关于为社保成员提供失业就业服务的协议

ຂໍ້ຕົກລົງວ່າດ້ວຍ ການບໍລິການຊອກຫາວຽກເຮັດງານທຳໃຫ້ຜູ້ວ່າງງານສຳລັບສະມາຊິກປະກັນສັງຄົມ

Agreement on the Provision of Unemployment Employment Services for Social Security Members

简介

该协议调整国家社保机构为失业成员提供的就业服务,核心内容涵盖失业登记、文件提交、服务类型及领取失业救济金的条件。

Summary

This agreement regulates employment services provided by the National Social Security Institution to unemployed members, covering core aspects such as unemployment registration, document submission, types of services, and conditions for receiving unemployment benefits.

ບົດສະຫຼຸບ

ຂໍ້ຕົກລົງນີ້ຄຸ້ມຄອງການບໍລິການວຽກເຮັດງານທຳທີ່ສະຖາບັນປະກັນສັງຄົມແຫ່ງຊາດໃຫ້ແກ່ສະມາຊິກທີ່ຕົກວຽກ, ເນື້ອໃນຫຼັກປະກອບດ້ວຍການລົງທະບຽນຜູ້ຕົກວຽກ, ການຍື່ນເອກະສານ, ປະເພດການບໍລິການ ແລະ ເງື່ອນໄຂການຮັບເງິນຊ່ວຍເຫຼືອຜູ້ຕົກວຽກ.

条文

第ມາດຕາ 1条

第2条 为失业者提供就业服务
为失业者提供就业服务是指登记、提供咨询和指导,涉及信息、法律以及为失业者创造便利条件,使其能够根据国内用人单位的需求进入工作岗位、自谋职业或前往国外工作,在劳动力市场信息系统下进行。

ພາສາລາວ (老挝语原文)

ມາດຕາ 2 ການບໍລິການຈັດຫາງານໃຫ້ຜູ້ວ່າງງານ
ການບໍລິການຈັດຫາງານໃຫ້ຜູ້ວ່າງງານ ແມ່ນການຂຶ້ນທະບຽນ, ໃຫ້ຄຳປຶກສາ ແລະ ຄຳແນະນຳດ້ານຂໍ້ມູນ, ນິຕິກຳ ແລະ ການສ້າງເງື່ອນໄຂອຳນວຍຄວາມສະດວກແກ່ຜູ້ວ່າງງານ ເພື່ອໃຫ້ໄດ້ເຂົ້າສູ່ຕຳແໜ່ງງານຕາມຄວາມຕ້ອງການຂອງຫົວໜ່ວຍແຮງງານ ຢູ່ພາຍໃນປະເທດ, ປະກອບອາຊີບອິດສະຫຼະ ຫຼື ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ.

第ມາດຕາ 2条

第2条 适用范围
本协议适用于作为国家社会保险机构成员的失业人员。

ພາສາລາວ (老挝语原文)

ມາດຕາ 2 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ຜູ້ວ່າງງານ ທີ່ເປັນສະມາຊິກຂອງອົງການປະກັນສັງຄົມແຫ່ງຊາດ.

第ມາດຕາ 3条

第3条 失业登记
失业人员可以选择地点或自行登记,须按照第6条规定提交齐全的文件,然后向负责登记的工作人员在登记地点提交,或自行登记,以申请成为失业人员,录入劳动力市场信息系统,目的是为了重新进入劳动力市场或根据条件领取失业救济金。

被解雇的失业人员必须在离职之日起三十天(30天)内进行失业登记。未在规定时间内登记的,将丧失登记为失业人员并依法享受失业救济政策的权利。已创办个人企业、从事自由职业、季节性工作或产品相关工作、领取提前退休金的失业人员,不得在劳动力市场信息系统中登记为失业人员,但可以登记为一般求职者。

失业登记录入劳动力市场信息系统,须使用电话号码进行登记,该电话号码视为失业人员的身份识别码,且只能登记一次(失业人员再次失业时,如需更换已登记的电话号码,应通知就业司以便更新登记信息)。

ພາສາລາວ (老挝语原文)

ມາດຕາ 3 ການຂຶ້ນທະບຽນຜູ້ວ່າງງານ
ຜູ້ວ່າງງານ ສາມາດເລືອກສະຖານທີ່ ຫຼື ຂຶ້ນທະບຽນໄດ້ດ້ວຍຕົນເອງ ໂດຍຕ້ອງປະກອບເອກະສານໃຫ້ຄົບຖ້ວນຕາມ ມາດຕາ 6 ແລ້ວຍື່ນຕໍ່ພະນັກງານຮັບຜິດຊອບຂຶ້ນທະບຽນຢູ່ສະຖານທີ່ຂຶ້ນທະບຽນ ຫຼື ຂຶ້ນທະບຽນດ້ວຍຕົນເອງ ເພື່ອສະໝັກເປັນຜູ້ວ່າງງານ ລົງໃນລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ຈຸດປະສົງເພື່ອກັບເຂົ້າສູ່ຕະຫຼາດແຮງງານຄືນ ຫຼື ຮັບອຸດໜູນວ່າງງານຕາມເງື່ອນໄຂ.

