ຄຳສັ່ງວ່າດ້ວຍ ການຕິດຕາມ, ກດວກາ ແລະ ແກ້ໄຂບັນຫາຂຸດຄົ້ນແຮ່ຄຳຕົກຂ້ອນ, ຫີນແຮ່-ຊາຍ ຕາມບັນດາສາຍນ້ຳລຳເຊ, ຫ້ວຍນ້ຳ ແລະ ການຄຸ້ມຄອງການຂຸດຄົ້ນແຮ່ທາດຕ່າງໆໃນຂອບເຂດທົ່ວແຂວງ ອັດຕະປື
关于跟踪、检查和解决阿速坡省全境河流、溪流中淘金尾矿、矿石砂开采问题及各类矿产开采管理的命令
Decree on the Tracking, Inspection, and Resolution of Gold Tailings, Ore Sand Mining, and Various Mineral Mining Management Issues in Rivers and Streams Throughout Attapeu Province
ບົດສະຫຼຸບ
ຄຳສັ່ງສະບັບນີ້ຫ້າມຖາວອນການຂຸດຄົ້ນຄຳ ແລະ ຫີນແຮ່ທີ່ກ່ຽວຂ້ອງໃນທົ່ວແຂວງອັດຕະປື, ຢຸດການອະນຸມັດໂຄງການຂຸດຄົ້ນໂລຫະໃໝ່ຊົ່ວຄາວ, ແລະ ຕັ້ງຄະນະສະເພາະກິດເພື່ອເພີ່ມທະວີການກວດກາ ແລະ ບັງຄັບໃຊ້ກົດໝາຍຕ້ານການຂຸດຄົ້ນທີ່ຜິດກົດໝາຍ.
ມາດຕາ
ມາດຕາ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບວັດທະນະຖາວອນ
ແຂວງອັດຕະປື ເລກທີ 16.../ຈຂ.ອປ
ອັດຕະປື, ວັນທີ ຂາດສະ 7202.5
ຄຳສັ່ງ
ວາດ້ວຍ ການຕິດຕາມ, ກວດກາ ແລະ ການແກ້ໄຂບັນຫາຂຸດຄົ້ນແຮ່ຄຳຕົກຂ້ອນ,
ຫີນແຮ່-ຊາຍ ຕາມບັນດາສາຍນໍ້າລຳເຊ, ຫ້ວຍນໍ້າ ແລະ ການຄຸ້ມຄອງການຂຸດຄົ້ນແຮ່ທາດຕ່າງໆ
ໃນຂອບເຂດທົ່ວແຂວງອັດຕະປື
- ອີງຕາມ ກົດໝາຍວາດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015, ທີ່ລະບຸໄວ້ໃນບົວດທີ 1, ມາດຕາ 20 ວາດ້ວຍສິດ ແລະ ໜ້າທີ່ ຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ;
- ອີງຕາມ ກົດໝາຍວາດ້ວຍແຮ່ທາດ (ສະບັບປັບປຸງ) ສະບັບເລກທີ 3/ສພຊ, ລົງວັນທີ 3 ພະຈິກ 2017;
ອີງຕາມ ຄຳສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ, ລົງວັນທີ 7/3/2025 ວ່າດ້ວຍການຕິດຕາມ, ກວດກາ ແລະ ແກ້ໄຂບັນຫາແຮ່ຄຳຕົກຂ້ອນ, ຫີນ ແລະ ຊາຍ ຕາມບັນດາສາຍນ້ຳ, ຮ່ອງຫ້ວຍ ແລະ ການຄຸ້ມຄອງການຂຸດຄົ້ນແຮ່ທາດຕ່າງໆ ໃນຂອບເຂດທົ່ວປະເທດ; ເພື່ອເພີ່ມທະວີໃນການຈັດຕັ້ງປະຕິບັດ ວຽກງານການຄຸ້ມຄອງ, ກວດກາ ແລະ ແກ້ໄຂບັນຫາການພັດທະນາແຮ່ທາດຕ່າງໆ, ລວມທັງແຮ່ຄຳຕົກຂ້ອນ, ການດູດຫີນແຮ່ ແລະ ຊາຍ ໃນຂອບເຂດທົ່ວແຂວງອັດຕະປື ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຕ່າງໆ ທີ່ກຳນົດອອກໃນແຕ່ລະໄລຍະ.
