关于国有投资企业经营业绩评估的协议
ຂໍ້ຕົກລົງວ່າດ້ວຍ ການປະເມີນຜົນການດຳເນີນທຸລະກິດ ຂອງວິສາຫະກິດລັດລົງທຶນ
Agreement on the Business Performance Evaluation of State-Owned Investment Enterprises
简介
该法规调整国有投资企业经营业绩评估,核心内容是通过财务与非财务指标评分,将企业分为四类,并依据分类结果决定奖惩及管理调整。
Summary
This regulation governs performance evaluation of state-invested enterprises, with the core being to classify enterprises into four categories based on financial and non-financial indicator scores, and to determine rewards, penalties, and management adjustments accordingly.
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງການປະເມີນຜົນການດຳເນີນທຸລະກິດຂອງວິສາຫະກິດລົງທຶນຂອງລັດ, ເນື້ອໃນຫຼັກແມ່ນການໃຫ້ຄະແນນຜ່ານຕົວຊີ້ວັດທາງການເງິນ ແລະ ບໍ່ແມ່ນທາງການເງິນ, ແບ່ງວິສາຫະກິດອອກເປັນ 4 ປະເພດ, ແລະ ຕັດສິນກຳນົດການໃຫ້ລາງວັນ ແລະ ໂທດ ພ້ອມທັງການປັບປຸງການບໍລິຫານຕາມຜົນການຈັດປະເພດ.
条文
第ມາດຕາ 1条
第2条 国有投资企业经营绩效评估
国有投资企业经营绩效评估是指分析研究、跟踪、评价国有投资企业经营活动的效果,使其适应每年的实际情况,作为确定解决国有投资企业经营活动中存在的遗留问题和困难的方向的基础。此外,评估还将帮助国有投资企业能够公开透明地披露信息,并提高国有投资企业在遵守法律法规方面的责任。
ພາສາລາວ (老挝语原文)
ມາດຕາ 2 ການປະເມີນຜົນການດຳເນີນທຸລະກິດ ຂອງ ວິສາຫະກິດລັດລົງທຶນ
ການປະເມີນຜົນການດຳເນີນທຸລະກິດ ແມ່ນການວິເຄາະ-ວິໄຈ, ຕິດຕາມ, ຕີລາຄາປະສິດທິຜົນການເຄື່ອນໄຫວທຸລະກິດ ໃຫ້ແທດເບນາະກັບສະພາບການໃນແຕ່ລະປີ ເພື່ອເປັນພື້ນຖານໃຫ້ແກ່ການກຳນົດທິດທາງແກ້ໄຂບັນດາຂໍ້ຄົງຄ້າງ ແລະ ຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວທຸລະກິດ ຂອງ ວິສາຫະກິດລັດລົງທຶນ. ນອກຈາກນີ້ ການປະເມີນຜົນຍັງຈະຊ່ວຍໃຫ້ວິສາຫະກິດລັດລົງທຶນ ສາມາດເປີດເຜີຍບັນດາຂໍ້ມູນປ່າງໂປ່ງໃສ ແລະ ຍົກສູງຄວາມຮັບຜິດຊອບ ຂອງວິສາຫະກິດລັດລົງທຶນ ໃນການປະຕິບັດລະບຽບກົດໝາຍ.
