公共工程与运输行业经营许可协议
ຂໍ້ຕົກລົງວ່າດ້ວຍ ການອະນຸຍາດດຳເນີນທຸລະກິດ ຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ
Agreement on Business Operation Licenses in the Public Works and Transport Sector
简介
该协议调整老挝境内公共工程与运输行业的经营许可,规定业务类型、受控与非受控清单,并明确许可申请与审批程序。
Summary
This agreement regulates business licenses in the public works and transport sector in Laos, specifying business types, controlled and non-controlled lists, and clarifying license application and approval procedures.
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງໃບອະນຸຍາດດຳເນີນທຸລະກິດໃນຂະແໜງວິສະວະກຳສາທາລະນະ ແລະ ຂົນສົ່ງພາຍໃນປະເທດລາວ, ກຳນົດປະເພດທຸລະກິດ, ບັນຊີຄວບຄຸມ ແລະ ບໍ່ຄວບຄຸມ, ພ້ອມທັງລະບຽບການຍື່ນຄຳຮ້ອງຂໍ ແລະ ອະນຸມັດໃບອະນຸຍາດ.
条文
第ມາດຕາ 1条
第2条 公共工程和运输行业经营许可
公共工程和运输行业经营许可是指允许个人、法人及组织在公共工程和运输行业内开展经营活动,确保其符合法律和法规规定的企业规模、类型、投资形式及服务范围。
ພາສາລາວ (老挝语原文)
ມາດຕາ 2 ການອະນຸຍາດດຳເນີນທຸລະກິດຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ
ການອະນຸຍາດດຳເນີນທຸລະກິດຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ ແມ່ນການອອກອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ເຄື່ອນໄຫວດຳເນີນທຸລະກິດ ທີ່ຂຶ້ນກັບຂະແໜງການໂຍທາທິການ ແລະ ຂົນສົ່ງ ໃຫ້ຖືກຕ້ອງຕາມຂະໜາດ, ປະເພດ ແລະ ຮູບການການລົງທຶນຂອງທຸລະກິດ ແລະ ຂອບເຂດການບໍລິການ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.
第ມາດຕາ 2条
第3条 词语解释
本协议中使用的词语具有以下含义:
1. 道路业务 指从事勘察设计、咨询服务、建筑材料研究、道路建设承包、道路维护保养和维修以及与道路相关的其他业务的服务型企业;
2. 建筑施工业务 指从事勘察设计、建筑材料研究、咨询、建筑施工承包、建筑物维修、扩建、修复、重建以及与建筑施工相关的其他业务的服务型企业;
3. 铁路业务 指从事勘察设计、咨询服务、建筑材料研究、铁路建设承包、维护保养和维修、铁路标志、信号灯、交通标志的生产、安装和维修、铁路货物分拨中心、铁路物流区、铁路售票、铁路票务代理、铁路运输服务、机车、车厢、铁路设备的维修以及与铁路相关的其他业务的服务型企业;
4. 陆路交通业务 指从事驾驶培训、标志、信号灯、交通标志的生产以及与陆路交通相关的其他业务的服务型企业;