ເຈົ້າແຂວງອອກຄຳສັ່ງ:
1. ໃຫ້ຢຸດຕິຢ່າງຖາວອນ ໃນການອອກອະນຸຍາດ ໃຫ້ຂຸດຄົ້ນແຮ່ຄຳຕົກຂ້ອນ ແລະ ຂຸດຄົ້ນຫີນແຮ່-ຊາຍ ທີ່ຕິດພັນກັບແຮ່ຄຳຕົກຂ້ອນທຸກຮູບແບບໃນຂອບເຂດທົ່ວແຂວງອັດຕະປື ໃຫ້ພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ອົງການປົກຄອງເມືອງ 5 ເມືອງ ຈັດຕັ້ງປະຕິບັດ ດັ່ງນີ້:
1) ຫ້າມບໍ່ໃຫ້ບັນດາພະແນກການ, ກອງບັນຊາການ ປກຊ - ປກສ ແລະ ອົງການປົກຄອງເມືອງ 5 ເມືອງ ໃນແຂວງອັດຕະປື ສ້າງເງື່ອນໄຂທີ່ເປັນຊອງວາງ ໃນທຸກຮູບແບບ ທີ່ອຳນວຍຄວາມສະດວກ ໃຫ້ແກ່ການຂຸດຄົ້ນແຮ່ຄຳຕົກຂ້ອນ, ຢູ່ເຂດຫ່າງໄກສອກຫຼີກ, ໃນເຂດອ່າງນໍ້າທີ່ເປັນໂຄງການພັດທະນາທີ່ນ້າຈະຖ້ວມ, ສ້າງເປັນໂຄງການພິເສດ, ລວມທັງການດູດຫີນແຮ່ ແລະ ຊາຍ ທີ່ນຳໃຊ້ຕະແກ້ງ, ກົນຈັກ, ໂຕະຮອນ, ເຄື່ອງມື ແລະ ອຸປະກອນຕ່າງໆ ຕາມແຄມສາຍນໍ້າ, ແມ່ນໍ້າລຳເຊ, ຫ້ວຍນໍ້າຕ່າງໆ ເພື່ອຈຸດປະສົງຄັດເລືອກເອົາແຮ່ຄຳຕົກຂ້ອນ ຢ່າງເດັດຂາດ;
2) ໃຫ້ກວດກາ ແລະ ປະຕິບັດມາດຕະການ ຢ່າງເຂັ້ມງວດ ຕໍ່ບຸກຄົນ ແລະ ຜູ້ປະກອບການ ທີ່ມີການລັກລອບຂຸດຄົ້ນແຮ່ຄຳຕົກຂ້ອນ, ການດູດຫີນແຮ່ ແລະ ຊາຍໃນທຸກກໍລະນີ (ທີ່ເປັນການສວຍໂອກາດຄັດເລືອກເອົາແຮ່ຄຳ) ໃນຂອບເຂດທົ່ວແຂວງ.
3) ພົວພັນ ແລະ ປະສານສົມທົບກັບສູນກາງ ເພື່ອຕິດຕາມ ກວດກາ ແລະ ປະເມີນຄືນໂຄງການຂຸດຄົ້ນແຮ່ຄຳ
ແບບທົດລອງ ຢູ່ໃນແຂວງອັດຕະປື ຕາມການອະນຸຍາດຂອງລັດຖະບານ ໃນໄລຍະທີ່ຜ່ານມາ ເພື່ອຫັນໂຄງການທົດ
ລອງ ກ້າວໄປສູ່ການຈັດຕັ້ງປະຕິບັດ ຕາມກົນໄກປົກກະຕິ ໃຫ້ຖືກຕ້ອງ, ສອດຄ່ອງ ຕາມກົດໝາຍກຳນົດໄວ້ ແລະ
ແຈ້ງການ ເລກທີ 978/ຫສນຍ, ລົງວັນທີ 22 ພຶດສະພາ 2024 ຢ່າງເຂັ້ມງວດ; ໂດຍສະເພາະ ກ່ອນບໍລິສັດຈະດຳ
ເນີນການສືບຕໍ່ຂຸດຄົ້ນ ແລະ ປຸງແຕ່ງ ໃຫ້ບໍລິສັດ ເຮັດສຳເລັດວຽກງານການສຳຫຼວດແຮ່ທາດ, ການສຶກສາຄວາມ
ເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແລະ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມຢ່າງລະອຽດຄົບຖ້ວນ
ສາກ່ອນ ຈຶ່ງໃຫ້ນຳສະເໜີຕໍ່ລັດຖະບານ ແລະ ກະຊວງທີ່ກ່ຽວຂ້ອງ ອອກໃບອະນຸຍາດຂຸດຄົ້ນໃຫ້ບໍລິສັດ. ພ້ອມກັນ
ນັ້ນ, ກໍໃຫ້ຢຸດຕິການພິຈາລະນາ ຕໍ່ກໍລະນີຍ້າຍ ຫຼື ປ່ຽນແທນເນື້ອທີ່ປ່ອນອື່ນໆ ມາແທນໂຄງການສຳປະທານແຮ່ທາດ ລອງ ຢູ່ໃນຂອບເຂດແຂວງອັດຕະປື ຢ່າງເດັດຂາດ;
