ຄຳສັ່ງວ່າດ້ວຍ ການເພີ້ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ຕິດຕາມ, ກວດກາ ການນຳເຂົ້າ, ຈຳໜ່າຍ ແລະ ນຳໃຊ້ແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ
关于加强植物种子、肥料和农药进口、销售及使用管理、监督和检查的命令
Decree on the Management, Supervision, and Inspection of the Import, Sale, and Use of Plant Seeds, Fertilizers, and Pesticides
ບົດສະຫຼຸບ
ຄຳສັ່ງນີ້ກຳນົດການນຳເຂົ້າ, ການຈຳໜ່າຍ ແລະ ການນຳໃຊ້ແກ່ນພືດ, ປຸ໋ຍ ແລະ ຢາປາບສັດຕູພືດ, ເພີ່ມທະວີການຄຸ້ມຄອງ ແລະ ກວດກາ, ລວມທັງການອະນຸຍາດໃບອະນຸຍາດ, ຂໍ້ກຳນົດປ້າຍກຳກັບ, ການລົງໂທດຜູ້ລະເມີດ ແລະ ຫ້າມຂົນສົ່ງປົນກັບສິນຄ້າບໍລິໂພກ.
ມາດຕາ
ມາດຕາ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເລກທີ
ນະຄອນຫຼວງວຽງຈັນ, ວັນທີ 5 ພຶດສະພາ 2005
ຄຳສັ່ງ
ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ
ໃນການຄຸ້ມຄອງ, ຕິດຕາມ, ກວດກາ ການນຳເຂົ້າ, ຈຳໜ່າຍ
ແລະ ນຳໃຊ້ ແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ
ເຖິງ: - ທ່ານ ຫົວໜ້າກົມປູກຝັງ;
- ທ່ານ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ;
- ທ່ານ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ, ນະຄອນ.
- ອີງຕາມ ດຳລັດ ວ່າດ້ວຍການຄຸ້ມຄອງຢາປາບສັດຕູພືດ ສະບັບເລກທີ 258/ລບ, ລົງວັນທີ 24 ສິງຫາ 2017;
- ອີງຕາມ ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງ
ຂອງລັດຖະບານ ສະບັບເລກທີ 05/ສພຊ, ລົງວັນທີ 20 ມີນາ 2025;
- ອີງຕາມ ຫັງສືສະເຫຼີ ຂອງກົມປູກຝັງ ສະບັບເລກທີ 3702/ກປຝ, ລົງວັນທີ 27 ພຶດສະພາ 2025;
- ອີງຕາມ ຫັງສືສະເຫຼີ ຂອງຫ້ອງການ ສະບັບເລກທີ 0158/ຫກ, ລົງວັນທີ 11 ກໍລະກົດ 2025.
ໃນໄລຍະຜ່ານມາ ການຄຸ້ມຄອງ, ຕິດຕາມ ແລະ ກວດກາ ການນຳເຂົ້າ, ຈຳໜ່າຍ ແລະ ນຳໃຊ້ ແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ ແຕ່ສູນກາງຮອດທ້ອງຖິ່ນ ແມ່ນໄດ້ຮັບການຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບໃນ ຂອບເຂດທົ່ວປະເທດ ໂດຍສະເພາະຂອດການກວດກາເອກະສານຕ່າງໆ ລວມທັງການ ວິເຄາະ, ວິໄຈ ແລະ ທົດສອບ ຄຸນນະພາບ ກ່ອນການຂຶ້ນທະບຽນ. ແຕ່ເຖິງຢ່າງໃດກໍຕາມ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຍັງມີການລັກລອບ ນຳເຂົ້າ, ຊື້ ຂາຍ ແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ ທີ່ບໍ່ໄດ້ຂຶ້ນທະບຽນ ຕາມຕະຫຼາດ ແລະ ຫ້າງຮ້ານຈຳໜ່າຍ,
ຍິ່ງໄປກວ່ານັ້ນ ຍັງມີການໂຄສະນາຊື້ ຂາຍທາງອອນລາຍ ໂດຍບໍ່ໄດ້ຮັບອະນຸຍາດ, ຂາຍປັດໄຈການຜະລິດ ທີ່ບໍ່ໄດ້ຂຶ້ນທະບຽນ ແລະ ຢາປາບສັດຕູພືດ ທີ່ຍົກເລີກນຳໃຊ້ໃນ ສປປ ລາວ, ຂົນສົ່ງຝຸ່ນ ແລະ ຢາປາບສັດຕູພືດ ປັນກັບເຄື່ອງອຸປະໂພກ ແລະ ບໍລິໂພກ ຊຶ່ງມີຄວາມສ່ຽງຕໍ່ການປົນເປື້ອນ ແລະ ເປັນອັນຕະລາຍຕໍ່ ຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ.
