工业园区令

ດຳລັດວ່າດ້ວຍ ນິຄົມອຸດສາຫະກຳ

Decree on Industrial Parks

简介

该法规调整工业园区的开发、投资、管理与监督,核心是规定园区设立原则、开发商与投资者权利义务,以及基础设施和土地使用规则。

Summary

This regulation adjusts the development, investment, management, and supervision of industrial parks, with core content specifying principles for park establishment, rights and obligations of developers and investors, as well as infrastructure and land use rules.

ບົດສະຫຼຸບ

ກົດໝາຍສະບັບນີ້ຄຸ້ມຄອງການພັດທະນາ, ການລົງທຶນ, ການບໍລິຫານ ແລະ ການຕິດຕາມກວດກາເຂດອຸດສາຫະກຳ, ໂດຍມີຫຼັກການສຳຄັນໃນການກຳນົດຫຼັກການສ້າງຕັ້ງເຂດ, ສິດ ແລະ ໜ້າທີ່ຂອງຜູ້ພັດທະນາ ແລະ ຜູ້ລົງທຶນ, ພ້ອມທັງກົດລະບຽບກ່ຽວກັບພື້ນຖານໂຄງລ່າງ ແລະ ການນຳໃຊ້ທີ່ດິນ.

条文

第ມາດຕາ 1条

第1条 目的
本法令规定了关于工业区发展、管理和监督政策的原則、规章和措施,旨在为工业区的运营和投资创造有利条件,以促进和发展工业,使其朝着工业化、现代化、绿色和可持续的方向发展,为国家经济社会的发展做出贡献,使其强大和持久。

ພາສາລາວ (老挝语原文)

ມາດຕາ 1 ຈຸດປະສົງ
ດຳລັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບນະໂຍບາຍໃນການພັດທະນາ, ຄຸ້ມຄອງ ແລະ ຕິດຕາມກວດກາ ນິຄົມອຸດສາຫະກຳ ເພື່ອສ້າງເງື່ອນໄຂເອື້ອອຳນວຍ ໃຫ້ແກ່ການເຄື່ອນໄຫວ ແລະ ການລົງທຶນໃນນິຄົມອຸດສາຫະກຳ ແນໃສ່ສົ່ງເສີມ ແລະ ພັດທະນາອຸດສາຫະກຳ ໃຫ້ຂະຫຍາຍຕົວຕາມທິດຫັນເປັນອຸດສາຫະກຳ, ທັນສະໄໝ, ສີຂຽວ ແລະ ຍືນຍົງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ເຂັ້ມແຂງ ແລະ ຖາວອນ.

第ມາດຕາ 2条

第2条 工业区
工业区是指经批准开发技术基础设施的区域,如:道路系统、电力、自来水、电信、排水、废物处理、防洪、建筑物、住宅、仓库、消防及其他必要的便利设施,以支持工业工厂经营的投资。

ພາສາລາວ (老挝语原文)

ມາດຕາ 2 ນິຄົມອຸດສາຫະກຳ
ນິຄົມອຸດສາຫະກຳ ແມ່ນ ຂອບເຂດພື້ນທີ່ ທີ່ໄດ້ຮັບອະນຸຍາດ ໃຫ້ພັດທະນາລະບົບໂຄງລ່າງພື້ນຖານ ດ້ານເຕັກນິກ ເຊັ່ນ: ລະບົບ ເສັ້ນທາງ, ໄຟຟ້າ, ນ້ຳປະປາ, ໂທລະຄົມມະນາຄົມ, ລະບາຍນ້ຳ, ບຳບັດສິ່ງເສດເຫຼືອ, ປ້ອງກັນນ້ຳຖ້ວມ, ອາຄານ, ທີ່ຢູ່ອາໄສ, ສາງ, ປ້ອງກັນອັກຄີໄພ ແລະ ສິ່ງອຳນວຍຄວາມສະດວກອື່ນ ທີ່ຈຳເປັນ ເພື່ອຮອງຮັບໃຫ້ແກ່ການລົງທຶນກິດຈະການໂຮງງານອຸດສາຫະກຳ.

