【草案·未生效】关于冻结、扣押和查封与恐怖分子或恐怖融资相关资产的政令草案
"ຮ່າງ"ດຳລັດວ່າດ້ວຍ ການກັກ, ການຍຶດ ແລະ ການອາຍັດທຶນ ທີ່ພົວພັນກັບຜູ້ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ
Draft Decree on the Freezing, Seizure, and Attachment of Assets Related to Terrorists or Terrorist Financing
简介
null
条文
第ມາດຕາ 1条
第2条 冻结、扣押和没收与恐怖分子或资助恐怖主义有关的资金
冻结、扣押和没收与恐怖分子或资助恐怖主义有关的资金,是指按照《反洗钱和资助恐怖主义法》的规定,冻结、扣押和没收资金,以预防、限制和打击与恐怖分子或资助恐怖主义有关的活动、行为或行动,这些活动、行为或行动危害国家安全、国民经济体系,并对经济社会基础造成损害。
本条第一款规定的冻结、扣押和没收与恐怖分子或资助恐怖主义有关的资金,是指冻结、扣押和没收被列入与恐怖分子或资助恐怖主义有关的名单中的人员的资金,该名单包括国内名单和联合国“联合国组织”名单。
ພາສາລາວ (老挝语原文)
ມາດຕາ 2 ການກັກ, ການຍຶດ ແລະ ການອາຍັດ ທຶນພົວພັນກັບຜູ້ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ
ການກັກ, ການຍຶດ ແລະ ການອາຍັດ ທຶນພົວພັນກັບຜູ້ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແມ່ນການກັກ, ການຍຶດ ແລະ ການອາຍັດ ທຶນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເພື່ອສະກັດກັ້ນ, ຈຳກັດ ແລະ ປາບປາມ ການເຄື່ອນໄຫວ ຫຼື ພຶດຕິກຳ ຫຼື ການກະທຳ ທີ່ພົວພັນກັບຜູ້ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຊຶ່ງເປັນອັນຕະລາຍຕໍ່ ຄວາມໝັ້ນຄົງ, ລະບົບເສດຖະກິດຂອງຊາດ ແລະ ສ້າງຄວາມເສຍຫາຍຕໍ່ ພື້ນຖານເສດຖະກິດ-ສັງຄົມ.
ການກັກ, ການຍຶດ ແລະ ການອາຍັດ ທຶນພົວພັນກັບຜູ້ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຕາມກຳນົດໄວ້ໃນວັກທີໜຶ່ງຂອງມາດຕານີ້ ແມ່ນການກັກ, ການຍຶດ ແລະ ການອາຍັດ ທຶນຂອງຜູ້ທີ່ຖືກກຳນົດໃນ ບັນຊີພົວພັນກັບຜູ້ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຊຶ່ງປະກອບມີບັນຊີລາຍຊື່ພາຍໃນປະເທດ ແລະ ບັນຊີລາຍຊື່ຂອງອົງການສະຫະປະຊາຊາດ “ອົງການ ສປຊ”.
第ມາດຕາ 2条
第3条 词语解释
本法令中使用的词语具有以下含义:
1. 资助恐怖主义是指根据《反洗钱和资助恐怖主义法》规定的活动或行为;
2. 恐怖主义是指根据《反洗钱和资助恐怖主义法》规定的行为;
3. 国内名单是指根据本法令第9条规定的来源,将从事或实施恐怖主义或资助恐怖主义行为的个人、法人或组织列入与恐怖分子或资助恐怖主义有关联的人员的国内名单;
4. 联合国名单是指由联合国安全理事会或根据联合国安全理事会第1267(1999)、1988(2011)、1989(2011)、2253(2015)号决议及其后续修订或补充决议设立的联合国安全理事会委员会确定的个人、法人或组织的名单,无需再经国家反洗钱和资助恐怖主义委员会(反洗钱委员会)研究和批准;
5. 应予冻结、扣押和没收的资金是指根据《反洗钱和资助恐怖主义法》规定的、与国内名单和联合国名单中确定的人员相关的资金,具体如下:
1) 属于被列入与恐怖分子或资助恐怖主义有关联名单的人员直接或间接拥有或控制的全部或部分资金及其收益;
2) 用于或意图用于恐怖主义或资助恐怖主义的资金;
3) 提供或意图提供给恐怖主义的资金,包括来自恐怖主义行为的资金。
6. 报告义务机构是指根据修订后的《反洗钱和资助恐怖主义法》规定的有报告义务的机构;
