ກົດໝາຍວ່າດ້ວຍ ລະບົບການຊຳລະ (ສະບັບປັບປຸງ)

支付系统法(修订版)

Law on Payment System ( Amended )

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດການດຳເນີນງານ ແລະ ການຄຸ້ມຄອງລະບົບການຊຳລະເງິນ, ເພື່ອແນໃສ່ຮັບປະກັນຄວາມປອດໄພ, ປະສິດທິພາບ ແລະ ຄວາມໜ້າເຊື່ອຖືຂອງການເຮັດທຸລະກຳການຊຳລະເງິນ. ກົດໝາຍສະບັບນີ້ໃຊ້ບັງຄັບກັບຜູ້ໃຫ້ບໍລິການດ້ານການຊຳລະເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງ, ກຳນົດຂໍ້ກຳນົດກ່ຽວກັບການສ້າງຕັ້ງ, ການດຳເນີນງານ ແລະ ການຕິດຕາມກວດກາລະບົບການຊຳລະເງິນ, ພ້ອມທັງຄຸ້ມຄອງເຄື່ອງມືການຊຳລະເງິນ, ຂັ້ນຕອນການຫັກບັນຊີ ແລະ ມາດຕະການປ້ອງກັນຄວາມສ່ຽງ, ເພື່ອສົ່ງເສີມສະຖຽນລະພາບທາງດ້ານການເງິນ ແລະ ການພັດທະນາເສດຖະກິດ.

ມາດຕາ

ມາດຕາ 1

ມາດຕາ 1 (ປັບປຸງ) ຈຸດປະສົງ
ກົດໝາຍສະບັບນີ້ກຳນົດຫຼັກການ, ຂໍ້ກຳນົດ ແລະ ມາດຕະການໃນການຕິດຕາມ ແລະ ກຳກັບກິດຈະການລະບົບການຊຳລະເງິນ ເພື່ອຮັບປະກັນຄວາມຖືກຕ້ອງ, ສະດວກ, ວ່ອງໄວ, ປອດໄພ, ໂປ່ງໃສ, ທັນສະໄໝ ແລະ ມີປະສິດທິພາບ ໃນການດຳເນີນກິດຈະການຕ່າງໆ, ເພື່ອແນໃສ່ຮັກສາສະຖຽນລະພາບທາງດ້ານການເງິນ ແລະ ເງິນຕາ, ຮັບປະກັນຄວາມສາມາດໃນການສົ່ງເສີມການຄ້າ, ການບໍລິການ, ການລົງທຶນ, ການລວມເຂົ້າທາງດ້ານການເງິນ ແລະ ການເຊື່ອມໂຍງລະດັບພາກພື້ນ ແລະ ສາກົນ, ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2

ມາດຕາ 2 (ປັບປຸງ) ລະບົບການຊຳລະເງິນ
ລະບົບການຊຳລະເງິນ ໝາຍເຖິງ ກິດຈະກຳທັງໝົດທີ່ກ່ຽວຂ້ອງກັບການບໍລິການຊຳລະເງິນ ທີ່ດຳເນີນໂດຍອົງການປະຕິບັດງານລະບົບການຊຳລະເງິນ ແລະ ຜູ້ໃຫ້ບໍລິການຊຳລະເງິນ ຜ່ານເຄື່ອງມື, ຊ່ອງທາງ ແລະ ກົນໄກການຊຳລະເງິນ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 62 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