ຜູ້ວ່າງງານ ທີ່ຖືກບັດປ່ອບອອກຈາກວຽກ ຕ້ອງຂຶ້ນທະບຽນວ່າງງານ ພາຍໃນ ສາມສິບວັນ (30 ວັນ) ນັບຈາກມື້ໄດ້ອອກຈາກວຽກເປັນຕົ້ນໄປ. ກໍລະນີບໍ່ຂຶ້ນທະບຽນພາຍໃນເວລາທີ່ກຳນົດ ຈະບໍ່ໄດ້ຮັບສິດໃນການຂຶ້ນທະບຽນເປັນຜູ້ວ່າງງານ ແລະ ຮັບນະໂຍບາຍອຸດໜູນການວ່າງງານຕາມກົດໝາຍ ແລະ ລະບຽບການທີ່ກຳນົດໄວ້. ຜູ້ວ່າງງານທີ່ໄດ້ສ້າງທຸລະກິດສ່ວນຕົວ, ປະກອບອາຊີບອິດສະຫຼະ, ເຮັດວຽກຕາມລະດູການ ຫຼື ຕາມຜະລິດຕະພັນ, ໄດ້ຮັບອຸດໜູນບຳນານກ່ອນອາຍຸກຳນົດ, ຈະບໍ່ສາມາດຂຶ້ນທະບຽນເປັນຜູ້ວ່າງງານ ໃນລະບົບຂໍ້ມູນຂ່າວສານຕະຫຼາດແຮງງານໄດ້ ແຕ່ສາມາດຂຶ້ນທະບຽນເປັນຜູ້ຊອກວຽກເຮັດງານທຳທົ່ວໄປໄດ້.

ການຂຶ້ນທະບຽນຜູ້ວ່າງງານ ລົງໃນລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ແມ່ນຂຶ້ນທະບຽນດ້ວຍໝາຍເລກໂທລະສັບ, ໝາຍເລກໂທລະສັບດັ່ງກ່າວຖືເປັນເລກປະຈຳຕົວຜູ້ວ່າງງານ ແລະ ສາມາດຂຶ້ນທະບຽນເປັນຜູ້ວ່າງງານໄດ້ຄັ້ງດຽວ (ກໍລະນີຜູ້ວ່າງງານ ກັບມາວ່າງງານຄັ້ງໃໝ່ ຖ້າຕ້ອງການປ່ຽນເບີໂທລະສັບທີ່ລົງທະບຽນແລ້ວ ແມ່ນໃຫ້ແຈ້ງຫາກົມການຈັດຫາງານຊາບ ເພື່ອປ່ຽນແປງຂໍ້ມູນການຂຶ້ນທະບຽນຄືນໃໝ່).

第ມາດຕາ 4条

第5条 失业登记地点
失业人员可以在以下地点进行登记:
1. 就业司,劳动和社会福利部;
2. 省、万象市就业服务点;
3. 县级就业服务点;
4. 国家社会保险机构;
5. 省、万象市社会保险办公室;
6. 通过网站:www.laosemployment.la,在计算机程序中规定的表格中填写个人信息,注册成为系统会员,并等待通过手机短信进行身份验证。完成登记后,可以选择就近的登记地点,即第1-5项所列地点,以确认失业身份。

ພາສາລາວ (老挝语原文)

ມາດຕາ 5 ສະຖານທີ່ຂຶ້ນທະບຽນຜູ້ວ່າງງານ
ຜູ້ວ່າງງານ ສາມາດໄປຂຶ້ນທະບຽນໄດ້ຢູ່ສະຖານທີ່ດັ່ງນີ້:
1. ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ;
2. ຈຸດບໍລິການຈັດຫາງານ ແຂວງ, ນະຄອນຫຼວງວຽງຈັນ;
3. ຈຸດບໍລິການຈັດຫາງານ ຂັ້ນເມືອງ;
4. ອົງການປະກັນສັງຄົມແຫ່ງຊາດ;
5. ຫ້ອງການປະກັນສັງຄົມ ແຂວງ, ນະຄອນຫຼວງວຽງຈັນ;
6. ຜ່ານທາງເວັບໄຊ: www.laosemployment.la ໂດຍປະກອບຂໍ້ມູນສ່ວນຕົວໃສ່ແບບພິມທີ່ກຳນົດໄວ້ໃນໂປຣແກຣມຄອມພິວເຕີ ເພື່ອສະໝັກເປັນສະມາຊິກໃນລະບົບ ແລະ ລໍຖ້າການຢັ້ງຢືນຄວາມຖືກຕ້ອງ ຜ່ານທາງ SMS ຈາກເບີໂທລະສັບມືຖື. ພາຍຫຼັງສຳເລັດການຂຶ້ນທະບຽນແມ່ນ ສາມາດເລືອກສະຖານທີ່ຂຶ້ນທະບຽນ ທີ່ໃກ້ຄຽງ ຕາມສະຖານທີ່ຕາມຂໍ້ທີ 1-5 ເພື່ອແຈ້ງສະເຫີຕົວເປັນຜູ້ວ່າງງານ.

