关于卡维科老挝矿业有限公司采矿项目受影响补偿政策及单价单位的协议
ຂໍ້ຕົກລົງວ່າດ້ວຍ ນະໂຍບາຍ ແລະ ຫົວໜ່ວຍລາຄາທົດແທນຄ່າເສຍຫາຍທີ່ໄດ້ຮັບຜົນກະທົບຈາກໂຄງການຂຸດຄົ້ນແຮ່ທາດຂອງບໍລິສັດ ກາວີໂກລາວບໍ່ແຮ່ ຈຳກັດ
Agreement on Compensation Policies and Unit Prices for Affected Persons in the Mining Project of KaviCorp Lao Mining Company Limited
简介
该法规调整老挝矿业项目对受影响民众的补偿政策与单价,核心是明确补偿条件、适用范围及按土地开垦时间分档计算补偿比例。
Summary
This regulation adjusts compensation policies and unit prices for affected people by mining projects in Laos, with core provisions clarifying compensation conditions, scope of application, and compensation ratios calculated based on land reclamation time.
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງນະໂຍບາຍການຊົດເຊີຍ ແລະ ລາຄາຕໍ່ຫົວໜ່ວຍສຳລັບປະຊາຊົນທີ່ຖືກຜົນກະທົບຈາກໂຄງການຂຸດຄົ້ນບໍ່ແຮ່ຂອງລາວ, ໂດຍສຸມໃສ່ການກຳນົດເງື່ອນໄຂການຊົດເຊີຍ, ຂອບເຂດການນຳໃຊ້ ແລະ ການຄິດໄລ່ອັດຕາສ່ວນການຊົດເຊີຍຕາມໄລຍະເວລາການຖົມດິນ.
条文
第ມາດຕາ 1条
第1条 政策与补偿单价
政策是指确定对受加维科老挝矿业有限公司采矿项目影响的民众支付补偿的条件,包括:开垦水田的劳动力费用、开垦园地的劳动力费用、建筑物、工业用材林、果树和多年生植物的现金补偿;
补偿单价是指用于计算对受加维科老挝矿业有限公司采矿项目影响者进行补偿的基础费率。
ພາສາລາວ (老挝语原文)
ມາດຕາ 1 ນະໂຍບາຍ ແລະ ຫົວໜ່ວຍລາຄາທົດແທນ
ນະໂຍບາຍ ແມ່ນການກຳນົດເງື່ອນໄຂ ການຈ່າຍທົດແທນຄ່າເສຍຫາຍ ຂອງປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ຈາກໂຄງການຂຸດຄົ້ນແຮ່ທາດ ຂອງບໍລິສັດ ກາວີໂກ ລາວ ບໍ່ແຮ່ ຈຳກັດ ເຊິ່ງປະກອບມີ: ຄ່າແຮງງານບຸກເບີກດິນນາ, ຄ່າແຮງງານບຸກເບີກດິນສວນ, ສິ່ງປຸກສ້າງ, ໄມ້ອຸດສາຫະກຳ, ໄມ້ໃຫ້ໝາກ ແລະ ພືດຢືນຕົ້ນ ທີ່ທົດແທນດ້ວຍເງິນ;
ຫົວໜ່ວຍລາຄາທົດແທນຄ່າເສຍຫາຍ ແມ່ນອັດຕາການຄິດໄລ່ ທີ່ນຳໃຊ້ເປັນພື້ນຖານ ໃນການທົດແທນ ຕໍ່ຜູ້ທີ່ຖືກຜົນກະທົບ ຈາກໂຄງການຂຸດຄົ້ນແຮ່ທາດ ຂອງບໍລິສັດ ກາວີໂກ ລາວ ບໍ່ແຮ່ ຈຳກັດ.
第ມາດຕາ 2条
第4条 国家政策
国家鼓励促进所有部门,包括个人、法人、集体和社会组织,参与管理和保护,并共同开发项目,例如:积极贡献劳动力、精神、财产和其他物资,符合既定的政策方针和法律规章;
国家将承认依法和按规定在土地上受到影响的损失;
国家将保护和保障项目业主和受采矿项目影响的人民的合法权益,依法正确执行。
ພາສາລາວ (老挝语原文)
ມາດຕາ 4 ນະໂຍບາຍຂອງລັດ
ລັດ ຊຸກຍູ້ສົ່ງເສີມທຸກພາກສ່ວນ ທັງບຸກຄົນ, ນິຕິບຸກຄົນ, ລວມຫູ່ ແລະ ອົງການຈັດຕັ້ງສັງຄົມ ປະກອບສ່ວນເຂົ້າໃນການຄຸ້ມຄອງປົກປັກຮັກສາ ແລະ ຊ່ວຍກັນພັດທະນາໂຄງການ ເປັນຕົ້ນ: ການປະກອບສ່ວນຢ່າງຕັ້ງຫ້າ ດ້ານເຫື່ອແຮງ, ຈິດໃຈ, ຊັບສິນ ແລະ ວັດຖຸອື່ນໆ ໂດຍສອດຄ່ອງ ຕາມແນວທາງນະໂຍບາຍ ແລະ ກົດໝາຍລະບຽບ ທີ່ໄດ້ກຳນົດໄວ້;
ລັດ ຈະຮັບຮູ້ ຄ່າເສຍຫາຍ ທີ່ໄດ້ຮັບຜົນກະທົບເທິງຫ້າດິນ ທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
ລັດ ຈະປົກປ້ອງ ແລະ ຮັບປະກັນສິດຜົນປະໂຫຍດ ອັນຊອບທຳ ຕໍ່ກັບ ເຈົ້າຂອງໂຄງການ ແລະ ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການຂຸດຄົ້ນແຮ່ທາດ ໃຫ້ຖືກຕ້ອງຕາມກົດໝາຍ.
