关于南俄河下游流域水源防护林管理的协议
ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງປ່າປ້ອງກັນແຫຼ່ງນ້ຳ ເຂດອ່າງຮັບນ້ຳຍ້ວງຕອນໃຕ້
Agreement on the Management of Water Source Protection Forests in the Lower Nam Ngum River Basin
简介
该协议调整南俄河下游流域水源防护林的管理活动,核心内容包括划定保护区范围、明确术语定义、规定管理原则及各方参与责任。
Summary
This agreement governs management activities of watershed protection forests in the lower Nam Ngum River basin, with the core including delineation of protected areas, definition of terms, management principles, and responsibilities of involved parties.
ບົດສະຫຼຸບ
ຂໍ້ຕົກລົງສະບັບນີ້ຄຸ້ມຄອງກິດຈະການຄຸ້ມຄອງປ່າປ້ອງກັນແຫຼ່ງນ້ຳໃນລຸ່ມນ້ຳງື່ມ, ເນັ້ນໃສ່ການກຳນົດເຂດປ່າສະຫງວນ, ຄຳນິຍາມຄຳສັບ, ຫຼັກການຄຸ້ມຄອງ ແລະ ຄວາມຮັບຜິດຊອບຂອງທຸກພາກສ່ວນ.
条文
第ມາດຕາ 1条
第2条 南部央永流域水源保护区标志管理
南部央永流域水源保护区标志管理是指确定原则、方法和措施,以组织实施南部央永流域水源保护区标志管理。
ພາສາລາວ (老挝语原文)
ມາດຕາ 2 ການຄຸ້ມຄອງປ້າຍປ້ອງກັນແຫຼ່ງນ້ຳ ເຂດອ່າງຮັບນ້ຳຢ້ວງຕອນໃຕ້
ການຄຸ້ມຄອງປ້າຍປ້ອງກັນແຫຼ່ງນ້ຳເຂດອ່າງຮັບນ້ຳຢ້ວງຕອນໃຕ້ ແມ່ນການກຳນົດຫຼັກການ, ວິທີການ ແລະ ມາດຕະການໃນການຈັດຕັ້ງປະຕິບັດການຄຸ້ມຄອງປ້າຍປ້ອງກັນແຫຼ່ງນ້ຳ ເຂດອ່າງຮັບນ້ຳຢ້ວງຕອນໃຕ້.
第ມາດຕາ 2条
第2条 术语解释
1. 水源 指水长期或临时聚集、栖息、停留或流动的地方;水源来自自然或人为形成,存在于地表、地下和空气中;
2. 流域 指从水源到河口的所有森林和土地面积,从分水岭开始,雨水汇集形成水源系统;
3. 水源林区 指防护林中的森林和森林土地,是河流的发源地;
4. 河岸林 指沿河、溪、沟、塘、沼划定的防护林区域,具有森林生态系统的特定特征,用于防止河岸侵蚀、水土流失,减少水流和沉积物进入河流、水库,从河岸向外每侧至少50米(五十米)以上;
5. 路旁林 指为防止路旁土壤侵蚀而划定的防护林区域,包括道路保护区内的森林,从路沿向外每侧至少50米(五十米)以上;
6. 森林管理 指对森林进行的活动,如调查、规划分配、研究试验、利用森林产品、水源等按分配计划进行;
7. 森林保护 指为保护水源、防止侵蚀和土壤质量、国防战略区、自然灾害防治、环境等而进行的各种森林活动;
8. 禁止类水生和野生动物 指总理令第08/ນຍ号,2021年8月25日附件I中规定的禁止类水生和野生动物,是稀有、濒危、高价值、对经济社会发展和环境及科学研究具有特殊重要性的物种,需要管理、检查、保护、养护和发展,如:云豹、赤麂、鬣羚、老挝水牛、黑水牛、马来貘、豚尾猴、穿山甲、大角羚、黑羚、野牛、岩羊、野鹿、泽鹿、爪哇野牛、白臀野牛、大斑灵猫、小斑灵猫、果子狸、懒猴、巨松鼠、眼镜王蛇、蟒蛇、亚洲鳖、纹胸鱼、黑颈鹤、绿孔雀、白鹇、原鸡、鸮、犀鸟、鲶鱼、攀鲈、鳢鱼、鲤鱼、电鳗等;
9. 管理类水生和野生动物 指总理令第08/ນຍ号,2021年8月25日附件II中规定的管理类水生和野生动物,是对经济社会、环境、各民族人民生活及科学研究具有益处的物种,需要管理、检查、控制使用,如:野猪、野兔、豪猪、麝香猫、松鼠、麂、大羚羊、穿山甲、巨松鼠、鼷鹿、懒猴、竹鼠、野鸡、鹧鸪、眼镜蛇、鲶鱼、鳙鱼、鲢鱼、青蛙、蜜蜂、胡蜂等;
10. 普通类水生和野生动物 指农林部令第2220/ກປ号,2020年11月27日附件III中规定的水生和野生动物,是能在自然中广泛繁殖的物种,对经济社会发展、环境及科学研究具有重要意义。此类物种不在附件I和II中,可依法利用,但须确保不灭绝,且不对生态系统和环境造成不良影响,如:野猪、赤麂、黄麂、豪猪、眼镜蛇、绿蛇、金环蛇、巨蜥、鹧鸪、鳄鱼、鳙鱼、鲢鱼、鲤鱼、虾、蟹、青蛙、田鸡等;
