关于波里坎赛省巴山县防灾减灾项目受影响人员补偿政策及单价协议
ຂໍ້ຕົກລົງວ່າດ້ວຍ ນະໂຍບາຍ ແລະ ລາຄາຫົວໜ່ວຍທົດແທນຄ່າເສຍຫາຍຕໍ່ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການຄວບຄຸມຄວາມສ່ຽງໄພພິບັດນ້ຳຖ້ວມ ຢູ່ເທດສະບານເມືອງ ປາກຊັນ ແຂວງບໍລິຄຳໄຊ
Agreement on Compensation Policies and Unit Prices for Persons Affected by the Disaster Prevention and Mitigation Project in Pakxan District, Bolikhamxay Province
简介
该法规针对波里坎赛省巴山县防灾项目受影响人员,规定了土地、建筑物、树木等财产的补偿政策与单价计算原则。
Summary
This regulation prescribes compensation policies and unit price calculation principles for land, buildings, trees, and other property for persons affected by disaster prevention projects in Pakxan District, Bolikhamxay Province.
ບົດສະຫຼຸບ
ລະບຽບການສະບັບນີ້ກຳນົດນະໂຍບາຍຊົດເຊີຍ ແລະ ຫຼັກການຄິດໄລ່ລາຄາຕໍ່ໜ່ວຍສຳລັບຊັບສິນເຊັ່ນ ທີ່ດິນ, ສິ່ງກໍ່ສ້າງ, ຕົ້ນໄມ້ ແລະ ອື່ນໆ ສຳລັບຜູ້ທີ່ຖືກຜົນກະທົບຈາກໂຄງການປ້ອງກັນໄພພິບັດຢູ່ເມືອງປາກຊັນ, ແຂວງບໍລິຄຳໄຊ.
条文
第ມາດຕາ 1条
第2条 政策和补偿单价
补偿政策是确定条件,作为对博利坎赛省巴古嫩县城镇洪水灾害风险防控项目造成的影响进行补偿的依据,针对受影响者,包括土地面积、建筑物、树木和机会损失。
影响补偿单价是对项目受影响者的资产进行计算的基准。
ພາສາລາວ (老挝语原文)
ມາດຕາ 2 ນະໂຍບາຍ ແລະ ລາຄາຫົວໜ່ວຍທົດແທນຄ່າເສຍຫາຍ
ນະໂຍບາຍການທົດແທນຄ່າເສຍຫາຍ ແມ່ນການກຳນົດເງື່ອນໄຂ ເພື່ອເປັນຫຼັກຖານການທົດແທນຄ່າເສຍຫາຍຈາກໂຄງການດວບດູມຄວາມສ່ຽງໄພພິບັດນໍ້າຖ້ວມ ຢູ່ເທດສະບານເມືອງປາກກຸ້ນ ແຂວງບໍລິຄຳໄຊ ຕໍ່ຜູ້ທີ່ຖືກຜົນກະທົບເຖິງປະກອບມີເນື້ອທີ່ດິນ, ສິ່ງປູກສ້າງ, ຕົ້ນໄມ້ ແລະ ຄ່າເສຍໂອກາດ.
ລາຄາຫົວໜ່ວຍທົດແທນຄ່າເສຍຫາຍຜົນກະທົບ ແມ່ນບັດຕາການຄິດໄລ່ທີ່ເປັນພື້ນຖານຕໍ່ຊັບສິນຂອງຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການ.
第ມາດຕາ 2条
第2条 术语解释
本协议中使用的术语定义如下:
1. 洪水灾害风险控制项目 指国家投资项目,详细规定了各项活动、步骤、方法、预算和实施时间。
2. 项目业主 指水路局、公共工程与运输部,负责研究、勘察、设计、施工和实施项目。
3. 开发项目 指任何投资项目或活动,涉及建设、改造和修缮,以提升水平和质量。
4. 受影响者 指因项目开发而直接或间接受影响的个人或法人,已根据实际调查数据登记在册。
5. 搬迁 指将受影响者的住宅和建筑物从巴山县市洪水灾害风险控制项目的施工区域迁至新地点。
6. 工业树木 指柚木、紫檀、柚木、铁刀木、黄檀、白木、酸枝木和沉香木。
7. 果树 指椰子、龙眼、芒果、罗望子、牛奶果、星苹果、番荔枝、荔枝、柚子、牛油果、橄榄和人心果。
8. 农作物 指香蕉、甘蔗、姜和牧草。
9. 收入损失 指因项目施工期间停止经营而造成的收入损失。
ພາສາລາວ (老挝语原文)
ມາດຕາ 2 ອະທິບາຍຄຳສັບ
ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:
1. ໂຄງການຄວບຄຸມຄວາມສ່ຽງໄພພິບັດນໍ້າຖ້ວມ ໝາຍເຖິງໂຄງການລົງທຶນຂອງລັດ ເຊິ່ງໄດ້ກຳນົດລະອຽດບັນດາກິດຈະກຳວຽກ ລວມທັງຂັ້ນຕອນ, ວິທີການ, ງົບປະມານ ແລະ ເວລາໃນການຈັດຕັ້ງປະຕິບັດ.
2. ເຈົ້າຂອງໂຄງການ ໝາຍເຖິງກົມທາງນຳ, ກະຊວງໂຍທາທິການ ແລະ ຂົນສົ່ງ ເຊິ່ງມີໜ້າທີ່ຮັບຜິດຊອບໃນການສຶກສາ, ສຳຫຼວດ, ອອກແບບ, ກໍ່ສ້າງ ແລະ ຈັດຕັ້ງປະຕິບັດໂຄງການ.
