植物保护网络协议
ຂໍ້ຕົກລົງວ່າດ້ວຍ ຕາໜ່າງປ້ອງກັນພືດ
Agreement on Plant Protection Networks
简介
该协议调整老挝植物保护网络的建设与运行,核心是建立从中央到村级的协调系统,用于有害生物监测、预警、防治及农药残留检测。
Summary
This agreement governs the establishment and operation of the plant protection network in Laos, focusing on a coordination system from central to village levels for pest monitoring, early warning, control, and pesticide residue testing.
ບົດສະຫຼຸບ
ຂໍ້ຕົກລົງສະບັບນີ້ຄຸ້ມຄອງການສ້າງຕັ້ງ ແລະ ດຳເນີນງານຂອງເຄືອຂ່າຍປົກປ້ອງພືດໃນລາວ, ເນັ້ນໃສ່ການສ້າງລະບົບປະສານງານແຕ່ສູນກາງຮອດບ້ານ ສຳລັບການຕິດຕາມ, ແຈ້ງເຕືອນ, ປ້ອງກັນ ແລະ ຄວບຄຸມສັດຕູພືດ ພ້ອມທັງກວດຫາສານຕົກຄ້າງ.
条文
第ມາດຕາ 1条
第2条 植物保护网络
植物保护网络是指植物保护技术协调网络系统,用于调查、监测和预警植物有害生物,植物有害生物研究,标本保存,建立植物有害生物数据库,植物有害生物传播预测,综合防治和运用植物保护技术,包括肥料、农药、植物种子的质量检测研究以及全国范围内的农业化学残留检测。
ພາສາລາວ (老挝语原文)
ມາດຕາ 2 ຕາບ່າງປ້ອງກັນພືດ
ຕາບ່າງປ້ອງກັນພືດ ແມ່ນ ລະບົບເຄືອຂ່າຍປະສານງານດ້ານວິຊາການປ້ອງກັນພືດ ເພື່ອສຳຫຼວດ, ຕິດຕາມ ແລະ ເຝົ້າລະວັງສັດຕູພືດ, ການວິໄຈສັດຕູພືດ, ການເກັບຮັກສາຕົວຢ່າງ, ການສ້າງຖານຂໍ້ມູນສັດຕູພືດ, ການພະຍາກອນແຜ່ລະບາດຂອງສັດຕູພືດ, ການຄວບຄຸມ ແລະ ນຳໃຊ້ເຕັກນິກການປ້ອງກັນພືດແບບປະສົມປະສານ ລວມທັງການທົດສອບວິໄຈຄຸນນະພາບຝຸ່ນ, ຢາປາບສັດຕູພືດ, ເມັດພັນພືດ ແລະ ການຕົກຄ້າງເຄມີກະສິກຳ ໃນຂອບເຂດທົ່ວປະເທດ.
第ມາດຕາ 2条
第2条 术语解释
本协议中使用的术语定义如下:
1. “有害生物名录”是指有害生物的名单,如植物病害名录、害虫名录、杂草或寄生植物以及仓储有害生物或害虫,这些是基础信息,用于老挝人民民主共和国与贸易伙伴进行植物和植物产品市场开放的技术谈判;
2. “诊断”是指通过植物和植物产品的症状和特征,包括与植物异常过程相关的其他因素,由有害生物破坏或其他因素引起的,对植物进行特定鉴定;
3. “预测”是指对有害生物进行提前估计或评估,以预警与气候因素(如温度、湿度、日照、降雨量和风向)相关的有害生物爆发;
4. “监测”是指跟踪生产区域有害生物的爆发情况,以控制严重爆发并及时找到解决方案;
5. “农药残留”是指植物和植物产品中残留的农药、重金属、微生物毒素和其他化学污染物。