第ມາດຕາ 3条
第3条 基本原则
关于公司 Kavikolao 矿业有限公司采矿项目造成损失的政策和补偿标准,应遵循以下基本原则:
1. 正确并符合国家的方针政策、宪法、法律、法规、国家经济社会发展计划以及省经济社会发展计划;
2. 协调、协商、人民参与、国家组织、项目实施方及相关方;
3. 保障国家、集体、个人、法人及组织的权益,保护项目业主和受影响人民的权益,使其符合法规和法律;
4. 保障平等、正确、透明、公开、公正及可核查。
ພາສາລາວ (老挝语原文)
ມາດຕາ 3 ຫຼັກການພື້ນຖານ
ນະໂຍບາຍ ແລະ ທົວຫ່ວຍລາຄາທົດແທນ ຄ່າເສຍຫາຍ ທີ່ໄດ້ຮັບຜົນກະທົບຈາກ ໂຄງການຂຸດຄົ້ນແຮ່ທາດ ຂອງບໍລິສັດ ກາວີໂກລາວບໍ່ແຮ່ ຈຳກັດ ປະຕິບັດຕາມຫຼັກການພື້ນຖານດັ່ງນີ້:
1. ຖືກຕ້ອງ ແລະ ສອດຄ່ອງກັບແນວທາງນະໂຍບາຍ ຂອງລັດ, ລັດຖະທຳມະນູນ, ກົດໝາຍ, ລະບຽບການ, ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ກໍ່ຄືແຜນພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ວາງອອກ;
2. ມີການປະສານສົມທົບ, ປຶກສາຫາລື, ການມີສ່ວນຮ່ວມຂອງປະຊາຊົນ, ການຈັດຕັ້ງລັດ, ຜູ້ຈັດຕັ້ງປະຕິບັດໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງ;
3. ຮັບປະກັນສິດ ຜົນປະໂຫຍດ ຂອງລັດ, ລວມພູ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ, ເພື່ອປົກປ້ອງສິດຜົນປະໂຫຍດ ເຈົ້າຂອງໂຄງການ ແລະ ປະຊາຊົນ ຜູ້ໄດ້ຮັບຜົນກະທົບ ໃຫ້ຖືກຕ້ອງຕາມລະບຽບການ ແລະ ກົດໝາຍ;
4. ຮັບປະກັນຄວາມສະເໝີພາບ, ຖືກຕ້ອງ, ໂປ່ງໃສ, ເປີດເຜີຍ, ມີຄວາມຍຸຕິທຳ ແລະ ສາມາດກວດສອບໄດ້.
第ມາດຕາ 4条
第4条 适用范围
本协议仅适用于补偿因加维科老挝矿业有限公司采矿活动而受到影响的个人,实际面积为5,675公顷,位于博利坎赛省博利坎县博村、蓬延村、帕芒村和帕代村。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສະເພາະ ໃນການທົດແທນ ຄ່າເສຍຫາຍ ຕໍ່ຜູ້ທີ່ຖືກຜົນກະທົບ ຈາກການຂຸດຄົ້ນແຮ່ທາດ ຂອງບໍລິສັດກາວີໂກລາວບໍ່ແຮ່ຈຳກັດ ເນື້ອທີ່ ຕົວຈິງ 5,675 ເຮັກຕາ ຢູ່ເຂດບ້ານບໍ່, ບ້ານໂພນແຍງ, ບ້ານຜາເມືອງ ແລະ ບ້ານຜາໄດ ເມືອງບໍລິຄັນ ແຂວງບໍລິຄຳໄຊ.
