社会保险基金管理协议
ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງກອງທຶນປະກັນສັງຄົມ
Agreement on Management of Social Insurance Funds
简介
该法规调整社会保险基金的管理与运作,核心内容涵盖基金收支、投资、预算监督及政府与雇主的缴款程序。
Summary
This regulation governs the management and operation of the social insurance fund, covering fund revenue and expenditure, investment, budget supervision, and contribution procedures by the government and employers.
ບົດສະຫຼຸບ
ລະບຽບການສະບັບນີ້ກຳນົດການຄຸ້ມຄອງ ແລະ ການດຳເນີນງານຂອງກອງທຶນປະກັນສັງຄົມ, ເນື້ອໃນຫຼັກກວມເອົາການຮັບ-ຈ່າຍກອງທຶນ, ການລົງທຶນ, ການຕິດຕາມງົບປະມານ ແລະ ຂັ້ນຕອນການຈ່າຍເງິນຂອງລັດຖະບານ ແລະ ນາຍຈ້າງ.
条文
第ມາດຕາ 1条
第1条 社会保险基金管理
社会保险基金管理是指对收入来源、社会保险补助支出计划、日常行政管理和投资项目进行管理,同时依法依规进行资金积累和投资,以使基金具有财务实力和可持续性。
ພາສາລາວ (老挝语原文)
ມາດຕາ 1 ການຄຸ້ມຄອງກອງທຶນປະກັນສັງຄົມ
ການຄຸ້ມຄອງກອງທຶນປະກັນສັງຄົມ ແມ່ນການຄຸ້ມຄອງແຫຼ່ງລາຍຮັບ, ແຜນລາຍຈ່າຍການອຸດໜູນປະກັນສັງຄົມ, ການບໍລິຫານປົກກະຕິ ແລະ ໂຄງການລົງທຶນ ພ້ອມມີການສະສົມທຶນ ແລະ ການລົງທຶນ ຕາມກົດໝາຍ ແລະ ລະບຽບການທີ່ກຳນົດໄວ້ ເພື່ອໃຫ້ກອງທຶນມີຄວາມເຂັ້ມແຂງດ້ານການເງິນ ແລະ ຄວາມຍືນຍົງ.
第ມາດຕາ 2条
第2条 词语解释
1. 基金 是指社会保险基金;
2. 机构 是指国家社会保险机构;
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
1. ກອງທຶນ ໝາຍເຖິງ ກອງທຶນປະກັນສັງຄົມ;
2. ອົງການ ໝາຍເຖິງ ອົງການປະກັນສັງຄົມແຫ່ງຊາດ;
第ມາດຕາ 3条
第3条 本法中使用的术语定义如下:
3. 各级国家社会保险机构是指国家社会保险机构、省(首都)社会保险办公室以及县(市、镇)社会保险服务中心;
主管部长是指劳动和社会福利部部长;
授权人是指国家社会保险机构负责人;
缴款是指政府、雇主、被保险人每月按照法律和法规规定的比例向国家社会保险基金缴纳的资金;
7. 资金积累是指将国家社会保险机构各项收入使用后的剩余资金存放在国库或银行,以长期支持社会保险福利的支付;
8. 预算盈余是指总收入数字大于总支出数字的预算;
9. 政府补助是指政府拨给国家社会保险机构的预算,用于向因战斗和战斗服务致残的目标群体、复员养老金领取者以及养老金领取者的子女支付各种福利。
ພາສາລາວ (老挝语原文)
ມາດຕາ 3 ຄຳສັບທີ່ໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍດັ່ງນີ້:
3. ອົງການປະກັນສັງຄົມແຫ່ງຊາດ ແຕ່ລະຂັ້ນຄຸ້ມຄອງ ໝາຍເຖິງ ອົງການປະກັນສັງຄົມແຫ່ງຊາດ, ຫ້ອງການປະກັນສັງຄົມ ແຂວງ, ນະຄອນຫຼວງ ແລະ ສູນບໍລິການປະກັນສັງຄົມ ເມືອງ, ເທດສະບານ, ນະຄອນ;