3. ໂຄງການພັດທະນາ ໝາຍເຖິງໂຄງການລົງທຶນ ຫຼື ກິດຈະກຳໃດໜຶ່ງທີ່ມີການກໍ່ສ້າງ, ປັບປຸງ ແລະ ສ້ອມແປງເພື່ອຍົກລະດັບ ແລະ ຄຸນນະພາບໃຫ້ດີຂຶ້ນ.
4. ຜູ້ທີ່ໄດ້ຮັບຜົນກະທົບ ໝາຍເຖິງບຸກຄົນ ຫຼື ນິຕິບຸກຄົນ ທີ່ຖືກຜົນກະທົບຈາກການພັດທະນາໂຄງການ ບໍ່ວ່າທາງກົງ ຫຼື ທາງອ້ອມ ເຊິ່ງໄດ້ຂຶ້ນບັນຊີຕາມຂໍ້ມູນທີ່ໄດ້ສຳຫຼວດຕົວຈິງ.
5. ການຍົກຍ້າຍ ໝາຍເຖິງການຍົກຍ້າຍທີ່ຢູ່ອາໄສ ແລະ ສິ່ງປູກສ້າງ ຂອງຜູ້ທີ່ຖືກຜົນກະທົບອອກຈາກເຂດພື້ນທີ່ການກໍ່ສ້າງຂອງໂຄງການຄວບຄຸມຄວາມສ່ຽງໄພພິບັດນໍ້າຖ້ວມ ຢູ່ເທດສະບານເມືອງປາກຊັນ ໄປອາໄສຢູ່ບ່ອນໃໝ່.
6. ຕົ້ນໄມ້ອຸດສະຫະກຳ ໝາຍເຖິງໄມ້ຕູ່, ໄມ້ຂະຍຸງ, ໄມ້ສັກ, ໄມ້ແຕ້ຂ່າ, ໄມ້ແຄນ, ໄມ້ເປືອຍ, ໄມ້ຄາຍໂສ້ ແລະ ໄມ້ສຳສາ.
7. ຕົ້ນໄມ້ໃຫ້ໝາກ ໝາຍເຖິງຕົ້ນພ້າວ, ຕົ້ນລຳໄຍ, ຕົ້ນມ່ວງ, ຕົ້ນໝາກຂາມ, ຕົ້ນໝາກນໍ້ານົມ, ຕົ້ນໝາກສີດາ, ຕົ້ນໝາກເງາະ, ຕົ້ນໝາກລື້ນຈີ້, ຕົ້ນໝາກພຸກ, ຕົ້ນໝາກອາໂວ້ກາໂຕ້, ຕົ້ນໝາກກອກ ແລະ ຕົ້ນໝາກມື.
8. ຜົນລະປູກ ໝາຍເຖິງຕົ້ນກ້ວຍ, ຕົ້ນອ້ອຍ, ຕົ້ນຂ່າ ແລະ ຫຍ້າລ້ຽງສັດ.
9. ການສູນເສຍລາຍໄດ້ ໝາຍເຖິງການສູນເສຍລາຍໄດ້ຈາກການປິດກິດຈະການ ໃນໄລຍະການກໍ່ສ້າງໂຄງການ.
第ມາດຕາ 3条
第3条 国家政策
国家鼓励项目投资者参与对人民财产受影响的补偿,通过设立调解-分配、补偿和处理人民投诉委员会,以确保项目按既定计划进行并取得成功。
国家鼓励个人、法人和社会组织参与管理、保护和协助项目发展,特别是积极贡献劳动力、精神、财产和其他物资,符合既定的政策方针、法律和法规。
国家广泛开放各方就损失问题表达意见和提出各种问题,以便在解决受影响者问题上达成一致。
国家平等、有效、和平地保护受影响者的合法权益。
ພາສາລາວ (老挝语原文)
ມາດຕາ 3 ນະໂຍບາຍຂອງລັດ
ລັດຊຸກຍູ້ຜູ້ລົງທຶນພັດທະນາໂຄງການ ປະກອບສ່ວນເຂົ້າໃນການທົດແທນຄ່າເສຍຫາຍຕໍ່ຜົນກະທົບຊັບສິນຂອງປະຊາຊົນ ດ້ວຍການແຕ່ງຕັ້ງຄະນະກຳມະການໄກ່ເກ່ຍ-ຈັດສັນ, ທົດແທນ ແລະ ແກ້ໄຂຄຳຮ້ອງທຸກຂອງປະຊາຊົນ ເພື່ອຮັບປະກັນໃຫ້ໂຄງການດຳເນີນ ແລະ ບັນລຸຜົນສຳເລັດ ຕາມແຜນການທີ່ກຳນົດໄວ້.
ລັດຊຸກຍູ້ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງສັງຄົມ ເພື່ອປະກອບສ່ວນເຂົ້າໃນການຄຸ້ມຄອງ, ປົກປັກຮັກສາ ແລະ ຊ່ວຍການພັດທະນາໂຄງການ ເປັນຕົ້ນແມ່ນການປະກອບສ່ວນຢ່າງຕັ້ງໜ້າດ້ານແຮງງານ, ຈິດໃຈ, ຊັບສິນ ແລະ ວັດຖຸອື່ນໆ ໂດຍສອດຄ່ອງຕາມແນວທາງນະໂຍບາຍ, ກົດໝາຍ ແລະ ລະບຽບທີ່ໄດ້ກຳນົດໄວ້.