第ມາດຕາ 5条

第5条 失业登记文件提交
失业人员必须提交以下文件:
1. 工作证明文件(解雇通知书)复印件,附原件;
2. 社会保险卡复印件;
3. 劳动合同复印件;
4. 身份证或护照或户口簿或居住证明复印件(原件);
5. 对于通过网站自行进行失业登记的人员,必须附上或上传上述规定的文件至网站,并须前往所选登记地点联系并跟进确认认可。

ພາສາລາວ (老挝语原文)

ມາດຕາ 5 ການປະກອບເອກະສານຂຶ້ນທະບຽນຜູ້ວ່າງງານ
ຜູ້ວ່າງງານ ຕ້ອງປະກອບເອກະສານ ດັ່ງນີ້:
1. ສຳເນົາເອກະສານຢັ້ງຢືນການອອກວຽກ (ໃບບົດປ່ອຍອອກວຽກ) ຄັດຕິດສະບັບຕົ້ນ;
2. ສຳເນົາບັດປະກັນສັງຄົມ;
3. ສຳເນົາສັນຍາແຮງງານ;
4. ສຳເນົາບັດປະຈຳຕົວ ຫຼື ພັງສິເດີນທາງ ຫຼື ສຳມະໂນຄົວ ຫຼື ໃບຢັ້ງຢືນທີ່ຢູ່ (ສະບັບຕົ້ນ);
5. ສຳລັບ ຜູ້ຂຶ້ນທະບຽນວ່າງງານດ້ວຍຕົນເອງ ຜ່ານເວັບໄຊ ຕ້ອງແນບ ຫຼື ອັບໂຫຼດ ເອກະສານ ຕາມທີ່ກຳນົດໄວ້ຂ້າງເທິງ ລົງໃນເວັບໄຊ ແລະ ຕ້ອງໄດ້ໄປພົວພັນ, ຕິດຕາມການຢັ້ງຢືນຮັບຮູ້ຈາກ ສະຖານທີ່ ຂຶ້ນທະບຽນ ທີ່ເລືອກໄວ້.

第ມາດຕາ 6条

第6条 向失业者提供服务的类型
向失业者提供的服务包括以下4种类型:
1. 就业安置服务;
2. 职业技能发展指导;
3. 出具失业证明;
4. 根据相关法律法规规定的条件领取失业救济金。

ພາສາລາວ (老挝语原文)

ມາດຕາ 6 ປະເພດ ການບໍລິການໃຫ້ແກ່ຜູ້ວ່າງງານ
ການບໍລິການໃຫ້ຜູ້ວ່າງງານ ປະກອບມີ 4 ປະເພດດັ່ງນີ້:
1. ບໍລິການຈັດຫາງານ;
2. ແນະນຳ ການພັດທະນາສີມືແຮງງານ;
3. ອອກຫັງສີຢັ້ງຢືນ ການວ່າງງານ;
4. ຮັບອຸດຫູນວ່າງງານຕາມເງື່ອນໄຂ ຂອງກົດບນາຍ ແລະ ລະບຽບທີ່ກ່ຽວຂ້ອງ.

第ມາດຕາ 7条

第7条 就业服务
失业人员应在就业局、省或万象市就业服务中心或县级就业服务中心获得就业服务,具体如下:
1. 在自登记为失业人员之日起三十(30)天内,为社会保险成员在劳动力市场信息系统中登记,获得关于登记咨询、职业选择咨询(空缺职位、自谋职业、技能发展和出国劳务)以及劳动力市场信息系统和其他劳动力市场信息中的信息;
2. 获得根据所选职位或负责失业登记的工作人员推荐的面试介绍信,以便提交给已在劳动力市场信息系统中公布空缺职位的用人单位;
3. 如果失业人员对劳动力市场信息系统中没有的空缺职位感兴趣(自行提交申请或面试),也可获得面试介绍信到所需用人单位签字,但必须鼓励该用人单位先在劳动力市场信息系统中公布空缺职位;
4. 获得失业证明、工作推荐记录,来自其使用服务的负责失业登记的工作人员,作为申请失业救济金的参考文件。