ຜູ້ສັງການ ໝາຍເຖິງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ;
ຜູ້ຖືກມອບສິດ ໝາຍເຖິງ ທ່ານຫົວໜ້າອົງການປະກັນສັງຄົມແຫ່ງຊາດ;
ເງິນສົມທົບ ໝາຍເຖິງ ເງິນທີ່ລັດຖະບານ, ຜູ້ໃຊ້ແຮງງານ, ຜູ້ປະກັນຕົນ ໄດ້ມອບເຂົ້າກອງທຶນປະກັນສັງຄົມແຫ່ງຊາດ ເປັນລາຍເດືອນ ຕາມອັດຕາສ່ວນທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ;
7. ການສະສົມທຶນ ໝາຍເຖິງ ການເກັບທອນເງິນທີ່ເຫຼືອຈາກການນຳໃຊ້ລາຍຮັບຕ່າງໆ ຂອງອົງການປະກັນສັງຄົມແຫ່ງຊາດ ໄວ້ຢູ່ຄັງເງິນແຫ່ງຊາດ ຫຼື ທະນາຄານ ເພື່ອຮອງຮັບການຈ່າຍເງິນອຸດໜູນປະກັນສັງຄົມໃນໄລຍະຍາວ;
8. ງົບປະມານເກີນດຸນ ໝາຍເຖິງ ງົບປະມານທີ່ມີຕົວເລກລວມຍອດລາຍຮັບ ຫຼາຍກວ່າຕົວເລກລວມຍອດລາຍຈ່າຍ;
9. ເງິນຊ່ວຍເຫຼືອຈາກລັດຖະບານ ໝາຍເຖິງ ງົບປະມານທີ່ລັດຖະບານ ມອບໃຫ້ອົງການປະກັນສັງຄົມແຫ່ງຊາດ ເພື່ອຈ່າຍອຸດໜູນຕ່າງໆ ແກ່ກຸ່ມເປົ້າໝາຍທີ່ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ, ຜູ້ຮັບອຸດໜູນບຳນານຄືນ ແລະ ລູກຜູ້ຮັບອຸດໜູນບຳນານ.
第ມາດຕາ 4条
第4条 社会认可,不允许从中央到地方的社会保险机构进行计划外支付、先投资和超预算支付;
4. 基金收支记账:国有基金的收支必须记入年度国家预算,在国家金库执行;企业和自愿参保者的基金收支通过老挝境内的银行系统记账,用于法律和社会保险相关法规规定的支出目标。基金的所有收支来源必须置于国家社会保险管理委员会和劳动与社会福利部的管理、监督和检查之下;
5. 准确性:基金预算信息,包括计划制定、执行和总结,必须确保清晰、透明、公开和可核查。
ພາສາລາວ (老挝语原文)
ມາດຕາ 4 ການສັງຄົມ ໄດ້ຮັບຮອງເອົາ, ບໍ່ອະນຸຍາດໃຫ້ອົງການປະກັນສັງຄົມແຕ່ສູນກາງລົງຮອດທ້ອງຖິ່ນ ຈ່າຍນອກແຜນ, ລົງທຶນກ່ອນ ແລະ ຈ່າຍເກີນແຜນງົບປະມານ;
4. ການຈົດລາຍຮັບ-ລາຍຈ່າຍຂອງກອງທຶນ: ລາຍຮັບ-ລາຍຈ່າຍຂອງກອງທຶນພາກລັດ ຕ້ອງຈົດເຂົ້າໃນແຜນງົບປະມານແຫ່ງລັດປະຈຳປີ, ຈັດຕັ້ງປະຕິບັດຢູ່ຄັງເງິນແຫ່ງຊາດ ແລະ ລາຍຮັບ-ລາຍຈ່າຍຂອງກອງທຶນພາກວິສາຫະກິດ ແລະ ຜູ້ສະຫັກໃຈ ຈົດຜ່ານລະບົບທະນາຄານຢູ່ ສປປ ລາວ ເພື່ອນຳໃຊ້ເຂົ້າໃນເປົ້າໝາຍລາຍຈ່າຍຕາມກົດໝາຍ ແລະ ລະບຽບການກ່ຽວກັບການປະກັນສັງຄົມ ທີ່ໄດ້ກຳນົດໄວ້. ທຸກແຫຼ່ງລາຍຮັບ-ລາຍຈ່າຍຂອງກອງທຶນ ຕ້ອງຢູ່ພາຍໃຕ້ການຄຸ້ມຄອງ, ຕິດຕາມ ແລະ ກວດກາ ຂອງສະພາບໍລິຫານອົງການປະກັນສັງຄົມແຫ່ງຊາດ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ;
5. ຄວາມຖືກຕ້ອງ: ຂໍ້ມູນງົບປະມານກອງທຶນ ກ່ຽວກັບການສ້າງແຜນ, ການຈັດຕັ້ງປະຕິບັດ ແລະ ການສະຫຼຸບ ຕ້ອງຮັບປະກັນຄວາມຊັດເຈນ, ໂປ່ງໃສ, ເປີດເຜີຍ ແລະ ສາມາດກວດສອບໄດ້.
