关于省级工会救助基金管理协议的协议
ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງກອງທຶນທານຸເຄາະຂອງສະຫະພັນກຳມະບານແຂວງ
Agreement on the Management of the Provincial Trade Union Relief Fund
简介
该法规调整省级工会互助基金的筹集、积累和使用管理,核心是规范基金运作以救济会员家属,并明确国家政策、基本原则及会员加入条件。
Summary
This regulation governs the collection, accumulation, and use management of provincial trade union mutual funds, with the core being to regulate fund operations for relief of members' families, and to specify state policies, basic principles, and membership conditions.
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງການລະດົມທຶນ, ການສະສົມ ແລະ ການນຳໃຊ້ກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງສະຫະພັນກຳມະບານຂັ້ນແຂວງ, ເພື່ອຊ່ວຍເຫຼືອສະມາຊິກຄອບຄົວຂອງສະມາຊິກ, ແລະ ກຳນົດນະໂຍບາຍຂອງລັດ, ຫຼັກການພື້ນຖານ ແລະ ເງື່ອນໄຂການເຂົ້າເປັນສະມາຊິກ.
条文
第ມາດຕາ 1条
第2条 省级工会互助基金的管理
省级工会互助基金的管理是指对基金的筹集、积累和使用进行管理,以帮助救济基金会员的家属。
ພາສາລາວ (老挝语原文)
ມາດຕາ 2 ການຄຸ້ມຄອງກອງທຶນທານຸເຄາະຂອງສະຫະພັນກຳມະບານແຂວງ
ການຄຸ້ມຄອງກອງທຶນທານຸເຄາະຂອງສະຫະພັນກຳມະບານແຂວງ ແມ່ນການຄຸ້ມຄອງການລະດົມທຶນ, ການສະສົມທຶນ ແລະ ການນຳໃຊ້ກອງທຶນເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ຄອບຄົວຂອງສະມາຊິກກອງທຶນຜູ້ທີ່ເສຍຊີວິດ.
第ມາດຕາ 2条
第4条 国家政策
1. 国家促进和便利省工会联合会救助基金的活动,使其符合法律、法规并具有可持续性。
2. 国家鼓励和便利省内的各级工会组织的工会会员加入省工会联合会救助基金成为会员。
3. 国家广泛开放让各方表达意见并提出各种问题,以便在组织实施省工会联合会救助基金工作中达成一致。
4. 国家保护基金会员和省内组织的合法权益,使其依法依规获得公正。
ພາສາລາວ (老挝语原文)
ມາດຕາ 4 ນະໂຍບາຍຂອງລັດ
1. ລັດ ສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ການເຄື່ອນໄຫວວຽກງານກອງທຶນທານຸເຄາະຂອງສະຫະພັນກຳມະບານແຂວງ ໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ, ລະບຽບການ ແລະ ມີຄວາມຍືນຍົງ.
2. ລັດ ຊຸກຍູ້ ແລະ ອຳນວຍຄວາມສະດວກໃຫ້ສະມາຊິກກຳມະບານ ຢູ່ໃນການຈັດຕັ້ງທຸກຂັ້ນພາຍໃນແຂວງ ໄດ້ເຂົ້າຮ່ວມເປັນສະມາຊິກກອງທຶນທານຸເຄາະຂອງສະຫະພັນກຳມະບານແຂວງ.
3. ລັດ ເປີດກວ້າງໃຫ້ທຸກພາກສ່ວນສະແດງຄວາມຄິດເຫັນ ແລະ ສະເໜີບັນຫາຕ່າງໆ ເພື່ອໃຫ້ມີຄວາມເອກະພາບໃນການຈັດຕັ້ງປະຕິບັດວຽກງານກອງທຶນທານຸເຄາະຂອງສະຫະພັນກຳມະບານແຂວງ.
4. ລັດ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກອງທຶນ ແລະ ການຈັດຕັ້ງພາຍໃນແຂວງ ໃຫ້ໄດ້ຮັບຄວາມຍຸຕິທຳຕາມກົດໝາຍ ແລະ ລະບຽບການ.