ພາສາລາວ (老挝语原文)
ມາດຕາ 2 ອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ບັນຊີສັດຕູພືດ ໝາຍເຖິງ ລາຍຊື່ ຂອງສັດຕູພືດ ເຊັ່ນ ບັນຊີລາຍຊື່ພະຍາດພືດ, ແມງໄມ້ສັດຕູພືດ, ຫຍ້າ ຫຼື ວັດຊະພືດ ແລະ ສັດຮ້າຍພືດ ຫຼື ສັດຕູພືດໃນເລົ້າສາງ ຊຶ່ງເປັນຂໍ້ມູນພື້ນຖານ ໃຫ້ແກ່ການເຈລະຈາເຕັກນິກເປີດຕະຫຼາດພືດ ແລະ ຜະລິດຕະພັນພືດຂອງ ສປປ ລາວ ກັບປະເທດຄູ່ຄ້າ;
2. ບົ່ງມະຕິ ໝາຍເຖິງ ການພິສູດອັນຈຳເພາະຂອງພືດ ໂດຍຜ່ານລັກສະນະອາການ ແລະ ສັນຍາລັກຈຳເພາະຂອງພືດ ແລະ ຜະລິດຕະພັນພືດ ລວມເຖິງປັດໄຈອື່ນ ທີ່ພົວພັນກັບຂະບວນການຂອງພືດທີ່ຜິດປົກກະຕິ ຊຶ່ງເກີດຈາກສັດຕູພືດທຳລາຍ ແລະ ປັດໄຈອື່ນ;
3. ການພະຍາກອນ ໝາຍເຖິງ ການຄາດຄະເນ ຫຼື ການປະເມີນສັດຕູພືດລ່ວງໜ້າ ເພື່ອກ່າວເຕືອນການລະບາດຂອງສັດຕູພືດ ທີ່ກ່ຽວຂ້ອງກັບປັດໄຈດິນຟ້າອາກາດ ເຊັ່ນ ອຸນຫະພູມ, ຄວາມຊຸ່ມຊື່ນ, ແສງແດດ, ປະລິມານນ້ຳຝົນ ແລະ ທິດທາງລົມ;
4. ການເຝົ້າລະວັງ ໝາຍເຖິງ ການຕິດຕາມ ສະພາບການລະບາດຂອງສັດຕູພືດ ໃນພື້ນທີ່ການຜະລິດ ເພື່ອຄວບຄຸມບໍ່ໃຫ້ມີການລະບາດຮ້າຍແຮງ ແລະ ຫາວິທີທາງແກ້ໄຂໃຫ້ທັນກັບສະພາບການ;
5. ການຕົກຄ້າງເຄມີກະສິກຳ ໝາຍເຖິງ ການຕົກຄ້າງຂອງຢາປາບສັດຕູພືດ, ທາດໂລຫະໜັກ, ສານພິດຈາກເຊື້ອຈຸລິນຊີ ແລະ ເຄມີປົນເປື້ອນອື່ນ ໃນພືດ ແລະ ຜະລິດຕະພັນພືດ.
第ມາດຕາ 3条
第3条 植物保护网络的建设
植物保护网络是指发展植物保护技术协调网络,以连接各执行单位,这些单位常设于中央、省、县、区和目标村。
植物保护网络由协调点、植物诊所、植物病虫害防治服务单位和植物库组成。
ພາສາລາວ (老挝语原文)
ມາດຕາ 3 ການສ້າງຕາໜ່າງປ້ອງກັນພືດ
ການສ້າງຕາໜ່າງປ້ອງກັນພືດ ແມ່ນ ການພັດທະນາລະບົບເຄືອຂ່າຍປະສານງານ ດ້ານວິຊາການປ້ອງກັນພືດ ເພື່ອເຊື່ອມໂຍງກັບບັນດາຫົວໜ່ວຍຈັດຕັ້ງປະຕິບັດ ຊຶ່ງມີທີ່ຕັ້ງປະຈຳຢູ່ ສູນກາງ, ແຂວງ, ເມືອງ, ຕາແສງ ແລະ ບ້ານ ເປົ້າໝາຍ.
ຕາໜ່າງປ້ອງກັນພືດ ປະກອບດ້ວຍ ຈຸດປະສານງານ, ຄລີນິກພືດ, ໜ່ວຍງານບໍລິການປ້ອງກັນ ແລະ ກຳຈັດສັດຕູພືດ ແລະ ຫໍພືດ.