第ມາດຕາ 5条
第5条 受影响者的政策
受影响者将获得如下补偿政策:
1. 获得损害赔偿的人必须是位于Kavico Lao矿业有限公司矿产项目范围内的受影响者;
2. 在根据2007年9月6日第32/总理令宣布为普帕桑-蓬霍克国家生产林之前,已进入该区域开垦土地从事农业生产的个人、法人及组织,将获得损害赔偿,包括开垦稻田的劳动力费用、开垦园地的劳动力费用、建筑物、工业用材林、果树及多年生植物,按照本协议第12条规定的单价百分之百补偿;
3. 在根据2007年9月6日第32/总理令宣布为普帕桑-蓬霍克国家生产林之后,进入该区域开垦土地从事农业生产的个人、法人及组织,将获得损害赔偿,包括开垦稻田的劳动力费用、建筑物、工业用材林、果树及多年生植物,按照本协议第12条规定的单价百分之五十补偿。
ພາສາລາວ (老挝语原文)
ມາດຕາ 5 ນະໂຍບາຍສຳລັບຜູ້ທີ່ໄດ້ຮັບຜົນກະທົບ
ຜູ້ທີ່ໄດ້ຮັບຜົນກະທົບ ຈະໄດ້ຮັບນະໂຍບາຍການທົດແທນດັ່ງນີ້:
1. ຈະໄດ້ຮັບການທົດແທນຄ່າເສຍຫາຍ ຕ້ອງແມ່ນຜູ້ທີ່ໄດ້ຮັບຜົນກະທົບທີ່ຢູ່ໃນຂອບເຂດໂຄງການຂຸດຄົ້ນແຮ່ທາດ ຂອງບໍລິສັດກາວີໂກ່ລາວບໍ່ແຮ່ ຈຳກັດ;
2. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຂົ້າໄປບຸກເບີກ ຊັບຊ້ອນທີ່ດິນ ເພື່ອທຳການຜະລິດກະສິກຳ ຢູ່ໃນເນື້ອທີ່ດັ່ງກ່າວ ກ່ອນວັນປະກາດເປັນປ່າຜະລິດແຫ່ງຊາດ ພູປ່າຊາງ-ປຸງຮົກ ຕາມດຳລັດ ສະບັບເລກທີ 32/ນຍ ລົງວັນທີ 6 ກັນຍາ 2007 ແມ່ນຈະໄດ້ຮັບນະໂຍບາຍທົດແທນ ຄ່າເສຍຫາຍ ຄ່າແຮງງານບຸກເບີກດິນນາ, ຄ່າແຮງງານບຸກເບີກດິນສວນ, ສິ່ງປຸກສ້າງ, ໄມ້ອຸດສາຫະກຳ, ໄມ້ໃຫ້ໝາກ ແລະ ພືດຢືນຕົ້ນ ຮ້ອຍສ່ວນຮ້ອຍ ຕາມ ຫົວໜ່ວຍລາຄາທີ່ກຳນົດໄວ້ໃນມາດຕາ 12 ຂອງຂໍ້ຕົກລົງສະບັບນີ້;
3. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຂົ້າໄປບຸກເບີກ ຊັບຊ້ອນທີ່ດິນ ເພື່ອທຳການຜະລິດກະສິກຳ ຢູ່ໃນເນື້ອທີ່ດັ່ງກ່າວ ຫຼັງວັນປະກາດເປັນປ່າຜະລິດແຫ່ງຊາດ ພູປ່າຊາງ-ປຸງຮົກ ຕາມດຳລັດ ສະບັບເລກທີ 32/ນຍ ລົງວັນທີ 6 ກັນຍາ 2007 ແມ່ນຈະໄດ້ຮັບນະໂຍບາຍທົດແທນ ຄ່າເສຍຫາຍ ຄ່າແຮງງານບຸກເບີກດິນນາ, ສິ່ງປຸກສ້າງ, ໄມ້ອຸດສາຫະກຳ, ໄມ້ໃຫ້ໝາກ ແລະ ພືດຢືນຕົ້ນ ຫ້າສິບສ່ວນຮ້ອຍ ຕາມ ຫົວໜ່ວຍລາຄາທີ່ກຳນົດໄວ້ໃນມາດຕາ 12 ຂອງຂໍ້ຕົກລົງສະບັບນີ້.
第ມາດຕາ 6条
第6条 在所有情况下,向受影响者实施损害赔偿时,项目业主必须与损害赔偿负责委员会协调,以监督、检查、确认赔偿计划的正确性和完整性。
ພາສາລາວ (老挝语原文)
ມາດຕາ 6 ການປະຕິບັດການທົດແທນຄ່າເສຍຫາຍ ໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບໃນທຸກໆກໍລະນີ ເຈົ້າຂອງໂຄງການຕ້ອງໄດ້ປະສານສົມທົບກັບ ຄະນະຮັບຜິດຊອບການທົດແທນຄ່າເສຍຫາຍ ເພື່ອຕິດຕາມກວດກາ ຢັ້ງຢືນຄວາມຖືກຕ້ອງ ແລະ ຄົບຖ້ວນ ຕາມແຜນທົດແທນຄ່າເສຍຫາຍ.
第ມາດຕາ 7条
第7条 获得补偿的条件
获得损害赔偿的条件如下:
1. 必须符合本协议第7条规定的政策;
2. 获得补偿者必须列入数据收集清单,并得到损害赔偿负责委员会的认证;
3. 必须是无争议的损害赔偿,与其他个人或组织有争议的损害赔偿必须制作损害赔偿记录,待争议解决完毕后,方可申请补偿。
ພາສາລາວ (老挝语原文)
ມາດຕາ 7 ເງື່ອນໄຂ ທີ່ຈະໄດ້ຮັບການທົດແທນ
ເງື່ອນໄຂ ທີ່ຈະໄດ້ຮັບການທົດແທນຄ່າເສຍຫາຍ ມີດັ່ງນີ້:
1. ຕ້ອງຖືກຕາມນະໂຍບາຍທີ່ກຳນົດໄວ້ໃນ ມາດຕາ 7 ຂອງຂໍ້ຕົກລົງສະບັບນີ້;
2. ຜູ້ທີ່ໄດ້ຮັບການທົດແທນ ຕ້ອງຢູ່ໃນບັນຊີການເກັບກຳຂໍ້ມູນ ແລະ ໄດ້ຮັບການຢັ້ງຢືນ ຈາກຄະນະຮັບຜິດຊອບການທົດແທນ ຄ່າເສຍຫາຍ;
3. ຕ້ອງແມ່ນຄ່າເສຍຫາຍ ທີ່ບໍ່ມີຂໍ້ຂັດແຍ່ງກັບບຸກຄົນອື່ນ ຫຼື ອົງການຈັດຕັ້ງໃດ, ຄ່າເສຍຫາຍ ທີ່ມີຂໍ້ຂັດແຍ່ງກັບບຸກຄົນອື່ນ ຫຼື ອົງການຈັດຕັ້ງໃດໜຶ່ງ ຕ້ອງໄດ້ສ້າງບົດບັນທຶກ ຄ່າເສຍຫາຍໄວ້, ພາຍຫຼັງ ສຳເລັດການແກ້ໄຂຂໍ້ຂັດແຍ່ງແລ້ວ ຈຶ່ງໃຫ້ສະເໜີຂໍການທົດແທນ.