11. 村庄保护区 指在使用管理区内的森林土地,资源丰富,具有传统和宗教信仰,被划定为村庄内保留的区域;
12. 村庄利用林 指在使用管理区内的森林土地,被划定为允许村民传统利用森林和森林产品的区域;
13. 临时定居点 指迁移群体进入某一偏远农村地区定居的场所。
ພາສາລາວ (老挝语原文)
ມາດຕາ 2 ອະທິບາຍຄຳສັບ
1. ແຫຼ່ງນ້ຳ ໝາຍເຖິງສະຖານທີ່ທີ່ມີການເຕົ້າໂຮມ, ອາໄສ, ພັກຕົວ ຫຼື ເຄື່ອນໄຫວແບບຖາວອນ ຫຼື ຊົ່ວຄາວຂອງນ້ຳ; ແຫຼ່ງນ້ຳເກີດຂຶ້ນຈາກທຳມະຊາດ ຫຼື ມະນຸດສ້າງຂຶ້ນ ທີ່ມີຢູ່ເທິງໜ້າດິນ, ໃຕ້ດິນ ແລະ ໃນອາກາດ;
2. ອ່າງຮັບນ້ຳ ໝາຍເຖິງຂອບເຂດເນື້ອທີ່ປ່າໄມ້ ແລະ ເນື້ອທີດິນທຸກຕອນ ຕັ້ງແຕ່ຍອດນ້ຳ ຈົນຮອດປາກນ້ຳ, ຕັ້ງແຕ່ບ່ອນທີ່ມີສັນປັນນ້ຳ ແລະ ເວລາທີ່ຝົນຕົກລົງມາໄຫຼໂຮມກັນເຂົ້າເປັນລະບົບແຫຼ່ງນ້ຳ;
3. ເຂດປ່າຍອດນ້ຳ ໝາຍເຖິງເນື້ອທີ່ປ່າໄມ້ ແລະ ທີ່ດິນປ່າໄມ້ໃນປ່າປ້ອງກັນ ຊຶ່ງເປັນເຂດຕົ້ນກຳເນີດຂອງສາຍນ້ຳ;
4. ປ່າແຄມນ້ຳ ໝາຍເຖິງ ເນື້ອທີ່ປ່າປ້ອງກັນທີ່ກຳນົດໄວ້ຕາມແຄມນ້ຳ, ຫ້ວຍ, ຮ່ອງ, ໜອງບຶງ ຊຶ່ງມີລັກສະນະສະເພາະທາງດ້ານລະບົບນິເວດຂອງປ່າໄມ້, ເພື່ອປ້ອງກັນການເຊາະເຈື່ອນ, ການກັດເຊາະດິນແຄມນ້ຳ, ຫຼຸດຜ່ອນການໄຫຼບ່າຂອງນ້ຳ ແລະ ການຕົກຕະກອນລົງໃສ່ແມ່ນ້ຳ, ອ່າງເກັບນ້ຳ ຊຶ່ງນັບແຕ່ແຄມນ້ຳອອກໄປເບື້ອງລະຢ່າງນ້ອຍ 50 ແມັດ (ຫ້າສິບແມັດ) ຂຶ້ນໄປ;
5. ປ່າແຄມທາງ ໝາຍເຖິງ ເນື້ອທີ່ປ່າປ້ອງກັນ ທີ່ກຳນົດໄວ້ ເພື່ອປ້ອງກັນການເຊາະເຈື່ອນຂອງດິນແຄມທາງ ລວມທັງປ່າໄມ້ທີ່ມີຢູ່ໃນເຂດສະຫງວນຂອງທາງ ຊຶ່ງນັບແຕ່ແຄມທາງອອກໄປເບື້ອງລະຢ່າງນ້ອຍ 50 ແມັດ (ຫ້າສິບແມັດ) ຂຶ້ນໄປ;
6. ການຄຸ້ມຄອງປ່າໄມ້ ໝາຍເຖິງ ການດຳເນີນກິດຈະການ ກ່ຽວກັບ ປ່າໄມ້ ເຊັ່ນ: ການສຳຫຼວດ, ການວາງແຜນຈັດສັນ, ການຄົ້ນຄວ້າທົດລອງ, ການນຳໃຊ້ຜະລິດຕະພັນ ຈາກປ່າໄມ້, ແຫຼ່ງນ້ຳ ຕາມແຜນຈັດສັນ;
7. ການປົກປັກຮັກສາປ່າໄມ້ ໝາຍເຖິງການດຳເນີນກິດຈະການຕ່າງໆ ກ່ຽວກັບປ່າໄມ້ເພື່ອການຮັກສາແຫຼ່ງນ້ຳ, ປ້ອງກັນການເຊາະເຈື່ອນ ແລະ ຄຸນນະພາບຂອງດິນ, ເຂດຍຸດທະສາດປ້ອງກັນຊາດ, ປ້ອງກັນໄພທຳມະຊາດ, ສິ່ງແວດລ້ອມ ແລະ ອື່ນໆ;
8. ສັດນ້ຳ ແລະ ສັດປ່າປະເພດຫ້າມ ໝາຍເຖິງສັດນ້ຳ ແລະ ສັດປ່າປະເພດຫ້າມທີ່ໄດ້ກຳນົດໄວ້ໃນບັນຊີ I ຂອງຂໍ້ຕົກລົງນາຍົກລັດຖະມົນຕີ ສະບັບເລກທີ 08/ນຍ, ລົງວັນທີ 25 ສິງຫາ 2021 ແມ່ນສັດປະເພດທີ່ຫາຍາກ, ໃກ້ຈະສູນພັນ, ມີຄຸນຄ່າສູງ, ມີຄວາມສຳຄັນພິເສດຕໍ່ການພັດທະນາເສດຖະກິດ-ສັງຄົມ, ສິ່ງແວດລ້ອມ ແລະ ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ ຈຳເປັນຕ້ອງໄດ້ຄຸ້ມຄອງ, ກວດກາ, ອະນຸລັກ, ປົກປັກຮັກສາ ແລະ ພັດທະນາ ເຊັ່ນ: