ຄຳສັ່ງວ່າດ້ວຍ ການຄຸ້ມຄອງ ແລະ ການເກັບກູ້ນຳໃຊ້ເຄື່ອງປ່າຂອງດົງ (ປະເພດໝາກຈອງບານ)

关于管理和采集利用林产品(龙宫果类)的命令

Decree on the Management and Collection of Forest Products (Longan Fruit Type)

ບົດສະຫຼຸບ

ຄຳສັ່ງນີ້ປັບປຸງການເກັບກຳແລະນຳໃຊ້ຜະລິດຕະພັນປ່າໄມ້ປະເພດໝາກລອງກອງຢູ່ແຂວງອັດຕະປື, ໂດຍຫຼັກການສຳຄັນແມ່ນຫ້າມການເກັບກຳເພື່ອການຄ້າໂດຍບໍ່ມີໃບອະນຸຍາດ, ຮຽກຮ້ອງໃຫ້ຜູ້ຖືໃບອະນຸຍາດປະຕິບັດຕາມແບບຍືນຍົງ ແລະ ຫ້າມການຊື້-ຂາຍ ແລະ ຂົນສົ່ງທີ່ຜິດກົດໝາຍ.

ມາດຕາ

ມາດຕາ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ແຂວງອັດຕະປື ເລກທີ 70/ຈຂ.ອປ
ອັດຕະປື, ວັນທີ 29 ພະຈິກ 2025

ຄຳສັ່ງ
ວ່າດ້ວຍການຄຸ້ມຄອງ ແລະ ເກັບກູ້ນຳໃຊ້ເຄືອງປ່າຂອງດົງ (ປະເພດໜາກຈອງບານ)
ເຖິງ: ພະແນກການອ້ອມຂ້າງແຂວງ, ກອງບັນຊາການ ປກຊ-ປກສ ແລະ ເຈົ້າເມືອງ 05 ຕົວເມືອງ.
- ອີງຕາມ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015, ໝວດທີ 4, ມາດຕາ 20, ວ່າດ້ວຍສິດ ແລະ ໜ້າທີ່ຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ;
- ອີງຕາມ ກົດໝາຍວ່າດ້ວຍປ່າໄມ້ (ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019.
- ອີງຕາມ ຫັງສືສະເໜີຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ ສະບັບເລກທີ 0826/ກປຂ.ອປ, ລົງວັນທີ 29 ເມສາ 2025.
ບນາກຈອງບານແມນເຄືອງປາຂອງດົງຕາມລະດູການ ທີກຳນົດເຂົ່າໃນບັນຊີເຄືອງປ່າຂອງດົງປະເພດ ຕາມຂໍ້ຕົກລົງ ສະບັບເລກທີ 0279/ກປ, ລົງວັນທີ 19 ກຸມພາ 2020, ເຊິງເປັນເຄືອງປ່າຂອງດົງທີມີລາຄາແພງພໍສົມຄວນ ແລະ ມີຄວາມຕ້ອງການຫຼາຍຈາກຕະຫຼາດທັງພາຍໃນ ແລະ ຕາງປະເທດ. ການໃຫ້ຜົນຜະລິດຂອງບນາກແມນຈະໃຫ້ຜົນຜະລິດຊວງເດືອນ ເມສາ ຫາ ເດືອນ ພຶດສະພາຂອງທຸກໆປີ ແລະ ຈຸດພິເສດຂອງໜາກຈອງບານ ຖ້າຫາກວາເກັບນູ້ບໍ່ທັນຕາມລະດູການ ແລະ ກ້າວເຂົ້າສູ່ລະດູຝົນໜາກຈອງບານທີຫຼິ່ນລົງດິນ ເມືອຝົນຕົກລົງມາໃສກໍຈະເຮັດໃຫ້ໜາກຈອງບານເປືອຍ ແລະ ບໍ່ສາມາດນຳມາໃຊ້ເປັນປະໂຫຍດ ໄດ້ . ສະນັນ, ເພື່ອຮັບປະກັນການຄຸ່ມຄອງເກັບກູ້ໃຫ້ທັນຕາມລະດູການ, ມີຄວາມຢືນຍົງ ແລະ ຫຼີກລ້ຽງການເກັບນູ້ແບບດັບສູນ.