第ມາດຕາ 8条
第8条 受损赔偿登记
受损赔偿登记如下:
1. 相关负责委员会仅登记实际遭受的损失;
2. 获得赔偿登记权利的人必须向相关负责委员会说明登记目的,并配合登记工作人员在约定的日期和时间到村收集损失数据;
3. 获得赔偿登记权利的人必须按照规定提交完整、正确的文件。
ພາສາລາວ (老挝语原文)
ມາດຕາ 8 ການຂຶ້ນບັນຊີຄ່າເສຍຫາຍ ທີ່ໄດ້ຮັບຜົນກະທົບ
ການຂຶ້ນບັນຊີຄ່າເສຍຫາຍ ທີ່ໄດ້ຮັບຜົນກະທົບ ມີດັ່ງນີ້:
1. ຄະນະຮັບຜິດຊອບ ທີ່ກ່ຽວຂ້ອງ ໄດ້ຂຶ້ນບັນຊີ ສະເພາະຄ່າເສຍຫາຍ ທີ່ຮັບຜົນກະທົບຕົວຈິງເທົ່ານັ້ນ:
2. ຜູ້ທີ່ໄດ້ຮັບສິດຂຶ້ນບັນຊີຄ່າເສຍຫາຍ ຕ້ອງແຈ້ງຈຸດປະສົງຂໍຂຶ້ນບັນຊີ ນຳຄະນະຮັບຜິດຊອບ ທີ່ກ່ຽວຂ້ອງ ແລະ ໃຫ້ຄວາມຮ່ວມມື ໃນການເກັບກຳຂໍ້ມູນ ຄ່າເສຍຫາຍ ນຳພະນັກງານຂຶ້ນບັນຊີທີ່ລົງເກັບກຳຂໍ້ມູນຢູ່ບ້ານ ຕາມວັນ ແລະ ເວລາທີ່ນັດໝາຍ;
3. ຜູ້ທີ່ໄດ້ຮັບສິດ ຂຶ້ນບັນຊີຄ່າເສຍຫາຍ ຕ້ອງປະກອບເອກະສານ ໃຫ້ຄົບຖ້ວນ ແລະ ຖືກຕ້ອງ ຕາມລະບຽບການ.
第ມາດຕາ 9条
第9条 损失赔偿的类型
应获得赔偿的损失类型如下:
1. 开垦稻田和菜园的劳动费用;
2. 经济林木、果树和多年生植物;
3. 拆除房屋、畜栏和篱笆的劳动费用。
ພາສາລາວ (老挝语原文)
ມາດຕາ 9 ປະເພດຄ່າເສຍຫາຍ ທີ່ຈະໄດ້ຮັບການທົດແທນ
ປະເພດຄ່າເສຍຫາຍ ທີ່ຈະໄດ້ຮັບການທົດແທນ ມີດັ່ງນີ້:
1. ຄ່າແຮງງານບຸກເບີກດິນນາ ແລະ ຄ່າແຮງງານບຸກເບີກດິນສວນ;
2. ຕົ້ນໄມ້ອຸດສາຫະກຳ, ໄມ້ໃຫ້ໝາກ ແລະ ພືດຢືນຕົ້ນ;
3. ຄ່າແຮງງານຮື້ຖອນ ເຖິງ, ຄອກສັດ ແລະ ຮົ້ວ.
第ມາດຕາ 10条
第10条 赔偿金的支付
1. 补偿金的支付:
- 受影响者将获得补偿,必须开设商业银行账户。如果已有银行账户,可以使用,但必须通知负责委员会;对于存款,开户由账户持有人负责;补偿金的支付,项目业主必须一次性将款项转入银行账户;
- 如果补偿金价值在三百万基普及以下,将以现金支付;
- 负责补偿的委员会将主动作为协调中心,便利支付。
2. 支付期限:
- 项目业主必须在补偿计划批准之日起12个月内,完成对受影响民众的补偿金支付;
- 如果按照规定的单价完成了某一点的补偿,项目业主可以开始在已完成补偿的点进行项目开发;
- 如果公司未能在规定时间内支付,必须按银行利率向受影响者支付罚款;
- 如果受影响者不接受补偿,将依法处理。
3. 拆除期限:
在获得全部补偿后,受影响者必须在一个月内拆除房屋、畜栏、篱笆、树木,如果未在规定时间内拆除,公司可以进入清理并使用该土地。
ພາສາລາວ (老挝语原文)
ມາດຕາ 10 ການເບີກຈ່າຍຄ່າເສຍຫາຍ
1. ການເບີກຈ່າຍຄ່າທົດແທນ:
- ຜູ້ໄດ້ຮັບຜົນກະທົບ ທີ່ຈະໄດ້ຮັບຄ່າທົດແທນ ຕ້ອງໄດ້ເປີດບັນຊີ ຢູ່ນຳທະນາຄານທຸລະກິດ. ກໍລະນີຜູ້ທີ່ມີບັນຊີທະນາຄານໃດໜຶ່ງແລ້ວສາມາດນຳໃຊ້ໄດ້ ແຕ່ຕ້ອງໄດ້ແຈ້ງຕໍ່ຄະນະຮັບຜິດຊອບ; ສຳລັບເງິນຝາກ ການເປີດບັນຊີໃຫ້ ແມ່ນເຈົ້າຂອງບັນຊີຮັບຜິດຊອບ; ການເບີກຈ່າຍເງິນທົດແທນ ເຈົ້າຂອງໂຄງການຈະຕ້ອງໄດ້ໂອນເງິນເປັນງວດດຽວ ໃຫ້ຕາມຈຳນວນເຂົ້າບັນຊີທະນາຄານ;
- ກໍລະນີມູນຄ່າການທົດແທນຄ່າເສຍຫາຍມີມູນຄ່າ ສາມລ້ານກີບ ລົງມາ ແມ່ນຈະໄດ້ຮັບເປັນເງິນສົດ;
- ຄະນະຮັບຜິດຊອບການທົດແທນຄ່າເສຍຫາຍ ຈະເປັນເຈົ້າການ, ເປັນໃຈກາງໃນການປະສານງານ ອຳນວຍຄວາມສະດວກໃນການເບີກຈ່າຍ.