5. 陆路运输业务 指从事客运、客运站、客车售票、租车、货物运输和配送、货运站、货物分拨中心、控制、仓储、包装、装卸、运输管理以及与陆路运输相关的其他业务的服务型企业;
6. 陆路车辆业务 指从事车辆进出口、生产和组装、测试中心、技术检查中心、汽车修理厂以及与陆路车辆相关的其他业务的服务型企业;
7. 水路业务 指从事客货运输、水路物流、勘察设计、咨询服务、建筑材料研究、水路基础设施建设承包、维护保养和维修、修船厂、船舶租赁、售票和票务代理、河道建筑材料开采以及与水路相关的其他业务的服务型企业;
8. 自来水业务 指从事自来水建设、维护保养和服务、自来水基础设施改造和发展、污水处理建设以及与自来水相关的其他业务的服务型企业;
9. 住宅业务 指从事住宅分配、建设、开发、住宅采购和服务、住宅维修、扩建、修复、重建、销售、租赁、租购以及与住宅相关的其他业务的服务型企业。
ພາສາລາວ (老挝语原文)
ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ທຸລະກິດກ່ຽວກັບທາງຫຼວງ ໝາຍເຖິງ ຫົວໜ່ວຍທຸລະກິດບໍລິການ ດ້ານການສຳຫຼວດ-ອອກແບບ, ບໍລິການທີ່ປຶກສາ, ວິໄຈວັດສະດຸກໍ່ສ້າງ, ຮັບເໝົາກໍ່ສ້າງ, ບູລະນະຮັກສາ-ສ້ອມແປງ ທາງຫຼວງ ແລະ ທຸລະກິດອື່ນທີ່ກ່ຽວຂ້ອງກັບທາງຫຼວງ;
2. ທຸລະກິດກ່ຽວກັບການກໍ່ສ້າງເຄຫາສະຖານ ໝາຍເຖິງ ຫົວໜ່ວຍທຸລະກິດບໍລິການ ດ້ານການສຳຫຼວດ-ອອກແບບ, ວິໄຈວັດສະດຸກໍ່ສ້າງ, ທີ່ປຶກສາ, ຮັບເໝົາກໍ່ສ້າງເຄຫາສະຖານ, ບູລະນະສ້ອມແປງ-ຕໍ່ເຕີມ-ຟື້ນຟູ-ປະຕິສັງຂອນ ແລະ ທຸລະກິດອື່ນກ່ຽວກັບການກໍ່ສ້າງເຄຫາສະຖານ;
3. ທຸລະກິດກ່ຽວກັບການລົດໄຟ ໝາຍເຖິງ ຫົວໜ່ວຍທຸລະກິດບໍລິການ ດ້ານການສຳຫຼວດ-ອອກແບບ, ບໍລິການທີ່ປຶກສາ, ວິໄຈວັດສະດຸກໍ່ສ້າງ, ຮັບເໝົາກໍ່ສ້າງ-ບູລະນະຮັກສາ-ສ້ອມແປງ ທາງລົດໄຟ, ຜະລິດ-ຕິດຕັ້ງ-ສ້ອມແປງປ້າຍ-ໄຟສັນຍານ-ເຄື່ອງໝາຍຈະລາຈອນ ທາງລົດໄຟ, ສູນແຈກຢາຍສິນຄ້າລົດໄຟ, ເຂດໂລຊິດສະຕິກລົດໄຟ, ຂາຍປີ້ລົດໄຟ-ຕົວແທນຂາຍປີ້ລົດໄຟ, ບໍລິການຂົນສົ່ງທາງລົດໄຟ, ສ້ອມແປງຫົວຈັກ-ຕູ້-ອຸປະກອນ ລົດໄຟ ແລະ ທຸລະກິດອື່ນກ່ຽວກັບການລົດໄຟ;
4. ທຸລະກິດກ່ຽວກັບການຈະລາຈອນທາງບົກ ໝາຍເຖິງ ຫົວໜ່ວຍທຸລະກິດບໍລິການ ສອນຂັບລົດ, ຜະລິດປ້າຍ, ໄຟສັນຍານ, ເຄື່ອງໝາຍຈະລາຈອນ ແລະ ທຸລະກິດອື່ນທີ່ກ່ຽວຂ້ອງການຈະລາຈອນທາງບົກ;
