"ຮ່າງ"ດຳລັດວ່າດ້ວຍ ການກັກ, ການຍຶດ ແລະ ການອາຍັດທຶນ ທີ່ພົວພັນກັບຜູ້ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

【草案·未生效】关于冻结、扣押和查封与恐怖分子或恐怖融资相关资产的政令草案

Draft Decree on the Freezing, Seizure, and Attachment of Assets Related to Terrorists or Terrorist Financing

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ການກັກ, ການຍຶດ ແລະ ການອາຍັດ ທຶນພົວພັນກັບຜູ້ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

ການກັກ, ການຍຶດ ແລະ ການອາຍັດ ທຶນພົວພັນກັບຜູ້ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແມ່ນການກັກ, ການຍຶດ ແລະ ການອາຍັດ ທຶນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເພື່ອສະກັດກັ້ນ, ຈຳກັດ ແລະ ປາບປາມ ການເຄື່ອນໄຫວ ຫຼື ພຶດຕິກຳ ຫຼື ການກະທຳ ທີ່ພົວພັນກັບຜູ້ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຊຶ່ງເປັນອັນຕະລາຍຕໍ່ ຄວາມໝັ້ນຄົງ, ລະບົບເສດຖະກິດຂອງຊາດ ແລະ ສ້າງຄວາມເສຍຫາຍຕໍ່ ພື້ນຖານເສດຖະກິດ-ສັງຄົມ.

ການກັກ, ການຍຶດ ແລະ ການອາຍັດ ທຶນພົວພັນກັບຜູ້ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຕາມກຳນົດໄວ້ໃນວັກທີໜຶ່ງຂອງມາດຕານີ້ ແມ່ນການກັກ, ການຍຶດ ແລະ ການອາຍັດ ທຶນຂອງຜູ້ທີ່ຖືກກຳນົດໃນ ບັນຊີພົວພັນກັບຜູ້ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຊຶ່ງປະກອບມີບັນຊີລາຍຊື່ພາຍໃນປະເທດ ແລະ ບັນຊີລາຍຊື່ຂອງອົງການສະຫະປະຊາຊາດ “ອົງການ ສປຊ”.

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 45 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