2. ກຳນົດເວລາການເບີກຈ່າຍ:
- ເຈົ້າຂອງໂຄງການ ຕ້ອງຮັບຜິດຊອບເບີກຈ່າຍເງິນທົດແທນ ຄ່າເສຍຫາຍ ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ໃຫ້ສຳເລັດທັງໝົດພາຍໃນກຳນົດເວລາ 12 ເດືອນ ນັບແຕ່ວັນທີ່ຮັບຮອງເອົາແຜນການທົດແທນຄ່າເສຍຫາຍເປັນຕົ້ນໄປ;
- ກໍລະນີ ທີ່ສຳເລັດການທົດແທນ ໃນຈຸດໃດໜຶ່ງ ຕາມຫົວໜ່ວຍລາຄາທີ່ກຳນົດໄວ້ ເຈົ້າຂອງໂຄງການສາມາດເລີ່ມລົງມືພັດທະນາໂຄງການ ໃນຈຸດທີ່ໄດ້ທົດແທນສຳເລັດນັ້ນໄດ້;
- ກໍລະນີ ບໍລິສັດບໍ່ສາມາດເບີກຈ່າຍຕາມເວລາທີ່ກຳນົດໄວ້ ຕ້ອງປັບໄໝຕາມດອກເບ້ຍຂອງທະນາຄານ ໃຫ້ຜູ້ທີ່ໄດ້ຮັບຜົນກະທົບ;
- ກໍລະນີ ຜູ້ທີ່ໄດ້ຮັບຜົນກະທົບ ບໍ່ຍອມຮັບເອົາການທົດແທນ ຈະໄດ້ຮັບການປະຕິບັດຕາມກົດໝາຍ.
3. ກຳນົດເວລາຮື້ຖອນ:
ພາຍຫຼັງທີ່ໄດ້ຮັບການທົດແທນຄົບຖ້ວນແລ້ວ ຜູ້ໄດ້ຮັບຜົນກະທົບຕ້ອງໄດ້ຮື້ຖອນ ເຮືອນ, ຄອກສັດ, ຮົ້ວ, ຕົ້ນໄມ້ ໃຫ້ສຳເລັດພາຍໃນ ໜຶ່ງເດືອນ, ຖ້າບໍ່ຮື້ຖອນຕາມເວລາທີ່ກຳນົດໄວ້ ບໍລິສັດສາມາດເຂົ້າໄປບຸກເບີກ ແລະ ນຳໃຊ້ເນື້ອທີ່.
第ມາດຕາ 11条
第11条 补偿单价
1. 开垦农业用地的劳动力费用
土地类型 单位 计算价格(基普)| 备注
1. 水田 平方米 15,000 |
2. 园地 平方米 3,000
2. 拆除棚屋和畜圈的劳动力费用
序号 项目 单位 | 价格(基普)备注
1 | 棚屋 平方米 100,000
2 | 畜圈 平方米 100,000
3. 拆除篱笆的劳动力费用
序号 项目 单位 | 价格(基普)备注
1 | 木桩+带刺铁丝6线 延长米 24,000
2 | 木桩+带刺铁丝4线 延长米 22,000
3 | 木桩+带刺铁丝8线 延长米 20,000
4 | 木桩+木杆 延长米 20,000
5 | 木桩+竹杆 延长米 18,000
6 | 竹桩+竹杆 延长米 15,300
4. 水坝(灌溉渠)补偿单价:
- 混凝土、土石坝(水坝)将根据评估委员会的建设价值进行补偿:
- 挖渠填土劳动力费用:每米150,000基普。
5. 果树补偿单价
(单位:基普)
序号 项目 1年 2年 3年 4年 5年 >6年
1 | 柚子树 45,000 | 60,000 | 75,000 | 90,000 | 105,000 | 270,000
2 | 芒果树 50,000 | 65,000 | 80,000 | 95,000 | 110,000 | 260,000
3 | 酸角树 25,000 | 35,000 | 45,000 | 55,000 | 65,000 | 171,000
4 | 甜角树 55,000 | 70,000 | 85,000 | 100,000 | 115,000 | 300,000
5 | 改良种释迦树 51,000 | 61,000 | 71,000 | 81,000 | 91,000 | 220,000
6 | 本地释迦树 25,000 | 35,000 | 45,000 | 69,000 | 69,000 | 69,000
7 | 椰子树 30,000 | 45,000 | 60,000 | 75,000 | 90,000 | 350,000
8 | 大橙子树 80,000 | 45,000 | 60,000 | 75,000 | 90,000 | 300,000
9 | 小橙子树 50,000 | 65,000 | 80,000 | 95,000 | 110,000 | 350,000
10 | 柠檬树 40,000 | 55,000 | 70,000 | 85,000 | 100,000 | 260,000
11 | 龙眼树 80,000 | 45,000 | 60,000 | 75,000 | 90,000 | 270,000
13 | 改良种荔枝树 30,000 | 45,000 | 60,000 | 75,000 | 90,000 | 137,000
14 | 本地荔枝树 25,000 | 35,000 | 45,000 | 55,000 | 65,000 | 130,000
