关于修订第13号国道改善和修复项目受影响资产补偿政策及单价单位协议部分条款的协议
ຂໍ້ຕົກລົງວ່າດ້ວຍ ການປັບປຸງບາງມາດຕາຂອງຂໍ້ຕົກລົງວ່າດ້ວຍ ນະໂຍບາຍ ແລະ ລາຄາຫົວໜ່ວຍທົດແທນຕໍ່ຊັບສິນ ທີ່ໄດ້ຮັບຜົນກະທົບຈາກໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້
Agreement Amending Certain Provisions of the Agreement on Compensation Policies and Unit Prices for Affected Assets in the Improvement and Rehabilitation Project of National Highway No. 13
简介
该协议调整老挝13号国道南段升级项目中受影响财产的补偿政策与单价,核心内容为明确土地、建筑物等财产类型及损失赔偿标准,并限定适用范围为波里坎赛省3县12村。
Summary
This agreement adjusts the compensation policy and unit prices for affected properties in the upgrade project of National Road 13 South in Laos, specifying compensation standards for land, buildings, and other property types, and limiting its scope to 12 villages in 3 districts of Bolikhamxay Province.
ບົດສະຫຼຸບ
ສັນຍາສະບັບນີ້ກຳນົດນະໂຍບາຍຊົດເຊີຍ ແລະ ລາຄາຕໍ່ໜ່ວຍສຳລັບຊັບສິນທີ່ຖືກຜົນກະທົບໃນໂຄງການຍົກລະດັບທາງຫຼວງແຫ່ງຊາດເລກທີ 13 ສາຍໃຕ້, ເນື້ອໃນຫຼັກແມ່ນກຳນົດປະເພດຊັບສິນເຊັ່ນ ທີ່ດິນ ແລະ ສິ່ງກໍ່ສ້າງ ພ້ອມທັງມາດຕະຖານການຊົດເຊີຍຄວາມເສຍຫາຍ, ແລະ ຈຳກັດຂອບເຂດການນຳໃຊ້ໃນ 3 ເມືອງ 12 ບ້ານຂອງແຂວງບໍລິຄຳໄຊ.
条文
第ມາດຕາ 1条
第1条 政策和补偿单价
针对受13号国道南段升级改造项目影响的财产的政策和补偿单价,是确定受项目新增工程(11座桥梁建设)影响的受影响人的条件和补偿单价,范围在波里坎赛省(71公里至249公里),从塔帕巴县到巴卡丁县,波里坎赛省,包括土地、建筑物和机会损失费。
ພາສາລາວ (老挝语原文)
ມາດຕາ 1 ນະໂຍບາຍ ແລະ ລາຄາຫົວໜ່ວຍທົດແທນ
ນະໂຍບາຍ ແລະ ລາຄາຫົວໜ່ວຍທົດແທນຕໍ່ຊັບສິນທີ່ໄດ້ຮັບຜົນກະທົບ ຈາກໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດເລກທີ 13 ໃຕ້ ແມ່ນການກຳນົດເງື່ອນໄຂ ແລະ ລາຄາຫົວໜ່ວຍທົດແທນຕໍ່ຜູ້ທີ່ໄດ້ຮັບຜົນກະທົບຈາກວຽກເພີ່ມ ໃນເຂດໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ລວມທັງຜົນກະທົບຈາກວຽກເພີ່ມຂອງໂຄງການ (ການກໍ່ສ້າງຂົວ 11 ແຫ່ງ) ຊ່ວງແຂວງບໍລິຄຳໄຊ (ກມ 71 ຫາ ກມ 249), ເມືອງທ່າພະບາດ ຫາ ເມືອງປາກກະດິງ ແຂວງ ບໍລິຄຳໄຊ, ຊຶ່ງປະກອບມີເນື້ອທີ່ດິນ, ສິ່ງປຸກສ້າງ ແລະ ຄ່າເສຍໂອກາດ.
