ຄຳແນະນຳ (ສະບັບປັບປຸງ) ກ່ຽວກັບການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍ ການປະກັນສັງຄົມ
(修订版)社会保险法实施指南
(Revised) Guidelines for Implementation of the Social Insurance Law
ບົດສະຫຼຸບ
ຄູ່ມືນີ້ໄດ້ລະບຸລາຍລະອຽດການຄຳນວນ ແລະ ເງື່ອນໄຂການຮັບເງິນຊ່ວຍເຫຼືອການເກີດລູກ, ເງິນຊ່ວຍເຫຼືອຜູ້ສູນເສຍຄວາມສາມາດໃນການເຮັດວຽກ ແລະ ເງິນບຳນານ ຕາມກົດໝາຍວ່າດ້ວຍການປະກັນສັງຄົມ, ພ້ອມທັງກຳນົດສິດ ແລະ ລະບຽບການດຳເນີນງານໃນກໍລະນີຕ່າງໆ ຢ່າງຊັດເຈນ.
ມາດຕາ
ມາດຕາ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເລກທີ /ຮສສ
ນະຄອນຫຼວງວຽງຈັນ, ວັນທີ ງ າ / 01 /23
ຄຳແນະນຳ (ສະບັບປັບປຸງ)
ກ່ຽວກັບການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍ ການປະກັນສັງຄົມ
ອີງຕາມ ກົດໝາຍ ວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ), ສະບັບເລກທີ 54/ສພຊ, ລົງວັນທີ 27 ມີນາ 2018;
ອີງຕາມ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສະບັບເລກທີ 602/ນຍ, ລົງວັນທີ 14 ຕຸລາ 2021;
ອີງຕາມ ໜັງສືສະເໜີ ຂອງອົງການປະກັນສັງຄົມແຫ່ງຊາດ, ສະບັບເລກທີ 0073/ອປຊ, ລົງວັນທີ 10 ມັງກອນ 2023.
ລັດຖະມົນຕີ ອອກຄຳແນະນຳ:
ຈຸດປະສົງ
ຄຳແນະນຳສະບັບນີ້ວາງອອກ ເພື່ອຜັນຂະຫຍາຍ ແລະ ແນະນຳການຈັດຕັ້ງປະຕິບັດເນື້ອໃນບາງມາດຕາ ຂອງກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ), ສະບັບເລກທີ 54/ສພຊ, ລົງວັນທີ 27 ມີຖຸນາ 2018 ໃຫ້ລະອຽດຈະແຈ້ງ ແລະ ເປັນບ່ອນອີງໃນການສືບຕໍ່ປະຕິບັດກົດໝາຍດັ່ງກ່າວນີ້ໃນຂອບເຂດທົ່ວປະເທດ.
. ອະທິບາຍເພີ່ມເຕີມ ເນື້ອໃນ ແລະ ຂໍ້ກຳນົດຂອງບາງມາດຕາ
1. ມາດຕາ 24 ແລະ 47 ເງື່ອນໄຂຮັບການອຸດໜູນອອກລູກ (ແນະນຳໃໝ່)
- ກໍລະນີ ຜົວເມຍ ເປັນຜູ້ປະກັນຕົນທັງສອງ ແລະ ໃນໄລຍະທີ່ເມຍຮັບອຸດໜູນອອກລູກ ຫາກຜູ້ກ່ຽວເສຍຊີວິດ ເງິນອຸດໜູນອອກລູກແມ່ນຈະສິ້ນສຸດ. ສຳລັບຜົວແມ່ນຈະບໍ່ເກີດສິດຮັບອຸດໜູນອອກລູກ; ກໍລະນີ ເສຍຊີວິດ ກ່ອນຮັບອຸດໜູນອອກລູກ ເງິນອຸດໜູນບຳເນັດແມ່ນໃຫ້ໄດ້ຮັບຕາມສິດຂອງຜົວ;
- ກໍລະນີ ຜູ້ປະກັນຕົນເພດຍິງ ໄດ້ຮັບການອຸດໜູນມາໄລຍະໜຶ່ງແລ້ວ ລູກເສຍຊີວິດ ແມ່ນຈະໄດ້ຮັບການອຸດ
ຫູນລູກເສຍຊີວິດຕາມເງື່ອນໄຂ ແລະ ແມ່ ຍັງຈະສືບຕໍ່ໄດ້ຮັບເງິນອຸດຫູນອອກລູກໃຫ້ຄົບຕາມລະບຽບການ;
- ກໍລະນີ ເມຍຜູ້ປະກັນຕົນໄດ້ຖືພາກ່ອນ ຫຼື ອອກລູກຫຼັງຜູ້ປະກັນຕົນເສຍຊີວິດ ແລະ ເມຍ ບໍ່ໄດ້ເປັນຜູ້ປະກັນຕົນ ຈະໄດ້ຮັບບຳເນັດອອກລູກຕາມສິດຂອງຜົວ.
2. ມາດຕາ 25 ແລະ 49 ການຄິດໄລ່ເງິນອຸດຫູນອອກລູກ (ປັບປຸງ)
- ການຄິດໄລ່ເງິນອຸດຫຼນອອກລູກເປັນລາຍເດືອນ ສຳລັບຜູ້ທີ່ມີໄລຍະການຮັບອຸດໜຼນ ຫຶງຮ້ອຍຫ້າວັນ ແມ່ນໃຫ້ຈ່າຍເປັນ ສາມຄັ້ງ ແລະ ນັບໄລຍະປະກັນຕົນເປັນ ສາມເດືອນ, ກໍລະນີຜູ້ທີ່ມີລູກແຝດ ທີ່ມີໄລຍະການຮັບອຸດໜນ ຫຶ່ງຮ້ອຍຊາວວັນ ແມ່ນໃຫ້ຈ່າຍເປັນ ສີ່ຄັ້ງ ແລະ ນັບໄລຍະປະກັນຕົນເປັນ ສີ່ເດືອນ, ກໍລະນີຍື່ນເອກະສານຮ້ອງຂໍອຸດໜູນຊ້າ ນັບຈາກວັນທີ່ເກີດລູກ ຫຼື ວັນທີ່ອອກໂຮງໝໍ ແມ່ນສາມາດຈ່າຍເງິນອຸດຫຼນອອກລູກປ້ອນຫຼັງໄດ້;
- ການຄິດໄລ່ເງິນອຸດໜູນໃຫ້ຜູ້ທີ່ພັກວຽກກ່ອນອອກລູກ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍແຮງງານ ຊຶ່ງ
ພາຍຫຼັງອອກລູກແລ້ວ ສາມາດປະກອບເອກະສານຂໍຮັບການອຸດໜູນດັ່ງກ່າວນຳອົງການປະກັນສັງຄົມແຫ່ງຊາດ
ໂດຍໃຫ້ຄິດໄລ່ລວມກັບໄລຍະການພັກກ່ອນ ແລະ ຫຼັງການອອກລູກ ເຂົ້າກັນ, ຊຶ່ງມີໄລຍະໜຶ່ງຮ້ອຍຫ້າວັນ ຫຼື
ພຶງຮ້ອຍຊາວວັນ ຖ້າແມ່ນລູກແຝດ ;
- ການກຳນົດໄລຍະຂອງການຖືພາ ສຳລັບການອຸດໜູນອອກລູກ ແລະ ບຳເນັດອອກລູກ ທີ່ມີການກຳນົດໄລຍະ
ຖືພາເປັນ ອາທິດ ຕາມໜັງສືຢັ້ງຢືນການແພດ ແມ່ນໃຫ້ຖືເອົາ ສີ່ອາທິດ ຄິດໄລ່ເປັນ ໜຶ່ງເດືອນ.
39-
ກ
3. ມາດຕາ ຣຂ (ໃໝ່) ເງື່ອນໄຂຮັບການອຸດໜູນເສຍກຳລັງແຮງງານ (ແນະນຳໃໝ່)
ໄດ້ມອບເງິນສົມທົບເຂົ້າກອງທຶນປະກັນສັງຄົມນັບແຕ່ ສິບສອງເດືອນຂຶ້ນໄປ ໃນໄລຍະຊາວສີ່ເດືອນສຸດທ້າຍ
ກ່ອນການຮັບອຸດໜູນດັ່ງກ່າວ ໃນກໍລະນີອຸປະຕິເຫດອື່ນ ຫຼື ພະຍາດທົ່ວໄປ.
4. ມາດຕາ 390 ແລະ ມາດຕາ 54 ການຄິດໄລ່ເງິນອຸດໜູນເສຍກຳລັງແຮງງານລາຍເດືອນ (ປັບປຸງ)
- ການຄິດໄລ່ເງິນອຸດໜູນເສຍກຳລັງແຮງງານ ສຳລັບພາກລັດ ໃຫ້ຄິດໄລ່ໂດຍເອົາເງິນເດືອນສຸດທ້າຍ ແລະ ສຳລັບພາກວິສາຫະກິດ ໃຫ້ຄິດໄລ່ໂດຍເອົາເງິນປະກັນຕົນສະເລ່ຍໃນໄລຍະ ຫົກເດືອນ ຄືນຫຼັງ ຂອງຜູ້ກ່ຽວກ່ອນເສຍກຳລັງແຮງງານ ຫຼື ກ່ອນຮັບການອຸດໜູນປ່ວຍການ ຄູນກັບລະດັບສ່ວນຮ້ອຍຂອງການອຸດໜູນເສຍກຳລັງແຮງງານ ຄັ້ງຫຼ້າສຸດ;
ຂ ຕົວຢ່າງ: ທ້າວ ກ ມີເງິນເດືອນ ຫຼື ເງິນປະກັນຕົນສະເລ່ຍ ຫົກເດືອນ ສຸດທ້າຍ ເທົ່າກັບ 2.500.000 ກີບ ແລະ ເສຍກຳລັງແຮງງານຈັດໃນປະເພດທີ ສອງ ເທົ່າກັບ 70%.
ຖ້າຜູ້ກ່ຽວເສຍກຳລັງແຮງງານ ຍ້ອນອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ ເງິນອຸດໜູນເສຍກຳລັງແຮງງານລາຍເດືອນ ຂອງຜູ້ກ່ຽວເທົ່າກັບ: 2.500.000 ກີບ + 70% + 100% > 1.750.000 ກີບ/ເດືອນ ກໍລະນີ
ຜູ້ກ່ຽວຍັງເຮັດວຽກມີເງິນເດືອນ ເງິນອຸດໜູນເສຍກຳລັງແຮງງານຂອງຜູ້ກ່ຽວ ເທົ່າກັບ: 1.750.000 + 50% < 875.000 ກີບ/ເດືອນ ແລະ ກໍລະນີຜູ້ກ່ຽວເຂົ້າຮັບບຳນານເງິນອຸດໜູນເສຍກຳລັງແຮງງານຂອງຜູ້ກ່ຽວ ເທົ່າກັບ: 1.750.000 + 25% < 437.500 ກີບ/ເດືອນ.
ຖ້າຜູ້ກ່ຽວເສຍກຳລັງແຮງງານ ຍ້ອນອຸປະຕິເຫດອື່ນ ຫຼື ພະຍາດທົ່ວໄປ ເງິນອຸດໜູນເສຍກຳລັງແຮງງານລາຍເດືອນ ຂອງຜູ້ກ່ຽວເທົ່າກັບ: 2.500.000 ກີບ ; 70% + 80% < 1.400.000 ກີບ/ເດືອນ, ກໍລະນີຜູ້ກ່ຽວຍັງເຮັດວຽກມີເງິນເດືອນ ເງິນອຸດໜູນເສຍກຳລັງແຮງງານຂອງຜູ້ກ່ຽວ ເທົ່າກັບ: 1.400.000 + 60% < 700.000 ກີບ/ເດືອນ ແລະ ກໍລະນີຜູ້ກ່ຽວເຂົ້າຮັບບຳນານເງິນອຸດໜູນເສຍກຳລັງແຮງງານຂອງຜູ້ກ່ຽວ ເທົ່າກັບ: 1.400.000 + 25% < 350.000 ກີບ/ເດືອນ.
- ກໍລະນີ ຜູ້ເກີດສິດຮັບການອຸດໜູນເສຍກຳລັງແຮງງານ ແມ່ນໃຫ້ເອົາເງິນເດືອນປະກັນຕົນ ກ່ອນຮັບການອຸດໜູນປ່ວຍການ ມາເປັນບ່ອນອີງໃນການຄິດໄລ່; ສຳລັບ ຜູ້ທີ່ບໍ່ໄດ້ຜ່ານການຮັບອຸດໜູນປ່ວຍການ ແມ່ນໃຫ້ເອົາເງິນເດືອນປະກັນຕົນກ່ອນເສຍກຳລັງແຮງງານ ເປັນບ່ອນອີງໃນການຄິດໄລ່;
- ຜູ້ປະກັນຕົນທີ່ໄດ້ຮັບການອຸດໜູນເສຍກຳລັງແຮງງານລາຍເດືອນ ທີ່ບໍ່ແມ່ນການສູນເສຍອະໄວຍະວະ ຫຼື ການເສຍກຳລັງແຮງງານຖາວອນ ຊຶ່ງໄດ້ຮັບການອະນຸມັດຕາມກົດໝາຍສະບັບນີ້ ຕ້ອງມີການປະເມີນລະດັບການເສຍກຳລັງແຮງງານຄືນໃໝ່ ໂດຍແຍກເປັນ ສອງຄັ້ງ ຄື: ພາຍຫຼັງຮັບການອຸດໜູນແລ້ວ ສອງປີ ຕ້ອງໄດ້ປະເມີນຄືນເປັນຄັ້ງທຳອິດ ແລະ ຫຼັງຈາກນັ້ນ ສາມປີ ຕ້ອງໄດ້ປະເມີນຄືນເປັນຄັ້ງສຸດທ້າຍ, ຖ້າບໍ່ມາປະເມີນຄືນຕາມທີ່ກຳນົດໄວ້
ແມ່ນຈະຖືກໂຈະເງິນອຸດຫູນເສບກຳລັງແຮງງານ ຈົນກວ່າຈະໄດ້ຮັບການປະເມີນໃຫ້ຖືກຕ້ອງຕາມລະບຽບການ.