第ມາດຕາ 2条
第2条 评估方法
对国有投资企业经营业绩的评估包括财务评估和非财务评估,运用各项指标进行评分,并对国有投资企业进行分类,根据所得分数分为以下4类:
1)第1类:优秀
2)第2类:良好
3)第3类:中等
4)第4类:差
1. 财务评估
财务评估是对财务状况进行分析研究、评价,评价经营活动效率,旨在发扬优点,查找财务方面出现的原因和问题,以预警、防范可能对国有投资企业产生的财务风险。财务评估分为以下5组:
+ 第1组:资金筹集与资金保全,包括以下指标:
- 应付债务比率;
- 国有资本比率(实际国有出资额);
- 资本保全指数。
+ 第2组:资金管理与使用,包括以下指标:
- 流动资产投资比率;
- 非流动资产投资比率;
- 各项目投资效率;
- 资金使用效率;
- 资产回报率;
- 国有资本回报率;
- 支出比率;
- 经营回报率;
- 商品销售和服务提供回报率;
- 对使用资金的国家预算的贡献;
- 留存利润比率(未分配利润);
- 净利润与收入比;
- 支出与收入比。
+ 第3组:债务清偿与财务风险,包括以下指标:
- 偿债能力;
- 流动资产与流动负债比率;
- 非流动资产与流动负债比率;
- 资产负债率;
- 债务与资本比率。
+ 第4组:业务增长,包括以下指标:
- 收入增长率;
- 支出增长率;
- 利润增长率;
- 资本增长率。
+ 第5组:准备金提取与义务履行,包括以下指标:
- 按规定提取准备金;
- 其他准备金提取;
- 上缴国家的所得税;
- 欠缴国家的税费;
- 减免的税费;
- 上缴国家的规费和特许权使用费;
- 上缴国家的股息;
- 应付债务逾期余额;
- 政府提供担保的贷款余额;
- 向国家偿还贷款。
2. 非财务评估
非财务评估是对法律法规执行情况、国家赋予的政治战略目标执行情况以及经济社会战略目标执行情况的跟踪,包括以下内容:
- 客户基础扩展(增加/减少);
- 法律法规执行情况,未受到投诉和政府部门警告;
- 欠缴税款义务;
- 欠缴国家股息;
- 委托生产商品和服务(仅限公共事业领域);
- 社会在商品和服务供应方面的可及性(仅限公共事业领域)。
ພາສາລາວ (老挝语原文)
ມາດຕາ 2 ວິທີການປະເມີນ
ການປະເມີນຜົນການດຳເນີນທຸລະກິດຂອງວິສາຫະກິດລັດລົງທຶນ ປະກອບມີ ການປະເມີນຜົນດ້ານການເງິນ ແລະ ການປະເມີນຜົນທີ່ບໍ່ແມ່ນການເງິນ ເຊິ່ງນຳໃຊ້ບັນດາຕົວຊີ້ວັດຕ່າງໆ ເພື່ອໃຫ້ຄະແນນ ແລະ ຈັດປະເພດວິສາຫະກິດລັດລົງທຶນ, ໂດຍຈັດແບ່ງອອກເປັນ 04 ປະເພດ ຕາມຄະແນນທີ່ໄດ້ຮັບ ຄືດັ່ງນີ້:
1) ປະເພດ 1 ດີຫຼາຍ
2) ປະເພດ 2 ດີ
3) ປະເພດ 3 ປານກາງ
4) ປະເພດ 4 ອ່ອນ
1. ການປະເມີນຜົນດ້ານການເງິນ
ການປະເມີນຜົນດ້ານການເງິນ ແມ່ນການວິເຄາະ-ວິໄຈ ຕີລາຄາສະພາບການເງິນ, ຕີລາຄາປະສິດທິຜົນການເຄື່ອນໄຫວທຸລະກິດ ແນໃສ່ຜັນຂະຫຍາຍຈຸດດີ, ຊອກຫາສາເຫດ ແລະ ບັນຫາທີ່ເກີດຂຶ້ນດ້ານການເງິນ ເພື່ອແຈ້ງເຕືອນ, ສະກັດກັ້ນບັນດາຄວາມສ່ຽງດ້ານການເງິນ ທີ່ອາດຈະເກີດຂຶ້ນກັບວິສາຫະກິດລັດລົງທຶນ. ການປະເມີນຜົນດ້ານການເງິນ ແບ່ງອອກເປັນ 5 ກຸ່ມ ຄື:
+ ກຸ່ມທີ 1 ການລະດົມທຶນ ແລະ ການຮັກສາທຶນ ປະກອບມີຕົວຊີ້ວັດ ດັ່ງນີ້:
- ອັດຕາສ່ວນໜີ້ທີ່ຕ້ອງສົ່ງ;
- ອັດຕາສ່ວນທຶນຂອງລັດ (ຈຳນວນການປະກອບທຶນຂອງລັດຕົວຈິງ);
- ດັດສະນີການຮັກສາທຶນ.
