并在检查开始前五个工作日送达被检查目标单位知悉;
4. 准备与检查相关的法规、预算、车辆、必要的服务物资设备;
5. 统一向检查委员会各成员介绍检查的形式、方法并分配检查责任。

检查的批准

各级常规检查的批准如下:
- 中央级:常规检查由国家社会保险机构负责人授权并批准进行检查,专项检查由劳动和社会福利部部长批准进行检查;
- 中央级:在获得劳动和社会福利部部长任命的检查官员后,每次进行检查前,必须获得国家社会保险机构负责人的检查批准;
- 省、首都级:常规检查由省、首都劳动和社会福利厅厅长授权并批准进行检查,省、首都级专项检查由省长、首都市长批准进行检查。

检查的实施

社会保险工作的检查应按以下规定执行:
1. 在检查开始前五个工作日,将检查通知或决定及计划送达被检查目标单位知悉,突击检查除外;
2. 按计划进行检查,听取被检查目标单位的报告,并制作报告记录及各种文件的交接记录;
3. 定期向上级报告检查进展情况并请求指导;
4. 每次检查后,必须与每个被检查目标单位共同制作记录。

每次检查结果的总结

检查结果的总结应按以下规定执行:
1. 汇总所有检查过程中获得的文件、数据、证据、记录,形成检查结果总结报告;

ພາສາລາວ (老挝语原文)

ມາດຕາ 4 ການວາງແຜນ ແລະ ກະກຽມການກວດກາ

ການກະກຽມການກວດກາວຽກງານປະກັນສັງຄົມ ໃຫ້ປະຕິບັດ ດັ່ງນີ້:
1. ແຕ່ງຕັ້ງຄະນະກວດກາ;
2. ເກັບກຳຂໍ້ມູນ, ເອກະສານ ເພື່ອຄົ້ນຄ້ວາ, ວິເຄາະ, ວິໄຈ, ສ້າງແຜນການກວດກາ ໂດຍກຳນົດຈຸດປະສົງ, ເນື້ອໃນຂອງການກວດກາ, ຮ່າງຄຳຖາມເຈາະຈີ້ມ, ຮ່າງບົດບັນທຶກ, ກຽມໂຄງຮ່າງບົດລາຍງານ ເພື່ອໃຫ້ເປົ້າໝາຍລາຍງານ ແລະ ຕາຕະລາງເຄື່ອນໄຫວລະອຽດແຕ່ລະໄລຍະ;
3. ອອກແຈ້ງການ ຫຼື ຂໍ້ຕົກລົງກ່ຽວກັບການດຳເນີນການກວດກາ ແລະ ສົ່ງໃຫ້ເປົ້າໝາຍທີ່ຖືກກວດກາຊາບກ່ອນລ່ວງໜ້າ ຫ້າວັນ ລັດຖະການ;
4. ກະກຽມນິຕິກຳ ທີ່ພົວພັນເຖິງການກວດກາ, ງົບປະມານ, ພາຫະນະ, ວັດຖຸອຸປະກອນຮັບໃຊ້ທີ່ຈຳເປັນ;
5. ແນະນຳຮູບແບບ, ວິທີການ ແລະ ແບ່ງຄວາມຮັບຜິດຊອບ ໃນການກວດກາໃຫ້ແຕ່ລະຄົນໃນຄະນະກວດກາຢ່າງເປັນເອກະພາບ.

ການຕົກລົງກວດກາ

ການຕົກລົງກວດກາປົກກະຕິຢູ່ແຕ່ລະຂັ້ນ ມີດັ່ງນີ້:
- ຂັ້ນສູນກາງ: ຄະນະກວດກາປົກກະຕິ ແມ່ນ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ເປັນຜູ້ມອບໝາຍ ແລະ ຕົກລົງໃຫ້ດຳເນີນການກວດກາ, ຄະນະກວດກາສະເພາະກິດແມ່ນລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນຜູ້ອະນຸມັດໃນການດຳເນີນການກວດກາ;
- ຂັ້ນສູນກາງ: ພາຍຫຼັງທີ່ໄດ້ຮັບການແຕ່ງຕັ້ງເຈົ້າໜ້າທີ່ກວດກາຈາກລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ແລ້ວກ່ອນຈະດຳເນີນການກວດກາແຕ່ລະຄັ້ງ ຕ້ອງໄດ້ຮັບການຕົກລົງໃຫ້ກວດກາຈາກ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ;
- ຂັ້ນແຂວງ, ນະຄອນຫຼວງ: ຄະນະກວດກາປົກກະຕິ ແມ່ນທ່ານຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງ, ນະຄອນຫຼວງ ເປັນຜູ້ມອບໝາຍ ແລະ ຕົກລົງໃຫ້ດຳເນີນການກວດກາ, ຄະນະກວດກາສະເພາະກິດຂັ້ນແຂວງ, ນະຄອນຫຼວງ ແມ່ນເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ເປັນຜູ້ອະນຸມັດໃນການດຳເນີນການກວດກາ.