ມາດຕາ 35 ການກຳນົດອັດຕາສ່ວນຮ້ອຍຂອງການອຸດບນູນບຳນານ (ແນະນຳໃຫ)
ໄລຍະທີ 1, ໄລຍະທີ 2, ໄລຍະທີ 3, ໄລຍະທີ 4
ສຳລັບ ເປົ້າໜາຍ ສຳລັບເປົ້ານາຍ ສຳລັບເປົ໋າໜາຍ ສຳລັບເປົາບນາຍ
ປີ 1954 ຄືນຫຼັງ ປີ 1955-1974 ປີ 1975 ເປັນຕົ້ນມາ ປີ 2018 ເປັນຕົ້ນມາ
ປີການ | ສ່ວນຮ້ອຍ | ປີການ | ສ່ວນຮ້ອຍ | ປີການ | ສ່ວນຮ້ອຍ | ປີການ | ສ່ວນຮ້ອຍ
20 | ບຳນານແຕ່ | 20 ບຳນານ | 20 ປີ | 25 ປີ | ບຳນານ | 20 ປີ | 25 ປີ | ບຳນານ
80% - | 75% - | 70% - | 60% -
100% | 90% | 85% | 75%
20 80 | 20 75 | 20 | 25 70 | 20 | 25 60
21 81 | 21 76 | 21 | 26 71 | 21 | 26 61
22 82 | 22 77 | 22 | 27 72 | 22 | 27 62
23 83 | 23 78 | 23 | 28 73 | 23 | 28 63
24 84 | 24 79 | 24 | 29 74 | 24 | 29 64
6. ມາດຕາ 89 ແລະ 6 ເງື່ອນໄຂຮັບການອຸດໜູນເສຍຊີວິດ
- ຜູ້ທີ່ໄດ້ຮັບການອຸດໜູນສະມາຊິກຄອບຄົວ ກ່ອນກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບປັບປຸງ ແລ້ວຕໍ່ມາຫາກເສຍຊີວິດ ແມ່ນຈະມີສິດໄດ້ຮັບການອຸດໜູນເສຍຊີວິດ ຕາມກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບ
ປັບປຸງ ໂດຍຈະບໍ່ຈຳແນກວ່າໄດ້ຮັບການອະນຸມັດໃຫ້ຮັບການອຸດໜູນສະມາຊິກຄອບຄົວໄລຍະໃດ;
- ກໍລະນີ ຜູ້ປະກັນຕົນ ທີ່ເປັນຜູ້ດູແລຜູ້ເສຍກຳລັງແຮງງານ ຫາກຜູ້ກ່ຽວເສຍຊີວິດ ແມ່ນຈະໄດ້ຮັບການອຸດໜູນເສຍຊີວິດ ຈາກການປະກັນຂອງຜູ້ກ່ຽວ ຫຼື ຈາກການອຸດໜູນຜູ້ດູແລ ຝ່າຍໃດໜຶ່ງເທົ່ານັ້ນ;
2 ໃ
- ກໍລະນີ ຜູ້ປະກັນຕົນເຮັດວຽກ ແລະ ມອບເງິນສົມທົບ ກັບສອງຫົວໜ່ວຍວິສາຫະກິດ ຂຶ້ນໄປ ຫາກເສຍຊີ
3
ວິດ ເງິນອຸດໜູນເສຍຊີວິດ ແມ່ນໃຫ້ເອົາເງິນເດືອນປະກັນຕົນຈາກສອງຫົວໜ່ວຍວິສາຫະກິດ ບວກກັນ ແຕ່ບໍ່ໃຫ້ເກີນເພດານເງິນເດືອນປະກັນຕົນສູງສຸດ ແຕ່ລະໄລຍະ;
- ກໍລະນີຜູ້ປະກັນຕົນເສຍຊີວິດ, ຜົວ ຫຼື ເມຍ ແລະ ລູກ ທີ່ບໍ່ໄດ້ຮັບການອຸດໜູນສະມາຊິກຄອບຄົວ ຫາກເສຍຊີວິດ ຈະບໍ່ໄດ້ຮັບເງິນອຸດໜູນເສຍຊີວິດ.
7. ມາດຕາ 40 ແລະ 68 ການຄິດໄລ່ເງິນອຸດໜູນເສຍຊີວິດ
1) ການຄິດໄລ່ເງິນອຸດໜູນເສຍຊີວິດ ເທົ່າກັບ ສິບຫ້າເດືອນ ຂອງເງິນເດືອນ ຫຼື ເງິນປະກັນຕົນສະເລ່ຍ ຫົກເດືອນ ຄືນຫຼັງ, ເງິນອຸດໜູນບຳນານ ຫຼື ເງິນອຸດໜູນເສຍກຳລັງແຮງງານເດືອນສຸດທ້າຍ ເປັນຈຸດເລີ່ມ ຊຶ່ງການຄິດໄລ່ເງິນອຸດໜູນເສຍຊີວິດ ບົນພື້ນຖານ ປີການ ຫຼື ໄລຍະປະກັນຕົນ ຕາມຕາຕະລາງ ດັ່ງນີ້:
ປີການ/ໄລຍະປະກັນຕົນ | ເງິນອຸດໜູນເສຍຊີວິດ | ບັນຍາຍເຫດ |
1ເດືອນ - 1ປີ ເທົ່າກັບ 15 ເດືອນ ຍ້ອນອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ
8 ເດືອນ - 1ປີ ເທົ່າກັບ 15 ເດືອນ ຍ້ອນອຸປະຕິເຫດອື່ນ ຫຼື ພະຍາດທົ່ວໄປ
ເກີນ 1ປີ -2ປີ ເທົ່າກັບ 16 ເດືອນ ...
> < ຜູ້ມີປີການ/ໄລຍະປະກັນຕົນເກີນ 1 ປີ ຫາ 6 ປີ ຈະ
3 ປີ ເທົ່າກັບ 17 ເດືອນ ຖພ . ລ ເມຣ
- . - ໄດ້ເພີ່ມອີກ 1 ເດືອນ ຕໍ່ ປີ ທີ່ເກີນ.
6 ປີ ເທົ່າກັບ 20 ເດືອນ
7 ປີ ເທົ່າກັບ 20,5 ເດືອນ ນັບແຕ່ປີທີ 7 ຂຶ້ນໄປ ຈະໄດ້ເພີ່ມອີກ 0,5 ເດືອນ ຕໍ່
| 8 ປີ , ເທົ່າກັບ 21 ເດືອນ ປີທີເກີນ.
- 1 ກກກ ກກກ
ຕົວຢ່າງ 1: ທ້າວ ຂ ມີປີການ ຫຼື ໄລຍະປະກັນຕົນ 25 ປີ ກັບ 5 ເດືອນ ແລະ ມີເງິນເດືອນ ຫຼື ເງິນປະກັນ ຕົນ
ສະເລ່ຍ ຫົກເດືອນ ຄືນຫຼັງ ເທົ່າກັບ 2.500.000 ກີບ, ເງິນອຸດຫູນເສຍຊິວິດ ຄິດໄລ່ ດັ່ງນີ້:
ການຄິດໄລ່ຈຳນວນເດືອນໃຫ້ອຸດຫູນ
- ປີທີ 1 ໄດ້ຮັບເທົ່າກັບ 15 ເດືອນ;
- ປີທີ 2 ຫາ ປີທີ 6 ໄດ້ຮັບເທົ່າກັບ 5 ເດືອນ (2 ຫາ 6 > 5 ປີ > 1 ເດືອນ > 5 ເດືອນ);
- ປີທີ 7 ຫາ ປີທີ 25 ໄດ້ຮັບເທົ່າກັບ 9 ເດືອນ (7 ຫາ 25 > 19 ປີ > 0,5 ເດືອນ > 9,5 ເດືອນ);
- ລວມ: 25 ປີການ ຈຳນວນເດືອນໃຫ້ອຸດຫູນ ເທົ່າ 29,5 ເດືອນ, ສຳລັບສ່ວນເສດຂອງປີ (5 ເດືອນ)
ແມ່ນບໍ່ຖືກນຳເຂົ້າມາຄິດໄລ່.
ການຄິດໄລ່ເງິນອຸດຫູນ: 2.500.000 ກີບ + 29,5 ເດືອນ < 78.750.000 ກີບ.
ຕົວຢ່າງ 2: ທ້າວ ຄ ມີປີການ ຫຼື ໄລຍະປະກັນຕົນ 1 ປີ ກັບ 8 ເດືອນ ແລະ ມີເງິນເດືອນ ຫຼື ເງິນປະກັນຕົນ
ສະເລ່ຍ ຫົກເດືອນ ຄືນຫຼັງ ເທົ່າກັບ 2.500.000 ກີບ, ເງິນອຸດຫູນເສບຊີວິດ ຄິດໄລ່ ດັ່ງນີ້:
ຂ ການຄິດໄລ່ຈຳນວນເດືອນໃຫ້ອຸດຫູນ
- ປີທີ 1 ໄດ້ຮັບເທົ່າກັບ 15 ເດືອນ;
- ປີທີ 2 ໄດ້ຮັບເທົ່າກັບ 1 ເດືອນ (ສ່ວນເສດຂອງປີຈຳນວນ 8 ເດືອນ ທຽບເທົ່າໃຫ້ເປັນ 1 ປີ ຈຶ່ງຖືເປັນ
ປີທີ 2 ຂອງການປະກັນຕົນ);
- ຕັ່ງນັ້ນໄລຍະປະກັນຕົນ 1 ປີ 8 ເດືອນ ທຽບເທົ່າເປັນ 2 ປີ, ຈຳນວນເດືອນໃຫ້ອຸດຫູນ ເທົ່າ 16 ເດືອນ;
ການຄິດໄລ່ເງິນອຸດຫູນ: 2.500.000 ກີບ : 16 ເດືອນ > 40.000.000 ກີບ.
2) ຜູ້ປະກັນຕົນທີ່ຮັບການອຸດຫູນບຳນານ ຢູ່ທັງພາກລັດ ແລະ ພາກວິສາຫະກິດ ຫຼື ຜູ້ສະພັກໃຈ ມາກ່ອນແລ້ວ
ແມ່ນໃຫ້ສືບຕໍ່ຮັບຕໍ່ໄປ, ກໍລະນີເສຍຊີວິດ ການຄິດໄລ່ເງິນອຸດໜູນເສຍຊີວິດແມ່ນໃຫ້ຄິດໄລ່ຕາມພາກລັດ, ສ່ວນພາກວິສາຫະກິດແມ່ນໃຫ້ຄິດໄລ່ເທົ່າກັບ 15 ເດືອນຂອງເງິນບຳນານເດືອນສຸດທ້າຍຂອງຜູ້ກ່ຽວ.
8. ມາດຕາ 41 ແລະ 64 ເງື່ອນໄຂຮັບການອຸດໜູນສະມາຊິກຄອບຄົວ (ແນະນຳໃໝ່)
- ກໍລະນີລູກລ້ຽງ
ຖ້າພໍ່ແມ່ ໄດ້ເປັນຜູ້ປະກັນຕົນທັງສອງ ຢູ່ພາກດຽວກັນ ຫຼື ຢູ່ຄົນລະພາກ ຫາກຜູ້ໃດໜຶ່ງເສຍຊີວິດ ລູກກຳພ້າ ຫຼື ລູກນ້ຳ ຈະໄດ້ຮັບເງິນອຸດໜູນສະມາຊິກຄອບຄົວ ຈົນເຖິງ ສິບແປດປີ, ສຳລັບ ລູກທີ່ເປັນຄົນພິການ ຫຼື ເສຍຈິດ ມາແຕ່ກຳເນີດ ຫຼື ໄລຍະຫຼັງກຳເນີດ ຫາ ສິບແປດປີ ທີ່ບໍ່ສາມາດເຮັດວຽກ ຫຼື ບໍ່ມີລາຍໄດ້ໃດໆ ຈະໄດ້ຮັບເງິນອຸດໜູນສະມາຊິກຄອບຄົວ ຕະຫຼອດຊີວິດ, ກໍລະນີພໍ່ແມ່ເສຍຊີວິດທັງສອງ ແມ່ນສາມາດເລືອກຮັບສິດຂອງພໍ່ ຫຼື ແມ່ ທີ່ມີເງິນເດືອນປະກັນຕົນສູງກວ່ານັ້ນໄດ້;
- ກໍລະນີ ເມຍຜູ້ປະກັນຕົນທີ່ມີອາຍຸຖືພາໄດ້ ຫົກເດືອນ ຫຼື ຂາວສີ່ອາທິດ ຂຶນໄປ ກ່ອນຜູ້ປະກັນຕົນເສຍຊີວິດ
ລູກທີ່ເກີດມາແມ່ນມີສິດໄດ້ຮັບການອຸດຫຼນສະມາຊິກຄອບຄົວ;
- ພາຍຫຼັງທີ່ໄດ້ຮັບການອຸດຫຼູນສະມາຊິກຄອບຄົວ ຕ້ອງໄດ້ພິຈາລະ ນາເງື່ອນໄຂການຮັບອຸດຫູນຄືນ ຢ່າງຫ້ອຍ
ສອງປີຕໍ່ຄັ້ງ, ໂດຍຜູ້ຮັບອຸດຫູນດັ່ງກ່າວຕ້ອງມາສະ ເບຼີຕົວນຳອົງການປະກັນສັງຄົມ ພ້ອມດ້ວຍເອກະ ສານຢັ້ງຢືນ
ສະຖານະຄອບຄົວ ຕາມແບບທີ່ອົງການປະກັນສັງຄົມແຫ່ງຊາດ ກຳນົດໄວ້. ຫາກບໍ່ມີການຍັງຢືນ ຫຼື ບໍ່ມາພົບພະ
ນັກງານປະກັນສັງຄົມ ຕາມກຳນົດເວລາດັງກ່າວ ແມ່ນຈະໂຈະເງິນອຸດຫຼນສະມາຊິກຄອບຄົວໄວ້ຊົ່ວດາວ ຈົນກວ່າ
ຈະມີການຢັ້ງຢືນເງືອນໄຂດອບຄົວ ພາຍໃນ ຫົກເດືອນ ແມ່ນຈະຈ່າຍຢ້ອນຫຼັງໃຫ້ , ຖ້າກາຍ ຫົກເດືອນ ຈະຈ່າຍ
ນັບແຕ່ເດືອນທີ່ໄດ້ຮັບການຢັ້ງຢືນເງື່ອນໄຂຄືນໃໝ່ເປັນຕົ້ນໄປ: ຖ້າພົບເຫັນຂໍ້ມູນບໍ່ຖືກຕ້ອງຕາມເງື່ອນໄຂຂອງການອຸດໜູນສະມາຊິກຄອບຄົວ ແມ່ນຈະຖືເປັນການສິ້ນສຸດການຮັບອຸດໜູນດັ່ງກ່າວ.