第ມາດຕາ 3条

第4条
词语解释
本政令中使用的词语含义如下:
开发商 指获得许可投资开发工业园区的法人;
投资者 指获得许可投资从事生产经营活动及配套活动的个人或法人,例如工业园区内的工业职业培训中心、商店、餐馆;
土地使用权证书 指由工业园区管理办公室颁发给投资者的工业园区内土地使用权证明文件,根据从开发商获得使用权的期限,具有依法有效使用的效力,即:可以出租、转让、转交、用作抵押担保等,依照土地法及相关法规的规定;
尾矿 指与废料混合的同一矿物的剩余部分,在勘探、生产和冶炼过程中无法完全回收;
伴生矿 指与主矿共生于同一矿石中的其他矿物,在勘探过程中无法分离的矿物组;
无机肥料 指通过化学合成过程获得的肥料,其中规定了植物的主要养分,例如氮(N)、磷(P)、钾(K);
产业链 指某一工业网络内相互关联的加工工业的生产和供应,其中一家工厂的产品供应给另一家工厂以加工成新产品;
工业园区连接基础设施 指连接工业园区与工业园区外任何地点的道路、电力、自来水、电信和排水系统,例如公路、运输站、机场、电站、自来水管道、水渠或大水道。

ພາສາລາວ (老挝语原文)