ລັດເປີດກວ້າງໃຫ້ທຸກພາກສ່ວນສະແດງຄວາມຄິດເຫັນ ແລະ ສະເໜີບັນຫາຕ່າງໆຕໍ່ຄ່າເສຍຫາຍ ເພື່ອໃຫ້ມີຄວາມເປັນເອກະພາບໃນການແກ້ໄຂຕໍ່ຜູ້ທີ່ໄດ້ຮັບຜົນກະທົບ.
ລັດປົກປ້ອງຜົນປະໂຫຍດ ທີ່ຖືກຕ້ອງຕາມກົດໝາຍ ຂອງຜູ້ທີ່ໄດ້ຮັບຜົນກະທົບຢ່າງສະເໝີພາບ, ມີປະສິດທິຜົນ ແລະ ມີຄວາມສະຫງົບ.
第ມາດຕາ 4条
第5条 确定补偿政策和单价的基本原则
确定对受巴山县巴山市洪水灾害风险防控项目影响者的补偿政策和单价,应遵循以下基本原则:
1. 保护受影响者的权利、合法利益,并改善其生活条件,使之比以前更好。
2. 符合省的方针政策、宪法、法律、愿景、战略和经济社会发展计划。
3. 在组织、相关部门、项目业主和受项目影响者之间进行协调和协商。
4. 保障国家、个人、法人和组织的权益。
5. 保障社会的安宁和秩序。
6. 保障正确、透明、公正和可核查。
ພາສາລາວ (老挝语原文)
ມາດຕາ 5 ຫຼັກການພື້ນຖານໃນການກຳນົດນະໂຍບາຍ ແລະ ລາຄາຫົວໜ່ວຍທົດແທນຄ່າເສຍຫາຍ
ການກຳນົດນະໂຍບາຍ ແລະ ລາຄາຫົວໜ່ວຍທົດແທນຄ່າເສຍຫາຍ ຕໍ່ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການດວບດຸມຄວາມສ່ຽງໄພພິບັດນ້ຳຖ້ວມ ຢູ່ເທດສະບານເມືອງປາກຊັນ ແຂວງບໍລິຄຳໄຊ ໃຫ້ປະຕິບັດຕາມຫຼັກການພື້ນຖານ ດັ່ງນີ້:
1. ປົກປ້ອງສິດ, ຜົນປະໂຫຍດອັນຊອບທຳ ແລະ ປັບປຸງຊີວິດການເປັນຢູ່ຂອງຜູ້ທີ່ໄດ້ຮັບຜົນກະທົບໃຫ້ດີຂຶ້ນກວ່າເກົ່າ.
2. ສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ, ວິໄສທັດ, ຍຸດທະສາດ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ.
3. ມີການປະສານສົມທົບ, ປຶກສາຫາລືລະຫວ່າງການຈັດຕັ້ງ, ພາກສ່ວນທີ່ກ່ຽວຂ້ອງ, ເຈົ້າຂອງໂຄງການ ແລະ ຜູ້ທີ່ຖືກຜົນກະທົບຈາກໂຄງການ.
4. ຮັບປະກັນສິດຜົນປະໂຫຍດຂອງລັດ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ.
5. ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.
6. ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ມີຄວາມຍຸຕິທຳ ແລະ ສາມາດກວດສອບໄດ້.
第ມາດຕາ 5条
第5条 适用范围
本协议仅适用于洪水灾害风险吸收项目,范围包括以下村庄:会西村、阿努颂赛村和巴占村,涉及28户家庭,位于项目区域内,面积共计62,240平方米。
ພາສາລາວ (老挝语原文)
ມາດຕາ 5 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສະເພາະໂຄງການດູດຊຶມຄວາມສ່ຽງໄພພິບັດນ້ຳຖ້ວມ ຢູ່ໃນຂອບເຂດບ້ານຄື: ບ້ານຫ້ວຍສຽດ, ບ້ານອານຸສອນໄຊ ແລະ ບ້ານປາກຊັນ ຊຶ່ງມີຜົນກະທົບຈຳນວນ 28 ຄອບຄົວ, ນອນຢູ່ໃນເນື້ອທີ່ຂອງໂຄງການຈຳນວນ 62,240 ຕາແມັດ.
第ມາດຕາ 6条
第6条 财产类型的确定
在洪水灾害风险控制项目范围内,财产类型的确定包括以下3种主要类型:
1. 土地类型:开垦地和农业用地。
2. 建筑物类型:房屋、棚屋、鱼塘、餐馆、围墙、浴室、厨房。
3. 树木类型:工业用树、果树和农作物。
ພາສາລາວ (老挝语原文)
ມາດຕາ 6 ການກຳນົດປະເພດຊັບສິນ
ການກຳນົດປະເພດຂອງຊັບສິນ ໃນຂອບເຂດໂຄງການຄວບຄຸມຄວາມສ່ຽງໄພພິບັດນ້ຳຖ້ວມ, ປະກອບມີ 03 ປະເພດຕົ້ນຕໍຄື:
1. ປະເພດທີ່ດິນ: ດິນປູກລ້າງ ແລະ ດິນກະສິກຳ.
2. ປະເພດສິ່ງປູກສ້າງອາຄານ: ເຮືອນ, ຕຸບ, ອ່າງລ້ຽງປາ, ຮ້ານອາຫານ, ຮົ້ວກຳແພງ, ຫ້ອງນຳ, ເຮືອນຄົວ.