ອ. ມາດຕາ 42 ແລະ 65 (ບັບປຸງ) ການຄິດໄລ່ເງິນອຸດໜູນສະມາຊິກຄອບຄົວ (ແນະນຳໃໝ່)
ກໍລະນີຜູ້ປະກັນຕົນພາກລັດຫາກເສຍຊີວິດ ການຄິດໄລ່ເງິນອຸດໜູນສະມາຊິກຄອບຄົວ ແມ່ນໃຫ້ເອົາເງິນເດືອນສຸດທ້າຍຂອງຜູ້ເສຍຊີວິດ, ສຳລັບພາກວິສາຫະກິດແມ່ນໃຫ້ເອົາເງິນເດືອນປະກັນຕົນ ຫົກເດືອນສຸດທ້າຍມາສະເລ່ຍ, ກໍລະນີຜູ້ບຳນານ ແລະ ຜູ້ເສຍກຳລັງແຮງງານ ຫາກເສຍຊີວິດ ທັງພາກລັດ ແລະ ພາກວິສາຫະກິດ ແມ່ນໃຫ້ເອົາເງິນເດືອນສຸດທ້າຍຂອງຜູ້ເສຍຊີວິດ ເປັນພື້ນຖານຄິດໄລ່ເງິນອຸດໜູນສະມາຊິກຄອບຄົວ.
10. ມາດຕາ ຣອ ເງື່ອນໄຂຮັບການອຸດໜູນບຳນານ (ແນະນຳໃໝ່)
- ຜູ້ປະກັນຕົນ ຫາກໄດ້ມອບເງິນສົມທົບຢ່າງຕໍ່ເນື່ອງ ຫຼື ຂາດການມອບເງິນສົມທົບບໍ່ເກີນ ໜຶ່ງປີ ອາຍຸຜູ້ກ່ຽວຄົບ 52 ປີ ຂຶ້ນໄປ (ສຳລັບ ເພດຍິງ) ແລະ 57 ປີຂຶ້ນໄປ (ສຳລັບ ເພດຊາຍ) ແມ່ນສາມາດພິຈາລະນາຮັບການອຸດໜູນບຳນານ ໄດ້;
- ກໍລະນີຂາດການມອບເງິນສົມທົບເປັນເວລາຫຼາຍກວ່າ ໜຶ່ງປີ ຕ້ອງມີອາຍຸກະສຽນດົບ 55 ປີ ຂຶ້ນໄປ (ສຳລັບ ເພດຍິງ) ແລະ 60 ປີຂຶ້ນໄປ (ສຳລັບ ເພດຊາຍ) ຈຶ່ງສາມາດຂໍຮັບການອຸດໜູນບຳນານ;
- ຜູ້ປະກັນຕົນ ທີ່ໄດ້ເຮັດວຽກຢູ່ພາກລັດ ຫຼື ພາກວິສາຫະກິດ ແລະ ຜູ້ສະໝັກໃຈ ເປັນບ່ອນສຸດທ້າຍ ແມ່ນຮັບການອຸດໜູນບຳນານ ຫຼື ອຸດໜູນເທື່ອດຽວ ຢູ່ພາກນັ້ນ ຍົກເວັ້ນກໍລະນີກົມກອງກ່ຽວຂ້ອງ ຫຼື ກົມກອງທີ່ຜູ້ກ່ຽວເຄີຍສັງກັດຢູ່ບ່ອນສຸດທ້າຍກ່ອນຍ້າຍໄປພາກວິສາຫະກິດ ຫາກອອກຂໍ້ຕົກລົງຮັບກັບດືນ ຫຼື ອອກຂໍ້ຕົກລົງ ໃຫ້
ຮັບການອຸດໜູນບຳນານ ແມ່ນຈະອະນຸມັດໃຫ້ຮັບການອຸດໜູນບຳນານຢູ່ພາກລັດໄດ້;
- ສຳລັບຜູ້ປະກັນຕົນທີ່ເປັນຄົນລາວ ທີ່ມີເງື່ອນໄຂຈະໄດ້ຮັບເງິນອຸດໜູນເທື່ອດຽວ ຕ້ອງມີອາຍຸຄົບກຳນົດ 60 ປີ ທັງ ເພດຍິງ ແລະ ເພດຊາຍ, ຊຶ່ງໄລຍະປະກັນຕົນບໍ່ຄົບເງື່ອນໄຂການອຸດໜູນບຳນານ ແຕ່ຕ້ອງມີໄລຍະປະກັນຕົນ ຄົບສິບສອງເດືອນຂຶ້ນໄປ, ຫາກໄດ້ຮັບການອຸດໜູນດັ່ງກ່າວແລ້ວຈະຖືເປັນການສິ້ນສຸດໄລຍະປະກັນຕົນ;
- ສຳລັບຜູ້ປະກັນຕົນທີ່ເປັນຄົນຕ່າງປະເທດ ທີ່ມີເງື່ອນໄຂຈະໄດ້ຮັບເງິນອຸດໜູນເທື່ອດຽວ ແມ່ນຜູ້ທີ່ສິ້ນສຸດສັນຍາແຮງງານ, ໄດ້ກັບຄືນປະເທດ ແລະ ມີໄລຍະປະກັນຕົນ ຄົບສິບສອງເດືອນຂຶ້ນໄປ. ຫາກໄດ້ຮັບການອຸດໜູນດັ່ງກ່າວແລ້ວຈະຖືເປັນການສິ້ນສຸດໄລຍະປະກັນຕົນ.
1. ມາດຕາ 59 ການຄິດໄລ່ເງິນອຸດໜູນບຳນານ (ປັບປຸງ)
1) ການຄິດໄລ່ຄະແນນບຳນານ:
ຄະແນນບຳນານທັງໝົດ ແມ່ນຄະແນນບຳນານຈາກການຈ່າຍເງິນສົມທົບທັງໝົດ ບວກ ຄະແນນບຳນານຈາກການຢຸດຈ່າຍເງິນສົມທົບຊົ່ວຄາວ ບວກ ຄະແນນບຳນານນະໂຍບາຍ ຊຶ່ງມີການຄິດໄລ່ແຕ່ລະປະເພດຄະແນນບຳນານ ດັ່ງນີ້:
- ຄະແນນບຳນານຈາກການຈ່າຍເງິນສົມທົບ ແມ່ນຈຳນວນເງິນປະກັນຕົນສະເລ່ຍ ຂອງຜູ້ກ່ຽວ ໃນແຕ່ລະປີ ຫານ ໃຫ້ຈຳນວນເງິນປະກັນຕົນສະເລ່ຍ ຂອງຜູ້ປະກັນຕົນທັງໝົດ ໃນໄລຍະເວລາດຽວກັນ;
ຕົວຢ່າງ: ນາງ ສ ມີເງິນປະກັນຕົນສະເລ່ຍໃນປີເທົ່າກັບ 3.000.000 ກີບ, ເງິນປະກັນຕົນສະເລ່ຍຂອງຜູ້ປະກັນຕົນທັງໝົດແມ່ນ 2.350.000 ກີບ, ຄະແນນບຳນານໃນປີນັ້ນເທົ່າກັບ:
< 3.000.000 ກີບ : 2.350.000 ກີບ > 1,277 ຄະແນນ/ປີ.
- ຄະແນນບຳນານຈາກການຢຸດຈ່າຍເງິນສົມທົບຊົ່ວຄາວ ໃນເວລາຮັບອຸດຫູນປ່ວຍການ ຫຼື ອຸດຫຼນອອກ ລູກ
ແມ່ນຄະແນນບຳນານຈາກການຈ່າຍເງິນສົມທົບສະເລ່ຍໃນໄລຍະ ຊາວສີ່ເດືອນ ກ່ອນໄດ້ຮັບເງິນອຸດໜູນ ຫານ
ໃຫ້ ສາມສິບວັນ ຄູນ ກັບຈຳນວນວັນພັກ ຮັບເງິນອຸດໜູນ;
ຕົວຢ່າງ: ນາງ ສ ມີຄະແນນບຳນານ 2.554 ໃນໄລຍະ ຊາວສີ່ເດືອນ, ມີວັນພັກປ່ວຍການ ສີ່ສິບຫ້າວັນ
ການຄິດໄລ່ເທົ່າກັບ:[(2.554 ÷ 24) : 30] × 45 = 0,160 ຄະແນນ.
- ຄະແນນບຳນານນະໂຍບາຍ ແມ່ນຄະແນນທີ່ຄິດໄລ່ໃຫ້ຜູ້ທີ່ເລີ່ມຕົ້ນເຂົ້າປະກັນສັງຄົມ ທີ່ມີອາຍຸກະສຽນ ເກີນ ສາມ
ສິບປີຂຶ້ນໄປ ໃຫ້ຄິດໄລ່ເທົ່າກັບ 0.8 ຄະແນນ ຄູນກັບຈຳນວນປີທີ່ອາຍຸເກີນ ຄະແນນບຳນານນະໂຍບາຍດັ່ງກ່າວ
ໃຫ້ຄິດໄລ່ໃຫ້ບໍ່ເກີນ 12 ຄະແນນ, ສຳລັບຜູ້ທີ່ເຄີຍເປັນພະນັກງານລັດມາກ່ອນ ເມື່ອອາຍຸຮອດສາມສິບປີແລ້ວຈຶ່ງມາ
ປະກັນສັງຄົມພາກວິສາຫະກິດ ແມ່ນຈະບໍ່ໄດ້ຮັບຄະແນນບຳນານນະໂຍບາຍນີ້.
ຕົວຢ່າງ: ນາງ ສ ມີອາຍຸກະສຽນ 40 ປີ ຕອນທີ່ຜູ້ກ່ຽວເລີ່ມເຂົ້າປະກັນຕົນ ຄະແນນບຳນານນະໂຍບາຍຄິດໄລ່ ດັ່ງນີ້: (40 ປີ - 30 ປີ) × 0,8 ຄະແນນ = 8 ຄະແນນ.
2) ເງິນເດືອນປະກັນຕົນສະເລ່ຍຄາດຄະເນ
ເງິນປະກັນຕົນສະເລ່ຍຂອງຜູ້ປະກັນຕົນໃນປີ ແມ່ນເອົາເງິນປະກັນຕົນຂອງຜູ້ກ່ຽວທີ່ມີໃນແຕ່ລະເດືອນຂອງປີດັ່ງກ່າວ ບວກກັນ ແລ້ວຫານໃຫ້ສິບສອງ, ສຳລັບ ຜູ້ທີ່ໄດ້ມອບເງິນສົມທົບຢູ່ກັບຫຼາຍຫົວໜ່ວຍວິສາຫະກິດ ໃນເວລາດຽວກັນ, ໃຫ້ເອົາເງິນສົມທົບຈາກແຫຼ່ງຕ່າງໆ ບວກເຂົ້າກັນ ແຕ່ສູງສຸດບໍ່ໃຫ້ເກີນເພດານເງິນປະກັນຕົນ ແຕ່ລະໄລຍະ ເພື່ອເປັນບ່ອນອີງໃນການຄິດໄລ່ເງິນອຸດໜູນ;
ເງິນປະກັນຕົນສະເລ່ຍຄາດຄະເນ ຂອງຜູ້ປະກັນຕົນທັງໝົດ ແມ່ນຈຳນວນເງິນປະກັນຕົນສະເລ່ຍທັງໝົດໃນ ໄລຍະຫົກເດືອນທ້າຍປີຜ່ານມາ ຫາ ໄລຍະຫົກເດືອນຕົ້ນປີ ບວກອັດຕາການເຫັງຕີງ ສົມທຽບໃສ່ໄລຍະສິບສອງ
ເດືອນກ່ອນຫໍ້ານັ້ນ, ສຳລັບປີທີ່ມີການບັບປຸງເພດານເງິນປະກັນຕົນສູງສຸດ ຫຼື ປີທີ່ອັດຕາການເພັງຕິງຂອງເງິນເດືອນປະກັນຕົນສະເລ່ຍ ຫຼຸດ ຫຼື ລື່ນ ໄລຍະຜ່ານມາຫຼາຍ ແມ່ນຈະມີວິທີການຄິດໄລ່ຕ່າງຫາກໃຫ້ໃກ້ຄຽງກັບເງິນເດືອນສະເລຍຕົວຈຶ່ງໃນໄລຍະນັ້ນ ເພື່ອບໍ່ໃຫ້ມິຜົນກະທົບຕໍ່ຜູ້ປະກັນຕົນ ແລະ ກອງທຶນ.
8) ການຄິດໄລ່ເງິນອຸດຫຸນບຳນານ:
ໃຫ້ເອົາຄະແນນບຳນານທັງຫົົດຂອງຜູ້ກ່ຽວ ຄຸນ ກັບເງິນເດືອນປະກັນຕົນສະເລ່ຍຄາດຄະເນ ຂອງຜູ້ປະກັນຕົນທັງຫົດ ຄູນ ຕົວດັດສະນີ ສອງສ່ວນຮ້ອຍ (2%).
ຕົວຢ່າງ: ນາງ ສ ມີປີການ 20 ປີ, ຖ້າຄະແນນບຳນານຂອງຜູ້ກ່ຽວໃນແຕ່ລະປີແມ່ນ 1.277 ຄະແນນ, ຄະແນນບຳນານຈາກການຈ່າຍເງິນສົມທົບທັງຫົດຂອງຜູ້ກ່ຽວ ເທົ່າກັບ: 1277 + 20 ປີ< 25,540 ຄະແນນ , ຄະແນນບຳນານທັງຫົົດເທົາກັບ: 25.540 + 0,160 + 8 > 33,700 ຄະແນນ;
ເງິນບຳນານ ເທົ່າກັບ: 33,700 ຄະແນນ + 2.350.000 ກີບ + 2% >1.583.900 ກີບ/ເດືອນ.