+ ກຸ່ມທີ 2 ການຄຸ້ມຄອງ ແລະ ນຳໃຊ້ທຶນ ປະກອບມີຕົວຊີ້ວັດ ດັ່ງນີ້:
- ອັດຕາສ່ວນລົງທຶນເຂົ້າໃນຊັບສິນໝູນວຽນ;
- ອັດຕາສ່ວນລົງທຶນເຂົ້າໃນຊັບສິນບໍ່ໝູນວຽນ;
- ປະສິດທິຜົນການລົງທຶນໃນແຕ່ລະໂຄງການ;
- ປະສິດທິຜົນການນຳໃຊ້ທຶນ;
- ອັດຕາສ່ວນຜົນຕອບແທນຕໍ່ຊັບສິນ;
- ອັດຕາສ່ວນຜົນຕອບແທນຕໍ່ທຶນຂອງລັດ;
- ອັດຕາສ່ວນລາຍຈ່າຍ;
- ອັດຕາສ່ວນຜົນຕອບແທນການດຳເນີນງານ;
- ອັດຕາສ່ວນຜົນຕອບແທນຈາກການຂາຍສິນຄ້າ ແລະ ການສະໜອງບໍລິການ;
- ການປະກອບສ່ວນເຂົ້າງົບປະມານແຫ່ງລັດທີ່ໄດ້ນຳໃຊ້ທຶນ;
- ອັດຕາສ່ວນກຳໄລທີ່ຮັກສາໄວ້ (ກຳໄລທີ່ຍັງບໍ່ໄດ້ແບ່ງປັນ);
- ກຳໄລສຸດທິຕໍ່ລາຍຮັບ;
- ລາຍຈ່າຍຕໍ່ລາຍຮັບ.
+ ກຸ່ມທີ 3 ການຊຳລະໜີ້ ແລະ ຄວາມສ່ຽງດ້ານການເງິນ ປະກອບມີຕົວຊີ້ວັດ ດັ່ງນີ້:
- ຄວາມສາມາດໃນການຊຳລະໜີ້;
- ອັດຕາສ່ວນຊັບສິນໝູນວຽນຕໍ່ໜີ້ສິນໝູນວຽນ;
- ອັດຕາສ່ວນຊັບສິນບໍ່ໝູນວຽນຕໍ່ໜີ້ສິນໝູນວຽນ;
- ອັດຕາສ່ວນໜີ້ຕໍ່ຊັບສິນ;
- ອັດຕາສ່ວນໜີ້ຕໍ່ທຶນ.
+ ກຸ່ມທີ 4 ການຂະຫຍາຍຕົວຂອງທຸລະກິດ ປະກອບມີຕົວຊີ້ວັດ ດັ່ງນີ້:
- ອັດຕາການຂະຫຍາຍຕົວດ້ານລາຍຮັບ;
- ອັດຕາການຂະຫຍາຍຕົວດ້ານລາຍຈ່າຍ;
- ອັດຕາການຂະຫຍາຍຕົວດ້ານກຳໄລ;
- ອັດຕາການຂະຫຍາຍຕົວດ້ານທຶນ.
+ ກຸ່ມທີ 5 ການຫັກຄັງສຳຮອງ ແລະ ການປະຕິບັດພັນທະ ປະກອບມີຕົວຊີ້ວັດ ດັ່ງນີ້:
- ການຫັກຄັງສຳຮອງຕາມລະບຽບການ;
- ການຫັກຄັງສຳຮອງອື່ນໆ;
- ອາກອນລາຍໄດ້ທີ່ມອບໃຫ້ລັດ;
- ອາກອນ ແລະ ພາສີຄ້າງມອບໃຫ້ລັດ;
- ອາກອນ ແລະ ພາສີທີ່ຍົກເວັ້ນ;
- ຄ່າທຳນຽມ ແລະ ຄ່າພາກຫຼວງທີ່ມອບໃຫ້ລັດ;
- ເງິນປັນຜົນທີ່ມອບໃຫ້ລັດ;
- ຍອດໜີ້ຕ້ອງສົ່ງຄ້າງຊຳລະ;
- ຍອດເງິນການຄ້າປະກັນທີ່ລັດຖະບານໃຫ້ການກູ້ຢືມ;
- ການຊຳລະເງິນກູ້ຄືນໃຫ້ລັດ.