ເສືອແມວ, ຂາແດງ, ຂາມົນ, ໂຄ່ງລາວ, ໂຄ່ງດຳ, ຕະຫຼຸງ, ລີງກັງ, ເສົາຫຼາ, ຟານເຂົາໃຫຍ່, ຟານດຳ, ເບືອງ, ເຍືອງຜາ, ກວາງປ່າ, ປາງລົ້ວ, ລື່ນງົວ, ລື່ນຄວາຍ, ເຫງັນຫາງປອງ, ເຫງັນຫາງຂໍ, ເຫງັນຫາງກ່ານ, ເຫງີນອັ້ມ, ແລນ, ກະຮອກຫພໍ້, ງູເຫຼືອມ, ງູເຫົ່າ, ເຕົ່າເພັກ, ປາຜາອອງ, ນົກກົກຄໍຄຳ, ນົກແກ້ວ, ນົກກົດຕອງ, ນົກກົດບືດ, ນົກເຄົ້າ, ນົກສາລີກາ, ປາກັງ, ປາຜາໄລ, ປາກະໂຫ, ປາກວັນ, ປາໄຫຼໄຟຟ້າ ແລະ ອື່ນໆ;
9. ສັດນ້ຳ ແລະ ສັດປ່າປະເພດຄຸ້ມຄອງ ໝາຍເຖິງສັດນ້ຳ ແລະ ສັດປ່າປະເພດຄຸ້ມຄອງທີ່ໄດ້ກຳນົດໄວ້ໃນບັນຊີ II ຂອງຂໍ້ຕົກລົງນາຍົກລັດຖະມົນຕີ ສະບັບເລກທີ 08/ນຍ, ລົງວັນທີ 25 ສິງຫາ 2021 ແມ່ນ ສັດນ້ຳ ແລະ ສັດປ່າທີ່ມີຄຸນປະໂຫຍດທາງດ້ານເສດຖະກິດ-ສັງຄົມ, ສິ່ງແວດລ້ອມ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ. ສັດປະເພດດັ່ງກ່າວຕ້ອງມີການຄຸ້ມຄອງ, ກວດກາ, ຄວບຄຸມການນຳໃຊ້ ເຊັ່ນ: ຫູປ່າ, ກະຕ່າຍປ່າ, ເໜັ້ນ, ຫອນ, ໄກ້, ຈອນຟອນ, ອົ້ນໃຫຍ່, ໜາຫວາຍ, ກະຮອກ, ກະແຕ, ໂຕຕຸ່ນ, ກະທ້າງ, ນົກເຂົາ, ນົກໄຊ່, ງູສິງ, ປາເຄີງ, ປາແກງ, ປາຊິວອ້າວ, ອື່ງເພົ້າ, ເຜິ້ງ, ຕໍ່ຂຸມ ແລະ ອື່ນໆ;
10. ສັດນ້ຳ ແລະ ສັດປ່າປະເພດທົ່ວໄປ ໝາຍເຖິງສັດນ້ຳ ແລະ ສັດປ່າທີ່ໄດ້ກຳນົດໄວ້ໃນບັນຊີ III ຂອງຂໍ້ຕົກລົງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 2220/ກປ, ລົງວັນທີ 27 ພະຈິກ 2020 ແມ່ນປະເພດສັດນ້ຳ-ສັດປ່າ ທີ່ສາມາດຂະຫຍາຍພັນໄດ້ຕາມທຳມະຊາດຢ່າງກວ້າງຂວາງ ຊຶ່ງມີຄວາມສຳຄັນຕໍ່ການພັດທະນາເສດຖະກິດສັງຄົມ ແລະ ສິ່ງແວດລ້ອມ ແລະ ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ. ສັດປະເພດດັ່ງກ່າວ ບໍ່ນອນໃນບັນຊີ I ແລະ II ສາມາດຊົມໃຊ້ໄດ້ຕາມລະບຽບກົດໝາຍ ໂດຍຮັບປະກັນບໍ່ໃຫ້ສູນພັນ ພ້ອມທັງບໍ່ໃຫ້ມີຜົນກະທົບອັນບໍ່ດີຕໍ່ລະບົບນິເວດ ແລະ ສິ່ງແວດລ້ອມ ເຊັ່ນ: ກະເລນ, ກະໄນ່, ກະຈ້ອນ, ຫຸພຸກ, ງູສາ, ງູຂຽວ, ງູກະບາ, ຈີໂກະ, ນົກຂຸ້ມ, ປາແຂ້, ປາໂດ, ປາຈາດ, ປາປາກ, ປາກົດ, ກຸ້ງ, ປູ, ອື່ງຢາງ, ກົບ, ຂຽດ ແລະ ອື່ນໆ;
11. ປ່າສະຫງວນຂອງບ້ານ ໝາຍເຖິງເຂດເນື້ອທີ່ດິນປ່າໄມ້ ທີ່ນອນໃນເຂດຄຸ້ມຄອງນຳໃຊ້ ມີຄວາມອຸດົມສົມບູນ, ມີຄວາມເຊື່ອຖືຕາມປະເພນີ ແລະ ທາງສາດສະໜາ ໄດ້ຖືກຈັດສັນ ເພື່ອສະຫງວນໄວ້ພາຍໃນບ້ານ;
12. ປ່າຊົມໃຊ້ຂອງບ້ານ ໝາຍເຖິງເຂດເນື້ອທີ່ດິນປ່າໄມ້ ທີ່ນອນໃນເຂດຄຸ້ມຄອງນຳໃຊ້ ໄດ້ຖືກຈັດສັນອະນຸຍາດໃຫ້ປະຊາຊົນນຳໃຊ້ປ່າໄມ້ ແລະ ຜະລິດຕະພັນປ່າໄມ້ແບບປະເພນີ;
13. ສະນ້ຳ ໝາຍເຖິງ ສະຖານທີ່ບ່ອນພັກເຊົາຂອງກຸ່ມຄົນທີ່ເຄື່ອນຍ້າຍເຂົ້າໄປຕັ້ງຖິ່ນຖານໃນພື້ນທີ່ໃດໜຶ່ງ ເຂດຊົນນະບົດທີ່ຫ່າງໄກສອກຫຼີກ.
