关于职业介绍服务机构管理的协议
ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງວິສາຫະກິດ ບໍລິການຈັດຫາງານ
Agreement on the Management of Employment Agency Services
简介
该协议调整老挝境内职业介绍服务企业的设立与运营管理,核心内容涵盖企业许可、监督、检查及国内外劳务中介服务的规范。
Summary
This agreement regulates the establishment and operation management of employment agency service enterprises in Laos, with core content covering enterprise licensing, supervision, inspection, and the regulation of domestic and foreign labor intermediary services.
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງການສ້າງຕັ້ງ ແລະ ການດຳເນີນທຸລະກິດຂອງວິສາຫະກິດບໍລິການຫາງານຢູ່ໃນປະເທດລາວ, ເນື້ອໃນຫຼັກປະກອບດ້ວຍການອະນຸຍາດ, ການຕິດຕາມ, ການກວດກາວິສາຫະກິດ ແລະ ມາດຕະຖານການບໍລິການຫາງານພາຍໃນ ແລະ ຕ່າງປະເທດ.
条文
第ມາດຕາ 1条
第2条 就业服务企业管理
就业服务企业管理是指对国内就业服务企业和向国外派遣劳工的就业服务企业的设立许可、监督、检查、评估及采取各种措施的过程。
ພາສາລາວ (老挝语原文)
ມາດຕາ 2 ການຄຸ້ມຄອງວິສາຫະກິດບໍລິການຈັດຫາງານ
ການຄຸ້ມຄອງວິສາຫະກິດບໍລິການຈັດຫາງານ ແມ່ນຂະບວນການຄົ້ນຄວ້າໃນການອະນຸຍາດສ້າງຕັ້ງ, ການຕິດຕາມ, ການກວດກາ, ການປະເມີນຜົນ ແລະ ການດຳເນີນມາດຕະການຕ່າງໆ ຕໍ່ກັບການເຄື່ອນໄຫວດຳເນີນທຸລະກິດບໍລິການຈັດຫາງານພາຍໃນ ແລະ ຈັດສົ່ງໄປເຮັດວຽກຢູ່ຕ່າງປະເທດ.
第ມາດຕາ 2条
第2条 词语解释
1. 劳务中介企业是指依法设立、具有法人资格、经批准合法经营劳务中介业务的企业,符合相关法律法规。
2. 劳务中介经营许可是指对老挝公民或法人提交的文件进行审查核实,并批准其在国内外经营劳务中介业务,依据相关法律法规。
3. 劳务中介服务是指通过国家就业网络和劳务中介企业,为求职者和用人单位提供咨询、信息指导、法律指导及创造便利条件。
4. 国内劳务中介服务是指通过国家就业服务网络和劳务中介企业,为国内求职者和用人单位提供咨询、信息指导、法律指导及创造便利条件。
5. 境外劳务中介服务是指将老挝劳务人员派遣到国外工作、实习、学徒,使其学习、借鉴经验、提升技术知识能力、发展劳动技能、树立工业化工作态度,在老挝已签署劳务合作谅解备忘录的国家,通过受委托的国家就业服务网络和劳务中介企业进行。
6. 劳动力市场是指国内外经济体系中劳动力的需求和供给来源。
7. 劳动力需求是指用人单位需要招聘求职者的空缺职位信息,详细规定工作条件、工资或报酬、福利及其他政策。
8. 劳动力供给是指根据登记名册或信息,将准备就业或进入劳动力市场的劳动者数量,按技能型和非技能型分类,提供到合适的空缺职位。
9. 就业服务流程是指招聘、文件准备、名单申报、培训、派遣上岗、跟踪管理以及劳动合同期满后送回原籍地。
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
1. ວິສາຫະກິດບໍລິການຈັດຫາງານ ໝາຍເຖິງ ການຈັດຕັ້ງທຸລະກິດທີ່ມີຖານະເປັນນິຕິບຸກຄົນ ທີ່ໄດ້ຮັບການອະນຸມັດໃຫ້ດຳເນີນທຸລະກິດບໍລິການຈັດຫາງານຢ່າງຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
2. ການອະນຸຍາດໃຫ້ດຳເນີນວິສາຫະກິດບໍລິການຈັດຫາງານ ໝາຍເຖິງ ການຄົ້ນຄວ້າ, ກວດກາຄວາມຖືກຕ້ອງດ້ານເອກະສານ ແລະ ອະນຸມັດໃຫ້ບຸກຄົນ ຫຼື ນິຕິບຸກຄົນ ທີ່ເປັນພົນລະເມືອງລາວ ດຳເນີນທຸລະກິດບໍລິການຈັດຫາງານຢູ່ພາຍໃນ ແລະ ຈັດສົ່ງໄປຕ່າງປະເທດ ບົນພື້ນຖານກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
3. ການບໍລິການຈັດຫາງານ ໝາຍເຖິງ ການໃຫ້ຄຳປຶກສາ, ຄຳແນະນຳດ້ານຂໍ້ມູນ, ນິຕິກຳ ແລະ ການສ້າງເງື່ອນໄຂອຳນວຍຄວາມສະດວກແກ່ຜູ້ຊອກຫາວຽກເຮັດ ແລະ ຜູ້ໃຊ້ແຮງງານທີ່ຕ້ອງການແຮງງານ ໂດຍນຳໃຊ້ຕາໜ່າງຈັດຫາງານຂອງລັດ ແລະ ວິສາຫະກິດບໍລິການຈັດຫາງານ.
