ຂໍ້ຕົກລົງວ່າດ້ວຍ ລະບົບການໃຫ້ບໍລິການຊຳລະເງິນ

支付清算系统协议

Agreement on Payment and Settlement Systems

ບົດສະຫຼຸບ

ກົດໝາຍນີ້ຄຸ້ມຄອງກິດຈະການບໍລິການຊຳລະເງິນພາຍໃນ ແລະ ຕ່າງປະເທດຂອງລາວ, ສຳຄັນແມ່ນກຳນົດຫຼັກການ ແລະ ກົດລະບຽບການດຳເນີນງານຂອງລະບົບການບໍລິການຊຳລະເງິນ ເພື່ອຮັບປະກັນຄວາມໝັ້ນຄົງ ແລະ ປອດໄພ ພ້ອມທັງປົກປ້ອງສິດຜົນປະໂຫຍດຂອງຜູ້ໃຊ້ບໍລິການ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 4 ຈຸດປະສົງ
ຂໍຕົກລົງສະບັບນີ້ ກຳນົດ ຫຼັກການ ແລະ ລະບຽບການ ກ່ຽວກັບການເຄື່ອນໄຫວຂອງລະບົບການໃຫ້ບໍລິການ ຊຳລະເງິນ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີຄວາມໝັ້ນຄົງ, ປອດໄພ, ເຊື່ອຖືໄດ້ ແລະ ມີປະສິດທິພາບ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ໃຊ້ບໍລິການ ປະກອບສ່ວນເຂົ້າໃນການພັດທະນາລະບົບການຊຳລະ ຂອງ ສປປ ລາວ.

ມາດຕາ ມາດຕາ 2

ມາດຕາ 2 ລະບົບການໃຫ້ບໍລິການຊຳລະເງິນ
ລະບົບການໃຫ້ບໍລິການຊຳລະເງິນ ໝາຍເຖິງ ການໃຫ້ບໍລິການຊຳລະເງິນ ແລະ/ຫຼື ການໂອນເງິນ ຂອງຜູ້ໃຫ້ບໍລິການຊຳລະເງິນໃດໜຶ່ງ ເພື່ອຊຳລະ ຄ່າສິນຄ້າ, ຄ່າບໍລິການ, ໜີ້ສິນ ແລະ ພັນທະອື່ນ ຜ່ານເຄື່ອງມື, ຊ່ອງທາງ ແລະ ກົນໄກການຊຳລະ ທີ່ຖືກຕ້ອງຕາມກົດໝາຍ.

ມາດຕາ ມາດຕາ 3

ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຜູ້ໃຫ້ບໍລິການຊຳລະເງິນ ໝາຍເຖິງ ຜູ້ໃຫ້ບໍລິການຊຳລະເງິນຢູ່ ສປປ ລາວ ແລະ ຜູ້ໃຫ້ບໍລິການຊຳລະເງິນຂ້າມແດນ;
2. ຜູ້ໃຊ້ບໍລິການ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຢູ່ ສປປ ລາວ ແລະ ຕ່າງປະເທດ ທີ່ດຳເນີນທຸລະກຳດ້ານການເງິນ ຜ່ານຜູ້ໃຫ້ບໍລິການຊຳລະເງິນ;
3. ຕົວແທນໃຫ້ບໍລິການຊຳລະເງິນ ໝາຍເຖິງ ບຸກຄົນ ຫຼື ນິຕິບຸກຄົນ ທີ່ຖືກແຕ່ງຕັ້ງຈາກຜູ້ໃຫ້ບໍລິການຊຳລະເງິນ ເພື່ອໃຫ້ບໍລິການຊຳລະເງິນຕາມປະເພດ ຫຼື ຮູບແບບໃດໜຶ່ງແທນຕົນ ຊຶ່ງປະກອບດ້ວຍ ຕົວແທນຫຼັກ ແລະ ຕົວແທນຍ່ອຍ;
4. ຜູ້ຮັບຊຳລະ ໝາຍເຖິງ ຜູ້ຂາຍສິນຄ້າ ຫຼື ການບໍລິການ ທີ່ຮັບຊຳລະຄ່າສິນຄ້າ ຫຼື ຄ່າບໍລິການ ດ້ວຍເຄື່ອງມືການຊຳລະ ຂອງຜູ້ໃຫ້ບໍລິການຊຳລະເງິນ ຢູ່ສະຖານທີ່ຕ່າງໆ ເປັນຕົ້ນ ຮ້ານຄ້າ, ໂຮງແຮມ, ສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບການຢັ້ງຢືນຈາກຜູ້ໃຫ້ບໍລິການຊຳລະເງິນ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 67 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