第ມາດຕາ 3条
第4条 省级行政机关关于南俄水库水源保护林管理的政策
省级行政机关鼓励和支持个人、法人、国家机关、私营部门、国内外国际组织参与管理、保护南俄水库水源保护林,使其丰富,通过预算支持、森林开发、林地分配、稳定农业生产区、渔业活动以及改善目标村庄居民的生活条件。
ພາສາລາວ (老挝语原文)
ມາດຕາ 4 ນະໂຍບາຍຂອງອົງການປົກຄອງແຂວງ ກ່ຽວກັບການຄຸ້ມຄອງປ່າປ້ອງກັນແຫຼ່ງນ້ຳ ເຂດອ່າງຮັບນ້ຳຍ້ວງຕອນໃຕ້
ອົງການປົກຄອງແຂວງຊຸກຍູ້ສົ່ງເສີມໃຫ້ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງຂອງລັດ, ເອກະຊົນ, ອົງການຈັດຕັ້ງສາກົນພາຍໃນ ແລະ ຕ່າງປະເທດ ໃຫ້ມີສ່ວນຮ່ວມໃນການຄຸ້ມຄອງ, ປົກປັກຮັກສາ ປ່າປ້ອງກັນແຫຼ່ງນ້ຳ ເຂດອ່າງຮັບນ້ຳຍ້ວງຕອນໃຕ້ໃຫ້ອຸດົມສົມບູນ ດ້ວຍການສະໜັບສະໜູນດ້ານງົບປະມານ, ພັດທະນາປ່າໄມ້, ຈັດສັນເນື້ອທີ່ດິນປ່າໄມ້, ເຂດທຳການຜະລິດກະສິກຳທີ່ໝັ້ນຄົງ, ການດຳເນີນກິດຈະການດ້ານການປະມົງ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃນບ້ານເປົ້າໝາຍໃຫ້ດີຂຶ້ນ.
第ມາດຕາ 4条
第4条 管理、保护森林资源和生物多样性的基本原则 在南屯河流域水源保护区内,遵循以下原则:
1. 正确、符合党和国家方针、宪法、法律及其他法规。
2. 符合省级经济社会发展愿景、战略和规划。
3. 通过人民和相关方的参与,确保保护林、水源林、生物多样性和环境的丰富性。
4. 确保透明、公开、公正和可核查。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການພື້ນຖານໃນການຄຸ້ມຄອງ, ປົກປັກຮັກສາຊັບພະຍາກອນປ່າໄມ້ ແລະ ຊີວະນາໆພັນ ໃນພື້ນທີ່ປ່າປ້ອງກັນແຫຼ່ງນ້ຳ ເຂດອ່າງຮັບນ້ຳຍ້ວງຕອນໃຕ້ ປະຕິບັດຕາມຫຼັກການດັງນີ້:
1. ຖືກຕ້ອງ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດ, ລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການອື່ນໆ.
2. ສອດຄ່ອງກັບວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຂວງ.
3. ຮັບປະກັນການປົກປັກຮັກສາປ່າປ້ອງກັນ, ປ່າຍອດນ້ຳ, ປ່າແຫຼ່ງນ້ຳ, ຊີວະນາໆພັນ ແລະ ສິ່ງແວດລ້ອມໃຫ້ອຸດົມສົມບູນດ້ວຍການມີສ່ວນຮ່ວມຂອງປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ.
4. ຮັບປະກັນຄວາມໂປ່ງໃສ, ເປີດເຜີຍ, ຍຸຕິທຳ ແລະ ສາມາດກວດສອບໄດ້.
第ມາດຕາ 5条
第5条 协议适用范围
本协议适用于在老挝人民民主共和国境内和境外从事保护水源林、南屯河流域南部及波里坎赛省活动的个人、法人及组织。
ພາສາລາວ (老挝语原文)
ມາດຕາ 5 ຂອບເຂດໃນການນຳໃຊ້ຂໍຕົກລົງ
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າເຄື່ອນໄຫວໃນປ່າປ້ອງກັນແຫຼ່ງນ້ຳ ເຂດອ່າງຮັບນ້ຳຍ້ວງຕອນໃຕ້ ແຂວງບໍລິຄຳໄຊ.
第ມາດຕາ 6条
第6条 水源林保护区面积范围 南屯河流域
南屯河流域水源林保护区总面积为54,517.58公顷,与3个县、9个村接壤,即:
1. 坎格县包括5个村(乔森坎、通维坎、塔萨拉、桑泰和纳乍莱)。
2. 维通县有3个村(纳迪、乌多姆赛、帕科)。
3. 赛占蓬县有1个村(纳坚)。
南屯河流域水源林保护区面积范围的各方向与目标村接壤如下:
北面 与维通县帕科村、赛占蓬县纳坚村和坎格县乔森坎村接壤,从东经104°36'30"、北纬18°25'42"至东经104°59'47"、北纬18°25'4",起点从帕瑟拉特到普科,下到帕科村墓地上方,上到帕约,下到会加德源头,经过会丹尤、会达莱、会桑源头,沿卡芒河到普惠、普会匡,到南屯河口,然后沿屯河上到帕维山脚纳乍莱村边界,距离63.07公里。
南面 与坎格县通维坎村和塔萨拉村接壤,从东经104°56'21"、北纬18°17'21"至东经104°36'4"、北纬18°17'44",起点从普会达到普会梅到南卡会,沿南卡会到会梅堆线,经过会卡巴,山脊科海告都(会卡宝源头)到帕波,上到帕内、帕邦,经过普赛到会欣拉,距离45.33公里。
东面 与坎格县乔森坎村、纳乍莱村和桑泰村接壤,从东经104°59'47"、北纬18°25'4"至东经104°56'21"、北纬18°17'21",起点从帕维山脚经过普朗洪山脊下到会萨,到普孔考,沿普孔考山脚到普古,距离20.63公里。
西面 与维通县纳迪村和乌多姆赛村接壤,从东经104°36'4"、北纬18°17'44"至东经104°36'30"、北纬18°25'42",起点从会欣拉到会勒、会拉伊彭,经过帕维,沿帕维下到南阿,经过普巴贝到会巴东,然后经过会卡多、帕楞、南双源头和普南达温山脊,距离28.95公里。
ພາສາລາວ (老挝语原文)
ມາດຕາ 6 ຂອບເຂດເນື້ອທີ່ປ່າປ້ອງກັນແຫຼ່ງນໍ້າ ເຂດອ່າງຮັບນ້ຳຍ້ວງຕອນໃຕ້
ປ່າປ້ອງກັນແຫຼ່ງນ້ຳ ເຂດອ່າງຮັບນ້ຳຍ້ວງຕອນໃຕ້ ມີເນື້ອທີ່ທັງໝົດ 54,517.58 ຮຕ, ມີເຂດແດນຕິດກັບ 3 ຕົວເມືອງ, 9 ບ້ານ ຄື:
1. ເມືອງຄຳເກີດ ປະກອບມີ 5 ບ້ານ (ແກ້ວແສນຄຳ, ທົ່ງວຽງຄຳ, ທ່າສາລາ, ຊຳເຕີຍ ແລະ ນາຈາໄຫຼ).