15 | 莲雾树 30,000 | 45,000 | 60,000 | 75,000 | 90,000 | 270,000
16 | 番石榴树 25,000 | 35,000 | 45,000 | 55,000 | 65,000 | 69,000
17 | 枣树 30,000 | 45,000 | 60,000 | 75,000 | 90,000 | 240,000
18 | 本地菠萝蜜树 25,000 | 35,000 | 45,000 | 69,000 | 69,000 | 120,000
19 | 改良种菠萝蜜树 25,000 | 40,000 | 55,000 | 137,000 | 137,000 | 150,000
22 | 石榴树 25,000 | 40,000 | 55,000 | 110,000 | 110,000 | 110,000
23 | 榄仁树 20,000 | 35,000 | 50,000 | 65,000 | 80,000 | 240,000
24 | 牛奶果树 30,000 | 45,000 | 60,000 | 75,000 | 90,000 | 250,000
25 | 火龙果树 20,000 | 25,000 | 41,000 | 91,000 | 120,000 | 151,000
26 | 杨桃树 25,000 | 80,000 | 35,000 | 40,000 | 45,000 | 50,000
27 | 菠萝树 3,000 | 5,000 | 8,000 | 10,000 | 11,000 | 12,000(株/丛)
6. 工业树木补偿单价:
序号 | 项目 1 2 3 4 5 >6
1 | 橡胶树 85,000 | 100,000 | 180,000 | 150,000 | 200,000 | 350,000
2 | 柚木 25,000 | 45,000 | 60,000 | 70,000 | 100,000 | 300,000
3 | 红木 35,000 | 50,000 | 80,000 | 100,000 | 150,000 | 300,000
7. 竹类品种
序号 品种 单位 价格(基普)备注
1 | 竹 丛 250,000
2 | 家竹 丛 300,000
3 | 甜竹 丛 300,000
4 | 棕榈藤或藤 丛 40,000
8. 多年生植物补偿价格
序号 品种 单位 价格(基普)备注
1 | 香蕉(结果) 丛 90,000
2 | 香蕉(未结果) 丛 30,000
3 | 甘蔗 丛 40,000
备注:
- 对于上表中未列出的果树,应参照具有类似价值的果树种类,根据适当性进行计算。
- 获得补偿的树木必须是种植的树木。
- 对于草本植物,不予补偿。
- 从篱笆和棚屋拆除的材料归原主所有。
ພາສາລາວ (老挝语原文)
ມາດຕາ 11 ຫົວໜ່ວຍລາຄາທົດແທນ
1. ຄ່າແຮງງານບຸກເບີກ ດິນກະສິກຳ
ປະເພດທີ່ດິນ ຫົວໜ່ວຍ ລາຄາຄິດໄລ່ (ກີບ) | ໝາຍເຫດ
1. ດິນນາ ມຣ 15.000 |
2. ດິນສວນ ມຣ 3.000
2. ຄ່າແຮງງານຮື້ຖອນ ຖຽງ ແລະ ຄອກສັດ
ລ/ດ ລາຍການ ຫົວໜ່ວຍ | ລາຄາ (ກີບ) ໝາຍເຫດ
1 | ຖຽງ ມຣ 100.000
2 | ຄອກສັດ ມຣ 100.000
3. ຄ່າແຮງງານຮື້ຖອນ ຮົ້ວ
ລ/ດ ລາຍການ ຫົວໜ່ວຍ | ລາຄາ (ກີບ) ໝາຍເຫດ
1 | ຮົ້ວເສົາໄມ້ + ໜາມບົນກຈັບ 6 ຮາວ ແມັດຍາວ 24.000
2 | ຮົ້ວເສົາໄມ້ + ໜາມບົນກຈັບ 4 ຮາວ ແມັດຍາວ 22.000
3 | ຮົ້ວເສົາໄມ້ + ໜາມບົນກຈັບ 8 ຮາວ ແມັດຍາວ 20.000
4 | ຮົ້ວເສົາໄມ້ + ຮາວໄມ້ ແມັດຍາວ 20.000
5 | ຮົ້ວເສົາໄມ້ + ຮາວໄມ້ໄຜ່ ແມັດຍາວ 18.000
6 | ຮົ້ວເສົາໄມ້ໄຜ່ + ຮາວໄມ້ໄຜ່ ແມັດຍາວ 15.300
4. ຫົວໜ່ວຍລາຄາທົດແທນ ຝາຍກັນນ້ຳ (ຄອງເພື່ອງ):
- ຝາຍກັນນ້ຳ (ຫົວງານ) ທີ່ເຮັດດ້ວຍເບຕົງ, ດັນດ້ວຍດິນ-ຫີນ ແມ່ນຈະທົດແທນ ຕາມມູນຄ່າການກໍ່ສ້າງ ທີ່ຄະນະກຳມະການປະເມີນ:
- ຄ່າແຮງງານຂຸດຄອງເຫຼືອງດິນ: 150.000 ກີບຕໍ່ແມັດ.