4. ການບໍລິການຈັດຫາງານພາຍໃນປະເທດ ໝາຍເຖິງ ການໃຫ້ຄຳປຶກສາ ແລະ ຄຳແນະນຳດ້ານຂໍ້ມູນ, ນິຕິກຳ ແລະ ການສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ຜູ້ຊອກຫາວຽກເຮັດງານທຳ ແລະ ຜູ້ໃຊ້ແຮງງານທີ່ຕ້ອງການແຮງງານຢູ່ພາຍໃນປະເທດ ໂດຍການບໍລິການຂອງຕາໜ່າງບໍລິການຈັດຫາງານຂອງລັດ ແລະ ວິສາຫະກິດບໍລິການຈັດຫາງານ.
5. ການບໍລິການຈັດຫາງານໄປຕ່າງປະເທດ ໝາຍເຖິງ ການຈັດສົ່ງແຮງງານລາວໄປເຮັດວຽກ, ຝຶກງານ, ຝຶກໃນຫ້າວຽກ ເພື່ອເຮັດໃຫ້ແຮງງານດັ່ງກ່າວໄດ້ຮຽນຮູ້, ຖອດຖອນບົດຮຽນ, ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານເຕັກນິກ, ພັດທະນາສີມືແຮງງານ ແລະ ສ້າງທັດສະນະຄະຕິ ກ່ຽວກັບການເຮັດວຽກແບບອຸດສາຫະກຳ ຢູ່ຕ່າງປະເທດ ທີ່ ສປປ ລາວ ໄດ້ມີບົດບັນທຶກຄວາມເຂົ້າໃຈດ້ານການຈ້າງແຮງງານຮ່ວມກັນ ໂດຍການບໍລິການຂອງຕາໜ່າງບໍລິການຈັດຫາງານຂອງລັດ ທີ່ໄດ້ຮັບມອບໝາຍ ແລະ ວິສາຫະກິດບໍລິການຈັດຫາງານ.
6. ຕະຫຼາດແຮງງານ ໝາຍເຖິງ ແຫຼ່ງຄວາມຕ້ອງການ ແລະ ການສະໜອງແຮງງານ ຢູ່ໃນລະບົບເສດຖະກິດທັງພາຍໃນ ແລະ ຕ່າງປະເທດ.
7. ຄວາມຕ້ອງການແຮງງານ ໝາຍເຖິງ ຂໍ້ມູນກ່ຽວກັບຕຳແໜ່ງງານວ່າງ ທີ່ຫົວໜ່ວຍແຮງງານຕ້ອງການບັນຈຸຜູ້ຊອກຫາວຽກເຮັດງານທຳ ໂດຍກຳນົດເງື່ອນໄຂການເຮັດວຽກ, ເງິນເດືອນ ຫຼື ຄ່າແຮງງານ, ຜົນປະໂຫຍດ ແລະ ນະໂຍບາຍອື່ນໆ ຢ່າງລະອຽດ.