2. ເມືອງວຽງທອງ ມີ 3 ບ້ານ (ບ້ານນາດີ, ອຸດົມໄຊ, ຜາຂອດ).
3. ເມືອງໄຊຈຳພອນ ມີ 1 ບ້ານ (ບ້ານນາແຈງ).
ຊຶ່ງແຕ່ລະທິດຂອງຂອບເຂດເນື້ອທີ່ປ່າປ້ອງກັນແຫຼ່ງນ້ຳ ເຂດອ່າງຮັບນ້ຳຍ້ວງຕອນໃຕ້ ຕິດກັບບ້ານເປົ້າຫາຍດັ່ງນີ້:
ທິດເໜືອ ຕິດກັບ ບ້ານຜາຂອດ ເມືອງວຽງທອງ, ບ້ານນາແຈງ ເມືອງໄຊຈຳພອນ ແລະ ບ້ານແກ້ວແສນຄຳ ເມືອງຄຳເກີດ ແຕ່ ເສັ້ນແວງ 104° 36' 30" ແ, ເສັ້ນຂະໜານ 18° 25' 42" ເໜືອ; ຫາ ເສັ້ນແວງ 104° 59' 47" ຕາເວັນອອກ, ເສັ້ນຂະໜານ 18° 25' 4" ເໜືອ ເລີ່ມແຕ່ຜາເສືອລັດໃສ່ພູຄໍ້, ລົງໃສ່ເບື້ອງເທີງປ່າຊ້າບ້ານຜາຂອດ, ຂຶ້ນໃສ່ຜາຍອດ, ລົງໃສ່ຍອດຫ້ວຍກາດ, ລັດຫ້ວຍຕຳຢູ້, ຫ້ວຍຕາແຫຼວ, ຍອດຫ້ວຍສ້ານ, ລົງຕາມສາຍນ້ຳກະມັງຫາພູຫຸ້ຍ, ພູຫ້ວຍເຂືອງ ໄປຫາປາກນໍ້າຕອງແລ້ວຂຶ້ນໄປຕາມສາຍນ້ຳຕອງຮອດຕີນພູຜາເວີງ ເຂດແດນບ້ານນາຈາໄຫຼ ໄລຍະທາງ 63.07 ກິໂລແມັດ.
ທິດໃຕ້ ຕິດກັບ ບ້ານທົ່ງວຽງຄຳ ແລະ ບ້ານທ່າສາລາ ເມືອງຄຳເກີດ ແຕ່ ເສັ້ນແວງ 104° 56' 21" ຕາເວັນອອກ, ເສັ້ນຂະໜານ 18° 17' 21" ເໜືອ; ຫາ ເສັ້ນແວງ 104° 36' 4" ຕາເວັນອອກ, ເສັ້ນຂະໜານ 18° 17' 44" ເໜືອ ເລີ່ມແຕ່ພູຫ້ວຍຕາດ ຫາພູຫ້ວຍເມີຍ ຫານ້ຳກະຫ່ອຍ ລຽບຕາມນ້ຳກະຫ່ອຍ ໄປຫາສາຍຫ້ວຍແມ່ຕຸ້ຍ, ລັດໃສ່ຫ້ວຍກະບະ, ສັນກົກໄຮເກົ້າຕູ້ (ຍອດຫ້ວຍກະເບາະ) ໄປຫາຜາໂພ ຂຶ້ນໃສ່ຜານ້ອຍ, ຜາບັງ ລັດໃສ່ພູໂຊຍໄປຫາຫ້ວຍຫີນລາດ ໄລຍະທາງ 45.33 ກິໂລແມັດ.
ທິດຕາເວັນອອກ ຕິດກັບ ບ້ານແກ້ວແສນຄຳ, ບ້ານນາຈາໄຫຼ ແລະ ບ້ານຊຳເຕີຍ ເມືອງຄຳເກີດ, ນັບແຕ່ ເສັ້ນແວງ 104° 59' 47" ຕາເວັນອອກ, ເສັ້ນຂະໜານ 18° 25' 4" ເໜືອ ຫາ ເສັ້ນແວງ 104° 56' 21" ຕາເວັນອອກ, ເສັ້ນຂະໜານ 18° 17' 21" ເໜືອ ເລີ່ມຕີນພູຜາເວີງ ລັດໃສ່ສັນພູຫຼັງຫົງ ລົງໃສ່ຫ້ວຍຊ້າ ຫາພູກ່ອງເຂົ້າ, ລຽບຕາມຕີນພູກ່ອງເຂົ້າໄປຫາພູກູດ ໄລຍະທາງ 20.63 ກິໂລແມັດ.