2. ການປະເມີນຜົນທີ່ບໍ່ແມ່ນການເງິນ
ການປະເມີນຜົນທີ່ບໍ່ແມ່ນການເງິນ ແມ່ນການຕິດຕາມການປະຕິບັດລະບຽບກົດໝາຍ, ການປະຕິບັດເປົ້າໝາຍຍຸດທະສາດທາງດ້ານການເມືອງ ແລະ ການປະຕິບັດເປົ້າໝາຍຍຸດທະສາດທາງດ້ານເສດຖະກິດ-ສັງຄົມ ທີ່ລັດໄດ້ມອບໝາຍໃຫ້, ເຊິ່ງປະກອບມີ ດັ່ງນີ້:
- ການຂະຫຍາຍຖານລູກຄ້າ (ເພີ່ມຂຶ້ນ/ຫຼຸດລົງ);
- ການປະຕິບັດລະບຽບກົດໝາຍ, ໂດຍບໍ່ຖືກຟ້ອງຮ້ອງ ແລະ ຫັງສືຕັກເຕືອນຈາກພາກລັດ;
- ການຄ້າງມອບພັນທະອາກອນ;
- ການຄ້າງມອບເງິນປັນຜົນໃຫ້ລັດ;
- ການມອບໝາຍໃຫ້ຜະລິດສິນຄ້າ ແລະ ການບໍລິການ (ສະເພາະຂະແໜງສາທາລະນະປະໂຫຍດ);
- ການເຂົ້າເຖິງຂອງສັງຄົມໃນການສະໜອງສິນຄ້າ ແລະ ການບໍລິການ (ສະເພາະຂະແໜງສາທາລະນະປະໂຫຍດ).
第ມາດຕາ 3条
第4条 评估程序
1. 国有投资企业必须制定中长期业务计划(3-5年计划)和短期业务计划(年度计划),并于每年3月31日前提交给国有投资与保险企业管理局。
2. 会计年度结束后,国有投资企业应主动提供其信息,通过在国有投资与保险企业管理局的国有投资企业管理系统中填写信息,于每年4月30日前完成,并同时将经过税务稽查和经国家审计机构或独立审计公司审计的决算报告提交给国有投资与保险企业管理局。
3. 国有投资与保险企业管理局可以要求国有投资企业提供补充信息,国有投资企业必须在15天内提供补充信息。
4. 国有投资与保险企业管理局应主动研究和评估国有投资企业的经营业绩,于每年6月30日前完成。
5. 国有投资与保险企业管理局汇总并报告国有投资企业的评估结果和经营分类结果给财政部领导批准,同时将分类结果通知到国有投资企业管理系统中,以便各国有投资企业和社会知晓,于每年7月30日前完成。
ພາສາລາວ (老挝语原文)
ມາດຕາ 4 ຂັ້ນຕອນການປະເມີນ
1. ວິສາຫະກິດລັດລົງທຶນ ຕ້ອງສ້າງແຜນທຸລະກິດໄລຍະກາງ-ຍາວ (ແຜນ 3-5 ປີ) ແລະ ແຜນທຸລະກິດໄລຍະສັ້ນ (ແຜນປະຈຳປີ) ແລ້ວນຳສົ່ງໃຫ້ ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ພາຍໃນວັນທີ 31 ມີນາ ຂອງທຸກປີ.
2. ພາຍຫຼັງສິ້ນສຸດປີບັນຊີ, ວິສາຫະກິດລັດລົງທຶນ ຕ້ອງເປັນເຈົ້າການສະໜອງຂໍ້ມູນຂອງຕົນ ໂດຍການຕື່ມຂໍ້ມູນລົງໃນລະບົບຄຸ້ມຄອງວິສາຫະກິດລັດລົງທຶນ ຂອງ ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ໃຫ້ສຳເລັດພາຍໃນວັນທີ 30 ເມສາ ຂອງທຸກປີ, ພ້ອມທັງ ສົ່ງບົດສະຫຼຸບບັນຊີທີ່ໄດ້ຜ່ານການກວດກາໄລ່ລ່ຽງອາກອນ ແລະ ໄດ້ຜ່ານການກວດສອບຈາກອົງການກວດສອບແຫ່ງລັດ ຫຼື ບໍລິສັດກວດສອບເອກະລາດ ໃຫ້ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ.
3. ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ສາມາດແຈ້ງໃຫ້ວິສາຫະກິດລັດລົງທຶນສະໜອງຂໍ້ມູນເພີ່ມເຕີມ ແລະ ວິສາຫະກິດລັດລົງທຶນ ຕ້ອງສະໜອງຂໍ້ມູນເພີ່ມເຕີມໃຫ້ ພາຍໃນ 15 ວັນ.
4. ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ເປັນເຈົ້າການຄົ້ນຄວ້າ ແລະ ປະເມີນຜົນດຳເນີນທຸລະກິດ ຂອງ ວິສາຫະກິດລັດລົງທຶນ ໃຫ້ສຳເລັດພາຍໃນວັນທີ 30 ມິຖຸນາ ຂອງທຸກປີ.
5. ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ສະຫຼຸບສັງລວມ ແລະ ລາຍງານຜົນການປະເມີນ ແລະ ການຈັດປະເພດ ການດຳເນີນທຸລະກິດ ຂອງ ວິສາຫະກິດລັດລົງທຶນ ໃຫ້ແກ່ ຄະນະນຳກະຊວງການເງິນ ເພື່ອຮັບຮອງ, ພ້ອມທັງ ແຈ້ງຜົນການຈັດປະເພດ ລົງໃນລະບົບຄຸ້ມຄອງວິສາຫະກິດລັດລົງທຶນ ເພື່ອໃຫ້ບັນດາວິສາຫະກິດລັດລົງທຶນ ແລະ ສັງຄົມ ໄດ້ຮັບຊາບ ພາຍໃນວັນທີ 30 ກໍລະກົດ ຂອງທຸກປີ.
第ມາດຕາ 4条
第5条 国有投资企业分类结果的运用
国有投资企业分类结果将按如下方式运用:
+ 对于国有企业:
第1类:将获得表彰,并可以向管理人员和员工发放年度奖金,比例不超过净利润的10%,其中不超过净利润的5%可由董事会直接决定,超过5%须经财政部同意。
第2类:可以向管理人员和员工发放年度奖金,不超过净利润的5%,基于董事会的决定,并须经财政部同意。同时,可能制定改进方向交由国有管理人员执行,并可能根据情况调整部分国有管理人员;
第3类:不允许向管理人员和员工发放年度奖金。同时,财政部将调整部分管理不善的国有管理人员。同时,将研究制定改进方向交由国有管理人员执行。
第4类:不允许向管理人员和员工发放年度奖金。若连续三年被列为第4类,财政部将研究转为其他形式或按照企业复兴与破产法执行。
+ 对于混合企业:
第1类:混合企业和国有管理人员将获得表彰;年度奖金的发放按照股东大会决议执行。
第2类:财政部将制定改进方向交由国有管理人员执行,并可能根据情况调整部分国有管理人员;年度奖金的发放按照股东大会决议执行。
第3类:财政部将调整国有管理人员,并研究制定改进方向或研究其他适合企业状况的措施。
第4类:财政部将研究提交政府审议关于政府继续持股的必要性。
ພາສາລາວ (老挝语原文)
ມາດຕາ 5 ການນຳໃຊ້ຜົນການຈັດປະເພດວິສາຫະກິດລັດລົງທຶນ
ຜົນການຈັດປະເພດວິສາຫະກິດລັດລົງທຶນ ຈະຖືກນຳໃຊ້ ດັ່ງນີ້:
+ ສຳລັບ ລັດວິສາຫະກິດ:
ປະເພດ 1: ຈະໄດ້ຮັບການຍ້ອງຍໍ ແລະ ສາມາດຈ່າຍເງິນບຳເນັດປະຈຳປີ ໃຫ້ຜູ້ບໍລິຫານ ແລະ ພະນັກງານ ໃນອັດຕາສ່ວນບໍ່ເກີນ 10% ຂອງກຳໄລສຸດທິ, ໃນນັ້ນ ຖ້າບໍ່ເກີນ 5% ຂອງກຳໄລສຸດທິ ແມ່ນ ມອບໃຫ້ສະພາບໍລິຫານຕົກລົງໄດ້ເລີຍ, ຖ້າເກີນ 5% ແມ່ນຕ້ອງໄດ້ຮັບການເຫັນດີຈາກກະຊວງການເງິນ.