8. ການສະໜອງແຮງງານ ໝາຍເຖິງ ການສະໜອງຈຳນວນຜູ້ອອກແຮງງານທີ່ພ້ອມຈະເຮັດວຽກ ຫຼື ເຂົ້າສູ່ຕະຫຼາດແຮງງານຕາມບັນຊີ ຫຼື ຂໍ້ມູນທີ່ໄດ້ຂຶ້ນທະບຽນ ແລະ ຈັດແຍກຕາມປະເພດຜູ້ມີສີມື ແລະ ຜູ້ທີ່ບໍ່ມີສີມື ເຂົ້າເຮັດວຽກຕາມຕຳແໜ່ງງານວ່າງ ທີ່ເໝາະສົມ.
9. ຂັ້ນຕອນການຈັດຫາງານ ໝາຍເຖິງ ການຮັບສະໝັກງານ, ການປະກອບເອກະສານ, ແຈ້ງລາຍຊື່, ຝຶກອົບຮົມ, ການສົ່ງເຂົ້າເຮັດວຽກ, ການຕິດຕາມຄຸ້ມຄອງ ແລະ ສົ່ງກັບຄືນພູມລຳເນົາເດີມ ເວລາສິ້ນສຸດສັນຍານຳໃຊ້ແຮງງານ.
第ມາດຕາ 3条
第4条 国家关于管理职业介绍企业的政策
国家鼓励和促进老挝公民或法人设立和经营职业介绍业务,通过制定政策、提供信息资料和创造必要条件,以便为劳动者提供职业介绍服务,使其能够按照劳动力市场的需求获得就业,从而为老挝人民民主共和国的经济社会发展做出贡献。
国家鼓励和促进个人、法人及所有部门组织参与、便利、监督和管理职业介绍企业的活动,确保其符合法律和法规。
ພາສາລາວ (老挝语原文)
ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບການຄຸ້ມຄອງວິສາຫະກິດບໍລິການຈັດຫາງານ
ລັດ ຊຸກຍູ້ ແລະ ສົ່ງເສີມໃຫ້ບຸກຄົນ ຫຼື ນິຕິບຸກຄົນ ທີ່ເປັນຄົນລາວ ສ້າງຕັ້ງ ແລະ ເຄື່ອນໄຫວທຸລະກິດບໍລິການຈັດຫາງານ ດ້ວຍການກຳນົດນະໂຍບາຍ, ສະໜອງຂໍ້ມູນຂ່າວສານ ແລະ ສ້າງເງື່ອນໄຂທີ່ຈຳເປັນ ເພື່ອໃຫ້ການບໍລິການຈັດຫາງານແກ່ຜູ້ອອກແຮງງານໄດ້ມີວຽກເຮັດງານທຳ ຕາມຄວາມຕ້ອງການຂອງຕະຫຼາດແຮງງານ ໃຫ້ສາມາດປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.
ລັດ ຊຸກຍູ້ ແລະ ສົ່ງເສີມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທຸກພາກສ່ວນ ປະກອບສ່ວນ, ອຳນວຍຄວາມສະດວກ, ຕິດຕາມ ແລະ ຄຸ້ມຄອງການເຄື່ອນໄຫວຂອງວິສາຫະກິດບໍລິການຈັດຫາງານ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.
第ມາດຕາ 4条
第5条 关于就业服务企业管理原则
就业服务企业的设立和许可管理应遵循以下原则:
1. 符合方针政策、宪法、法律和法规;
2. 在全国范围内集中统一设立和管理;
3. 在财务和运作上依法独立自主;
4. 保障国家、劳动者、用人单位和就业服务企业的利益;
5. 确保效率、平等、公正、透明和可核查;
6. 通过跟踪、检查和评估就业服务活动,保障就业服务的效率;
7. 保障劳动权利和男女平等权利。
ພາສາລາວ (老挝语原文)
ມາດຕາ 5 ຫຼັກການກ່ຽວກັບການຄຸ້ມຄອງວິສາຫະກິດບໍລິການຈັດຫາງານ
ການອະນຸຍາດສ້າງຕັ້ງ ແລະ ຄຸ້ມຄອງວິສາຫະກິດບໍລິການຈັດຫາງານ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການ;
2. ສ້າງຕັ້ງ ແລະ ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ;
3. ມີຄວາມເປັນເອກະລາດທາງດ້ານການເງິນ ແລະ ການເຄື່ອນໄຫວຕາມກົດໝາຍ ແລະ ລະບຽບການ;
4. ຮັບປະກັນຜົນປະໂຫຍດຂອງລັດ, ຜູ້ອອກແຮງງານ, ຜູ້ໃຊ້ແຮງງານ ແລະ ວິສາຫະກິດບໍລິການຈັດຫາງານ;
5. ຮັບປະກັນປະສິດທິພາບ, ສະເໝີພາບ, ຍຸຕິທຳ, ໂປ່ງໃສ ແລະ ສາມາດກວດສອບໄດ້;
6. ຮັບປະກັນທາງດ້ານປະສິດທິພາບຂອງການບໍລິການຈັດຫາງານ ໂດຍການຕິດຕາມ, ກວດກາ ແລະ ປະເມີນຜົນການເຄື່ອນໄຫວວຽກງານບໍລິການຈັດຫາງານ;
7. ຮັບປະກັນທາງດ້ານສິດທິໃນການອອກແຮງງານ ແລະ ສິດສະເໝີພາບຍິງ-ຊາຍ.
