ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງກອງທຶນທານຸເຄາະຂອງສະຫະພັນກຳມະບານແຂວງ
关于省级工会救助基金管理协议的协议
Agreement on the Management of the Provincial Trade Union Relief Fund
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງການລະດົມທຶນ, ການສະສົມ ແລະ ການນຳໃຊ້ກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງສະຫະພັນກຳມະບານຂັ້ນແຂວງ, ເພື່ອຊ່ວຍເຫຼືອສະມາຊິກຄອບຄົວຂອງສະມາຊິກ, ແລະ ກຳນົດນະໂຍບາຍຂອງລັດ, ຫຼັກການພື້ນຖານ ແລະ ເງື່ອນໄຂການເຂົ້າເປັນສະມາຊິກ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ການຄຸ້ມຄອງກອງທຶນທານຸເຄາະຂອງສະຫະພັນກຳມະບານແຂວງ
ການຄຸ້ມຄອງກອງທຶນທານຸເຄາະຂອງສະຫະພັນກຳມະບານແຂວງ ແມ່ນການຄຸ້ມຄອງການລະດົມທຶນ, ການສະສົມທຶນ ແລະ ການນຳໃຊ້ກອງທຶນເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ຄອບຄົວຂອງສະມາຊິກກອງທຶນຜູ້ທີ່ເສຍຊີວິດ.
ມາດຕາ ມາດຕາ 2
ມາດຕາ 4 ນະໂຍບາຍຂອງລັດ
1. ລັດ ສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ການເຄື່ອນໄຫວວຽກງານກອງທຶນທານຸເຄາະຂອງສະຫະພັນກຳມະບານແຂວງ ໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ, ລະບຽບການ ແລະ ມີຄວາມຍືນຍົງ.
2. ລັດ ຊຸກຍູ້ ແລະ ອຳນວຍຄວາມສະດວກໃຫ້ສະມາຊິກກຳມະບານ ຢູ່ໃນການຈັດຕັ້ງທຸກຂັ້ນພາຍໃນແຂວງ ໄດ້ເຂົ້າຮ່ວມເປັນສະມາຊິກກອງທຶນທານຸເຄາະຂອງສະຫະພັນກຳມະບານແຂວງ.
3. ລັດ ເປີດກວ້າງໃຫ້ທຸກພາກສ່ວນສະແດງຄວາມຄິດເຫັນ ແລະ ສະເໜີບັນຫາຕ່າງໆ ເພື່ອໃຫ້ມີຄວາມເອກະພາບໃນການຈັດຕັ້ງປະຕິບັດວຽກງານກອງທຶນທານຸເຄາະຂອງສະຫະພັນກຳມະບານແຂວງ.
4. ລັດ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກອງທຶນ ແລະ ການຈັດຕັ້ງພາຍໃນແຂວງ ໃຫ້ໄດ້ຮັບຄວາມຍຸຕິທຳຕາມກົດໝາຍ ແລະ ລະບຽບການ.
ມາດຕາ ມາດຕາ 3
ມາດຕາ 3 ຫຼັກການພື້ນຖານ
ການຄຸ້ມຄອງກອງທຶນທານຸເຄາະ ປະຕິບັດຕາມຫຼັກການພື້ນຖານດັ່ງນີ້:
1. ຮັບປະກັນຄວາມຖືກຕ້ອງ, ສອດຄ່ອງກັບນະໂຍບາຍຂອງລັດ, ກົດໝາຍ ແລະ ລະບຽບການ;
2. ມີຄວາມສະໝັກໃຈ ແລະ ປະຕິບັດພັນທະຕໍ່ກອງທຶນທານຸເຄາະ;
3. ປະສານສົມທົບ, ມີຄວາມເປັນເອກະພາບກັບບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ໃນການເຂົ້າເປັນສະມາຊິກກອງທຶນທານຸເຄາະ;
4. ມີຄວາມຍຸຕິທຳ, ໂປ່ງໃສ, ເປີດເຜີຍ ແລະ ສາມາດກວດສອບໄດ້.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 32 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