3. ປະເພດຕົ້ນໄມ້: ຕົ້ນໄມ້ອຸດສະຫະກຳ, ຕົ້ນໄມ້ໃຫ້ໝາກ ແລະ ຜົນລະປູກ.
第ມາດຕາ 7条
第7条 对财产的影响
实施对财产有直接影响的项目的组织:
1. 永久影响是指对财产的影响,该财产永久丧失使用,无法再使用。
2. 临时影响是指仅对施工期间土地使用机会成本的影响,项目施工完成后,项目业主必须将财产恢复到原状,能够使用,并交还原业主继续使用。
ພາສາລາວ (老挝语原文)
ມາດຕາ 7 ຜົນກະທົບຕໍ່ຊັບສິນ
ການຈັດຕັ້ງປະຕິບັດໂຄງການ ທີ່ມີຜົນກະທົບໂດຍກົງຕໍ່ຊັບສິນ:
1. ຜົນກະທົບຖາວອນ ແມ່ນຜົນກະທົບຕໍ່ຊັບສິນ ທີ່ຖືກສູນເສຍການນຳໃຊ້ຢ່າງຖາວອນ ບໍ່ສາມາດນຳໃຊ້ໄດ້ອີກ.
2. ຜົນກະທົບແບບຊົ່ວຄາວ ແມ່ນຜົນກະທົບຕໍ່ຄ່າເສຍໂອກາດຈາກການນຳໃຊ້ພື້ນທີ່ໃນໄລຍະການກໍ່ສ້າງເທົ່ານັ້ນ ພາຍຫຼັງສຳເລັດການກໍ່ສ້າງໂຄງການ ເຈົ້າຂອງໂຄງການຈະຕ້ອງໄດ້ປັບປຸງໃຫ້ຢູ່ໃນສະພາບເດີມ ສາມາດນຳໃຊ້ໄດ້ ແລະ ສົ່ງຄືນເຈົ້າຂອງເດີມສືບຕໍ່ນຳໃຊ້.
第ມາດຕາ 8条
第8条 受影响者等级
受影响者分为以下四个等级:
1. 第一级:被搬迁者,是指因居住用地受影响,剩余土地不足以继续居住,必须从原址搬迁到新址的人。
2. 第二级:严重受影响者,是指财产损失达到或超过总财产10%以上的人。
3. 第三级:轻度受影响者,是指财产损失低于总财产10%以下的人。
4. 第四级:弱势家庭,是指因项目受影响,因环境变化和适应影响而面临进一步贫困风险的家庭。弱势家庭必须符合以下四个条件之一:
1) 收入低于国家贫困线,在市区规定为240,000基普/人/月。
2) 是女性户主,独自生活,独自抚养子女,或是照顾身体残疾、精神失常无法自理的人,但收入必须低于国家贫困线240,000基普/人/月(市区)。
3) 是60岁以上的老人,独自生活,无人照顾。
4) 户主或家庭成员是身体残疾或精神失常,无法自理或无法劳动,依赖他人,视为符合该项目的特殊补偿政策标准。
ພາສາລາວ (老挝语原文)
ມາດຕາ 8 ລະດັບຜູ້ທີ່ໄດ້ຮັບຜົນກະທົບ
ຜູ້ທີ່ໄດ້ຮັບຜົນກະທົບມີສີ່ລະດັບ ດັ່ງນີ້:
1. ລະດັບທີ 1 ຜູ້ທີ່ຖືກຍົກຍ້າຍ ແມ່ນຜູ້ທີ່ໄດ້ຮັບຜົນກະທົບ ຕໍ່ທີ່ດິນຢູ່ອາໄສເຊິ່ງເນື້ອທີດິນທີ່ຍັງເຫຼືອ ແມ່ນບໍ່ພຽງພໍໃນການຢູ່ອາໄສຕໍ່ໄປໄດ້ ຈຳເປັນຕ້ອງໄດ້ຍົກຍ້າຍອອກຈາກບ່ອນເດີມໄປຢູ່ບ່ອນໃໝ່.
2. ລະດັບທີ 2 ຜູ້ທີ່ໄດ້ຮັບຜົນກະທົບຮຸນແຮງ ແມ່ນຜູ້ທີ່ໄດ້ຮັບຜົນກະທົບຕໍ່ຊັບສິນເທົ່າກັບ ຫຼື ຫຼາຍກວ່າ 10 ສ່ວນຮ້ອຍຂຶ້ນໄປຂອງຈຳນວນຊັບສິນທັງໝົດ.
3. ລະດັບທີ 3 ຜູ້ທີ່ຖືກກະທົບລະດັບເບົາ ແມ່ນຜູ້ທີ່ໄດ້ຮັບຜົນກະທົບເບົາບາງ, ຜູ້ໄດ້ຮັບຜົນກະທົບຕໍ່ຊັບສິນຕ່ຳກວ່າ 10 ສ່ວນຮ້ອຍລົງມາຂອງຈຳນວນຊັບສິນທັງໝົດ.