第ມາດຕາ 5条
第5条 适用范围
本协议适用于个人、法人及与在全国范围内经营职业介绍服务业务相关的组织。
ພາສາລາວ (老挝语原文)
ມາດຕາ 5 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງກັບການດຳເນີນທຸລະກິດບໍລິການຈັດຫາງານໃນຂອບເຂດທົ່ວປະເທດ.
第ມາດຕາ 6条
第6条 申请经营就业服务企业
作为老挝公民的个人或法人,有意申请经营就业服务企业的,必须通过计划投资部一站式投资服务办公室向劳动和社会福利部提出申请,以便开展国内就业服务工作以及向国外派遣老挝劳工。
ພາສາລາວ (老挝语原文)
ມາດຕາ 6 ການຂໍອະນຸຍາດເຄື່ອນໄຫວວິສາຫະກິດບໍລິການຈັດຫາງານ
ບຸກຄົນ ຫຼື ນິຕິບຸກຄົນ ທີ່ເປັນພົນລະເມືອງລາວ ທີ່ມີຈຸດປະສົງຂໍອະນຸຍາດເຄື່ອນໄຫວວິສາຫະກິດບໍລິການຈັດຫາງານ ຕ້ອງສະເໜີຂໍອະນຸມັດຈາກກະຊວງແຮງງານ ແລະ ສະຫວັດດິການສັງຄົມ ໂດຍຜ່ານຫ້ອງການບໍລິການການລົງທຶນປະຕູດຽວ ກະຊວງແຜນການ ແລະ ການລົງທຶນ ເພື່ອເຄື່ອນໄຫວວຽກງານບໍລິການຈັດຫາງານພາຍໃນ ແລະ ຈັດສົ່ງຜູ້ອອກແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ.
第ມາດຕາ 7条
第7条 申请经营职业介绍服务企业的程序
申请经营职业介绍服务企业的程序如下:
1. 有意申请经营职业介绍服务企业的人,必须向中央/地方一站式投资服务办公室提交相关文件,并经省或首都劳动和社会福利厅认证,该厅位于职业介绍服务企业办事处所在地,以申请投资许可证、企业注册证和职业介绍服务企业经营许可证;
2. 中央一站式投资服务办公室收到齐全文件后,应向劳动和社会福利部提交,以便研究并根据投资促进法规定的时限以书面形式作出答复;
3. 在获得中央投资促进和管理委员会的投资许可以及工业和贸易部门的企业注册证后,劳动和社会福利部颁发职业介绍服务企业经营许可证。
ພາສາລາວ (老挝语原文)
ມາດຕາ 7 ຂັ້ນຕອນການສະເໜີຂໍອະນຸຍາດເຄື່ອນໄຫວວິສາຫະກິດບໍລິການຈັດຫາງານ
ຂັ້ນຕອນຂອງການສະເໜີຂໍອະນຸຍາດເຄື່ອນໄຫວວິສາຫະກິດບໍລິການຈັດຫາງານ ມີດັ່ງນີ້:
1. ຜູ້ທີ່ມີຈຸດປະສົງ ຂໍອະນຸຍາດເຄື່ອນໄຫວວິສາຫະກິດບໍລິການຈັດຫາງານ ຕ້ອງປະກອບເອກະສານກ່ຽວຂ້ອງ ທີ່ຫ້ອງການລົງທຶນປະຕູດຽວຂັ້ນສູນກາງ/ຂັ້ນທ້ອງຖິ່ນ ໂດຍການຢັ້ງຢືນຜ່ານພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຫຼື ນະຄອນຫຼວງ ບ່ອນທີ່ສຳນັກງານວິສາຫະກິດບໍລິການຈັດຫາງານຕັ້ງຢູ່ ເພື່ອຂໍໃບອະນຸຍາດລົງທຶນ, ໃບທະບຽນວິສາຫະກິດ ແລະ ໃບອະນຸຍາດໃຫ້ເຄື່ອນໄຫວວິສາຫະກິດບໍລິການຈັດຫາງານ;
