关于国有投资企业国家管理人员考核的协议

ຂໍ້ຕົກລົງວ່າດ້ວຍ ການປະເມີນຜູ້ບໍລິຫານຝ່າຍລັດ ໃນວິສາຫະກິດລັດລົງທຶນ

Agreement on the Performance Assessment of State Managers in State-Owned Investment Enterprises

简介

该法规调整国有投资企业中国家管理者的考核与分类,核心内容为通过自我评估与委员会评估,按分数划分三类等级并关联奖金与职务调整。

Summary

This regulation governs the evaluation and classification of state managers in state-invested enterprises, with core content involving self-assessment and committee evaluation, dividing into three grades based on scores, linked to bonuses and position adjustments.

ບົດສະຫຼຸບ

ກົດໝາຍສະບັບນີ້ຄຸ້ມຄອງການປະເມີນ ແລະ ຈັດປະເພດຜູ້ບໍລິຫານລັດໃນວິສາຫະກິດລົງທຶນຂອງລັດ, ເນັ້ນໃສ່ການປະເມີນຕົນເອງ ແລະ ການປະເມີນໂດຍຄະນະກຳມະການ, ແບ່ງອອກເປັນ 3 ຊັ້ນຕາມຄະແນນ ແລະ ເຊື່ອມໂຍງກັບໂບນັດ ແລະ ການປັບປ່ຽນຕຳແໜ່ງ.

条文

第ມາດຕາ 1条

第2条 国家管理者
国家管理者是指由财政部任命,负责管理国有投资企业的个人,包括董事会(主席、副主席和董事会成员)以及国有投资企业的经理委员会。国家管理者分为两类:
1. 公务员管理者是指符合财政部及相关部委全部条件的公务员;
2. 职业管理者是指非公务员但具备资格、知识、经验以及专业技术方面全部条件,被任命代表政府管理国有投资企业的个人,包括:
- 内部职业人员是指国有投资企业内部的员工;以及
- 外部职业人员或自由职业者是指通过公开选拔方式选聘的。

ພາສາລາວ (老挝语原文)

ມາດຕາ 2 ຜູ້ບໍລິຫານຝ່າຍລັດ
ຜູ້ບໍລິຫານຝ່າຍລັດ ແມ່ນ ບຸກຄົນທີ່ໄດ້ຮັບການແຕ່ງຕັ້ງຈາກກະຊວງການເງິນ ເພື່ອເປັນຜູ້ບໍລິຫານວິສາຫະກິດລັດລົງທຶນ ທີ່ປະກອບມີ ສະພາບໍລິຫານ (ປະທານ, ຮອງປະທານ ແລະ ກຳມະການ ສະພາບໍລິຫານ) ແລະ ຄະນະອຳນວຍການ ຂອງວິສາຫະກິດລັດລົງທຶນ. ຜູ້ບໍລິຫານຝ່າຍລັດ ປະກອບມີ ສອງ ປະເພດ ຄື:
1. ຜູ້ບໍລິຫານທີ່ເປັນລັດຖະກອນ ແມ່ນ ພະນັກງານ-ລັດຖະກອນທີ່ມີມາດຖານເງື່ອນໄຂຄົບຖ້ວນຈາກກະຊວງການເງິນ ແລະ ກະຊວງກ່ຽວຂ້ອງ.
2. ຜູ້ບໍລິຫານມືອາຊີບ ແມ່ນ ບຸກຄົນທີ່ບໍ່ແມ່ນພະນັກງານ-ລັດຖະກອນ ແຕ່ມີມາດຖານເງື່ອນໄຂຄົບຖ້ວນ ດ້ານຄຸນວຸດທິ, ຄວາມຮູ້ ແລະ ປະສົບການ ແລະ ດ້ານເຕັກນິກວິຊາສະເພາະ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ຕາງໜ້າລັດຖະບານ ບໍລິຫານວິສາຫະກິດລັດລົງທຶນ, ເຊິ່ງປະກອບມີ:
- ມືອາຊີບພາຍໃນ ແມ່ນ ບຸກຄະລາກອນພາຍໃນວິສາຫະກິດລັດລົງທຶນ; ແລະ
- ມືອາຊີບພາຍນອກ ຫຼື ມືອາຊີບອິດສະຫຼະ ແມ່ນ ຄັດເລືອກແບບເປີດກວ້າງ.