ການດຳເນີນການກວດກາ

ການກວດກາວຽກງານປະກັນສັງຄົມ ຕ້ອງດຳເນີນ ດັ່ງນີ້:
1. ສົ່ງແຈ້ງການ ຫຼື ຂໍ້ຕົກລົງ ແລະ ແຜນການ ກ່ຽວກັບການກວດກາ ຕໍ່ເປົ້າໝາຍຖືກກວດກາ ຮັບຊາບກ່ອນການດຳເນີນການກວດກາ ຫ້າວັນ ລັດຖະການຍົກເວັ້ນການກວດກາກະທັນຫັນ;
2. ດຳເນີນການກວດກາຕາມແຜນ, ຮັບຟັງການລາຍງານຂອງເປົ້າໝາຍຖືກກວດກາ ພ້ອມທັງເຮັດບົດບັນທຶກການລາຍງານ ແລະ ການມອບ-ຮັບເອກະສານຕ່າງໆ;
3. ລາຍງານຄວາມຄືບໜ້າ ກ່ຽວກັບການດຳເນີນການກວດກາ ໃນແຕ່ລະໄລຍະໃຫ້ຂັ້ນເທິງຂອງຕົນຊາບ ແລະ ຂໍທິດຊີ້ນຳ;
4. ພາຍຫຼັງການກວດກາ ຕ້ອງໄດ້ເຮັດບົດບັນທຶກຮ່ວມກັບແຕ່ລະເປົ້າໝາຍທີ່ຖືກກວດກາທຸກຄັ້ງ.

ການສະຫຼຸບຜົນການກວດກາແຕ່ລະຄັ້ງ

ການສະຫຼຸບຜົນການກວດກາ ຕ້ອງປະຕິບັດ ດັ່ງນີ້:
1. ສັງລວມບັນດາເອກະສານ, ຂໍ້ມູນ, ຫຼັກຖານຕ່າງໆ, ບົດບັນທຶກທີ່ໄດ້ກວດກາມາເປັນບົດສະຫຼຸບຜົນຂອງການກວດກາ;

第ມາດຕາ 5条

第5条 社会保险检查人员的权利和义务
社会保险检查人员的权利
社会保险检查人员享有以下权利:
1. 进入用人单位或工作场所进行检查,或通过信息系统进行检查;

ພາສາລາວ (老挝语原文)

ມາດຕາ 5 ສິດ ແລະ ຫ້າທີຂອງເຈົ້າຫ້າທີກວດກາວຽກງານປະກັນສັງຄົມ
ສິດຂອງເຈົ້າຫ້າທີກວດກາວຽກງານປະກັນສັງຄົມ
ເຈົ້າຫ້າທີກວດກາວຽກງານປະກັນສັງຄົມ ມີສິດ ດັ່ງນີ້:
1. ເຂົ້າໄປດຳເນີນການກວດກາຢູ່ຫົວໜ່ວຍແຮງງານ ຫຼື ສະຖານທີ່ອອກແຮງງານ ຫຼື ກວດຜ່ານລະບົບຂໍ້ມູນ;

第ມາດຕາ 6条

第6条 社会保险检查官员的权利和义务

社会保险检查官员享有以下权利和履行以下义务:

1. 随时通过计划内或计划外检查,对涉嫌违反社会保险法律法规的目标进行检查,可事先通知或不事先通知,事后将检查结果告知;

2. 被检查目标必须提供检查所需的信息、文件,以口头或书面形式,并在必要时复印部分或全部文件,无论是以文件形式还是电子形式保存;