4. ລະດັບທີ 4 ຄອບຄົວຜູ້ດ້ອຍໂອກາດ ແມ່ນຄອບຄົວທີ່ໄດ້ຮັບຜົນກະທົບຈາກໂຄງການ ເປັນຄອບຄົວທີ່ມີຄວາມສ່ຽງທີ່ຈະທຸກຍາກຕື່ມ ອັນເນື່ອງມາຈາກການປ່ຽນແປງທາງດ້ານສະພາບແວດລ້ອມ ແລະ ການປັບຕົວຕໍ່ຜົນກະທົບ, ຄອບຄົວດ້ອຍໂອກາດຕ້ອງຢູ່ໃນ 1 ຂອງ 4 ເງື່ອນໄຂ ດັ່ງນີ້:
1) ແມ່ນຜູ້ທີ່ມີລາຍຮັບຕ່ຳກວ່າ ເສັ້ນລະດັບຄວາມທຸກຍາກແຫ່ງຊາດ, ທີ່ໄດ້ກຳນົດໄວ້ຢູ່ໃນເຂດເທດສະບານ 240,000 ກີບ/ຄົນ/ເດືອນ.
2) ແມ່ນຜູ້ຍິງທີ່ເປັນຫົວໜ້າຄອບຄົວ, ຢູ່ຄົນດຽວ, ລ້ຽງລູກດ້ວຍຕົນເອງຕາມລຳພັງ ຫຼື ເປັນຜູ້ດູແລຄົນພິການທາງຮ່າງກາຍ, ເສຍຈິດທີ່ບໍ່ສາມາດຊ່ວຍເຫຼືອຕົນເອງໄດ້ ແຕ່ຕ້ອງມີລາຍຮັບຕ່ຳກວ່າເສັ້ນລະດັບຄວາມທຸກຍາກແຫ່ງຊາດ 240,000 ກີບ/ຄົນ/ເດືອນ ໃນເຂດເທດສະບານ.
3) ແມ່ນຜູ້ເຖົ້າທີ່ມີອາຍຸເກີນ 60 ປີ ຂຶ້ນໄປ, ຢູ່ຄົນດຽວບໍ່ມີຜູ້ດູແລເບິ່ງແຍງ.
4) ແມ່ນຫົວໜ້າ ຫຼື ສະມາຊິກໃນຄອບຄົວ ເປັນຄົນພິການທາງຮ່າງກາຍ ຫຼື ເປັນຄົນເສຍຈິດ ໂດຍບໍ່ສາມາດຊ່ວຍເຫຼືອຕົນເອງໄດ້ ຫຼື ບໍ່ສາມາດອອກແຮງງານໄດ້ອາໄສຜູ້ອື່ນ, ຖືວ່າຕົກຢູ່ໃນມາດຕະຖານຕາມນະໂຍບາຍຊົດເຊີຍພິເສດ ຈາກໂຄງການດັ່ງກ່າວນີ້.
第ມາດຕາ 9条
第9条 补偿政策
1. 如果受影响者因合法土地使用权完全丧失或丧失80%以上,且剩余土地无法再使用,项目业主必须按照货币价值计算全额赔偿损失。
2. 如果受影响者部分合法土地使用权丧失,且剩余土地仍可使用,项目业主必须对受影响部分按货币价值计算赔偿损失;剩余可使用的土地,受影响者必须重新获得该地块合法、完整的土地使用权文件,项目业主必须承担办理该文件的所有费用。
3. 如果受影响者拥有经村级行政机关及相关部门的确认的土地使用权,项目业主必须按照本条第一款或第二款的规定进行赔偿。
4. 如果受影响者没有本条第一款、第二款规定的土地使用权文件,则不予赔偿土地损失,但项目业主应按照计算的损失价值赔偿建筑物、树木和农作物的损失。
5. 如果建筑物全部或部分损失,项目业主必须按照货币价值赔偿受影响者,以替代上述建筑物,不得扣除折旧,也不得计算剩余材料以减少赔偿价值。
6. 如果土地或建筑物在施工期间暂时受到影响,项目业主必须将土地恢复原状。
7. 如果树木、农作物损失,项目业主必须按照本协议规定的办法赔偿损失。
8. 如果社区基础设施和便利设施损失,项目业主必须将其恢复至类似原状,并特别注意当地人民的文化、宗教和传统基础设施的损失。
9. 在所有情况下,向受影响者实施赔偿时,项目业主必须与省级赔偿委员会协调,以监督、检查和确认赔偿计划的正确性和完整性。
10. 与他人或组织有争议的财产,必须记录损失数额,待争议解决后方可申请赔偿。
11. 受项目影响者将在项目施工前获得补偿,以便受影响者有条件准备搬迁和建设新住所。
12. 赔偿单价的计算在本协议第四章中规定。
13. 特殊援助是指对符合以下条件的家庭的援助:
1) 搬迁住所的家庭将获得3个月的过渡期援助。
2) 受本协议第9条四级影响的家庭。
14. 机会损失补偿的条件如下:
1) 施工期间(15个月)的网箱养鱼。
2) 施工期间商店收入损失3个月。
15. 不予赔偿的财产如下:
1) 花卉或观赏树木。
2) 位于国家保护区内的个人神龛、未经国家部门合法许可的各种广告牌,不予赔偿。
16. 对受项目影响的财产的赔偿,按货币价值计算赔偿。
ພາສາລາວ (老挝语原文)
ມາດຕາ 9 ນະໂຍບາຍການທົດແທນ
1. ໃນກໍລະນີຜູ້ໄດ້ຮັບຜົນກະທົບຈາກການເສຍສິດນຳໃຊ້ເນື້ອທີ່ດິນ ທີ່ຖືກຕ້ອງຕາມກົດໝາຍທັງໝົດ ຫຼື 80 ສ່ວນຮ້ອຍຂຶ້ນໄປ, ສ່ວນເນື້ອທີ່ດິນທີ່ຍັງເຫຼືອບໍ່ສາມາດນຳໃຊ້ໄດ້ອີກ ເຈົ້າຂອງໂຄງການຕ້ອງໄດ້ທົດແທນຄ່າເສຍຫາຍທັງໝົດດ້ວຍການຄິດໄລ່ມູນຄ່າເປັນເງິນ.