ທິດຕາເວັນຕົກ ຕິດກັບ ບ້ານນາດີ ແລະ ອຸດົມໄຊ ເມືອງວຽງທອງ ແຕ່ ເສັ້ນແວງ 104° 36' 4" ຕາເວັນອອກ, ເສັ້ນຂະໜານ 18° 17' 44" ເໜືອ; ຫາ ເສັ້ນແວງ 104° 36' 30" ຕາເວັນອອກ, ເສັ້ນຂະໜານ 18° 25' 42" ເໜືອ; ນັບແຕ່ ຫ້ວຍຫີນລັບ ຫາ ຫ້ວຍເລີກ, ຫ້ວຍລາດອີເພັງ ລັດໃສ່ຜາວີ ລຽບຕາມຜາວີລົງໃສ່ນ້ຳອາວ ລັດໃສ່ພູປ່າເປະ ຫາຫ້ວຍປາດອງແລ້ວລັດໃສ່ຫ້ວຍກະຕອຍ, ຜາແລ້ງ, ຍອດນ້ຳຊວງ ແລະ ສັນພູນ້ຳຕາເວີນ ໄລຍະທາງ 28.95 ກິໂລແມັດ.
第ມາດຕາ 7条
第7条 森林管理和开发
森林管理和开发有以下十一项工作:
1. 森林管理区划分;
2. 林地利用;
3. 森林资源及林产品利用;
4. 水生动物和野生动物利用;
5. 森林火灾预防;
6. 农业生产管理;
7. 牲畜管理和迁移;
8. 土地整理;
9. 森林开发;
10. 科学研究;
11. 自然旅游。
ພາສາລາວ (老挝语原文)
ມາດຕາ 7 ການຄຸ້ມຄອງ ແລະ ພັດທະນາປ່າໄມ້
ການຄຸ້ມຄອງ ແລະ ພັດທະນາປ່າໄມ້ມີສິບເອັດວຽກດັ່ງນີ້:
1. ການຈັດແບ່ງເຂດຄຸ້ມຄອງປ່າໄມ້;
2. ການນຳໃຊ້ທີ່ດິນປ່າໄມ້;
3. ການນຳໃຊ້ຊັບພະຍາກອນປ່າໄມ້ ແລະ ເຄື່ອງປ່າຂອງດົງ;
4. ການນຳໃຊ້ສັດນ້ຳ ແລະ ສັດປ່າ;
5. ການສະກັດກັ້ນໄຟໄໝ້ປ່າ;
6. ການຄຸ້ມຄອງການຜະລິດກະສິກຳ;
7. ການຄຸ້ມຄອງ ແລະ ຍົກຍ້າຍສັດລ້ຽງ;
8. ການແກ້ໄຂສະນຳ;
9. ການພັດທະນາປ່າໄມ້;
10. ການສຶກສາຄົ້ນຄວ້າ;
11. ການທ່ອງທ່ຽວທຳມະຊາດ.
第ມາດຕາ 8条
第8条 森林管理区的划分
南部娘河流域水源保护林划分为两个区域,即:绝对禁伐区和管控利用区:
1. 绝对禁伐区:指坡度大于35度的森林和林地、河流源头区、河岸林、路旁林及其他对环境具有高风险的区域,该区域必须严格保护,不允许开展任何活动,但科学研究除外,但须获得省级管理委员会的许可,如本协议第25条规定;同时,上述边界须由相关部门参与进行勘测、挂牌和立桩标记;
2. 管控利用区:指分配给位于南部娘河流域水源保护林范围内及毗邻村庄的森林区域,由村庄负责可持续地管理和保护森林及生物多样性,并允许民众按照传统方式利用森林和林产品,以及开展国家分配的自然旅游活动,但不允许以商业为目的砍伐木材、采集林产品;捕鱼和狩猎仅允许猎捕管控类动物、常见类动物,用于家庭传统消费。允许使用的工具包括:鱼叉、鱼篓、小抄网、鱼笼、鱼罩、拉网、鱼篓、鱼梁及其他不具有灭绝性的传统渔猎工具;该区域须由相关部门参与进行勘测、挂牌和立桩标记。
对于村庄责任范围内的森林,划分为三类:村庄防护林,包括水源林、河岸林、路旁林;村庄保留林;村庄用材林。此外,还有划定为村庄生产区的空闲地。
ພາສາລາວ (老挝语原文)
ມາດຕາ 8 ການຈັດແບ່ງເຂດຄຸ້ມຄອງປ່າໄມ້
ປ່າປ້ອງກັນແຫຼ່ງນ້ຳເຂດອ່າງຮັບນ້ຳຍ້ວງຕອນໃຕ້ ໄດ້ຈັດແບ່ງເຂດອອກເປັນ 2 ເຂດ ຄື: ເຂດຫວງຫ້າມເດັດຂາດ ແລະ ເຂດຄຸ້ມຄອງນຳໃຊ້:
1. ເຂດຫວງຫ້າມເດັດຂາດ: ແມ່ນເຂດປ່າໄມ້ ແລະ ທີ່ດິນປ່າໄມ້ທີ່ມີຄວາມຄ້ອຍຊັນສູງກວ່າ 35 ອົງສາ, ເຂດຕົ້ນກຳເນີດຂອງສາຍນ້ຳ, ປ່າລຽບແຄມນ້ຳ, ປ່າແຄມທາງ ແລະ ເຂດອື່ນໆ ທີ່ມີຄວາມສ່ຽງສູງຕໍ່ສິ່ງແວດລ້ອມ, ໃນເຂດນີ້ຕ້ອງໄດ້ປົກປັກຮັກສາຢ່າງເຂັ້ມງວດ ແລະ ບໍ່ອະນຸຍາດໃຫ້ດຳເນີນກິດຈະການຕ່າງໆ, ຍົກເວັ້ນການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ ແຕ່ຕ້ອງໄດ້ຮັບອະນຸຍາດຈາກຄະນະກຳມະການຄຸ້ມຄອງຂັ້ນແຂວງ ຕາມທີ່ກຳນົດໄວ້ໃນມາດຕາ 25 ຂອງຂໍ້ຕົກລົງສະບັບນີ້ ພ້ອມກັນນັ້ນ, ຂອບເຂດດັ່ງກ່າວຕ້ອງມີການສຳຫຼວດ ຕິດປ້າຍ ແລະ ປັກຫຼັກໝາຍ ໂດຍການເຂົ້າຮ່ວມຂອງພາກສ່ວນທີ່ກ່ຽວຂ້ອງ;