第ມາດຕາ 2条
第6条 适用范围
本协议仅适用于国家3号公路南段改建和修复项目中的人民财产补偿,包括项目新增工程(建设11座桥梁)在波里坎赛省范围内的影响,涉及3个县12个村的受影响家庭,即:(甲)塔帕巴县有4个村:西松赛村、南洛村、农根村和巴特外村;(乙)巴山县有4个村:归乌敦村、南严村、波赛北村和西蒙昆村;(丙)巴卡定县有4个村:蓬乍伦村、纳考村、南桑村和南通村。对于国家公共设施系统,将与相关部门协商,按规定组织实施。
ພາສາລາວ (老挝语原文)
ມາດຕາ 6 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ແມ່ນນຳໃຊ້ສະເພາະການທົດແທນຊັບສິນຂອງປະຊາຊົນຈາກໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດເລກທີ 3 ໃຕ້ ລວມທັງຜົນກະທົບຈາກວຽກເພີ່ມຂອງໂຄງການ (ການກໍ່ສ້າງຂົວ 11 ແຫ່ງ) ຊ່ວງແຂວງບໍລິຄຳໄຊ, ຊຶ່ງປະກອບມີຄອບຄົວທີ່ໄດ້ຮັບຜົນກະທົບຢູ່ໃນ 12 ບ້ານ ທີ່ຂຶ້ນກັບ 3 ເມືອງ ຄື: (ກ) ເມືອງທ່າພະບາດ ມີ 4 ບ້ານຄື: ບ້ານສີສົມໄຊ, ບ້ານນ້ຳໂລ້, ບ້ານໜອງເກີນ ແລະ ບ້ານປາກທວາຍ, (ຂ) ເມືອງປາກຊັນ ມີ 4 ບ້ານຄື: ບ້ານກ້ວຍອຸດົມ, ບ້ານນ້ຳງຽບ, ບ້ານໂພໄຊເໜືອ ແລະ ບ້ານສີມຸງຄຸນ ແລະ (ຄ) ເມືອງປາກກະດິງ ມີ 4 ບ້ານຄື: ບ້ານໂພນຈະເລີນ, ບ້ານນາເຄົ້າ, ບ້ານນ້ຳສ້າງ ແລະ ບ້ານນ້ຳທອນ, ສຳລັບລະບົບສາທາລະນຸປະໂພກຂອງລັດ ຈະໄດ້ມີການປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດຕາມລະບຽບການ.
第ມາດຕາ 3条
第3条 财产类型
位于13号南部国道升级改造项目区域内的财产类型,范围包括波里坎赛省(71公里至249公里),以及项目新增工程(建设11座桥梁)的影响,涉及3个县:塔帕巴县、巴山县和巴卡丁县,波里坎赛省,包括各类财产:土地、建筑物、公共设施系统及其他。
1. 土地类型是指项目区域内的土地,包括:
- 建设用地:指用于建设的土地,且在该地块上必须有建筑物在数据收集时存在,或有文件注明为建设用地(但尚未有建筑物),须符合土地证发放的规定;
- 商业用地:指用于经营业务的土地,该地块上有建筑物,如:商店、服务场所或出租场所,在数据收集期间正在运营;
- 稻田:指通过人力或机械开垦、筑堤挡水用于种植雨季稻、旱季稻或其他作物的土地,且须每年持续使用;
- 园地:指开垦使用并持续维护的土地,有农作物、树木等,在数据收集期间可见;
2. 建筑物类财产包括:房屋、商店、其他服务场所及附属建筑物包括:厨房、阳台、店铺阳台、卫生间、修车店、围墙、墙壁、棚屋、混凝土平台、水井、钻井和排水管;
3. 公共设施系统包括:电力、自来水、国家传输线路(光纤)、路灯杆及其他。
ພາສາລາວ (老挝语原文)
ມາດຕາ 3 ປະເພດຊັບສິນ
ປະເພດຊັບສິນ ຢູ່ໃນຂົງເຂດໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດເລກທີ 13 ໃຕ້ ຊ່ວງແຂວງ ບໍລິຄຳໄຊ (ກມ 71 ຫາ ກມ 249) ລວມທັງຜົນກະທົບຈາກວຽກເພີ່ມຂອງໂຄງການ (ການກໍ່ສ້າງຂົວ 11 ແຫ່ງ) ຊຶ່ງນອນໃນຂອບເຂດຂອງ 3 ເມືອງ ຄື: ເມືອງທ່າພະບາດ, ເມືອງປາກຊັນ ແລະ ເມືອງປາກກະດິງ ແຂວງບໍລິຄຳໄຊ, ປະກອບມີຊັບສິນປະເພດຕ່າງໆ ຄື: ເນື້ອທີ່ດິນ, ສິ່ງປຸກສ້າງ, ລະບົບສາທາລະນຸປະໂພກ ແລະ ອື່ນໆ.
