关于商业银行检查的协议

ຂໍ້ຕົກລົງວ່າດ້ວຍ ການກວດສອບທະນາຄານທຸລະກິດ

Agreement on the Inspection of Commercial Banks

简介

该法规调整商业银行审计活动,明确内部与外部审计的定义、原则、形式及审计师职责,要求定期检查风险并确保透明度与独立性。

Summary

This regulation governs audit activities of commercial banks, defining internal and external audit, principles, forms, and auditor responsibilities, requiring regular risk checks and ensuring transparency and independence.

ບົດສະຫຼຸບ

ກົດໝາຍນີ້ຄຸ້ມຄອງກິດຈະການກວດສອບບັນຊີຂອງທະນາຄານການຄ້າ, ກຳນົດຄຳນິຍາມ, ຫຼັກການ, ຮູບແບບ ແລະ ໜ້າທີ່ຂອງຜູ້ກວດສອບບັນຊີພາຍໃນ ແລະ ພາຍນອກ, ຮຽກຮ້ອງໃຫ້ມີການກວດກາຄວາມສ່ຽງເປັນປະຈຳ ແລະ ຮັບປະກັນຄວາມໂປ່ງໃສ ແລະ ຄວາມເປັນເອກະລາດ.

条文

第ມາດຕາ 1条

第2条 商业银行审计
商业银行审计是指对商业银行的财务报告文件、运营效率、法律遵守、规章制度及内部规定的正确性、一致性、完整性进行检查和确认的活动。

ພາສາລາວ (老挝语原文)

ມາດຕາ 2 ການກວດສອບທະນາຄານທຸລະກິດ
ການກວດສອບທະນາຄານທຸລະກິດ ແມ່ນ ການດຳເນີນການກວດກາ ແລະ ຢັ້ງຢືນ ຄວາມຖືກຕ້ອງ, ຄວາມສອດຄ່ອງ, ຄວາມຄົບຖ້ວນ ຂອງເອກະສານລາຍງານການເງິນ, ປະສິດທິພາບຂອງການດຳເນີນງານ, ການປະຕິບັດກົດໝາຍ, ລະບຽບຄວາມບັນຄົງ ແລະ ລະບຽບການພາຍໃນ ຂອງທະນາຄານທຸລະກິດ.

第ມາດຕາ 2条

第2条 词语解释
本协议中使用的词语具有以下含义:

1. 内部审计 指由内部审计师对商业银行进行的审计;
2. 外部审计 指由外部审计师对商业银行进行的审计;
3. 审计师 指内部审计师和外部审计师;
4. 内部审计师 指商业银行的内部审计机构;
5. 外部审计师 指根据合同提供商业银行审计服务的审计公司;
6. 审计员 指组成审计委员会对商业银行进行审计的个人;
7. 稳健性规定 指为维护商业银行稳健性而制定的法规,如《商业银行法》和中央银行的规定;
8. 内部规章 指商业银行内部法规,如规则、协议、规定、指引、手册。

ພາສາລາວ (老挝语原文)

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:

1. ການກວດສອບພາຍໃນ ໝາຍເຖິງ ການກວດສອບທະນາຄານທຸລະກິດ ໂດຍຜູ້ກວດສອບພາຍໃນ;
2. ການກວດສອບພາຍນອກ ໝາຍເຖິງ ການກວດສອບທະນາຄານທຸລະກິດ ໂດຍຜູ້ກວດສອບພາຍນອກ;
3. ຜູ້ກວດສອບ ໝາຍເຖິງ ຜູ້ກວດສອບພາຍໃນ ແລະ ຜູ້ກວດສອບພາຍນອກ;
4. ຜູ້ກວດສອບພາຍໃນ ໝາຍເຖິງ ກົງຈັກກວດສອບພາຍໃນ ຂອງທະນາຄານທຸລະກິດ;
5. ຜູ້ກວດສອບພາຍນອກ ໝາຍເຖິງ ບໍລິສັດກວດສອບ ທີ່ໃຫ້ບໍລິການກວດສອບທະນາຄານທຸລະກິດ ຕາມສັນຍາ;
6. ນັກກວດສອບ ໝາຍເຖິງ ບຸກຄົນທີ່ປະກອບເປັນຄະນະຂອງຜູ້ກວດສອບ ໃນການກວດສອບທະນາຄານທຸລະກິດ;
7. ລະບຽບຄວາມໝັ້ນຄົງ ໝາຍເຖິງ ນິຕິກຳທີ່ວາງອອກເພື່ອຮັກສາຄວາມໝັ້ນຄົງ ຂອງທະນາຄານທຸລະກິດ ເຊັ່ນ ກົດໝາຍວ່າດ້ວຍທະນາຄານທຸລະກິດ ແລະ ລະບຽບການຂອງ ທຫລ;
8. ລະບຽບການພາຍໃນ ໝາຍເຖິງ ນິຕິກຳພາຍໃນທະນາຄານທຸລະກິດ ເປັນຕົ້ນ ກົດລະບຽບ, ຂໍ້ຕົກລົງ, ຂໍ້ກຳນົດ, ຄຳແນະນຳ, ຄູ່ມື.

第ມາດຕາ 3条

第4条 商业银行检查原则
商业银行检查应遵循以下主要原则:
1. 定期、持续进行检查;
2. 确保检查发现商业银行的风险和缺陷,以便适当、及时地确定、衡量、评估、监测、纠正或降低风险;
3. 确保检查人员的透明度、独立性和职业道德。

ພາສາລາວ (老挝语原文)

ມາດຕາ 4 ຫຼັກການກ່ຽວກັບການກວດສອບທະນາຄານທຸລະກິດ
ການກວດສອບທະນາຄານທຸລະກິດ ໃຫ້ປະຕິບັດຕາມຫຼັກການຕົ້ນຕໍ ດັ່ງນີ້:
1. ດຳເນີນການກວດສອບ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ;
2. ຮັບປະກັນການກວດສອບໃຫ້ເຫັນຄວາມສ່ຽງ, ຂໍ້ບົກພ່ອງ ຂອງທະນາຄານທຸລະກິດ ເພື່ອກຳນົດ, ວັດແທກ, ປະເມີນ, ຕິດຕາມ, ແກ້ໄຂ ຫຼື ຫຼຸດຜ່ອນຄວາມສ່ຽງ ຢ່າງເໝາະສົມ ແລະ ທັນການ;
3. ຮັບປະກັນຄວາມໂປ່ງໃສ, ຄວາມເປັນເອກະລາດ ແລະ ຈັນຍາບັນ ຂອງຜູ້ກວດສອບ.

第ມາດຕາ 4条

第4条 适用范围
本协议适用于商业银行、审计师、商业银行监管司以及与商业银行审计相关的活动人员。

ພາສາລາວ (老挝语原文)

ມາດຕາ 4 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບ ທະນາຄານທຸລະກິດ, ຜູ້ກວດສອບ, ກົມຄຸ້ມຄອງທະນາຄານທຸລະກິດ ແລະ ຜູ້ທີ່ເຄື່ອນໄຫວກ່ຽວຂ້ອງກັບການກວດສອບທະນາຄານທຸລະກິດ.

第ມາດຕາ 5条

第5条 检查形式
商业银行以两种形式进行检查:
1. 内部检查;
2. 外部检查。

ພາສາລາວ (老挝语原文)

ມາດຕາ 5 ຮູບແບບການກວດສອບ
ທະນາຄານທຸລະກິດ ດຳເນີນການກວດສອບ ດ້ວຍ ສອງ ຮູບແບບ ດັ່ງນີ້:
1. ການກວດສອບພາຍໃນ;
2. ການກວດສອບພາຍນອກ.