4) ການກຳນົດເພດານເງິນອຸດໜູນບຳນານ
- ກໍລະນີ ເງິນອຸດໜູນບຳນານ ຕໍ່າກວ່າຄ່າແຮງງານຂັ້ນຕໍ່າສຸດ ຂອງພາກວິສາຫະກິດ ແມ່ນໃຫ້ເອົາຜົນການຄິດໄລ່ເງິນອຸດໜູນຕົວຈິງເປັນພື້ນຖານ ໃນການເບີກຈ່າຍເງິນອຸດໜູນບຳນານໃຫ້ຜູ້ກ່ຽວ ໂດຍບໍ່ໃຫ້ເອົາມາທຽບກັບເພດານເງິນບຳນານສູງສຸດ 75% ຂອງເງິນເດືອນປະກັນຕົນສະເລ່ຍ ໃນໄລຍະ ຊາວສີ່ເດືອນສຸດທ້າຍ:
- ຜົນການຄິດໄລ່ເງິນບຳນານ ຫາກສູງກວ່າຄ່າແຮງງານຂັ້ນຕໍ່າສຸດ ຂອງພາກວິສາຫະກິດ ແຕ່ເພດານ 75% ຂອງເງິນເດືອນປະກັນຕົນສະເລ່ຍ ໃນໄລຍະ ຊາວສີ່ເດືອນສຸດທ້າຍ ຫາກຕ່າກວ່າຄ່າແຮງງານຂັ້ນຕໍ່າ ແມ່ນໃຫ້ເອົາຄ່າແຮງງານຂັ້ນຕໍ່າເປັນບ່ອນອີງໃນການຈ່າຍ;
- ກໍລະນີ ເງິນອຸດໜູນບຳນານ ສູງກວ່າຄ່າແຮງງານຂັ້ນຕໍ່າສຸດ ຂອງພາກວິສາຫະກິດ ແມ່ນສູງສຸດບໍ່ໃຫ້ເກີນ
ເຈັດສິບຫ້າ ສ່ວນຮ້ອຍ (75%) ຂອງເງິນເດືອນປະກັນຕົນສະເລ່ຍ ໃນໄລຍະ ຊາວສີເດືອນສຸດທ້າຍ ຂອງຜູ້ກ່ຽວ ກ່ອນການຮ້ອງຂໍອຸດໜູນບຳນານ;
- ການສົມທຽບດັ່ງກ່າວ ແມ່ນໃຫ້ປະຕິບັດສະເພາະໃນເວລາອະນຸມັດເບື້ອງຕົ້ນ ຫຼື ດັ້ງທໍ່ ການດັດປັບເງິນອຸດໜູນບຳນານໃນແຕ່ລະປີແມ່ນບໍ່ມີການສົມທຽບຄືນອີກ.
ອິດເທົານັ້ນ, ສຳລັບ
12. ມາດຕາ 66 (ປັບປຸງ) ເງື່ອນໄຂຮັບການອຸດໜູນວ່າງງານ (ແນະນຳໃຫ)
# ເງື່ອນໄຂ ຮັບການອຸດຫູນວ່າງງານ ມີດັ່ງນີ້:
ນ ໄດ້ມອບເງິນສົມທົບ ເຂົ້າກອງທຶນປະກັນສັງຄົມ ແຕ່ ສິບສອງເດືອນຂຶ້ນໄປ ພາຍໃນ ຊາວສີເດືອນດືນຫຼັງ ກ່ອນອອກຈາກວຽກ, ສຳລັບຜູ້ທີ່ໄດ້ຮັບການອຸດຫູນວ່າງງານມາກ່ອນ ຕ້ອງສະສົມເງິນສົມທົບຕື່ມອີກ ສິບສອງ ເດືອນຂຶ້ນໄປ ຈຶງສາມາດໄດ້ຮັບເງິນອຸດໜູນວ່າງງານຄັ້ງໃໜ່;
2) ວ່າງງານ ຍ້ອນການລົ່ມລະລາຍຂອງຫົວໜ່ວຍແຮງງານ, ຢຸດກິດຈະການ ຫຼື ສິ້ນສຸດໂຄງການຊ່ວຍເຫຼືອເພື່ອການພັດທະນາ ຢ່າງຖາວອນ;
3) ວ່າງງານ ຍ້ອນການຢຸດກິດຈະການຊົ່ວຕາວ ຈາກຜົນກະທົບຂອງໄພພິບັດ;
4) ວ່າງງານ ຍ້ອນຄວາມຕ້ອງການ ຫຼຸດຈຳນວນແຮງງານ ຫຼື ການລະດົມໃຫ້ອອກຈາກວຽກ ເນື່ອງຈາກວິກິດການທາງດ້ານການເງິນ ໂດຍມີການຢັ້ງຢືນຈາກພາກສ່ວນກ່ຽວຂ້ອງ;
5) ມີສຸຂະພາບແຂງແຮງ ແລະ ສາມາດກັບເຂົ້າສູ່ຕະຫຼາດແຮງງານ;
6) ວ່າງງານແຕ່ ສາມສິບວັນຂຶ້ນໄປ ໂດຍມີການຢັ້ງຢືນຈາກກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ, ນະຄອນຫຼວງ;
- ຜູ້ປະກັນຕົນ ທີ່ອອກຈາກວຽກ ຕ້ອງຂຶ້ນທະບຽນວ່າງງານ ພາຍໃນ ສາມສິບວັນ ນັບຈາກມື້ອອກຈາກວຽກເປັນຕົ້ນໄປ ຈຶ່ງຈະສາມາດຂໍຮັບການອຸດຫູນວ່າງງານໄດ້ຕາມເງືອນໄຂ, ພາຍຫຼັງການຂຶ້ນທະບຽນແລ້ວ
ຕ້ອງຄົບ ສາມສິບວັນຂຶ້ນໄປ ຈຶ່ງຈະໄດ້ຮັບໃບຢັ້ງຢືນວ່າງງານ ຈາກພາກສ່ວນທີ່ກ່ຽວຂ້ອງ;
- ສຳລັບຜູ້ປະກັນຕົນທີ່ໄດ້ຮັບການອຸດໜູນວ່າງງານຄັ້ງທີ່ຜ່ານມາແລ້ວ ແຕ່ພາຍໃນ ສາມສິບວັນຕໍ່ມາຍັງບໍ່ສາມາດຊອກວຽກໄດ້ ການຂໍອຸດໜຸນວ່າງງານຄັ້ງຕໍ່ໄປ ຕ້ອງໄດ້ຮັບການຢັ້ງຢືນການວ່າງງານຢ່າງຕໍ່ເນືອງເປັນແຕ່ລະເດືອນ ຈາກພາກສ່ວນກ່ຽວຂ້ອງ ແລະ ຕ້ອງຢືນເອກະສານບໍ່ໃຫ້ກາຍ 45 ວັນ ໂດຍນັບຈາກການຮັບອຸດໜູນວ່າງງານຄັ້ງທີ່ຜ່ານມາ ຫາກກາຍກຳນົດດັ່ງກ່າວຖືວ່າເປັນການສິ້ນສຸດການຮັບອຸດໜູນວ່າງງານ.
ເງື່ອນໄຂ ທີ່ບໍ່ໄດ້ຮັບການອຸດໜູນວ່າງງານ ມີດັ່ງນີ້:
1) ເຮັດວຽກຕາມລະດູການ ຫຼື ຕາມຜະລິດຕະພັນ;
2) ລະເມີດສັນຍາແຮງງານ ຫຼື ກົດລະບຽບພາຍໃນຂອງຫົວໜ່ວຍແຮງງານ;
3) ສະໝັກໃຈລາອອກດ້ວຍເຫດຜົນຕ່າງໆ;
4) ໄລຍະພັກແລ້ງຂອງຄູ ໃນໂຮງຮຽນຂອງເອກະຊົນ;
4) ຜູ້ປະກັນຕົນທີ່ຢູ່ໃນໄລຍະຮັບການອຸດໜູນປະກັນສັງຄົມ ແລະ ຜູ້ຄົບເງື່ອນໄຂຮັບອຸດໜູນບຳນານ;
ສິ້ນສຸດສັນຍາແຮງງານ ລະຫວ່າງ ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ.
ເອກະສານປະກອບໃນການຂໍອຸດໜູນວ່າງງານ
1) ເອກະສານຢັ້ງຢືນ ການອອກວຽກຈາກຫົວໜ່ວຍແຮງງານ ທີ່ກ່ຽວຂ້ອງຢ່າງຖືກຕ້ອງ;
2) ສັນຍາແຮງງານ;
3) ໃບແຈ້ງບົດປ່ອຍລວມ ໂດຍມີລາຍເຊັນຢັ້ງຢືນຂອງຜູ້ໃຊ້ແຮງງານ (ສະບັບສຳເນົາ);
ຖ້າຜົດປ່ອຍອອກໃນເງື່ອນໄຂການລະດົມໃຫ້ອອກ ຕ້ອງມີຂໍ້ຕົກລົງ ຫຼື ມະຕິຕົກລົງ ຫຼື ແຈ້ງການ ຫຼື ບົດລາຍງານ ຂອງຜູ້ໃຊ້ແຮງງານ ຫຼື ເອກະສານຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງທີ່ຫົວໜ່ວຍແຮງງານຂຶ້ນກັບ ປະກອບເພີ່ມເຕີມ;
4) ໃບບົດປ່ອຍສະເພາະບຸກຄົນ ໂດຍມີລາຍເຊັນຢັ້ງຢືນຂອງຜູ້ໃຊ້ແຮງງານ (ສະບັບຕົ້ນ);
5) ເອກະສານອື່ນໆ ທີ່ລະບຸຢູ່ໃນແບບຟອມການຮ້ອງຂໍອຸດໜູນວ່າງງານ.
13. ມາດຕາ 75 ການມອບເງິນສົມທົບ (ປັບປຸງ)
1) ຜູ້ປະກັນຕົນທີໄດ້ມອບເງິນສົມທົບ ຢູ່ພາກລັດ ແລະ ພາກວິສາຫະກິດ ໃນເວລາດຽວກັນ ໃຫ້ປະຕິບັດ ດັງນີ:
ໃຫ້ສືບຕໍ່ມອບເງິນສົມທົບຢູ່ພາກລັດ ແລະ ຢຸດການມອບເງິນສົມທົບຢູ່ພາກວິສາຫະກິດ. ສຳລັບເງິນສົມທົບ
ທີ່ໄດ້ມອບໄປແລ້ວນັ້ນ ແມ່ນຈະຖືກເກັບໄວ້ຢູ່ກອງທຶນປະກັນສັງຄົມ ຈົນກວ່າເຖິງອາຍຸກະສຽນບຳນານ ຫຼື ເສຍຊີວິດ ຈຶ່ງຈະສົ່ງເງິນສົມທົບນັ້ນດືນ ຍົກເວັ້ນກອງທຶນອຸດໜການປິນບົວສຸຂະພາບ;
- ສຳລັບຜູ້ທີ່ບໍ່ສາມາດຢຸດການມອບເງິນສົມທົບ ເນື່ອງຈາກລະບົບການຈ່າຍເງິນເດືອນຂອງຫົວຫ່ວຍວິສາຫະກິດ ແມ່ນໃຫ້ສຶບຕໍ່ມອບເງິນສົມທົບ ເພື່ອສະສົມໄປຈົນເຖິງເວລາອອກຮັບອຸດຫຸນບຳນານ ຫຼື ເສຍຊີວິດ ຈຶ່ງຈະສົ່ງເງິນສົມທົບນັ້ນດືນ ຍົກເວັ້ນກອງທຶນອຸດຫູນການປິ່ນປົວສຸຂະພາບ;
2) ຜູ້ອອກແຮງງານໃນຫົວໜ່ວຍແຮງງານ ທີ່ມີເງິນເດືອນລະຫວ່າງຄ່າແຮງງານຂັ້ນຕໍ່າສຸດ ທີ່ລັດຖະບານກຳນົດ ຫາເພດານເງິນເດືອນປະກັນຕົນສູງສຸດ ໃຫ້ເອົາເງິນເດືອນຕົວຈິງທີ່ໄດ້ຮັບເປັນບ່ອນອີງໃນການຄິດໄລ່ເງິນສົມທົບ; ກໍລະນີ ເງິນເດືອນຂອງຜູ້ອອກແຮງງານຫາກຫຼຸດລະດັບຄ່າແຮງງານຂັ້ນຕໍ່າສຸດ ເນື່ອງຈາກເຮັດວຽກບໍ່ເຕັມເວລາ ຍ້ອນເຂົ້າວຽກໃໝ່ ຫຼື ອອກວຽກ ຫຼື ມີການເຈັບປ່ວຍ, ອອກລູກ ແມ່ນສາມາດເອົາມາເປັນບ່ອນອີງໃນການຄິດໄລ່ເງິນສົມທົບ ແຕ່ບໍ່ຫຼຸດ 25% ຂອງຄ່າແຮງງານຂັ້ນຕໍ່າ ທີ່ລັດຖະບານປະກາດໃຊ້ໃນແຕ່ລະໄລຍະ, ກໍລະນີ ຖ້າຫາກຫຼຸດ ແມ່ນບໍ່ໃຫ້ຄິດໄລ່ເຂົ້າເປັນໄລຍະປະກັນຕົນ ແລະ ບໍ່ໃຫ້ລວມເຂົ້າໃນການຄິດໄລ່ເງິນອຸດໜູນປະເພດຕ່າງໆ, ສ່ວນເງິນທີ່ສົມທົບນັ້ນແມ່ນຈະສະສົມໄວ້ເພື່ອຄິດໄລ່ເປັນຄະແນນບຳນານ; ກໍລະນີ ຫົວໜ່ວຍແຮງງານໃດໜຶ່ງຫາກຄ້າງມອບເງິນສົມທົບ ເກີນ ຫົກເດືອນ ຜູ້ປະກັນຕົນທຸກຄົນໃນທົ່ວ
ຫາກແຮງງານດັ່ງກ່າວ ຈະຖືກໂຈະການເກີດສິດໃນການຮັບການອຸດໜູນປະກັນສັງຄົມປະເພດຕ່າງໆ ໄວ້ຊົ່ວຄາວ ຈົນກວ່າຈະມີການມອບເງິນສົມທົບເຂົ້າມາຄືນຄົບທຸກເດືອນທີ່ໄດ້ຄ້າງມອບນັ້ນ ຈຶ່ງຈະເກີດສິດຕາມເງື່ອນໄຂແຕ່ລະການອຸດໜູນທີ່ກຳນົດໄວ້.