1. ປະເພດເນື້ອທີ່ດິນ ແມ່ນເນື້ອທີ່ດິນ ທີ່ຢູ່ໃນເຂດຂອງໂຄງການປະກອບມີດັ່ງນີ້:
- ເນື້ອທີ່ດິນປຸກສ້າງ ແມ່ນເນື້ອທີ່ດິນທີ່ນຳໃຊ້ເພື່ອປຸກສ້າງ ແລະ ຕ້ອງປະກອບມີ ສິ່ງປຸກສ້າງຕັ້ງຢູ່ໃນເນື້ອທີ່ດິນຕອນນັ້ນ ໃນເວລາເກັບຂໍ້ມູນ ຫຼື ມີເອກະສານສິດລະບຸເປັນເນື້ອທີ່ດິນປູກສ້າງ (ແຕ່ຍັງບໍ່ທັນມີສິ່ງປຸກສ້າງ) ຕ້ອງໃຫ້ສອດຄ່ອງກັບລະບຽບຫຼັກການອອກໃບຕາດິນ;
- ດິນບໍລິການ: ແມ່ນດິນນຳໃຊ້ເພື່ອດຳເນີນທຸລະກິດ ມີສິ່ງປຸກສ້າງຕັ້ງຢູ່ໃນດິນຕອນນັ້ນ ເຊັ່ນ: ຮ້ານຂາຍເຄື່ອງ, ສະຖານທີ່ບໍລິການ ຫຼື ບ່ອນໃຫ້ເຊົາ ທີ່ກຳລັງດຳເນີນການໃນໄລຍະເວລາເກັບຂໍ້ມູນ;
- ດິນນາເຟືອງ: ແມ່ນເປັນພື້ນທີ່ດິນທີ່ບຸກເບີກຈາກແຮງງານຄົນ ຫຼື ກິນຈັກ, ຕີດັນປ້ານຄູກັນນ້ຳ ເພື່ອນຳໃຊ້ປູກເຂົ້ານາປີ, ນາແຊງ ຫຼື ປູກພືດຊະນິດອື່ນໆ ແລະ ຕ້ອງນຳໃຊ້ຢ່າງຕໍ່ເນື່ອງທຸກປີ;
- ດິນສວນ: ແມ່ນດິນທີ່ບຸກເບີກນຳໃຊ້ ແລະ ບົວລະບັດຮັກສາຢ່າງຕໍ່ເນື່ອງ ມີຜົນລະປູກ, ຕົ້ນໄມ້ ແລະ ອື່ນໆ ເຫັນໄດ້ປະຈັກຕາ ໃນໄລຍະເກັບກຳຂໍ້ມູນ;
2. ຊັບສິນປະເພດສິ່ງປຸກສ້າງ ປະກອບມີ: ເຮືອນ, ຮ້ານຂາຍເຄື່ອງ, ຮ້ານບໍລິການອື່ນໆ ແລະ ສິ່ງປູກສ້າງສຳຮອງປະກອບມີ: ເຮືອນຄົວ, ເທີບເຮືອນ, ເທີບຮ້ານ, ຫ້ອງນ້ຳ, ຮ້ານສ້ອມແປງລົດ, ຮົ້ວ, ກຳແພງ, ຕຸບ, ລານເບຕົງ, ນ້ຳສ້າງ, ນ້ຳບາດານ ແລະ ທໍ່ລະບາຍນ້ຳ;
3. ລະບົບສາທາລະນຸປະໂພກ ປະກອບມີ: ໄຟຟ້າ, ນ້ຳປະປາ, ສາຍສົ່ງແຫ່ງຊາດ (ສາຍໄຍແກ້ວ), ເສົາໄຟເຍືອງທາງ ແລະ ອື່ນໆ.