3. 询问所有隶属于被检查目标的员工以及相关的外部人员;

4. 必要时邀请被检查目标或个人、其他相关方到社会保险机构,在规定时间内向检查官员提供信息;

5. 记录静态图像、动态图像、声音,用于分析并作为下一次社会保险工作检查的参考证据;

6. 对已违反或正在违反社会保险法律法规的被检查目标进行警告、教育并处以罚款措施;

7. 建议相关部门依法依规对违法者采取措施;

8. 跟踪检查实施结果,以对被检查目标强制执行法律法规;

9. 行使和履行本协议规定的其他权利和义务。

ພາສາລາວ (老挝语原文)

ມາດຕາ 6 ສິດ ແລະ ໜ້າທີ່ຂອງເຈົ້າໜ້າທີ່ກວດກາວຽກງານປະກັນສັງຄົມ

ເຈົ້າໜ້າທີ່ກວດກາວຽກງານປະກັນສັງຄົມ ມີສິດ ແລະ ໜ້າທີ່ ດັ່ງນີ້:

1. ກວດເອກະສານ ດ້ວຍການກວດຕາມແຜນການ ຫຼື ນອກແຜນ ຕໍ່ເປົ້າໝາຍທີ່ສົງໄສວ່າມີການລະເມີດກົດໝາຍ ແລະ ລະບຽບການກ່ຽວກັບວຽກງານປະກັນສັງຄົມ ໄດ້ທຸກເວລາ ໂດຍມີການແຈ້ງກ່ອນລ່ວງໜ້າ ຫຼື ບໍ່ແຈ້ງລ່ວງໜ້າກໍໄດ້ ແລ້ວແຈ້ງຜົນການກວດກາໃຫ້ຮັບຊາບຕາມພາຍຫຼັງ;

2. ເປົ້າໝາຍຖືກກວດກາຕ້ອງສະໜອງຂໍ້ມູນ, ເອກະສານ ທີ່ຈຳເປັນຕໍ່ການດຳເນີນການກວດກາ ດ້ວຍປາກເປົ່າ ຫຼື ເປັນລາຍລັກອັກສອນ ແລະ ອັດສຳເນົາເອກະສານສ່ວນໃດໜຶ່ງ ຫຼື ທັງໝົດໄວ້ຖ້າຈຳເປັນ, ເຖິງຈະເກັບໄວ້ໃນຮູບແບບເອກະສານ ຫຼື ຮູບແບບອີເລັກໂທຣນິກກໍ່ຕາມ;

3. ສອບຖາມພະນັກງານທຸກຄົນທີ່ສັງກັດຢູ່ເປົ້າໝາຍຖືກກວດກາ ແລະ ບຸກຄົນພາຍນອກທີ່ກ່ຽວຂ້ອງ;

4. ເຊີນເປົ້າໝາຍທີ່ຖືກກວດກາ ຫຼື ບຸກຄົນ, ພາກສ່ວນອື່ນທີ່ກ່ຽວຂ້ອງ ເຂົ້າມາໃຫ້ຂໍ້ມູນແກ່ພະນັກງານກວດກາ ຢູ່ອົງການປະກັນສັງຄົມ ຕາມວັນເວລາທີ່ກຳນົດໃຫ້ ຖ້າມີຄວາມຈຳເປັນ;

5. ບັນທຶກພາບນິ່ງ, ພາບເຄື່ອນໄຫວ, ສຽງ ເພື່ອປະກອບການວິເຄາະ ແລະ ນຳໃຊ້ເປັນຫຼັກຖານອ້າງອີງ ໃຫ້ແກ່ການກວດກາວຽກງານປະກັນສັງຄົມ ຄັ້ງຕໍ່ໄປ;

6. ແຈ້ງເຕືອນ, ສຶກສາອົບຮົມ ແລະ ດຳເນີນມາດຕະການປັບໃໝ ຕໍ່ເປົ້າໝາຍຖືກກວດກາທີ່ໄດ້ລະເມີດ ຫຼື ກຳລັງລະເມີດກົດໝາຍ ແລະ ລະບຽບການປະກັນສັງຄົມ;

7. ສະເໜີພາກສ່ວນກ່ຽວຂ້ອງດຳເນີນມາດຕະການຕໍ່ຜູ້ລະເມີດ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ;

8. ຕິດຕາມຜົນຂອງການຈັດຕັ້ງປະຕິບັດການກວດກາ ເພື່ອບັງຄັບໃຊ້ກົດໝາຍ ແລະ ລະບຽບການ ຕໍ່ເປົ້າໝາຍກວດກາ;

9. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໃນຂໍ້ຕົກລົງສະບັບນີ້.