ພາສາລາວ (老挝语原文)

ມາດຕາ 7 ບໍລິການຈັດຫາງານ
ຜູ້ວ່າງງານ ຈະໄດ້ຮັບການບໍລິການຈັດຫາງານ ຢູ່ ກົມການຈັດຫາງານ ຫຼື ຈຸດບໍລິການຈັດຫາງານ ແຂວງ, ນະຄອນຫຼວງວຽງຈັນ ຫຼື ຈຸດບໍລິການຈັດຫາງານ ຂັ້ນເມືອງ ດັ່ງນີ້:
1. ໄດ້ຮັບ ຄຳປຶກສາ ແນະນຳການຂຶ້ນທະບຽນ, ຄຳປຶກສາເລືອກອາຊີບ (ຕຳແໜ່ງງານວ່າງ, ການປະກອບອາຊີບອິດສະຫຼະ, ການພັດທະນາສີມືແຮງງານ ແລະ ການໄປອອກແຮງງານຢູ່ຕ່າງປະເທດ) ທີ່ມີຢູ່ໃນລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ແລະ ຂໍ້ມູນຂ່າວສານຕະຫຼາດແຮງງານອື່ນໆ ພາຍໃນ ສາມສິບວັນ (30 ວັນ) ນັບແຕ່ມື້ໄດ້ຂຶ້ນທະບຽນເປັນຜູ້ວ່າງງານ ສຳລັບສະມາຊິກປະກັນສັງຄົມ ລົງໃນລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ;
2. ໄດ້ຮັບ ໜັງສືນຳສົ່ງເຂົ້າສຳພາດວຽກ ຕາມຕຳແໜ່ງງານທີ່ໄດ້ເລືອກໄວ້ ຫຼື ຕາມການແນະນຳຂອງພະນັກງານຮັບຜິດຊອບ ຂຶ້ນທະບຽນຜູ້ວ່າງງານ ເພື່ອໄປຍື່ນຕໍ່ຫົວໜ່ວຍແຮງງານທີ່ໄດ້ປະກາດຕຳແໜ່ງງານວ່າງ ໄວ້ໃນລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ;
3. ກໍລະນີຜູ້ວ່າງງານ ສົນໃຈຕຳແໜ່ງງານວ່າງ ທີ່ບໍ່ມີຢູ່ໃນລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ (ຍື່ນສະໝັກວຽກ ຫຼື ສຳພາດວຽກ ດ້ວຍຕົນເອງ) ກໍ່ຈະໄດ້ຮັບໜັງສືນຳສົ່ງເຂົ້າສຳພາດວຽກ ຢູ່ຫົວໜ່ວຍແຮງງານທີ່ຕ້ອງການໄດ້ເຊັນກັນ ແຕ່ຕ້ອງໄດ້ຊຸກຍູ້ໃຫ້ຫົວໜ່ວຍແຮງງານນັ້ນ ປະກາດຕຳແໜ່ງງານວ່າງ ລົງໃນລະບົບຂໍ້ມູນຂ່າວສານຕະຫຼາດແຮງງານກ່ອນ;
4. ໄດ້ຮັບໜັງສືຢັ້ງຢືນການວ່າງງານ, ບົດບັນທຶກການແນະນຳວຽກ ຈາກພະນັກງານຮັບຜິດຊອບ ຂຶ້ນທະບຽນຜູ້ວ່າງງານ ທີ່ຕົນໃຊ້ບໍລິການ ເພື່ອເປັນເອກະສານອ້າງອີງ ໃນການຍື່ນຮ້ອງຂໍຮັບການອຸດໜູນວ່າງງານ.

第ມາດຕາ 8条

第8条 职业技能开发指导
失业人员将获得指导并被安排进入职业技能开发场所、培训中心、企业内培训,以符合现有或可能新出现的职位空缺,并将根据潜力和适当条件获得自主创业指导。

ພາສາລາວ (老挝语原文)

ມາດຕາ 8 ແນະນຳ ການພັດທະນາສີມືແຮງງານ
ຜູ້ວ່າງງານ ຈະໄດ້ຮັບ ການແນະນຳ ແລະ ຈັດສົ່ງເຂົ້າສູ່ການພັດທະນາສີມືແຮງງານ ຢູ່ສະຖານທີ່ພັດທະນາສີມືແຮງງານ, ຝຶກເຄື່ອບທີ່, ຝຶກໃນສະຖານປະກອບການ ເພື່ອໃຫ້ສອດຄ່ອງກັບຕຳແຫ່ງງານວ່າງທີ່ມີ ຫຼື ຕຳແໜ່ງງານ ທີ່ອາດຈະເກີດຂຶ້ນໃໝ່ ແລະ ຈະໄດ້ຮັບຄຳແນະນຳການປະກອບອາຊີບອິດສະຫຼະຕາມທ່າແຮງ ແລະ ເງື່ອນໄຂເໝາະສົມ.