第ມາດຕາ 4条
第4条 损害赔偿政策
受影响者将获得以下赔偿政策:
1. 依法拥有土地使用权且土地全部损失80%以上,剩余土地无法再使用的,项目业主必须全额赔偿损失(剩余土地部分已获赔偿的,归国家所有);
2. 依法拥有土地使用权但仅损失部分土地,剩余土地仍可使用的,项目业主必须对损失部分按计算的价值进行货币赔偿;剩余可使用的土地,受影响者必须重新获得该地块土地使用权的文件,正确且完整,项目业主须承担因土地使用权变更产生的所有费用;
3. 全部或部分建筑物损失的,项目业主必须按该建筑物的重置价值向作为建筑物所有权人的受影响者赔偿损失,不扣除折旧,也不减少对剩余材料的赔偿;
4. 在所有情况下对受影响者实施损害赔偿,项目业主必须与省级损害赔偿负责委员会协调,以监督、检查、确认赔偿计划的正确性和完整性;
5. 与他人或任何组织有争议的财产,必须制作损失影响记录,待争议解决完毕后,方可提出赔偿申请;
6. 赔偿单价的计算在本协议第16条中规定;
7. 特殊援助是指对符合条件的家庭的援助,将以货币形式按以下条件提供:
(1) 属于被搬迁房屋和各种服务店的家庭,将获得每人每月420,000基普的援助,直至新房屋建成,但不超过3个月;
(2) 属于弱势家庭,将获得每人每月420,000基普的援助,按该弱势家庭受影响区域的道路建设和维修实际时间计算,但不超过3个月;
8. 商店和服务店在项目建设期间无法营业的,将获得收入损失机会赔偿,按实际停业时间计算(根据与受影响者的协商和记录),以每月缴纳的税款(约为营业和服务类型的1-3%)计算出的利润,得出日均利润,乘以损失机会天数(即无法创收的天数),作为计算收入损失机会赔偿的基础;
9. 受项目影响的入户排水管、电线杆、自来水管和路灯,不予赔偿,因为项目方将其计入施工合同价值中;
10. 如果巷路(进村路)和进寺路低于新建道路,且无法像以前一样方便进出,项目方必须调整该巷路入口的高度,使其与新道路齐平,以便能像以前一样正常通行;
11. 位于国道保护区内的树木、花卉或观赏植物,不予赔偿;
12. 各种广告牌,无论是否获得国家或城市管理发展办公室、波里坎赛省新闻文化厅和波里坎赛省公共工程与运输厅的合法许可,均须由广告牌所有者自行拆除,项目方不予任何赔偿。
ພາສາລາວ (老挝语原文)
ມາດຕາ 4 ນະໂຍບາຍການທົດແທນຄ່າເສຍຫາຍ
ຜູ້ທີ່ໄດ້ຮັບຜົນກະທົບ ຈະໄດ້ຮັບນະໂຍບາຍການທົດແທນດັ່ງນີ້:
1. ຜູ້ທີ່ໄດ້ຮັບຜົນກະທົບ ກ່ຽວກັບສິດນຳໃຊ້ເນື້ອທີ່ດິນຖືກຕ້ອງຕາມກົດໝາຍ ທີ່ສູນເສຍເນື້ອທີ່ດິນທັງໝົດ 80% ຂຶ້ນໄປ, ສ່ວນເນື້ອທີ່ດິນທີ່ຍັງເຫຼືອບໍ່ສາມາດນຳໃຊ້ໄດ້ອີກ ເຈົ້າຂອງໂຄງການຕ້ອງໄດ້ທົດແທນຄ່າເສຍຫາຍທັງໝົດ (ສ່ວນຕອນດິນທີ່ຍັງເຫຼືອ ແລະ ໄດ້ຮັບການທົດແທນນັ້ນຈະຕົກເປັນດິນຂອງລັດ);