5. ທຸລະກິດກ່ຽວກັບຂົນສົ່ງທາງບົກ ໝາຍເຖິງ ຫົວໜ່ວຍທຸລະກິດບໍລິການ ດ້ານການຂົນສົ່ງຜູ້ໂດຍສານ, ສະຖານີຂົນສົ່ງໂດຍສານ, ຂາຍປີ້ລົດໂດຍສານ, ໃຫ້ເຊົ່າລົດ, ຂົນສົ່ງ-ຈັດສົ່ງສິນຄ້າ, ສະຖານີຂົນສົ່ງສິນຄ້າ, ສູນແຈກຢາຍສິນຄ້າ, ຄວບຄຸມ, ເກັບຮັກສາ, ຫຸ້ມຫໍ່, ຂຽນຖາຍ, ການຈັດການການຂົນສົ່ງ ແລະ ທຸລະກິດອື່ນກ່ຽວກັບການຂົນສົ່ງທາງບົກ;
6. ທຸລະກິດກ່ຽວກັບຍານພາຫະນະທາງບົກ ໝາຍເຖິງ ຫົວໜ່ວຍທຸລະກິດບໍລິການ ດ້ານການນຳເຂົ້າ-ສົ່ງອອກຍານພາຫະນະ, ຜະລິດ-ປະກອບ, ສູນທົດສອບ, ສູນກວດກາເຕັກນິກ, ອູສ້ອມແປງລົດ, ແລະ ທຸລະກິດອື່ນກ່ຽວກັບຍານພາຫະນະທາງບົກ;
7. ທຸລະກິດກ່ຽວກັບການທາງນໍ້າ ໝາຍເຖິງ ຫົວໜ່ວຍທຸລະກິດບໍລິການ ດ້ານການຂົນສົ່ງຜູ້ໂດຍສານ-ສິນຄ້າ, ໂລຊິດສະຕິກທາງນໍ້າ, ສຳຫຼວດ-ອອກແບບ, ບໍລິການທີ່ປຶກສາ, ວິໄຈວັດສະດຸກໍ່ສ້າງ, ຮັບເໝົາກໍ່ສ້າງ-ບູລະນະຮັກສາ-ສ້ອມແປງໂຄງລ່າງພື້ນຖານທາງນໍ້າ, ອູຕໍ່ເຮືອ, ໃຫ້ເຊົ່າເຮືອ, ຂາຍປີ້-ຕົວແທນຂາຍປີ້, ຂຸດຄົ້ນວັດສະດຸກໍ່ສ້າງຕາມແມ່ນໍ້າ ແລະ ທຸລະກິດອື່ນກ່ຽວກັບການທາງນໍ້າ;
8. ທຸລະກິດກ່ຽວກັບນໍ້າປະປາ ໝາຍເຖິງ ຫົວໜ່ວຍທຸລະກິດບໍລິການ ດ້ານການກໍ່ສ້າງ ບູລະນະຮັກສາ ແລະ ການບໍລິການ ນໍ້າປະປາ, ປັບປຸງພັດທະນາໂຄງລ່າງພື້ນຖານນໍ້າປະປາ, ການກໍ່ສ້າງ ແລະ ບຳບັດນໍ້າເປື້ອນ, ທຸລະກິດອື່ນທີ່ກ່ຽວກັບນໍ້າປະປາ;
9. ທຸລະກິດກ່ຽວກັບທີ່ຢູ່ອາໄສ ໝາຍເຖິງ ຫົວໜ່ວຍທຸລະກິດບໍລິການ ດ້ານການຈັດສັນ-ປຸກສ້າງ-ພັດທະນາທີ່ຢູ່ອາໄສ, ຈັດຫາ-ບໍລິການທີ່ຢູ່ອາໄສ, ບູລະນະສ້ອມແປງ-ຕໍ່ເຕີມ-ຟື້ນຟູ-ປະຕິສັງຂອນ, ຂາຍ, ເຊົ່າ-ເຊົ່າຊື້ ແລະ ທຸລະກິດອື່ນກ່ຽວກັບທີ່ຢູ່ອາໄສ.
第ມາດຕາ 3条
第3条 适用范围
本协议适用于在老挝人民民主共和国境内从事与公共工程和运输部门业务经营相关的个人、法人及组织,无论是国内还是国外的。
ພາສາລາວ (老挝语原文)
ມາດຕາ 3 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນ ແລະ ເຄື່ອນໄຫວ ກ່ຽວກັບການດຳເນີນທຸລະກິດ ຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ ໃນ ສປປ ລາວ.
第ມາດຕາ 4条
第4条 一般投资业务类型
一般投资业务有以下两种类型:
1. 受控清单中的业务;
2. 不在受控清单中的业务。
ພາສາລາວ (老挝语原文)
ມາດຕາ 4 ປະເພດທຸລະກິດການລົງທຶນທົ່ວໄປ
ທຸລະກິດການລົງທຶນທົ່ວໄປ ມີ ສອງ ປະເພດ ດັ່ງນີ້:
1. ທຸລະກິດໃນບັນຊີຄວບຄຸມ;
2. ທຸລະກິດບໍ່ຢູ່ໃນບັນຊີຄວບຄຸມ.