第ມາດຕາ 9条

第9条 出具失业证明
就业安置司、省和万象市劳动和社会福利厅、县级劳动和社会福利办公室,将根据法律、法规和规定条件,在失业登记期满三十(30)个工作日后五个(05)工作日内,向失业人员出具失业证明,并将根据法律和法规规定的条件,每月连续领取失业证明。

失业人员必须在登记为失业人员后每三十(30)天报告其当前的就业状况。如果未报告其状况或故意虚假陈述就业状况,将不会从负责单位获得失业证明,并且不会在后续被推荐为失业人员。

ພາສາລາວ (老挝语原文)

ມາດຕາ 9 ອອກໜັງສືຢັ້ງຢືນການວ່າງງານ
ກົມການຈັດຫາງານ ແລະ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ນະຄອນຫຼວງວຽງຈັນ, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ຂັ້ນເມືອງ ຈະອອກໜັງສືຢັ້ງຢືນການວ່າງງານ ໃຫ້ຜູ້ວ່າງງານ ຕາມກົດໝາຍ, ລະບຽບການ ແລະ ເງື່ອນໄຂກຳນົດ ພາຍໃນ ຫ້າວັນ (05 ວັນ) ລັດຖະການ ພາຍຫຼັງການຂຶ້ນທະບຽນວ່າງງານ ຄົບກຳນົດ ສາມສິບວັນ (30 ວັນ) ແລະ ຈະໄດ້ຮັບໜັງສືຢັ້ງຢືນການວ່າງງານຢ່າງຕໍ່ເນື່ອງເປັນແຕ່ລະເດືອນ ຕາມເງື່ອນໄຂກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ຜູ້ວ່າງງານ ຕ້ອງແຈ້ງສະຖານະການມີວຽກເຮັດງານທຳ ປະຈຸບັນຂອງຕົນທຸກໆ ສາມສິບວັນ (30 ວັນ) ພາຍຫຼັງ ຂຶ້ນທະບຽນເປັນຜູ້ວ່າງງານ. ກໍລະນີ ບໍ່ແຈ້ງສະຖານະຂອງຕົນ ຫຼື ເຈດຕະນາຕົວະສະຖານະການມີວຽກເຮັດງານທຳ ຈະບໍ່ໄດ້ຮັບໜັງສືຢັ້ງຢືນ ການວ່າງງານ ຈາກໜ່ວຍງານຮັບຜິດຊອບ ແລະ ຈະບໍ່ໄດ້ຮັບການສະເໜີຕົວເປັນຜູ້ວ່າງງານ ໃນຄັ້ງຕໍ່ໆໄປ.

第ມາດຕາ 10条

第10条 领取失业补助金
失业人员将根据《社会保障法(修订版)》及相关规定中规定的条件领取失业补助金。
在从登记处获得失业证明后,必须在十五(15)个工作日内向国家社会保障机构提交,以申请领取失业补助金的政策。

ພາສາລາວ (老挝语原文)

ມາດຕາ 10 ການຮັບອຸດໜູນວ່າງງານ
ຜູ້ວ່າງງານ ຈະໄດ້ຮັບການອຸດໜູນວ່າງງານ ຕາມເງື່ອນໄຂທີ່ລະບຸໄວ້ໃນ ກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ) ແລະ ລະບຽບການອື່ນທີ່ກ່ຽວຂ້ອງ.
ພາຍຫຼັງໄດ້ຮັບໜັງສືຢັ້ງຢືນການວ່າງງານ ຈາກສະຖານທີ່ຂຶ້ນທະບຽນ ຕ້ອງຍື່ນຕໍ່ອົງການປະກັນສັງຄົມແຫ່ງຊາດ ພາຍໃນກຳນົດ ສິບຫ້າວັນ (15 ວັນ) ລັດຖະການ ເພື່ອຂໍນະໂຍບາຍຮັບການອຸດໜູນວ່າງງານ.

第ມາດຕາ 11条

第11条 领取失业证明和失业津贴的条件

失业人员符合下列条件之一的,可以领取失业证明:

1. 在离职前24个月内,已向社会保险基金缴纳分摊金满12个月(含)以上;对于此前已领取过失业津贴的人员,须再累计缴纳分摊金满12个月(含)以上,方可再次领取失业津贴;

2. 因用人单位破产、停业或发展援助项目永久终止而失业;

3. 因灾害影响导致临时停工而失业;

4. 因金融危机或企业结构调整需要裁员或动员离职而失业,并有相关部门证明;

5. 持有用人单位出具的正确解除劳动关系证明文件;

6. 离职的失业人员须在劳动力市场信息系统进行失业登记。登记后满30天(含)以上,方可从相关部门领取失业证明;