2. ໃນກໍລະນີຜູ້ທີ່ໄດ້ຮັບຜົນກະທົບ ຫາກເສຍສິດນຳໃຊ້ເນື້ອທີ່ດິນຢ່າງຖືກຕ້ອງຕາມກົດໝາຍສ່ວນໜຶ່ງ ແລະ ສ່ວນທີ່ຍັງເຫຼືອສາມາດນຳໃຊ້ໄດ້ ເຈົ້າຂອງໂຄງການຕ້ອງຮັບຜິດຊອບທົດແທນຄ່າເສຍຫາຍໃນສ່ວນທີ່ຖືກຜົນກະທົບໄປນັ້ນດ້ວຍມູນຄ່າຄິດໄລ່ເປັນເງິນ, ສ່ວນເນື້ອທີ່ດິນທີ່ຍັງເຫຼືອ ຊຶ່ງສາມາດນຳໃຊ້ໄດ້ ຢູ່ນັ້ນ ຜູ້ທີ່ໄດ້ຮັບຜົນກະທົບ ຕ້ອງໄດ້ຮັບເອກະສານສິດນຳໃຊ້ເນື້ອທີ່ດິນຕອນດັ່ງກ່າວນັ້ນຄືນໃໝ່ຢ່າງຖືກຕ້ອງ ແລະ ຄົບຖ້ວນ ໂດຍເຈົ້າຂອງໂຄງການຕ້ອງເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍທັງໝົດໃນການດຳເນີນເອກະສານດັ່ງກ່າວ.
3. ໃນກໍລະນີຜູ້ທີ່ໄດ້ຮັບຜົນກະທົບ ມີສິດນຳໃຊ້ທີ່ດິນໂດຍໄດ້ຮັບການຢັ້ງຢືນຈາກອົງການປົກຄອງຂັ້ນບ້ານ ແລະ ຂະແໜງການທີ່ກ່ຽວຂ້ອງ, ເຈົ້າຂອງໂຄງການຕ້ອງທົດແທນຄ່າເສຍຫາຍ ຕາມທີ່ກຳນົດໄວ້ໃນຂໍ້ 1 ຫຼື ຂໍ້ 2 ຕາມມາດຕານີ້.
4. ໃນກໍລະນີ ຜູ້ໄດ້ຮັບຜົນກະທົບ ບໍ່ມີເອກະສານກ່ຽວກັບການນຳໃຊ້ທີ່ດິນ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ 1, ຂໍ້ 2 ຂອງມາດຕານີ້ ຈະບໍ່ໄດ້ຮັບການທົດແທນຄ່າເສຍຫາຍຕໍ່ການສູນເສຍທີ່ດິນດັ່ງກ່າວ, ແຕ່ຈະໄດ້ຮັບການທົດແທນຕໍ່ການສູນເສຍສິ່ງປູກສ້າງ, ຕົ້ນໄມ້ ແລະ ຜົນລະປູກຈາກເຈົ້າຂອງໂຄງການ ຕາມມູນຄ່າເສຍຫາຍທີ່ຄິດໄລ່.
5. ໃນກໍລະນີການສູນເສຍສິ່ງປູກສ້າງທັງໝົດ ຫຼື ບາງສ່ວນ ເຈົ້າຂອງໂຄງການຕ້ອງໄດ້ທົດແທນຄ່າເສຍຫາຍ ດ້ວຍມູນຄ່າເປັນເງິນປ່ຽນແທນສິ່ງປູກສ້າງດັ່ງກ່າວໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບ ໂດຍບໍ່ມີການຫັກຄ່າຫຼຸດຫ້ຽນ ແລະ ບໍ່ມີການຄິດໄລ່ວັດຖຸທີ່ຍັງເຫຼືອເພື່ອຫຼຸດມູນຄ່າທົດແທນ.
6. ໃນກໍລະນີທີ່ດິນ ຫຼື ສິ່ງປູກສ້າງ ຫາກໄດ້ຮັບຜົນກະທົບຊົ່ວຄາວໃນເວລາດຳເນີນການກໍ່ສ້າງ, ເຈົ້າຂອງໂຄງການຕ້ອງໄດ້ປົວແປງດິນໃຫ້ຢູ່ໃນສະພາບເດີມ.
7. ໃນກໍລະນີສູນເສຍຕົ້ນໄມ້, ຜົນລະປູກ ເຈົ້າຂອງໂຄງການຕ້ອງໄດ້ທົດແທນຄ່າເສຍຫາຍ ຕາມລະບຽບການທີ່ໄດ້ຕົກລົງໄວ້ໃນຂໍ້ຕົກລົງສະບັບນີ້.
8. ໃນກໍລະນີການສູນເສຍໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກຕ່າງໆແກ່ຊຸມຊົນ, ເຈົ້າຂອງໂຄງການຕ້ອງໄດ້ປົວແປງຄືນໃໝ່ໃຫ້ຢູ່ໃນສະພາບຄ້າຍຄືເກົ່າ ແລະ ຕ້ອງເອົາໃຈໃສ່ເປັນພິເສດ ຖ້າເປັນການສູນເສຍໂຄງລ່າງພື້ນຖານທາງດ້ານວັດທະນະທຳ, ສາສະໜາ ແລະ ຮີດຄອງປະເພນີ ຂອງປະຊາຊົນທ້ອງຖິ່ນ.