2. ເຂດຄຸ້ມຄອງນຳໃຊ້: ແມ່ນເຂດປ່າໄມ້ທີ່ໄດ້ຈັດສັນໃຫ້ບ້ານທີ່ຕັ້ງຢູ່ໃນ ແລະ ຕິດກັບ ຂອບເຂດປ່າປ້ອງກັນແຫຼ່ງນ້ຳ ເຂດອ່າງຮັບນ້ຳຍ້ວງຕອນໃຕ້ ເປັນຜູ້ຄຸ້ມຄອງປົກປັກຮັກສາປ່າໄມ້ ແລະ ຊີວະນາໆພັນແບບຍືນຍົງ ແລະ ເປັນເຂດທີ່ອະນຸຍາດໃຫ້ປະຊາຊົນນຳໃຊ້ປ່າໄມ້, ຜະລິດຕະພັນປ່າໄມ້ແບບປະເພນີ ແລະ ສາມາດດຳເນີນກິດຈະການທ່ອງທ່ຽວທຳມະຊາດ ຕາມທີ່ລັດຈັດສັນໃຫ້ ແຕ່ບໍ່ອະນຸຍາດໃຫ້ຕັດໄມ້, ຂຸດຄົ້ນເຄື່ອງປ່າຂອງດົງແບບທຸລະກິດ; ການລ່າສັດນ້ຳ ແລະ ສັດປ່າ ແມ່ນລ່າໄດ້ສະເພາະ ສັດປະເພດຄຸ້ມຄອງ, ສັດປະເພດທົ່ວໄປ ເພື່ອບໍລິໂພກໃນຄອບຄົວຕາມປະເພນີ. ສຳລັບເຄື່ອງມືທີ່ອະນຸຍາດນຳໃຊ້ ຄື: ຫ້າ, ກະທີບ, ແຮ້ວນ້ອຍ, ກະບອກ, ມອງ, ແຫ, ຕຸ້ມ, ໄຊ ແລະ ເຄື່ອງມືຫາກິນແບບພື້ນບ້ານອື່ນໆ ທີ່ບໍ່ມີລັກສະນະແບບດັບສູນ; ເຂດດັ່ງກ່າວຕ້ອງມີການສຳຫຼວດ, ຕິດປ້າຍ ແລະ ປັກຫຼັກໝາຍ ໂດຍການເຂົ້າຮ່ວມຂອງພາກສ່ວນທີ່ກ່ຽວຂ້ອງ.
ສຳລັບປ່າໄມ້ໃນຂອບເຂດບ້ານຮັບຜິດຊອບນັ້ນໄດ້ຈັດແບ່ງອອກເປັນສາມປະເພດປ່າຄື: ປ່າປ້ອງກັນຂອງບ້ານ ລວມມີປ່າຍອດນ້ຳ, ປ່າແຄມນ້ຳ, ປ່າແຄມທາງ; ປ່າສະຫງວນຂອງບ້ານ; ປ່າຊົມໃຊ້ຂອງບ້ານ. ນອກນັ້ນຍັງມີເຂດທີ່ດິນເປົ່າຫວ່າງທີ່ໄດ້ກຳນົດເປັນເຂດທຳການຜະລິດຂອງບ້ານ.
第ມາດຕາ 9条
第9条 林地使用
在南部央河流域水源保护林区使用林地,旨在开发森林资源并改善该地区人民的生活,具体如下:
禁区:仅用于教育、研究、科学实验,涉及植物、水生动物、野生动物、自然休憩场所,在划定的区域内。
管理使用区:用于教育、研究、科学实验,涉及植物、水生动物、野生动物、自然休憩场所、自然旅游、固定农业生产、基础设施建设,如道路、灌溉、电网、国家建设项目。
如有计划开发除本条所述之外的国家基础设施,但对县和省的经济社会发展有益,则必须与省级南部央河流域水源保护林管理委员会协商,按照相关法律法规进行审议。
ພາສາລາວ (老挝语原文)
ມາດຕາ 9 ການນຳໃຊ້ທີ່ດິນປ່າໄມ້
ການນຳໃຊ້ທີ່ດິນປ່າໄມ້ໃນປ່າປ້ອງກັນແຫຼ່ງນ້ຳ ເຂດອ່າງຮັບນ້ຳຍ້ວງຕອນໃຕ້ ແນໃສ່ພັດທະນາຊັບພະຍາກອນປ່າໄມ້ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນພື້ນທີ່ດັ່ງກ່າວໃຫ້ດີຂຶ້ນ ຄື:
ເຂດຫວງຫ້າມ ແມ່ນນຳໃຊ້ສະເພາະເພື່ອການສຶກສາ, ຄົ້ນຄວ້າ, ທົດລອງວິທະຍາສາດ ກ່ຽວກັບ ພັນພືດ, ພັນສັດນ້ຳ, ສັດປ່າ, ສະຖານທີ່ພັກຜ່ອນທຳມະຊາດ ຕາມເຂດທີ່ໄດ້ຈັດສັນ.
ເຂດຄຸ້ມຄອງນຳໃຊ້ ແມ່ນໃຊ້ເຂົ້າໃນການສຶກສາ, ຄົ້ນຄວ້າ, ທົດລອງວິທະຍາສາດ ກ່ຽວກັບ ພັນພືດ, ພັນສັດນ້ຳ, ສັດປ່າ, ສະຖານທີ່ພັກຜ່ອນທຳມະຊາດ, ການທ່ອງທ່ຽວທຳມະຊາດ, ການຜະລິດກະສິກຳແບບຄົງທີ່, ການກໍ່ສ້າງພື້ນຖານໂຄງລ່າງເຊັ່ນ: ເສັ້ນທາງ, ຊົນລະປະທານ, ຕາຂ່າຍໄຟຟ້າ, ກິດຈະກຳການປູກສ້າງຂອງລັດ.
