ຂໍ້ຕົກລົງວ່າດ້ວຍ ການຂຸດຄົ້ນວັດສະດຸກໍ່ສ້າງຕາມແມ່ນ້ຳ
河道建筑材料开采协议
Agreement on Extraction of Construction Materials from River Channels
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງການຂຸດຄົ້ນວັດສະດຸກໍ່ສ້າງໃນແມ່ນ້ຳພາຍໃນປະເທດລາວ, ເນື້ອໃນຫຼັກຄືການກຳນົດຂະໜາດການຂຸດຄົ້ນ, ການກຳນົດເຂດແລະຂອບເຂດຄວາມເລິກຂອງການຂຸດຄົ້ນ, ພ້ອມທັງກຳນົດຂອບເຂດການນຳໃຊ້.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ການຂຸດຄົ້ນວັດສະດຸກໍ່ສ້າງຕາມແມ່ນ້ຳ
ການຂຸດຄົ້ນວັດສະດຸກໍ່ສ້າງຕາມແມ່ນ້ຳ ແມ່ນ ການ ດູດ, ຕັກ ແລະ ຈົກ ຫີນເຫຼືອງ, ຊາຍ ແລະ ດິນດາ
ທີ່ຢູ່ຕາມແມ່ນ້ຳ ໂດຍການນຳໃຊ້ ພາຫະນະກົນຈັກ, ອຸປະກອນ ແລະ ເຄື່ອງມືອື່ນໆ.
ມາດຕາ ມາດຕາ 2
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ແມ່ນ້ຳ ໝາຍເຖິງ ແມ່ນ້ຳຂອງ, ແມ່ນ້ຳອື່ນ ແລະ ສາຂາຂອງແມ່ນ້ຳດັ່ງກ່າວ;
2. ໂຄງສ້າງຂອງແມ່ນ້ຳ ໝາຍເຖິງ ຕາຝັ່ງ, ພື້ນທ້ອງນ້ຳ, ເກາະ, ດອນ, ແກ້ງ, ຄອນ ແລະ ຫາດ;
3. ວັດສະດຸກໍ່ສ້າງຕາມແມ່ນ້ຳ ໝາຍເຖິງ ວັດສະດຸທີ່ນຳໃຊ້ສຳລັບການກໍ່ສ້າງ ເປັນຕົ້ນ ຫີນແຮ, ຊາຍ, ດິນດຳ ທີ່ຜ່ານການ ວິໄຈ ແລະ ຢັ້ງຢືນຈາກຂະແໜງການພະລັງງານ ແລະ ບໍ່ແຮ;
4. ການດຳເນີນທຸລະກິດຂຸດຄົ້ນວັດສະດຸກໍ່ສ້າງຕາມແມ່ນ້ຳ ໝາຍເຖິງ ການດຳເນີນກິດຈະການກ່ຽວກັບການຂຸດຄົ້ນ ຫີນແຮ, ຊາຍ ແລະ ດິນດຳ ຢູ່ຕາມແມ່ນ້ຳ;
5. ຫີນແຮ ໝາຍເຖິງ ຫີນທີ່ເກີດຂຶ້ນຕາມທຳມະຊາດ ຕາມແມ່ນ້ຳທີ່ມີຂະໜາດແຕ່ 2.00-60.00 ມິນລີແມັດ;
6. ຊາຍ ໝາຍເຖິງ ການສະສົມຂອງຕະກອນ ຕາມແມ່ນ້ຳທີ່ມີຂະໜາດແຕ່ 0.06-2.00 ມິນລີແມັດ;
7. ດິນດຳ ໝາຍເຖິງ ດິນທີ່ເກີດຈາກການທັບຖົມຂອງທຳມະຊາດ ຢູ່ຕາມຫ້າດິນຂອງຫາດຕາມແມ່ນ້ຳ;
8. ແມ່ນ້ຳຊາຍແດນ ໝາຍເຖິງ ແມ່ນ້ຳ ທີ່ໄຫຼຜ່ານເສັ້ນຊາຍແດນ ຕາມສົນທິສັນຍາກ່ຽວກັບຊາຍແດນ ທີ່ ສປປ ລາວ ແລະ ປະເທດໃກ້ຄຽງ ເປັນພາຄີ.
ມາດຕາ ມາດຕາ 3
ມາດຕາ 3 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ພົວພັນ ແລະ ເຄື່ອນໄຫວກ່ຽວກັບການຂຸດຄົ້ນວັດສະດຸກໍ່ສ້າງຕາມແມ່ນ້ຳ ຢູ່ໃນ ສປປ ລາວ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 34 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