2. ຜູ້ໄດ້ຮັບຜົນກະທົບ ກ່ຽວກັບສິດນຳໃຊ້ເນື້ອທີ່ດິນຖືກຕ້ອງຕາມກົດໝາຍ ຫາກໄດ້ສູນເສຍເນື້ອທີ່ດິນພຽງສ່ວນໃດໜຶ່ງ, ສ່ວນເນື້ອທີ່ດິນທີ່ຍັງເຫຼືອສາມາດນຳໃຊ້ໄດ້ ເຈົ້າຂອງໂຄງການຕ້ອງໄດ້ທົດແທນຄ່າເສຍຫາຍໃນສ່ວນທີ່ໄດ້ສູນເສຍນັ້ນ ດ້ວຍມູນຄ່າເປັນເງິນທີ່ຄິດໄລ່ໄວ້; ສ່ວນເນື້ອທີ່ດິນທີ່ຍັງເຫຼືອທີ່ສາມາດນຳໃຊ້ໄດ້ ຜູ້ທີ່ໄດ້ຮັບຜົນກະທົບ ຕ້ອງໄດ້ຮັບເອກະສານກ່ຽວກັບສິດນຳໃຊ້ເນື້ອທີ່ດິນຕອນນັ້ນຄືນໃໝ່ ຢ່າງຖືກຕ້ອງ ແລະ ຄົບຖ້ວນ ໂດຍເຈົ້າຂອງໂຄງການ ຕ້ອງເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍຕ່າງໆທັງໝົດ ທີ່ເກີດຂຶ້ນຈາກການປ່ຽນແປງສິດນຳໃຊ້ເນື້ອທີ່ດິນ;
3. ຜູ້ທີ່ສູນເສຍສິ່ງປູກສ້າງທັງໝົດ ຫຼື ບາງສ່ວນ ເຈົ້າຂອງໂຄງການ ຕ້ອງໄດ້ທົດແທນຄ່າເສຍຫາຍ ດ້ວຍມູນຄ່າປ່ຽນແທນຂອງສິ່ງປູກສ້າງດັ່ງກ່າວ ໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບທີ່ເປັນເຈົ້າຂອງກຳມະສິດຂອງສິ່ງປູກສ້າງນັ້ນ ໂດຍບໍ່ມີການຫັກຄ່າເສື່ອມ ຫຼື ບໍ່ມີການຫຼຸດຄ່າທົດແທນສຳລັບວັດຖຸທີ່ຍັງເຫຼືອ;
4. ການປະຕິບັດການທົດແທນຄ່າເສຍຫາຍ ໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບໃນທຸກໆກໍລະນີ ເຈົ້າຂອງໂຄງການ ຕ້ອງໄດ້ປະສານສົມທົບກັບ ຄະນະຮັບຜິດຊອບການທົດແທນຄ່າເສຍຫາຍຂັ້ນແຂວງ ເພື່ອຕິດຕາມກວດກາ, ຢັ້ງຢືນຄວາມຖືກຕ້ອງ ແລະ ຄົບຖ້ວນ ຕາມແຜນທົດແທນຄ່າເສຍຫາຍ;
5. ຊັບສິນທີ່ມີຂໍ້ຂັດແຍ່ງກັບບຸກຄົນອື່ນ ຫຼື ອົງການຈັດຕັ້ງໃດໜຶ່ງ ຕ້ອງໄດ້ສ້າງບົດບັນທຶກຕົວເລກຜົນກະທົບຄ່າເສຍຫາຍໄວ້, ພາຍຫຼັງທີ່ສຳເລັດການແກ້ໄຂຂໍ້ຂັດແຍ່ງແລ້ວ ຈຶ່ງໃຫ້ສະເໜີຂໍການທົດແທນ;