第ມາດຕາ 3条
第3条 基本原则
慈善基金管理遵循以下基本原则:
1. 确保正确、符合国家政策、法律和法规;
2. 自愿并履行对慈善基金的义务;
3. 协调、统一与个人及相关组织在加入慈善基金方面的合作;
4. 公正、透明、公开并可核查。
ພາສາລາວ (老挝语原文)
ມາດຕາ 3 ຫຼັກການພື້ນຖານ
ການຄຸ້ມຄອງກອງທຶນທານຸເຄາະ ປະຕິບັດຕາມຫຼັກການພື້ນຖານດັ່ງນີ້:
1. ຮັບປະກັນຄວາມຖືກຕ້ອງ, ສອດຄ່ອງກັບນະໂຍບາຍຂອງລັດ, ກົດໝາຍ ແລະ ລະບຽບການ;
2. ມີຄວາມສະໝັກໃຈ ແລະ ປະຕິບັດພັນທະຕໍ່ກອງທຶນທານຸເຄາະ;
3. ປະສານສົມທົບ, ມີຄວາມເປັນເອກະພາບກັບບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ໃນການເຂົ້າເປັນສະມາຊິກກອງທຶນທານຸເຄາະ;
4. ມີຄວາມຍຸຕິທຳ, ໂປ່ງໃສ, ເປີດເຜີຍ ແລະ ສາມາດກວດສອບໄດ້.
第ມາດຕາ 4条
第4条 适用范围
本法适用于作为波里坎赛省工会联合会救助基金成员的个人和组织。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້
ກົດໝາຍສະບັບນີ້ ນຳໃຊ້ສຳລັບບຸກຄົນ ແລະ ການຈັດຕັ້ງ ທີ່ເປັນສະມາຊິກກອງທຶນທານຸເຄາະຂອງສະຫະພັນກຳມະບານແຂວງບໍລິຄຳໄຊ.
第ມາດຕາ 5条
第5条 加入互助基金会员的条件
加入互助基金会员的条件如下:
1. 必须是工会会员或曾是工会会员且为省级工会联合会互助基金会员并自愿加入;
2. 必须身体健康,并得到相关组织的证明;
3. 必须有所属工会组织的证明文件;
4. 必须按照第9条第1款缴纳会费;
5. 对于已加入巴山县和维扬通县工会联合会互助基金的人员,免除上述4项条件,但必须缴纳基金会员卡费5,000基普。
ພາສາລາວ (老挝语原文)
ມາດຕາ 5 ເງື່ອນໄຂຮັບເຂົ້າເປັນສະມາຊິກກອງທຶນທານຸເຄາະ
ເງື່ອນໄຂຮັບເຂົ້າເປັນສະມາຊິກກອງທຶນທານຸເຄາະ ມີດັ່ງນີ້:
1. ຕ້ອງເປັນສະມາຊິກກຳມະບານ ຫຼື ອະດີດສະມາຊິກກຳມະບານທີ່ເປັນສະມາຊິກກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງສະຫະພັນກຳມະບານແຂວງ ທີ່ມີຄວາມສະໝັກໃຈ;
2. ຕ້ອງມີສຸຂະພາບແຂງແຮງໂດຍໄດ້ຮັບການຢັ້ງຢືນຈາກການຈັດຕັ້ງທີ່ກ່ຽວຂ້ອງ;
3. ຕ້ອງມີເອກະສານຢັ້ງຢືນຈາກການຈັດຕັ້ງກຳມະບານທີ່ສັງກັດຢູ່;
4. ຕ້ອງຈ່າຍເງິນສົມທົບ ຕາມມາດຕາ 9 ຂໍ້ທີ 1;
5. ສະເພາະຜູ້ທີ່ໄດ້ເຂົ້າເປັນສະມາຊິກກອງທຶນທານຸເຄາະຂອງສະຫະພັນກຳມະບານເມືອງປາກຊັນ ແລະ ເມືອງວຽງທອງ ແມ່ນຍົກເວັ້ນໃນ 4 ເງື່ອນໄຂຂ້າງເທິງນີ້ ແຕ່ຕ້ອງໄດ້ຈ່າຍເງິນເຮັດບັດສະມາຊິກກອງທຶນ 5.000 ກີບ.
