ຂໍ້ຕົກລົງວ່າດ້ວຍ ນະໂຍບາຍ ແລະ ຫົວໜ່ວຍລາຄາທົດແທນຄ່າເສຍຫາຍທີ່ໄດ້ຮັບຜົນກະທົບຈາກໂຄງການຂຸດຄົ້ນແຮ່ທາດຂອງບໍລິສັດ ກາວີໂກລາວບໍ່ແຮ່ ຈຳກັດ
关于卡维科老挝矿业有限公司采矿项目受影响补偿政策及单价单位的协议
Agreement on Compensation Policies and Unit Prices for Affected Persons in the Mining Project of KaviCorp Lao Mining Company Limited
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງນະໂຍບາຍການຊົດເຊີຍ ແລະ ລາຄາຕໍ່ຫົວໜ່ວຍສຳລັບປະຊາຊົນທີ່ຖືກຜົນກະທົບຈາກໂຄງການຂຸດຄົ້ນບໍ່ແຮ່ຂອງລາວ, ໂດຍສຸມໃສ່ການກຳນົດເງື່ອນໄຂການຊົດເຊີຍ, ຂອບເຂດການນຳໃຊ້ ແລະ ການຄິດໄລ່ອັດຕາສ່ວນການຊົດເຊີຍຕາມໄລຍະເວລາການຖົມດິນ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ນະໂຍບາຍ ແລະ ຫົວໜ່ວຍລາຄາທົດແທນ
ນະໂຍບາຍ ແມ່ນການກຳນົດເງື່ອນໄຂ ການຈ່າຍທົດແທນຄ່າເສຍຫາຍ ຂອງປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ຈາກໂຄງການຂຸດຄົ້ນແຮ່ທາດ ຂອງບໍລິສັດ ກາວີໂກ ລາວ ບໍ່ແຮ່ ຈຳກັດ ເຊິ່ງປະກອບມີ: ຄ່າແຮງງານບຸກເບີກດິນນາ, ຄ່າແຮງງານບຸກເບີກດິນສວນ, ສິ່ງປຸກສ້າງ, ໄມ້ອຸດສາຫະກຳ, ໄມ້ໃຫ້ໝາກ ແລະ ພືດຢືນຕົ້ນ ທີ່ທົດແທນດ້ວຍເງິນ;
ຫົວໜ່ວຍລາຄາທົດແທນຄ່າເສຍຫາຍ ແມ່ນອັດຕາການຄິດໄລ່ ທີ່ນຳໃຊ້ເປັນພື້ນຖານ ໃນການທົດແທນ ຕໍ່ຜູ້ທີ່ຖືກຜົນກະທົບ ຈາກໂຄງການຂຸດຄົ້ນແຮ່ທາດ ຂອງບໍລິສັດ ກາວີໂກ ລາວ ບໍ່ແຮ່ ຈຳກັດ.
ມາດຕາ ມາດຕາ 2
ມາດຕາ 4 ນະໂຍບາຍຂອງລັດ
ລັດ ຊຸກຍູ້ສົ່ງເສີມທຸກພາກສ່ວນ ທັງບຸກຄົນ, ນິຕິບຸກຄົນ, ລວມຫູ່ ແລະ ອົງການຈັດຕັ້ງສັງຄົມ ປະກອບສ່ວນເຂົ້າໃນການຄຸ້ມຄອງປົກປັກຮັກສາ ແລະ ຊ່ວຍກັນພັດທະນາໂຄງການ ເປັນຕົ້ນ: ການປະກອບສ່ວນຢ່າງຕັ້ງຫ້າ ດ້ານເຫື່ອແຮງ, ຈິດໃຈ, ຊັບສິນ ແລະ ວັດຖຸອື່ນໆ ໂດຍສອດຄ່ອງ ຕາມແນວທາງນະໂຍບາຍ ແລະ ກົດໝາຍລະບຽບ ທີ່ໄດ້ກຳນົດໄວ້;
ລັດ ຈະຮັບຮູ້ ຄ່າເສຍຫາຍ ທີ່ໄດ້ຮັບຜົນກະທົບເທິງຫ້າດິນ ທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
ລັດ ຈະປົກປ້ອງ ແລະ ຮັບປະກັນສິດຜົນປະໂຫຍດ ອັນຊອບທຳ ຕໍ່ກັບ ເຈົ້າຂອງໂຄງການ ແລະ ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການຂຸດຄົ້ນແຮ່ທາດ ໃຫ້ຖືກຕ້ອງຕາມກົດໝາຍ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 30 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