第ມາດຕາ 5条
第5条 国家配套资金的拨付
国家配套资金的拨付应按照以下方式进行:
ພາສາລາວ (老挝语原文)
ມາດຕາ 5 ການມອບເງິນສົມທົບຂອງພາກລັດ
ການມອບເງິນສົມທົບຂອງພາກລັດ ໃຫ້ປະຕິບັດຕາມວິທີ ດັ່ງນີ້:
第ມາດຕາ 6条
第6条
国家部门的缴款
1. 财政部代表政府,根据本协议第9条第1.1款规定的缴款比例,计算属于政府责任的缴款部分,在国家金库的社会保障机构收款账户中缴款,依据劳动和社会福利部的提议;
2. 相关组织根据本协议第9条第1.2款规定的缴款比例,按月计算每位公务员的缴款,然后在国家金库或省、首都国家金库的社会保障机构收款账户中缴款;
3. 各级社会保障机构必须取得每月或每期提交的党-国家组织的提款单和工资文件原件或一套副本,必要时可以使用内政部管理的公务员数据库中的工资文件数据,作为每月按个人记录缴款进入数据库的依据,并与国家金库或省、首都国家金库的备用账户进行核对,同时作为审议各类社会保障补助的依据,按照社会保障法及相关规定确定;
4. 地方社会保障办公室汇总其级别的8%缴款,然后提议转入国家金库的社会保障机构收款账户;
5. 国家将为因战斗和战斗服务而致残的人员、领取抚恤金的人员以及领取抚恤金人员的子女提供预算援助,由财政部每期将援助款项缴入国家金库的社会保障机构收款账户,依据劳动和社会福利部的提议。
ພາສາລາວ (老挝语原文)
ມາດຕາ 6
ການມອບເງິນສົມທົບ ຂອງພາກລັດ
1. ກະຊວງການເງິນ ໃນນາມລັດຖະບານ ຄິດໄລ່ເງິນສົມທົບ ສ່ວນທີ່ເປັນຄວາມຮັບຜິດຊອບຂອງລັດຖະບານ ຕາມອັດຕາສ່ວນເງິນສົມທົບ ທີ່ໄດ້ກຳນົດໄວ້ໃນມາດຕາ 9 ຂໍ້ 1.1 ຂອງຂໍ້ຕົກລົງສະບັບນີ້ ມອບເຂົ້າບັນຊີຮັບ ຂອງອົງການປະກັນສັງຄົມແຫ່ງຊາດ ຢູ່ຄັງເງິນແຫ່ງຊາດ ບົນພື້ນຖານການສະເໜີຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ;
2. ການຈັດຕັ້ງທີ່ກ່ຽວຂ້ອງ ຄິດໄລ່ເງິນສົມທົບ ຂອງພະນັກງານ-ລັດຖະກອນ ແຕ່ລະຄົນເປັນລາຍເດືອນ ຕາມອັດຕາສ່ວນເງິນສົມທົບ ທີ່ໄດ້ກຳນົດໄວ້ໃນມາດຕາ 9 ຂໍ້ 1.2 ຂອງຂໍ້ຕົກລົງສະບັບນີ້ ແລ້ວມອບເຂົ້າບັນຊີຮັບ ຂອງອົງການປະກັນສັງຄົມແຫ່ງຊາດ ຢູ່ຄັງເງິນແຫ່ງຊາດ ຫຼື ຄັງເງິນແຫ່ງຊາດ ປະຈຳແຂວງ, ນະຄອນຫຼວງ;