2. ໃຫ້ໂຈະການຄົ້ນຄວ້າພິຈາລະນາ ແລະ ນຳສະເໜີໂຄງການຊອກຄືນ, ສຳຫຼວດແຮ່ທາດໃໝ່ ສຳລັບໝວດແຮ່ທາດໂລຫະ ຈົນຮອດສະໄໝລັດຖະບານ ຊຸດທີ 1%%, ຍົກເວັ້ນບາງໂຄງການມີການຕົກລົງຂອງຂັ້ນເທິງ ທີເປັນອັນສະເພາະ ແລະ ໂຈະຊົ່ວຄາວການພິຈາລະນາອອກອະນຸຍາດໂຄງການສຳຫຼວດແຮ່ທາດອະໂລຫະໃໝ່ ສຳລັບຂັ້ນແຂວງ ຈົນກວ່າຈະມີແຈ້ງການໃໝ່ໃຫ້ສືບຕໍ່; ສ່ວນໂຄງການທີ່ໄດ້ຮັບອະນຸຍາດຈາກລັດຖະບານ ແລະ ອົງການປົກຄອງແຂວງ ໃນໄລຍະທີ່ຜ່ານມາ ມອບໃຫ້ບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ອົງການປົກຄອງເມືອງ ເອົາໃຈໃສ່ປະຕິບັດ ດັ່ງນີ້:
1) ເພີ່ມຄວາມເຂັ້ມງວດໃນການຄຸ້ມຄອງ, ຕິດຕາມ, ກວດກາໂຄງການສຳຫຼວດ, ສຶກສາຄວາມເປັນໄປໄດ້ທາງ
ດ້ານເສດຖະກິດ-ເຕັກນິກ, ຂຸດຄົ້ນ ແລະ ປຸງແຕ່ງແຮທາດ ໃຫ້ໄປຕາມສັນຍາ, ຕາມຂັ້ນຕອນ, ແຜນການ, ມາດຖານເຕັກນິກ-ວິຊາການ, ລະບຽບການ ແລະ ສອດຄອງກັບກົດໝາຍກ່ຽວຂ້ອງວາງອອກຢ່າງເຂັ້ມງວດ;
2) ເພີ່ມຄວາມເຂັ້ມງວດຄຸ້ມຄອງ, ຕິດຕາມ, ກວດກາ ແລະ ແກ້ໄຂບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຂອງໂຄງການສຳຫຼວດ, ຊອກຄົ້ນ, ຂຸດຄົ້ນ ແລະ ປຸງແຕ່ງແຮທາດ ໃນຂອບເຂດແຂວງອັດຕະປື ໃຫ້ປະຕິບັດຕາມມາດຕະການທີ່ໄດ້ກຳນົດໄວ້ໃນແຜນຄຸ້ມຄອງ, ຕິດຕາມ ແລະ ກວດກາສິ່ງແວດລ້ອມ ຂອງແຕ່ລະໂຄງການ ຕາມການຮັບຮອງຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢ່າງເຂັ້ມງວດ;
3) ເພີ່ມຄວາມເຂັ້ມງວດ ໃນການຄຸ້ມຄອງ, ຕິດຕາມ, ກວດກາ ການຂົນສົ່ງແຮທາດ ໂດຍສະເພາະການຄຸ້ມຄອງນໍ້າໜັກໃນລົດບັນທຸກປະເພດຕ່າງໆ ແລະ ການປະກອບສ່ວນພັນທະດ້ານງົບປະມານ ເພື່ອບູລະນະຮັກສາ, ສ້ອມແປງ
ແລະ ຍົກລະດັບເສັ້ນທາງແຕ່ລະປະເພດ ໂດຍໃຫ້ປະຕິບັດຕາມຂໍ້ກຳນົດ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ວາງອອກຢ່າງເຂັ້ມງວດ;
3. ເຫັນດີແຕ່ງຕັ້ງຄະນະສະເພາະກິດຂຶ້ນແຂວງ ປະກອບມີບັນດາພະແນກການກ່ຽວຂ້ອງຂອງແຂວງ, ເມືອງ ແລະ ເຈົ້າໜ້າທີ່ ປກຊ - ປກສ ເຮັດໜ້າທີ່ສຶກສາອົບຮົມການເມືອງແນວຄິດ, ຊີ້ແຈງຜົນໄດ້ຜົນເສຍ ແລະ ຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງເຂົາເຈົ້າ, ຊີ້ແຈງເຖິງຄວາມບໍ່ສະຫງົບ ແລະ ບັນຫາຄວາມບໍ່ສະຖຽນຕໍ່ປະເທດຊາດບ້ານເມືອງ, ດຳເນີນການສະກັດກັນການລັກລອບຂຸດຄົ້ນແຮ່ທາດ ໃນຂອບເຂດທົ່ວແຂວງອັດຕະປື ແລະ ເປັນເຈົ້າການໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ຕາມການມອບໝາຍ ດ້ວຍຄວາມຮັບຜິດຊອບສູງ; ເປັນຕົ້ນແມ່ນການຕິດຕາມ, ກວດກາ ແລະ ແກ້ໄຂບັນຫາການລັກລອບຂຸດຄົ້ນແຮ່ຄຳຕົກຂ້ອນ, ຫີນປະໂກດິດ, ຫີນແຮ່ ແລະ ຊາຍ