第ມາດຕາ 4条
第4条 协调点
协调点是植物保护网络的一个组成部分,由常驻中央、省、县、区和目标村的专业技术人员组成,负责制定计划、监测、检查和向其上级报告植物诊所、植物病虫害防治服务单位和植物养护单位的工作执行情况。
ພາສາລາວ (老挝语原文)
ມາດຕາ 4 ຈຸດປະສານງານ
ຈຸດປະສານງານ ແມ່ນ ອົງປະກອບໜຶ່ງຂອງຕາໜ່າງປ້ອງກັນພືດ ຊຶ່ງມີ ພະນັກງານວິຊາການປະຈຳຢູ່ ຂັ້ນສູນກາງ, ແຂວງ, ເມືອງ, ຕາແສງ ແລະ ບ້ານເປົ້າໝາຍ ເພື່ອເຮັດໜ້າທີ່ ຂຶ້ນແຜນ, ຕິດຕາມ, ກວດກາ ແລະ ລາຍງານຂັ້ນເທິງຂອງຕົນ ໃນການຈັດຕັ້ງປະຕິບັດວຽກງານ ຂອງ ຄລີນິກພືດ, ໜ່ວຍງານບໍລິການປ້ອງກັນ ແລະ ກຳຈັດສັດຕູພືດ ແລະ ບຳລຸງພືດ.
第ມາດຕາ 5条
第5条 植物病虫害防治服务单位
植物病虫害防治服务单位是村级植物诊所培训服务点,提供农药、生物制品,建立病虫害爆发数据库,并根据植物诊所的指导提供病虫害防治服务。该服务单位设立在省级植物保护中心、省级农业厅和县级农业与环境办公室,依据以下主要标准和条件:
1. 每个村至少有两位经过农药使用培训并具备专业知识的植物医生,培训课程由种植司规定;
2. 植物保护化学品储存仓库;
3. 农药、农药标签和安全防护装备,符合技术规范。
ພາສາລາວ (老挝语原文)
ມາດຕາ 5 ໜ່ວຍບໍລິການປ້ອງກັນ ແລະ ກຳຈັດສັດຕູພືດ
ໜ່ວຍບໍລິການປ້ອງກັນ ແລະ ກຳຈັດສັດຕູພືດ ແມ່ນ ຈຸດບໍລິການຝຶກອົບຮົມຫໍພືດປະຈຳບ້ານ, ຈັດຫາຢາປາບສັດຕູພືດ, ຜະລິດຕະພັນຊີວະພາບ, ສ້າງຖານຂໍ້ມູນການລະບາດຂອງສັດຕູພືດ ແລະ ບໍລິການປ້ອງກັນ ແລະ ກຳຈັດສັດຕູພືດ ຕາມການແນະນຳຂອງຄລີນິກພືດ ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນຢູ່ ສູນປ້ອງກັນພືດ, ຂະແໜງປູກຝັງຂັ້ນແຂວງ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມຂັ້ນເມືອງ ຕາມມາດຕະຖານ ແລະ ເງື່ອນໄຂຕົ້ນຕໍ ດັ່ງນີ້:
1. ຫໍພືດ ປະຈຳບ້ານ ຢ່າງໜ້ອຍ ສອງ ຄົນ ທີ່ໄດ້ຜ່ານການຝຶກອົບຮົມການນຳໃຊ້ຢາປາບສັດຕູພືດ ແລະ ມີຄວາມຊ່ຽວຊານ ຕາມຫຼັກສູດ ທີ່ກົມປູກຝັງກຳນົດ;
2. ສາງເກັບມ້ຽນວັດຖຸເຄມີປ້ອງກັນພືດ;
3. ຢາປາບສັດຕູພືດ, ບັງສິດຢາ ແລະ ຊຸດປ້ອງກັນຄວາມປອດໄພ ຕາມເຕັກນິກວິຊາການ.