ເຈົາແຂວງ ອອກຄຳສັ່ງ:
1. ຫ້າມບຸກຄົນ, ນິຕິບຸກຄົນ, ພະນັກງານ, ທະຫານ, ຕຳຫຼວດ, ນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາເຄື່ອນໄຫວ ເກັບກູ້ທ້ອນໂຮມ ແລະ ຊື້-ຂາຍເຄືອງປ່າຂອງດົງປະເພດໝາກຈອງບານ ເພື່ອທຸລະກິດໂດຍບໍ່ໄດ້ຮັບການອະນຸຍາດ;

2. ບັນດາບໍລິສັດທີ່ໄດ້ຮັບອະນຸຍາດເກັບກູ້ທ້ອນໂຮມ ແລະ ຊື້-ຂາຍເຄືອງປ່າຂອງດົງປະເພດໝາກຈອງບານ, ຕ້ອງມີໃບທະບຽນວິສາຫະກິດຈາກພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີໃບອະນຸຍາດຂຸດຄົ້ນເຄືອງປ່າຂອງດົງຈາກ ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ຕ້ອງໄດ້ປະຕິບັດຕາມກົດລະບຽບວ່າດ້ວຍການຄຸ້ມຄອງ, ເກັບກູ້-ຊື້ຂາຍໝາກຈອງບານ ຢ່າງເຂັ້ມງວດຄື:

- ຫ້າມເກັບກູ້ໝາກຈອງບານແບບດັບສູນ, ບໍ່ຖືກວິທີເຊັ່ນ: ການຕັດຕົ້ນ, ການຂຶ້ນໄປສັ່ນ, ຮານງາ ແລະ ໃຊ້ລວດຮັດໃຫ້ຕົ້ນໝາກຈອງຕາຍ, ຖ້າຫາກວ່າພົບເຫັນແມ່ນຈະໄດ້ດຳເນີນຄະດີໄປຕາມລະບຽບກົດໝາຍ.
- ບໍລິສັດທີ່ໄດ້ຮັບອະນຸຍາດຕ້ອງເກັບກູ້, ເກັບຊື້ໜາກຈອງບານພາຍໃນຂອບເຂດບ້ານທີ່ໄດ້ຮັບອະນຸຍາດ ແລະ ທ້ອນໂຮມໄວ້ໃນຈຸດທີ່ພາກລັດກຳນົດໃຫ້;
- ຫ້າມລັກລອບການຊື້-ຂາຍໜາກຈອງບານແບບບໍ່ໄດ້ຮັບການອະນຸຍາດ ຫຼື ບໍ່ມີການເສຍພັນທະອາກອນຕ່າງໆ;
- ຫ້າມຊື້-ຂາຍໜາກຈອງບານດິບ ແລະ ໜາກຈອງບານທີ່ບໍ່ຫຼົ່ນຕາມທຳມະຊາດ (ໜາກຈອງບານສັນເອົາ, ໜາກຈອງບານຫຶ່ງ) ຖ້າພົບເຫັນຈະໄດ້ດຳເນີນຄະດີຕາມກົດໝາຍຢ່າງເຄັ່ງຄັດ, ກັກຕົວ, ຢຶດຊັບໂດຍບໍ່ມີເງື່ອນໄຂ;
- ຫ້າມລັກລອບເຄື່ອນຍ້າຍໜາກຈອງບານຈາກບ້ານ, ເມືອງ ແລະ ແຂວງໂດຍບໍ່ໄດ້ຮັບອະນຸຍາດຢ່າງເດັດຂາດ;
- ຫ້າມບໍ່ໃຫ້ບຸກຄົນ ຫຼື ກຸ່ມຄົນ ເຂົ້າມາດຳເນີນການສຳຫຼວດ ແລະ ຈັບຈອງເຂດປ່າໜາກຈອງບານ ຖ້າບໍ່ໄດ້ຮັບອະນຸຍາດຈາກບ້ານ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ.
ໃຫ້ອົງການປົກຄອງເມືອງສົມທົບກັບພາກສ່ວນທີ່ກ່ຽວຂ້ອງຮ່ວມກັບອຳນາດການປົກຄອງບ້ານດຳເນີນການຄຸ້ມຄອງໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຖ້າພົບເຫັນຜູ້ກະທຳຜິດໃຫ້ດຳເນີນຄະດີໄປຕາມລະບຽບກົດໝາຍ;
ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ເປັນໃຈກາງສົມທົບກັບພາກສ່ວນທີ່ກ່ຽວຂ້ອງຄຸ້ມຄອງການເກັບນ້ຳທ້ອນໂຮມ, ການຊື້-ຂາຍ, ມອບພັນທະອາກອນ, ເຄື່ອນຍ້າຍພາຍໃນ ແລະ ສົ່ງອອກ ເຄືອງປາຂອງດົງປະເພດໜາກຈອງບານ ໃຫ້ຖືກຕ້ອງຕາມລະບຽບການຢ່າງເຂັ້ມງວດ;