ການມອບເງິນສົມທົບຂອງຜູ້ສະໝັກໃຈ
- ການມອບເງິນສົມທົບເຂົ້າປະກັນສັງຄົມ ຕ້ອງມອບເປັນປະຈຳໃນທຸກໆທ້າຍເດືອນ ຊ້າສຸດບໍ່ໃຫ້ກາຍວັນທີ 15 ຂອງເດືອນຖັດໄປ;
- ການມອບເງິນສົມທົບ ແມ່ນສາມາດມອບລ່ວງໜ້າໄດ້ແຕ່ບໍ່ໃຫ້ເກີນອາຍຸສັນຍາ, ຊຶ່ງມອບເຂົ້າບັນຊີເງິນຝາກຂອງອົງການປະກັນສັງຄົມແຫ່ງຊາດ ຫຼື ມອບຢູ່ຫ້ອງການປະກັນສັງຄົມ ຢູ່ແຕ່ລະຂັ້ນຄຸ້ມຄອງ ແລະ ຫາກມອບເປັນເງິນສົດ ສູງສຸດບໍ່ໃຫ້ເກີນ ຫ້າລ້ານກີບ;
- ສາມາດມອບເງິນສົມທົບຊ້າໄດ້ບໍ່ເກີນສາມເດືອນ ຖ້າກາຍກຳນົດດັ່ງກ່າວລະບົບຈະໄດ້ໂຈະການເກີດສິດອຸດໜູນ
ບນູນປະເພດຕ່າງໆໄວ້ຊົວດ່າວຈົນກວ່າຈະມີການມອບເງິນດືນຄົບຕາມຈຳນວນເດືອນທີຄ້າງມອບແລ້ວຈຶງເກີດສິດ
ອຸດຫູນຕ່າງໆຕາມລະບຽບການທີກຳນົດໄວ້;
- ຜູ້ບະກັນຕົນສະຫັກໃຈ ທີເດີຍມອບເງິນສົມທົບ ໃນຂະນະດຽວກັນຜູ້ກ່ຽວຫາກເກີດສິດຮັບການອຸດຫູນ
ເສຍອົງຄະຮາກຖານ, ອຸດໜູນບຳນານຄືນ, ແມ່ນຈະສົ່ງເງິນສົມທົບທີ່ໄດ້ມອບຜ່ານມານັ້ນດືນໃຫ້ກັບຜູ້ກ່ຽວ ຍົກ
ເວັ້ນເງິນສົມທົບສຳລັບກອງທຶນການອຸດຫຼູນປິ່ນປົວສຸຂະພາບ; ກໍລະນີຜູ້ກ່ຽວມີຈຸດປະສົງຢາກສືບຕໍ່ປະກັນຕົນສະ
ຫຼັກໃຈ ແມ່ນຕ້ອງຢຸດການຮັບອຸດຫູນດັ່ງກ່າວ ໂດຍມີການສະເຫຼີເບັນລາຍລັກອັກສອນ;
- ຜູ້ປະກັນຕົນສະພັກໃຈ ທີ່ຮັບການອຸດໜອອກລູກ ແມ່ນໃຫ້ໂຈະການມອບເງິນສົມທົບໄດ້ຈຳນວນ ສາມ
ເດືອນ, ກໍລະນີຜູ້ມີລູກແຟດ ໃຫ້ໂຈະການມອບເງິນສົມທົບ ສີ່ເດືອນ, ສຳລັບຜູ້ຮັບການອຸດຫູນປ່ວຍການ ຫາກມີ
ຈຳນວນວັນພັກຍ້ອນເຈັບປ່ວຍທີ່ມີການຢັ້ງຢືນຈາກແພດ ເກີນ 15 ວັນ ຂຶ້ນໄປ ແມ່ນສາມາດໂຈະການມອບເງິນສົມທົບໃນເດືອນນັ້ນໄດ້:
- ຜູ້ປະກັນຕົນສະໝັກໃຈ ທີ່ມີການຄ້າງຈ່າຍເງິນສົມທົບຕາມສັນຍາ ຕ້ອງໄດ້ມອບເງິນສົມທົບຢ້ອນຫຼັງຕາມຈຳນວນເດືອນທີ່ຄ້າງຈ່າຍນັ້ນໃຫ້ຄົບຖ້ວນ ແຕ່ໄລຍະທີ່ມອບເງິນສົມທົບຢ້ອນຫຼັງ ຫາກກາຍຫົກເດືອນ ແມ່ນຈະບໍ່ຖືເປັນເງື່ອນໄຂໃນການຮັບອຸດໜູນໄລຍະສັນທິເກີດຂຶ້ນກ່ອນການມອບເງິນສົມທົບຢ້ອນຫຼັງດັ່ງກ່າວ;
- ຜູ້ປະກັນຕົນສະໝັກໃຈ ເວລາຂໍອຸດໜູນບຳນານ ຫາກມີການຄ້າງມອບເງິນສົມທົບ ຕ້ອງຊຳລະເງິນໃຫ້ຄົບຖ້ວນແລ້ວ ຈຶ່ງຈະດຳເນີນການຄິດໄລ່ ແລະ ເບີກຈ່າຍໃຫ້ໄດ້;
- ຜູ້ປະກັນຕົນສະໝັກໃຈທີ່ຍັງປະຕິບັດສັນຍາຢູ່ ຫາກຄົບເງື່ອນໄຂຮັບອຸດໜູນບຳນານ ສາມາດຂໍຮັບອຸດໜູນບຳນານໄດ້ເລີຍ ໂດຍບໍ່ຕ້ອງລໍຖ້າໃຫ້ຫົດສັນຍາ ແຕ່ຖ້າມີຈຸດປະສົງຢາກສືບຕໍ່ມອບເງິນສົມທົບໃຫ້ຄົບອາຍຸ
ສັນຍາ ຫຼື ສືບຕໍ່ໄປອີກຫຼາຍສັນຍາກໍ່ໄດ້;
- ຜູ້ປະກັນຕົນສະຫຼັກໃຈ ທີ່ກຳລັງປະຕິບັດສັນຍາຢູ່ ແຕ່ມີອາຍຸດົບ 52 ປີ ສຳລັບເພດຍິງ ແລະ ອາຍຸດົບ 57 ປີ ສຳລັບເພດຊາຍ, ມີປີການດົບເງືອນໄຂບຳນານ ຫາກມີຈຸດປະສົງຈະຂໍອຸດຫູນບຳນານກ່ອນຄົບກະສຽນອາຍຸ ຕ້ອງປະຕິບັດສັນຍາໃຫ້ສິ້ນສຸດກ່ອນ ຈຶງຈະຢູ່ໃນເງື່ອນໄຂການຂໍອຸດໜູນບຳນານກ່ອນຄົບກະສຽນອາຍຸບຳນານໄດ້;
- ຜູ້ສະຫຼັກໃຈທີ່ໄດ້ມອບເງິນສົມທົບລ່ວງຫ້າ ຖ້າເກີດສິດຮັບອຸດໜູນປ່ວຍການ ຫຼື ອຸດໜູນອອກລູກ ເງິນສົມທົບດັງກ່າວຈະເລື່ອນໄປເດືອນຖັດໄປ ຫຼັງຈາກຮັບອຸດບູຼນດັງກ່າວຄົບແລ້ວ , ຖ້າເກີດສິດຮັບອຸດຫູນເສຍຊີວິດ ເງິນສົມທົບທີ່ໄດ້ມອບລ່ວງຫ້າ ແມ່ນຈະສົ່ງຄືນ ຍົກເວັ້ນເງິນສົມທົບສຳລັບກອງທຶນການອຸດຫູນປິ່ນບົວສຸຂະພາບ, ສ່ວນເງິນທີ່ໄດ້ມອບລ່ວງຫ້າທີ່ບໍ່ທັນຮັບເປັນເງິນສົມທົບແມ່ນຈະສົ່ງເງິນດືນເຕັມ 9%.
14. ມາດຕາ 90 ການຂຶ້ນທະບຽນປະກັນສັງຄົມ (ປັບປຸງ)
ແມ່ນການຢັ້ງຢືນໃນການເຂົ້າຮ່ວມເປັນສະມາຊິກຂອງລະບົບປະກັນສັງຄົມ ຊຶ່ງປະກອບມີ ເປົ້າໝາຍເຂົ້າຮ່ວມລະບົບຕາມພັນທະຂອງກົດໝາຍ ແລະ ເປົ້າໝາຍເຂົ້າຮ່ວມລະບົບແບບສະໝັກໃຈ ດັ່ງນີ້:
ກຸ່ມເປົ້າໝາຍ ແລະ ເງື່ອນໄຂ ເຂົ້າຮ່ວມລະບົບຕາມພັນທະຂອງກົດໝາຍ ປະກອບມີ:
- ອົງການຈັດຕັ້ງຂອງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ;
- ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ພະນັກງານບຳນານ, ຜູ້ເສຍອົງຄະ ແລະ ສະມາຊິກຄອບຄົວຂອງພວກກ່ຽວ;
- ຫົວໜ່ວຍແຮງງານຕ່າງໆ ລວມທັງຂອງລັດ ແລະ ເອກະຊົນ ທີ່ດຳເນີນທຸລະກິດໃນທຸກຂົງເຂດ ເຊັ່ນ: ອຸດສະຫະກຳ, ກະສິກຳ ແລະ ການບໍລິການ;
- ຜູ້ອອກແຮງງານໃນທົ່ວຫົວໜ່ວຍແຮງງານໃດໜຶ່ງທີ່ມີເງິນເດືອນ ຫຼື ຄ່າແຮງງານ;
- ພະນັກງານຄົນລາວທີ່ເຮັດວຽກຢູ່ສະຖານທູດ, ກົງສູນ, ອົງການຈັດຕັ້ງສາກົນ ແລະ ອົງການທີ່ບໍ່ສັງກັດລັດຖະບານ ທີ່ປະຈຳຢູ່ ສປປ ລາວ;
- ຜູ້ອອກແຮງງານຕ່າງປະເທດທີ່ເຂົ້າມາເຮັດວຽກໃນຫົວໜ່ວຍແຮງງານໃດໜຶ່ງ ຊຶ່ງມີເງິນເດືອນ ຫຼື ຄ່າແຮງງານ ແລະ ມີໃບອະນຸຍາດເຮັດວຽກ ທີ່ຖືກຕ້ອງ;
ກໍລະນີພົບເຫັນການຂຶ້ນທະບຽນ ແລະ ການຈ່າຍເງິນສົມທົບທີ່ຜິດພາດ ຂອງຄົນຕ່າງປະເທດທີ່ບໍ່ມີໃບອະນຸຍາດເຮັດວຽກ ທີ່ຖືກຕ້ອງ ແລະ ຜູ້ທີ່ກຳລັງຮັບການອຸດໜູນໄລຍະຍາວ ຈາກອົງການປະກັນສັງຄົມແຫ່ງຊາດ ຊຶ່ງໄດ້ມີການມອບເງິນສົມທົບເຂົ້າກອງທຶນປະກັນສັງຄົມແລ້ວ ອົງການປະກັນສັງຄົມແຫ່ງຊາດ ຈະພິຈາລະນາໂຈະການເປັນຜູ້ປະກັນຕົນ ແລະ ສົ່ງເງິນສົມທົບຄືນ ເວັ້ນເສຍແຕ່ເງິນສົມທົບສຳລັບກອງທຶນການອຸດໜູນປິ່ນປົວສຸຂະພາບ.
2) ກຸ່ມເປົ້າໝາຍ ແລະ ເງື່ອນໄຂ ເຂົ້າປະກັນຕົນແບບສະໝັກໃຈ
ເງື່ອນໄຂລວມ ຂອງການປະກັນຕົນແບບສະຫຼັກໃຈ
- ຜູ້ປະກັນຕົນສະຫັກໃຈ ຕ້ອງປະກອບແບບຟອມ ແລະ ເຮັດສັນຍາຜູກພັນຕ່າງໆກັບ ອົງການປະກັນສັງຄົມແຫ່ງຊາດ ຕາມການແບ່ງຂັ້ນຄຸ້ມຄອງ ບ່ອນທີ່ຕົນເອງດຳລົງຊີວິດ ຫຼື ເຮັດວຽກຢູ່;
- ການເຮັດສັນຍາປະກັນຕົນສະຫັກໃຈ ຢູ່ນອກສະຖານທີ ຈະສາມາດປະຕິບັດໄດ້ກໍຕໍ່ເມືອໄດ້ຮັບການແຕ່ງຕັ້ງ ຈາກຫົວຫ້າອົງການປະກັນສັງຄົມແຫ່ງຊາດ;
- ຜູ້ທີ່ສະພັກເຂົາລະບົບພາກສະຫັກໃຈ ຫາກອາໃສ, ດຳລົງຊີວິດ ຫຼື ເຮັດວຽກ ຢູ່ແຂວງໃດແມ່ນໃຫ້ເຮັດສັນຍາຢູ່ແຂວງນັ້ນ, ຖ້າບຸກຄົນໃດທີ່ມີສຳມະໂນດົວ ຫຼື ບັດປະຈຳຕົວບໍ່ອອກຢູ່ບ່ອນທີ່ຕົນເອງອາໃສຢູ່ ຕ້ອງມີເອກະສານຢັ້ງຢືນເພີ່ມເຕີມເຊັ່ນ: ໃບຢັ້ງຢືນທີ່ຢູ່ ຫຼື ໃບພັກເຊົ່າ;
- ສຳລັບ ພະສົງ, ສຳມະເນນ, ນັກບວດ, ແມ່ຂາວ ແລະ ຄົນຕ່າງປະເທດ ແມ່ນບໍ່ຢູ່ໃນເປົ້າໝາຍຜູ້ສະຫັກໃຈ;
- ການເສຍອົງຄະ, ພິການ ກ່ອນເຂົ້າເປັນສະມາຊິກປະກັນສັງຄົມ ຈະບໍ່ຖືເປັນເງື່ອນໄຂການເກີດສິດຮັບການອຸດໜູນເສຍອົງຄະ ໃນລະບົບປະກັນສັງຄົມ;
- ສັນຍາປະກັນຕົນສະໝັກໃຈແຕ່ລະຄັ້ງຈະມີອາຍຸ ຊາວສີ່ເດືອນ, ສັນຍາຈະສິ້ນສຸດລົງ ໃນກໍລະນີຜູ້ປະກັນຕົນສະໝັກໃຈ ຫາກໄດ້ຮັບການອຸດໜູນໄລຍະຍາວ, ເສຍຊີວິດ ຫຼື ໄດ້ກັບຄືນເຂົ້າເປັນຜູ້ປະກັນຕົນ ໃນລະບົບຫົວໜ່ວຍແຮງງານ.