第ມາດຕາ 7条

第7条 结构

各级社会保险监察人员的结构如下:

- 中央级:由隶属于国家社会保险机构的监察人员组成,由劳动和社会福利部部长任命,包括国家社会保险机构内部的委员会和各司局,必要时可邀请外部相关方参加专项监察委员会,由劳动和社会福利部部长逐案任命。

- 省、首都级:由隶属于社会保险办公室的监察人员组成,由省、首都劳动和社会福利厅厅长任命,包括办公室委员会、社会保险办公室内部相关单位以及劳动和社会福利厅的劳动管理科,必要时可邀请外部相关方参加地方级专项监察委员会,由省长、首都市长任命。

ພາສາລາວ (老挝语原文)

ມາດຕາ 7 ໂຄງປະກອບ

ໂຄງປະກອບຂອງເຈົ້າໜ້າທີ່ກວດກາວຽກງານປະກັນສັງຄົມແຕ່ລະຂັ້ນປະກອບມີດັ່ງນີ້:

- ຂັ້ນສູນກາງ: ປະກອບດ້ວຍເຈົ້າໜ້າທີ່ກວດກາທີ່ສັງກັດຢູ່ອົງການປະກັນສັງຄົມແຫ່ງຊາດ ໂດຍໄດ້ຮັບການແຕ່ງຕັ້ງຈາກລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຊຶ່ງປະກອບດ້ວຍຄະນະອົງການ ແລະ ພະແນກການຕ່າງໆພາຍໃນອົງການປະກັນສັງຄົມແຫ່ງຊາດ ໃນກໍລະນີຈຳເປັນສາມາດເຊີນພາກສ່ວນພາຍນອກທີ່ກ່ຽວຂ້ອງເຂົ້າຮ່ວມຄະນະກວດກາສະເພາະກິດ ໂດຍໄດ້ຮັບການແຕ່ງຕັ້ງຈາກລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນແຕ່ລະກໍລະນີ.

- ຂັ້ນແຂວງ, ນະຄອນຫຼວງ: ປະກອບດ້ວຍເຈົ້າໜ້າທີ່ກວດກາທີ່ສັງກັດຢູ່ຫ້ອງການປະກັນສັງຄົມ ໂດຍໄດ້ຮັບການແຕ່ງຕັ້ງຈາກຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ, ນະຄອນຫຼວງ ຊຶ່ງປະກອບດ້ວຍຄະນະຫ້ອງການ, ຫວຍງານກ່ຽວຂ້ອງພາຍໃນຫ້ອງການປະກັນສັງຄົມ ແລະ ຂະແໜງຄຸ້ມຄອງແຮງງານ ຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມ, ໃນກໍລະນີຈຳເປັນສາມາດເຊີນພາກສ່ວນພາຍນອກທີ່ກ່ຽວຂ້ອງເຂົ້າຮ່ວມຄະນະສະເພາະກິດກວດກາຂັ້ນທ້ອງຖິ່ນ ໂດຍໄດ້ຮັບການແຕ່ງຕັ້ງຈາກເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ.

第ມາດຕາ 8条

第8条 标准条件

ພາສາລາວ (老挝语原文)

ມາດຕາ 8 ມາດຖານເງື່ອນໄຂ

第ມາດຕາ 9条

第9条
社会保险监督检查人员必须具备以下条件和标准:
1. 充分了解和掌握有关法律、法规或社会保险工作;
2. 具有某一特定专业水平;
3. 具有至少3年的工作活动经验;
4. 具备资格、职业道德、责任心、忠于职守;
5. 尊重并严格遵守法律法规;
6. 身体健康。

ພາສາລາວ (老挝语原文)