ເພື່ອແກ້ໄຂບັນຫາດັ່ງກ່າວ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ຕິດພັນກັບການເພີ່ມທະວີຄວາມຮັບຜິດຊອບໃນການຄຸ້ມຄອງ, ຕິດຕາມ, ກວດກາ ການນຳເຂົ້າ, ຈຳໜ່າຍ ແລະ ນຳໃຊ້ ແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ ນັ້ນ,
ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ອອກຄຳສັ່ງ:
1. ໃຫ້ ກົມປູກຝັງ, ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ ແລະ ຫ້ອງການກະສິກຳ
ແລະ ສິ່ງແວດລ້ອມ ເມືອງ, ນະຄອນ ເປັນເຈົ້າການໂຄສະນາເຜີຍແຜ່ ກົດໝາຍວ່າດ້ວຍການປ້ອງກັນ ແລະ ການກັກກັນພືດ ສະບັບເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016, ດຳລັດ ວ່າດ້ວຍການຄຸ້ມຄອງຢາປາບສັດຕູພືດ ສະບັບເລກທີ 258/ລບ, ລົງວັນທີ 24 ສິງຫາ 2017, ດຳລັດ ວ່າດ້ວຍແນວພັນພືດ ສະບັບເລກທີ 238/ລບ, ລົງວັນທີ 18 ພຶດສະພາ 2020, ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຝຸ່ນໃນ ສປປ ລາວ ສະບັບເລກທີ 2169/ກປ, ລົງວັນທີ 24 ຕຸລາ 2013 ແລະ ນິຕິກຳ ທີ່ກ່ຽວຂ້ອງກັບ ແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ ໃຫ້ແກ່ພະນັກງານ-ລັດຖະກອນ, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຕະຫຼອດຮອດຜູ້ປະກອບ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຮັບຮູ້ຢ່າງເລິກເຊິ່ງ ແລະ ທົ່ວເຖິງ ເພື່ອພ້ອມກັນຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ:
ໃຫ້ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ ເປັນຜູ້ອອກໃບອະນຸຍາດນຳເຂົ້າ ແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ ເພື່ອເປົ້າໝາຍນຳໃຊ້ພາຍໃນທ້ອງຖິ່ນຂອງຕົນເທົ່ານັ້ນ, ສ່ວນການອອກໃບອະນຸຍາດນຳເຂົ້າ ແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ ເພື່ອເປົ້າໝາຍຈຳໜ່າຍກວມເອົາ ສອງ ແຂວງຂຶ້ນໄປ ແລະ ນຳເຂົ້າມາເພື່ອຮັບໃຊ້ພາຍໃນສວນ ຫຼື ໂຄງການຂອງບໍລິສັດ ທີ່ບໍ່ມີເປົ້າໝາຍທາງການຄ້າ ແມ່ນກົມປູກຝັງ ເປັນຜູ້ອະນຸຍາດ ຕາມການແບ່ງຂັ້ນຄຸ້ມຄອງ, ພ້ອມນັ້ນ ກໍໃຫ້ເປີດກ້ວາງຫຼາຍບໍລິສັດ ເຂົ້າມາຜະລິດ, ນຳເຂົ້າ ແລະ ຈຳໜ່າຍ ແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ ໃນທ້ອງຖິ່ນຂອງຕົນ ເພື່ອເພີ່ມທາງເລືອກໃຫ້ແກ່ ຊາວກະສິກອນ, ກຸ່ມການຜະລິດ, ສະຫະກອນ ແລະ ຫົວໜ່ວຍທຸລະກິດ ໄດ້ນຳໃຊ້ປັດໄຈການຜະລິດ ທີ່ມີຄຸນນະພາບ ແລະ ລາຄາເໝາະສົມ;
ໃຫ້ ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ ເພີ່ມທະວີຄວາມເອົາໃຈໃສ່ໃນການນຳພາ-ຊີ້ນຳ ເຈົ້າໜ້າທີ່ກັກກັນພືດປະຈຳດ່ານ ປະຕິບັດບັນດາໜ້າທີ່ຕົ້ນຕໍ ດັ່ງນີ້:
1). ກວດກາຊຸດເອກະສານ ກ່ຽວກັບການນຳເຂົ້າ ແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ ເປັນຕົ້ນ ໃບອະນຸຍາດນຳເຂົ້າ, ໃບທະບຽນວິຊາການ ແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ ຕ້ອງຢູ່ໃນຂອບເຂດອາຍຸການນຳໃຊ້.