ຕາມບັນດາສາຍນຳ, ຮອງຫ້ວຍທີຕິດພັນກັບຄຳຕົກຂ້ອນ ແລະ ຄຸ້ມຄອງການຂຸດຄົ້ນແຮທາດຕ່າງໆ ໃນຂອບເຂດທົ່ວແຂວງໃຫ້ມີຄວາມສະຫງົບ. ພ້ອມກັນນັ້ນ, ກໍ່ໃຫ້ຕິດຕາມ, ກວດກາການຈັດຕັ້ງປະຕິບັດວຽກງານສຳຫຼວດ, ຊອກຄົ້ນ ຂອງບັນດາບໍລິສັດ ແລະ ໂຄງການຂຸດຄົ້ນ ແລະ ປຸງແຕງແຮທາດແບບທົດລອງ ຂອງບັນດາບໍລິສັດ ທີ່ໄດ້ຮັບອະນຸຍາດ ຈາກລັດຖະບານ ແລະ ອົງການປົກຄອງແຂວງ ໃນໄລຍະທີຜ່ານມາ ໃຫ້ຖືກຕ້ອງຕາມຂອບເຂດຈຸດທີຕັ່ງ ແລະ ຖືກຕ້ອງຕາມສັນຍາທີກຳນົດໄວ້; ໃນກໍລະນີຄະນະສະເພາະກົດກວດກາພົບເຫັນບູກຄົນ ຫຼື ບໍລິສັດ ມີການເຄືອນໄຫວຈັດຕັ້ງປະຕິບັດວຽກງານ ບໍ່ຖືກຕ້ອງຕາມຂອບເຂດ ແລະ ສັນຍາທີ່ ໄດ້ກຳນົດໄວ້ ແມ່ນໃຫ້ ນຳໃຊ້ມາດຕະການຢ່າງເດັດຂາດເຂັ້ມງວດ ຕໍ່ຜູ້ລະເມີດ ຕາມດຳລັດ 373/ລບ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ໋ອງ; 4. ມາດຕະການຈັດຕັ່ງປະຕິບັດ
1) ມອບໃຫ້ຄະນະສະເພາະກິດ ສະກັດກັນການລັກລອບຂຸດຄົ້ນແຮ່ທາດ ໃນຂອບເຂດທົ່ວແຂວງອັດຕະປື ຈັດຕັ້ງຜັນຂະຫຍາຍຄຳສັ່ງ ເລກທີ 06/ນຍ, ຄຳສັ່ງຂອງເຈົ້າແຂວງສະບັບນີ້ ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງ ໃຫ້ເລິກເຊິ່ງທົ່ວເຖິງກຸ່ມເປົ້າໝາຍ ໃນແຕ່ລະເມືອງ, ແຕ່ລະບ້ານ ແລະ ຕະຫຼອດປະຊາຊົນບັນດາເຜົ່າ ໃຫ້ມີຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອກະພາບສູງ ໃນການຈັດຕັ້ງປະຕິບັດຄຳສັ່ງດັ່ງກ່າວ;
2) ມອບໃຫ້ພະແນກພາຍໃນແຂວງ ປະສານສົມທົບກັບອົງການປົກຄອງເມືອງ ໃນການຄົ້ນຄວ້າປັບປຸງກົດລະບຽບບ້ານ ໂດຍບັນຈຸຫົວຂໍ້ວຽກງານຕິດຕາມ, ກວດກາ ແລະ ແກ້ໄຂບັນຫາການລັກລອບຂຸດຄົ້ນແຮ່ຄຳ, ຄຳຕົກຂ້ອນ, ຫີນປະໂກດ, ແຮ່ທາດອື່ນໆ, ຫີນແຮ່-ຊາຍ ຕາມບັນດາສາຍນໍ້າ, ຮ່ອງຫ້ວຍ ເຂົ້າໃນກົດລະບຽບຂອງບ້ານຕື່ມອີກ, ໂດຍສະເພາະບ້ານເປົ້າໝາຍທີ່ມີການຈັດຕັ້ງປະຕິບັດໂຄງການສຳຫຼວດ, ຊອກຄົ້ນ ແລະ ຂຸດຄົ້ນແຮ່;
ທາດ ຢູ່ໃນແຕລະເມືອງ;
3) ໃຫ້ອົງການປົກຄອງເມືອງ ແລະ ອົງການຈັດຕັ້ງຂັນບ້ານ ຍົກສູງຄວາມຮັບຜິດຊອບ ໃນການເບັນເຈົ້າການ
ໃນການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາ ແລະ ແກ້ໄຂບັນຫາການລັກລອບແຮຄຳຕົກຂ້ອນ, ແຮ
ທາດອື່ນໆ ຫີນ ແລະ ຊາຍ ຕາມບັນດາສາຍນຳ, ຮອງຫ້ວຍ ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໂດຍຖືເອົາ
ການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກອົງການຈັດຕັ້ງ ແລະ ປະຊາຊົນບັນດາເຜົ່າ ມີຄວາມຮັບຮູເຂົ້າໃຈ
ແລະ ມີຄວາມເປັນເອກະພາບສູງ ໃນການຈັດຕັ້ງປະຕິບັດຄຳສັ່ງ ຂອງຂັ້ນເທິງວາງອອກ ຢ່າງເຂັ້ມງວດ;
4) ໃຫ້ພະແນກກະສິກຳ ແລະ ປາໄມ້, ພະແນກຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມ, ພະແນກ
ພະລັງງານ ແລະ ບໍ່ແຮ, ອົງການບົກຄອງເມືອງ ແລະ ພະແນກການທີກຽວຂ້ອງ ປະສານສົມທົບຈັດຕັ້ງປະຕິບັດວຽກ
