ຂໍ້ຕົກລົງວ່າດ້ວຍ ຕາໜ່າງປ້ອງກັນພືດ
植物保护网络协议
Agreement on Plant Protection Networks
ບົດສະຫຼຸບ
ຂໍ້ຕົກລົງສະບັບນີ້ຄຸ້ມຄອງການສ້າງຕັ້ງ ແລະ ດຳເນີນງານຂອງເຄືອຂ່າຍປົກປ້ອງພືດໃນລາວ, ເນັ້ນໃສ່ການສ້າງລະບົບປະສານງານແຕ່ສູນກາງຮອດບ້ານ ສຳລັບການຕິດຕາມ, ແຈ້ງເຕືອນ, ປ້ອງກັນ ແລະ ຄວບຄຸມສັດຕູພືດ ພ້ອມທັງກວດຫາສານຕົກຄ້າງ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ຕາບ່າງປ້ອງກັນພືດ
ຕາບ່າງປ້ອງກັນພືດ ແມ່ນ ລະບົບເຄືອຂ່າຍປະສານງານດ້ານວິຊາການປ້ອງກັນພືດ ເພື່ອສຳຫຼວດ, ຕິດຕາມ ແລະ ເຝົ້າລະວັງສັດຕູພືດ, ການວິໄຈສັດຕູພືດ, ການເກັບຮັກສາຕົວຢ່າງ, ການສ້າງຖານຂໍ້ມູນສັດຕູພືດ, ການພະຍາກອນແຜ່ລະບາດຂອງສັດຕູພືດ, ການຄວບຄຸມ ແລະ ນຳໃຊ້ເຕັກນິກການປ້ອງກັນພືດແບບປະສົມປະສານ ລວມທັງການທົດສອບວິໄຈຄຸນນະພາບຝຸ່ນ, ຢາປາບສັດຕູພືດ, ເມັດພັນພືດ ແລະ ການຕົກຄ້າງເຄມີກະສິກຳ ໃນຂອບເຂດທົ່ວປະເທດ.
ມາດຕາ ມາດຕາ 2
ມາດຕາ 2 ອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ບັນຊີສັດຕູພືດ ໝາຍເຖິງ ລາຍຊື່ ຂອງສັດຕູພືດ ເຊັ່ນ ບັນຊີລາຍຊື່ພະຍາດພືດ, ແມງໄມ້ສັດຕູພືດ, ຫຍ້າ ຫຼື ວັດຊະພືດ ແລະ ສັດຮ້າຍພືດ ຫຼື ສັດຕູພືດໃນເລົ້າສາງ ຊຶ່ງເປັນຂໍ້ມູນພື້ນຖານ ໃຫ້ແກ່ການເຈລະຈາເຕັກນິກເປີດຕະຫຼາດພືດ ແລະ ຜະລິດຕະພັນພືດຂອງ ສປປ ລາວ ກັບປະເທດຄູ່ຄ້າ;
2. ບົ່ງມະຕິ ໝາຍເຖິງ ການພິສູດອັນຈຳເພາະຂອງພືດ ໂດຍຜ່ານລັກສະນະອາການ ແລະ ສັນຍາລັກຈຳເພາະຂອງພືດ ແລະ ຜະລິດຕະພັນພືດ ລວມເຖິງປັດໄຈອື່ນ ທີ່ພົວພັນກັບຂະບວນການຂອງພືດທີ່ຜິດປົກກະຕິ ຊຶ່ງເກີດຈາກສັດຕູພືດທຳລາຍ ແລະ ປັດໄຈອື່ນ;
3. ການພະຍາກອນ ໝາຍເຖິງ ການຄາດຄະເນ ຫຼື ການປະເມີນສັດຕູພືດລ່ວງໜ້າ ເພື່ອກ່າວເຕືອນການລະບາດຂອງສັດຕູພືດ ທີ່ກ່ຽວຂ້ອງກັບປັດໄຈດິນຟ້າອາກາດ ເຊັ່ນ ອຸນຫະພູມ, ຄວາມຊຸ່ມຊື່ນ, ແສງແດດ, ປະລິມານນ້ຳຝົນ ແລະ ທິດທາງລົມ;
4. ການເຝົ້າລະວັງ ໝາຍເຖິງ ການຕິດຕາມ ສະພາບການລະບາດຂອງສັດຕູພືດ ໃນພື້ນທີ່ການຜະລິດ ເພື່ອຄວບຄຸມບໍ່ໃຫ້ມີການລະບາດຮ້າຍແຮງ ແລະ ຫາວິທີທາງແກ້ໄຂໃຫ້ທັນກັບສະພາບການ;
5. ການຕົກຄ້າງເຄມີກະສິກຳ ໝາຍເຖິງ ການຕົກຄ້າງຂອງຢາປາບສັດຕູພືດ, ທາດໂລຫະໜັກ, ສານພິດຈາກເຊື້ອຈຸລິນຊີ ແລະ ເຄມີປົນເປື້ອນອື່ນ ໃນພືດ ແລະ ຜະລິດຕະພັນພືດ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 26 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