关于公开市场操作的协议

ຂໍ້ຕົກລົງວ່າດ້ວຍ ການດຳເນີນຕະຫຼາດເປີດ

Agreement on Open Market Operations

简介

该协议规范老挝央行与金融机构间买卖有价证券的公开市场操作,旨在调节货币流通量,提升货币政策有效性。

Summary

This agreement regulates open market operations for the purchase and sale of securities between the Bank of the Lao PDR and financial institutions, aiming to adjust currency circulation and enhance the effectiveness of monetary policy.

ບົດສະຫຼຸບ

ຂໍ້ຕົກລົງສະບັບນີ້ຄຸ້ມຄອງການດຳເນີນງານຕະຫຼາດເປີດລະຫວ່າງທະນາຄານແຫ່ງ ສປປ ລາວ ແລະ ສະຖາບັນການເງິນ ໃນການຊື້-ຂາຍຫຼັກຊັບ, ເພື່ອຄວບຄຸມປະລິມານເງິນຕາຕະຫຼາດ ແລະ ເພີ່ມປະສິດທິພາບຂອງນະໂຍບາຍການເງິນ.

条文

第ມາດຕາ 1条

第1条 目的
本协议规定了关于公开市场操作管理的原则、规章和措施,旨在使该市场成为调整金融机构流动性的工具,以提高货币政策实施的有效性。

ພາສາລາວ (老挝语原文)

ມາດຕາ 1 ຈຸດປະສົງ
ຂໍ້ຕົກລົງສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງການດໍາເນີນຕະຫຼາດເປີດ ເພື່ອເຮັດໃຫ້ຕະຫຼາດດັ່ງກ່າວ ເປັນກົນໄກປັບສະພາບຄ່ອງຂອງສະຖາບັນການເງິນ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດນະໂຍບາຍເງິນຕາ ມີປະສິດທິພາບ.

第ມາດຕາ 2条

第2条 公开市场操作
公开市场操作是指中央银行与成员之间买卖有价证券的活动,以管理流通中的货币量。

ພາສາລາວ (老挝语原文)

ມາດຕາ 2 ການດຳເນີນຕະຫຼາດເປີດ
ການດຳເນີນຕະຫຼາດເປີດ ແມ່ນ ການເຄື່ອນໄຫວ ຊື້ ຂາຍ ເອກະສານມີຄ່າ ລະຫວ່າງ ທຫລ ແລະ ສະມາຊິກ ເພື່ອຄຸ້ມຄອງປະລິມານເງິນໃນຂອດຈໍລະຈອນ.

第ມາດຕາ 3条

第3条 词语解释
本协议中使用的词语含义如下:
1. 成员 指经央行书面授权在公开市场进行交易的金融机构;
2. 一级市场 指央行向成员发行有价证券的市场;
3. 二级市场 指央行与成员之间买卖有价证券的市场;
4. 剩余期限 指从有价证券买卖之日起至该有价证券到期清偿日止的剩余时间;
5. 有价证券 指证明发行人与持有人之间清偿债务义务的凭证,规定了时间、利息及其他条件,包括央行债券、政府债券及央行不时确定的其他有价证券。

ພາສາລາວ (老挝语原文)

ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ສະມາຊິກ ໝາຍເຖິງ ສະຖາບັນການເງິນ ທີ່ໄດ້ຮັບອະນຸຍາດຢ່າງເປັນລາຍລັກອັກສອນຈາກ ທຫລ ໃຫ້ດຳເນີນທຸລະກຳໃນຕະຫຼາດເປີດ;
2. ຕະຫຼາດຂັ້ນຕົ້ນ ໝາຍເຖິງ ຕະຫຼາດຈຳໜ່າຍເອກະສານມີຄ່າ ໂດຍ ທຫລ ເປັນຜູ້ຈັດຈຳໜ່າຍໃຫ້ສະມາຊິກ;
3. ຕະຫຼາດຂັ້ນສອງ ໝາຍເຖິງ ຕະຫຼາດ ຊື້ ຂາຍ ເອກະສານມີຄ່າ ລະຫວ່າງ ທຫລ ແລະ ສະມາຊິກ ດ້ວຍກັນ;
4. ໄລຍະເວລາຍັງເຫຼືອ ໝາຍເຖິງ ໄລຍະເວລາຍັງເຫຼືອກ່ອນຄົບກຳນົດການໄຖ່ຖອນເອກະສານມີຄ່າ ໂດຍຄິດໄລ່ນັບແຕ່ວັນທີ່ສະເຫຼີ ຊື້ ຂາຍ ເອກະສານມີຄ່າ ເຖິງວັນຄົບກຳນົດການຊຳລະເອກະສານມີຄ່ານັ້ນ;
5. ເອກະສານມີຄ່າ ໝາຍເຖິງ ຫັງສືຢັ້ງຢືນພັນທະໃນການຊຳລະຫີລະຫວ່າງຜູ້ອອກ ກັບ ຜູ້ຖືຄອງ ເອກະສານມີຄ່າ ໂດຍມີການກຳນົດເງື່ອນໄຂດ້ານ ເວລາ, ດອກເບ້ຍ ແລະ ເງື່ອນໄຂອື່ນ ຊຶ່ງປະກອບດ້ວຍພັນທະບັດ ທຫລ, ພັນທະບັດລັດຖະບານ ແລະ ເອກະສານມີຄ່າອື່ນ ຕາມການກຳນົດຂອງ ທຫລ ໃນແຕ່ລະໄລຍະ.

第ມາດຕາ 4条

第4条 公开市场操作原则
公开市场操作应遵循以下原则:
1. 保障货币政策的执行和金融机构的稳定;
2. 保障公平、透明和可核查;
3. 保障在买卖有价证券中正确、完整地行使权利和履行义务。

ພາສາລາວ (老挝语原文)

ມາດຕາ 4 ຫຼັກການດຳເນີນຂອງຕະຫຼາດເປີດ
ການດຳເນີນຕະຫຼາດເປີດ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ຮັບປະກັນ ການປະຕິບັດນະໂຍບາຍເງິນຕາ ແລະ ຄວາມຫັ້ນດົງຂອງສະຖາບັນການເງິນ;
2. ຮັບປະກັນ ຄວາມຍຸຕິທຳ, ໂປ່ງໃສ ແລະ ສາມາດກວດສອບໄດ້;
3. ຮັບປະກັນ ການນຳໃຊ້ສິດ ແລະ ປະຕິບັດພັນທະ ໃນການ ຊື້ ຂາຍ ເອກະສານມີຄ່າ ຢ່າງຖືກຕ້ອງ ແລະ ຄົບຖ້ວນ.

第ມາດຕາ 4条

第4条 适用范围
本协议适用于老挝人民民主共和国银行的相关成员和部门,涉及公开市场操作和管理的活动。

ພາສາລາວ (老挝语原文)

ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ສະມາຊິກ ແລະ ກົມທີ່ກ່ຽວຂ້ອງ ຂອງ ທະນາຄານແຫ່ງ ສປປ ລາວ ທີ່ເຄື່ອນໄຫວກ່ຽວກັບ ການດຳເນີນ ແລະ ການຄຸ້ມຄອງ ຕະຫຼາດເປີດ.

第ມາດຕາ 5条

第5条 公开市场操作的形式
公开市场操作包括以下两种形式:

1. 一级市场操作;
2. 二级市场操作。

ພາສາລາວ (老挝语原文)

ມາດຕາ 5 ຮູບແບບການດຳເນີນຕະຫຼາດເປີດ
ການດຳເນີນຕະຫຼາດເປີດ ປະກອບດ້ວຍ ສອງ ຮູບແບບ ດັ່ງນີ້:

1. ການດຳເນີນຕະຫຼາດຂັ້ນຕົ້ນ;
2. ການດຳເນີນຕະຫຼາດຂັ້ນສອງ.