ມາດຕາ 4
ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍດັ່ງນີ້:
ຜູ້ພັດທະນາ ໝາຍເຖິງ ນິຕິບຸກຄົນທີ່ໄດ້ຮັບອະນຸຍາດໃຫ້ລົງທຶນພັດທະນານິຄົມອຸດສາຫະກຳ;
ຜູ້ລົງທຶນ ໝາຍເຖິງ ບຸກຄົນ ຫຼື ນິຕິບຸກຄົນທີ່ໄດ້ຮັບອະນຸຍາດໃຫ້ລົງທຶນດຳເນີນທຸລະກິດການຜະລິດ ແລະ ກິດຈະການອື່ນທີ່ອ້ອມຂ້າງ ເປັນຕົ້ນ ສູນຝຶກອົບຮົມວິຊາຊີບສຳລັບອຸດສາຫະກຳ, ຮ້ານຄ້າ, ຮ້ານອາຫານ ໃນນິຄົມອຸດສາຫະກຳ;
ໃບຢັ້ງຢືນສິດນຳໃຊ້ທີ່ດິນ ໝາຍເຖິງ ເອກະສານຢັ້ງຢືນສິດນຳໃຊ້ທີ່ດິນໃນນິຄົມອຸດສາຫະກຳ ທີ່ອອກໂດຍຫ້ອງການຄຸ້ມຄອງນິຄົມອຸດສາຫະກຳ ໃຫ້ຜູ້ລົງທຶນຕາມໄລຍະເວລາທີ່ໄດ້ຮັບສິດນຳໃຊ້ຈາກຜູ້ພັດທະນາ ຊຶ່ງມີຜົນສັກສິດນຳໃຊ້ຖືກຕ້ອງຕາມລະບຽບກົດໝາຍ ຄື: ສາມາດໃຫ້ເຊົ່າ, ມອບ, ໂອນຕໍ່, ນຳໃຊ້ເປັນຫຼັກຊັບຄຳປະກັນ ແລະ ອື່ນໆ ຕາມທີ່ກຳນົດໃນກົດໝາຍວ່າດ້ວຍທີ່ດິນ ແລະ ນິຕິກຳທີ່ກ່ຽວຂ້ອງ;
ຫາງແຮ່ ໝາຍເຖິງ ແຮ່ທາດດຽວກັນຈຳນວນໃດໜຶ່ງທີ່ຕົກເຫຼືອ, ເຈືອປົນກັບສິ່ງເສດເຫຼືອ ຊຶ່ງບໍ່ສາມາດເກັບກູ້ໄດ້ຫຼຸດຈາກການຊຸດຄົ້ນ, ການຜະລິດ ແລະ ການລ້າງກັ່ນ;
ແຮ່ຕິດພັນ ໝາຍເຖິງ ແຮ່ທາດອື່ນທີ່ຮວມມາໃນສິນແຮ່ດຽວກັນກັບແຮ່ຫຼັກ, ເປັນກຸ່ມແຮ່ທາດທີ່ບໍ່ສາມາດແຍກຈາກກັນໄດ້ ໃນຂະບວນການຊຸດຄົ້ນ;
ຝຸ່ນອະນົງຄະທາດ ໝາຍເຖິງ ຝຸ່ນທີ່ໄດ້ມາຈາກຂະບວນການສັງເຄາະທາງເຄມີ ທີ່ມີການກຳນົດທາດອາຫານຫຼັກຂອງພືດ ເປັນຕົ້ນ ທາດໄນໂຕຼເຈນ (N), ຟອສເຟດ (P), ໂປຕັສຊຽມ (K);
ຕ່ອງໂສ້ການຜະລິດ ໝາຍເຖິງ ການຜະລິດ ແລະ ການສະໜອງ ຂອງອຸດສາຫະກຳປຸງແຕ່ງ ທີ່ເປັນລະບົບເກາະກ້າຍກັນ ໃນກຸ່ມເຄືອຂ່າຍອຸດສາຫະກຳໃດໜຶ່ງ ຊຶ່ງຜະລິດຕະພັນຂອງໂຮງງານໜຶ່ງສະໜອງໃຫ້ໂຮງງານອື່ນ ເພື່ອປຸງແຕ່ງເປັນຜະລິດຕະພັນໃໝ່;
ໂຄງລ່າງພື້ນຖານເຊື່ອມຕໍ່ນິຄົມອຸດສາຫະກຳ ໝາຍເຖິງ ລະບົບ ເສັ້ນທາງ, ໄຟຟ້າ, ນ້ຳປະປາ, ໂທລະຄົມມະນາຄົມ ແລະ ລະບົບການລະບາຍນ້ຳ ທີ່ເຊື່ອມຕໍ່ນິຄົມອຸດສາຫະກຳກັບຈຸດໃດໜຶ່ງຢູ່ນອກນິຄົມອຸດສາຫະກຳ ເປັນຕົ້ນ ເສັ້ນທາງຫຼວງ, ສະຖານີຂົນສົ່ງ, ສະໜາມບິນ, ສະຖານີໄຟຟ້າ, ທໍ່ສົ່ງນ້ຳປະປາ, ຫ້ວຍນ້ຳ ຫຼື ຄອງນ້ຳໃຫຍ່.

第ມາດຕາ 4条

第5条 工业园区工作活动原则 工业园区的工作活动应遵循以下原则:

ພາສາລາວ (老挝语原文)

ມາດຕາ 5 ຫຼັກການເຄື່ອນໄຫວວຽກງານຂອງນິຄົມອຸດສາຫະກຳ ການເຄື່ອນໄຫວວຽກງານຂອງນິຄົມອຸດສາຫະກຳ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:

第ມາດຕາ 5条

第5条
符合法律、国家经济社会发展计划、工业与贸易发展计划以及工业区开发合同;
保障国家安全、工业区内的安宁与秩序;
保障绿色、可持续发展,使用环境友好型技术并减少温室气体排放,保护环境,促进和保护民族优良文化;
保障土地使用符合目标,按照土地分配总体规划、战略、部门和地方土地使用规划进行;
保障行政管理便利、快捷、安全、透明和现代化;
保障与相关部门、相关地方行政机构以及人民参与的协调配合。

ພາສາລາວ (老挝语原文)