6. ການຄິດໄລ່ລາຄາຫົວໜ່ວຍທົດແທນ ໄດ້ກຳນົດໄວ້ໃນມາດຕາ 16 ຂອງຂໍ້ຕົກລົງສະບັບນີ້;
7. ການຊ່ວຍເຫຼືອພິເສດ ແມ່ນການຊ່ວຍຄອບຄົວທີ່ມີເງື່ອນໄຂຄົບຖ້ວນ ຈຶ່ງຈະໄດ້ຮັບການຊ່ວຍເຫຼືອພິເສດໃນຮູບແບບເປັນເງິນຕາມເງື່ອນໄຂ ຄື:
(1) ເປັນຄອບຄົວທີ່ຖືກຍົກຍ້າຍເຮືອນ ແລະ ຮ້ານບໍລິການຕ່າງໆ, ຊຶ່ງຈະມີການຊ່ວຍເຫຼືອໃນອັດຕາ 420.000 ກີບ/ເດືອນ/ຄົນ ຕາມໄລຍະເວລາຈົນສາມາດປູກສ້າງເຮືອນໃໝ່ສຳເລັດ ຊຶ່ງບໍ່ເກີນ 3 ເດືອນ;
(2) ເປັນຄອບຄົວຜູ້ດ້ອຍໂອກາດ, ຊຶ່ງຈະມີການຊ່ວຍເຫຼືອໃນອັດຕາ 420,000 ກີບ/ເດືອນ/ຄົນ ຕາມໄລຍະເວລາຕົວຈິງຂອງການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ໃນເຂດທີ່ໄດ້ຮັບຜົນກະທົບຂອງຄອບຄົວຜູ້ດ້ອຍໂອກາດດັ່ງກ່າວ ແຕ່ບໍ່ເກີນ 3 ເດືອນ;
8. ຮ້ານຄ້າ ແລະ ຮ້ານບໍລິການ ຈະໄດ້ຮັບການທົດແທນຄ່າເສຍໂອກາດລາຍໄດ້ ໃນຊ່ວງໄລຍະດຳເນີນການກໍ່ສ້າງໂຄງການທີ່ບໍ່ສາມາດເປີດໃຫ້ບໍລິການໄດ້ ຊຶ່ງຈະມີການຄິດໄລ່ຕາມໄລຍະເວລາການປິດຮ້ານຕົວຈິງ (ຕາມການປຶກສາຫາລື ແລະ ເຮັດບົດບັນທຶກກັບຜູ້ໄດ້ຮັບຜົນກະທົບຕົວຈິງ), ໂດຍຈະເອົາມູນຄ່າກຳໄລທີ່ຄິດໄລ່ຈາກການມອບຈ່າຍອາກອນ (ປະມານ 1-3% ຕາມປະເພດຂອງທຸລະກິດ ແລະ ບໍລິການ) ທີ່ເປັນລາຍເດືອນ ອອກມາເປັນຄ່າສະເລ່ຍເປັນວັນມາຄູນໃຫ້ໄລຍະທີ່ເສຍໂອກາດ (ມື້) ການສ້າງລາຍໄດ້ມາເປັນພື້ນຖານ ໃນການຄິດໄລ່ການທົດແທນຄ່າເສຍໂອກາດລາຍໄດ້ ໃນຊ່ວງໄລຍະທີ່ບໍ່ສາມາດດຳເນີນທຸລະກິດໄດ້;
9. ທໍ່ລະບາຍນ້ຳທາງເຂົ້າເຮືອນ, ເສົາໄຟຟ້າ, ທໍ່ນ້ຳປະປາ ແລະ ເສົາໄຟເຍືອງທາງ ທີ່ໄດ້ຮັບຜົນກະທົບຈາກໂຄງການແມ່ນຈະບໍ່ມີການທົດແທນຄືນ ເນື່ອງຈາກວ່າ ທາງໂຄງການ ຈະເອົາເຂົ້າໃນມູນຄ່າຂອງສັນຍາກໍ່ສ້າງ;