第ມາດຕາ 6条

第6条 公开市场参与者
公开市场参与者包括:
1. 会员;
2. 其他。

ພາສາລາວ (老挝语原文)

ມາດຕາ 6 ຜູ້ເຂົ້າຮ່ວມໃນຕະຫຼາດເປີດ
ຜູ້ເຂົ້າຮ່ວມໃນຕະຫຼາດເປີດ ປະກອບດ້ວຍ:
1. ສະມາຊິກ;
2. ທຫລ.

第ມາດຕາ 7条

第7条 申请成为会员
有意成为会员的金融机构必须向银行服务局提交入会申请书。
申请成为会员的条件如下:
1. 遵守央行制定的关于保持稳定的规定及其他规定;
2. 具备必要的基础设施和便利条件,即:
2.1. 商业银行:在央行开立用于交易的活期存款账户,具备央行各时期规定的与公开市场操作相关的通讯工具和系统;
2.2. 非银行金融机构:在作为会员的商业银行开立活期存款账户,并指定该商业银行作为其在公开市场进行交易的代理人。

ພາສາລາວ (老挝语原文)

ມາດຕາ 7 ການສະໝັກເຂົ້າເປັນສະມາຊິກ
ສະຖາບັນການເງິນ ທີ່ມີຈຸດປະສົງເຂົ້າເປັນສະມາຊິກ ຕ້ອງຍື່ນຄຳຮ້ອງສະໝັກເຂົ້າເປັນສະມາຊິກ ຕໍ່ກົມບໍລິການທະນາຄານ.
ເງື່ອນໄຂການສະໝັກເຂົ້າເປັນສະມາຊິກ ມີດັ່ງນີ້:
1. ປະຕິບັດຕາມລະບຽບການກ່ຽວກັບການຮັກສາຄວາມໝັ້ນຄົງ ແລະ ລະບຽບການອື່ນ ທີ່ ທຫລ ວາງອອກ;
2. ມີພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກທີ່ຈຳເປັນ ຄື:
2.1. ທະນາຄານທຸລະກິດ: ມີບັນຊີເງິນຝາກກະແສລາຍວັນໃນການດຳເນີນທຸລະກຳ ຢູ່ ທຫລ, ເຄື່ອງມືສື່ສານ ແລະ ລະບົບທີ່ກ່ຽວຂ້ອງກັບການດຳເນີນຕະຫຼາດເປີດ ຕາມການກຳນົດຂອງ ທຫລ ໃນແຕ່ລະໄລຍະ;
2.2. ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ: ມີບັນຊີເງິນຝາກກະແສລາຍວັນຢູ່ທະນາຄານທຸລະກິດ ທີ່ເປັນສະມາຊິກ ແລະ ມີການແຕ່ງຕັ້ງທະນາຄານທຸລະກິດດັ່ງກ່າວ ເປັນຜູ້ຕາງໜ້າໃນການດຳເນີນທຸລະກຳໃນຕະຫຼາດເປີດ.

第ມາດຕາ 8条

第8条 审议
主管部门必须在收到申请书之日起七个工作日内审议并通知同意或拒绝。在拒绝的情况下,必须将理由通知申请人。

ພາສາລາວ (老挝语原文)

ມາດຕາ 8 ການພິຈາລະນາ
ທຫລ ຕ້ອງພິຈາລະນາ ແຈ້ງຕອບເຫັນດີ ຫຼື ປະຕິເສດ ພາຍໃນ ເຈັດ ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບຫຼັງສືສະເຫີເປັນຕົ້ນໄປ. ໃນກໍລະນີປະຕິເສດ ຕ້ອງແຈ້ງເຫດຜົນໃຫ້ຜູ້ສະເຫຮັບຊາບ.