9. ການປະຕິບັດການທົດແທນຄ່າເສຍຫາຍໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບ ໃນທຸກໆກໍລະນີເຈົ້າຂອງໂຄງການຕ້ອງໄດ້ປະສານສົມທົບກັບຄະນະຮັບຜິດຊອບການທົດແທນຄ່າເສຍຫາຍຂັ້ນແຂວງ ເພື່ອຕິດຕາມກວດກາ, ຢັ້ງຢືນຄວາມຖືກຕ້ອງ ແລະ ຄົບຖ້ວນ ຕາມແຜນການທົດແທນຄ່າເສຍຫາຍ.
10. ຊັບສິນທີ່ມີຂໍ້ຂັດແຍ່ງກັບບຸກຄົນອື່ນ ຫຼື ອົງການຈັດຕັ້ງຕ່າງໆຕ້ອງໄດ້ສ້າງບົດບັນທຶກຕົວເລກຜົນກະທົບຄ່າເສຍຫາຍໄວ້, ພາຍຫຼັງທີ່ສຳເລັດການແກ້ໄຂຂໍ້ຂັດແຍ່ງແລ້ວ ຈຶ່ງໃຫ້ສະເໜີຂໍການທົດແທນ.
11. ຜູ້ທີ່ໄດ້ຮັບຜົນກະທົບ ຈາກໂຄງການຈະໄດ້ຮັບການຊົດເຊີຍ ກ່ອນການກໍ່ສ້າງໂຄງການ ເພື່ອໃຫ້ຜູ້ຖືກຜົນກະທົບມີເງື່ອນໄຂກະກຽມຍົກຍ້າຍ ແລະ ປຸກສ້າງທີ່ຢູ່ອາໄສບ່ອນໃໝ່.
12. ການຄິດໄລ່ລາຄາຫົວໜ່ວຍທົດແທນຄ່າເສຍຫາຍ ໄດ້ກຳນົດໄວ້ໃນໝວດທີ 4 ຂອງຂໍ້ຕົກລົງສະບັບນີ້.
13. ການຊ່ວຍເຫຼືອພິເສດ ແມ່ນການຊ່ວຍເຫຼືອ ຄອບຄົວທີ່ມີເງື່ອນໄຂດັ່ງລຸ່ມນີ້:
1) ຄອບຄົວທີ່ໄດ້ຍົກຍ້າຍທີ່ຢູ່ອາໄສ ຈະໄດ້ຮັບການຊ່ວຍເຫຼືອໄລຍະຂ້າມຜ່ານ 03 ເດືອນ.
2) ຄອບຄົວທີ່ໄດ້ຮັບຜົນກະທົບ ລະດັບ 04 ໃນມາດຕາ 09 ຂອງຂໍ້ຕົກລົງສະບັບນີ້.
14. ການທົດແທນຄ່າເສຍໂອກາດ ມີເງື່ອນໄຂ ດັ່ງນີ້:
1) ການລ້ຽງປາກະຊັງໃນໄລຍະການກໍ່ສ້າງ (15 ເດືອນ).
2) ການສູນເສຍລາຍໄດ້ ຂອງຮ້ານຂາຍເຄື່ອງໃນໄລຍະການກໍ່ສ້າງ 03 ເດືອນ.
15. ຊັບສິນທີ່ບໍ່ໄດ້ຮັບການທົດແທນ ມີດັ່ງນີ້:
1) ຕົ້ນດອກໄມ້ ຫຼື ຕົ້ນໄມ້ປະດັບ.
2) ສານພະພຸມສ່ວນບຸກຄົນ ທີ່ຕັ້ງຢູ່ໃນເຂດສະຫງວນຂອງລັດ, ປ້າຍໂຄສະນາຕ່າງໆ ທີ່ບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຈາກພາກລັດ ແມ່ນຈະບໍ່ໄດ້ຮັບການທົດແທນ.
16. ການທົດແທນຄ່າເສຍຫາຍ ຕໍ່ກັບຊັບສິນທີ່ໄດ້ຮັບຜົນກະທົບຈາກໂຄງການ ແມ່ນຄິດໄລ່ທົດແທນເປັນເງິນ.
第ມາດຕາ 10条
第10条 受影响资产登记的条件
受影响资产登记的条件如下:
1. 必须是位于项目区域内的资产。
2. 必须是持有土地证、土地申报单或根据传统合法有效的土地使用权证明的土地。
3. 必须是可使用的建筑物。
4. 必须是经所有权人或占有人确认,并有周边土地所有人、村行政组织和数据收集专家作证的树木。
ພາສາລາວ (老挝语原文)
ມາດຕາ 10 ເງື່ອນໄຂໃນການຂຶ້ນບັນຊີຊັບສິນທີ່ໄດ້ຮັບຜົນກະທົບ
ເງື່ອນໄຂໃນການຂຶ້ນບັນຊີຊັບສິນທີ່ໄດ້ຮັບຜົນກະທົບ ມີດັງນີ:
1. ຕ້ອງແມ່ນຊັບສິນທີ່ນອນຢູ່ໃນເຂດພື້ນທີ່ຂອງໂຄງການ.