ມາດຕາ 9
ເຈົ້າໜ້າທີ່ກວດກາວຽກງານປະກັນສັງຄົມຕ້ອງມີມາດຖານເງື່ອນໄຂ ດັ່ງນີ້:
1. ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບກົດໝາຍ, ລະບຽບການ ຫຼື ວຽກງານປະກັນສັງຄົມໄດ້ເປັນຢ່າງດີ;
2. ມີລະດັບວິຊາສະເພາະແນ່ນອນໃດໜຶ່ງ;
3. ມີປະສົບການໃນການເຄື່ອນໄຫວວຽກງານຢ່າງໜ້ອຍ 3 ປີ;
4. ມີຄຸນສົມບັດ, ມີຈັນຍາບັນ, ມີຄວາມຮັບຜິດຊອບ, ສັດຊື່ຕໍ່ໜ້າທີ່ວຽກງານ;
5. ເປັນຜູ້ທີ່ເຄົາລົບ ແລະ ປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ;
6. ມີສຸຂະພາບແຂງແຮງ.

第ມາດຕາ 10条

第10条 对检查官员和检查对象的禁止行为

对检查官员的禁止行为
禁止社会保险检查官员有下列行为:
1. 以任何形式滥用职务、权力、职责和检查证谋取个人、家庭和团体利益,给予、索取或收受与社会保险工作有关的贿赂;
2. 坚决隐瞒、藏匿、拖延、伪造官方文件;
3. 泄露社会保险检查工作的组织秘密;
4. 将社会保险检查证交给他人使用;
5. 其他损害检查官员作用的行为。

对检查对象的禁止行为
禁止用人单位有下列行为:
1. 冒充和假冒社会保险检查官员;
2. 达成任何协议或采取任何行动以逃避检查或不合作、阻碍、制造困难、威胁、粗暴、使用暴力或伤害社会保险检查官员的身体;
3. 诽谤、诋毁社会保险检查官员、工作人员或社会保险组织;
4. 篡改、销毁或损坏信息或证据;
5. 提供不实信息、伪造、篡改与社会保险检查工作有关的文件;
6. 其他违反法律法规的行为。

ພາສາລາວ (老挝语原文)

ມາດຕາ 10 ຂໍ້ຫ້າມສຳລັບເຈົ້າໜ້າທີ່ກວດກາ ແລະ ເປົ້າໝາຍຖືກກວດກາ

ຂໍ້ຫ້າມສຳລັບເຈົ້າໜ້າທີ່ກວດກາ
ຫ້າມເຈົ້າໜ້າທີ່ກວດກາວຽກງານປະກັນສັງຄົມ ມີພຶດຕິກຳດັ່ງນີ້:
1. ສວຍໃຊ້ຖານະຕຳແໜ່ງ, ສິດອຳນາດ, ໜ້າທີ່ ແລະ ບັດກວດກາ ໃນທຸກຮູບແບບເພື່ອຫາຜົນປະໂຫຍດສ່ວນຕົວ, ຄອບຄົວ ແລະ ພັກພວກ, ໃຫ້, ທວງເອົາ ຫຼື ຮັບສິນບົນກ່ຽວກັບວຽກງານປະກັນສັງຄົມ;
2. ປິດບັງ, ເຊື່ອງອຳ, ທວງດຶງ, ປອມແປງເອກະສານທາງລັດຖະການຢ່າງເດັດຂາດ;
3. ເປີດເຜີຍຄວາມລັບ ການຈັດຕັ້ງປະຕິບັດກວດກາວຽກງານປະກັນສັງຄົມ;
4. ເອົາບັດກວດກາວຽກງານປະກັນສັງຄົມ ໃຫ້ບຸກຄົນອື່ນນຳໃຊ້;
5. ການກະທຳຄວາມຜິດອື່ນໆ ທີ່ພາໃຫ້ເສື່ອມເສຍບົດບາດຂອງເຈົ້າໜ້າທີ່ກວດກາ.