5. ໃຫ້ບໍລິສັດທີ່ໄດ້ຮັບອະນຸຍາດເຊັນສັນຍາຮ່ວມກັບແຂວງກ່ຽວກັບການຄຸ້ມຄອງເພື່ອອະນຸລັກ, ຟື້ນຟູ ແລະ ນຳໃຊ້ເຄືອງປ່າຂອງດົງ ປະເພດໜາກຈອງບານໃນແຕ່ລະເຂດບ້ານ ປະສານສົມທົບກັບພະແນກການທີ່ກ່ຽວຂ້ອງແຂວງ ແລະ ເມືອງ ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍ;
ບັນດາບໍລິສັດທີ່ໄດ້ເຊັນສັນຍາກັບແຂວງ ບໍ່ໃຫ້ມີການແກ້ງແຢ້ງແຂງຂັນລາຄາໃນການຈັດຕັ້ງປະຕິບັດໃຫ້ມີຄວາມເອກະພາບກັນ;

7. ທຸກພາກສ່ວນຂະແໜງການຂັ້ນແຂວງ, ອົງການປົກຄອງເມືອງ, ອຳນາດການປົກຄອງບ້ານ, ປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວທີ່ອາໄສຢູ່ແຂວງອັດຕະປື ແລະ ນັກທຸລະກິດ ຈົ່ງຮັບຮູ້ ແລະ ພ້ອມກັນເຂົ້າຮ່ວມໃນການຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ຢ່າງເຂັມງວດ ແລະ ໃຫ້ໄດ້ຮັບຜົນດີ;

8. ຄຳສັ່ງສະບັບນີ້ ປ່ຽນແທນຄຳສັ່ງ ສະບັບເລກທີ 05/ຈຂອບ, ລົງວັນທີ 11 ເມສາ 2024 ແລະ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ເຈົ້າແຂວງ
ປອນນ້າສົ່ງ:
ຫ້ອງວ່າການແຂວງ 01 ສະບັບ;
ບັນດາພະແນກການອ້ອມຂ້າງແຂວງ 01 ສະບັບ;
ກອງບັນຊາການ ປກຊ-ປກສ 01 ສະບັບ;
ຫ້ອງວ່າການເມືອງ 5 ຕົວເມືອງ 01 ສະບັບ;
ເກັບຮັກສາໄວ້ 01 ສະບັບ.

ພອທ ວັນທອງ ກອງມະນີ

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