5. ຫົວໜ່ວຍລາຄາທົດແທນ ຕົ້ນໄມ້ໃຫ້ໝາກ
(ຫົວໜ່ວຍກີບ)
ລ/ດ ລາຍການ 1ປີ 2ປີ 3ປີ 4ປີ 5ປີ >6ປີ
1 | ຕົ້ນໝາກມື້ 45,000 | 60,000 | 75,000 | 90,000 | 105,000 | 270,000
2 | ຕົ້ນໝາກມ່ວງ 50,000 | 65,000 | 80,000 | 95,000 | 110,000 | 260,000
3 | ຕົ້ນໝາກຂາມສົ້ມ 25,000 | 35,000 | 45,000 | 55,000 | 65,000 | 171,000
4 | ຕົ້ນໝາກຂາມຫວານ 55,000 | 70,000 | 85,000 | 100,000 | 115,000 | 300,000
5 | ຕົ້ນໝາກສີດາພັນ 51,000 | 61,000 | 71,000 | 81,000 | 91,000 | 220,000
6 | ຕົ້ນໝາກສີດາບ້ານ 25,000 | 35,000 | 45,000 | 69,000 | 69,000 | 69,000
7 | ຕົ້ນໝາກພ້າວ 30,000 | 45,000 | 60,000 | 75,000 | 90,000 | 350,000
8 | ຕົ້ນໝາກກ້ຽງໃຫຍ່ 80,000 | 45,000 | 60,000 | 75,000 | 90,000 | 300,000
9 | ຕົ້ນໝາກກ້ຽງນ້ອຍ 50,000 | 65,000 | 80,000 | 95,000 | 110,000 | 350,000
10 | ຕົ້ນໝາກນາວ 40,000 | 55,000 | 70,000 | 85,000 | 100,000 | 260,000
11 | ຕົ້ນໝາກລຳໄຍ 80,000 | 45,000 | 60,000 | 75,000 | 90,000 | 270,000
13 | ຕົ້ນໝາກຕ້ອງພັນ 30,000 | 45,000 | 60,000 | 75,000 | 90,000 | 137,000
14 | ຕົ້ນໝາກຕ້ອງບ້ານ 25,000 | 35,000 | 45,000 | 55,000 | 65,000 | 130,000
15 | ຕົ້ນໝາກລົ້ນຈື 30,000 | 45,000 | 60,000 | 75,000 | 90,000 | 270,000
16 | ຕົ້ນໝາກເຟືອງ 25,000 | 35,000 | 45,000 | 55,000 | 65,000 | 69,000
17 | ຕົ້ນໝາກເງາະ 30,000 | 45,000 | 60,000 | 75,000 | 90,000 | 240,000
18 | ຕົ້ນໝາກກະທັນບ້ານ 25,000 | 35,000 | 45,000 | 69,000 | 69,000 | 120,000
19 | ຕົ້ນໝາກກະທັນພັນ 25,000 | 40,000 | 55,000 | 137,000 | 137,000 | 150,000
22 | ຕົ້ນໝາກພິລາ 25,000 | 40,000 | 55,000 | 110,000 | 110,000 | 110,000
23 | ຕົ້ນໝາກຄໍ້ 20,000 | 35,000 | 50,000 | 65,000 | 80,000 | 240,000
24 | ຕົ້ນໝາກນ້ຳນົມ 30,000 | 45,000 | 60,000 | 75,000 | 90,000 | 250,000
25 | ຕົ້ນໝາກໄຟ 20,000 | 25,000 | 41,000 | 91,000 | 120,000 | 151,000
26 | ຕົ້ນໝາກຮຸ່ງ 25,000 | 80,000 | 35,000 | 40,000 | 45,000 | 50,000
27 | ຕົ້ນໝາກນັດ 3,000 | 5,000 | 8,000 | 10,000 | 11,000 | 12,000 (ຕົ້ນ/ສຸ່ມ)
6. ລາຄາຫົວໜ່ວຍທົດແທນຕົ້ນໄມ້ອຸດສາຫະກຳ:
ລ/ດ | ລາຍການ 1 2 3 4 5 >6
1 | ຢາງພາລາ 85,000 | 100,000 | 180,000 | 150,000 | 200,000 | 350,000
2 | ໄມ້ເກດສະ 25,000 | 45,000 | 60,000 | 70,000 | 100,000 | 300,000
3 | ໄມ້ດູ່ 35,000 | 50,000 | 80,000 | 100,000 | 150,000 | 300,000
7. ປະເພດໄມ້ປ່ອງ
ລ/ດ ປະເພດ ຫົວໜ່ວຍ ລາຄາ (ກີບ) ໝາຍເຫດ
1 | ໄມ້ຊ່າງໄພ ສຸມ 250,000
2 | ໄມ້ໄຜ່ບ້ານ ສຸມ 300,000
3 | ໄມ້ໄຜ່ຫົກຫວານ ສຸມ 300,000
4 | ຫໍ່ບຸ່ນ ຫຼື ຫວາຍ ສຸມ 40,000
8. ລາຄາທົດແທນປະເພດພືດຢືນຕົ້ນ
ລ/ດ ປະເພດ ຫົວໜ່ວຍ ລາຄາ (ກີບ) ໝາຍເຫດ
1 | ກ້ວຍ (ໃຫ້ໝາກ) ສຸມ 90,000
2 | ກ້ວຍ (ບໍ່ທັນໃຫ້ໝາກ) ສຸມ 30,000
3 | ອ້ອຍ ສຸມ 40,000
ໝາຍເຫດ:
- ສຳລັບຕົ້ນໄມ້ໃຫ້ໝາກ ທີ່ບໍ່ໄດ້ລະບຸໃນຕາຕະລາງຂ້າງເທິງນີ້ ແມ່ນໃຫ້ຄິດໄລ່ໂດຍສົມທຽບໃສ່ປະເພດ ໄມ້ໃຫ້ໝາກທີ່ມີຄຸນຄ່າຄ້າຍຄືກັນ ໂດຍອີງຕາມຄວາມເໝາະສົມ.