10. ຖ້າວ່າທາງຊອຍ (ທາງເຂົ້າບ້ານ) ແລະ ທາງເຂົ້າວັດ ມີລະດັບທີ່ຕ່ຳກວ່າທາງທີ່ກໍ່ສ້າງໃໝ່ ແລະ ບໍ່ສາມາດເຂົ້າອອກໄດ້ສະດວກຄືເກົ່າ ທາງໂຄງການຈະຕ້ອງໄດ້ປັບຄວາມສູງຂອງທາງເຂົ້າຊອຍນັ້ນ ໃຫ້ພຽງທາງໃໝ່ ເພື່ອໃຫ້ສາມາດທ່ຽວໄດ້ເປັນປົກກະຕິຄືເກົ່າ;
11. ຕົ້ນໄມ້, ດອກໄມ້ ຫຼື ຕົ້ນໄມ້ປະດັບ ທີ່ນອນໃນເຂດສະຫງວນຂອງທາງຫຼວງແຫ່ງຊາດ ແມ່ນຈະບໍ່ໄດ້ຮັບການທົດແທນ;
12. ປ້າຍໂຄສະນາຕ່າງໆທີ່ໄດ້ຮັບ ຫຼື ບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຈາກພາກລັດ ກໍຄືຈາກຫ້ອງການ ອົງການພັດທະນາບໍລິຫານຕົວເມືອງ, ພະແນກຖະແຫຼ່ງຂ່າວ ແລະ ວັດທະນະທຳແຂວງບໍລິຄຳໄຊ ແລະ ພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍລິຄຳໄຊ ແມ່ນຈະຕ້ອງໄດ້ຮັບການຍົກຍ້າຍອອກໄປດ້ວຍເຈົ້າຂອງປ້າຍເອງ ໂດຍບໍ່ມີການທົດແທນໃດໆຈາກໂຄງການ.
第ມາດຕາ 5条
第5条 确定替代单价的原则
1. 土地类型是通过比较多个来源的数据来确定的,以便用作适合当地情况的替代单价,通过取每个地方市场土地买卖价格的平均值,加上根据2023年4月6日第193/ຂບຊ号关于波里坎赛省土地单位评估的协议的土地价格,然后除以2,按土地类型区分,以基普/平方米计价;
2. 建筑物类财产,确定建筑物替代单价的基础是评估2023年10月数据收集期间市场建筑材料的价格,加上公共工程与运输部发布的第26123/ຍທຂ号文件(2021年12月17日)的单位价格,再加上期间替代价格(71公里和346公里,已加上中央银行确定的2023年10月数据收集期间的通胀率,即25.83%),然后除以2。
ພາສາລາວ (老挝语原文)
ມາດຕາ 5 ຫຼັກການກຳນົດລາຄາຫົວໜ່ວຍທົດແທນ
