ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງຜູ້ອອກແຮງງານໃນຄົວເຮືອນ
关于家政服务人员管理的协议
Agreement on the Management of Domestic Service Workers
ບົດສະຫຼຸບ
ຂໍ້ຕົກລົງສະບັບນີ້ໃຊ້ກັບນາຍຈ້າງຄົວເຮືອນ ແລະ ຜູ້ຮັບໃຊ້ໃນຄົວເຮືອນໃນລາວ, ກຳນົດຄຳນິຍາມຂອງຜູ້ຮັບໃຊ້ໃນຄົວເຮືອນ, ປະເພດ (ຢູ່ກັບທີ່ ແລະ ບໍ່ຢູ່ກັບທີ່) ແລະ ກົດຫຼັກສຳຄັນທີ່ຫ້າມການບັງຄັບໃຊ້ແຮງງານ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ຜູ້ອອກແຮງງານໃນຄົວເຮືອນ
ຜູ້ອອກແຮງງານໃນຄົວເຮືອນ ແມ່ນ ຜູ້ທີ່ເຮັດວຽກໃຫ້ກັບຜູ້ນຳໃຊ້ແຮງງານໃນຄົວເຮືອນ ໂດຍໄດ້ຮັບເງິນເດືອນ ຫຼື ຄ່າແຮງງານ ເປັນຄຳຕອບແທນ ບົນພື້ນຖານສັນຍາແຮງງານ ເຊັ່ນ: ເຮັດວຽກອະນາໄມ, ປຸງແຕ່ງອາຫານ, ຊັກລີດ, ວຽກສວນຄົວ, ຂັບລົດ, ເຝົ້າເຮືອນ, ເບິ່ງແຍງສັດລ້ຽງ, ລວມທັງການເບິ່ງແຍງເດັກນ້ອຍ, ຜູ້ອາຍຸສູງ, ຄົນເຈັບ ແລະ ຄົນພິການ.
ມາດຕາ ມາດຕາ 2
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:
1. ວຽກໃນຄົວເຮືອນ ໝາຍເຖິງ ວຽກອະນາໄມ, ປຸງແຕ່ງອາຫານ, ຊັກລີດ, ວຽກສວນຄົວ, ຂັບລົດ, ເຝົ້າເຮືອນ, ເບິ່ງແຍງສັດລ້ຽງ, ລວມທັງການເບິ່ງແຍງເດັກນ້ອຍ, ຜູ້ອາຍຸສູງ, ຄົນເຈັບ ແລະ ຄົນພິການ ທີ່ບໍ່ກ່ຽວຂ້ອງກັບການເຮັດວຽກຢູ່ໃນຫົວໜ່ວຍການຜະລິດ, ທຸລະກິດ ແລະ ບໍລິການ ຂອງທຸກພາກສ່ວນເສດຖະກິດ-ສັງຄົມ ທີ່ໄດ້ຂຶ້ນທະບຽນຕາມລະບຽບກົດໝາຍ.
2. ຜູ້ນຳໃຊ້ແຮງງານໃນຄົວເຮືອນ ໝາຍເຖິງ ເຈົ້າຂອງເຮືອນ, ສະມາຊິກໃນຄອບຄົວ ຫຼື ຍາດພີ່ນ້ອງ ທີ່ນຳໃຊ້ຜູ້ອອກແຮງງານໃນຄົວເຮືອນ ເຮັດວຽກໃຫ້ຕົນ ໂດຍຈ່າຍເງິນເດືອນ ຫຼື ຄ່າແຮງງານ ເປັນຄ່າຕອບແທນໃນການເຮັດວຽກ;
3. ການບັງຄັບທາງກົງໂດຍຜູ້ນຳໃຊ້ແຮງງານໃນຄົວເຮືອນ ໝາຍເຖິງ ການໃຊ້ອຳນາດສັ່ງ, ນາບຂູ່ ຫຼື ກົດດັນ ໃຫ້ຜູ້ອອກແຮງງານໃນຄົວເຮືອນປະຕິບັດຕາມຄວາມຕ້ອງການຂອງຕົນ ໂດຍທີ່ຜູ້ອອກແຮງງານໃນຄົວເຮືອນບໍ່ຍິນຍອມ ຫຼື ເຕັມໃຈ.
4. ການບັງຄັບທາງອ້ອມໂດຍຜູ້ນຳໃຊ້ແຮງງານໃນຄົວເຮືອນ ໝາຍເຖິງ ການໃຊ້ເລຫຼຽມ, ກົນອຸບາຍ ຫຼື ຮູບການໃດໜຶ່ງ ຫຼື ຜ່ານບຸກຄົນອື່ນ ຊຶ່ງຜູ້ອອກແຮງງານໃນຄົວເຮືອນ ບໍ່ຮູ້ຕົວ ຫຼື ຮູ້ຕົວແຕ່ບໍ່ສາມາດປະຕິເສດໄດ້.
ມາດຕາ ມາດຕາ 3
ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ແມ່ນນຳໃຊ້ສຳລັບ ຜູ້ນຳໃຊ້ແຮງງານໃນຄົວເຮືອນ, ເຈົ້າຂອງເຮືອນ, ສະມາຊິກໃນຄອບຄົວ ແລະ ຜູ້ອອກແຮງງານໃນຄົວເຮືອນ ໃນຂອບເຂດທົ່ວປະເທດ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 30 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