第ມາດຕາ 6条
第6条 资金缴纳时限的确定
1. 省级工会联合会必须在收到死亡报告后1天内,向相关工会组织发出通知,最迟不超过1天;
2. 县级工会联合会、部门工会联合会和基层工会必须在收到省级工会联合会关于基金成员死亡的通知后,收集成员缴纳的抚恤基金款项并上缴给省级工会联合会,以补偿预付款项,最迟不超过5个工作日。
ພາສາລາວ (老挝语原文)
ມາດຕາ 6 ການກຳນົດເວລານຳສົ່ງເງິນເຂົ້າກອງທຶນ
1. ສະຫະພັນກຳມະບານແຂວງ ຕ້ອງອອກແຈ້ງການ ໃຫ້ການຈັດຕັ້ງກຳມະບານທີ່ກ່ຽວຂ້ອງ ຊຳສຸດບໍ່ໃຫ້ເກີນ 1 ວັນ ພາຍຫຼັງທີ່ໄດ້ຮັບໃບລາຍງານການເສຍຊີວິດ;
2. ສະຫະພັນກຳມະບານເມືອງ, ສະຫະພັນກຳມະບານພະແນກການ ແລະ ກຳມະບານຮາກຖານຕ້ອງເກັບເງິນນຳສະມາຊິກກອງທຶນທານເຄາະ ແລະ ສົ່ງໃຫ້ສະຫະພັນກຳມະບານແຂວງ ເພື່ອທົດແທນເງິນແຮຄັງ ຊຳສຸດບໍ່ໃຫ້ເກີນ 5 ວັນທາງລັດຖະການ ເມື່ອໄດ້ຮັບແຈ້ງການການເສຍຊີວິດຂອງສະມາຊິກກອງທຶນຈາກສະຫະພັນກຳມະບານແຂວງ.
第ມາດຕາ 7条
第7条 互助基金的使用
互助基金的资金将用于以下情况:
1. 用于执行对死亡基金成员的政策援助,根据加入基金成员的年限:
- 加入互助基金成员从1天到1年,如果死亡,家属将获得政策援助救济金,金额为从一名死亡成员收取的全部义务款项的70%,即每人5,000基普。
- 加入互助基金成员从1年1天到3年,如果死亡,家属将获得政策援助救济金,金额为从一名死亡成员收取的全部义务款项的80%,即每人5,000基普。
- 加入互助基金成员从3年1天以上,如果死亡,家属将获得政策援助救济金,金额为从一名死亡成员收取的全部义务款项的90%,即每人5,000基普。
2. 用于基金管理:
从成员收取的义务款项中,每人5,000基普,其中支付基金管理费10%,即从一名死亡成员收取的5,000基普中,支付给省级工会联合会3%(用于购买花圈、纸张、墨水、汽油、支付工作人员收款差旅费、月度工作总结、季度总结、召开总结会议、每6个月和1年总结经验教训),支付给7个县级工会联合会(每县1%)共7%(用于购买纸张、墨水、汽油、支付工作人员收款差旅费以及向死亡家属提供花圈)。
3. 储备金:
在死亡情况下,从政策和基金管理中剩余的资金将转入基金储备金。
ພາສາລາວ (老挝语原文)
ມາດຕາ 7 ການນຳໃຊ້ເງິນກອງທຶນທານເຄາະ
ເງິນກອງທຶນທານເຄາະຈະຖືກນຳໃຊ້ໃນກໍລະນີດັ່ງນີ້:
1. ນຳໃຊ້ປະຕິບັດນະໂຍບາຍຊ່ວຍເຫຼືອບັນເທົາທຸກແກ່ສະມາຊິກກອງທຶນທີ່ເສຍຊີວິດຕາມອາຍຸການເຂົ້າເປັນສະມາຊິກກອງທຶນ:
- ສະມາຊິກເຂົ້າເປັນສະມາຊິກກອງທຶນທານເຄາະແຕ່ 1 ວັນ ຫາ 1 ປີ ຖ້າເສຍຊີວິດ ທາງຄອບຄົວຈະໄດ້ຮັບເງິນນະໂຍບາຍຊ່ວຍເຫຼືອບັນເທົາທຸກ 70% ຂອງຈຳນວນເງິນພັນທະທີ່ເກັບໄດ້ທັງໝົດຈາກສະມາຊິກກອງທຶນຜູ້ໜຶ່ງ 5.000 ກີບ ຕໍ່ໜຶ່ງຄົນທີ່ເສຍຊີວິດ.