ຂໍ້ຫ້າມສຳລັບເປົ້າໝາຍຖືກກວດກາ
ຫ້າມຫົວໜ່ວຍແຮງງານ ມີພຶດຕິກຳດັ່ງນີ້:
1. ປອມຕົວ ແລະ ແອບອ້າງ ເປັນເຈົ້າໜ້າທີ່ກວດກາປະກັນສັງຄົມ;
2. ສ້າງຂໍ້ຕົກລົງໃດໆຮ່ວມກັນ ຫຼື ກະທຳການໃດໆ ເພື່ອຫຼີກລ້ຽງການກວດກາ ຫຼື ບໍ່ໃຫ້ຄວາມຮ່ວມມື, ຂັດຂວາງ, ສ້າງຄວາມຫຍຸ້ງຍາກ, ຂົ່ມຂູ່, ໃຊ້ຄວາມຫຍາບຄາຍ, ໃຊ້ຄວາມຮຸນແຮງ ຫຼື ທຳຮ້າຍຮ່າງກາຍເຈົ້າໜ້າທີ່ກວດກາປະກັນສັງຄົມ;
3. ໂຄສະນາໃສ່ຮ້າຍປ້າຍສີ ເຈົ້າໜ້າທີ່ກວດກາວຽກງານປະກັນສັງຄົມ, ພະນັກງານ ຫຼື ການຈັດຕັ້ງປະກັນສັງຄົມ;
4. ສັບປ່ຽນ, ທຳລາຍ ຫຼື ເຮັດໃຫ້ຂໍ້ມູນ ຫຼື ຫຼັກຖານເສຍຫາຍ;
5. ແຈ້ງຂໍ້ມູນທີ່ບໍ່ມີມູນຄວາມຈິງ, ປອມແປງ, ດັດແປງ ເອກະສານ ທີ່ພົວພັນກັບການດຳເນີນການກວດກາວຽກງານປະກັນສັງຄົມ;
6. ມີພຶດຕິກຳອື່ນໆ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

第ມາດຕາ 11条

第11条 罚款
个人、法人或组织违反有关社会保险的法律法规,特别是未构成刑事犯罪但造成财产损失的禁止行为,将被处以相当于全部损失价值的罚款;

被检查的目标如果按照第24条规定的程序参加社会保险,则不会被罚款,反之,如果不参加,将根据以下情况处以罚款:

1) 尚未参加社会保险的用人单位,将被处以相当于其每月应向国家社会保险基金缴纳的雇主缴款部分的罚款,但在三个月内,如果仍未参加社会保险或未按照警告执行,检查人员将再次进行检查并采取行动;

2) 雇主未将其所有劳动者纳入社会保险,或申报的缴款人数与各期实际情况不符,将被处以相当于雇主缴款部分的罚款,按尚未参加社会保险的劳动者人数或每月未缴款的人数计算;

3) 雇主已从劳动者处扣除缴款,但未将其缴入社会保险基金,或缴款不正确,或无正当理由延迟缴款超过三个月,将被处以相当于贷款利息的罚款,按老挝人民银行各期规定的各行业贷款利率计算,从每月应缴未缴的缴款额计算。

ພາສາລາວ (老挝语原文)

ມາດຕາ 11 ການປັບໃໝ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການປະກັນສັງຄົມ ເປັນຕົ້ນ ຂໍ້ຫ້າມທີ່ບໍ່ເປັນການກະທຳຜິດທາງອາຍາ ແລະ ກໍ່ຄວາມເສຍຫາຍທາງດ້ານຊັບສິນຈະຖືກປັບໃໝເທົ່າຕົວຂອງມູນຄ່າຄວາມເສຍຫາຍທັງໝົດ;

ເປົ້າໝາຍທີ່ຖືກກວດກາ ຫາກເຂົ້າຮ່ວມລະບົບປະກັນສັງຄົມຕາມຂັ້ນຕອນທີ່ກຳນົດ ຂອງມາດຕາ 24 ຈະບໍ່ຖືກປັບໃໝ, ກົງກັນຂ້າມ ຫາກບໍ່ເຂົ້າຮ່ວມຈະຖືກປັບໃໝຕາມແຕ່ລະກໍລະນີ ດັ່ງລຸ່ມນີ້:

1) ກໍລະນີ ຫົວໜ່ວຍແຮງງານ ທີ່ບໍ່ທັນເຂົ້າລະບົບປະກັນສັງຄົມ ຈະຖືກປັບໃໝເທົ່າກັບເງິນສົມທົບສ່ວນຂອງຜູ້ໃຊ້ແຮງງານທີ່ຕ້ອງສົມທົບເຂົ້າກອງທຶນປະກັນສັງຄົມແຫ່ງຊາດ ໃນແຕ່ລະເດືອນ, ແຕ່ໃນໄລຍະສາມເດືອນ ຖ້າຍັງບໍ່ເຂົ້າຮ່ວມລະບົບປະກັນສັງຄົມ ຫຼື ບໍ່ປະຕິບັດຕາມແຈ້ງເຕືອນ ເຈົ້າໜ້າທີ່ກວດກາຈະລົງກວດກາ ແລະ ດຳເນີນການອີກຄັ້ງ;

2) ກໍລະນີ ຜູ້ໃຊ້ແຮງງານບໍ່ເອົາຜູ້ອອກແຮງງານຂອງຕົນເຂົ້າປະກັນສັງຄົມໝົດທຸກຄົນ ຫຼື ແຈ້ງຈຳນວນຄົນຈ່າຍເງິນສົມທົບບໍ່ຖືກຕ້ອງກັບຄວາມເປັນຈິງໃນແຕ່ລະໄລຍະ ຈະຖືກປັບໃໝເທົ່າກັບເງິນສົມທົບສ່ວນຂອງຜູ້ໃຊ້ແຮງງານ ຕາມຈຳນວນຜູ້ອອກແຮງງານທີ່ຍັງບໍ່ທັນເຂົ້າປະກັນສັງຄົມ ຫຼື ຕາມຈຳນວນຄົນບໍ່ມອບເງິນສົມທົບໃນແຕ່ລະເດືອນ;

3) ກໍລະນີ ຜູ້ໃຊ້ແຮງງານຫັກເງິນສົມທົບຈາກຜູ້ອອກແຮງງານແລ້ວ ແຕ່ບໍ່ນຳມາມອບເຂົ້າກອງທຶນປະກັນສັງຄົມ ຫຼື ມອບເງິນສົມທົບບໍ່ຖືກຕ້ອງ ຫຼື ມອບເງິນສົມທົບຊ້າເກີນສາມເດືອນ ໂດຍບໍ່ມີເຫດຜົນພຽງພໍ ຈະຖືກປັບໃໝເທົ່າກັບອັດຕາດອກເບ້ຍເງິນກູ້ ຕາມແຕ່ລະປະເພດທຸລະກິດ ທີ່ທະນາຄານແຫ່ງ ສປປ ລາວ ກຳນົດອອກແຕ່ລະໄລຍະ ໂດຍຄິດໄລ່ຈາກເງິນສົມທົບທີ່ຄ້າງມອບໃນແຕ່ລະເດືອນ.

第ມາດຕາ 12条

第12条 法律措施
个人、法人或组织因社会保险工作给他人造成损害,或违反社会保险法律和法规的,必须承担民事赔偿责任,或根据情节轻重,依照刑法典及其他相关法律受到处罚;

若国家社会保险机构已支付补助金但出现错误,可以全额追回多付或错付的款项,并依法对违法者采取相关法律和法规规定的措施。

ພາສາລາວ (老挝语原文)

ມາດຕາ 12 ມາດຕະການທາງກົດໝາຍ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ກໍ່ຄວາມເສຍຫາຍໃຫ້ແກ່ຜູ້ອື່ນ ອັນເນື່ອງມາຈາກວຽກງານປະກັນສັງຄົມ ຫຼື ໄດ້ລະເມີດກົດໝາຍ ແລະ ລະບຽບກ່ຽວກັບການປະກັນສັງຄົມ ຈະຕ້ອງໄດ້ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ຈະຖືກລົງໂທດຕາມປະມວນກົດໝາຍອາຍາ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ຕາມກໍລະນີເບົາ ຫຼື ໜັກ;

ກໍລະນີ ອົງການປະກັນສັງຄົມແຫ່ງຊາດໄດ້ເບີກຈ່າຍເງິນອຸດໜູນອອກໄປແລ້ວ ແຕ່ມີການຜິດພາດ ສາມາດຮຽກເກັບເງິນທີ່ເກີນ ຫຼື ຜິດພາດນັ້ນຄືນຢ່າງຄົບຖ້ວນ ແລະ ດຳເນີນມາດຕະການຕໍ່ຜູ້ກະທຳຜິດ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

本页展示前 12 条,全文共 17 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译