ຂໍ້ຕົກລົງວ່າດ້ວຍ ການຈັດສົ່ງ ແລະ ຄຸ້ມຄອງຜູ້ອອກແຮງງານລາວທີ່ເຮັດວຽກຕາມລະດູການ ຢູ່ສາທາລະນະລັດເກົາຫຼີ

关于派遣和管理在韩国季节性工作的老挝劳工的协议

Agreement on the Dispatch and Management of Lao Workers for Seasonal Work in South Korea

ບົດສະຫຼຸບ

ຂໍ້ຕົກລົງສະບັບນີ້ຄຸ້ມຄອງການສົ່ງ ແລະ ຄຸ້ມຄອງແຮງງານລາວໄປເຮັດວຽກຕາມລະດູການໃນເກົາຫຼີໃຕ້, ກຳນົດຫຼັກການສົ່ງ, ຂອບເຂດການນຳໃຊ້, ເງື່ອນໄຂຂອງບໍລິສັດຊ່ວຍເຫຼືອ ແລະ ຂັ້ນຕອນການອະນຸມັດ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 1 ການຈັດສົ່ງຜູ້ອອກແຮງງານລາວໄປເຮັດວຽກຕາມລະດູການຢູ່ ສາທາລະນະລັດເກົາຫຼີ
ການຈັດສົ່ງຜູ້ອອກແຮງງານລາວໄປເຮັດວຽກຕາມລະດູການ ຢູ່ສາທາລະນະລັດເກົາຫຼີ ແມ່ນຂະບວນການອະນຸຍາດໃຫ້ຜູ້ອອກແຮງງານລາວທີ່ມີມາດຖານ, ເງື່ອນໄຂຄົບຖ້ວນ ແລະ ໄດ້ຖືກຄັດເລືອກ ເພື່ອໄປເຮັດວຽກຕາມລະດູການ ຢູ່ບັນດາເມືອງ ຂອງສາທາລະນະລັດເກົາຫຼີ ທີ່ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈ້າງແຮງງານຕາມລະດູການຮ່ວມກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ.

ມາດຕາ ມາດຕາ 2

ມາດຕາ 2 ຫຼັກການກ່ຽວກັບການຈັດສົ່ງ ແລະ ການຄຸ້ມຄອງ
ການຈັດສົ່ງ ແລະ ຄຸ້ມຄອງຜູ້ອອກແຮງງານລາວທີ່ເຮັດວຽກຕາມລະດູການ ຢູ່ສາທາລະນະລັດ ເກົາຫຼີ ປະຕິບັດຕາມຫຼັກການ ດັ່ງນີ້:

1. ສອດຄ່ອງກັບນະໂຍບາຍ, ກົດໝາຍ ແລະ ລະບຽບການຂອງ ສປປ ລາວ ແລະ ສາທາລະນະລັດ ເກົາຫຼີ;
2. ຮັບປະກັນການອະນຸຍາດຈັດສົ່ງ ລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ;
3. ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ໂດຍຊອບທຳ ບົນພື້ນຖານກົດໝາຍ ແລະ ລະບຽບການຂອງ ສປປ ລາວ ແລະ ສາທາລະນະລັດ ເກົາຫຼີ;
4. ຕິດຕາມ ແລະ ໃຫ້ການຊ່ວຍເຫຼືອຜູ້ອອກແຮງງານ ໃນໄລຍະທີ່ເຮັດວຽກຕາມລະດູການ ຢູ່ສາທາລະນະລັດ ເກົາຫຼີ;
5. ຮັບປະກັນໃຫ້ຜູ້ອອກແຮງງານກັບຄືນປະເທດ ພາຍຫຼັງສິ້ນສຸດສັນຍາການຈ້າງງານ.

ມາດຕາ ມາດຕາ 3

ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງກັບວຽກງານການຈັດສົ່ງ ແລະ ຄຸ້ມຄອງຜູ້ອອກແຮງງານລາວທີ່ເຮັດວຽກຕາມລະດູການ ຢູ່ສາທາລະນະລັດ ເກົາຫຼີ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 52 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