第ມາດຕາ 6条

第6条 审计工作的进行
审计师必须主动按照审计计划或审计委员会的指示执行。在审计过程中,如果发现可能对商业银行的稳健性产生重大影响的问题,审计师必须立即向审计委员会或董事会报告该问题,并提出从头开始的纠正措施。

商业银行必须向银行监管司报告该问题,以便进行跟踪和监督。

审计师有权获取审计范围内或适当的商业银行的所有信息和所有部门。

商业银行的所有部门必须配合并为审计师履行职责提供便利。

ພາສາລາວ (老挝语原文)

ມາດຕາ 6 ການດຳເນີນການກວດສອບ
ຜູ້ກວດສອບ ຕ້ອງເປັນເຈົ້າການປະຕິບັດ ຕາມແຜນການກວດສອບ ຫຼື ການກຳນົດ ຂອງຄະນະກຳມະການກວດສອບ. ໃນລະຫວ່າງການກວດສອບ ຖ້າພົບເຫັນບັນຫາທີ່ອາດມີຜົນກະທົບສຳຄັນຕໍ່ຄວາມໝັ້ນຄົງ ຂອງທະນາຄານທຸລະກິດ, ຜູ້ກວດສອບ ຕ້ອງລາຍງານບັນຫາດັ່ງກ່າວ ໃຫ້ແກ່ຄະນະກຳມະການກວດສອບ ຫຼື ສະພາບໍລິຫານ ທັນທີ ພ້ອມທັງສະເໜີມາດຕະການແກ້ໄຂແຕ່ຫົວທີ.

ທະນາຄານທຸລະກິດ ຕ້ອງລາຍງານບັນຫາດັ່ງກ່າວ ໃຫ້ແກ່ກົມຄຸ້ມຄອງທະນາຄານທຸລະກິດ ເພື່ອຕິດຕາມ ກວດກາ.

ຜູ້ກວດສອບ ມີສິດເຂົ້າເຖິງທຸກຂໍ້ມູນ ແລະ ທຸກພາກສ່ວນ ຂອງທະນາຄານທຸລະກິດ ທີ່ຢູ່ໃນຂອບເຂດ ຫຼື ເໝາະສົມຂອງການກວດສອບ.

ທຸກພາກສ່ວນຂອງທະນາຄານທຸລະກິດ ຕ້ອງໃຫ້ຄວາມຮ່ວມມື ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ກວດສອບ ໃນການປະຕິບັດໜ້າທີ່ຂອງພວກເຂົາ.

第ມາດຕາ 7条

第7条 审计手册

审计委员会必须研究制定审计手册,以服务于审计工作的开展,然后提交董事会审议批准。

审计手册必须符合《商业银行法》、《会计法》、《独立审计法》以及与审计相关的法规,其内容至少包括以下各项:

1. 负责和参与审计的各部门的组织架构、权利和职责;
2. 董事会的指导机制、沟通、协调、监督和检查审计工作;
3. 审计委员会和审计人员的标准和条件;
4. 外部审计人员的遴选、聘用和解除合同的程序;
5. 审计计划的制定、范围和时限;
6. 审计执行过程,包括信息获取和保密;
7. 监督和检查审计人员的活动和独立性;
8. 审计报告的质量控制程序;
9. 审计结果的报告、公布以及外部审计服务费的披露;
10. 监督和检查审计报告中指出的未决事项的整改进展以及央行检查结果的未决事项的整改进展;
11. 对审计过程中可能出现的风险采取纠正措施以及对违规行为的处理措施。

ພາສາລາວ (老挝语原文)

ມາດຕາ 7 ຄູ່ມືການກວດສອບ

ຄະນະກຳມະການກວດສອບ ຕ້ອງຄົ້ນຄວ້າສ້າງຄູ່ມືການກວດສອບ ເພື່ອຮັບໃຊ້ການດຳເນີນການກວດສອບ ແລ້ວສະເໜີຕໍ່ສະພາບໍລິຫານ ພິຈາລະນາຮັບຮອງ.