- ສະມາຊິກເຂົ້າເປັນສະມາຊິກກອງທຶນທານເຄາະແຕ່ 1 ປີ 1 ວັນ ຫາ 3 ປີ ຖ້າເສຍຊີວິດ ທາງຄອບຄົວຈະໄດ້ຮັບເງິນນະໂຍບາຍຊ່ວຍເຫຼືອບັນເທົາທຸກ 80% ຂອງຈຳນວນເງິນພັນທະທີ່ເກັບໄດ້ທັງໝົດຈາກສະມາຊິກກອງທຶນຜູ້ໜຶ່ງ 5.000 ກີບ ຕໍ່ໜຶ່ງຄົນທີ່ເສຍຊີວິດ.
- ສະມາຊິກເຂົ້າເປັນສະມາຊິກກອງທຶນທານເຄາະແຕ່ 3 ປີ 1 ວັນ ຂຶ້ນໄປ ຖ້າເສຍຊີວິດ ທາງຄອບຄົວຈະໄດ້ຮັບເງິນນະໂຍບາຍຊ່ວຍເຫຼືອບັນເທົາທຸກ 90% ຂອງຈຳນວນເງິນພັນທະທີ່ເກັບໄດ້ທັງໝົດຈາກສະມາຊິກກອງທຶນຜູ້ໜຶ່ງ 5.000 ກີບ ຕໍ່ໜຶ່ງຄົນທີ່ເສຍຊີວິດ.
2. ນຳໃຊ້ເຂົ້າໃນການບໍລິຫານກອງທຶນ:
ເງິນພັນທະທີ່ເກັບໄດ້ຈາກສະມາຊິກ 5.000 ກີບຕໍ່ໜຶ່ງຄົນທີ່ເສຍຊີວິດ ໃນນັ້ນຈ່າຍບໍລິຫານກອງທຶນ 10% ຂອງຈຳນວນເງິນທີ່ເກັບໄດ້ຈາກສະມາຊິກຜູ້ໜຶ່ງ 5.000 ກີບຕໍ່ໜຶ່ງຄົນທີ່ເສຍຊີວິດ ໃນນັ້ນຈ່າຍໃຫ້ສະຫະພັນກຳມະບານແຂວງ 3% (ຊື້ພວງມາລາ, ເຈ້ຍ, ນ້ຳມຶກ, ນ້ຳມັນລົດ, ອັດຕາກົນໃຫ້ພະນັກງານວົງໄປມາບເງິນ, ສະຫຼຸບການງານປະຈຳເດືອນ, ປະຈຳໄຕມາດ, ຈັດກອງປະຊຸມສະຫຼຸບ, ຖອດຖອນບົດຮຽນປະຈຳ 6 ເດືອນ ແລະ 1 ປີ), ຈ່າຍໃຫ້ສະຫະພັນກຳມະບານເມືອງ 7 ຕົວເມືອງ (ເມືອງລະ 1%) ກວມເປັນ 7% (ຊື້ເຈ້ຍ, ນ້ຳມຶກ, ນ້ຳມັນລົດ, ອັດຕາກົນໃຫ້ພະນັກງານລົງໄປມາບເງິນ ແລະ ພວງມາລາໃຫ້ຄອບຄົວຜູ້ເສຍຊີວິດທີ່ຢູ່ໃນຂົງເຂດຄວາມຮັບຜິດຊອບຂອງເມືອງ).
3. ເງິນແຮຄັງ:
ຈຳນວນເງິນທີ່ເຫຼືອຈາກນະໂຍບາຍ ແລະ ບໍລິຫານກອງທຶນໃນກໍລະນີທີ່ເສຍຊີວິດ ແມ່ນມອບເຂົ້າເປັນເງິນແຮຄັງຂອງກອງທຶນ.