- ຜູ້ສະໝັກໃຈປະກັນຕົນ ທີ່ເຄີຍເປັນສະມາຊິກປະກັນສັງຄົມມາກ່ອນ
- ຜູ້ປະກັນຕົນທີ່ອອກຈາກລະບົບຫົວໜ່ວຍແຮງງານ ແລະ ລະບົບສະໝັກໃຈ ທີ່ມີອາຍຸເກີນ 60 ປີ ສາມາດສືບຕໍ່ເຂົ້າຮ່ວມລະບົບສະໝັກໃຈໄດ້ ແຕ່ຕ້ອງມີໄລຍະການຢຸດຈ່າຍເງິນສົມທົບບໍ່ເກີນ ສາມເດືອນ ນັບແຕ່ເດືອນປະຈຸບັນຄືນຫຼັງ;
- ທີ່ເຄີຍເປັນສະມາຊິກປະກັນສັງຄົມມາກ່ອນ ແລະ ຍັງບໍ່ທັນໄດ້ເຮັດວຽກໃໝ່ ຫຼື ໄດ້ເຮັດວຽກຢູ່ຫົວໜ່ວຍ
ແຮງງານທີ່ຍັງບໍ່ທັນເປັນສະມາຊິກປະກັນສັງຄົມ ຫຼື ບໍ່ໄດ້ຮັບອຸດຫຸນເລຍະຍາວໃດຫຶ້ງຈາກກອງທຶນປະກັນສັງຄົມ, ກໍລະນີໄດ້ມິການຢຸດຈ່າຍເງິນສົມທົບ ຫຼື ຢຸດຮັບການອູດຫູນປະກັນສັງຄົມ ເກີນ ສາມເດືອນ ແມ່ນບໍ່ສາມາດຈ່າຍຢ້ອນຫຼັງ ໃຫ້ຈ່າຍໃນເດືອນປະຈຸບັນເບັນຕົ້ນໄປ;
- ຜູ້ສະຫັກໃຈ ທີ່ສິ້ນສຸດສັນຍາ ແລະ ມີການປະໄລຍະຫ່າງຂອງສັນຍາເກີນ ສາມເດືອນ ແມ່ນບໍ່ມີສິດມອບເງິນສົມທົບຢ້ອນຫຼັງ ໂດຍໃຫ້ເລີ່ມສັນຍາໃໜ່ໃນເດືອນປະຈຸບັນເປັນຕົ້ນໄປ, ສຳລັບຜູ້ທີ່ຄ້າງມອບເງິນສົມທົບ ຕ້ອງຊຳລະສັນຍາເກົ່າໃຫ້ດົບຖ້ວນກ່ອນ ຈຶ່ງເລີ່ມເຮັດສັນຍາໃໜ່ໃນເດືອນປະຈຸບັນທີ່ຢູ່ເປັນຕົ້ນໄປ;
- ການເຮັດສັນຍາແຕ່ລະຄັ້ງ ຜູ້ກ່ຽວຕ້ອງມາດ້ວຍຕົນເອງ, ຍົກເວັ້ນ ກໍລະນີມາສືບຕໍ່ສັນຍາ ແລະ ບໍ່ມີການປ່ຽນແປງລະດັບເງິນປະກັນຕົນໃຫ່ ສາມາດໃຫ້ຜູ້ອືນເບັນຕົວແທນມາຕໍ່ສັນຍາໃຫ້ກໍໄດ້: ກໍລະນີ ຜູ້ປະກັນຕົນສະ
ພັກໃຈ ທີ່ໄປອາໃສຢູ່ຕາງປະເທດຊົ່ວຄາວ ເມືອສິ້ນສຸດສັນຍາແລ້ວ ແຕ່ມີຈຸດປະສົງຂໍສືບຕໍ່ສັນຍາ ໄວ້ຈົ່ນກວ່າຜູ້ກ່ຽວກັບມາດຳເນີນການຕໍ່ສັນຍາດ້ວຍຕົນເອງ ຈຶງອະນຸຍາດໃຫ້ສືບຕໍ່ສັນຍາໄດ້ ;
ສັນຍາ ແມ່ນໃຫ້ໂຈະ
- ຜູ້ທີ່ເຄີຍປະກັນຕົນມາກ່ອນຫາກມີໄລຍະການຢຸດມອບເງິນສົມທົບບໍ່ເກີນ ສາມເດືອນ ນັບແຕ່ເດືອນປະຈຸບັນຄືນຫຼັງແມ່ນສາມາດເລີ່ມສັນຍານັບຈາກເດືອນທີ່ຍຸດມອບເງິນສົມທົບໄດ້; ສ່ວນຜູ້ທີ່ມີໄລວຍະການຢຸດມອບເງິນສົມທົບເກີນ ສາມເດືອນ ນັບແຕ່ເດືອນປະຈຸບັນດືນຫຼັງ ແມ່ນເລີ່ມສັນຍາເດືອນປະຈຸບັນເປັນຕົ້ນໄປ;
- ຜູ້ສະພັກໃຈທີ່ສືບຕໍ່ຈ່າຍ ຫຼື ຕໍ່ສັນຍາໃຫ່ ແມ່ນສາມາດເລືອກ ຫຼື ປ່ຽນລະດັບເງິນປະກັນຕົນໃນ່ໄດ້ ແຕ່ບໍ່ໃຫ້ຫຼຸດ ຫຼື ເພີ່ມ ຫ້າສິບສວນຮ້ອຍ (50%) ຈາກລະດັບເງິນປະກັນຕົນເກົ່າທີ່ເລືອກຜ່ານມາ ແຕ່ບໍ່ໃຫ້ຫຼຸດລະດັບເງິນປະກັນຕົນຕຳສຸດຂອງພາກສະຫຼັກໃຈທີ່ກຳນົດໄວ້
10
- ການເລືອກລະດັບເງິນປະກັນຕົນ ສຳລັບຜູ້ທີ່ອອກຈາກຫົວໜ່ວຍແຮງງານທີ່ມີການມອບເງິນສົມທົບຜ່ານມາ
ແມ່ນໃຫ້ເອົາເງິນປະກັນຕົນທີ່ມອບຢູ່ຫົວໜ່ວຍແຮງງານມາສະເລ່ຍ ຫົກເດືອນສຸດທ້າຍ ເປັນບ່ອນອີງໃນການກຳນົດເອົາເພດານປະກັນຕົນ, ຊຶ່ງຜູ້ກ່ຽວສາມາດເລືອກລະດັບເງິນປະກັນຕົນເທົ່າກັບຈຳນວນເງິນທີ່ໄດ້ສະເລ່ຍອອກມາໄດ້ ຫຼື ເລືອກລະດັບເງິນປະກັນຕົນຕໍ່າກວ່າເງິນທີ່ສະເລ່ຍອອກມານັ້ນ ແຕ່ບໍ່ໃຫ້ຕໍ່າກວ່າລະດັບເງິນປະກັນຕົນຂັ້ນຕໍ່າສຸດຂອງພາກສະໝັກໃຈທີ່ກຳນົດໄວ້.
- ຜູ້ປະກັນຕົນສະໝັກໃຈ
- ຜູ້ປະກອບອາຊີບສ່ວນບຸກຄົນ, ຜູ້ເຮັດວຽກໃຫ້ຕົນເອງ ໃນຂົງເຂດຕ່າງໆ ເປັນຕົ້ນຂົງເຂດກະສິກຳ, ອຸດສາຫະກຳ, ການຄ້າ ແລະ ການບໍລິການ ທີ່ມີອາຍຸກະສຽນ 14 ຫາ 60 ປີ, ມີສຸຂະພາບແຂງແຮງ, ສາມາດອອກແຮງງານ
ໄດ້, ດຳເນີນການເຮັດສັນຍາດ້ວຍຕົນເອງ ແລະ ເລີ່ມມອບເງິນສົມທົບນັບແຕ່ເດືອນເລີ່ມເຮັດສັນຍາເປັນຕົ້ນໄປ:
ສະບຫຼັກໃຈທີ່ເລີ່ມເຂົ້າເປັນຜູ້ປະກັນຕົນໃຫ່ ສາມາດເລືອກເງິນປະກັນຕົນໄດ້ສູງສຸດບໍ່ເກີນ ຫົກສິບ ສ່ວນ
ຮ້ອຍ (60%) ຂອງເພດານເງິນປະກັນຕົນສູງສຸດ ທີ່ໄດ້ກຳນົດໃນແຕ່ລະໄລຍະ:
(
- ບຸກຄົນທົ່ວໄປ ທີ່ບໍ່ມີສະຖານະພາບເປັນຜູ້ອອກແຮງງານໃນຫົວຫວຍແຮງງານ ;
- ກໍລະນີເຮັດສັນຍາປະກັນຕົນສະຫັກໃຈໃຫ່ ບໍ່ເຖິງ ຫົກເດືອນ ຫາກຜູ້ກ່ຽວເສຍຊີວິດຈາກພະຍາດທີ່ໄດ້ຮັບ
ການຕິດຕາມປິ່ນປົວກ່ອນການເຮັດສັນຍາປະກັນຕົນສະຫຼັກໃຈ ແມ່ນຜູ້ກ່ຽວຈົງໃຈປິດບັງຂໍ້ມູນ, ຈະຖືວ່າສັນຍາ
ເປັນໂມຄະ ແລະ ບໍ່ໄດ້ຮັບການອຸດຫູນຈາກປະກັນສັງຄົມ, ສຳລັບເງິນສົມທົບທີມອບຜ່ານມານັ້ນຈະບໍ່ສົ່ງຄືນ.
15. ມາດຕາ 92 ການຍືນເອກະສານຂຶ້ນທະບຽນ ແລະ ອອກບັດປະກັນສັງຄົມ
ຫົວໜ່ວຍແຮງງານ ທີ່ຍື່ນເອກະສານການຂຶ້ນທະບຽນປະກັນສັງຄົມຄົບຖ້ວນແລ້ວ ອົງການປະກັນສັງຄົມແຫ່ງຊາດ ຕ້ອງພິຈາລະນາການຂຶ້ນທະບຽນ ແລະ ອອກໃບຢັ້ງຢືນການຂຶ້ນທະບຽນໃຫ້ຫົວໜ່ວຍແຮງງານ ພາຍໃນເວລາ ຫຶງ ຫາ ສອງວັນລັດຖະການ, ສຳລັບຜູ້ອອກແຮງງານ ແມ່ນຕ້ອງຂຶ້ນທະບຽນ ແລະ ອອກບັດປະກັນສັງຄົມພາຍໃນເວລາ ສາມສິບວັນ;
ຜູ້ສະໝັກໃຈ ທີ່ປະກອບຟອມ ແລະ ເຮັດສັນຍາຜູກພັນແລ້ວ ຈະຂຶ້ນທະບຽນ ແລະ ອອກບັດປະກັນສັງຄົມໃຫ້ທັນທີ.