第ມາດຕາ 5条
第5条 受控清单中的业务
受控清单中的业务是指对国家安全、安全、秩序、民族优良风俗习惯、社会、环境和自然具有风险的活动类型,必须在颁发营业执照前经过各相关司局和其他部门的审议。
ພາສາລາວ (老挝语原文)
ມາດຕາ 5 ທຸລະກິດໃນບັນຊີຄວບຄຸມ
ທຸລະກິດໃນບັນຊີຄວບຄຸມ ແມ່ນ ປະເພດກິດຈະການ ທີ່ມີຄວາມສ່ຽງຕໍ່ ຄວາມໝັ້ນຄົງຂອງຊາດ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ຮີດຄອງປະເພນີອັນດີງາມຂອງຊາດ, ສັງຄົມ, ສິ່ງແວດລ້ອມ ແລະ ທຳມະຊາດ ຊຶ່ງຕ້ອງຜ່ານການພິຈາລະນາຈາກ ບັນດາກົມ ແລະ ຂະແໜງການອື່ນ ທີ່ກ່ຽວຂ້ອງ ກ່ອນ ການອອກໃບອະນຸຍາດດຳເນີນທຸລະກິດ.
第ມາດຕາ 6条
第6条 非管控清单业务
非管控清单业务是指对国家安全、安全、社会秩序、民族优良风俗习惯、社会、环境和自然没有影响的一般投资开放活动。在公共工程和运输部的部、省、首都和县级别设立的一站式投资服务办公室,可以根据公共工程和运输部一站式投资服务组织实施委员会的调研审议,颁发营业执照。
ພາສາລາວ (老挝语原文)
ມາດຕາ 6 ທຸລະກິດບໍ່ຢູ່ໃນບັນຊີຄວບຄຸມ
ທຸລະກິດບໍ່ຢູ່ໃນບັນຊີຄວບຄຸມ ແມ່ນ ບັນດາກິດຈະການເປີດກວ້າງການລົງທຶນທົ່ວໄປ ທີ່ບໍ່ ມີຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຮີດຄອງປະເພນີອັນດີງາມຂອງຊາດ, ສັງຄົມ, ສິ່ງແວດລ້ອມ ແລະ ທຳມະຊາດ. ຊຶ່ງຫ້ອງການລົງທຶນປະຕູດຽວ ທີ່ໄດ້ຮັບການແຕ່ງຕັ້ງໃນຂັ້ນກະຊວງ, ແຂວງ, ນະຄອນຫຼວງ ແລະ ເມືອງ ຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ ສາມາດອອກໃບອະນຸຍາດດຳເນີນທຸລະກິດ ຕາມການຄົ້ນຄວ້າພິຈາລະນາຂອງຄະນະຮັບຜິດຊອບການຈັດຕັ້ງປະຕິບັດບໍລິການລົງທຶນປະຕູດຽວ ຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ.
第ມາດຕາ 7条
第7条 公共工程和运输部门的业务类型
公共工程和运输部门的业务有以下九种:
公路业务;
房屋建筑业务;
铁路业务;
陆路交通业务;
陆路运输业务;
陆路车辆业务;
水路业务;
自来水业务;
住房业务。
ພາສາລາວ (老挝语原文)
ມາດຕາ 7 ປະເພດທຸລະກິດຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ
ທຸລະກິດຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ ມີ ເກົ້າ ປະເພດ ດັ່ງນີ້:
ທຸລະກິດກ່ຽວກັບທາງຫຼວງ;
ທຸລະກິດກ່ຽວກັບການກໍ່ສ້າງເຄຫາສະຖານ;
ທຸລະກິດກ່ຽວກັບການລົດໄຟ;
ທຸລະກິດກ່ຽວກັບການຈະລາຈອນທາງບົກ;
ທຸລະກິດກ່ຽວກັບການຂົນສົ່ງທາງບົກ;
ທຸລະກິດກ່ຽວກັບຍານພາຫະນະທາງບົກ;
ທຸລະກິດກ່ຽວກັບການທາງນໍ້າ;
ທຸລະກິດກ່ຽວກັບນໍ້າປະປາ;
ທຸລະກິດກ່ຽວກັບທີ່ຢູ່ອາໄສ.
第ມາດຕາ 8条
第8条 受控清单业务经营许可申请
有意在属于公共工程与运输部门的受控清单中经营业务的个人、法人实体和组织,必须按照规定的表格向投资办公室提交申请,以根据政府各时期的划分管理申请投资许可证。
公共工程与运输部门的一站式投资服务实施负责委员会,与相关各司和部门协调,研究并提出意见,然后向公共工程与运输部部长报告,以在考虑颁发业务经营许可证之前寻求指导。
ພາສາລາວ (老挝语原文)
ມາດຕາ 8 ການຂໍອະນຸຍາດດຳເນີນທຸລະກິດໃນບັນຊີຄວບຄຸມ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງ ດຳເນີນທຸລະກິດໃນບັນຊີຄວບຄຸມທີ່ຂຶ້ນກັບ
ຂະແໜງການໂຍທາທິການ ແລະ ຂົນສົ່ງ ຕ້ອງຍື່ນຄຳຮ້ອງຕາມແບບພິມຕໍ່ ຫ້ອງການການລົງທຶນ ເພື່ອຂໍໃບ
ອະນຸຍາດລົງທຶນ ຕາມການແບ່ງ ຄຸ້ມຄອງໃນແຕ່ລະໄລຍະຂອງລັດຖະບານ.