ງານວາງແຜນຈັດສັນການນຳໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ຂັ້ນບ້ານ ຕິດພັນກັບການຈັດສັນອາຊີບ ແລະ ພູມລຳເນົາ
ຄົງທີ່ ຢູ່ໃນບ້ານເປົ້າໝາຍທີ່ມີການຂຸດຄົ້ນແຮ່ທາດ ແລະ ສາມາດຢຸດຕິການລັກລອບຂຸດຄົ້ນແຮ່ທາດແບບຊະຊາຍ
ໄດ້ຢ່າງຊີງຊັງ; ຫັນມາເຮັດການຜະລິດ (ການປູກຝັງ ແລະ ລ້ຽງສັດ) ໃຫ້ຫຼາຍຂຶ້ນໃນແຕ່ລະບ້ານ ເພື່ອເຮັດໃຫ້
ປະຊາຊົນບັນດາເຜົ່າມີອາຊີບຄົງທີ່, ມີລາຍຮັບທີ່ໝັ້ນຄົງ ຕິດພັນກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ
ໃຫ້ປະກົດຜົນເປັນຈິງ ແລະ ມີຄວາມຍືນຍົງ; ໃຫ້ອົງການປົກຄອງເມືອງ ແລະ ບ້ານ ປະສານສົມທົບກັບບໍລິສັດ ເຮັດ
ສັນຍາສະໜອງຜົນຜະລິດກະສິກຳ ໃຫ້ແກ່ໂຄງການຂຸດຄົ້ນບໍ່ແຮ່ ທີ່ຕັ້ງຢູ່ໃນຂອບເຂດເມືອງ ແລະ ບ້ານຂອງຕົນ;
5) ໃຫ້ພະແນກແຜນການ ແລະ ການລົງທຶນ ເປັນໃຈກາງສົມທົບກັບ ພະແນກພະລັງງານ ແລະ ບໍ່ແຮ່
ພະແນກການທີກ່ຽວຂ້ອງຂອງແຂວງ ແລະ ເມືອງ ສືບຕໍ່ຕິດຕາມ, ກວດກາບັນດາໂຄງການສຳຫຼວດ, ຊອກຄົ້ນ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດຕ່າງໆ ຂອງບັນດາບໍລິສັດ ຕາມການອະນຸຍາດ ຂອງລັດຖະບານ ແລະ ອົງການປົກຄອງແຂວງ ໃນໄລຍະທີ່ຜ່ານມາ; ໃນກໍລະນີຫາກກວດກາພົບເຫັນວ່າໂຄງການໃດ ຫຼື ບໍລິສັດໃດ ຫາກດຳເນີນການສຳຫຼວດ, ຊອກຄົ້ນ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ບໍ່ຖືກຕ້ອງຕາມການອະນຸຍາດ ຫຼື ມີການລະເມີດສັນຍາ ແລະ ສ້າງຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທຳມະຊາດ ແມ່ນໃຫ້ອອກຄຳສັ່ງແຈ້ງໂຈະກິດຈະການຊົ່ວຄາວ, ຫຼັງຈາກນັ້ນ, ໃຫ້ພະແນກແຜນການ ແລະ ການລົງທຶນ ແລະ ພະແນກພະລັງງານ ແລະ ບໍ່ແຮ່ ອອກໜັງສືແຈ້ງເຕືອນໃຫ້ບໍລິສັດດັ່ງກ່າວ ເພື່ອໃຫ້ປັບປຸງ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນຢ່າງຮີບດ່ວນ ແລະ ທັນເວລາ ພ້ອມທັງໃຫ້ບໍລິສັດ ສະເໜີ
ບນີແຜນການປັບປຸງແກ້ໄຂບັນຫາຜົນກະທົບທີເກີດຂຶ້ນຢ່າງລະອຽດຊັດເຈນ, ຖ້າຫາກວາບໍລິສັດ ບໍ່ສາມາດປັບປຸງແກ້ໄຂບັນຫາ ຕາມວັນເວລາທີກຳນົດໄວ້ ແມ່ນໃຫ້ລາຍງານ ແລະ ນຳສະເໜີຕໍ່ລັດຖະບານ ຄົ້ນຄວ້າພິຈາລະນາ ສັ່ງໂຈະການດິາເນີນໂຄງການ ຫຼື ຍົກເລີກສັນຍາ ຕາມກົດໝາຍ ແລະ ລະບຽບການທີໄດ້ກຳນົດໄວ້;
6) ໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າການສົມທົບກັບ ພະແນກພະລັງງານ ແລະ ບໍ່ແຮ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພະແນກການທີກຽວຂ້ອງ ກວດກາຄືນຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ທີຕິດພັນກັບການຂຸດຄົ້ນ, ຂົນສົ່ງຊັບພະຍາກອນແຮທາດ, ຖ້າຫາກວາບໍລິສັດບໍ່ປະຕິບັດຕາມບັນດາມາດຕະການ ທີກຳນົດໄວ້ ໃນແຜນຄຸ້ມຄອງ ແລະ ຕິດຕາມກວດກາສິງແວດລ້ອມ ແລະ ລະບຽບການຄຸ້ມຄອງເສັ້ນທາງບົກ ແມນໃຫ້ດຳເນີນການຕາມກົດບນາຍ ແລະ ລະບຽບການທີກຽວຂ່ອງຢ່າງເຂັມງວດ:
7) ໃຫ້ພະແນກອຸດສະຫະກຳ ແລະ ການຄ້າ, ພະແນກການເງິນ, ເຈົ້າຫ້າທີພາສີ ແລະ ຂະແໜງການທີກ່ຽວຂ່ອງ ເປັນເຈົ່າການຕິດຕາມກວດກາ ການນຳເຂົ້າເຄື່ອງຈັກ, ສານເຄມີ, ທາດລະເບີດ, ອຸປະກອນຮັບໃຊ້ອືນໆ ທີ່ບໍ່ໄດ້ຮັບອະນຸຍາດຈາກພາກສວນທີ່ກ່ຽວຂ້ອງ ທີ່ນຳເຂົ້າມາຜ່ານດານສາກົນ, ດານປະເພນີ ແລະ ວາງຈຳຫງ່າຍຢູ່ໃນຫ້າງຮ້ານ ພາຍໃນແຂວງອັດຕະປື ໃຫ້ປະຕິບັດມາດຕະການ ຕາມກົດບນາຍ ແລະ ລະບຽບການຕາງໆຢ່າງເຂັ້ມງວດ ພ້ອມທັງ ກັກຢຶດວັດຖຸດັ່ງກ່າວໄວ້ເປັນຂອງກາງ ເພືອປະກອບສຳນວນດຳເນີນຄະດີຕາມລະບຽບກົດບນາຍ;
8) ໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກພະລັງງານ ແລະ ບໍ່ແຮ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອົງການປົກຄອງເມືອງ ແລະ ບ້ານ ໃນການຕິດຕາມ, ກວດກາ ແລະ ແກ້ໄຂບັນຫາການອອກ ອະນຸຍາດ ຂຸດຄົ້ນຫີນແຮ-ຊາຍ ຕາມບັນດາສາຍນຳ, ຮອງຫ້ວຍ ແລະ ເບັນເຈົ້າການໃນການຄຸ້ມຄອງການຂຸດຄົ້ນແຮ
ທາດຕ່າງໆ ເພື່ອອັດຊອງວາງໃນການສວຍໂອກາດລັກລອບ ຂຸດຄົ້ນແຮ່ຄຳ ຕົກຂ້ອນ ແລະ ແຮ່ທາດອື່ນ ອັນຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທຳມະຊາດ;
9) ໃຫ້ຄະນະສະເພາະກິດ ເປັນເຈົ້າການເຄື່ອນໄຫວຕິດຕາມ, ກວດກາລາດຕະເວນ ຢູ່ໃນຂອບເຂດພື້ນທີ່ໄດ້ຮັບອະນຸຍາດໃນການສຳຫຼວດ, ຊອກຄົ້ນ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ໃນແຂວງອັດຕະປື; ໃນກໍລະນີກວດກາພົບເຫັນປະຊາຊົນບັນດາເຜົ່າ ແລະ ຊາວຕ່າງປະເທດ ທີ່ກຳລັງດຳເນີນການລັກລອບຂຸດຄົ້ນແຮ່ຄຳ ແລະ ແຮ່ທາດອື່ນໆ ແບບຊະຊາຍ ແມ່ນຈະໄດ້ຖືກກັກຕົວ ເພື່ອດຳເນີນການສືບສວນ-ສອບສວນ ແລະ ນຳເອົາຜູ້ກ່ຽວ ມອບໃຫ້ອົງການປົກຄອງເມືອງ ແລະ ບ້ານ ປະຕິບັດມາດຕະການຕາມກົດລະບຽບຂອງບ້ານ ແລະ ລະບຽບກົດໝາຍ ຕາມແຕ່ລະກໍລະນີໜັກ ຫຼື ເບົາ ແມ່ນຂຶ້ນກັບຮູບການກະທຳຜິດຂອງຜູ້ກ່ຽວ; ໃນກໍລະນີຜູ້ກັກຕົວ ຫາກເປັນຄົນຕ່າງດ້າວ, ຊາວ
ຕາງປະເທດ ໃຫ້ດຳເນີນການສືບສວນ-ສອບສວນຜູ້ກ່ຽວຢ່າງລະອຽດ ເຊັ່ນ: ການນຳໃຊ້ບັດສະປອດ, ການຜ່ານດານເຂົ້າ-ອອກເມືອງ, ການດຳເນີນທຸລະກິດ ແລະ ປະຫວັດການເຄືອນໄຫວອື່ນໆ ຂອງຜູ້ກ່ຽວ ແລ້ວດຳເນີນການສືບສວນ-ສອບສວນ ຕາມລະບຽບກົດໝາຍຂອງ ສປປ ລາວ ຢ່າງເຂັ້ມງວດ; ພາຍຫຼັງສຳເລັດການສືບສວນ-ສອບສວນແລ້ວ ໃຫ້ຄະນະສະເພາະກິດ ປະສານງານຫາກົງສູນ ຫຼື ປະສານງານຫາເຈົ້າໜ້າທີ່ຂອງປະເທດຜູ້ກ່ຽວອາໄສຢູ່ ແລ້ວນຳສົ່ງມອບ-ຮັບໃຫ້ເຈົ້າໜ້າທີ່ຂອງປະເທດຜູ້ກ່ຽວ ສືບຕໍ່ດຳເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ;
