ຂໍ້ຕົກລົງວ່າດ້ວຍ ນະໂຍບາຍ ແລະ ລາຄາຫົວໜ່ວຍທົດແທນຕໍ່ຊັບສິນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງຂົວໃໝ່ແທນຂົວເກົ່າ 6 ແຫ່ງ ຕາມທາງຫຼວງແຫ່ງຊາດ ເລກ 8 ທີ່ເປັນທາງຫຼວງອາຊ່ຽນເລກທີ 15 (AH15)
关于国家8号公路(东盟15号公路)6座旧桥改建项目受影响资产补偿政策及单价协议
Agreement on Compensation Policies and Unit Prices for Assets Affected by the Renovation of Six Old Bridges on National Highway 8 (ASEAN Highway 15)
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດນະໂຍບາຍຊົດເຊີຍ ແລະ ລາຄາຕໍ່ໜ່ວຍສຳລັບທີ່ດິນ, ຕົ້ນໄມ້ ແລະ ສິ່ງກໍ່ສ້າງທີ່ຖືກຜົນກະທົບຈາກໂຄງການປັບປຸງຂົວເກົ່າ 6 ແຫ່ງ ຕາມເສັ້ນທາງເລກທີ 8 ຂອງລາວ, ພ້ອມທັງກຳນົດຂອບເຂດ ແລະ ຫຼັກການນຳໃຊ້.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ນະໂຍບາຍ ແລະ ລາຄາຫົວໜ່ວຍທົດແທນ
ນະໂຍບາຍ ແລະ ລາຄາຫົວໜ່ວຍທົດແທນ ຕໍ່ກັບສິນທີ່ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງພັດທະນາ ຂົວເກົ່າ 6 ແຫ່ງ ຕາມທາງຫຼວງແຫ່ງຊາດ ເລກທີ 13 ທີ່ເປັນທາງຫຼວງວຽງຈັນ ເລກທີ 3, ກຳນົດເງື່ອນໄຂ ແລະ ລາຄາຫົວໜ່ວຍທົດແທນ ສຳລັບຜູ້ທີ່ໄດ້ຮັບຜົນກະທົບ ຈາກການກໍ່ສ້າງ ທີ່ດິນ, ຕົ້ນໄມ້ ແລະ ສິ່ງປູກສ້າງ.
ມາດຕາ ມາດຕາ 2
ມາດຕາ 2 ຕະບົບຄຳສັບ
ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:
1. ທາງຫຼວງອາຊຽນ ເລກທີ່ 15 ໝາຍເຖິງ ທາງຫຼວງອາຊຽນ ເລກທີ່ 15;
2. ຜູ້ໄດ້ຮັບຜົນກະທົບ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບຄວາມເສຍຫາຍ ຕໍ່ຊັບສິນໃດໜຶ່ງ ຈາກກິດຈະກຳ ຂອງໂຄງການພັດທະນາ;
3. ທາງຫຼວງແຫ່ງຊາດ ໝາຍເຖິງ ທາງເຊື່ອມຈອດລະຫວ່າງ ນະຄອນຫຼວງໄປຫາເທດສະບານຂອງແຂວງ, ລະຫວ່າງແຂວງ ຫາ ແຂວງ, ທາງຍຸດທະສາດສາຍຫຼັກ ທີ່ໄດ້ຮັບຜົນປະໂຫຍດລວມຂອງຊາດ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຜົນປະໂຫຍດລະຫວ່າງຊາດ ທັງມີຄວາມສຳຄັນທາງດ້ານເສດຖະກິດ-ສັງຄົມ ແລະ ເຊື່ອມຈອດ ກັບດ່ານສາກົນ ແລະ ລະຫວ່າງປະເທດ;
4. ເຂດສະຫງວນຢູ່ສອງຂ້າງຂອງທາງຫຼວງແຫ່ງຊາດ ໝາຍເຖິງ ການກຳນົດພື້ນທີ່ທາງຫຼວງແຫ່ງຊາດມີ ລວງກວ້າງ ເບື້ອງລະ 25 ມ (ຊາວຫ້າແມັດ) ນັບແຕ່ໃຈກາງທາງອອກໄປ;
5. ຊັບສິນປະເພດຕົ້ນໄມ້ອຸດສາຫະກຳ, ໄມ້ໃຫ້ໝາກ ໝາຍເຖິງ ຕົ້ນໄມ້ຊະນິດຕ່າງໆ ທີ່ເຈົ້າຂອງໄດ້ປູກ ແລະ ນຳໃຊ້ປະໂຫຍດ ເຊັ່ນ: ຕົ້ນໄມ້ໃຫ້ໝາກ, ຕົ້ນໄມ້ອຸດສະຫະກຳ, ທີ່ມີອາຍຸ 1 ປີຂຶ້ນໄປ;
6. ລະບົບສາທາລະນຸປະໂພກ ໝາຍເຖິງ ການສະໜອງສິ່ງອຳນວຍຄວາມສະດວກ ທາງການບໍລິການສາທາລະນະທີ່ຈຳເປັນ ເຊັ່ນ: ໄຟຟ້າ, ນ້ຳປະປາ, ໂທລະສັບ, ສາຍສົ່ງແຫ່ງຊາດ (ສາຍໄຍແກ້ວ) ແລະ ອື່ນໆ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 36 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