7. 近似或相似名称是指与国内名单和联合国名单中确定的人员名称近似或相似的个人、法人或组织的名称,报告义务机构、邮政企业和其他部门已根据公安部、科技通信部和反洗钱委员会的通知采取初步冻结资金的措施;
8. 立即是指在联合国安全理事会或相关制裁委员会每次批准或更新与恐怖主义和资助恐怖主义有关联的人员名单后24小时内采取行动,直至客户检查或发现时,可根据本法令规定冻结、扣押或没收资金。
ພາສາລາວ (老挝语原文)
ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໝາຍເຖິງ ການເຄື່ອນໄຫວ ຫຼື ການກະທຳ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ;
2. ການກໍ່ການຮ້າຍ ໝາຍເຖິງ ການກະທຳ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ;
3. ບັນຊີລາຍຊື່ພາຍໃນປະເທດ ໝາຍເຖິງ ການກຳນົດບັນດາລາຍຊື່ ຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີການເຄື່ອນໄຫວ ຫຼື ການກະທຳ ດ້ວຍວິທີການຕ່າງໆ ທີ່ເປັນການກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເຂົ້າໃນບັນຊີລາຍຊື່ຜູ້ທີ່ພົວພັນກັບຜູ້ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ພາຍໃນຂອງປະເທດ ໂດຍອີງຕາມແຫຼ່ງທີ່ມາຕື່ນຕໍ່ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 9 ຂອງດຳລັດສະບັບນີ້;
4. ບັນຊີລາຍຊື່ຂອງອົງການ ສປຊ ໝາຍເຖິງ ບັນຊີລາຍຊື່ຜູ້ ທີ່ພົວພັນກັບຜູ້ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຊຶ່ງລວມເອົາລາຍຊື່ ຂອງ ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ທີ່ຖືກກຳນົດໂດຍສະພາຄວາມໝັ້ນຄົງ ອົງການ ສປຊ ຫຼື ຄະນະກຳມະການຂອງສະພາຄວາມໝັ້ນຄົງ ອົງການ ສປຊ ທີ່ຖືກສ້າງຂຶ້ນພາຍໃຕ້ຍັດຕິ ຂອງສະພາຄວາມໝັ້ນຄົງ ອົງການ ສປຊ ສະບັບເລກທີ 1267 (ປີ 1999), 1988 (ປີ 2011), 1989 (ປີ 2011), 2253 (ປີ 2015) ແລະ ບັນດາຍັດຕິອື່ນ ທີ່ຜັນຂະຫຍາຍ ຫຼື ເພີ່ມເຕີມ ໃນແຕ່ລະໄລຍະ ໂດຍບໍ່ຈຳເປັນຕ້ອງຜ່ານການຄົ້ນຄວ້າ ແລະ ຮັບຮອງ ຈາກຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ອີກ;
5. ທຶນ ທີ່ຕ້ອງກັກ, ຍຶດ ແລະ ອາຍັດ ໝາຍເຖິງ ທຶນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຊຶ່ງມີສ່ວນກ່ຽວຂ້ອງກັບຜູ້ທີ່ຖືກກຳນົດໃນບັນຊີລາຍຊື່ພາຍໃນປະເທດ ແລະ ບັນຊີລາຍຊື່ຂອງອົງການ ສປຊ ດັ່ງນີ້:
1) ທຶນ ແລະ ຜົນທີ່ໄດ້ມາຈາກທຶນ ທີ່ເປັນກຳມະສິດ ຢູ່ໃນການຄອບຄອງ ແລະ ການຄວບຄຸມ ທາງກົງ ຫຼື ທາງອ້ອມ ສ່ວນໃດສ່ວນໜຶ່ງ ຫຼື ທັງໝົດ ຂອງຜູ້ທີ່ຖືກກຳນົດຢູ່ໃນບັນຊີລາຍຊື່ຜູ້ ທີ່ພົວພັນກັບຜູ້ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ;
2) ທຶນ ທີ່ຖືກນຳໃຊ້ ຫຼື ມີຈຸດປະສົງ ຈະນຳໃຊ້ ເພື່ອການກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ;
3) ທຶນ ທີ່ສະໜອງ ຫຼື ມີຈຸດປະສົງ ຈະສະໜອງໃຫ້ແກ່ການກໍ່ການຮ້າຍ ລວມທັງທຶນທີ່ໄດ້ມາຈາກການກະທຳ ທີ່ເປັນການກໍ່ການຮ້າຍ.