第ມາດຕາ 6条
第6条 植物医生
植物医生是指从植物保护中心、省级农业部门、县级农业和环境保护办公室获得植物保护技术认证的人员,常驻于植物诊所、病虫害防治服务单位和目标村庄,负责监测、报告疫情状况、研究重要常见病虫害、测试生产因素、指导病虫害防治、为农民提供农药和生物制品。
村级植物医生是从农民或经营者中自愿选出的代表,每村一至三人,按照种植业司规定的课程接受植物保护技术培训,以成为病虫害防治方面的专家,并能够带领农民进行实际操作。
ພາສາລາວ (老挝语原文)
ມາດຕາ 6 ຫໍພືດ
ຫໍພືດ ແມ່ນ ບຸກຄົນ ທີ່ໄດ້ຮັບການຢັ້ງຢືນທາງດ້ານວິຊາການປ້ອງກັນພືດ ຈາກສູນປ້ອງກັນພືດ, ຂະແໜງປູກຝັງຂັ້ນແຂວງ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມຂັ້ນເມືອງ ປະຈຳຢູ່ຄລີນິກພືດ, ໜ່ວຍງານບໍລິການປ້ອງກັນ ແລະ ກຳຈັດສັດຕູພືດ ແລະ ບ້ານເປົ້າໝາຍ ເພື່ອເຮັດໜ້າທີ່ ເຝົ້າລະວັງ, ລາຍງານສະພາບການລະບາດ, ວິໄຈສັດຕູພືດທົ່ວໄປທີ່ສຳຄັນ, ທົດສອບປັດໄຈການຜະລິດ ແລະ ແນະນຳການປ້ອງກັນ ແລະ ກຳຈັດສັດຕູພືດ, ຈັດຫາຢາປາບສັດຕູພືດ ແລະ ຜະລິດຕະພັນຊີວະພາບ ໃຫ້ແກ່ຊາວກະສິກອນ.
ຫໍພືດປະຈຳບ້ານ ໄດ້ມາຈາກການເລືອກເອົາຕົວແທນຂອງຊາວກະສິກອນ ຫຼື ຜູ້ປະກອບການ ທີ່ມີຄວາມສະໝັກໃຈ ບ້ານລະ ໜຶ່ງ ຫາ ສາມ ທ່ານ ມາຝຶກອົບຮົມ ກ່ຽວກັບ ເຕັກນິກການປ້ອງກັນພືດ ຕາມຫຼັກສູດທີ່ກົມປູກຝັງກຳນົດ ເພື່ອໃຫ້ກາຍເປັນຜູ້ຊຳນານງານດ້ານການປ້ອງກັນ ແລະ ກຳຈັດສັດຕູພືດ ແລະ ສາມາດນຳພາຊາວກະສິກອນປະຕິບັດຕົວຈິງ.
第ມາດຕາ 7条
第7条 植物保护网络活动
植物保护网络活动是指植物保护网络的日常工作或职责,包括:
1. 植物病虫害调查;
2. 植物病虫害研究;
3. 标本保存和植物病虫害数据库建设;
4. 植物病虫害预测和监测;
5. 生产因素的测试和研究;
6. 植物病虫害的控制、预防和消灭以及应急响应;
7. 加强植物保护技术;
8. 植物病虫害爆发报告。
ພາສາລາວ (老挝语原文)
ມາດຕາ 7 ກິດຈະການຕາໜ່າງປ້ອງກັນພືດ
ກິດຈະການຕາໜ່າງປ້ອງກັນພືດ ແມ່ນ ບັນດາວຽກງານ ຫຼື ຄວາມຮັບຜິດຊອບຂອງຕາໜ່າງປ້ອງກັນພືດ ທີ່ເຄື່ອນໄຫວເປັນປະຈຳ ຊຶ່ງປະກອບດ້ວຍ:
1. ການສຳຫຼວດສັດຕູພືດ;
2. ການວິໄຈສັດຕູພືດ;
3. ການເກັບຮັກສາຕົວຢ່າງ ແລະ ສ້າງຖານຂໍ້ມູນສັດຕູພືດ;
4. ການພະຍາກອນ ແລະ ເຝົ້າລະວັງສັດຕູພືດ;
5. ການທົດສອບ ແລະ ວິໄຈ ປັດໄຈການຜະລິດ;
6. ການຄວບຄຸມ, ປ້ອງກັນ ແລະ ກຳຈັດ ສັດຕູພືດ ແລະ ການຕອບໂຕ້ສຸກເສີນ;
7. ການສ້າງຄວາມເຂັມແຂງ ໃຫ້ແກ່ວິຊາການປ້ອງກັນພືດ;
8. ການລາຍງານການລະບາດຂອງສັດຕູພືດ.