3. ອົງການປະກັນສັງຄົມແຫ່ງຊາດ ແຕ່ລະຂັ້ນຄຸ້ມຄອງ ຕ້ອງໄດ້ເອົາໃບຖອນເງິນ ແລະ ເອກະສານເງິນເດືອນ ສະບັບຕົ້ນ ຫຼື ສຳເນົາໜຶ່ງຊຸດ ນຳການຈັດຕັ້ງພັກ-ລັດ ແຕ່ລະພາກສ່ວນທີ່ນຳມາມອບໃຫ້ເປັນປະຈຳແຕ່ລະເດືອນ ຫຼື ງວດ, ກໍລະນີຈຳເປັນແມ່ນສາມາດນຳໃຊ້ຂໍ້ມູນເອກະສານເງິນເດືອນຈາກລະບົບຖານຂໍ້ມູນຂອງລັດຖະກອນ ທີ່ກະຊວງພາຍໃນຄຸ້ມຄອງ, ເພື່ອເປັນຂໍ້ມູນ ແລະ ບ່ອນອີງໃນການບັນທຶກເງິນສົມທົບເຂົ້າຖານຂໍ້ມູນໃນແຕ່ລະເດືອນເປັນລາຍບຸກຄົນ ແລະ ກວດທຽບກັບບັນຊີສຳຮອງຈາກຄັງເງິນແຫ່ງຊາດ ຫຼື ຄັງເງິນແຫ່ງຊາດ ປະຈຳແຂວງ, ນະຄອນຫຼວງ ຕະຫຼອດຮອດເປັນບ່ອນອີງໃຫ້ແກ່ການພິຈາລະນາການອຸດໜູນປະກັນສັງຄົມປະເພດຕ່າງໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການປະກັນສັງຄົມ ແລະ ລະບຽບການກ່ຽວຂ້ອງ;
4. ຫ້ອງການປະກັນສັງຄົມຂັ້ນທ້ອງຖິ່ນ ສະຫຼຸບສັງລວມເງິນສົມທົບ 8% ຢູ່ຂັ້ນຂອງຕົນ ແລ້ວສະເໜີໂອນເຂົ້າບັນຊີຮັບຂອງອົງການປະກັນສັງຄົມແຫ່ງຊາດ ຢູ່ຄັງເງິນແຫ່ງຊາດ;
5. ລັດ ຈະເປັນຜູ້ຊ່ວຍເຫຼືອງົບປະມານສຳລັບຜູ້ພິການເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ, ຜູ້ຮັບການອຸດໜູນບຳນານດື່ນ ແລະ ລູກຜູ້ຮັບການອຸດໜູນບຳນານ ໂດຍແມ່ນກະຊວງການເງິນ ເປັນຜູ້ມອບເງິນຊ່ວຍເຫຼືອແຕ່ລະງວດ ເຂົ້າບັນຊີຮັບຂອງອົງການປະກັນສັງຄົມແຫ່ງຊາດ ຢູ່ຄັງເງິນແຫ່ງຊາດ ບົນພື້ນຖານການສະເໜີຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
第ມາດຕາ 7条
第7条 自愿参保人的共同缴费
自愿参保人按照合同规定的金额缴纳共同缴费,可以按月缴纳或根据合同期限预缴,通过存入国家社会保险机构在银行的存款账户、通过二维码系统(061 0008)或在各级国家社会保险机构以现金支付,并按照规章通过会计系统进行记录和跟踪。
ພາສາລາວ (老挝语原文)
ມາດຕາ 7 ການມອບເງິນສົມທົບຂອງຜູ້ສະໝັກໃຈ
ຜູ້ສະໝັກໃຈ ມອບເງິນສົມທົບຕາມຈຳນວນທີ່ໄດ້ກຳນົດໄວ້ໃນສັນຍາ ຊຶ່ງສາມາດມອບເປັນລາຍເດືອນ ຫຼື ມອບລ່ວງໜ້າຕາມອາຍຸຂອງສັນຍາ ໂດຍມອບເຂົ້າບັນຊີເງິນຝາກຂອງອົງການປະກັນສັງຄົມແຫ່ງຊາດ ຢູ່ທະນາຄານ, ຜ່ານລະບົບ ຄິວອາໂຄດ (061 0008) ຫຼື ຈ່າຍເປັນເງິນສົດຢູ່ອົງການປະກັນສັງຄົມແຫ່ງຊາດ ແຕ່ລະຂັ້ນຄຸ້ມຄອງ ໂດຍມີການບັນທຶກ ແລະ ຕິດຕາມຜ່ານລະບົບບັນຊີຕາມລະບຽບການ.