ມາດຕາ 5
ສອດຄອງກັບກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນພັດທະນາອຸດສາຫະກຳ ແລະ ການຄ້າ ແລະ ສັນຍາພັດທະນານິຄົມອຸດສາຫະກຳ;
ຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນນິຄົມອຸດສາຫະກຳ;
ຮັບປະກັນການພັດທະນາຕາມທິດສີຂຽວ ແລະ ຍືນຍົງ, ນຳໃຊ້ເຕັກໂນໂລຊີທີ່ເປັນມິດກັບສິ່ງແວດລ້ອມ ແລະ ປ່ອຍທາດອາຍເຮືອນແກ້ວຕ່ຳ, ປົກປັກຮັກສາສິ່ງແວດລ້ອມ ແລະ ການສົ່ງເສີມ ແລະ ອະນຸລັກວັດທະນະທຳອັນດີງາມຂອງຊາດ;
ຮັບປະກັນການນຳໃຊ້ທີ່ດິນຖືກຕ້ອງຕາມເປົ້າໝາຍ ໂດຍສອດຄອງຕາມແຜນແມ່ບົດຈັດສັນທີ່ດິນ, ແຜນຍຸດທະສາດ, ແຜນການນຳໃຊ້ທີ່ດິນຂອງຂະແໜງການ ແລະ ທ້ອງຖິ່ນ;
ຮັບປະກັນການຄຸ້ມຄອງບໍລິຫານໃຫ້ມີຄວາມສະດວກ, ວ່ອງໄວ, ປອດໄພ, ໂປ່ງໃສ ແລະ ທັນສະໄໝ;
ຮັບປະກັນການປະສານສົມທົບກັບຂະແໜງການ, ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ແລະ ການມີສ່ວນຮ່ວມຂອງປະຊາຊົນ.

第ມາດຕາ 6条

第6条
工业园区的开发与投资

工业园区开发是指投资开发基础设施以支持在某一明确界定的区域内的投资,由开发商进行投资开发,然后吸引投资者根据各区域的特殊优势进行投资。

工业园区开发必须有明确的目标、清晰且适当的开发计划,并根据每个工业园区的规模和特殊优势进行。

工业园区可以在经济特区内或外设立,若在经济特区内设立,其设立和管理机制应遵循关于投资促进的法律和经济特区相关法规。在完成工业园区开发合同签署后,应提交至工业和贸易部以设立工业园区开发公司,并可依据本政令获得促进政策。

ພາສາລາວ (老挝语原文)

ມາດຕາ 6
ການພັດທະນາ ແລະ ການລົງທຶນ ໃນນິຄົມອຸດສາຫະກຳ

ການພັດທະນານິຄົມອຸດສາຫະກຳ ແມ່ນ ການລົງທຶນພັດທະນາໂຄງລ່າງພື້ນຖານ ເພື່ອຮອງຮັບການລົງທຶນ ຢູ່ໃນເຂດໃດໜຶ່ງ ໂດຍມີຂອບເຂດເນື້ອທີ່ຊັດເຈນ ຊຶ່ງມີຜູ້ພັດທະນາເປັນຜູ້ລົງທຶນພັດທະນາ ແລ້ວດຶງດູດນັກລົງທຶນເຂົ້າມາລົງທຶນຕາມຈຸດພິເສດຂອງແຕ່ລະເຂດ.

ການພັດທະນານິຄົມອຸດສາຫະກຳ ຕ້ອງມີວັດຖຸປະສົງ ຈະແຈ້ງ, ແຜນການພັດທະນາ ທີ່ຊັດເຈນ ແລະ ເໝາະສົມ ຕາມຂະໜາດ ແລະ ຈຸດພິເສດຂອງແຕ່ລະນິຄົມອຸດສາຫະກຳ.