ກໍລະນີຫຼົດອາຍຸການນຳໃຊ້ ໃຫ້ໂຈະການນຳເຂົ້າ ພ້ອມທັງສຶກສາອົບຮົມຜູ້ລະເມີດ ແລະ ລາຍງານການຈັດຕັ້ງຂັ້ນເທິງຂອງຕົນ ຢ່າງຮີບດ່ວນ:
2). ກວດກາຈຳນວນການນຳເຂົ້າ ແລະ ຊື່ການຄ້າຂອງ ແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ ຕ້ອງສອດຄ່ອງກັບຈຳນວນ ທີ່ກຳນົດໄວ້ໃນ ໃບອະນຸຍາດນຳເຂົ້າ ແລະ ໃບແຈ້ງລາຄາສິນຄ້າ;
3). ການນຳເຂົ້າຊຸດສິນຄ້າ ແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ ແຕ່ລະຄັ້ງ ຕ້ອງສຸ່ມເກັບຕົວຢ່າງໃນປະລິມານທີ່ເໝາະສົມ ຕາມຫຼັກວິຊາການ ເພື່ອວິໄຈຄຸນນະພາບ ແລະ ສາມາດກວດສອບຢ້ອນຫຼັງ;
4). ແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ ທີ່ນຳເຂົ້າ ຕ້ອງຕິດສະຫຼາກເປັນພາສາລາວ ແລະ ພາສາຕ່າງປະເທດ. ກໍລະນີບໍ່ຕິດສະຫຼາກເປັນພາສາລາວ ຄັ້ງທີໜຶ່ງ ໃຫ້ເຮັດບົດບັນທຶກກ່າວເຕືອນ, ຄັ້ງທີສອງ ໃຫ້ເຮັດບົດບັນທຶກພ້ອມທັງປັບໃໝ ຫ້າສິບສ່ວນຮ້ອຍ ຂອງມູນຄ່າຊຸດສິນຄ້າ ແລະ ຄັ້ງທີສາມ ໃຫ້ເຮັດບົດບັນທຶກ, ປັບໃໝ ໜຶ່ງເທົ່າຂອງມູນຄ່າຊຸດສິນຄ້າ ແລະ ຫ້າມນຳເຂົ້າ ແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ;
5). ການສົ່ງອອກ, ສົ່ງອອກຕໍ່ ແລະ ສົ່ງຜ່ານ ແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ ຕ້ອງໄດ້ຮັບອະນຸຍາດຈາກ ກົມປູກຝັງ.
ໃຫ້ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ, ນະຄອນ ເພີ່ມທະວີຄວາມເປັນເຈົ້າການໃນການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຄຸ້ມຄອງ, ຕິດຕາມ ແລະ ກວດກາ ແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:
1). ການຂົນສົ່ງ ຫຼື ເຄື່ອນຍ້າຍ ແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ ພາຍໃນປະເທດ ຫຼື ການເຄື່ອນຍ້າຍ ລະຫວ່າງ ແຂວງຕໍ່ແຂວງ ແມ່ນບໍ່ໃຫ້ມີໃບອະນຸຍາດເຄື່ອນຍ້າຍຕື່ມອີກ ເພື່ອອຳນວຍຄວາມສະດວກໃນການຈຳລະຈອນສິນຄ້າ ແລະ ສົ່ງເສີມການຜະລິດກະສິກຳເປັນສິນຄ້າ;
2). ປະສານສົມທົບກັບ ບໍລິສັດຂົນສົ່ງ ແລະ ຜູ້ບໍລິການຂົນສົ່ງດ່ວນ ເພື່ອບໍ່ໃຫ້ຮັບຂົນສົ່ງຢາປາບສັດຕູພືດ ປົນກັບ ເຄື່ອງອຸປະໂພກ ແລະ ບໍລິໂພກ. ໃນກໍລະນີພົບເຫັນການລະເມີດ ຕ້ອງເຮັດບົດບັນທຶກ, ສຶກສາອົບຮົມ ແລະ
ຍຶດທັນທີ ພ້ອມທັງລາຍງານການຈັດຕັ້ງຂັ້ນເທິງຂອງຕົນ ຢ່າງທັນການ;
3). ແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ ທີ່ຈຳໜ່າຍ ຕ້ອງເປັນແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ ທີ່ໄດ້ຂຶ້ນທະບຽນຈາກກົມປູກຝັງ ແລ້ວເທົ່ານັ້ນ ແລະ ຕ້ອງຕິດສະຫຼາກເປັນພາສາລາວ ແລະ ພາສາຕ່າງປະເທດ;
4. ຜູ້ຈຳໜ່າຍ ແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ ຕ້ອງມີ ໃບອະນຸຍາດດຳເນີນທຸລະກິດດ້ານກະສິກຳ ແລະ ປາໄມ້ ທີ່ອະນຸຍາດໃຫ້ເຄື່ອນໄຫວດຳເນີນກິດຈະການ ຈຳໜ່າຍ ແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ ຊຶ່ງອອກໃຫ້ໂດຍ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫຼື ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ ຕາມການແບ່ງຂັ້ນຄຸ້ມຄອງ.