第ມາດຕາ 8条
第8条 长期受助人的医疗补助
根据修订后的《社会保险法》,针对目标群体的长期受助人的医疗补助,包括因战斗和战斗服务致残的目标群体、复职退休金受助人以及退休金受助人的子女,由各级国家社会保险机构管理,负责计算并直接从相关补助金中扣除,并通过会计系统按照规章进行记录和跟踪。
ພາສາລາວ (老挝语原文)
ມາດຕາ 8 ເງິນສົມທົບເພື່ອປິ່ນປົວສຸຂະພາບ ຂອງຜູ້ຮັບອຸດໜູນໄລຍະຍາວ
ເງິນສົມທົບເພື່ອປິ່ນປົວສຸຂະພາບ ຂອງຜູ້ຮັບອຸດໜູນໄລຍະຍາວຕາມກຸ່ມເປົ້າໝາຍ ກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບປັບປຸງ, ກຸ່ມເປົ້າໝາຍເສຍອົງຄະ ຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ, ຜູ້ຮັບອຸດໜູນບຳນານຄືນ ແລະ ລູກຜູ້ຮັບອຸດໜູນບຳນານ ແມ່ນອົງການປະກັນສັງຄົມແຫ່ງຊາດ ແຕ່ລະຂັ້ນຄຸ້ມຄອງ ເປັນຜູ້ຄິດໄລ່ ແລະ ຫັກໂດຍກົງຈາກເງິນອຸດໜູນທີ່ກ່ຽວຂ້ອງ ໂດຍມີການບັນທຶກ ແລະ ຕິດຕາມຜ່ານລະບົບບັນຊີຕາມລະບຽບການ.
第ມາດຕາ 9条
第9条 补贴基金的分配
各项统筹资金应按如下比例分配到各社会保险补贴基金:
统筹资金比例
社会保险补贴基金 | 国家 | 被保险人 | 雇主
医疗补贴基金 | 1.25 | 1.25 | 1.25
工伤或职业病补贴基金 | 0.5 | 0.5 | 0.5
短期补贴基金,用于疾病和死亡补贴 | 2.5 | 2.5 | 2.5
长期补贴基金,用于养老金、丧失劳动能力和家庭成员补贴 | 12.25 | 5.25 | 5.25
失业补贴基金 | 2 | 2 | 2
合计: | 16.5 | 11.5 | 9
统筹资金比例可根据各时期的实际使用情况进行调整。
ພາສາລາວ (老挝语原文)
ມາດຕາ 9 ການຈັດແບ່ງກອງທຶນອຸດໜູນ
ເງິນສົມທົບຕ່າງໆ ໃຫ້ຈັດແບ່ງເຂົ້າໃນແຕ່ລະກອງທຶນອຸດໜູນປະກັນສັງຄົມ ຕາມອັດຕາສ່ວນ ດັ່ງນີ້:
ອັດຕາສ່ວນຂອງລະບົບເງິນສົມທົບ
ກອງທຶນອຸດໜູນປະກັນສັງຄົມ | ພາກລັດ | ຜູ້ປະກັນຕົນ | ນາຍຈ້າງ
ກອງທຶນອຸດໜູນການປິ່ນປົວສຸຂະພາບ | 1.25 | 1.25 | 1.25
ກອງທຶນອຸດໜູນອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ | 0.5 | 0.5 | 0.5
ກອງທຶນອຸດໜູນໄລຍະສັ້ນ ສຳລັບການອຸດໜູນ ເມື່ອເຈັບປ່ວຍ ແລະ ເສຍຊີວິດ | 2.5 | 2.5 | 2.5
ກອງທຶນອຸດໜູນໄລຍະຍາວ ສຳລັບການອຸດໜູນ ບຳນານ ເສຍກຳລັງແຮງງານ ແລະ ສະມາຊິກຄອບຄົວ | 12.25 | 5.25 | 5.25
ກອງທຶນອຸດໜູນວ່າງງານ | 2 | 2 | 2
ລວມ: | 16.5 | 11.5 | 9
ອັດຕາສ່ວນເງິນສົມທົບ ສາມາດດັດປັບໃຫ້ມີຄວາມສອດຄ່ອງກັບການນຳໃຊ້ຕົວຈິງ ໃນແຕ່ລະໄລຍະ.