ຄະນະຮັບຜິດຊອບການຈັດຕັ້ງປະຕິບັດບໍລິການລົງທຶນປະຕູດຽວ ຂອງຂະແໜງການໂຍທາທິການ
ແລະ ຂົນສົ່ງ ປະສານສົມທົບກັບ ບັນດາກົມ ແລະ ຂະແໜງການອື່ນ ທີ່ກ່ຽວຂ້ອງ ຄົ້ນຄວ້າມີຄຳເຫັນ, ແລ້ວ
ລາຍງານຕໍ່ ທ່ານ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອຂໍທິດຊີ້ນຳກ່ອນການພິຈາລະນາອອກ
ໃບອະນຸຍາດດຳເນີນທຸລະກິດ.
第ມາດຕາ 9条
第9条 申请经营不在控制清单中的业务
有意经营不在控制清单中的业务的个人、法人或组织,必须按照规定的表格向中央、省或县级的公共工程与运输部门的一站式投资服务办公室提交申请,根据业务的规模、类型和投资形式。
中央、省或县级的公共工程与运输部门的一站式投资服务办公室可以根据一站式投资实施委员会的审议结果颁发经营许可证。
ພາສາລາວ (老挝语原文)
ມາດຕາ 9 ການຂໍອະນຸຍາດດຳເນີນທຸລະກິດບໍ່ຢູ່ໃນບັນຊີຄວບຄຸມ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງ ດຳເນີນທຸລະກິດບໍ່ຢູ່ໃນບັນຊີຄວບຄຸມ ຕ້ອງ ຍື່ນຄຳຮ້ອງຕາມແບບພິມຕໍ່ ຫ້ອງການລົງທຶນປະຕູດຽວ ຂັ້ນສູນກາງ, ແຂວງ ຫຼື ເມືອງ ຂອງຂະແໜງການ ໂຍທາທິການ ແລະ ຂົນສົ່ງ ຕາມ ຂະໜາດ, ປະເພດ ແລະ ຮູບການລົງທຶນຂອງທຸລະກິດ.
ຫ້ອງການລົງທຶນປະຕູດຽວ ຂັ້ນສູນກາງ, ແຂວງ ຫຼື ເມືອງ ຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ ສາມາດອອກໃບອະນຸຍາດດຳເນີນທຸລະກິດ ຕາມການຄົ້ນຄວ້າພິຈາລະນາຂອງຄະນະຮັບຜິດຊອບ ການຈັດຕັ້ງປະຕິບັດລົງທຶນປະຕູດຽວ.
第ມາດຕາ 10条
第10条 申请经营业务的条件
申请经营公共工程和运输部门的业务,必须具备以下条件:
1. 有企业登记证;
2. 有具备与其业务类型相适应的知识、能力和经验的人员;
3. 有与其业务类型相适应的办公室或建筑物、设备和车辆;
4. 有与各类别和规模的活动相适应的资金;
5. 有其他根据各类业务规定的条件。
ພາສາລາວ (老挝语原文)
ມາດຕາ 10 ເງື່ອນໄຂການຂໍອະນຸຍາດດຳເນີນທຸລະກິດ
ການຂໍອະນຸຍາດດຳເນີນທຸລະກິດ ຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ ຕ້ອງມີເງື່ອນໄຂ ດັ່ງນີ້:
1. ມີໃບທະບຽນວິສາຫະກິດ;
2. ມີບຸກຄະລາກອນ ທີ່ມີຄວາມຮູ້ ຄວາມສາມາດ ແລະ ປະສົບການທີ່ເໝາະສົມ ກັບປະເພດທຸລະກິດ ຂອງຕົນ;
3. ມີສຳນັກງານ ຫຼື ສິ່ງປູກສ້າງ, ວັດຖຸອຸປະກອນ ແລະ ພາຫະນະ ຮັບໃຊ້ ທີ່ເໝາະສົມກັບປະເພດ ທຸລະກິດຂອງຕົນ;
4. ມີທຶນທີ່ເໝາະສົມກັບແຕ່ລະປະເພດ ແລະ ຂະໜາດຂອງກິດຈະການ;
5. ມີເງື່ອນໄຂອື່ນ ຕາມແຕ່ລະປະເພດຂອງທຸລະກິດ.