5. ໃຫ້ ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ ແຕ່ງຕັ່ງເຈົ້າຫ້າທີ່ຂອງຕົນ ເພື່ອຕິດຕາມ
ກວດກາການ ຈຳໜ່າຍ, ໂຄສະນາ, ຊື້ ຂາຍ ແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ ທີ່ບໍ່ຖືກຕ້ອງ. ກໍລະນີພົບເຫັນ ຄັ້ງທີ ໜຶ່ງ ໃຫ້ເຮັດບົດບັນທຶກ ແລະ ສຶກສາອົບຮົມ, ຄັ້ງທີ ສອງ ເຮັດບົດບັນທຶກ ພ້ອມທັງຢຶດ, ທຳລາຍ ແລະ ປັບໃຫ ຫ້າສິບ ສ່ວນຮ້ອຍ ຂອງມູນຄ່າສິນຄ້າ, ຄັ້ງທີ ສາມ ຍຶດ, ທຳລາຍ ແລະ ປັບໃໝ ໜຶ່ງເທົ່າຂອງມູນຄ່າສິນຄ້າ. ໃນກໍລະນີພົບເຫັນການ ຈຳໜ່າຍ, ນຳໃຊ້ ແລະ ມີໄວ້ໃນຄອບຄອງຢາປາບສັດຕູພືດ ທີ່ຍົກເລີກນຳໃຊ້ໃນ ສປປ ລາວ ຈຳນວນ 55 ຊະນິດ ເປັນຕົ້ນ ພາຣາຄວັດ, ເມໂທມິວ ໃຫ້ຢຶດຢາປາບສັດຕູພືດ ແລະ ປັບໃໝ ໜຶ່ງເທົ່າຂອງ ມູນຄ່າຢາປາບສັດຕູພືດ ພ້ອມທັງສະເຫີຖອນໃບອະນຸຍາດດຳເນີນທຸລະກິດດ້ານກະສິກຳ ແລະ ປ່າໄມ້ ແລະ ໃບທະບຽນວິສາຫະກິດ ຕາມກົດໝາຍ;
6. ໃຫ້ ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ ສະຫຼຸບລາຍງານ ກ່ຽວກັບ ການນຳເຂົ້າ,
ຈຳຫ່າຍ ແລະ ນຳໃຊ້ ແນວພັນພືດ, ຝຸ່ນ ແລະ ຢາປາບສັດຕູພືດ ໃຫ້ ກົມປູກຝັງ ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຊາບຢ່າງເປັນປົກກະຕິ;
7. ມອບໃຫ້ ກົມປູກຝັງ ເປັນເຈົ້າການ ຊຸກຍູ້, ຕິດຕາມ ກວດກາ ການຈັດຕັ້ງປະຕິບັດຄຳສັ່ງສະບັບນີ້. ຜ່ານການຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ ມີຂໍ້ສະດວກ ແລະ ຫຍຸ້ງຍາກ ປະການໃດ ໃຫ້ລາຍງານ ກົມປູກຝັງ ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຕາມຂັ້ນຕອນ ເພື່ອແກ້ໄຂຢ່າງທັນການ.
ຄຳສັ່ງ ສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນ ໄປ.
ປອ. ລິນຄຳ ດວງສະທວັນ
← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