7. 失业满30天(含)以上,并有就业司、省/市劳动和社会福利厅、县劳动和社会福利办公室的证明;

8. 被解除劳动关系的失业人员须自离职之日起30天内进行失业登记,方可按规定申请领取失业津贴;登记后满30天(含)以上,方可从相关部门领取失业证明;

9. 对于此前已领取失业津贴,但在30天内仍未能找到工作的失业人员,再次申请失业津贴须经相关部门证明。

ພາສາລາວ (老挝语原文)

ມາດຕາ 11 ເງື່ອນໄຂການຮັບໃບຢັ້ງຢືນການວ່າງງານ ແລະ ຮັບເງິນອຸດໜູນການວ່າງງານ

ຜູ້ວ່າງງານ ຈະໄດ້ຮັບໃບຢັ້ງຢືນການວ່າງງານ ໃນກໍລະນີດັ່ງນີ້:

1. ໄດ້ມອບເງິນສົມທົບ ເຂົ້າກອງທຶນປະກັນສັງຄົມ ແຕ່ສິບສອງເດືອນ (12 ເດືອນ) ຂຶ້ນໄປ ພາຍໃນ ຊາວສີ່ເດືອນ (24 ເດືອນ) ຄືນຫຼັງ ກ່ອນອອກຈາກວຽກ; ສຳລັບຜູ້ທີ່ໄດ້ຮັບການອຸດໜູນວ່າງງານມາກ່ອນ ຕ້ອງສະສົມເງິນສົມທົບຕື່ມອີກ ສິບສອງເດືອນ (12 ເດືອນ) ຂຶ້ນໄປ ຈຶ່ງສາມາດໄດ້ຮັບເງິນອຸດໜູນວ່າງງານຄັ້ງໃໝ່;

2. ວ່າງງານ ຍ້ອນການລົ້ມລະລາຍຂອງຫົວໜ່ວຍແຮງງານ, ຢຸດກິດຈະການ ຫຼື ສິ້ນສຸດໂຄງການຊ່ວຍເຫຼືອເພື່ອການພັດທະນາ ຢ່າງຖາວອນ;

3. ວ່າງງານ ຍ້ອນການຢຸດກິດຈະການຊົ່ວຄາວ ຈາກຜົນກະທົບຂອງໄພພິບັດ;

4. ວ່າງງານ ຍ້ອນຄວາມຕ້ອງການຫຼຸດຈຳນວນແຮງງານ ຫຼື ການລະດົມໃຫ້ອອກຈາກວຽກ ເນື່ອງຈາກວິກິດການທາງດ້ານການເງິນ ຫຼື ການປັບປຸງໂຄງສ້າງຂອງວິສາຫະກິດ ໂດຍມີການຢັ້ງຢືນຈາກພາກສ່ວນກ່ຽວຂ້ອງ;

5. ມີເອກະສານຢັ້ງຢືນການອອກວຽກ (ໃບປົດປ່ອຍອອກວຽກ) ຈາກຫົວໜ່ວຍແຮງງານ ທີ່ກ່ຽວຂ້ອງຢ່າງຖືກຕ້ອງ;

6. ຜູ້ວ່າງງານ ທີ່ອອກຈາກວຽກ ຕ້ອງຂຶ້ນທະບຽນວ່າງງານ ລົງໃນລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ. ພາຍຫຼັງການຂຶ້ນທະບຽນແລ້ວ ຕ້ອງຄົບ ສາມສິບວັນ (30 ວັນ) ຂຶ້ນໄປ ຈຶ່ງຈະໄດ້ຮັບໃບຢັ້ງຢືນການວ່າງງານ ຈາກພາກສ່ວນທີ່ກ່ຽວຂ້ອງ;

7. ວ່າງງານແຕ່ສາມສິບວັນຂຶ້ນໄປ ໂດຍມີການຢັ້ງຢືນຈາກ ກົມການຈັດຫາງານ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ນະຄອນຫຼວງ, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ຂັ້ນເມືອງ;

8. ຜູ້ວ່າງງານ ທີ່ຖືກປົດປ່ອຍອອກຈາກວຽກ ຕ້ອງຂຶ້ນທະບຽນວ່າງງານ ພາຍໃນ ສາມສິບວັນ (30 ວັນ) ນັບຈາກມື້ອອກຈາກວຽກເປັນຕົ້ນໄປ ຈຶ່ງຈະສາມາດຂໍຮັບການອຸດໜູນວ່າງງານໄດ້ຕາມເງື່ອນໄຂ; ພາຍຫຼັງການຂຶ້ນທະບຽນແລ້ວ ຕ້ອງຄົບ ສາມສິບວັນ (30 ວັນ) ຂຶ້ນໄປ ຈຶ່ງຈະໄດ້ຮັບໃບຢັ້ງຢືນການວ່າງງານ ຈາກພາກສ່ວນທີ່ກ່ຽວຂ້ອງ;