ກໍລະນີມີແຜນໃນການພັດທະນາພື້ນຖານໂຄງລ່າງຂອງລັດນອກຈາກທີ່ໄດ້ກຳນົດໄວ້ໃນມາດຕາ 9 ນີ້ ແຕ່ມີປະໂຫຍດຕໍ່ການພັດທະນາເສດຖະກິດສັງຄົມ ຂອງເມືອງ ແລະ ແຂວງ ຈະຕ້ອງໄດ້ປຶກສາຫາລືກັບຄະນະກຳມະການຄຸ້ມຄອງປ່າປ້ອງກັນແຫຼ່ງນ້ຳ ເຂດອ່າງຮັບນ້ຳຍ້ວງຕອນໃຕ້ຂັ້ນແຂວງ ເພື່ອຄົ້ນຄວ້າພິຈາລະນາຕາມລະບຽບກົດໝາຍທີ່ກ່ຽວຂ້ອງ.
第ມາດຕາ 10条
第10条 森林资源和林产品的使用
森林资源和林产品的使用,仅允许在使用管理区内的非禁伐类型中使用,例如:林产品、林副产品、树木、药用植物和家庭自用木材,按照传统习惯,但必须按照分配计划执行,确保可持续性,以免对森林结构造成影响。
ພາສາລາວ (老挝语原文)
ມາດຕາ 10 ການນຳໃຊ້ຊັບພະຍາກອນປ່າໄມ້ ແລະ ເຄື່ອງປ່າຂອງດົງ
ການນຳໃຊ້ຊັບພະຍາກອນປ່າໄມ້ ແລະ ເຄື່ອງປ່າຂອງດົງ ແມ່ນອະນຸຍາດໃຫ້ນຳໃຊ້ສະເພາະໃນເຂດຄຸ້ມຄອງນຳໃຊ້ ປະເພດບໍ່ຫວງຫ້າມ ເຊັ່ນ: ຜະລິດຕະຜົນປ່າໄມ້, ເຄື່ອງປ່າຂອງດົງ, ຕົ້ນໄມ້, ພືດທີ່ເປັນຢາ ແລະ ໄມ້ໃຊ້ສອຍພາຍໃນຄອບຄົວ ຕາມປະເພນີ ແຕ່ຕ້ອງປະຕິບັດຕາມແຜນຈັດສັນ, ຮັບປະກັນໃຫ້ຍືນຍົງ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ໂຄງສ້າງຂອງປ່າໄມ້.
第ມາດຕາ 11条
第11条 水生动物和野生动物的利用
在南部央河流域水源保护林区利用水生动物和野生动物,仅允许利用非禁止种类的水生动物和野生动物,即受管制种类清单1和普通种类清单2,这些清单由2023年7月17日第42/国会号《野生动物法》和2023年7月17日第41/国会号《水生动物和渔业法》规定。上述动物清单由政府根据2021年8月25日第08/总理号总理令和2020年10月27日第2220/农林部号农林部部长令批准,并在第3条第9、10款中规定,允许利用的区域规定在
ພາສາລາວ (老挝语原文)
ມາດຕາ 11 ການນຳໃຊ້ສັດນ້ຳ ແລະ ສັດປ່າ
ການນຳໃຊ້ສັດນ້ຳ ແລະ ສັດປ່າໃນປ່າປ້ອງກັນແຫຼ່ງນ້ຳ ເຂດອ່າງຮັບນ້ຳຍ້ວງຕອນໃຕ້ ແມ່ນອະນຸຍາດໃຫ້ນຳໃຊ້ສະເພາະສັດນ້ຳ, ສັດປ່າ ປະເພດບໍ່ຫວງຫ້າມ ຊຶ່ງເປັນສັດປະເພດຄຸ້ມຄອງ ບັນຊີ 1 ແລະ ສັດປະເພດທົ່ວໄປ ບັນຊີ 2 ຊຶ່ງກຳນົດໄວ້ໃນກົດໝາຍວ່າດ້ວຍສັດປ່າ ສະບັບເລກທີ 42/ສພຊ, ລົງວັນທີ 17 ກໍລະກົດ 2023 ແລະ ກົດໝາຍວ່າດ້ວຍສັດນ້ຳ ແລະ ການປະມົງ ສະບັບເລກທີ 41/ສພຊ, ລົງວັນທີ 17 ກໍລະກົດ 2023 ສັດບັນຊີ ດັ່ງກ່າວແມ່ນຮັບຮອງຈາກລັດຖະບານໂດຍນອນໃນ ຂໍ້ຕົກລົງນາຍົກລັດຖະມົນຕີ ສະບັບເລກທີ 08/ນຍ, ລົງວັນທີ 25 ສິງຫາ 2021 ແລະ ຂໍ້ຕົກລົງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 2220/ກປ, ລົງວັນທີ 27 ຕຸລາ 2020 ຊຶ່ງໄດ້ກຳນົດໄວ້ໃນມາດຕາ 3 ຂໍ້ 9, 10 ແລະ ເຂດທີ່ອະນຸຍາດໃຫ້ນຳໃຊ້ ແມ່ນໄດ້ກຳນົດໃນ
第ມາດຕາ 12条
第12条 收集的个人数据必须仅用于已告知数据主体的目的。
ພາສາລາວ (老挝语原文)
ມາດຕາ 12 ຂໍ້ມູນສ່ວນບຸກຄົນທີ່ຖືກເກັບກຳຕ້ອງຖືກນຳໃຊ້ສະເພາະຈຸດປະສົງທີ່ໄດ້ແຈ້ງໃຫ້ເຈົ້າຂອງຂໍ້ມູນຮັບຊາບເທົ່ານັ້ນ.
本页展示前 12 条,全文共 48 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读