16. ມາດຕາ ອ3 ການສະສົມໄລຍະປະກັນຕົນ (ປັບປຸງ)
1) ໄລຍະປະກັນຕົນຂອງແຕ່ລະປະເພດການອຸດໜູນ ແມ່ນໃຫ້ນັບເອົາເດືອນທີ່ໄດ້ມີການສົມທົບເງິນເຂົ້າກອງທຶນປະກັນສັງຄົມເທົ່ານັ້ນ, ສຳລັບ ການອຸດໜູນ ເສຍຊີວິດ ຫາກໄດ້ມອບເງິນສົມທົບຄົບເງື່ອນໄຂຂອງການອຸດໜູນດັ່ງກ່າວແລ້ວ ໃຫ້ນັບໄລຍະຮັບການອຸດໜູນໄລຍະສັ້ນນັ້ນເພີ່ມໃຫ້ຜູ້ກ່ຽວ;
2) ການກຳນົດໄລຍະປະກັນຕົນ ສຳລັບການພິຈາລະນາເງື່ອນໄຂການອຸດໜູນປະກັນສັງຄົມປະເພດໃດໜຶ່ງ ຫາກມີໄລຍະປະກັນຕົນຄົບຕາມເງື່ອນໄຂປະກັນຕົນຂອງແຕ່ລະປະເພດການອຸດໜູນທີ່ກ່ຽວຂ້ອງແລ້ວ ຫາກລວມປີການທັງໝົດເຂົ້າກັນ ແຕ່ຍັງມີສ່ວນເສດ ເຈັດເດືອນຂຶ້ນໄປ ໃຫ້ນັບເປັນ ໜຶ່ງປີ;
8) ການນັບໄລຍະປະກັນຕົນ ໃຫ້ຖືເອົາວັນທີ່ເຫດການເກີດຂຶ້ນເປັນບ່ອນອີງ ໂດຍກຳນົດເອົາວັນທີ 15 ຂອງເດືອນຂຶ້ນໄປໃຫ້ນັບເປັນໄລຍະປະກັນຕົນຂອງການເກີດສິດຮັບການອຸດໜູນ, ຖ້າເຫດການເກີດຂຶ້ນກ່ອນວັນທີ 15 ຂອງເດືອນ ແມ່ນຈະບໍ່ຖືເປັນໄລຍະປະກັນຕົນຂອງເດືອນນັ້ນ:
4) ການກຳນົດໄລຍະປະກັນຕົນຈາກການມອບເງິນສົມທົບ ຈະນັບເປັນເດືອນປະກັນຕົນໄດ້ກໍຕໍ່ເມື່ອຜູ້ກ່ຽວໄດ້ມອບເງິນສົມທົບບໍ່ຫຼຸດ ກວ່າຫ້າສ່ວນຮ້ອຍ ຂອງຄ່າແຮງງານຂັ້ນຕໍ່າສຸດທີ່ລັດຖະບານປະກາດໃຊ້ແຕ່ລະໄລຍະ;
5) ຜູ້ປະກັນຕົນທີ່ມອບເງິນສົມທົບເຂົ້າກອງທຶນປະກັນສັງຄົມ ຫາກໄດ້ປ່ຽນບ່ອນເຮັດວຽກໃໝ່ ຫຼື ໄດ້ໂຈະການມອບເງິນສົມທົບຊົ່ວຄາວ ກໍສາມາດແຈ້ງບັດປະກັນສັງຄົມ ຫຼື ຂໍ້ມູນປະຫວັດສ່ວນຕົວ ໃຫ້ກົງກັບທີ່ເຄີຍປະກັນຜ່ານມາ ຕາມແບບທີ່ອົງການປະກັນສັງຄົມແຫ່ງຊາດ ກຳນົດໃຫ້ ແມ່ນສາມາດສືບຕໍ່ມອບເງິນສົມທົບ ເພື່ອບວກລວມເຂົ້າກັບໄລຍະທີ່ໄດ້ປະກັນຕົນຜ່ານມາ ເປັນໄລຍະປະກັນຕົນທັງໝົດ;
6) ຜູ້ປະກັນຕົນ ທີ່ໄດ້ມອບເງິນສົມທົບຢູ່ຫຼາຍບ່ອນ ຫຼື ຜູ້ປະກັນຕົນທີ່ໄດ້ຍົກຍ້າຍຈາກ ການຈັດຕັ້ງຂອງລັດ ໄປຫົວໜ່ວຍແຮງງານ ຫຼື ຈາກຫົວໜ່ວຍແຮງງານ, ຜູ້ສະໝັກໃຈ ຍົກຍ້າຍມາການຈັດຕັ້ງຂອງລັດ ຊຶ່ງໄດ້ສະສົມເງິນສົມທົບ, ປີການ ຫຼື ປີປະກັນຕົນ ແລະ ຍັງບໍ່ໄດ້ຮັບເງິນອຸດໜູນເທື່ອດຽວມາກ່ອນ ແມ່ນໃຫ້ບວກປີການ ຫຼື ປີປະກັນຕົນ
ກັນຕົນ ເພື່ອຮັບການອຸດໜູນປະກັນສັງຄົມຕາມພາກລັດ ຫຼື ພາກວິສາຫະກິດເທົ່ານັ້ນ, ໂດຍໃຫ້ບວກປີການ ຫຼື ປີປະກັນຕົນທັງໝົດນັ້ນເຂົ້າກັນ ດັ່ງນີ້:
- ຜູ້ທີ່ຄົບເງື່ອນໄຂຂໍຮັບອຸດໜູນບຳນານຢູ່ພາກລັດ ຫາກມີໄລຍະປະກັນຕົນຢູ່ພາກວິສາຫະກິດ ການຄິດໄລ່ເງິນອຸດໜູນບຳນານ ແມ່ນໃຫ້ບວກ ໄລຍະປະກັນຕົນທີ່ໄດ້ຈ່າຍເງິນສົມທົບຢູ່ພາກວິສາຫະກິດ ເປັນປີການເພີ່ມເຂົ້າໃນການຄິດໄລ່ຕາມລະບົບການອຸດໜູນບຳນານຂອງພາກລັດ;
- ຜູ້ທີ່ຄົບເງື່ອນໄຂຂໍຮັບອຸດໜູນບຳນານຢູ່ພາກວິສາຫະກິດ ແລະ ຜູ້ສະໝັກໃຈ ຫາກມີປີການຢູ່ພາກລັດ ການຄິດໄລ່ເງິນອຸດໜູນບຳນານ ແມ່ນໃຫ້ເອົາປີການຢູ່ເບື້ອງລັດມາຄິດໄລ່ເປັນຄະແນນບຳນານເພີ່ມໃຫ້ຜູ້ກ່ຽວ ຊຶ່ງເທົ່າກັບ 0,8 ຄະແນນຕໍ່ປີຕາມລະບົບຄະແນນນະໂຍບາຍ ໂດຍບໍ່ໄດ້ກຳນົດຄະແນນສູງສຸດ;
7) ການກຳນົດໄລຍະປະກັນຕົນຈາກການຮັບອຸດຫູນປ່ວຍການ ແລະ ອຸດຫູນອອກລູກລາຍເດືອນ ໃນເດືອນຕ້ອງມີວັນຮັບອຸດຫູນ ແຕ່ ສິບຫ້າວັນຂຶ້ນໄປ ຈຶງຈະນັບເປັນເດືອນທີ່ຜູ້ກ່ຽວໄດ້ປະກັນຕົນ ຖ້າບໍ່ຄົບ ສິບຫ້າວັນ ແມ່ນຕ້ອງມີເງິນສົມທົບໃນເດືອນດັ່ງກ່າວຈຶງນັບເປັນໄລຍະປະກັນຕົນ;
8) ພາຍຫຼັງບວກປີການ ຫຼື ບີປະກັນຕົນເຂົ້າກັນແລ້ວ ຈະເກີດສິດຮັບການອຸດໜູນ ຫຼື ບໍ່ ແມ່ນໃຫ້ອີງໃສ່ການກຳນົດໄລຍະປະກັນຕົນຂອງແຕ່ລະປະເພດການອຸດໜູນ ແຕ່ໃຫ້ຄິດໄລ່ເງິນອຸດຫຼູນຕາມລະບົບທີ່ຜູ້ກ່ຽວສັງກັດສຸດທ້າຍເທົ່ານັ້ນ;
9) ກໍລະນີ ຜູ້ປະກັນຕົນທີ່ໄດ້ຮັບການອຸດຫູນບຳນານຢູ່ສອງພາກມາກ່ອນ ແມ່ນບໍ່ໃຫ້ມີການປ່ຽນແປງ ສ່ວນຜູ້ທີ່ສະເຫີຂໍຮັບການອຸດຫູນບຳນານທັງສອງພາກ ພາຍຫຼັງໄດ້ປະຕິບັດກົດໝາຍວ່າດ້ວຍການປະກັນສັງຄົມ ຈະໄດ້ຮັບ
ການພິຈາລະນາໃຫ້ຮັບການອຸດຫູນບຳນານ ຕາມພາກໃດຫ່ງ ທີ່ຜູ້ກ່ຽວສັງກັດຢູ່ບ່ອນສຸດທ້າຍເທົ່ານັ້ນ;
10) ຜູ້ປະກັນຕົນດົບເງືອນໄຂ ແຕ່ຍັງສືບຕໍ່ເຮັດວຽກ ແລະ ມອບເງິນສົມທົບນັ້ນ ໃຫ້ເພີ່ມເງິນອຸດໜູນບຳນານ ຕາມອາຍຸກະສຽນ ແລະ ປີການເກີນ ຫຶງປີໃດ ໄດ້ຮັບ ຫຶງສ່ວນຮ້ອຍ (1%) ແຕ່ທັງບພົດບໍ່ໃຫ້ເກີນອັດຕາສ່ວນ ສູງສຸດຂອງເງິນອຸດໜູນບຳນານ ທີ່ໄດ້ກຳນົດໄວ້.
17. ມາດຕາ 95 ການພິຈາລະນາການອຸດໜູນປະກັນສັງຄົມ (ປັບປຸງ)
ການພິຈາລະນາການອູຸດໜູນປະກັນສັງຄົມປະເພດຕ່າງໆ ໂດຍພື້ນຖານແລ້ວແມ່ນພິຈາລະນາຕາມເງື່ອນໄຂ ແຕ່ລະປະເພດການອຸດຫູນທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການປະກັນສັງຄົມແລ້ວບາງປະເພດການອຸດຫູນຍັງຕ້ອງໄດ້ອີງໃສ່ ກົດບນາຍ ຫຼື ນິຕິກຳກ່ຽວຂ້ອງຕື່ມອີກ;
1) ສຳລັບຜູ້ປະກັນຕົນທີ່ມີອາຍຸຖືພາ ຫົກເດືອນຂຶ້ນໄປ ຫາກອອກລູກ, ຫຼຸລູກ ຫຼື ລູກຕາຍໃນທ້ອງ ກໍລະນີບໍ່ມີ
ເງື່ອນໄຂຮັບເງິນບຳເນັດອອກລູກ ຫຼື ເງິນອຸດໜູນອອກລູກ ເນື່ອງຈາກມອບເງິນສົມທົບບໍ່ດົບເງື່ອນໄຂ, ແມ່ນໃຫ້ພິຈາລະນາຈ່າຍອຸດໜູນປ່ວຍການໃຫ້ຜູ້ກ່ຽວ ຕາມຈຳນວນວັນພັກຕົວຈິງທີ່ໄດ້ຮັບການປັ້ງຢືນຈາກແພດ ແຕ່ສູງສຸດບໍ່ເກີນ ສາມສິບວັນ, ກໍລະນີຫາກສຸຂະພາບຍັງບໍ່ແຂງແຮງຕ້ອງໄດ້ຮັບການກວດ ແລະ ຢັ້ງຢືນທາງການແພດເພື່ອສືບຕໍ່ຮັບອຸດໜູນປ່ວຍການ;
2) ການກຳນົດໄລຍະສູງສຸດຂອງການຮັບການອຸດໜູນປ່ວຍການ ແມ່ນໃຫ້ກຳນົດເອົາຕາມໄລຍະເດືອນ, ປີປະຕິທຶນ, ກໍລະນີພັກເຈັບປ່ວຍ ສິບຫ້າວັນຂຶ້ນໄປ ພາຍໃນເດືອນ ຕ້ອງມີການຢັ້ງຢືນຢຸດຈ່າຍເງິນເດືອນຊົ່ວຄາວຈາກຜູ້ໃຊ້ແຮງງານ;
3) ປະກັນສັງຄົມຈະຄິດໄລ່ ແລະ ເບີກຈ່າຍເງິນອຸດໜູນປ່ວຍການຕາມຈຳນວນວັນພັກຕົວຈິງທີ່ລະບຸຢູ່ເອກະສານຢັ້ງຢືນທາງດ້ານການແພດ, ກໍລະນີມີວັນພັກປ່ວຍການບໍ່ຕໍ່ເນື່ອງ ແລະ ມີການປັ້ງຢືນພັກປ່ວຍການຫຼາຍດັ້ງໃນ
ຂອບເຂດ ສາມສິບວັນ ແມ່ນສາມາດສືບຕໍ່ຮັບການອຸດໜູນດັ່ງກ່າວໄດ້ເລີຍ ແຕ່ຖ້າມີການປະໄລຍະຫ່າງເກີນ ສາມສິບວັນ ຕ້ອງໄດ້ປະກອບແບບພອມເພື່ອຂໍຮັບອຸດຫູນປ່ວຍການໃຫ;
4) ໃບຢັ້ງຢືນທາງດ້ານການແພດທີ່ຈະເອົາມາຂໍອຸດຫຼນປ່ວຍການ ຕ້ອງແມ່ນການຢັ້ງຢືນຈາກໂຮງຫໍຂອງລັດ ຫຼື ເອກະຊົນ ຍົກເວັ້ນຈາກ ຄຣີນິກ, ສ່ວນໃບຢັ້ງຢືນທີເປັນພາສາຕ່າງປະເທດຕ້ອງໄດ້ຮັບການແປເປັນພາສາລາວ ແລະ ມີການເຊຂັນຮັບຮອງຈາກຜູ້ໃຊ້ແຮງງານ ຫຼື ບໍລິສັດແປພາສາ:
5) ຜູ້ກຳລັງຮັບອຸດໜູນໃດຫຶງຈາກປະກັນສັງຄົມ ຫາກເສຍຊີວິດ ໃນໄລຍະເດືອນທີກຳລັງຮັບອຸດຫູນອືນທີ່ ມີຈຳນວນວັນຮັບອຸດໜູນ ສາມສິບວັນຂຶ້ນໄປ ແມ່ນຈະເກັບເງິນຄືນ ໂດຍຫັກຈາກເງິນອຸດຫູນເສຍຊີວິດຕາມຈຳນວນເດືອນທີ່ຊ້າຊ້ອນກັນນັ້ນ;
ຂ .
6) ກໍລະນີພົບເຫັນການຈ່າຍອຸດຫູນວ່າງງານຊຳຊ້ອນກັບເດືອນທີມີວຽກເຮັດ ຫຼື ເດືອນທີໄດ້ມອບເງິນສົມທົບ
, : ວ . ຈນ -. ຈ ຂ້ະ < ພນ, ຂັ້ ຈ .