9. ສຳລັບຜູ້ວ່າງງານ ທີ່ໄດ້ຮັບການອຸດໜູນວ່າງງານຄັ້ງທີ່ຜ່ານມາແລ້ວ ແຕ່ພາຍໃນ ສາມສິບວັນ (30 ວັນ) ຕໍ່ມາ ຍັງບໍ່ສາມາດຊອກວຽກໄດ້ ການຂໍອຸດໜູນວ່າງງານຄັ້ງຕໍ່ໄປ ຕ້ອງໄດ້ຮັບການຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ.

第ມາດຕາ 12条

第12条 连续失业证明的条件

每月从相关部门连续证明失业状态,并须在不超过四十五(45)天内提交失业补助申请文件,自上次领取失业补助之日起计算,若超过该期限,则视为终止领取失业补助;

身体健康,能够重返劳动力市场;

因任何原因无法从事新工作,或在向所选用人单位提交求职申请后,但须有这些用人单位的意见或文件接收证明;

没有与知识能力或预定工作相符的空缺职位,且在登记进入劳动力市场信息系统后三十(30)天内无法找到工作;

如实申报本人的就业状况;

必须亲自前来领取失业证明;

因患病需住院治疗并有医疗证明而无法亲自按时领取失业证明的,可授权他人代为领取失业证明。

不获得失业证明和失业补助的条件
失业人员在下列情况下将不获得失业证明:

从事季节性工作或按产品计酬的工作;
违反劳动合同或用人单位内部规章;

因各种原因自愿辞职;
丧失劳动能力或残疾;
私立学校教师的假期;
劳动者与用人单位之间的劳动合同终止;
符合领取提前退休补助或社会保险基金其他类型补助条件的人员;
拒绝按照失业登记执行机构建议参加工作或技能培训;
在国内外获得新工作或从事任何自由职业;

终止领取失业补助;

在规定领取失业证明之日起十五(15)天内(含提交文件给社会保险之日)未前来领取相关文件的,将丧失后续申报和领取失业证明的权利,并视为终止从社会保险领取失业补助;

自登记为失业人员后每三十(30)天未申报本人当前就业状况,或故意隐瞒就业状况;

未前往所选用人单位提交求职面试申请,且未报告面试结果;

伪造用人单位出具的离职证明文件;

不遵守法律和规定的规章。

ພາສາລາວ (老挝语原文)

ມາດຕາ 12 ເງື່ອນໄຂການຢັ້ງຢືນການວ່າງງານຢ່າງຕໍ່ເນື່ອງ

ການຢັ້ງຢືນການວ່າງງານຢ່າງຕໍ່ເນື່ອງເປັນແຕ່ລະເດືອນຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ຕ້ອງຍື່ນເອກະສານຂໍຮັບການອຸດໜູນວ່າງງານບໍ່ໃຫ້ກາຍສີ່ສິບຫ້າວັນ (45 ວັນ) ໂດຍນັບຈາກການຮັບອຸດໜູນວ່າງງານຄັ້ງທີ່ຜ່ານມາ ຫາກກາຍກຳນົດດັ່ງກ່າວ ຖືວ່າເປັນການສິ້ນສຸດການຮັບອຸດໜູນວ່າງງານ;

ມີສຸຂະພາບແຂງແຮງ ແລະ ສາມາດກັບເຂົ້າສູ່ຕະຫຼາດແຮງງານ;

ບໍ່ສາມາດເຂົ້າເຮັດວຽກໃໝ່ໄດ້ ຍ້ອນສາເຫດໃດໜຶ່ງ ຫຼື ພາຍຫຼັງທີ່ໄດ້ຍື່ນຫັງສືນຳສົ່ງເຂົ້າສຳພາດວຽກ ຕໍ່ຫົວໜ່ວຍແຮງງານທີ່ເລືອກໄວ້ ແຕ່ຕ້ອງມີຄຳເຫັນ ຫຼື ມີການຢັ້ງຢືນການຮັບເອກະສານຈາກຫົວໜ່ວຍແຮງງານເຫຼົ່ານັ້ນ;

ບໍ່ມີຕຳແໜ່ງງານວ່າງ ທີ່ສອດຄ່ອງກັບຄວາມຮູ້ຄວາມສາມາດ ຫຼື ວຽກສະຫຼັກໄວ້ ແລະ ບໍ່ສາມາດຊອກວຽກໄດ້ພາຍຫຼັງທີ່ໄດ້ຂຶ້ນທະບຽນ ລົງໃນລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ສາມສິບວັນ (30 ວັນ);