ຄູ່ມືການກວດສອບ ຕ້ອງສອດຄ່ອງກັບກົດໝາຍວ່າດ້ວຍທະນາຄານທຸລະກິດ, ກົດໝາຍວ່າດ້ວຍການບັນຊີ, ກົດໝາຍວ່າດ້ວຍການກວດສອບອິດສະລະ ແລະ ນິຕິກຳທີ່ກ່ຽວຂ້ອງກັບການກວດສອບ ໂດຍມີເນື້ອໃນຕຳໜ້ອຍ ດັ່ງນີ້:

1. ໂຄງສ້າງການຈັດຕັ້ງ, ສິດ ແລະ ໜ້າທີ່ ຂອງແຕ່ລະພາກສ່ວນທີ່ຮັບຜິດຊອບ ແລະ ກ່ຽວຂ້ອງກັບການກວດສອບ;
2. ກົນໄກການຊີ້ນຳຂອງສະພາບໍລິຫານ, ການສື່ສານ, ການປະສານງານ, ການຕິດຕາມ ກວດກາການກວດສອບ;
3. ມາດຕະຖານ ແລະ ເງື່ອນໄຂ ຂອງຄະນະກຳມະການກວດສອບ ແລະ ຜູ້ກວດສອບ;
4. ຂັ້ນຕອນການຄັດເລືອກ, ການຈ້າງ ແລະ ການຍົກເລີກສັນຍາ ກັບຜູ້ກວດສອບພາຍນອກ;
5. ການສ້າງແຜນ, ຂອບເຂດ ແລະ ກຳນົດເວລາ ຂອງການກວດສອບ;
6. ຂະບວນການດຳເນີນການກວດສອບ ລວມທັງການເຂົ້າເຖິງຂໍ້ມູນ ແລະ ການຮັກສາຄວາມລັບ;
7. ການຕິດຕາມ ກວດກາ ການເຄື່ອນໄຫວ ແລະ ຄວາມເປັນເອກະລາດ ຂອງຜູ້ກວດສອບ;
8. ຂັ້ນຕອນການຄວບຄຸມຄຸນນະພາບ ຂອງບົດລາຍງານຜົນການກວດສອບ;
9. ການລາຍງານ, ການເຜີຍແຜ່ ຜົນການກວດສອບ ແລະ ການເປີດເຜີຍຄ່າບໍລິການກວດສອບພາຍນອກ;
10. ການຕິດຕາມ ກວດກາ ຄວາມຄືບໜ້າໃນການແກ້ໄຂຂໍ້ຄົງຄ້າງ ທີ່ລະບຸໄວ້ໃນບົດລາຍງານຜົນການກວດສອບ ແລະ ຄວາມຄືບໜ້າໃນການແກ້ໄຂຂໍ້ຄົງຄ້າງຜົນການກວດກາຂອງ ທຫລ;
11. ການນຳໃຊ້ມາດຕະການແກ້ໄຂຄວາມສ່ຽງ ທີ່ອາດຈະເກີດຂຶ້ນໃນຂະບວນການກວດສອບ ແລະ ມາດຕະການຕໍ່ການລະເມີດ.

第ມາດຕາ 8条

第8条 审计手册实施情况的评估
审计委员会必须至少每年一次审查和评估审计手册的实施情况。
审计委员会必须确保向管理层传播审计手册,并对商业银行的所有相关员工进行培训,以确保统一理解、合作和实施效率。

ພາສາລາວ (老挝语原文)

ມາດຕາ 8 ການປະເມີນຜົນການຈັດຕັ້ງປະຕິບັດຄູ່ມືການກວດສອບ
ຄະນະກຳມະການກວດສອບ ຕ້ອງທົບທວນ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດຄູ່ມືການກວດສອບ ຢ່າງໜ້ອຍ ປີລະເທື່ອ.
ຄະນະກຳມະການກວດສອບ ຕ້ອງຮັບປະກັນການເຜີຍແຜ່ຄູ່ມືການກວດສອບໃຫ້ແກ່ຜູ້ບໍລິຫານ ແລະ ຝຶກອົບຮົມໃຫ້ແກ່ພະນັກງານທີ່ກ່ຽວຂ້ອງທັງໝົດ ຂອງທະນາຄານທຸລະກິດ ເພື່ອຮັບປະກັນຄວາມເຂົ້າໃຈຢ່າງເປັນເອກະພາບ, ການໃຫ້ຄວາມຮ່ວມມື ແລະ ປະສິດທິຜົນ ໃນການຈັດຕັ້ງປະຕິບັດ.