第ມາດຕາ 8条
第8条 病虫害调查
病虫害调查是在田间进行的过程,旨在按照技术方法监测和警惕病虫害,利用病虫害数据进行预测或估计传播,并向农民发出预警,以便做好准备应对并选择适当的方法进行病虫害防治。
ພາສາລາວ (老挝语原文)
ມາດຕາ 8 ການສຳຫຼວດສັດຕູພືດ
ການສຳຫຼວດສັດຕູພືດ ແມ່ນ ຂະບວນການປະຕິບັດໃນພາກສະໜາມ ເພື່ອຕິດຕາມ, ເຝົ້າລະວັງສັດຕູພືດ ຕາມເຕັກນິກວິຊາການ ດ້ວຍການນຳໃຊ້ຂໍ້ມູນສັດຕູພືດ ໃນການພະຍາກອນ ຫຼື ຄາດຄະເນ ການແພ່ລະບາດ ແລະ ແຈ້ງເຕືອນໃຫ້ແກ່ຊາວກະສິກອນ ເພື່ອກຽມພ້ອມຮັບມື ແລະ ເລືອກວິທີການທີ່ເໝາະສົມ ໃນການປ້ອງກັນ ແລະ ກຳຈັດ ສັດຕູພືດ.
第ມາດຕາ 9条
第9条 害虫调查
害虫调查是指通过观察植物和害虫的症状特征,对害虫进行识别和基础诊断,以了解危害原因,并将该信息用于建立害虫名录数据库、传播扩散以及寻找适当的防治和消灭方法。
ພາສາລາວ (老挝语原文)
ມາດຕາ 9 ການວິໄຈສັດຕູພືດ
ການວິໄຈສັດຕູພືດ ແມ່ນ ການຈຳແນກສັດຕູພືດ ແລະ ການວິນິໄສສັດຕູພືດຂັ້ນພື້ນຖານ ດ້ວຍການສັງເກດລັກສະນະອາການຂອງພືດ ແລະ ສັດຕູພືດ ເພື່ອໃຫ້ຮູ້ສາເຫດການທຳລາຍ ແລະ ນຳໃຊ້ຂໍ້ມູນດັ່ງກ່າວ ເຂົ້າໃນການສ້າງຖານຂໍ້ມູນ ບັນຊີສັດຕູພືດ, ການແພ່ລະບາດ ແລະ ຫາວິທີການປ້ອງກັນ ແລະ ກຳຈັດທີ່ເໝາະສົມ.
第ມາດຕາ 10条
第10条 标本保存与害虫数据库建立
标本保存是指收集证据,包含害虫的详细信息,以作为科学依据,证明在调查区域内发现某种害虫及其该种害虫的传播情况。
害虫数据库建立是指将害虫种类的研究结果及调查详情录入计算机程序,作为用于害虫发生预测和估计的基础数据,以便在害虫爆发前提供重要预警信息。
ພາສາລາວ (老挝语原文)
ມາດຕາ 10 ການເກັບຮັກສາຕົວຢ່າງ ແລະ ສ້າງຖານຂໍ້ມູນສັດຕູພືດ
ການເກັບຮັກສາຕົວຢ່າງ ແມ່ນ ການເກັບຫຼັກຖານ, ມີຂໍ້ມູນລະອຽດຂອງສັດຕູພືດ ເພື່ອໃຊ້ເປັນບ່ອນອີງຕ້ານວິທະຍາສາດ ວ່າພົບໃນພື້ນທີ່ລົງສຳຫຼວດສັດຕູພືດຊະນິດໃດຫຶ່ງ ແລະ ການແພ່ລະບາດຂອງສັດຕູພືດຊະນິດນັ້ນໆ.