2. ຫ້ອງການບໍລິການລົງທຶນປະຕູດຽວຂັ້ນສູນກາງ ໄດ້ຮັບເອກະສານຄົບຖ້ວນແລ້ວ ໃຫ້ສະເໜີຕໍ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອຄົ້ນຄວ້າ ແລະ ມີຄຳເຫັນແຈ້ງຕອບຄືນຢ່າງເປັນລາຍລັກອັກສອນ ຕາມກຳນົດເວລາທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍສົ່ງເສີມການລົງທຶນ;
3. ພາຍຫຼັງໄດ້ຮັບອະນຸຍາດການລົງທຶນຈາກຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ແລະ ໃບທະບຽນວິສາຫະກິດ ຈາກຂະແໜງອຸດສາຫະກຳ ແລະ ການຄ້າ ແລ້ວ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ອອກໃບອະນຸຍາດໃຫ້ເຄື່ອນໄຫວວິສາຫະກິດບໍລິການຈັດຫາງານ.
第ມາດຕາ 8条
第8条 就业服务企业形式
就业服务企业的形式应确定为有限责任公司或一人有限责任公司,按照2013年12月26日第46/国会号《企业法(修订)》第2编第1章第12条的规定执行。
ພາສາລາວ (老挝语原文)
ມາດຕາ 8 ຮູບແບບວິສາຫະກິດບໍລິການຈັດຫາງານ
ຮູບແບບວິສາຫະກິດບໍລິການຈັດຫາງານ ແມ່ນໃຫ້ກຳນົດເປັນ ບໍລິສັດຈຳກັດ ຫຼື ບໍລິສັດຈຳກັດຜູ້ດຽວ ຕາມທີ່ກຳນົດໄວ້ໃນພາກທີ 2 ໝວດທີ 1 ມາດຕາ 12 ຂອງກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ) ເລກທີ 46/ສພຊ, ລົງວັນທີ 26 ທັນວາ 2013.
第ມາດຕາ 9条
第9条 申请经营职业介绍服务企业的条件
有意申请经营职业介绍服务企业的个人或法人,必须具备以下条件:
ພາສາລາວ (老挝语原文)
ມາດຕາ 9 ເງື່ອນໄຂຂອງການຂໍອະນຸຍາດເຄື່ອນໄຫວວິສາຫະກິດບໍລິການຈັດຫາງານ
ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຈຸດປະສົງຂໍອະນຸຍາດເຄື່ອນໄຫວວິສາຫະກິດບໍລິການຈັດຫາງານ ຕ້ອງມີເງື່ອນໄຂ ດັ່ງນີ້:
第ມາດຕາ 10条
第10条 颁发就业服务经营许可证的条件
个人或法人实体要获得就业服务经营许可证,必须具备以下条件:
1. 是老挝公民;
2. 年满25周岁;
3. 具有某一专业的高等教育以上学历;
4. 身体健康;
5. 履历清白,无前科和未决诉讼;
6. 有注册经营资本和现金保证金,按本法第13条规定;
7. 亲自提交申请文件;
8. 未处于企业破产状态;
9. 具有某一经营经验,且专业与经营业务相符;
10. 有详细的劳动力需求信息和派遣计划;
11. 对于已获得劳动和社会福利部许可进行有效就业服务试点的法人实体,将获得优先特别考虑。
ພາສາລາວ (老挝语原文)
ມາດຕາ 10 ເງື່ອນໄຂການອອກໃບອະນຸຍາດໃຫ້ດຳເນີນທຸລະກິດບໍລິການຈັດຫາງານ