第ມາດຕາ 9条

第9条 审计师的独立性
每位审计师必须出具书面证明,表明其独立于被审计单位,并须经审计委员会签字确认,且须将该证明附于每次审计报告之后。商业银行监管司负责规定证明书格式,并通过本行网站提供。

在审计过程中,若任何审计师因任何原因丧失独立性,该审计师须向审计委员会报告并退出该审计。

审计委员会须制定详细机制,以监督、检查并确保审计师独立于被审计单位。

ພາສາລາວ (老挝语原文)

ມາດຕາ 9 ຄວາມເປັນເອກະລາດຂອງນັກກວດສອບ
ນັກກວດສອບແຕ່ລະຄົນ ຕ້ອງເຮັດໜັງສືຢັ້ງຢືນວ່າ ຕົນມີຄວາມເປັນເອກະລາດຈາກພາກສ່ວນທີ່ຕົນຈະກວດສອບ ໂດຍມີການເຊັນຮັບຮູ້ຈາກຄະນະກຳມະການກວດສອບ ແລະ ຕ້ອງຄັດຕິດໜັງສືດັ່ງກ່າວ ກັບບົດລາຍງານຜົນການກວດສອບແຕ່ລະຄັ້ງ. ກົມຄຸ້ມຄອງທະນາຄານທຸລະກິດ ເປັນຜູ້ກຳນົດແບບພິມໜັງສືຢັ້ງຢືນ ແລະ ສະໜອງຜ່ານເວັບໄຊຂອງ ທຫລ.

ໃນລະຫວ່າງການກວດສອບ, ຖ້ານັກກວດສອບໃດໜຶ່ງ ຫາກກາຍເປັນຜູ້ທີ່ຂາດຄວາມເປັນເອກະລາດ ຍ້ອນສາເຫດໃດກໍຕາມ, ນັກກວດສອບດັ່ງກ່າວ ຕ້ອງລາຍງານຕໍ່ຄະນະກຳມະການກວດສອບ ແລະ ຖອນຕົວອອກຈາກການກວດສອບດັ່ງກ່າວ.

ຄະນະກຳມະການກວດສອບ ຕ້ອງມີກົນໄກລະອຽດໃນການຕິດຕາມ ກວດກາ ແລະ ຮັບປະກັນ ໃຫ້ນັກກວດສອບ ມີຄວາມເປັນເອກະລາດ ຈາກພາກສ່ວນທີ່ຕົນຈະກວດສອບ.

第ມາດຕາ 10条

第10条 审计报告质量控制

审计完成后,内部审计师必须在二十天内向内审委员会提交审计报告,以提交董事会审议和股东大会批准,并回答董事会就上述审计结果提出的问题。

董事会在提交股东大会批准前,必须审查审计结果的内容,确保其准确、完整和清晰。

对于外国银行分行,审计报告的质量控制可按照其总行的规定执行,但必须在本协议第8条规定的审计手册中详细说明。

ພາສາລາວ (老挝语原文)

ມາດຕາ 10 ການຄວບຄຸມຄຸນນະພາບຂອງບົດລາຍງານຜົນການກວດສອບ

ພາຍຫຼັງການກວດສອບສຳເລັດ, ຜູ້ກວດສອບພາຍໃນ ຕ້ອງຍື່ນບົດລາຍງານຜົນການກວດສອບ ໃຫ້ຄະນະກຳມະການກວດສອບພາຍໃນ ຊາວວັນ ເພື່ອສະເໜີສະພາບໍລິຫານ ພິຈາລະນາ ແລະ ກອງປະຊຸມຜູ້ຖືຮຸ້ນຮັບຮອງ ພ້ອມທັງຊີ້ແຈງຕໍ່ການຊັກຖາມຂອງສະພາບໍລິຫານກ່ຽວກັບຜົນການກວດສອບດັ່ງກ່າວ.

