ຂໍ້ຕົກລົງວ່າດ້ວຍ ການກວດສອບທະນາຄານທຸລະກິດ

关于商业银行检查的协议

Agreement on the Inspection of Commercial Banks

ບົດສະຫຼຸບ

ກົດໝາຍນີ້ຄຸ້ມຄອງກິດຈະການກວດສອບບັນຊີຂອງທະນາຄານການຄ້າ, ກຳນົດຄຳນິຍາມ, ຫຼັກການ, ຮູບແບບ ແລະ ໜ້າທີ່ຂອງຜູ້ກວດສອບບັນຊີພາຍໃນ ແລະ ພາຍນອກ, ຮຽກຮ້ອງໃຫ້ມີການກວດກາຄວາມສ່ຽງເປັນປະຈຳ ແລະ ຮັບປະກັນຄວາມໂປ່ງໃສ ແລະ ຄວາມເປັນເອກະລາດ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ການກວດສອບທະນາຄານທຸລະກິດ
ການກວດສອບທະນາຄານທຸລະກິດ ແມ່ນ ການດຳເນີນການກວດກາ ແລະ ຢັ້ງຢືນ ຄວາມຖືກຕ້ອງ, ຄວາມສອດຄ່ອງ, ຄວາມຄົບຖ້ວນ ຂອງເອກະສານລາຍງານການເງິນ, ປະສິດທິພາບຂອງການດຳເນີນງານ, ການປະຕິບັດກົດໝາຍ, ລະບຽບຄວາມບັນຄົງ ແລະ ລະບຽບການພາຍໃນ ຂອງທະນາຄານທຸລະກິດ.

ມາດຕາ ມາດຕາ 2

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:

1. ການກວດສອບພາຍໃນ ໝາຍເຖິງ ການກວດສອບທະນາຄານທຸລະກິດ ໂດຍຜູ້ກວດສອບພາຍໃນ;
2. ການກວດສອບພາຍນອກ ໝາຍເຖິງ ການກວດສອບທະນາຄານທຸລະກິດ ໂດຍຜູ້ກວດສອບພາຍນອກ;
3. ຜູ້ກວດສອບ ໝາຍເຖິງ ຜູ້ກວດສອບພາຍໃນ ແລະ ຜູ້ກວດສອບພາຍນອກ;
4. ຜູ້ກວດສອບພາຍໃນ ໝາຍເຖິງ ກົງຈັກກວດສອບພາຍໃນ ຂອງທະນາຄານທຸລະກິດ;
5. ຜູ້ກວດສອບພາຍນອກ ໝາຍເຖິງ ບໍລິສັດກວດສອບ ທີ່ໃຫ້ບໍລິການກວດສອບທະນາຄານທຸລະກິດ ຕາມສັນຍາ;
6. ນັກກວດສອບ ໝາຍເຖິງ ບຸກຄົນທີ່ປະກອບເປັນຄະນະຂອງຜູ້ກວດສອບ ໃນການກວດສອບທະນາຄານທຸລະກິດ;
7. ລະບຽບຄວາມໝັ້ນຄົງ ໝາຍເຖິງ ນິຕິກຳທີ່ວາງອອກເພື່ອຮັກສາຄວາມໝັ້ນຄົງ ຂອງທະນາຄານທຸລະກິດ ເຊັ່ນ ກົດໝາຍວ່າດ້ວຍທະນາຄານທຸລະກິດ ແລະ ລະບຽບການຂອງ ທຫລ;
8. ລະບຽບການພາຍໃນ ໝາຍເຖິງ ນິຕິກຳພາຍໃນທະນາຄານທຸລະກິດ ເປັນຕົ້ນ ກົດລະບຽບ, ຂໍ້ຕົກລົງ, ຂໍ້ກຳນົດ, ຄຳແນະນຳ, ຄູ່ມື.

ມາດຕາ ມາດຕາ 3

ມາດຕາ 4 ຫຼັກການກ່ຽວກັບການກວດສອບທະນາຄານທຸລະກິດ
ການກວດສອບທະນາຄານທຸລະກິດ ໃຫ້ປະຕິບັດຕາມຫຼັກການຕົ້ນຕໍ ດັ່ງນີ້:
1. ດຳເນີນການກວດສອບ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ;
2. ຮັບປະກັນການກວດສອບໃຫ້ເຫັນຄວາມສ່ຽງ, ຂໍ້ບົກພ່ອງ ຂອງທະນາຄານທຸລະກິດ ເພື່ອກຳນົດ, ວັດແທກ, ປະເມີນ, ຕິດຕາມ, ແກ້ໄຂ ຫຼື ຫຼຸດຜ່ອນຄວາມສ່ຽງ ຢ່າງເໝາະສົມ ແລະ ທັນການ;
3. ຮັບປະກັນຄວາມໂປ່ງໃສ, ຄວາມເປັນເອກະລາດ ແລະ ຈັນຍາບັນ ຂອງຜູ້ກວດສອບ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 38 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