ນິຄົມອຸດສາຫະກຳ ສ້າງຂຶ້ນຢູ່ໃນ ຫຼື ຢູ່ນອກເຂດເສດຖະກິດພິເສດ, ຖ້າສ້າງຂຶ້ນໃນເຂດເສດຖະກິດພິເສດ ກົນໄກການສ້າງຕັ້ງ ແລະ ການຄຸ້ມຄອງ ແມ່ນປະຕິບັດຕາມກົດໝາຍ ວ່າດ້ວຍການສົ່ງເສີມ ການລົງທຶນ ແລະ ນິຕິກຳກ່ຽວກັບເຂດເສດຖະກິດພິເສດ. ພາຍຫຼັງສຳເລັດການເຊັນສັນຍາ ພັດທະນານິຄົມອຸດສາຫະກຳ ແລ້ວ ສະເໜີເຖິງກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອສ້າງຕັ້ງ ບໍລິສັດ ພັດທະນານິຄົມອຸດສາຫະກຳ ແລະ ສາມາດໄດ້ຮັບນະໂຍບາຍສົ່ງເສີມຕາມດຳລັດສະບັບນີ້.

第ມາດຕາ 7条

第7条
工业园区的标准
工业园区具有以下标准:
1. 拥有三十公顷以上的土地面积;
2. 拥有道路、电力、自来水、电信系统;
3. 拥有办公室、办公场所、仓库、工业职业培训中心、住宅、商店和餐厅;
4. 废物处理和清除系统、排水和防洪系统;
5. 安全防护系统,包括防火、出入监控、符合标准的围栏或围墙;
6. 拥有其他必要的便利设施。

ພາສາລາວ (老挝语原文)

ມາດຕາ 7
ມາດຕະຖານຂອງນິຄົມອຸດສາຫະກຳ
ນິຄົມອຸດສາຫະກຳ ມີມາດຕະຖານ ດັ່ງນີ້:
1. ມີເນື້ອທີ່ດິນ ສາມສິບ ເຮັກຕາ ຂຶ້ນໄປ;
2. ມີລະບົບ ເສັ້ນທາງ, ໄຟຟ້າ, ນ້ຳປະປາ, ໂທລະຄົມມະນາຄົມ;
3. ມີສຳນັກງານ, ຫ້ອງການ, ສາງ, ສູນຝຶກອົບຮົມວິຊາຊີບ ສຳລັບອຸດສາຫະກຳ, ທີ່ຢູ່ອາໄສ, ຮ້ານຄ້າ ແລະ ຮ້ານອາຫານ;
4. ລະບົບ ບຳບັດ ແລະ ກຳຈັດສິ່ງເສດເຫຼືອ, ລະບາຍນ້ຳ ແລະ ປ້ອງກັນນ້ຳຖ້ວມ;
5. ລະບົບການປ້ອງກັນຄວາມປອດໄພ ເປັນຕົ້ນ ການປ້ອງກັນອັກຄີໄພ, ການຕິດຕາມ ການເຂົ້າ-ອອກ, ຮົ້ວ ຫຼື ກຳແພງ ທີ່ໄດ້ມາດຕະຖານ;
6. ມີສິ່ງອຳນວຍຄວາມສະດວກອື່ນ ທີ່ຈຳເປັນ.

第ມາດຕາ 8条

第8条 工业开发区投资形式
工业开发区投资有三种形式:
1. 私人投资百分之百;
2. 国家投资百分之百;
3. 国家与其他部门合资。

ພາສາລາວ (老挝语原文)

ມາດຕາ 8 ຮູບການການລົງທຶນພັດທະນານິຄົມອຸດສາຫະກຳ
ການລົງທຶນພັດທະນານິຄົມອຸດສາຫະກຳ ມີ ສາມ ຮູບການ ຄື:
1. ເອກະຊົນລົງທຶນ ຮ້ອຍສ່ວນຮ້ອຍ;
2. ລັດລົງທຶນ ຮ້ອຍສ່ວນຮ້ອຍ;
3. ລັດຮ່ວມທຶນ ກັບພາກສ່ວນອື່ນ.