第ມາດຕາ 10条
第10条 基金支出类型
基金支出分类如下:
1. 各类社会保险补助;
2. 日常行政管理;
3. 基础设施投资项目及社会保险工作发展。
ພາສາລາວ (老挝语原文)
ມາດຕາ 10 ປະເພດລາຍຈ່າຍຂອງກອງທຶນ
ການຈັດປະເພດລາຍຈ່າຍຂອງກອງທຶນ ມີດັ່ງນີ້:
1. ການອຸດຫູນປະກັນສັງຄົມປະເພດຕ່າງໆ;
2. ການບໍລິຫານປົກກະຕິ;
3. ໂຄງການລົງທຶນໃສ່ໂຄງລ່າງພື້ນຖານ ແລະ ການພັດທະນາວຽກງານປະກັນສັງຄົມ.
第ມາດຕາ 11条
第11条
社会保险基金的使用,对于任何部门的社会保险补助,应使用该部门的收入;对于经常性行政支出、基础设施投资项目和社会保险工作发展,应使用基金的投资收益,并应符合相关法律;
在基金收入不足的情况下,应纳入国家年度预算计划。
各类社会保险补助支出
各类社会保险补助支出如下:
1. 医疗补助;
2. 工伤或职业病补助;
3. 生育补助;
4. 疾病补助;
5. 丧失劳动能力补助;
6. 养老金补助;
7. 死亡补助;
8. 家庭成员补助;
9. 失业补助;
10. 因战斗和战斗服务致残的目标群体、复员养老金领取者及复员养老金领取者的子女,由政府根据年度预算计划予以援助。
经常性行政支出
经常性行政支出如下:
1. 工资及各类补贴支出;
2. 行政机构服务支出;
3. 为机构服务而购买的支出。
投资项目支出
投资项目支出如下:
1. 基础设施建设支出;
2. 社会保险工作发展支出。
预算支出
预算支出应按以下规定执行:
1. 国家部门社会保险基金的预算支出,在每个时期由劳动和社会福利部部长以命令人身份批准,从国家社会保险机构在国家金库的收入账户转入支出账户,依据国家社会保险机构的支出计划;国家社会保险机构负责人以授权人身份,直接或通过国家社会保险机构在银行的账户,根据财政部的同意,从国家金库的支出账户支付各类社会保险补助;
2. 企业部门社会保险基金的预算支出,由国家社会保险机构负责人以授权人身份,从银行存款账户支付各类社会保险补助、经常性行政支出和投资项目,依据已批准的年度收支预算计划;
3. 地方社会保险办公室的国家部门社会保险基金预算支出,由国家社会保险机构负责人从机构在国家金库的支出账户转入地方社会保险办公室在省、首都国家金库的支出账户;地方社会保险办公室负责人从国家金库的支出账户直接支付各类社会保险补助和银行手续费,或通过省、首都社会保险办公室在银行的账户,按规定金额转账支付;
对于企业部门和自愿参保人的地方社会保险办公室预算,由国家社会保险机构负责人从银行账户转入地方社会保险办公室的银行账户;地方社会保险办公室负责人支付各类社会保险补助、经常性行政支出和投资项目,属于其层级。
4. 各类预算支出的计算,应依照社会保险法律、法规及其他相关法律执行。
ພາສາລາວ (老挝语原文)
ມາດຕາ 11
ການນຳໃຊ້ເງິນກອງທຶນປະກັນສັງຄົມ ສຳລັບການອຸດໜູນປະກັນສັງຄົມຂອງພາກໃດ ໃຫ້ນຳໃຊ້ລາຍຮັບຂອງພາກນັ້ນ, ສຳລັບລາຍຈ່າຍບໍລິຫານປົກກະຕິ, ໂຄງການລົງທຶນ ໃສ່ໂຄງລ່າງພື້ນຖານ ແລະ ການພັດທະນາວຽກງານປະກັນສັງຄົມ ໃຫ້ນຳໃຊ້ເງິນລາຍໄດ້ຈາກການລົງທຶນຂອງກອງທຶນ ໂດຍໃຫ້ສອດຄ່ອງກັບກົດໝາຍທີ່ກ່ຽວຂ້ອງ;
ໃນກໍລະນີລາຍໄດ້ຈາກກອງທຶນບໍ່ພຽງພໍ ໃຫ້ຂຶ້ນແຜນນຳໃຊ້ງົບປະມານຂອງລັດ ປະຈຳປີ.