ປະເພດ 2: ສາມາດຈ່າຍເງິນບຳເນັດປະຈຳປີ ໃຫ້ຜູ້ບໍລິຫານ ແລະ ພະນັກງານໄດ້ ບໍ່ເກີນ 5% ຂອງກຳໄລສຸດທິ ບົນພື້ນຖານການຕົກລົງຂອງສະພາບໍລິຫານ ແລະ ຕ້ອງໄດ້ຮັບການເຫັນດີຈາກກະຊວງການເງິນ. ພ້ອມດຽວກັນນີ້, ອາດມີການກຳນົດທິດທາງປັບປຸງແກ້ໄຂເພື່ອມອບໃຫ້ຜູ້ບໍລິຫານຝ່າຍລັດນຳໄປຈັດຕັ້ງປະຕິບັດ ແລະ ອາດຈະມີການປັບປຸງຜູ້ບໍລິຫານຝ່າຍລັດຈຳນວນໜຶ່ງ ຕາມຄວາມເໝາະສົມ;
ປະເພດ 3: ບໍ່ອະນຸຍາດໃຫ້ຈ່າຍເງິນບຳເນັດປະຈຳປີ ໃຫ້ຜູ້ບໍລິຫານ ແລະ ພະນັກງານ. ພ້ອມນີ້ ກະຊວງການເງິນຈະປັບປຸງຜູ້ບໍລິຫານຝ່າຍລັດຈຳນວນໜຶ່ງ ທີ່ບໍລິຫານບໍ່ມີປະສິດທິຜົນ. ພ້ອມດຽວກັນນີ້, ກໍຈະມີການຄົ້ນຄວ້າກຳນົດທິດທາງການປັບປຸງແກ້ໄຂເພື່ອມອບໃຫ້ຜູ້ບໍລິຫານຝ່າຍລັດນຳໄປຈັດຕັ້ງປະຕິບັດ.
ປະເພດ 4: ບໍ່ອະນຸຍາດໃຫ້ຈ່າຍເງິນບຳເນັດປະຈຳປີ ໃຫ້ຜູ້ບໍລິຫານ ແລະ ພະນັກງານ. ກໍລະນີ ຖືກຈັດໃນປະເພດ 4 ສາມປີຕິດຕໍ່ກັນ ກະຊວງການເງິນ ຈະຄົ້ນຄວ້າທິດທາງການຫັນໄປສູ່ຮູບການອື່ນ ຫຼື ປະຕິບັດຕາມກົດໝາຍວ່າດ້ວຍການຟື້ນຟູ ແລະ ລົ້ມລະລາຍຂອງວິສາຫະກິດ.
+ ສຳລັບ ວິສາຫະກິດປະສົມ:
ປະເພດ 1: ວິສາຫະກິດປະສົມ ແລະ ຜູ້ບໍລິຫານ ຝ່າຍລັດ ຈະໄດ້ຮັບການຍ້ອງຍໍ; ສຳລັບ ການຈ່າຍເງິນບຳເນັດປະຈຳປີ ແມ່ນໃຫ້ປະຕິບັດຕາມມະຕິຕົກລົງຂອງກອງປະຊຸມຜູ້ຖືຮຸ້ນ.
ປະເພດ 2: ກະຊວງການເງິນ ຈະກຳນົດທິດທາງການປັບປຸງແກ້ໄຂ ເພື່ອມອບໃຫ້ຜູ້ບໍລິຫານຝ່າຍລັດ ນຳໄປຈັດຕັ້ງປະຕິບັດ ແລະ ອາດຈະ ມີການປັບປຸງຜູ້ບໍລິຫານຝ່າຍລັດຈຳນວນໜຶ່ງ ຕາມຄວາມເໝາະສົມ; ສຳລັບ ການຈ່າຍເງິນບຳເນັດປະຈຳປີ ແມ່ນໃຫ້ປະຕິບັດຕາມມະຕິຕົກລົງຂອງກອງປະຊຸມຜູ້ຖືຮຸ້ນ.
ປະເພດ 3: ກະຊວງການເງິນ ຈະປັບປຸງຜູ້ບໍລິຫານຝ່າຍລັດ ພ້ອມທັງ ຄົ້ນຄວ້າກຳນົດທິດທາງປັບປຸງແກ້ໄຂ ຫຼື ຄົ້ນຄວ້າມາດຕະການອື່ນທີ່ເໝາະສົມກັບສະພາບຂອງທຸລະກິດ.
ປະເພດ 4: ກະຊວງການເງິນ ຈະຄົ້ນຄວ້ານຳສະເໜີລັດຖະບານເພື່ອພິຈາລະນາ ກ່ຽວກັບ ຄວາມຈຳເປັນໃນການສືບຕໍ່ຖືຮຸ້ນຂອງລັດຖະບານ.