2. ຕ້ອງແມ່ນຕອນດິນທີ່ມີເອກະສານໃບຕາດິນ ຫຼື ໃບແຈ້ງທີ່ດິນ ຫຼື ໃບຢັ້ງຢືນສິດນຳໃຊ້ທີ່ດິນຕາມປະເພນີ ທີ່ຖືກຕ້ອງຕາມກົດໝາຍ.
3. ຕ້ອງແມ່ນສິ່ງປູກສ້າງທີ່ສາມາດນຳໃຊ້ໄດ້.
4. ຕ້ອງແມ່ນຕົ້ນໄມ້ທີ່ມີການປັງຍືນຈາກເຈົ້າຂອງຜູ້ຄອບຄອງ ພ້ອມດ້ວຍພະຍານຈາກເຈົ້າຂອງດິນອ້ອມຂ້າງ, ອົງການປົກຄອງບ້ານ ແລະ ວິຊາການເກັບກຳຂໍ້ມູນ.
第ມາດຕາ 11条
第11条 受影响财产的损害赔偿条件
受影响财产的损害赔偿条件如下:
1. 必须是位于项目范围内,且项目于2021年2月15日宣布启动的财产。
2. 必须是已登记、经委员会批准并得到所有权人认可的财产。
ພາສາລາວ (老挝语原文)
ມາດຕາ 11 ເງື່ອນໄຂການທົດແທນຄ່າເສຍຫາຍຕໍ່ຊັບສິນທີ່ໄດ້ຮັບຜົນກະທົບ
ເງື່ອນໄຂການທົດແທນຄ່າເສຍຫາຍຕໍ່ຊັບສິນທີ່ໄດ້ຮັບຜົນກະທົບ ມີດັ່ງນີ້:
1. ຕ້ອງແມ່ນຊັບສິນທີ່ນອນຢູ່ໃນຂອບເຂດໂຄງການ ທີ່ມີການປະກາດເລີ່ມຕົ້ນໂຄງການ ໃນວັນທີ 15 ກຸມພາ 2021.
2. ຕ້ອງແມ່ນຊັບສິນທີ່ໄດ້ຂຶ້ນບັນຊີ, ມີການຮັບຮອງຈາກຄະນະກຳມະການ ແລະ ຮັບຮູ້ຈາກເຈົ້າຂອງກຳມະສິດ.
第ມາດຕາ 12条
第12条 赔偿金支付条件
赔偿金支付条件如下:
1. 已经过由调解、安置、补偿和申诉处理委员会对巴山县防灾减灾项目进行的评估,并与受影响的产权人共同进行,且经委员会主席批准。
2. 全部赔偿金必须通过银行账户系统以现金形式支付,每个家庭必须开设银行账户,每次转账前须经委员会核查准确性后方可转账,向受影响人转账的银行必须是靠近财产所有人住所的银行,以便于资金流动,对于没有银行账户的受影响人,项目业主负责为受影响人开设银行账户。
ພາສາລາວ (老挝语原文)
ມາດຕາ 12 ເງື່ອນໄຂການເບີກຈ່າຍເງິນທົດແທນຄ່າເສຍຫາຍ
ເງື່ອນໄຂການເບີກຈ່າຍເງິນທົດແທນຄ່າເສຍຫາຍ ມີດັງນີ້:
1. ໄດ້ຜ່ານການຕີລາຄາດິດໄລ່ ຂອງຄະນະກຳມະການໄກ່ເກ່ຍຈັດສັນ - ຍົກຍ້າຍ, ທົດແທນ ແລະ ແກ້ໄຂຄຳຮ້ອງທຸກ ສຳລັບໂຄງການຄວບຄຸມຄວາມສ່ຽງໄພພິບັດນໍ້າຖ້ວມ ຢູ່ເທດສະບານເມືອງປາກຊັນ ຮ່ວມກັບເຈົ້າຂອງກຳມະສິດຜູ້ທີ່ໄດ້ຮັບຜົນກະທົບ ແລະ ໄດ້ຮັບຮອງຈາກປະທານຄະນະກຳມະການ.
2. ມູນຄ່າຂອງການທົດແທນຄ່າເສຍຫາຍທັງໝົດ ຈະຕ້ອງໄດ້ຈ່າຍເງິນທົດແທນເປັນເງິນສົດຜ່ານລະບົບບັນຊີທະນາຄານ ຊຶ່ງແຕ່ລະຄອບຄົວຈະຕ້ອງໄດ້ເປີດບັນຊີທະນາຄານ, ການໂອນແຕ່ລະຄັ້ງຈະໄດ້ຮັບການກວດກາຄວາມຖືກຕ້ອງ ຈາກຄະນະກຳມະການກ່ອນຈຶ່ງໂອນ, ທະນາຄານທີ່ຈະໂອນໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບ ຕ້ອງແມ່ນທະນາຄານທີ່ຢູ່ໃກ້ບ້ານເຈົ້າຂອງຊັບສິນ ເພື່ອໃຫ້ມີຄວາມສະດວກໃນການເຄື່ອນໄຫວທາງດ້ານການເງິນ, ສຳລັບຜູ້ຖືກຜົນກະທົບທີ່ບໍ່ມີບັນຊີທະນາຄານ ເຈົ້າຂອງໂຄງການຕ້ອງຮັບຜິດຊອບໃນການເປີດບັນຊີທະນາຄານໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບ.
本页展示前 12 条,全文共 34 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读