ຂໍ້ຕົກລົງວ່າດ້ວຍ ການປັບປຸງບາງມາດຕາຂອງຂໍ້ຕົກລົງວ່າດ້ວຍ ນະໂຍບາຍ ແລະ ລາຄາຫົວໜ່ວຍທົດແທນຕໍ່ຊັບສິນ ທີ່ໄດ້ຮັບຜົນກະທົບຈາກໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້
关于修订第13号国道改善和修复项目受影响资产补偿政策及单价单位协议部分条款的协议
Agreement Amending Certain Provisions of the Agreement on Compensation Policies and Unit Prices for Affected Assets in the Improvement and Rehabilitation Project of National Highway No. 13
ບົດສະຫຼຸບ
ສັນຍາສະບັບນີ້ກຳນົດນະໂຍບາຍຊົດເຊີຍ ແລະ ລາຄາຕໍ່ໜ່ວຍສຳລັບຊັບສິນທີ່ຖືກຜົນກະທົບໃນໂຄງການຍົກລະດັບທາງຫຼວງແຫ່ງຊາດເລກທີ 13 ສາຍໃຕ້, ເນື້ອໃນຫຼັກແມ່ນກຳນົດປະເພດຊັບສິນເຊັ່ນ ທີ່ດິນ ແລະ ສິ່ງກໍ່ສ້າງ ພ້ອມທັງມາດຕະຖານການຊົດເຊີຍຄວາມເສຍຫາຍ, ແລະ ຈຳກັດຂອບເຂດການນຳໃຊ້ໃນ 3 ເມືອງ 12 ບ້ານຂອງແຂວງບໍລິຄຳໄຊ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ນະໂຍບາຍ ແລະ ລາຄາຫົວໜ່ວຍທົດແທນ
ນະໂຍບາຍ ແລະ ລາຄາຫົວໜ່ວຍທົດແທນຕໍ່ຊັບສິນທີ່ໄດ້ຮັບຜົນກະທົບ ຈາກໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດເລກທີ 13 ໃຕ້ ແມ່ນການກຳນົດເງື່ອນໄຂ ແລະ ລາຄາຫົວໜ່ວຍທົດແທນຕໍ່ຜູ້ທີ່ໄດ້ຮັບຜົນກະທົບຈາກວຽກເພີ່ມ ໃນເຂດໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ລວມທັງຜົນກະທົບຈາກວຽກເພີ່ມຂອງໂຄງການ (ການກໍ່ສ້າງຂົວ 11 ແຫ່ງ) ຊ່ວງແຂວງບໍລິຄຳໄຊ (ກມ 71 ຫາ ກມ 249), ເມືອງທ່າພະບາດ ຫາ ເມືອງປາກກະດິງ ແຂວງ ບໍລິຄຳໄຊ, ຊຶ່ງປະກອບມີເນື້ອທີ່ດິນ, ສິ່ງປຸກສ້າງ ແລະ ຄ່າເສຍໂອກາດ.
ມາດຕາ ມາດຕາ 2
ມາດຕາ 6 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ແມ່ນນຳໃຊ້ສະເພາະການທົດແທນຊັບສິນຂອງປະຊາຊົນຈາກໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດເລກທີ 3 ໃຕ້ ລວມທັງຜົນກະທົບຈາກວຽກເພີ່ມຂອງໂຄງການ (ການກໍ່ສ້າງຂົວ 11 ແຫ່ງ) ຊ່ວງແຂວງບໍລິຄຳໄຊ, ຊຶ່ງປະກອບມີຄອບຄົວທີ່ໄດ້ຮັບຜົນກະທົບຢູ່ໃນ 12 ບ້ານ ທີ່ຂຶ້ນກັບ 3 ເມືອງ ຄື: (ກ) ເມືອງທ່າພະບາດ ມີ 4 ບ້ານຄື: ບ້ານສີສົມໄຊ, ບ້ານນ້ຳໂລ້, ບ້ານໜອງເກີນ ແລະ ບ້ານປາກທວາຍ, (ຂ) ເມືອງປາກຊັນ ມີ 4 ບ້ານຄື: ບ້ານກ້ວຍອຸດົມ, ບ້ານນ້ຳງຽບ, ບ້ານໂພໄຊເໜືອ ແລະ ບ້ານສີມຸງຄຸນ ແລະ (ຄ) ເມືອງປາກກະດິງ ມີ 4 ບ້ານຄື: ບ້ານໂພນຈະເລີນ, ບ້ານນາເຄົ້າ, ບ້ານນ້ຳສ້າງ ແລະ ບ້ານນ້ຳທອນ, ສຳລັບລະບົບສາທາລະນຸປະໂພກຂອງລັດ ຈະໄດ້ມີການປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດຕາມລະບຽບການ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 7 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