第ມາດຕາ 5条
第5条 措施
不遵守第4条第1、2和3款或未按本协议规定配合评估的混合企业,财政部将研究调整国家管理人员或其他适当措施;对于不遵守的国有企业,财政部将酌情调整或更换管理人员。
国有投资和保险企业管理司必须对已被评估并列为第2类或第3类的国有企业单位进行跟踪检查,以推动寻求解决方案,帮助提高效率;如果国有企业单位的运营存在违反法律法规的行为,则应邀请国家审计署或国家监察署作为委员会共同开展工作,并向上述两个机构报告信息。
ພາສາລາວ (老挝语原文)
ມາດຕາ 5 ມາດຕະການ
ວິສາຫະກິດປະສົມ ທີ່ບໍ່ປະຕິບັດຕາມຂໍ້ 1, 2 ແລະ ຂໍ້ 3 ຂອງມາດຕາ 4 ຫຼື ບໍ່ໃຫ້ການຮ່ວມມືໃນການປະເມີນຜົນຕາມຂໍ້ຕົກລົງສະບັບນີ້ ແມ່ນ ກະຊວງການເງິນ ຈະຄົ້ນຄວ້າການປັບປຸງຜູ້ບໍລິຫານຝ່າຍລັດ ຫຼື ມາດຕະການອື່ນ ຕາມຄວາມເໝາະສົມ; ສຳລັບ ລັດວິສາຫະກິດ ທີ່ບໍ່ປະຕິບັດຕາມ ແມ່ນ ກະຊວງການເງິນ ຈະປັບປຸງ-ສັບຊ້ອນຜູ້ບໍລິຫານ ຕາມຄວາມເໝາະສົມ.
ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ຕ້ອງລົງຕິດຕາມກວດກາຫົວໜ່ວຍວິສາຫະກິດລັດ ທີ່ໄດ້ຖືກປະເມີນຜົນ ແລະ ຈັດຢູ່ໃນປະເພດ 2 ຫຼື ປະເພດ 3 ເພື່ອຊຸກຍູ້ຊອກຫາວິທີແກ້ໄຂຊ່ວຍໃຫ້ມີປະສິດທິຜົນດີຂຶ້ນ; ຖ້າຫາກວ່າການດຳເນີນງານຂອງຫົວໜ່ວຍວິສາຫະກິດລັດ ມີການກະທຳຜິດຕໍ່ລະບຽບກົດໝາຍ ແມ່ນ ໃຫ້ແຈ້ງເຊີນອົງການກວດສອບແຫ່ງລັດ ຫຼື ອົງການກວດກາແຫ່ງລັດ ເຂົ້າຮ່ວມເປັນຄະນະເພື່ອເຮັດວຽກຮ່ວມກັນ ແລະ ລາຍງານຂໍ້ມູນໃຫ້ແກ່ສອງອົງການດັ່ງກ່າວ.
第ມາດຕາ 6条
第6条 组织实施
委托国有资本投资与保险司专门指导和监督国有资本投资企业的经营成果,具体规定和说明各项指标的计算、评估标准以及汇总分类。
委托国有资本投资与保险司、各国有资本投资企业及相关方知悉并严格执行本协议。
本协议自签署之日起生效。
ພາສາລາວ (老挝语原文)
ມາດຕາ 6 ການຈັດຕັ້ງປະຕິບັດ
ມອບໃຫ້ ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ເປັນຜູ້ຊີ້ນຳ ແລະ ຕິດຕາມກວດກາຜົນການດຳເນີນທຸລະກິດ ຂອງ ວິສາຫະກິດລັດລົງທຶນ ເປັນອັນສະເພາະ ໂດຍໃຫ້ກຳນົດລະອຽດ ແລະ ອະທິບາຍ ກ່ຽວກັບ ການຄິດໄລ່ບັນດາຕົວຊີ້ວັດຕ່າງໆ, ມາດຕະຖານການປະເມີນຜົນ ແລະ ການສະຫຼຸບສັງລວມເພື່ອຈັດປະເພດ.
ມອບໃຫ້ ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ, ບັນດາວິສາຫະກິດລັດລົງທຶນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຕາມຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.
ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນທີລົງລາຍເຊັນເປັນຕົ້ນໄປ.