- ຕົ້ນໄມ້ທີ່ຈະໄດ້ຮັບການທົດແທນ ຕ້ອງແມ່ນຕົ້ນໄມ້ທີ່ປູກ.
- ສຳລັບ ພືດປະເພດລົມລູກ ແມ່ນບໍ່ໄດ້ຮັບການທົດແທນ.
- ສ່ວນວັດສະດຸທີ່ມ້າງອອກຈາກຮົ້ວ ແລະ ຖຽງ ແມ່ນມອບໃຫ້ເຈົ້າຂອງເດີມ.
第ມາດຕາ 12条
第12条 禁止个人、法人和组织
已获得补偿后,禁止制造新信息以要求额外补偿或诬告歪曲事实,在执行相关工作人员职责时。
严禁未经相关方许可,擅自侵入项目特许区定居、建造房屋、各种建筑物、抢占土地;
迁移、改变或破坏作为国家生产林或矿产开采项目特许区的边界标志区域;
阻碍负责委员会、影响调解委员会及相关方履行职责;
在国家已补偿的情况下,索取或要求超出实际的补偿;
向负责委员会、其他相关工作人员行贿、给报酬、串通;
使用暴力、胁迫、阻碍、蔑视和破坏各种证据信息;
以任何形式煽动、诬告个人、法人和组织;
个人、法人和组织禁止提供虚假信息、伪造文件、制造新信息、有阻碍行为、威胁工作人员及相关人员在执行工作任务时。
ພາສາລາວ (老挝语原文)
ມາດຕາ 12 ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ
ທີ່ໄດ້ຮັບຄ່າທົດແທນແລ້ວ ຫ້າມບໍ່ໃຫ້ມີການສ້າງຂໍ້ມູນໃໝ່ ເພື່ອຮຽກຮ້ອງຄ່າທົດແທນຕື່ມ ຫຼື ໃສ່ຮ້າຍ
ບິດເບືອນຄວາມເປັນຈິງ ໃນການປະຕິບັດໜ້າທີ່ຂອງພະນັກງານພາກສ່ວນທີ່ກ່ຽວຂ້ອງ.
ບຸກລຸກເຂົ້າໄປຕັ້ງຖິ່ນຖານສ້າງເຮືອນທີ່ຢູ່ອາໄສ, ສິ່ງປຸກສ້າງຕ່າງໆ, ຈັບຈອງທີ່ດິນໃນເຂດສຳປະທານ
ໂຄງການ ໂດຍບໍ່ໄດ້ຮັບອະນຸຍາດ ຈາກພາກສ່ວນທີ່ກ່ຽວຂ້ອງຢ່າງເດັດຂາດ;
ຍົກຍ້າຍ, ປ່ຽນແປງ ຫຼື ທຳລາຍເຂດຫຼັກໝາຍຂອບເຂດທີ່ເປັນປ່າຜະລິດແຫ່ງຊາດ ຫຼື ເນື້ອທີ່ສຳປະທານ
ຂອງໂຄງການຂຸດຄົ້ນແຮ່ທາດ;
ຂັດຂວາງການປະຕິບັດໜ້າທີ່ຂອງຄະນະຮັບຜິດຊອບ, ຄະນະກຳມະການໄກ່ເກ່ຍຜົນກະທົບ ແລະ
ພາກສ່ວນທີ່ກ່ຽວຂ້ອງ;
ທວງເອົາ ຫຼື ຮຽກຮ້ອງຄ່າຕອບແທນເກີນຄວາມເປັນຈິງ ໃນກໍລະນີ ທີ່ລັດໄດ້ທົດແທນໃຫ້;
ໃຫ້ສິນບົນ, ຄ່າຈ້າງ, ສົມຮູ້ຮ່ວມຄິດກັບຄະນະຮັບຜິດຊອບ, ພະນັກງານອື່ນໆ ທີ່ກ່ຽວຂ້ອງ;
ໃຊ້ຄວາມຮຸນແຮງ, ບັງຄັບນາບຂູ່, ຂັດຂວາງ, ຫຍິ່ງປະມາດ ແລະ ທຳລາຍຫຼັກຖານຂໍ້ມູນຕ່າງໆ;
ປຸກລະດົມຂົນຂວາຍ, ໃສ່ຮ້າຍ ທຸກຮູບແບບ ຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ;
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຫ້າມໃຫ້ຂໍ້ມູນເທັດ, ປອມແປງເອກະສານ, ສ້າງຂໍ້ມູນໃໝ່, ມີພຶດຕິ
ກຳຂັດຂວາງ, ນາບຂູ່ຕໍ່ເຈົ້າໜ້າທີ່ ແລະ ພະນັກງານທີ່ກ່ຽວຂ້ອງໃນເວລາລົງຈັດຕັ້ງປະຕິບັດໜ້າທີ່ວຽກງານ.
本页展示前 12 条,全文共 30 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读