ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງກອງທຶນປະກັນສັງຄົມ
社会保险基金管理协议
Agreement on Management of Social Insurance Funds
ບົດສະຫຼຸບ
ລະບຽບການສະບັບນີ້ກຳນົດການຄຸ້ມຄອງ ແລະ ການດຳເນີນງານຂອງກອງທຶນປະກັນສັງຄົມ, ເນື້ອໃນຫຼັກກວມເອົາການຮັບ-ຈ່າຍກອງທຶນ, ການລົງທຶນ, ການຕິດຕາມງົບປະມານ ແລະ ຂັ້ນຕອນການຈ່າຍເງິນຂອງລັດຖະບານ ແລະ ນາຍຈ້າງ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ການຄຸ້ມຄອງກອງທຶນປະກັນສັງຄົມ
ການຄຸ້ມຄອງກອງທຶນປະກັນສັງຄົມ ແມ່ນການຄຸ້ມຄອງແຫຼ່ງລາຍຮັບ, ແຜນລາຍຈ່າຍການອຸດໜູນປະກັນສັງຄົມ, ການບໍລິຫານປົກກະຕິ ແລະ ໂຄງການລົງທຶນ ພ້ອມມີການສະສົມທຶນ ແລະ ການລົງທຶນ ຕາມກົດໝາຍ ແລະ ລະບຽບການທີ່ກຳນົດໄວ້ ເພື່ອໃຫ້ກອງທຶນມີຄວາມເຂັ້ມແຂງດ້ານການເງິນ ແລະ ຄວາມຍືນຍົງ.
ມາດຕາ ມາດຕາ 2
ມາດຕາ 2 ການອະທິບາຍຄຳສັບ
1. ກອງທຶນ ໝາຍເຖິງ ກອງທຶນປະກັນສັງຄົມ;
2. ອົງການ ໝາຍເຖິງ ອົງການປະກັນສັງຄົມແຫ່ງຊາດ;
ມາດຕາ ມາດຕາ 3
ມາດຕາ 3 ຄຳສັບທີ່ໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍດັ່ງນີ້:
3. ອົງການປະກັນສັງຄົມແຫ່ງຊາດ ແຕ່ລະຂັ້ນຄຸ້ມຄອງ ໝາຍເຖິງ ອົງການປະກັນສັງຄົມແຫ່ງຊາດ, ຫ້ອງການປະກັນສັງຄົມ ແຂວງ, ນະຄອນຫຼວງ ແລະ ສູນບໍລິການປະກັນສັງຄົມ ເມືອງ, ເທດສະບານ, ນະຄອນ;
ຜູ້ສັງການ ໝາຍເຖິງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ;
ຜູ້ຖືກມອບສິດ ໝາຍເຖິງ ທ່ານຫົວໜ້າອົງການປະກັນສັງຄົມແຫ່ງຊາດ;
ເງິນສົມທົບ ໝາຍເຖິງ ເງິນທີ່ລັດຖະບານ, ຜູ້ໃຊ້ແຮງງານ, ຜູ້ປະກັນຕົນ ໄດ້ມອບເຂົ້າກອງທຶນປະກັນສັງຄົມແຫ່ງຊາດ ເປັນລາຍເດືອນ ຕາມອັດຕາສ່ວນທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ;
7. ການສະສົມທຶນ ໝາຍເຖິງ ການເກັບທອນເງິນທີ່ເຫຼືອຈາກການນຳໃຊ້ລາຍຮັບຕ່າງໆ ຂອງອົງການປະກັນສັງຄົມແຫ່ງຊາດ ໄວ້ຢູ່ຄັງເງິນແຫ່ງຊາດ ຫຼື ທະນາຄານ ເພື່ອຮອງຮັບການຈ່າຍເງິນອຸດໜູນປະກັນສັງຄົມໃນໄລຍະຍາວ;
8. ງົບປະມານເກີນດຸນ ໝາຍເຖິງ ງົບປະມານທີ່ມີຕົວເລກລວມຍອດລາຍຮັບ ຫຼາຍກວ່າຕົວເລກລວມຍອດລາຍຈ່າຍ;
9. ເງິນຊ່ວຍເຫຼືອຈາກລັດຖະບານ ໝາຍເຖິງ ງົບປະມານທີ່ລັດຖະບານ ມອບໃຫ້ອົງການປະກັນສັງຄົມແຫ່ງຊາດ ເພື່ອຈ່າຍອຸດໜູນຕ່າງໆ ແກ່ກຸ່ມເປົ້າໝາຍທີ່ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ, ຜູ້ຮັບອຸດໜູນບຳນານຄືນ ແລະ ລູກຜູ້ຮັບອຸດໜູນບຳນານ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 20 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