第ມາດຕາ 9条

第9条 授权进行公开市场交易
商业银行必须指定并授权其员工作为代表进行公开市场交易。
非银行金融机构必须指定并授权来自商业银行的代表进行公开市场交易。
成员必须在获准成为成员之日起三个工作日内向中央银行报告交易代表的名单。如果交易代表发生变更,必须在决定变更之日起三个工作日内通知中央银行。

ພາສາລາວ (老挝语原文)

ມາດຕາ 9 ການມອບສິດດຳເນີນທຸລະກຳໃນຕະຫຼາດເປີດ
ທະນາຄານທຸລະກິດ ຕ້ອງແຕ່ງຕັ້ງ ແລະ ມອບສິດໃຫ້ພະນັກງານຂອງຕົນ ເປັນຜູ້ຕາງໜ້າໃນການດຳເນີນທຸລະກຳໃນຕະຫຼາດເປີດ.
ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ຕ້ອງແຕ່ງຕັ້ງ ແລະ ມອບສິດ ໃຫ້ຜູ້ຕາງໜ້າຈາກທະນາຄານທຸລະກິດ ເພື່ອດຳເນີນທຸລະກຳໃນຕະຫຼາດເປີດ.
ສະມາຊິກ ຕ້ອງແຈ້ງລາຍຊື່ ຜູ້ຕາງໜ້າໃນການດຳເນີນທຸລະກຳ ຕໍ່ ທຫລ ພາຍໃນ ສາມ ວັນລັດຖະການ ນັບແຕ່ວັນໄດ້ຮັບອະນຸຍາດໃຫ້ເຂົ້າເປັນສະມາຊິກ ເປັນຕົ້ນໄປ. ໃນກໍລະນີ ມີການປ່ຽນແປງຜູ້ດຳເນີນທຸລະກຳ ຕ້ອງແຈ້ງໃຫ້ ທຫລ ຮັບຊາບ ພາຍໃນ ສາມວັນ ລັດຖະການ ນັບແຕ່ວັນຕົກລົງປ່ຽນແປງ ເປັນຕົ້ນໄປ.

第ມາດຕາ 10条

第10条 用户账户和密码的发放
央行确定并发放用户账户和密码,以确保公开市场操作的保密性,包括进入公开市场内部信息网络的密码、有权签字人的密码。

ພາສາລາວ (老挝语原文)

ມາດຕາ 10 ການອອກບັນຊີຜູ້ໃຊ້ ແລະ ລະຫັດຜ່ານ
ທຫລ ກຳນົດ ແລະ ອອກ ບັນຊີຜູ້ໃຊ້ ແລະ ລະຫັດຜ່ານ ເພື່ອຮັບປະກັນຄວາມລັບຂອງການດຳເນີນຕະຫຼາດເປີດ ເປັນຕົ້ນ ລະຫັດຜ່ານເຂົ້າໃນເຄືອຂ່າຍຂໍ້ມູນຂ່າວສານພາຍໃນຕະຫຼາດເປີດ, ລະຫັດຜ່ານຂອງຜູ້ມີສິດລົງລາຍເຊັນ.

第ມາດຕາ 11条

第11条 公开市场操作时间的确定
老挝人民民主共和国银行负责确定公开市场操作的日期和时间,并定期通知成员。

ພາສາລາວ (老挝语原文)

ມາດຕາ 11 ກຳນົດເວລາໃນການດຳເນີນຕະຫຼາດເປີດ
ທະນາຄານແຫ່ງ ສປປ ລາວ ເປັນຜູ້ກຳນົດວັນ ແລະ ເວລາ ຂອງການດຳເນີນຕະຫຼາດເປີດ ແລະ ແຈ້ງໃຫ້ສະມາຊິກຮັບຊາບ ໃນແຕ່ລະໄລຍະ.

本页展示前 12 条,全文共 35 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译