1. ປະເພດເນື້ອທີ່ດິນ ແມ່ນໄດ້ມີການສົມທຽບຂໍ້ມູນຈາກຫຼາຍແຫຼ່ງ ເພື່ອກຳນົດອອກມາໃຊ້ເປັນລາຄາຫົວໜ່ວຍທົດແທນໃຫ້ແທດເໝາະກັບສະພາບທ້ອງຖິ່ນ ໂດຍກຳນົດເອົາຄ່າສະເລ່ຍ ຂອງລາຄາການຊື້-ຂາຍ ເນື້ອທີ່ດິນຕາມທ້ອງຕະຫຼາດໃນແຕ່ລະທ້ອງຖິ່ນ ບວກ ກັບລາຄາເນື້ອທີ່ດິນ ຕາມຂໍ້ຕົກລົງ ເລກທີ 193/ຂບຊ, ລົງວັນທີ 6 ເມສາ 2023 ວ່າດ້ວຍການປະເມີນຫົວໜ່ວຍທີ່ດິນພາຍໃນແຂວງບໍລິຄຳໄຊ ແລ້ວເອົາມາຫານ 2, ໂດຍແຍກຕາມປະເພດເນື້ອທີ່ດິນ ໃນລາຄາເປັນເງິນກີບ ຕໍ່ຕາແມັດ;
2. ຊັບສິນປະເພດສິ່ງປຸກສ້າງ ແມ່ນພື້ນຖານການກຳນົດລາຄາຫົວໜ່ວຍທົດແທນສິ່ງປຸກສ້າງ ແມ່ນການປະເມີນມູນຄ່າຂອງລາຄາວັດສະດຸກໍ່ສ້າງຕາມທ້ອງຕະຫຼາດໃນໄລຍະການລົງເກັບກຳຂໍ້ມູນໃນເດືອນ ຕຸລາ 2023 ມາບວກກັບລາຄາຫົວໜ່ວຍ ທີ່ທາງກະຊວງ ຍທຂ ວາງອອກ ສະບັບເລກທີ 26123/ຍທຂ, ລົງວັນທີ 17 ທັນວາ 2021 ແລະ ບວກກັບລາຄາທົດແທນຊ່ວງ (ກມ 71 ກມ 346 ທີ່ໄດ້ບວກອັດຕາເງິນເຟີ້ທີ່ກຳນົດໂດຍທະນາຄານກາງ ຊ່ວງທີ່ລົງເກັບກຳຂໍ້ມູນ ໃນເດືອນ ຕຸລາ 2023 ຄືຢູ່ທີ່ 25,83%) ແລ້ວມາຫານ 2.
第ມາດຕາ 6条
第6条 条款内容的替换
本协议修订了第1、2、6、8、10、15条的内容,并替换了省长关于受13号国道南段(波里坎赛省)改善和修复项目影响的财产补偿政策和单价协议的第16条,协议编号60/ຂບຊ,日期为2021年1月5日。
ພາສາລາວ (老挝语原文)
ມາດຕາ 6 ການປ່ຽນແທນເນື້ອໃນຂອງມາດຕາ
ຂໍ້ຕົກລົງສະບັບນີ້ ປັບປຸງເນື້ອໃນມາດຕາ 1, 2, 6, 8, 10, 15 ແລະ ປ່ຽນແທນມາດຕາ 16 ຂອງ ຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍນະໂຍບາຍ ແລະ ລາຄາຫົວໜ່ວຍທົດແທນຕໍ່ຊັບສິນທີ່ໄດ້ຮັບຜົນກະທົບຈາກໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ແຂວງບໍລິຄຳໄຊ ສະບັບເລກທີ 60/ຂບຊ, ລົງວັນທີ 5 ມັງກອນ 2021.
第ມາດຕາ 7条
第7条 效力
本规定自签署之日起生效,并在官方登记后十五天内生效。
ພາສາລາວ (老挝语原文)
ມາດຕາ 7 ຜົນສັກສິດ
ເຮົານີ້ຕັ້ງແຕ່ວັນທີ່ລົງລາຍເຊັນ ແລະ ພາຍຫຼັງໄດ້ລົງຈົດທະບຽນນາຍເຫດ ທາງລັດຖະການ ສິບທ້າວັນ.