ການສ້າງຖານຂໍ້ມູນສັດຕູພືດ ແມ່ນ ການເອົາຜົນການວິໄຈຊະນິດສັດຕູພືດ ແລະ ລາຍລະອຽດຂອງການສຳຫຼວດ ຈົດເຂົ້າບັນທຶກໄວ້ໃນໂປຼແກັ້ມຄອມພີວເຕີ ຊຶ່ງເປັນຂໍ້ມູນພື້ນຖານສຳລັບນຳໃຊ້ເຂົ້າໃນການພະຍາກອນ ແລະ ຄາດຄະເນການລະບາດສັດຕູພືດ ເພື່ອເປັນຂໍ້ມູນສຳຄັນໃນການແຈ້ງເຕືອນກ່ອນເກີດການລະບາດ.
第ມາດຕາ 11条
第11条 虫害爆发预警
虫害爆发预警是指发布关于季节性虫害传播状况的新闻和通知,并制定关于预防和消灭虫害的指导建议,通过使用各区域每个生产季节的虫害预防和控制技术,通过手册、传单、海报和当地新闻媒体提供指导。
ພາສາລາວ (老挝语原文)
ມາດຕາ 11 ການແຈ້ງເຕືອນການລະບາດຂອງສັດຕູພືດ
ການແຈ້ງເຕືອນການລະບາດຂອງສັດຕູພືດ ແມ່ນ ການອອກຂ່າວ, ແຈ້ງການ ຂອງສະພາບການແພ່ລະບາດສັດຕູພືດ ປະຈຳລະດູການ ແລະ ກຳນົດຂໍ້ແນະນຳ ກ່ຽວກັບ ການປ້ອງກັນ ແລະ ກຳຈັດສັດຕູພືດ ດ້ວຍການນຳໃຊ້ເຕັກນິກການປ້ອງກັນ ແລະ ຄວບຄຸມສັດຕູພືດ ໃນແຕ່ລະຊ່ວງລະດູການຜະລິດ ຂອງແຕ່ລະເຂດ ໂດຍໃຫ້ຄຳແນະນຳຜ່ານ ຄູ່ມື, ແຜ່ນພັບ, ໂປສເຕີ ແລະ ສື່ຂ່າວທ້ອງຖິ່ນ.
第ມາດຕາ 12条
第12条 生产要素的测试与研究
生产要素的测试是指对生产要素的质量和标准进行测试,包括用于农业生产的快速检测基础农业化学残留物,如肥料、农药、植物品种,以确保这些生产要素安全、无有害残留物,并具有有效促进植物良好生长的效能。
生产要素的研究是指使用现代化仪器按照国际标准ISO/IEC 17025或区域和国际实验室的良好操作规范进行定量分析。
ພາສາລາວ (老挝语原文)
ມາດຕາ 12 ການທົດສອບ ແລະ ວິໄຈປັດໄຈການຜະລິດ
ການທົດສອບປັດໄຈການຜະລິດ ແມ່ນ ການທົດສອບຄຸນນະພາບ ແລະ ມາດຕະຖານຂອງປັດໄຈການຜະລິດ ລວມທັງສານຕົກຄ້າງເຄມີກະສິກຳຂັ້ນພື້ນຖານທີ່ອ່ານຜົນໄວ ຊຶ່ງນຳໃຊ້ເຂົ້າໃນການຜະລິດກະສິກຳ ເຊັ່ນ ຝຸ່ນ, ຢາປາບສັດຕູພືດ, ແນວພັນພືດ ເພື່ອໃຫ້ແນ່ໃຈວ່າປັດໄຈການຜະລິດເຫຼົານັ້ນ ມີຄວາມປອດໄພ, ປາດສະຈາກສານຕົກຄ້າງທີ່ເປັນອັນຕະລາຍ ແລະ ມີປະສິດທິພາບໃນການຊ່ວຍໃຫ້ພືດຈະເລີນເຕີບໂຕໄດ້ດີ.
ການວິໄຈປັດໄຈການຜະລິດ ແມ່ນ ການວິເຄາະທາງດ້ານປະລິມານ ດ້ວຍການນຳໃຊ້ເຄື່ອງມືທີ່ທັນສະໄໝ ຕາມມາດຕະຖານສາກົນ ISO/IEC 17025 ຫຼື ມາດຕະຖານປະຕິບັດທີ່ດີຂອງຫ້ອງວິໄຈ ພາກພື້ນ ແລະ ສາກົນ.
本页展示前 12 条,全文共 26 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读