6. ຫົວໜ່ວຍທີ່ມີໜ້າທີ່ລາຍງານ ໝາຍເຖິງ ຫົວໜ່ວຍທີ່ມີໜ້າທີ່ລາຍງານ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສະບັບປັບປຸງ;
7. ລາຍຊື່ທີ່ໃກ້ຄຽງ ຫຼື ຄ້າຍຄືກັນ ໝາຍເຖິງ ລາຍຊື່ຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໃກ້ຄຽງ ຄ້າຍຄືກັນ ກັບຜູ້ທີ່ຖືກກຳນົດເຂົ້າໃນ ບັນຊີລາຍຊື່ພາຍໃນປະເທດ ແລະ ບັນຊີລາຍຊື່ຂອງອົງການ ສປຊ ທີ່ຫົວໜ່ວຍມີໜ້າທີ່ລາຍງານ, ວິສາຫະກິດໄປສະນີ ແລະ ພາກສ່ວນອື່ນ ໄດ້ມີການນຳໃຊ້ມາດຕະການເບື້ອງຕົ້ນ ໃນການຢຸດຕິ ກັກ ທຶນ ຕາມການແຈ້ງຂອງກະຊວງປ້ອງກັນຄວາມສະຫງົບ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສຕຟງ;
8. ໂດຍທັນທີ ໝາຍເຖິງ ການດຳເນີນການພາຍໃນ 24 ຊົ່ວໂມງ ໂດຍເລີ່ມຈາກສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຫຼື ຄະນະກຳມະການລົງໂທດທີ່ກ່ຽວຂ້ອງ ມີການຮັບຮອງ ຫຼື ປັບປຸງ ບັນຊີລາຍຊື່ຜູ້ທີ່ພົວພັນກັບການກໍ່ການຮ້າຍ ແລະ ການສະໜອງທຶນໃຫ້ແກ່ການກະທຳດັ່ງກ່າວ ໃນແຕ່ລະຄັ້ງ ຈົນເຖິງ ການກວດກາລູກຄ້າ ຫຼື ເມື່ອພົບເຫັນ ສາມາດດຳເນີນການ ກັກ ຫຼື ຍຶດ ຫຼື ອາຍັດ ທຶນ ຕາມທີ່ໄດ້ກຳນົດໄວ້ໃນດຳລັດສະບັບນີ້.
第ມາດຕາ 3条
第4条 国家关于冻结、扣押和没收与恐怖分子或资助恐怖主义有关的资金的政策
国家重视并促进冻结、扣押和没收与恐怖分子或资助恐怖主义有关的资金的工作,通过向相关机构提供预算、人员、车辆和现代化技术设备,使上述工作的开展具有效率和效果。
ພາສາລາວ (老挝语原文)
ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບການກັກ, ການຍຶດ ແລະ ການອາຍັດທຶນພົວພັນກັບຜູ້ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ
ລັດຖືສຳຄັນ ສົ່ງເສີມວຽກງານການກັກ, ການຍຶດ ແລະ ການອາຍັດທຶນພົວພັນກັບຜູ້ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ດ້ວຍການສະໜອງງົບປະມານ, ບຸກຄະລາກອນ, ພາຫະນະ ແລະ ວັດຖຸປະກອນເຕັກນິກທີ່ທັນສະໄໝ ໃຫ້ແກ່ອົງການທີ່ກ່ຽວຂ້ອງ ໃນການເຄື່ອນໄຫວວຽກງານດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນ.
