ດຳລັດວ່າດ້ວຍ ການຄຸ້ມຄອງ ການກູ້ຢືມ ແລະ ການຄ້ຳປະກັນ
关于借贷和担保管理的政令
Decree on the Management of Lending and Guarantees
ບົດສະຫຼຸບ
ດຳລັດສະບັບນີ້ຄຸ້ມຄອງການກູ້ຢືມໂດຍກົງ, ການກູ້ຢືມຕໍ່ ແລະ ການຄ້ຳປະກັນໃນລາວ, ເນັ້ນໃສ່ການກຳນົດຫຼັກການ ແລະ ຕົວຊີ້ວັດສຳລັບການຈັດທຳຍຸດທະສາດໜີ້ສາທາລະນະ, ວົງເງິນກູ້ສູງສຸດ ແລະ ການເກັບຄ່າທຳນຽມຄ້ຳປະກັນ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ການຄຸ້ມຄອງການກູ້ຢືມ ແລະ ການຄໍ້າປະກັນ
ການຄຸ້ມຄອງການກູ້ຢືມ ແລະ ການຄໍ້າປະກັນ ແມ່ນ ການຈັດຕັ້ງປະຕິບັດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການກູ້ຢືມໂດຍກົງ, ການໃຫ້ກູ້ຢືມຕໍ່ ແລະ ການຄໍ້າປະກັນການກູ້ຢືມ.
ມາດຕາ ມາດຕາ 2
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຄຳເຫັນດ້ານກົດໝາຍ ໝາຍເຖິງ ເອກະສານທາງດ້ານກົດໝາຍທີ່ອອກໃຫ້ໂດຍກະຊວງຍຸຕິທຳ ພາຍຫຼັງການເຊັນສັນຍາການກູ້ຢືມໂດຍກົງ ລະຫວ່າງ ລັດຖະບານ ແລະ ຜູ້ໃຫ້ກູ້ຢືມ;
2. ຜູ້ໄດ້ຮັບການຄໍ້າປະກັນ ໝາຍເຖິງ ລັດວິສາຫະກິດ ທີ່ຈັດຕັ້ງປະຕິບັດແຜນງານ ຫຼື ໂຄງການລົງທຶນ ທີ່ເປັນບູລິມະສິດ ຫຼື ຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ມີແຫຼ່ງງົບປະມານມາຊຳລະ ທີ່ແນ່ນອນ, ລັດວິສາຫະກິດ ຫຼື ວິສາຫະກິດ ທີ່ໄດ້ຮັບມອບໝາຍໃຫ້ປະຕິບັດລົງທຶນຂອງລັດ ໃນຮູບແບບການລົງທຶນທີ່ມີສ່ວນຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ;
3. ເພດານການກູ້ຢືມ ໝາຍເຖິງ ຕົວເລກການກູ້ຢືມລວມສູງສຸດໃນແຕ່ລະປີ ທີ່ລັດຖະບານຮັບຮອງ ບົນພື້ນຖານ ອັດຕາສ່ວນໜີ້ສິນສາທາລະນະ ທີ່ສະພາແຫ່ງຊາດຮັບຮອງ;
4. ຄ່າຄໍ້າປະກັນ ໝາຍເຖິງ ຄ່າຄຸ້ມຄອງຄວາມສ່ຽງ ທີ່ກະຊວງການເງິນ ໄດ້ຮັບຈາກການອອກໜັງສືຄໍ້າປະກັນ.
ມາດຕາ ມາດຕາ 3
ມາດຕາ 4 ຂອບເຂດການນຳໃຊ້ດຳລັດ
ດຳລັດສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ ເຄື່ອນໄຫວ ແລະ ພົວພັນກ່ຽວກັບວຽກງານຄຸ້ມຄອງ ການກູ້ຢືມໂດຍກົງ, ການໃຫ້ກູ້ຢືມຕໍ່ ແລະ ການຄ້ຳປະກັນ ການກູ້ຢືມ ຢູ່ ສປປ ລາວ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 49 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