10) ໃນເວລາຄະນະສະເພາະກິດ ລົງເຄືອນໄຫວກວດກາລາດຕະເວນຢູ່ພາກສະໜາມ ໃນກໍລະນີພົບເຫັນແຕ່ເຄື່ອງຈັກ ແລະ ອຸປະກອນຮັບໃຊ້ການລັກລອບຂຸດຄົ້ນແຮ່ທາດ (ບໍ່ພົບເຫັນບຸກຄົນ) ໃຫ້ຄົ້ນຄວ້າພິຈາລະນາຢ່າງ
ເດັດຂາດ, ສາມາດຢຶດຊັບສິນດັ່ງກ່າວເປັນຂອງລັດ ເພື່ອນຳໃຊ້ເຂົ້າໃນເບົາໜາຍອື່ນ ເຊັ່ນ: ຮັບໃຊ້ວຽກການຜະລິດ ກະສິກຳ, ຮັບໃຊ້ກຳລັງປກຊ-ປກສ ມອບໃຫ້ຄະນະພາກສະໜາມທ້ອນໂຮມໄວ້ຢູ່ກອງທະຫານ ຫຼື ຫ້ອງການ ປກສ ປະຈຳກຸ່ມບ້ານ ທີ່ໃກ້ຄຽງແລ້ວຂຶ້ນບັນຊີ ເພື່ອຂໍຄຳເຫັນຊີ້ນຳລາກຂັ້ນເທິງ; ໃນກໍລະນີມີຄວາມຫຍຸ້ງຍາກໃນການ ທ້ອນໂຮມ ແລະ ບໍ່ເປັນຜົນປະໂຫຍດ ແມ່ນໃຫ້ທຳລາຍຖິ້ມກັບທີ ໂດຍບໍ່ໃຫ້ສາມາດນຳໄປໃຊ້ໄດ້ໃນຄັ້ງຕໍ່ໄປ ແລ້ວ ຖ່າຍຮູບບັນທຶກໄວ້ເປັນຫຼັກຖານອ້າງອີງ ເພື່ອລາຍງານຕໍ່ຂຶ້ນເທິງ;
11) ໃຫ້ພະແນກການ, ອົງການຈັດຕັ້ງທຽບເທົ່າຂັ້ນແຂວງ, ກອງບັນຊາການ ປກຊ-ປກສ ແຂວງ, ອົງການ ປົກຄອງເມືອງ, ບ້ານ ແລະ ທຸກພາກສ່ວນໃນທົ່ວສັງຄົມ ສ້າງເງື່ອນໄຂອຳນວຍຄວາມສະດວກ ແລະ ມີສ່ວນຮ່ວມ ໃນການຕິດຕາມ, ກວດກາ, ລາຍງານສະພາບການລັກລອບຂຸດຄົ້ນແຮ່ທາດທີ່ບໍ່ຖືກຕ້ອງ, ສົ່ງຜົນກະທົບຕໍ່
ສິ່ງແວດລ້ອມ ໃຫ້ແກ່ຄະນະສະເພາະກິດຂັ້ນແຂວງ ໃນຂອບເຂດທົ່ວແຂວງ ຮັບຊາບປົກກະຕິ ເພື່ອດຳເນີນການກວດກາ ແລະ ແກ້ໄຂບັນຫາຢ່າງທັນການ; ໃນກໍລະນີກວດກາພົບເຫັນຢູ່ເມືອງໃດ ຍັງມີການລັກລອບຂຸດຄົ້ນຄຳຕົກຂ້ອນ ແລະ ແຮ່ທາດອື່ນໆ ມອບໃຫ້ອົງການປົກຄອງເມືອງ ແຕ່ງຕັ້ງເຈົ້າໜ້າທີ່ກ່ຽວຂ້ອງເມືອງນັ້ນ ລົງເຄື່ອນໄຫວຕິດຕາມກວດກາ ແລະ ປະຕິບັດມາດຕະການ ຕາມລະບຽບກົດໝາຍ ຢ່າງເຂັ້ມງວດ;
12) ບັນດາບໍລິສັດ ທີ່ໄດ້ຮັບສິດໃນການເຊັນສັນຍາ (MOU) ຈາກລັດຖະບານ ແລະ ອົງການປົກຄອງແຂວງ ໃນການສຳຫຼວດ, ຊອກຄົ້ນແຮ່ທາດຕ່າງໆ ຢູ່ໃນຂອບເຂດແຂວງອັດຕະປື, ເລີ່ມແຕ່ປີ 2025 ເປັນຕົ້ນໄປ ກ່ອນຈະລົງພາກສະໜາມ ໃຫ້ແຈ້ງບັນຊີລາຍຊື່ບຸກຄົນ (ລະບຸໜ້າທີ່ຕຳແໜ່ງຢ່າງຈະແຈ້ງ), ກົນຈັກ, ພາຫະນະຮັບໃຊ້, ເຄື່ອງບິນຂະໜາດນ້ອຍ (ໂດຣນ), ທາດເຄມີ, ເຄື່ອງມືສື່ສານ ແລະ ສະຖາບັນວິໄຈແຮ່ທາດ ທີ່ເປັນຄູ່ສັນຍາ
ບໍລິສັດ ແລະ ອື່ນໆ ທີ່ກ່ຽວຂ້ອງ ແຈ້ງໃຫ້ພະແນກພະລັງງານ ແລະ ບໍ່ແຮ່ ເພື່ອສັງລວມ ນຳສະເໜີຕໍ່ພາກສ່ວນທີ່
ກ່ຽວຂ້ອງຄົ້ນຄວ້າພິຈາລະນາຕາມລະບຽບກົດໝາຍ ແລະ ຂັ້ນຄຸ້ມຄອງ ແລ້ວນຳສະເໜີຕໍ່ຂັ້ນເທິງ ຂໍອະນຸຍາດນຳໃຊ້
ຢ່າງເປັນທາງການ;
13) ບັນດາພະແນກການ, ອົງການຈັດຕັ້ງທຽບເທົ່າຂັ້ນແຂວງ, ກອງບັນຊາການ ປກຊ-ປກສ ແຂວງ, ອົງການ