第ມາດຕາ 4条
第4条 关于冻结、扣押和没收与恐怖分子或资助恐怖主义有关的资金的原则
反恐怖主义融资工作的开展应遵循以下原则:
1. 符合老挝人民民主共和国作为缔约方的方针政策、宪法、法律、公约及相关国际条约;
2. 保障国家安全、稳定,便利金融和贸易;保护个人、法人或组织的合法权益和利益;
3. 反对一切滥用职权、越权行为,这些行为损害个人、法人或组织的合法权益和利益,并保障平等、透明、公正、公开和可核查。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການ ກ່ຽວກັບການກັກ, ການຍຶດ ແລະ ການອາຍັດ ທຶນພົວພັນກັບຜູ້ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ
ການເຄື່ອນໄຫວວຽກງານການຕ້ານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ປະຕິບັດຕາມຫຼັກການດັ່ງນີ້:
1. ສອດຄ່ອງກັບ ແນວທາງ ນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ, ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ;
2. ຮັບປະກັນ ຄວາມສະຫງົບ, ຄວາມໝັ້ນຄົງຂອງຊາດ, ອຳນວຍຄວາມສະດວກທາງການເງິນ ແລະ ການຄ້າ; ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ;
3. ຕ້ານທຸກປາກົດການສວຍໃຊ້ສິດອຳນາດ, ໃຊ້ອຳນາດເກີນຂອບເຂດ ທີ່ສ້າງຄວາມເສຍຫາຍໃຫ້ແກ່ສິດ ແລະ ຜົນປະໂຫຍດອັນຊອບທຳຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ແລະ ຮັບປະກັນຄວາມສະເໝີພາບ, ໂປ່ງໃສ, ຍຸຕິທຳ, ເປີດເຜີຍ ແລະ ສາມາດກວດສອບໄດ້.
第ມາດຕາ 5条
第5条 保护
个人、法人或组织、工作人员和官员,从事与恐怖分子或资助恐怖主义及相关参与者有关的冻结、扣押和查封资产工作的,包括报告义务单位的董事会、经理以及邮政企业、报告人、信息提供者、证人、专家及其家属,应依法受到保护,免遭民事和刑事诉讼、报复、对生命、健康、自由的威胁,以及对名誉、声誉或个人财产的损害。
ພາສາລາວ (老挝语原文)
ມາດຕາ 5 ການປົກປ້ອງ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ, ພະນັກງານ ແລະ ເຈົ້າໜ້າທີ່ ທີ່ເຮັດວຽກງານການກັກ, ການຍຶດ ແລະ ການອາຍັດ ທຶນທີ່ພົວພັນກັບຜູ້ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ຜູ້ເຂົ້າຮ່ວມ ໃນວຽກງານດັ່ງກ່າວ ເປັນຕົ້ນ ຄະນະອຳນວຍການ, ຜູ້ຈັດການ ຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ແລະ ວິສາຫະກິດໄປສະນີ, ຜູ້ລາຍງານ, ຜູ້ສະໜອງຂໍ້ມູນຂ່າວສານ, ພະຍານ, ຜູ້ຊ່ຽວຊານ ລວມທັງຄອບຄົວຂອງພວກເຂົາ ຈະໄດ້ຮັບການປົກປ້ອງຕາມກົດໝາຍ ຈາກການຮ້ອງຟ້ອງທາງແພ່ງ ແລະ ອາຍາ, ຈາກການແກ້ແຄ້ນ, ຂົ່ມຂູ່ຕໍ່ຊີວິດ, ສຸຂະພາບ, ອິດສະລະພາບ ແລະ ການສ້າງຄວາມເສຍຫາຍຕໍ່ ກຽດສັກສີ, ຊື່ສຽງ ຫຼື ຊັບສິນສ່ວນຕົວ.
第ມາດຕາ 6条
第6条 适用范围
本令适用于与恐怖分子或资助恐怖主义有关的资金的扣押、冻结和没收相关的个人、法人或组织,无论是国内还是国外。
ພາສາລາວ (老挝语原文)
ມາດຕາ 6 ຂອບເຂດການນຳໃຊ້
ດຳລັດສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ກ່ຽວຂ້ອງກັບການກັກ, ການຍຶດ ແລະ ການອາຍັດ ທຶນທີ່ພົວພັນກັບຜູ້ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.