第ມາດຕາ 8条
第8条 申请政策
申请政策的步骤如下:
1. 当有基金会员死亡时,该会员所属的工会组织必须立即书面报告给救助基金主席知悉;
2. 必须有相关部门的证明文件,如:村行政部门的死亡证明或县级工会联合会、部门级工会联合会及省级基层工会的报告;
3. 将基金会员卡、死亡证明及政策申请书提交给省级工会联合会,最迟不超过会员死亡之日起3天。
ພາສາລາວ (老挝语原文)
ມາດຕາ 8 ການສະເໜີຂໍນະໂຍບາຍ
ການສະເໜີຂໍນະໂຍບາຍມີຂັ້ນຕອນດັ່ງນີ້:
1. ໃນເວລາມີສະມາຊິກກອງທຶນເສຍຊີວິດ ການຈັດຕັ້ງກຳມະບານທີ່ສະມາຊິກກອງທຶນທານຸເຄາະເສຍຊີວິດສັງກັດຢູ່ ຕ້ອງລາຍງານໃຫ້ປະທານກອງທຶນທານຸເຄາະຮັບຊາບເປັນລາຍລັກອັກສອນໂດຍໄວ;
2. ຕ້ອງມີເອກະສານການຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ໃບຢັ້ງຢືນການເສຍຊີວິດຈາກວ່ານາດການປົກຄອງບ້ານ ຫຼື ໃບລາຍງານຂອງສະຫະພັນກຳມະບານເມືອງ, ສະຫະພັນກຳມະບານພະແນກການ ແລະ ກຳມະບານຮາກຖານອ້ອມຂ້າງແຂວງ;
3. ນຳສົ່ງເອກະສານ ບັດສະມາຊິກກອງທຶນ, ໃບຢັ້ງຢືນການເສຍຊີວິດ, ພ້ອມຫັງສືສະເໜີຂໍນະໂຍບາຍ ໃຫ້ສະຫະພັນກຳມະບານແຂວງ ຊ້ຳສຸດບໍ່ໃຫ້ເກີນ 3 ວັນ ນັບແຕ່ມື້ສະມາຊິກເສຍຊີວິດ.
第ມາດຕາ 9条
第9条 对基金成员的政策执行
省级工会联合会必须研究,在收到死亡通知之日起不超过1个工作日内,将政策资金转交给有成员死亡的县级工会联合会、部门工会联合会和基层工会。对于县级工会联合会、部门工会联合会和省级周边基层工会,应在从省级工会联合会收到资金之日起不超过1天内,将基金政策资金交给死亡基金成员的家属,政策资金部分将根据本协议第11条规定获得。
ພາສາລາວ (老挝语原文)
ມາດຕາ 9 ການປະຕິບັດນະໂຍບາຍຕໍ່ສະມາຊິກກອງທຶນ
ສະຫະພັນກຳມະບານແຂວງ ຕ້ອງຄົ້ນຄວ້າ ນຳສົ່ງເງິນນະໂຍບາຍໃຫ້ສະຫະພັນກຳມະບານເມືອງ, ສະຫະພັນກຳມະບານພະແນກການ ແລະ ກຳມະບານຮາກຖານ ທີ່ມີສະມາຊິກເສຍຊີວິດ ບໍ່ໃຫ້ເກີນ 1 ວັນທາງລັດຖະການ ນັບແຕ່ໄດ້ຮັບໜັງສືສະເຫຼີຍເປັນຕົ້ນໄປ, ສຳລັບສະຫະພັນກຳມະບານເມືອງ, ສະຫະພັນກຳມະບານພະແນກການ ແລະ ກຳມະບານຮາກຖານອ້ອມຂ້າງແຂວງ ແມ່ນໃຫ້ນຳເງິນນະໂຍບາຍກອງທຶນໄປມອບໃຫ້ແກ່ຄອບຄົວຂອງສະມາຊິກກອງທຶນທີ່ເສຍຊີວິດ ບໍ່ໃຫ້ເກີນ 1 ວັນ ນັບແຕ່ວັນໄດ້ຮັບເງິນຈາກສະຫະພັນກຳມະບານແຂວງເປັນຕົ້ນໄປ ແລະ ສ່ວນເງິນນະໂຍບາຍຈະໄດ້ຮັບຕາມມາດຕາ 11 ຂອງຂໍ້ຕົກລົງສະບັບນີ້.
