ດຳລັດວ່າດ້ວຍ ຜູ້ອາຍຸສູງ
老年人令
Decree on the Elderly
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງການບໍລິຫານ ແລະ ຕິດຕາມວຽກງານຜູ້ສູງອາຍຸໃນລາວ, ເນັ້ນໃສ່ການປົກປ້ອງສິດຂອງພົນລະເມືອງທີ່ມີອາຍຸ 60 ປີຂຶ້ນໄປ, ກຳນົດນະໂຍບາຍແຫ່ງລັດ, ຫຼັກການເຮັດວຽກ ແລະ ຂອບເຂດການນຳໃຊ້.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ຈຸດປະສົງ
ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານຜູ້ອາຍຸສູງ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ດຳເນີນຢ່າງມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ອາຍຸສູງ, ໃຫ້ຜູ້ອາຍຸສູງໄດ້ຮັບການເບິ່ງແຍງ, ມີຊີວິດການເປັນຢູ່ທີ່ດີ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.
ມາດຕາ ມາດຕາ 2
ມາດຕາ 2 ຜູ້ອາຍຸສູງ
ຜູ້ອາຍຸສູງ ແມ່ນ ພົນລະເມືອງລາວ ທີ່ມີອາຍຸແຕ່ ຫົກສິບປີ ຂຶ້ນໄປ.
ມາດຕາ ມາດຕາ 3
ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍດັ່ງນີ້:
1. ຄອບຄົວ ໝາຍເຖິງ ຈຸລັງໜຶ່ງຂອງສັງຄົມ ຊຶ່ງມີ ຜົວ, ເມຍ, ລູກ ຫຼື ສະມາຊິກອື່ນໃນຄອບຄົວ ທີ່ມີສາຍພົວພັນຊຶ່ງກັນແລະກັນ ແລະ ດຳລົງຊີວິດຮ່ວມກັນ ໂດຍມີສຳມະໂນຄົວຢັ້ງຢືນຢ່າງຖືກຕ້ອງ;
2. ສັງຄົມ ໝາຍເຖິງ ການພົວພັນລະຫວ່າງ ຄົນກັບຄົນ, ກຸ່ມຄົນ, ຊຸມຊົນ ຫຼື ການຈັດຕັ້ງໃນສັງຄົມ;
3. ສັງຄົມອາຍຸສູງ ໝາຍເຖິງ ສັງຄົມທີ່ມີປະຊາກອນອາຍຸແຕ່ ຫົກສິບປີ ຂຶ້ນໄປ ກວມ ສິບ ສ່ວນຮ້ອຍຂຶ້ນໄປ ຂອງປະຊາກອນທັງໝົດ;
4. ການຮັກສາສຸຂະພາບ ໝາຍເຖິງ ຂະບວນການເຄື່ອນໄຫວ ເພື່ອຮັກສາສຸຂະພາບ ຂອງຜູ້ອາຍຸສູງ ໃນການເສີມສ້າງໃຫ້ຜູ້ອາຍຸສູງ ມີສຸຂະພາບທາງດ້ານ ຮ່າງກາຍ ແລະ ຈິດໃຈ ທີ່ສົມບູນຕາມໄວອາຍຸຂອງຜູ້ອາຍຸສູງ;
5. ສະຖານທີ່ສາທາລະນະ ໝາຍເຖິງ ສະຖານທີ່ທີ່ທຸກຄົນສາມາດເຂົ້າເຖິງ ແລະ ນຳໃຊ້ ເປັນຕົ້ນ ໂຮງໝໍ, ໂຮງຮຽນ, ວັດ, ສວນສາທາລະນະ, ແຫຼ່ງທ່ອງທ່ຽວ, ສະໜາມກິລາ, ສະໜາມບິນ, ສະຖານີລົດໂດຍສານ, ສະຖານີລົດໄຟ, ຕະຫຼາດ, ສະຖານທີ່ຈອດລົດ, ປ້ຳນ້ຳມັນ, ທະນາຄານ;
6. ການເຂົ້າເຖິງ ໝາຍເຖິງ ການໄດ້ຮັບການບໍລິການ ໂດຍປາສະຈາກການຂັດຂວາງ, ສິ່ງກີດຂວາງ ດ້ານສະພາບແວດລ້ອມ ແລະ ທັດສະນະຄະຕິ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 51 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