ສະພາບໍລິຫານ ຕ້ອງກວດກາເນື້ອໃນຜົນການກວດສອບ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ຊັດເຈນ ກ່ອນຈະສະເໜີໃຫ້ກອງປະຊຸມຜູ້ຖືຮຸ້ນຮັບຮອງ.

ສຳລັບສາຂາທະນາຄານທຸລະກິດຕ່າງປະເທດ, ການຄວບຄຸມຄຸນນະພາບຂອງບົດລາຍງານຜົນການກວດສອບ ສາມາດປະຕິບັດຕາມລະບຽບການຂອງສຳນັກງານໃຫຍ່ຂອງຕົນ ແຕ່ຕ້ອງລະບຸລາຍລະອຽດໄວ້ໃນຄູ່ມືການກວດສອບຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 8 ຂອງຂໍ້ຕົກລົງສະບັບນີ້.

第ມາດຕາ 11条

第11条 内部审计范围
内部审计师必须按照会计法规定的范围进行内部审计。同时,还应审计安全规章和内部规章的执行情况。

ພາສາລາວ (老挝语原文)

ມາດຕາ 11 ຂອບເຂດການກວດສອບພາຍໃນ
ຜູ້ກວດສອບພາຍໃນ ຕ້ອງດຳເນີນການກວດສອບພາຍໃນ ຕາມຂອບເຂດທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການບັນຊີ. ພ້ອມນີ້, ກໍໃຫ້ກວດສອບການຈັດຕັ້ງປະຕິບັດ ລະບຽບຄວາມໝັ້ນຄົງ ແລະ ລະບຽບການພາຍໃນ.

第ມາດຕາ 12条

第12条 内部审计的频率和程序

内部审计须每半年进行一次,即上半年和下半年,或按照审计手册规定的更频繁的频率进行。

商业银行必须按照其内部规章规定的程序进行内部审计。内部审计应全面进行,并侧重于商业银行认为重要的特定风险领域。如果认为商业银行的运营开始出现重大风险,审计委员会可根据内部审计师的建议安排紧急内部审计。

ພາສາລາວ (老挝语原文)

ມາດຕາ 12 ຄວາມຖີ່ ແລະ ຂະບວນການ ກວດສອບພາຍໃນ

ການກວດສອບພາຍໃນ ຕ້ອງດຳເນີນ ຫົກເດືອນຕົ້ນປີ, ຫົກເດືອນທ້າຍປີ ຫຼື ຖີ່ກວ່ານັ້ນ ຕາມທີ່ໄດ້ກຳນົດໄວ້ໃນຄູ່ມືການກວດສອບ.

ທະນາຄານທຸລະກິດ ຕ້ອງດຳເນີນການກວດສອບພາຍໃນ ຕາມຂະບວນການທີ່ໄດ້ກຳນົດໄວ້ໃນລະບຽບການພາຍໃນຂອງຕົນ. ໃນການກວດສອບພາຍໃນນັ້ນ ໃຫ້ດຳເນີນແບບຮອບດ້ານ ແລະ ສຸມໃສ່ສະເພາະດ້ານໃດໜຶ່ງ ທີ່ເຫັນວ່າເປັນຄວາມສ່ຽງສຳຄັນຂອງທະນາຄານທຸລະກິດ. ໃນກໍລະນີເຫັນວ່າ ການດຳເນີນງານຂອງທະນາຄານທຸລະກິດ ເລີ່ມມີຄວາມສ່ຽງສຳຄັນ, ຄະນະກຳມະການກວດສອບ ສາມາດກຳນົດໃຫ້ມີການກວດສອບພາຍໃນແບບສຸກເສີນ ຕາມການສະເໜີຂອງຜູ້ກວດສອບພາຍໃນ.

本页展示前 12 条,全文共 38 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译