ລາຍຈ່າຍການອຸດໜູນປະກັນສັງຄົມປະເພດຕ່າງໆ
ລາຍຈ່າຍການອຸດໜູນປະກັນສັງຄົມປະເພດຕ່າງໆ ມີດັ່ງນີ້:
1. ການອຸດໜູນປິ່ນປົວສຸຂະພາບ;
2. ການອຸດໜູນອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ;
3. ການອຸດໜູນອອກລູກ;
4. ການອຸດໜູນປ່ວຍການ;
5. ການອຸດໜູນເສຍກຳລັງແຮງງານ;
6. ການອຸດໜູນບຳນານ;
7. ການອຸດໜູນເສຍຊີວິດ;
8. ການອຸດໜູນສະມາຊິກຄອບຄົວ;
9. ການອຸດໜູນວ່າງງານ;
10. ລາຍຈ່າຍສຳລັບກຸ່ມເປົ້າໝາຍເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ, ຜູ້ຮັບອຸດໜູນບຳນານຄືນ ແລະ ລູກຜູ້ຮັບອຸດໜູນບຳນານຄືນ ແມ່ນລັດຖະບານເປັນຜູ້ຊ່ວຍເຫຼືອ ຕາມແຜນງົບປະມານໃນແຕ່ລະປີ.
ລາຍຈ່າຍບໍລິຫານປົກກະຕິ
ລາຍຈ່າຍບໍລິຫານປົກກະຕິ ມີດັ່ງນີ້:
1. ລາຍຈ່າຍເງິນເດືອນ ແລະ ເງິນອຸດໜູນຕ່າງໆ;
2. ລາຍຈ່າຍຮັບໃຊ້ກົງຈັກບໍລິຫານ;
3. ລາຍຈ່າຍຊື້ເພື່ອຮັບໃຊ້ກົງຈັກ.
ລາຍຈ່າຍໂຄງການລົງທຶນ
ລາຍຈ່າຍໂຄງການລົງທຶນ ມີດັ່ງນີ້:
1. ລາຍຈ່າຍກໍ່ສ້າງພື້ນຖານໂຄງລ່າງ;
2. ລາຍຈ່າຍການພັດທະນາວຽກງານປະກັນສັງຄົມ.