第ມາດຕາ 10条
第15条 对基金负责人的禁止行为
禁止基金负责人有以下行为:
1. 滥用职权谋取私利;
2. 扣留文件、伪造文件及玩忽职守;
3. 将基金资金用于非指定用途的个人和组织借贷;
4. 未经基金管理委员会批准使用基金资金;
5. 对基金工作有其他违反规章和法律的行为。
ພາສາລາວ (老挝语原文)
ມາດຕາ 15 ຂໍ້ຫ້າມສຳລັບບຸກຄົນໃນຄະນະຮັບຜິດຊອບກອງທຶນທານຸເຄາະ
ຫ້າມບຸກຄົນໃນຄະນະຮັບຜິດຊອບກອງທຶນມີພຶດຕິກຳດັ່ງນີ້:
1. ສວຍໃຊ້ຫ້ອງການຄວາມຮັບຜິດຊອບເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ;
2. ກົດຫວງຖ່ວງດຶງເອກະສານ, ປອມແປງເອກະສານ ແລະ ເມີນເລີຍຕໍ່ຄວາມຮັບຜິດຊອບ;
3. ນຳໃຊ້ເງິນກອງທຶນບໍ່ຖືກເປົ້າໝາຍໃຫ້ບຸກຄົນ ແລະ ການຈັດຕັ້ງກູ້ຢືມ;
4. ນຳໃຊ້ເງິນກອງທຶນໂດຍບໍ່ໄດ້ຮັບອະນຸຍາດຈາກຄະນະຮັບຜິດຊອບກຸ່ມຄຸ້ມຄອງກອງທຶນທານຸເຄາະ;
5. ມີພຶດຕິກຳອື່ນຕໍ່ວຽກງານກອງທຶນທານຸເຄາະທີ່ເປັນການລະເມີດລະບຽບ ແລະ ກົດໝາຍ.
第ມາດຕາ 11条
第11条 基金成员的禁止行为。
禁止基金成员有以下行为:
1. 共谋、伪造文件;
2. 受贿以谋取利益;
3. 对基金工作有其他违反规章和法律的行为。
ພາສາລາວ (老挝语原文)
ມາດຕາ 11 ຂໍ້ຫ້າມສຳລັບສະມາຊິກກອງທຶນ.
ຫ້າມສະມາຊິກກອງທຶນມີພຶດຕິກຳດັ່ງນີ້:
1. ສົມຮູ່ຮວມຄົດ, ປອມແປງເອກະສານ;
2. ຮັບສິນບົນ ເພື່ອສະແຫວງຫາຜົນປະໂຫຍດ;
3. ມີພຶດຕິກຳອື່ນຕໍ່ວຽກງານກອງທຶນທານຸເຄາະທີ່ເປັນການລະເມີດລະບຽບ ແລະ ກົດໝາຍ.
第ມາດຕາ 12条
第12条 工会组织的禁止事项
1. 疏忽不履行对基金的义务;
2. 使用资金不符合目标;
3. 疏忽职责;
4. 共谋欺诈、扣留文件、伪造文件以谋取利益;
5. 对救助基金工作的其他违反规章和法律的行为。
ພາສາລາວ (老挝语原文)
ມາດຕາ 12 ຂໍ້ຫ້າມສຳລັບອົງການຈັດຕັ້ງກຳມະບານ
1. ເມີນເສີຍບໍ່ປະຕິບັດພັນທະຕໍ່ກອງທຶນ;
2. ນຳໃຊ້ເງິນບໍ່ຖືກເປົ້າໝາຍ;
3. ເມີນເສີຍຕໍ່ຄວາມຮັບຜິດຊອບ;
4. ຮູ້ຮ່ວມຄົດ, ກົດໜ່ວງຖ້ວງດຶງເອກະສານ, ປອມແປງເອກະສານ ເພື່ອສະແຫວງຫາຜົນປະໂຫຍດ;
5. ພຶດຕິກຳອື່ນຕໍ່ວຽກງານກອງທຶນທານຸເຄາະທີ່ເປັນການລະເມີດລະບຽບ ແລະ ກົດໝາຍ.
本页展示前 12 条,全文共 32 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读