ດຳລັດວ່າດ້ວຍ ນິຄົມອຸດສາຫະກຳ

工业园区令

Decree on Industrial Parks

ບົດສະຫຼຸບ

ກົດໝາຍສະບັບນີ້ຄຸ້ມຄອງການພັດທະນາ, ການລົງທຶນ, ການບໍລິຫານ ແລະ ການຕິດຕາມກວດກາເຂດອຸດສາຫະກຳ, ໂດຍມີຫຼັກການສຳຄັນໃນການກຳນົດຫຼັກການສ້າງຕັ້ງເຂດ, ສິດ ແລະ ໜ້າທີ່ຂອງຜູ້ພັດທະນາ ແລະ ຜູ້ລົງທຶນ, ພ້ອມທັງກົດລະບຽບກ່ຽວກັບພື້ນຖານໂຄງລ່າງ ແລະ ການນຳໃຊ້ທີ່ດິນ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 1 ຈຸດປະສົງ
ດຳລັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບນະໂຍບາຍໃນການພັດທະນາ, ຄຸ້ມຄອງ ແລະ ຕິດຕາມກວດກາ ນິຄົມອຸດສາຫະກຳ ເພື່ອສ້າງເງື່ອນໄຂເອື້ອອຳນວຍ ໃຫ້ແກ່ການເຄື່ອນໄຫວ ແລະ ການລົງທຶນໃນນິຄົມອຸດສາຫະກຳ ແນໃສ່ສົ່ງເສີມ ແລະ ພັດທະນາອຸດສາຫະກຳ ໃຫ້ຂະຫຍາຍຕົວຕາມທິດຫັນເປັນອຸດສາຫະກຳ, ທັນສະໄໝ, ສີຂຽວ ແລະ ຍືນຍົງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ເຂັ້ມແຂງ ແລະ ຖາວອນ.

ມາດຕາ ມາດຕາ 2

ມາດຕາ 2 ນິຄົມອຸດສາຫະກຳ
ນິຄົມອຸດສາຫະກຳ ແມ່ນ ຂອບເຂດພື້ນທີ່ ທີ່ໄດ້ຮັບອະນຸຍາດ ໃຫ້ພັດທະນາລະບົບໂຄງລ່າງພື້ນຖານ ດ້ານເຕັກນິກ ເຊັ່ນ: ລະບົບ ເສັ້ນທາງ, ໄຟຟ້າ, ນ້ຳປະປາ, ໂທລະຄົມມະນາຄົມ, ລະບາຍນ້ຳ, ບຳບັດສິ່ງເສດເຫຼືອ, ປ້ອງກັນນ້ຳຖ້ວມ, ອາຄານ, ທີ່ຢູ່ອາໄສ, ສາງ, ປ້ອງກັນອັກຄີໄພ ແລະ ສິ່ງອຳນວຍຄວາມສະດວກອື່ນ ທີ່ຈຳເປັນ ເພື່ອຮອງຮັບໃຫ້ແກ່ການລົງທຶນກິດຈະການໂຮງງານອຸດສາຫະກຳ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 64 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