ແຈ້ງສະຖານະການມີວຽກເຮັດງານທຳຂອງຕົນຖືກຕ້ອງ;

ຕ້ອງເຂົ້າມາຮັບໃບຢັ້ງຢືນວ່າງງານດ້ວຍຕົນເອງ;

ກໍລະນີບໍ່ສາມາດມາຮັບໃບຢັ້ງຢືນການວ່າງງານໄດ້ດ້ວຍຕົນເອງຕາມກຳນົດເວລາ ຍ້ອນການເຈັບເປັນທີ່ຕ້ອງໄດ້ເຂົ້ານອນໂຮງໝໍໂດຍມີການຢັ້ງຢືນທາງດ້ານການແພດ ສາມາດມອບສິດໃຫ້ບຸກຄົນອື່ນມາເອົາໃບຢັ້ງຢືນແທນຕົນເອງໄດ້.

ເງື່ອນໄຂ ບໍ່ໄດ້ຮັບຫັງສືຢັ້ງຢືນການວ່າງງານ ແລະ ຮັບອຸດໜູນການວ່າງງານ
ຜູ້ວ່າງງານ ຈະບໍ່ໄດ້ຮັບຫັງສືຢັ້ງຢືນວ່າງງານ ກໍລະນີດັ່ງນີ້:

ເຮັດວຽກຕາມລະດູການ ຫຼື ຕາມຜະລິດຕະພັນ;
ລະເມີດສັນຍາແຮງງານ ຫຼື ກົດລະບຽບພາຍໃນຂອງຫົວໜ່ວຍແຮງງານ;

ສະໝັກໃຈລາອອກດ້ວຍເຫດຜົນຕ່າງໆ;
ເສຍກຳລັງແຮງງານ ຫຼື ເສຍອົງຄະ;
ໄລຍະພັກແລ້ງຂອງຄູໃນໂຮງຮຽນຂອງເອກະຊົນ;
ສິ້ນສຸດສັນຍາແຮງງານ ລະຫວ່າງ ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ;
ຜູ້ທີ່ຄົບເງື່ອນໄຂຮັບອຸດໜູນບຳນານກ່ອນອາຍຸກະສຽນ ຫຼື ອຸດໜູນປະກັນສັງຄົມປະເພດອື່ນໆ ຈາກກອງທຶນປະກັນສັງຄົມ;
ປະຕິເສດການເຂົ້າເຮັດວຽກ ຫຼື ພັດທະນາສີມືແຮງງານ ຕາມການແນະນຳຂອງອົງການຈັດຕັ້ງປະຕິບັດການຂຶ້ນທະບຽນຜູ້ວ່າງງານ;
ໄດ້ຮັບວຽກໃໝ່ ຢູ່ພາຍໃນ ແລະ ຕ່າງປະເທດ ຫຼື ປະກອບອາຊີບອິດສະຫຼະໃດໜຶ່ງ;

ສິ້ນສຸດການຮັບອຸດໜູນວ່າງງານ;

ກຳນົດຮັບຫັງສືຢັ້ງຢືນການວ່າງງານ ແຕ່ບໍ່ມາພົວພັນເອົາເອກະສານດັ່ງກ່າວ ພາຍໃນ ສິບຫ້າວັນ (15 ວັນ) ໂດຍນັບລວມກັບມື້ມາຍື່ນເອກະສານໃຫ້ປະກັນສັງຄົມ ແມ່ນຈະສູນເສຍສິດໃນການແຈ້ງສະເຫີຕົວ ແລະ ຮັບຫັງສືຢັ້ງຢືນການວ່າງງານ ໃນຄັ້ງຕໍ່ໆໄປ ແລະ ຖືເປັນການສິ້ນສຸດການຮັບອຸດໜູນວ່າງງານຈາກປະກັນສັງຄົມ;

ບໍ່ແຈ້ງສະຖານະການມີວຽກເຮັດງານທຳປະຈຸບັນຂອງຕົນ ທຸກໆ ສາມສິບວັນ (30 ວັນ) ພາຍຫຼັງລົງທະບຽນເປັນຜູ້ວ່າງງານ ຫຼື ເຈດຕະນາປິດບັງສະຖານະການມີວຽກເຮັດງານທຳ;

ບໍ່ໄປຍື່ນໃບນຳສົ່ງສຳພາດວຽກ ຢູ່ຫົວໜ່ວຍແຮງງານ ທີ່ເລືອກໄວ້ ແລະ ບໍ່ແຈ້ງຜົນຂອງການສຳພາດ;

ປອມແປງເອກະສານຢັ້ງຢືນການປົດປ່ອຍອອກຈາກວຽກທີ່ອອກໃຫ້ໂດຍຫົວໜ່ວຍແຮງງານ;

ບໍ່ປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກຳນົດໄວ້.

本页展示前 12 条,全文共 26 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译