ບຸກຄົນ ຫຼື ນິຕິບຸກຄົນ ທີ່ຈະໄດ້ຮັບໃບອະນຸຍາດໃຫ້ດຳເນີນທຸລະກິດບໍລິການຈັດຫາງານ ຕ້ອງມີເງື່ອນໄຂດັ່ງນີ້:
1. ເປັນຄົນສັນຊາດລາວ;
2. ມີອາຍຸ 25 ປີຂຶ້ນໄປ;
3. ມີລະດັບການສຶກສາຈົບວິຊາສະເພາະໃດໜຶ່ງ ລະດັບຊັ້ນສູງຂຶ້ນໄປ;
4. ມີສຸຂະພາບແຂງແຮງ;
5. ມີຊີວະປະຫວັດແຈ້ງຊັດ ໂດຍບໍ່ມີໂທດ ແລະ ຄະດີມາກ່ອນ;
6. ມີທຶນຈົດທະບຽນຂໍອະນຸຍາດເຄື່ອນໄຫວ ແລະ ມີເງິນສົດຄ້ຳປະກັນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 13 ຂອງກົດໝາຍນີ້;
7. ຍື່ນເອກະສານຂໍອະນຸຍາດດ້ວຍຕົນເອງ;
8. ບໍ່ຢູ່ໃນໄລຍະລົ້ມລະລາຍດ້ານທຸລະກິດ;
9. ມີປະສົບການດ້ານການດຳເນີນທຸລະກິດໃດໜຶ່ງມາກ່ອນ ແລະ ຕ້ອງມີວິຊາການສົມຄູ່ກັບການດຳເນີນທຸລະກິດ;
10. ມີຂໍ້ມູນຄວາມຕ້ອງການແຮງງານທີ່ລະອຽດ ແລະ ແຜນການການດຳເນີນການຈັດສົ່ງ;
11. ສຳລັບນິຕິບຸກຄົນທີ່ໄດ້ຮັບອະນຸຍາດຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມໃຫ້ເຮັດທົດລອງການຈັດຫາງານຢ່າງມີປະສິດທິຜົນ ຈະໄດ້ຮັບການພິຈາລະນາເປັນບູລິມະສິດພິເສດ.
第ມາດຕາ 11条
第11条 申请经营职业介绍企业许可证的附属文件
申请经营职业介绍企业许可证的附属文件如下:
- 经营职业介绍企业许可证申请书;
- 根据劳动和社会福利部规定的格式,关于经营职业介绍企业的经济技术分析报告;
- 来自计划投资部的投资许可证副本;
- 通过省或万象市劳动和社会福利厅认证的经营申请函;
- 职业介绍企业内部规章草案;
- 职业介绍企业申请人的身份证副本;
- 职业介绍企业申请人的简历;
- 职业介绍企业申请人的学历证明;
- 职业介绍企业申请人的住址通知;
- 资产证明副本(地契、建筑物所有权、存款账户);
- 职业介绍企业位置图(经村行政当局认证);
- 财务状况证明副本(发给将成为企业所有者的人);
- 设立和经营职业技能培训工作的许可证副本(如有);
- 与职业技能培训中心的合作协议副本(如果尚未设立职业技能培训中心);
- 职业介绍企业的组织结构或董事会;
- 蓝底照片3x4共2张。
ພາສາລາວ (老挝语原文)
ມາດຕາ 11 ເອກະສານປະກອບຂໍອະນຸຍາດເຄື່ອນໄຫວວິສາຫະກິດບໍລິການຈັດຫາງານ
ເອກະສານປະກອບເພື່ອຂໍອະນຸຍາດເຄື່ອນໄຫວວິສາຫະກິດບໍລິການຈັດຫາງານ ມີດັ່ງນີ້:
- ໃບຄຳຮ້ອງຂໍອະນຸຍາດເຄື່ອນໄຫວວິສາຫະກິດບໍລິການຈັດຫາງານ;
- ບົດວິເຄາະເສດຖະກິດ-ເຕັກນິກ ກ່ຽວກັບການເຄື່ອນໄຫວວິສາຫະກິດບໍລິການຈັດຫາງານ ຕາມຮ່າງທີ່ກະຊວງແຮງງານ ແລະ ສະຫວັດດິການສັງຄົມ ໄດ້ກຳນົດ;