第ມາດຕາ 7条
第7条 国际合作
国家促进与外国、地区和国际在冻结、扣押和没收与恐怖分子或资助恐怖主义有关的资金方面的关系与合作,通过交流经验、信息、数据、技术、科技、培训和提高人员专业水平,执行老挝人民民主共和国为缔约方的公约及相关国际条约。
ພາສາລາວ (老挝语原文)
ມາດຕາ 7 ການຮ່ວມມືສາກົນ
ລັດ ສົ່ງເສີມ ການພົວພັນ ແລະ ຮ່ວມມື ກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບການກັກ, ການຍຶດ ແລະ ການອາຍັດ ທຶນພົວພັນກັບຜູ້ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ດ້ວຍການແລກປ່ຽນ ບົດຮຽນ, ຂໍ້ມູນ ຂ່າວສານ, ເຕັກນິກ, ເຕັກໂນໂລຊີ, ການຝຶກອົບຮົມ ແລະ ການຍົກລະດັບທາງດ້ານວິຊາການ ໃຫ້ບຸກຄະລາກອນ, ປະຕິບັດສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ.
第ມາດຕາ 8条
第8条 国内名单的确定
将某人列入或移出国内名单,必须依据以下主要来源:
1. 由公安部、国防部和外交部审议的结果,这些部门提供了关于反洗钱和打击资助恐怖主义及相关法律所规定的行为或活动的确凿证据和充分信息;
2. 外国提出的请求,该请求提供了关于反洗钱和打击资助恐怖主义及相关法律所规定的行为或活动的证据。
ພາສາລາວ (老挝语原文)
ມາດຕາ 8 ການກຳນົດບັນຊີລາຍຊື່ ພາຍໃນປະເທດ
ການກຳນົດເອົາລາຍຊື່ ເຂົ້າ ຫຼື ອອກ ບັນຊີລາຍຊື່ຜູ້ ພາຍໃນປະເທດ ຕ້ອງອີງຕາມແຫຼ່ງທີ່ມາຕົ້ນຕໍ ດັ່ງນີ້:
1. ຜົນຈາກການພິຈາລະນາ ໂດຍກະຊວງປ້ອງກັນຄວາມສະຫງົບ, ສຕຟງ ແລະ ກະຊວງການຕ່າງປະເທດ ຊຶ່ງໄດ້ສະໜອງຫຼັກຖານທີ່ແໜ້ນແຟ້ນ ແລະ ຂໍ້ມູນທີ່ພຽງພໍ ກ່ຽວກັບພຶດຕິກຳ ຫຼື ການກະທຳ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ນິຕິກຳອື່ນທີ່ກ່ຽວຂ້ອງ;
2. ການຮ້ອງຂໍຈາກລັດຕ່າງປະເທດ ຊຶ່ງໄດ້ສະໜອງຫຼັກຖານກ່ຽວກັບ ພຶດຕິກຳ ຫຼື ການກະທຳ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ນິຕິກຳທີ່ກ່ຽວຂ້ອງ.
第ມາດຕາ 9条
第9条 审议将名单列入或移出国内名单
公安部必须与外交部、反洗钱信息办公室“反洗钱办”、相关部委和机构协调,研究和向反洗钱办提出建议,在规定时间内审议批准将名单列入或移出国内名单。如果反洗钱办审议后认为有确凿证据且符合本法令第9条的规定,反洗钱办必须根据上述建议予以批准。
ພາສາລາວ (老挝语原文)
ມາດຕາ 9 ການພິຈາລະນາເອົາລາຍຊື່ເຂົ້າ ຫຼື ອອກ ບັນຊີພາຍໃນປະເທດ
ກະຊວງປ້ອງກັນຄວາມສະຫງົບ ຕ້ອງປະສານສົມທົບກັບ ກະຊວງການຕ່າງປະເທດ, ສຳນັກງານຂໍ້ມູນຕ້ານການຟອກເງິນ “ສຕຟງ", ກະຊວງ ແລະ ອົງການ ທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າ ແລະ ສະເໜີ ຄຕຟງ ພາຍໃນກຳນົດເວລາ ພິຈາລະນາຮັບຮອງເອົາລາຍຊື່ເຂົ້າ ຫຼື ອອກ ບັນຊີພາຍໃນປະເທດ. ກໍລະນີ ຄຕຟງ ພິຈາລະນາແລ້ວ ຫາກເຫັນວ່າມີ ຫຼັກຖານຫັກແຫ້ນ ແລະ ສອດຄ້ອງກັບມາດຕາ 9 ຂອງດຳລັດສະບັບນີ້ແລ້ວ ຄຕຟງ ຕ້ອງຮັບຮອງເອົາຕາມການສະເໜີດັ່ງກ່າວ.