第ມາດຕາ 2条

第2条 国家管理者的评估

国家管理者的评估是指对国有投资企业中的董事会和总经理(国家管理者)履行职责情况进行评估,旨在评估其按照规章制度规定的职责和角色完成任务的成效,采用各种指标,主要包括:

- 政治素质和革命道德品质方面的标准内容;
- 知识、能力和经验方面的内容;
- 工作方法方面;
- 领导能力;
- 研究、制定和指导实施年度业务计划和战略计划;
- 依法履行职责;
- 董事会与总经理之间的相互合作;
- 国家管理者与国家相关机构之间的合作;
- 参与国有投资企业的管理;
- 国有投资企业的经营业绩和分类。

国家管理者评估的对象是所有职业管理者以及作为公务员、担任二级及以上管理职务的管理者。

ພາສາລາວ (老挝语原文)

ມາດຕາ 2 ການປະເມີນຜູ້ບໍລິຫານຝ່າຍລັດ

ການປະເມີນຜູ້ບໍລິຫານຝ່າຍລັດ ແມ່ນ ການປະເມີນຕີລາຄາ ການປະຕິບັດໜ້າທີ່ວຽກງານ ຂອງ ສະພາບໍລິຫານ ແລະ ອຳນວຍການ ຝ່າຍລັດ ຢູ່ໃນວິສາຫະກິດລັດລົງທຶນ, ເຊິ່ງແນໃສ່ການປະເມີນຜົນສຳເລັດໃນການປະຕິບັດໜ້າທີ່ຕາມພາລະບົດບາດ ທີ່ກຳນົດໄວ້ໃນລະບຽບການ ໂດຍນຳໃຊ້ບັນດາຕົວຊີ້ວັດຕ່າງໆ ເປັນຕົ້ນແມ່ນ:

- ເນື້ອໃນມາດຖານ ທາງດ້ານຄຸນທາດການເມືອງ ແລະ ຄຸນສົມບັດ ສິນທຳປະຕິວັດ;
- ເນື້ອໃນດ້ານຄວາມຮູ້, ຄວາມສາມາດ ແລະ ປະສົບການ;
- ດ້ານແບບແຜນວິທີເຮັດວຽກ;
- ການເປັນຜູ້ນຳ;
- ການຄົ້ນຄວ້າ ສ້າງ ແລະ ຊີ້ນຳການຈັດຕັ້ງປະຕິບັດແຜນທຸລະກິດປະຈຳປີ ແລະ ແຜນຍຸດທະສາດ;
- ການປະຕິບັດໜ້າທີ່ຕາມລະບຽບກົດໝາຍ;
- ການໃຫ້ຄວາມຮ່ວມມືເຊິ່ງກັນ ແລະ ກັນ ລະຫວ່າງ ສະພາບໍລິຫານ ແລະ ຜູ້ອຳນວຍການ;
- ການໃຫ້ຄວາມຮ່ວມມື ລະຫວ່າງ ຜູ້ບໍລິຫານຝ່າຍລັດ ແລະ ອົງການກ່ຽວຂ້ອງຂອງລັດ;
- ການມີສ່ວນຮ່ວມໃນການບໍລິຫານວິສາຫະກິດລັດລົງທຶນ;
- ຜົນການດຳເນີນທຸລະກິດ ແລະ ການຈັດປະເພດ ຂອງ ວິສາຫະກິດລັດລົງທຶນ.

ເປົ້າໝາຍການປະເມີນຜູ້ບໍລິຫານຝ່າຍລັດ ແມ່ນ ຜູ້ບໍລິຫານມືອາຊີບ ທັງໝົດ ແລະ ຜູ້ບໍລິຫານທີ່ເປັນລັດຖະກອນ ທີ່ມີຕຳແໜ່ງບໍລິຫານປະເພດ ສອງ ລົງມາ.

第ມາດຕາ 3条

第4条 评估程序
1. 国家管理人员必须在国家投资企业管理司的国家投资企业管理系统中主动回答自我评估问题,自我评估期限为1个月(每年8月1日至31日);
在某些情况下,国家投资企业管理司可以通知国家管理人员以填写自我评估表和委员会评估的形式进行自我评估,然后提交给国家投资企业管理司;
2. 国家投资企业管理司对国家管理人员的自我评估结果进行审查和复核,于每年9月30日前完成,并根据所得分数进行分类如下:
- 75-100分:评为第1类,良好
- 50-74分:评为第2类,中等
- 01-49分:评为第3类,差
3. 国家投资企业管理司汇总并向财政部领导报告国家管理人员评估结果,同时将评估结果通知被评估的国家管理人员,于每年10月内知悉。

ພາສາລາວ (老挝语原文)