ປົກຄອງເມືອງ ແລະ ບ້ານ ພ້ອມດ້ວຍບຸກຄົນ, ເຈົ້າໜ້າທີ່, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ
ປະຊາຊົນບັນດາເຜົ່າ ຫ້າມບໍ່ໃຫ້ອຳນວຍຄວາມສະດວກ, ປົກປິດເຊື່ອງອຳຂໍ້ມູນ, ສົມຮູ້ຮ່ວມຄິດ ແລະ ມີສ່ວນຮ່ວມ
ເຂົ້າໃນການລັກລອບຂຸດຄົ້ນແຮ່ທາດແບບຊະຊາຍ ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຢູ່ໃນຂອບເຂດຄຸ້ມຄອງຂອງ
ແຕ່ລະບ້ານ; ຖ້າຫາກວ່າເຈົ້າໜ້າທີ່ສະເພາະກິດ ກວດກາພົບເຫັນ, ຮັບຮູ້ ຫຼື ມີຂໍ້ມູນຫຼັກຖານອ້າງອີງ ແມ່ນຈະໄດ້
ດຳເນີນການສືບສວນ-ສອບສວນ ແລະ ດຳເນີນຄະດີ ຕາມລະບຽບກົດໝາຍ ຢ່າງເຂັມງວດ;
14) ບັນດາພະແນກການ, ອົງການຈັດຕັ້ງທຽບເທົ່າຂຶ້ນແຂວງ, ກອງບັນຊາການ ປກຊ-ປກສ ແຂວງ, ອົງການປົກຄອງເມືອງ ແລະ ບ້ານ ພ້ອມດ້ວຍບຸກຄົນ, ເຈົ້າໜ້າທີ່, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ທີ່ອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມືໃນການສະໜອງຂໍ້ມູນ ແລະ ລາຍງານສະພາບການລັກລອບຂຸດຄົ້ນແຮ່ທາດແບບຊະຊາຍ, ບໍ່ຖືກຕ້ອງຕາມລະບຽບກົດໝາຍ ໃຫ້ແກ່ເຈົ້າໜ້າທີ່ຄະນະສະເພາະກິດ ໃນຂອບເຂດທົ່ວແຂວງ ຮັບຊາບຢ່າງເປັນປົກກະຕິ ຈະໄດ້ຮັບການຄົ້ນຄວ້າປະຕິບັດນະໂຍບາຍຍ້ອງຍໍ ຫຼື ບຳເໜັດ ຕາມລະບຽບການທີ່ໄດ້ກຳນົດໄວ້;
5. ໃຫ້ບັນດາພະແນກການ, ອົງການຈັດຕັ້ງທຽບເທົ່າຂັ້ນແຂວງ, ກອງບັນຊາການ ປກຊ-ປກສ ແຂວງ, ອົງການ
ປົກຄອງເມືອງ 5 ເມືອງ, ອົງການປົກຄອງບ້ານໃນທົ່ວແຂວງ ແລະ ບໍລິສັດ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ ແລະ ອົງການປົກຄອງແຂວງ ເປັນເຈົ້າການຄົ້ນຄວ້າກຳແໜ້ນຢ່າງເລິກເຊິ່ງ ຕໍ່ເນື້ອໃນຄຳສັ່ງສະບັບນີ້ ຕາມຄວາມຮັບຜິດຊອບຂອງຕົນຢ່າງຮີບດ່ວນ ແລະ ພ້ອມກັນຈັດຕັ້ງຜັນຂະຫຍາຍ ແລະ ເຜີຍແຜ່ໃຫ້ເລິກເຊິ່ງທົ່ວເຖິງ ໃນແຕ່ລະກຸ່ມເປົ້າໝາຍ;
6. ຄະນະສະເພາະກິດ ທີ່ຮັບຜິດຊອບຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ ມີໜ້າທີ່ລາຍງານຕໍ່ເຈົ້າແຂວງ ແລະ ຄະນະສະເພາະກິດຂັ້ນສູນກາງ ຢ່າງເປັນປົກກະຕິ ຕາມກົນໄກປະສານງານທີ່ໄດ້ກຳນົດໄວ້ ໃນຄຳສັ່ງເລກທີ 06/ນຍ;
7. ບັນດາຄຳສັ່ງ, ຂໍ້ຕົກລົງ, ແຈ້ງການ ແລະ ນິຕິກຳຕ່າງໆ ທີ່ໄດ້ປະກາດໃຊ້ໃນໄລຍະຜ່ານມາ, ຊຶ່ງມີເນື້ອໃນຂັດກັບຄຳສັ່ງສະບັບນີ້ ລ້ວນແຕ່ຖືກລົບລ້າງ, ຄຳສັ່ງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ;
- ຫ້ອງວ່າການແຂວງ 1 ສະບັບ;
- ຂະແໜງການກ່ຽວຂ້ອງ ແຂວງ, ເມືອງ ປະລະ 1 ສະບັບ;
- ສຳເນົາ 2 ສະບັບ.
ທະນູໄຊ ບັນຊາລິດ
← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