第ມາດຕາ 10条
第10条 国内名单的确定条件
任何个人、法人或组织有与恐怖主义或资助恐怖主义相关的行为、活动或参与,如本法令第9条规定,公安部必须研究、收集证据并与相关部门协调,向反洗钱委员会提出审议,并立即确定列入国内名单或向外国提出请求。
如果公安部的调查和收集信息有充分证据和确凿证据,能够证明个人、法人、组织或团体有意提供援助、支持、资助、物资或技术、货物或服务,可能与恐怖主义犯罪和资助恐怖主义有关,则立即提交反洗钱委员会审议批准,无需经过法院的审议或判决,且不要求该犯罪行为实际发生。本款规定的充分证据和确凿证据的证明或确认程序不属于刑事诉讼程序。
反洗钱委员会批准将个人、法人或组织列入国内名单或向外国提出请求后,公安部必须就被列入名单者的权利、义务和所有请求的细节进行通知。
公安部必须研究制定关于确定国内名单的程序、机制和条件的专门法规。
ພາສາລາວ (老挝语原文)
ມາດຕາ 10 ເງື່ອນໄຂການກຳນົດບັນຊີລາຍຊື່ພາຍໃນປະເທດ
ກໍລະນີ ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ໃດໜຶ່ງ ມີການກະທຳ ຫຼື ພຶດຕິກຳ ຫຼື ເຄື່ອນໄຫວ ຫຼື ມີສ່ວນພົວພັນກັບການກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຕາມກຳນົດໄວ້ໃນມາດຕາ 9 ຂອງດຳລັດສະບັບນີ້ ກະຊວງປ້ອງກັນຄວາມສະຫງົບ ຕ້ອງຄົ້ນຄວ້າ, ສັງລວມຂໍ້ມູນຫຼັກຖານ ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອສະເໜີຕໍ່ຄະນະກຳມະການຕ້ານການຟອກເງິນ ພິຈາລະນາ ແລະ ກຳນົດເຂົ້າໃນບັນຊີລາຍຊື່ພາຍໃນປະເທດ ຫຼື ຮ້ອງຂໍໄປຫາລັດຕ່າງປະເທດ ໂດຍທັນທີ.
ກໍລະນີ ການຄົ້ນຄວ້າ ແລະ ການສັງລວມຂໍ້ມູນຂອງກະຊວງປ້ອງກັນຄວາມສະຫງົບ ຫາກມີຂໍ້ມູນທີ່ພຽງພໍ ແລະ ຫຼັກຖານທີ່ຫັກແຫ້ນ ສາມາດພິສູດ ຫຼື ຢັ້ງຢືນໄດ້ ວ່າ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ຫຼື ກຸ່ມຄົນ ມີຈຸດປະສົງໃຫ້ການຊ່ວຍເຫຼືອ, ສະໜັບສະໜູນ, ສະໜອງທຶນ, ວັດຖຸອຸປະກອນ ຫຼື ເຕັກໂນໂລຊີ, ສິນຄ້າ ຫຼື ການບໍລິການ ທີ່ອາດມີສ່ວນພົວພັນກັບການກະທຳຜິດ ສະຖານການກໍ່ການຮ້າຍ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລ້ວນຳສະເໜີຕໍ່ຄະນະກຳມະການຕ້ານການຟອກເງິນ ເພື່ອພິຈາລະນາ ຮັບຮອງໂດຍທັນທີ ໂດຍບໍ່ຜ່ານການພິຈາລະນາ ຫຼື ມີຄຳຕັດສິນຂອງສານ ແລະ ບໍ່ຈຳເປັນວ່າການກະທຳຜິດດັ່ງກ່າວຈະເກີດຂຶ້ນຈິງ. ຂັ້ນຕອນການພິສູດ ຫຼື ການຢັ້ງຢືນ ຂໍ້ມູນທີ່ພຽງພໍ ແລະ ຫຼັກຖານທີ່ຫັກແຫ້ນ ທີ່ກຳນົດໄວ້ໃນວັກນີ້ ຈະບໍ່ຢູ່ໃນຂັ້ນຕອນການດຳເນີນຄະດີອາຍາ.