ແມ່ນຈະໄດ້ເກັບເງິນອຸດໜູນວ່າງງານດືນຕາມຈຳນວນເດືອນຊຳນັນ ແລະ ຖືເປັນການສິນສຸດຮັບອຸດໜູນວ່າງງານ;
ະ
7) ຜູ້ປະກັນຕົນທີຮັບອຸດຫູນປ່ວຍການ ເນື່ອງຈາກການສູນເສຍອະໄວຍະພາຍນອກ ທີ່ມີລັກສະນະຖາວອນ,
ຊັດເຈນ ເມືອສິນສຸດການປິນປົວ ແລະ ໄດ້ຮັບການຢັ້ງຢືນການແພດ, ແມ່ນສາມາດຮັບການຕີລາດາ ຈັດປະເພດ
ແລະ ລະດັບການເສຍກຳລັງແຮງງານ ຕາມລະບຽບການ ໂດຍບໍ່ຕ້ອງລໍຖ້າໃຫ້ຮັບການອຸດຫຸນປ່ວຍການ ຄົບຕາມ
ແຕ່ລະໄລຍະ;
8) ຜູ້ປະກັນຕົນທີ່ຮັບອຸດຫຼູນປ່ວຍການ ເນື່ອງຈາກປະສົບອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ, ອຸປະຕິເຫດ
ອື່ນ ຫຼື ພະຍາດທົ່ວໄປ ເມືອຮັບຄົບໃນໄລຍະ ຫົກເດືອນທຳອິດແລ້ວ ຫາກໄດ້ຮັບການຢັ້ງຢືນທາງການແພດ ບໍ່ສາ
ມາດຟື້ນຟູໃຫ້ກັບມາສູ່ສະພາບປົກກະຕິ , ແມ່ນສາມາດຮັບການຕືລາດາ ຈັດປະເພດ ແລະ ລະດັບການເສຍກຳລັງ
ແຮງງານ ຕາມລະບຽບການ ໂດຍບໍ່ຕ້ອງລໍຖ້າຮັບການອຸດຫູນປ່ວຍການ ໃນໄລຍະ ທົກເດືອນສຸດທ້າຍຕື່ມອີກ;
9) ຜູ້ປະກັນຕົນທີ່ບໍ່ເຄີຍຜ່ານການຮັບອຸດໜຸນປ່ວຍການ ຖ້າໄດ້ຮັບການຢັ້ງຢືນການແພດທີ່ຊັດເຈນກ່ຽວກັບ
ການສູນເສຍອະໄວຍະໃດຫັ່ງທີ່ເປັນລັກສະນະຖາວອນ ແລະ ບໍ່ສາມາດພື້ນພູໄດ້ ແມ່ນສາມາດຮັບການຕີລາຄາ
ຈັດປະເພດ ແລະ ລະດັບການເສຍກຳລັງແຮງງານ ເພື່ອຂໍຮັບການອຸດໜນເສຍກຳລັງແຮງງານ ຕາມລະບຽບການ;
10) ການພິຈາລະນາອຸດຫູນປະກັນສັງຄົມ ສຳລັບຜູ້ປະກັນຕົນທີ່ມອບເງິນສົມທົບຢູ່ຫຼາຍຫົວໜ່ວຍແຮງງານ ໃນ
ເວລາດຽວກັນໃຫ້ປະຕິບັດ ດັ່ງນີ້:
- ການພິຈາລະນາຄິດໄລ່ເງີນອຸດຫູນປ່ວຍການ, ອຸດໜູນອອກລູກ, ອຸດຫຼູນເສຍຊີວິດ, ອຸດຫຸນເທື່ອດຽວ,
ອຸດຫູນເສຍກຳລັງແຮງງານ ແລະ ອຸດຫຼູນສະມາຊິກຄອບຄົວ ແມ່ນໃຫ້ເອົາເງິນສົມທົບຈາກແຫຼ່ງຕ່າງໆ ບວກເຂົ້າ
ກັນ ແຕ່ສູງສຸດບໍ່ໃຫ້ເກີນເພດານເງິນປະກັນຕົນແຕ່ລະໄລຍະ ເພື່ອເປັນບ່ອນອີງໃນການຄິດໄລ່ເງິນອຸດໜູນດັ່ງກ່າວ;
- ການພິຈາລະນາການອຸດຫູນໄລຍະຍາວ ເປັນຕົ້ນການອຸດໜູນບຳນານ ແມ່ນໃຫ້ຄິດໄລ່ຄະແນນບຳນານ ຕາມການສົມທົບຈາກແຫຼ່ງຕ່າງໆ ເພື່ອສະສົມໃຫ້ຜູ້ກ່ຽວ. ການສົມທຽບເພດານເງິນອຸດໜູນບຳນານ ກໍ່ໃຫ້ເອົາເງິນສົມທົບແຫຼ່ງຕ່າງໆບວກເຂົ້າກັນ ແຕ່ສູງສຸດແມ່ນບໍ່ໃຫ້ເກີນເພດານເງິນປະກັນຕົນແຕ່ລະໄລຍະ;
- ການອຸດຫູນອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ ການອຸດຫູນປ່ວຍການເນື່ອງຈາກການພັກວຽກຍ້ອນການປິ່ນປົວ, ພື້ນຟູສຸຂະພາບ ແລະ ເສຍກຳລັງແຮງງານ ການຄິດໄລ່ເງິນອຸດຫູນແມ່ນໃຫ້ອີງໃສ່ຫົວຫວຍແຮງງານທີ່ຜູ້ກ່ຽວປະສົບອຸປະຕິເຫດເທົ່ານັ້ນ;
11 ການພິຈາລະນາເງື່ອນໄຂອາຍຸຂອງຜູ້ສະໝັກຮັບການອຸດຫູນບຳນານພາກລັດ ແມ່ນໃຫ້ປະຕິບັດຕາມລະບຽບ
ການກ່ຽວຂ້ອງ ແຕ່ລະໄລຍະ, ສ່ວນການຂໍອຸດໜູນສະມາຊິກຄອບຄົວສຳລັບພາກລັດ ແມ່ນໃຫ້ອີງໃສ່ ປີທີ່ເຫດການເກີດຂຶ້ນ, ສຳລັບພາກວິສາຫະກິດ ແມ່ນໃຫ້ເອົາ ເດືອນ, ປີເກີດ ຂອງຜູ້ກ່ຽວ ທຽບກັບ ເດືອນ, ປີ ທີ່ຮ້ອງຂໍການອຸດໜູນກ່ຽວຂ້ອງ ຫຼື ປີທີ່ເຫດການເກີດຂຶ້ນ;
12) ຜູ້ປະກັນຕົນພາກລັດ ທີ່ໄດ້ໄປສຶກສາຢູ່ພາຍໃນ ຫຼື ຕ່າງປະເທດ ຫຼື ຜູ້ທີ່ຖືກແຕ່ງຕັ້ງໃຫ້ໄປປະຈຳການຢູ່ຕ່າງປະເທດ ເມື່ອເກີດຮັບອຸດໜູນໃດໜຶ່ງ ແມ່ນໃຫ້ເອົາເງິນເດືອນ ເດືອນສຸດທ້າຍ ກ່ອນໄປສຶກສາ ຫຼື ໄປປະຈຳການຢູ່ຕ່າງປະເທດເປັນບ່ອນອີງໃນການຄິດໄລ່;
13) ຜູ້ປະກັນຕົນສະຫຼັກໃຈ ທີ່ໄດ້ມາເຮັດສັນຍາ ແລ້ວມີການຄ້າງຈ່າຍ ເວລາມາຂໍອຸດໜູນໃດໜຶ່ງ ຫາກພົບເຫັນມີການຈ່າຍເງິນສົມທົບບໍ່ຮອດເດືອນທີ່ເກີດສິດ ຈະຕ້ອງຊຳລະດືນຈົນຮອດເດືອນທີ່ເກີດສິດນັ້ນເສຍກ່ອນ ຈຶ່ງຈະດຳເນີນການຄິດໄລ່ ແລະ ເບີກຈ່າຍໃຫ້ໄດ້;
14) ຜູ້ປະກັນຕົນສະຫັກໃຈ ຫາກເກີດສິດຮັບອຸດໜູນສະມາຊິກຄອບຄົວ ແມ່ນສາມາດສືບຕໍ່ເປັນຜູ້ປະກັນຕົນສະຫັກໃຈໄດ້, ສຳລັບການອຸດໜູນປະກັນສັງຄົມປະເພດຕ່າງໆໃຫ້ເກີດສິດຕາມການປະກັນຂອງຜູ້ກ່ຽວ, ບໍ່ໃຫ້ຮັບຊ້ຳຊ້ອນ;
15) ການພິຈາລະນາ ແລະ ອະນຸມັດເງິນອຸດໜູນບຳນານ ສຳລັບພາກລັດ ພາກສ່ວນກົງຈັກການຈັດຕັ້ງພາກລັດທີ່ຜູ້ກ່ຽວສັງກັດຢູ່ ເປັນຜູ້ອອກຂໍ້ຕົກລົງຮັບການອຸດໜູນບຳນານ ໂດຍໃຫ້ມີເນື້ອໃນສອດຄ່ອງກັບ ແຈ້ງການຂອງຂະແໜງພາຍໃນ, ປະຫວັດລັດຖະກອນ, ໃບຢຸດຈ່າຍເງິນເດືອນ, ໃບຄິດໄລ່ເງິນເດືອນ, ສຳມະໂນຄົວ, ບັດປະຈຳຕົວ ໄດ້ຮັບການຢັ້ງຢືນຂໍ້ມູນພະນັກງານ-ລັດຖະກອນ ຈາກຂະແໜງການພາຍໃນ. ກໍລະນີ ຂໍ້ຕົກລົງເຂົ້າຮັບການອຸດໜູນບຳນານ ແລະ ຂໍ້ມູນຫຼັກຖານກ່ຽວຂ້ອງບໍ່ກົງກັນ ແມ່ນຕ້ອງໄດ້ຮັບການແກ້ໄຂໃຫ້ຖືກຕ້ອງຈາກພາກສ່ວນກ່ຽວຂ້ອງ ຈຶ່ງສາມາດຮ້ອງຂໍອຸດໜູນດັ່ງກ່າວ;
ສຳລັບ ພາກວິສາຫະກິດ ແລະ ຜູ້ສະຫັກໃຈ ແມ່ນກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນຜູ້ພິຈາລະນາ ແລະ ອະນຸມັດອອກຂໍ້ຕົກລົງ. ສ່ວນການຄິດໄລ່ເງິນອຸດຫູນບຳນານ ແມ່ນມອບໃຫ້ອົງການປະກັນສັງຄົມແຫ່ງຊາດ ຫຼື ຫ້ອງການປະກັນສັງຄົມ ແຂວງ. ນະຄອນຫຼວງ ເປັນຜູ້ຈັດຕັ້ງປະຕິບັດ:
16) ກໍລະນີ ຜູ້ຮັບການອຸດຫູນບຳນານ ແລະ ເສຍກຳລັງແຮງງານ ທີ່ໄດ້ໄປດຳລົງຊີວິດຢູ່ຕ່າງປະເທດ ສອງປີໃດ ຕ້ອງໄດ້ມີການກວດສອບຂໍ້ມູນດືນ, ກໍລະນີຈຳເປັນແມ່ນຕ້ອງໄດ້ມີການຢັ້ງຢືນການດຳລົງຊີວິດ ຈາກກົງສູນ ຫຼື ສະຖານທູດ ຂອງ ສປປ ລາວ ທີ່ປະຈຳຢູ່ປະເທດນັ້ນໆ, ຫາກບໍ່ມີການຢັ້ງຢືນ ຈະໂຈະການຈ່າຍເງິນອຸດຫຸນໄວ້ຊົ່ວຄາວ ສູງສຸດບໍ່ເກີນ ສິບສອງເດືອນ ນັບຈາກວັນທີ່ໄດ້ແຈ້ງໃຫ້ຄອບຄົວຜູ້ກ່ຽວຊາບ, ໄລຍະດັງກ່າວຫາກມີການຢັ້ງ
ຢືນການດຳລົງຊີວິດ ຈະຈ່າຍເງິນອຸດໜູນຍ້ອນຫຼັງໃຫ້ຜູ້ກ່ຽວ, ກໍລະນີມີການຢັ້ງຢືນເກິນ ສິບສອງເດືອນ ນັບຈາກວັນທີ່ໄດ້ແຈ້ງໃຫ້ຄອບຄົວຜູ້ກ່ຽວຊາບ ເດືອນທີ່ຖືກໂຈະການຈ່າຍເງິນອຸດຫູນໄວ້ນັ້ນ ແມ່ນຈະບໍ່ໄດ້ຄິດ ໄລ່ຄືນໃຫ້ ຊຶ່ງຈະຈ່າຍໃຫ້ນັບແຕ່ເດືອນທີ່ໄດ້ຮັບການຢັ້ງຢືນເປັນຕົ້ນໄປ;
- າມ; ະ. .ແ . ຖູ ຂຣ ມ: . ຮ້ (ຈອກ 17) ກໍລະນີ ຜູ້ປະກັນຕົນທີມີເງິນເດືອນປະກັນຕົນສູງມາຕະຫຼອດ ແຕ່ມີເດືອນສູດທ້າຍນັນ ຫາກຕຳກ່ວາບົກກະຕິ ຊຶງແມ່ນເດືອນທີຜູ້ກ່ຽວ ເຈັບປ່ວຍ, ເກີດລູກ ຫຼື ເດືອນທີເຫດການເກີດຂຶ້ນ ແມ່ນໃຫ້ເອົາເດືອນກ່ອນເດືອນສຸດທ້າຍນັນມາດິດໄລ່ ແຕ່ຖ້າຫາກເດືອນສຸດທ້າຍນັ້ນແມ່ນເດືອນທີຄົບເງື່ອນໄຂຂອງການເກີດສິດແມ່ນໃຫ້ເອົາເຂົາໃນການຄິດໄລ່ເລີຍ;
ຖ້າຫາກວ່າເງິນເດືອນປະກັນຕົນໃນໄລຍະທີ່ເອົາມາຄິດໄລ່ເງິນອຸດໜຼູນປະເພດໃດຫຶງ ຫາກເປັນເດືອນທີ່
ຫ້ອງການປະກັນສັງຄົມ ແຂວງ, ນະຄອນຫຼວງ ມີສິດຮຽກເກັບຈຳນວນເງິນທີ່ຈ່າຍເກີນ ຫຼື ຜິດພາດນັ້ນດືນເຂົ້າກອງທຶນປະກັນສັງຄົມແຫ່ງຊາດ ຢ່າງຄົບຖ້ວນ, ກໍລະນີ ທີ່ເຫັນວ່າມີຄວາມເບນາະສົມ ຕ້ອງສະເຫຼີໃຫ້ພາກສ່ວນກ່ຽວຂ້ອງດຳເນີນຄະດີ ຕາມກົດໝາຍແຫ່ງ ສປປ ລາວ;
- ກໍລະນີ ໄດ້ເບີກຈ່າຍເງິນອຸດຫຼູນປະກັນສັງຄົມປະເພດໃດໜຶ່ງ ເກີນໃຫ້ຜູ້ປະກັນຕົນທີເສຍຊີວິດ ເນືອງຈາກການແຈ້ງຂໍອຸດໜຼູນເສຍຊີວິດຊັກຊ້າ ແມ່ນມີສິດທວງເອົາເງິນທີໄດ້ຈ່າຍເກີນໄປແລ້ວນັ້ນດືນ ດ້ວຍຮູບການມາມອບດືນ ຫຼື ຫັກເອົາຈາກເງິນອຸດຫູູນເສຍຊີວິດຂອງຜູ້ປະກັນຕົນ;
ການຈັດຕັ້ງປະຕິບັດ
ນ່ ມອບໃຫ້ ອົງການປະກັນສັງຄົມແຫ່ງຊາດ, ຫ້ອງການປະກັນສັງຄົມ ແຂວງ, ນະຄອນຫຼວງ, ສູນປະກັນສັງຄົມ ເມືອງ, ເທດສະບານ, ນະຄອນ ເປັນຜູ້ຈັດຕັ້ງປະຕິບັດ;
ຂ) ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ, ຫົວໜ່ວຍແຮງງານ, ບຸກຄົນ, ນິຕິບຸກຄົນ ຈົ່ງຮັບຮູ້ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ) ແລະ ຄຳແນະນຳ ສະບັບນີ້ດ້ວຍ;
8) ອົງການປະກັນສັງຄົມແຫ່ງຊາດ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ຈັດຕັ້ງເຊື່ອມຊຶມ, ເຜີຍແຜ່, ແນະນຳ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ) ແລະ ຄຳແນະນຳສະບັບນີ້ ໃຫ້ທົ່ວເຖິງ;
4) ຄຳແນະນຳ ສະບັບນີ້ ມີຜົນສັກສິດນັບແຕ່ວັນທີ່ລົງລາຍເຊັນ ເປັນຕົ້ນໄປ ແລະ ປ່ຽນແທນຄຳແນະນຳສະບັບເລກທີ 1206/ຮສສ, ລົງວັນທີ 28 ເມສາ 2019. ນິຕິກຳໃຕ້ກົດໝາຍວ່າດ້ວຍການປະກັນສັງຄົມ ທີ່ຂັດກັບຄຳແນະນຳສະບັບນີ້ ລ້ວນແຕ່ຖືກລົບລ້າງ.
← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