- ສຳເນົາໃບອະນຸຍາດລົງທຶນ ຈາກກະຊວງແຜນການ ແລະ ການລົງທຶນ;
- ໃບສະເໜີຂໍອະນຸຍາດເຄື່ອນໄຫວ ໂດຍຜ່ານການຢັ້ງຢືນຂອງພະແນກແຮງງານ ແລະ ສະຫວັດດິການສັງຄົມ ແຂວງ ຫຼື ນະຄອນຫຼວງວຽງຈັນ;
- ຮ່າງກົດລະບຽບພາຍໃນຂອງວິສາຫະກິດບໍລິການຈັດຫາງານ;
- ສຳເນົາບັດປະຈຳຕົວຂອງຜູ້ສະເໜີເຄື່ອນໄຫວວິສາຫະກິດບໍລິການຈັດຫາງານ;
- ຊີວະປະຫວັດຫຍໍ້ຂອງຜູ້ສະເໜີເຄື່ອນໄຫວວິສາຫະກິດບໍລິການຈັດຫາງານ;
- ໃບຢັ້ງຢືນການສຶກສາຂອງຜູ້ສະເໜີເຄື່ອນໄຫວວິສາຫະກິດບໍລິການຈັດຫາງານ;
- ໃບແຈ້ງທີ່ຢູ່ຂອງຜູ້ສະເໜີເຄື່ອນໄຫວວິສາຫະກິດບໍລິການຈັດຫາງານ;
- ສຳເນົາໃບຢັ້ງຢືນຊັບສິນ (ໃບຕາດິນ, ເຈົ້າຂອງອາຄານ, ບັນຊີເງິນຝາກ);
- ແຜນວາດທີ່ຕັ້ງຂອງວິສາຫະກິດບໍລິການຈັດຫາງານ (ຢັ້ງຢືນຈາກອຳນາດການປົກຄອງບ້ານ);
- ສຳເນົາໃບຢັ້ງຢືນຖານະທາງດ້ານການເງິນ (ອອກໃຫ້ຜູ້ທີ່ຈະເປັນເຈົ້າຂອງວິສາຫະກິດ);
- ສຳເນົາໃບອະນຸຍາດສ້າງຕັ້ງ ແລະ ເຄື່ອນໄຫວວຽກງານຝຶກສີມືແຮງງານ (ຖ້າມີ);
- ສຳເນົາສັນຍາຮ່ວມມືກັບສູນຝຶກສີມືແຮງງານ ຖ້າຍັງບໍ່ທັນສ້າງຕັ້ງສູນຝຶກສີມືແຮງງານ;
- ໂຄງຮ່າງການຈັດຕັ້ງ ຫຼື ສະພາບໍລິຫານຂອງວິສາຫະກິດບໍລິການຈັດຫາງານ;
- ຮູບພື້ນສີຟ້າ 3x4 ຈຳນວນ 2 ໃບ.
第ມາດຕາ 12条
第12条 注册资本
允许经营劳务派遣企业的注册资本必须如下:
1. 允许经营国内劳务派遣企业的注册资本不低于200,000,000基普(两亿基普)。
2. 允许经营国内劳务派遣和向国外派遣劳务的企业注册资本不低于2,000,000,000基普(二十亿基普)。
ພາສາລາວ (老挝语原文)
ມາດຕາ 12 ທຶນຈົດທະບຽນ
ທຶນຈົດທະບຽນສຳລັບການອະນຸຍາດໃຫ້ເຄືອນໄຫວວິສາຫະກິດບໍລິການຈັດຫາງານ ຕ້ອງມີດັ່ງນີ້:
1. ທຶນຈົດທະບຽນ ສຳລັບການອະນຸຍາດໃຫ້ເຄືອນໄຫວວິສາຫະກິດບໍລິການຈັດຫາງານພາຍໃນປະເທດ ບໍ່ຫຼຸດ 200.000.000 ກີບ (ສອງຮ້ອຍລ້ານ).
2. ທຶນຈົດທະບຽນ ສຳລັບການອະນຸຍາດໃຫ້ເຄືອນໄຫວການບໍລິການຈັດຫາງານພາຍໃນປະເທດ ແລະ ຈັດສົ່ງໄປເຮັດວຽກຢູ່ຕ່າງປະເທດ ບໍ່ຫຼຸດ 2.000.000.000 ກີບ (ສອງຕື້ກີບ).
本页展示前 12 条,全文共 52 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读