ການເບີກຈ່າຍງົບປະມານ
ການເບີກຈ່າຍງົບປະມານ ໃຫ້ປະຕິບັດດັ່ງນີ້:
1. ການເບີກຈ່າຍງົບປະມານ ຂອງກອງທຶນປະກັນສັງຄົມພາກລັດ ໃນແຕ່ລະໄລຍະແມ່ນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນນາມຜູ້ສັ່ງການ ເປັນຜູ້ອະນຸມັດ ຈາກບັນຊີຮັບເຂົ້າບັນຊີຈ່າຍ ຂອງອົງການປະກັນສັງຄົມແຫ່ງຊາດ ຢູ່ຄັງເງິນແຫ່ງຊາດ ບົນພື້ນຖານແຜນລາຍຈ່າຍຂອງອົງການປະກັນສັງຄົມແຫ່ງຊາດ; ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໃນນາມຜູ້ຖືກມອບສິດ ເປັນຜູ້ສັ່ງຈ່າຍບັນດາການອຸດໜູນປະກັນສັງຄົມປະເພດຕ່າງໆ ຈາກບັນຊີຈ່າຍຢູ່ຄັງເງິນແຫ່ງຊາດ ໂດຍກົງ ຫຼື ໂອນໄປຈ່າຍຜ່ານບັນຊີຂອງອົງການປະກັນສັງຄົມແຫ່ງຊາດ ຢູ່ທະນາຄານ ຕາມການເຫັນດີຂອງຄັງເງິນແຫ່ງຊາດກະຊວງການເງິນ;
2. ການເບີກຈ່າຍງົບປະມານ ຂອງກອງທຶນປະກັນສັງຄົມພາກວິສາຫະກິດ ໃຫ້ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໃນນາມຜູ້ຖືກມອບສິດ ເປັນຜູ້ສັ່ງຈ່າຍຈາກບັນຊີເງິນຝາກຢູ່ທະນາຄານ ບັນດາການອຸດໜູນປະກັນສັງຄົມປະເພດຕ່າງໆ, ການບໍລິຫານປົກກະຕິ ແລະ ໂຄງການລົງທຶນ ບົນພື້ນຖານແຜນງົບປະມານລາຍຮັບ-ລາຍຈ່າຍ ປະຈຳປີ ທີ່ໄດ້ຮັບການອະນຸມັດ;
3. ການເບີກຈ່າຍງົບປະມານກອງທຶນປະກັນສັງຄົມພາກລັດຂອງຫ້ອງການປະກັນສັງຄົມ ຂັ້ນທ້ອງຖິ່ນ ແມ່ນຫົວໜ້າອົງການປະກັນສັງຄົມແຫ່ງຊາດ ເປັນຜູ້ໂອນຈາກບັນຊີຈ່າຍຂອງອົງການ ຢູ່ຄັງເງິນແຫ່ງຊາດ ເຂົ້າບັນຊີຈ່າຍຂອງຫ້ອງການປະກັນສັງຄົມ ຂັ້ນທ້ອງຖິ່ນ ຢູ່ຄັງເງິນແຫ່ງຊາດ ປະຈຳແຂວງ, ນະຄອນຫຼວງ, ຫົວໜ້າຫ້ອງການປະກັນສັງຄົມຂັ້ນທ້ອງຖິ່ນ ເປັນຜູ້ສັ່ງຈ່າຍ ບັນດາການອຸດໜູນປະກັນສັງຄົມປະເພດຕ່າງໆ ແລະ ຄ່າທຳນຽມທະນາຄານ ຈາກບັນຊີຈ່າຍຢູ່ຄັງເງິນແຫ່ງຊາດ ໂດຍກົງ ຫຼື ໂອນໄປຈ່າຍຜ່ານບັນຊີຂອງ ຫ້ອງການປະກັນສັງຄົມ ແຂວງ, ນະຄອນຫຼວງ ຢູ່ທະນາຄານ ຕາມວົງເງິນທີ່ກຳນົດ;
ສຳລັບງົບປະມານກອງທຶນປະກັນສັງຄົມພາກວິສາຫະກິດ ແລະ ຜູ້ສະໝັກໃຈຂອງຫ້ອງການປະກັນສັງຄົມ ຂັ້ນທ້ອງຖິ່ນ ແມ່ນຫົວໜ້າອົງການປະກັນສັງຄົມແຫ່ງຊາດ ເປັນຜູ້ໂອນຈາກບັນຊີຢູ່ທະນາຄານ ເຂົ້າບັນຊີທະນາຄານຂອງຫ້ອງການປະກັນສັງຄົມ ຂັ້ນທ້ອງຖິ່ນ, ຫົວໜ້າຫ້ອງການປະກັນສັງຄົມຂັ້ນທ້ອງຖິ່ນ ເປັນຜູ້ສັ່ງຈ່າຍ ບັນດາການອຸດໜູນປະກັນສັງຄົມປະເພດຕ່າງໆ, ບໍລິຫານປົກກະຕິ ແລະ ໂຄງການລົງທຶນ ຂອງຂັ້ນຂອງຕົນ.
4. ການຄິດໄລ່ການເບີກຈ່າຍງົບປະມານຕ່າງໆ ໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການປະກັນສັງຄົມ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ.
第ມາດຕາ 12条
第12条 资本积累
ພາສາລາວ (老挝语原文)
ມາດຕາ 12 ການສະສິມທຶນ
本页展示前 12 条,全文共 20 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读