第ມາດຕາ 11条
第11条 申请经营许可证的文件
申请经营许可证必须提交以下文件:
按照格式填写的经营许可证申请书;
申请人身份证、户口簿或护照的复印件;
企业登记证复印件;
经营、生产或服务计划;
财务状况证明或金融机构的证明文件;
申请人3x4照片2张;
其他必要文件。
经营计划另行规定在单独的格式中。
ພາສາລາວ (老挝语原文)
ມາດຕາ 11 ເອກະສານປະກອບຂໍອະນຸຍາດດຳເນີນທຸລະກິດ
ການຂໍອະນຸຍາດດຳເນີນທຸລະກິດ ຕ້ອງປະກອບເອກະສານ ດັ່ງນີ້:
ໃບຄຳຮ້ອງ ຂໍອະນຸຍາດດຳເນີນທຸລະກິດ ຕາມແບບພິມ;
ສຳເນົາ ບັດປະຈຳຕົວ, ສຳມະໂນຄົວ ຫຼື ໜັງສືຜ່ານແດນ ຂອງຜູ້ຂໍອະນຸຍາດ;
ສຳເນົາໃບທະບຽນວິສາຫະກິດ;
ແຜນດຳເນີນທຸລະກິດ, ການຜະລິດ ຫຼື ບໍລິການ;
ໃບຢັ້ງຢືນຖານະການເງິນ ຫຼື ເອກະສານສະໜັບສະໜູນຈາກສະຖາບັນການເງິນ;
ຮູບຜູ້ຂໍອະນຸຍາດ 3x4 ຈຳນວນ 02 ໃບ;
ເອກະສານອື່ນ ຕາມຄວາມຈຳເປັນ.
ສຳລັບ ແຜນດຳເນີນທຸລະກິດ ໄດ້ກຳນົດໄວ້ໃນແບບພິມຕ່າງຫາກ.
第ມາດຕາ 12条
第12条 续期受控业务经营许可证
有意续期受控业务经营许可证的个人、法人或组织,必须按照本协议第16条的规定准备文件,并在经营许可证到期前向中央一站式投资办公室提交。
若经营许可证到期超过6个月,将被处以两倍的手续费和服务费罚款。
若经营许可证到期超过12个月,将被处以四倍的手续费和服务费罚款,并须按照本协议第12条的规定重新提交文件。
ພາສາລາວ (老挝语原文)
ມາດຕາ 12 ການຕໍ່ໃບອະນຸຍາດດຳເນີນທຸລະກິດໃນບັນຊີຄວບຄຸມ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງຕໍ່ໃບອະນຸຍາດດຳເນີນທຸລະກິດໃນບັນຊີຄວບຄຸມ ຕ້ອງປະກອບເອກະສານຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 16 ຂອງຂໍ້ຕົກລົງສະບັບນີ້ ແລ້ວຍື່ນຕໍ່ຫ້ອງງານລົງທຶນປະຕູດຽວ ຂັ້ນສູນກາງ ກ່ອນໃບອະນຸຍາດດຳເນີນທຸລະກິດໝົດອາຍຸ.
ກໍລະນີ ໃບອະນຸຍາດດຳເນີນທຸລະກິດ ໝົດອາຍຸກາຍ 06 ເດືອນ ຈະຖືກປັບໃໝສອງເທົ່າ ຂອງຄ່າທຳນຽມ ແລະ ບໍລິການ.
ກໍລະນີ ໃບອະນຸຍາດດຳເນີນທຸລະກິດ ໝົດອາຍຸກາຍ 12 ເດືອນ ຈະຖືກປັບໃໝສີ່ເທົ່າ ຂອງຄ່າທຳນຽມ ແລະ ບໍລິການ ພ້ອມທັງປະກອບເອກະສານຄືນໃໝ່ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 12 ຂອງຂໍ້ຕົກລົງສະບັບນີ້.
本页展示前 12 条,全文共 41 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读