ພາຍຫຼັງ ຄະນະກຳມະການຕ້ານການຟອກເງິນ ຮັບຮອງເອົາ ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ເຂົ້າໃນບັນຊີລາຍຊື່ພາຍໃນປະເທດ ຫຼື ຮ້ອງຂໍໄປຫາລັດຕ່າງປະເທດ ແລ້ວນັ້ນ ກະຊວງປ້ອງກັນຄວາມສະຫງົບ ຕ້ອງແຈ້ງກ່ຽວກັບ ສິດ, ພັນທະ ແລະ ລາຍລະອຽດ ທຸກການຮ້ອງຂໍ ຕໍ່ຜູ້ທີ່ຖືກກຳນົດໃນບັນຊີລາຍຊື່ດັ່ງກ່າວ.
ກະຊວງປ້ອງກັນຄວາມສະຫງົບ ຕ້ອງຄົ້ນຄວ້າອອກນິຕິກຳສະເພາະກ່ຽວກັບ ຂັ້ນຕອນ, ກົນໄກ ແລະ ເງື່ອນໄຂ ການກຳນົດບັນຊີລາຍຊື່ພາຍໃນປະເທດ.
第ມາດຕາ 11条
第11条 老挝人民民主共和国向外国提出的请求
公安部必须与外交部、老挝人民民主共和国银行、相关部委和机构协调,研究和向老挝人民民主共和国政府提出建议,审议和批准关于个人、法人或组织的名单,这些个人、法人或组织有活动、行为或行动构成恐怖主义或为恐怖主义提供资金或资助,然后再向外国提出请求。
外交部必须全面协调,将老挝人民民主共和国的请求发送给外国,涉及确定恐怖分子或为恐怖主义提供资助者的名单,将其列入或移出该国的内部名单。
ພາສາລາວ (老挝语原文)
ມາດຕາ 11 ການຮ້ອງຂໍຂອງ ສປປ ລາວ ໄປຫາລັດຕາງປະເທດ
ກະຊວງປ້ອງກັນຄວາມສະຫງົບ ຕ້ອງປະສານສົມທົບກັບ ກະຊວງການຕາງປະເທດ, ສຕຟງ, ກະຊວງ ແລະ ອົງການ ທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າ ແລະ ສະເໜີ ຄຕຟງ ພິຈາລະນາ ແລະ ອະນຸມັດ ກ່ຽວກັບລາຍຊື່ຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີການເຄື່ອນໄຫວ ຫຼື ພຶດຕິກຳ ຫຼື ການກະທຳ ທີ່ເປັນການກໍ່ການຮ້າຍ ຫຼື ການສະໜອງເງິນ ຫຼື ທຶນໃຫ້ແກ່ການກໍ່ການຮ້າຍ ກ່ອນສົ່ງຄຳຮ້ອງຂໍໄປຫາລັດຕາງປະເທດ.
ກະຊວງການຕາງປະເທດ ຕ້ອງປະສານງານຮອບດ້ານ ເພື່ອສົ່ງຄຳຮ້ອງຂໍຂອງ ສປປ ລາວ ໄປຫາລັດຕາງປະເທດ ກ່ຽວກັບການກຳນົດບັນຊີລາຍຊື່ຜູ້ກໍ່ການຮ້າຍ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເຂົ້າ ຫຼື ອອກ ບັນຊີລາຍຊື່ ພາຍໃນຂອງລັດດັ່ງກ່າວ.
第ມາດຕາ 12条
第12条 国内名单的列入或删除
公安部与外交部、办公厅及相关部委协调,研究提出国内名单的列入或删除,按照规定的
ພາສາລາວ (老挝语原文)
ມາດຕາ 12 ການສະເໜີເອົາ ເຂົ້າ ຫຼື ອອກ ໃນບັນຊີລາຍຊື່ພາຍໃນປະເທດ
ກະຊວງປ້ອງກັນຄວາມສະຫງົບ ປະສານສົມທົບກັບ ກະຊວງການຕ່າງປະເທດ, ສຳນັກງານ ແລະ ພາກສ່ວນກ່ຽວຂ້ອງ ເພື່ອພິຈາລະນາຄົ້ນຄວ້າສະເໜີເອົາ ເຂົ້າ ຫຼື ອອກ ໃນບັນຊີລາຍຊື່ພາຍໃນປະເທດ ຕາມທີ່ໄດ້ກຳນົດໄວ້ໃນ
本页展示前 12 条,全文共 45 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读