ມາດຕາ 4 ຂັ້ນຕອນການປະເມີນ
1. ຜູ້ບໍລິຫານຝ່າຍລັດ ຕ້ອງເປັນເຈົາການຕອບຄຳຖາມການປະເມີນຕົນເອງ ຢູ່ໃນລະບົບຄຸ້ມຄອງວິສາຫະກິດລັດລົງທຶນ ຂອງ ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ໂດຍມີກຳນົດເວລາ 1 ເດືອນ ໃນການປະເມີນຕົນເອງ (ວັນທີ 01-31 ສິງຫາ ຂອງທຸກປີ);
ໃນບາງກໍລະນີ, ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ສາມາດແຈ້ງໃຫ້ຜູ້ບໍລິຫານຝ່າຍລັດ ດຳເນີນການປະເມີນຕົນເອງ ດ້ວຍຮູບແບບ ການຂຽນໃບປະເມີນຕົນເອງ ແລະ ການປະເມີນຈາກບັນດາຄະນະ ແລ້ວສົ່ງໃຫ້ ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ;
2. ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ດຳເນີນການກວດກາ ແລະ ປະເມີນຄືນ ຜົນການປະເມີນຕົນເອງ ຂອງ ຜູ້ບໍລິຫານຝ່າຍລັດ ໃຫ້ສຳເລັດພາຍໃນວັນທີ 30 ກັນຍາ ຂອງທຸກປີ ພ້ອມທັງ ດຳເນີນການຈັດປະເພດ ຕາມຄະແນນທີ່ໄດ້ຮັບ ດັ່ງນີ້:
- 75-100 ຄະແນນ ແມ່ນ ຈັດເປັນ ປະເພດ 1 ດີ
- 50-74 ຄະແນນ ແມ່ນ ຈັດເປັນ ປະເພດ 2 ປານກາງ
- 01-49 ຄະແນນ ແມ່ນ ຈັດເປັນ ປະເພດ 3 ອ່ອນ
3. ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ສະຫຼຸບສັງລວມ ແລະ ລາຍງານຜົນການປະເມີນຜູ້ບໍລິຫານຝ່າຍລັດ ໃຫ້ແກ່ ຄະນະນຳກະຊວງການເງິນ ພ້ອມທັງ ແຈ້ງຜົນດັ່ງກ່າວ ໃຫ້ຜູ້ບໍລິຫານຝ່າຍລັດ ທີ່ໄດ້ຮັບການປະເມີນ ຮັບຮູ້ ພາຍໃນເດືອນຕຸລາຂອງທຸກປີ.

第ມາດຕາ 4条

第4条 分类结果的运用
财政部将记录国家管理人员的分类结果,并按如下执行:
+ 第1类:国家管理人员将根据股东大会或董事会的决议获得年度奖金。此外,财政部将研究实施奖励政策或其他适当政策;
- 第2类:国家管理人员将根据股东大会或董事会的决议获得年度奖金,但须经财政部同意。此外,财政部可酌情调整薪酬;
+ 第3类:国家管理人员将不获得年度奖金,财政部将酌情调整薪酬。

ພາສາລາວ (老挝语原文)

ມາດຕາ 4 ການນຳໃຊ້ຜົນການຈັດປະເພດ
ກະຊວງການເງິນ ຈະບັນທຶກຜົນການຈັດປະເພດຜູ້ບໍລິຫານຝ່າຍລັດ ແລະ ຈະປະຕິບັດ ດັ່ງນີ້:
+ ປະເພດ 1: ຜູ້ບໍລິຫານຝ່າຍລັດ ຈະໄດ້ຮັບເງິນບຳເນັດປະຈຳປີ ຕາມການຕົກລົງເຫັນດີຂອງກອງປະຊຸມຜູ້ຖືຮຸ້ນ ຫຼື ກອງປະຊຸມສະພາບໍລິຫານ. ພ້ອມນີ້, ກະຊວງການເງິນ ຈະຄົ້ນຄວ້າການປະຕິບັດນະໂຍບາຍອົງຍໍ ຫຼື ນະໂຍບາຍອື່ນ ຕາມຄວາມເໝາະສົມ;
- ປະເພດ 2: ຜູ້ບໍລິຫານຝ່າຍລັດ ຈະໄດ້ຮັບເງິນບຳເນັດປະຈຳປີ ຕາມການຕົກລົງເຫັນດີຂອງກອງປະຊຸມຜູ້ຖືຮຸ້ນ ຫຼື ກອງປະຊຸມສະພາບໍລິຫານ ແຕ່ຕ້ອງໄດ້ຮັບການເຫັນດີຈາກກະຊວງການເງິນ. ພ້ອມນີ້, ກະຊວງການເງິນ ອາດຈະມີການປັບປຸງສັບຊ້ອນ ຕາມຄວາມເໝາະສົມ;
+ ປະເພດ 3: ຜູ້ບໍລິຫານຝ່າຍລັດ ຈະບໍ່ໄດ້ຮັບເງິນບຳເນັດປະຈຳປີ ແລະ ກະຊວງການເງິນ ຈະປັບປຸງສັບຊ້ອນ ຕາມຄວາມເໝາະສົມ.