第ມາດຕາ 9条

第9条 私人投资百分之百
私人投资百分之百是指国内私人、外国私人或国有企业单独投资或合资开发工业园。

ພາສາລາວ (老挝语原文)

ມາດຕາ 9 ເອກະຊົນລົງທຶນ ຮ້ອຍສ່ວນຮ້ອຍ
ເອກະຊົນລົງທຶນ ຮ້ອຍສ່ວນຮ້ອຍ ແມ່ນການລົງທຶນຂອງເອກະຊົນ ພາຍໃນ, ເອກະຊົນ ຫຼື ລັດວິສາຫະກິດ ຕ່າງປະເທດ ໂດຍມີຜູ້ລົງທຶນພຽງຜູ້ດຽວ ຫຼື ມີການຮ່ວມທຶນກັນ ເພື່ອພັດທະນານິຄົມອຸດສາຫະກຳ.

第ມາດຕາ 10条

第10条 国家百分之百投资
国家百分之百投资是指仅由国家预算进行的投资,以发展工业区。

ພາສາລາວ (老挝语原文)

ມາດຕາ 10 ລັດລົງທຶນ ຮ້ອຍສວນຮ້ອຍ
ລັດລົງທຶນຮ້ອຍສວນຮ້ອຍ ແມ່ນການລົງທຶນດ້ວຍງົບປະມານຂອງລັດແຕ່ພຽງຜູ້ດຽວ ເພື່ອພັດທະນານິຄົມອຸດສາຫະກຳ.

第ມາດຕາ 11条

第11条 国家与其它方合资
国家与其它方合资是指老挝人民民主共和国政府与国内私营部门、外国私营部门或外国国有企业之间的投资,以发展工业园区。

ພາສາລາວ (老挝语原文)

ມາດຕາ 11 ລັດຮວມທຶນກັບພາກສ່ວນອື່ນ
ລັດຮວມທຶນກັບພາກສ່ວນອື່ນ ແມ່ນການລົງທຶນລະຫວ່າງ ລັດຖະບານ ສປປ ລາວ ກັບ ເອກະຊົນພາຍໃນ, ເອກະຊົນ ຫຼື ລັດວິສາຫະກິດຕ່າງປະເທດ ເພື່ອພັດທະນານິຄົມອຸດສາຫະກຳ.

第ມາດຕາ 12条

第12条 工业园开发提案
工业园开发提案包括以下步骤:

1. 向工业和贸易部提交,以便审议签署谅解备忘录,开展工业园开发的可行性研究,并附上本法令第15条第1款规定的文件;

2. 向投资促进委员会提交,以便审议签署工业园开发合同,并附上本法令第15条第2款规定的文件;

3. 向工业和贸易部提交,以便设立工业园开发公司,并附上本法令第15条第3款规定的文件。

ພາສາລາວ (老挝语原文)

ມາດຕາ 12 ການສະເໜີພັດທະນານິຄົມອຸດສາຫະກຳ
ການສະເໜີພັດທະນານິຄົມອຸດສາຫະກຳ ປະກອບມີ ຂັ້ນຕອນ ດັ່ງນີ້:

1. ສະເໜີເຖິງ ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອພິຈາລະນາເຊັນບົດບັນທຶກຄວາມເຂົ້າໃຈ ດຳເນີນການສຶກສາຄວາມເປັນໄປໄດ້ ໃນການພັດທະນາ ນິຄົມອຸດສາຫະກຳ ໂດຍປະກອບເອກະສານ ຕາມຂໍ້ 1 ມາດຕາ 15 ຂອງດຳລັດສະບັບນີ້;

2. ສະເໜີເຖິງ ຄະນະກຳມະການສົ່ງເສີມການລົງທຶນ ເພື່ອພິຈາລະນາເຊັນສັນຍາ ພັດທະນານິຄົມອຸດສາຫະກຳ ໂດຍປະກອບເອກະສານ ຕາມຂໍ້ 2 ມາດຕາ 15 ຂອງດຳລັດສະບັບນີ້;

3. ສະເໜີເຖິງ ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອສ້າງຕັ້ງ ບໍລິສັດ ພັດທະນານິຄົມອຸດສາຫະກຳ ໂດຍປະກອບເອກະສານ ຕາມຂໍ້ 3 ມາດຕາ 15 ຂອງດຳລັດສະບັບນີ້.

本页展示前 12 条,全文共 64 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译