ຂໍ້ຕົກລົງວ່າດ້ວຍ ການດຳເນີນຕະຫຼາດເປີດ
关于公开市场操作的协议
Agreement on Open Market Operations
ບົດສະຫຼຸບ
ຂໍ້ຕົກລົງສະບັບນີ້ຄຸ້ມຄອງການດຳເນີນງານຕະຫຼາດເປີດລະຫວ່າງທະນາຄານແຫ່ງ ສປປ ລາວ ແລະ ສະຖາບັນການເງິນ ໃນການຊື້-ຂາຍຫຼັກຊັບ, ເພື່ອຄວບຄຸມປະລິມານເງິນຕາຕະຫຼາດ ແລະ ເພີ່ມປະສິດທິພາບຂອງນະໂຍບາຍການເງິນ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ຈຸດປະສົງ
ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງການດຳເນີນຕະຫຼາດເປີດ ເພື່ອເຮັດໃຫ້ຕະຫຼາດດັ່ງກ່າວ ເປັນກົນໄກປັບສະພາບຄ່ອງຂອງສະຖາບັນການເງິນ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດນະໂຍບາຍເງິນຕາ ມີປະສິດທິພາບ.
ມາດຕາ ມາດຕາ 2
ມາດຕາ 2 ການດຳເນີນຕະຫຼາດເປີດ
ການດຳເນີນຕະຫຼາດເປີດ ແມ່ນ ການເຄື່ອນໄຫວ ຊື້ ຂາຍ ເອກະສານມີຄ່າ ລະຫວ່າງ ທຫລ ແລະ ສະມາຊິກ ເພື່ອຄຸ້ມຄອງປະລິມານເງິນໃນຂອດຈໍລະຈອນ.
ມາດຕາ ມາດຕາ 3
ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ສະມາຊິກ ໝາຍເຖິງ ສະຖາບັນການເງິນ ທີ່ໄດ້ຮັບອະນຸຍາດຢ່າງເປັນລາຍລັກອັກສອນຈາກ ທຫລ ໃຫ້ດຳເນີນທຸລະກຳໃນຕະຫຼາດເປີດ;
2. ຕະຫຼາດຂັ້ນຕົ້ນ ໝາຍເຖິງ ຕະຫຼາດຈຳໜ່າຍເອກະສານມີຄ່າ ໂດຍ ທຫລ ເປັນຜູ້ຈັດຈຳໜ່າຍໃຫ້ສະມາຊິກ;
3. ຕະຫຼາດຂັ້ນສອງ ໝາຍເຖິງ ຕະຫຼາດ ຊື້ ຂາຍ ເອກະສານມີຄ່າ ລະຫວ່າງ ທຫລ ແລະ ສະມາຊິກ ດ້ວຍກັນ;
4. ໄລຍະເວລາຍັງເຫຼືອ ໝາຍເຖິງ ໄລຍະເວລາຍັງເຫຼືອກ່ອນຄົບກຳນົດການໄຖ່ຖອນເອກະສານມີຄ່າ ໂດຍຄິດໄລ່ນັບແຕ່ວັນທີ່ສະເຫຼີ ຊື້ ຂາຍ ເອກະສານມີຄ່າ ເຖິງວັນຄົບກຳນົດການຊຳລະເອກະສານມີຄ່ານັ້ນ;
5. ເອກະສານມີຄ່າ ໝາຍເຖິງ ຫັງສືຢັ້ງຢືນພັນທະໃນການຊຳລະຫີລະຫວ່າງຜູ້ອອກ ກັບ ຜູ້ຖືຄອງ ເອກະສານມີຄ່າ ໂດຍມີການກຳນົດເງື່ອນໄຂດ້ານ ເວລາ, ດອກເບ້ຍ ແລະ ເງື່ອນໄຂອື່ນ ຊຶ່ງປະກອບດ້ວຍພັນທະບັດ ທຫລ, ພັນທະບັດລັດຖະບານ ແລະ ເອກະສານມີຄ່າອື່ນ ຕາມການກຳນົດຂອງ ທຫລ ໃນແຕ່ລະໄລຍະ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 35 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