第ມາດຕາ 5条

第5条 措施
不执行上述第4条第1款和第2款,导致无法进行评估和分类的,
国家管理人员不配合本协议规定的评估,特别是拒不提供信息或提供信息不完整,导致评估和分类延迟的,财政部将采取以下措施:
1. 进行修改完善或采取其他适当措施。
2. 立即解除相关人员的管理职务,并在三年内不再考虑任命其为管理人员,并可考虑采取其他适当措施。

ພາສາລາວ (老挝语原文)

ມາດຕາ 5 ມາດຕະການ
ການບໍ່ປະຕິບັດຕາມຂໍ້ 1 ແລະ ຂໍ້ 2 ຂອງມາດຕາ 4 ຂ້າງເທິງ ສົ່ງຜົນເຮັດໃຫ້ບໍ່ສາມາດປະເມີນຜົນ ແລະ ຈັດປະເພດໄດ້
ກໍລະນີຜູ້ບໍລິຫານຝ່າຍລັດ ບໍ່ໃຫ້ການຮ່ວມມືໃນການປະເມີນຜົນຕາມຂໍ້ຕົກລົງສະບັບນີ້ ໂດຍສະເພາະ ບໍ່ໃຫ້ຂໍ້ມູນ ຫຼື ໃຫ້ຂໍ້ມູນບໍ່ຄົບຖ້ວນ ເຮັດໃຫ້ການປະເມີນຜົນ ແລະ ຈັດປະເພດໄດ້ຊ້າກວ່າກຳນົດ, ກະຊວງການເງິນ ຈະປະຕິບັດມາດຕະການ ດັ່ງນີ້:
1. ຈະດຳເນີນການປັບປຸງ-ສັບຊ້ອນ ຫຼື ນຳໃຊ້ມາດຕະການອື່ນຕາມຄວາມເໝາະສົມ.
2. ຈະປົດຕຳແໜ່ງຜູ້ກ່ຽວ ອອກຈາກການເປັນຜູ້ບໍລິຫານຝ່າຍລັດ ທັນທີ ແລະ ຈະບໍ່ພິຈາລະນາແຕ່ງຕັ້ງຜູ້ກ່ຽວ ເປັນຜູ້ບໍລິຫານຝ່າຍລັດ ຕື່ມອີກ ພາຍໃນໄລຍະເວລາ ສາມ ປີ ແລະ ອາດຈະພິຈາລະນາມາດຕະການອື່ນຕາມຄວາມເໝາະສົມ.

第ມາດຕາ 6条

第6条 组织实施
委托国有投资企业管理司和保险司作为牵头单位,详细制定关于国有投资企业中国家管理人员评估指标的内容,并将其纳入国有投资企业管理系统,同时包括评分方法和汇总分类方法。

委托国有投资企业管理司和保险司、各国有投资企业、国家管理人员及相关各方,应知悉并严格执行本协议。

ພາສາລາວ (老挝语原文)

ມາດຕາ 6 ການຈັດຕັ້ງປະຕິບັດ
ມອບໃຫ້ ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ເປັນເຈົາການຜັນຂະຫຍາຍລະອຽດ ກ່ຽວກັບບັນດາເນື້ອໃນໂຕຊີ້ວັດການປະເມີນຜູ້ບໍລິຫານຝ່າຍລັດ ໃນ ວິສາຫະກິດລັດລົງທຶນ ແລະ ເອົາເຂົ້າໃນລະບົບຄຸ້ມຄອງວິສາຫະກິດລັດລົງທຶນ ພ້ອມດ້ວຍວິທີການໃຫ້ຄະແນນ ແລະ ການສະຫຼຸບສັງລວມເພື່ອຈັດປະເພດ.

ມອບໃຫ້ ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ, ບັນດາວິສາຫະກິດລັດລົງທຶນ, ຜູ້ບໍລິຫານຝ່າຍລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຕາມຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ.

第ມາດຕາ 7条

第7条 效力
本决定自签署之日起生效。

ພາສາລາວ (老挝语原文)

ມາດຕາ 7 ຜົນສັກສິດ
ຂໍຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນທີລົງລາຍເຊັນ ເປັນຕົ້ນໄປ

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译