ຂໍ້ຕົກລົງວ່າດ້ວຍ ການກຳນົດເຂດປະເມີນລາຄາທີ່ດິນ ແລະ ສີ່ງປຸກສ້າງທົ່ວແຂວງ ສະຫວັນນະເຂດ (ສະບັບປັບປຸງ)
沙湾拿吉省土地及建筑物估价区划定协议(修订版)
Agreement on the Delineation of Land and Building Valuation Zones in Savannakhet Province (Amended)
ບົດສະຫຼຸບ
ຂໍ້ຕົກລົງນີ້ກຳນົດຫຼັກການ, ວິທີການ ແລະ ລະຫັດການກຳນົດເຂດປະເມີນມູນຄ່າທີ່ດິນ ແລະ ສິ່ງປຸກສ້າງໃນແຂວງສະຫວັນນະເຂດ ເພື່ອເປັນພື້ນຖານໃນການຄິດໄລ່ພາສີ ແລະ ຄ່າທຳນຽມທີ່ກ່ຽວຂ້ອງ, ແນໃສ່ເພີ່ມທະວີປະສິດທິພາບການຄຸ້ມຄອງ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມທ້ອງຖິ່ນ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 (ປັບປຸງ) ຈຸດປະສົງ
ຂໍ້ຕົກລົງສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການກຳນົດເຂດປະເມີນລາຄາທີ່ດິນ ແລະ ສິ່ງປູກສ້າງ ເພື່ອເປັນບ່ອນອີງໃນການຄິດໄລ່ຄ່າທຳນຽມ ການເຄືອນໄຫວວຽກຈົດທະບຽນທີ່ດິນ ແລະ ສິ່ງປຸກສ້າງ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ ເພື່ອຮັບປະກັນການຊື້ຂາຍ, ມອບໂອນ, ການສືບທອດມູນມໍຣະດົກ ກ່ຽວກັບສິດນຳໃຊ້ທີ່ດິນຂອງບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພັກລັດທີ່ໄດ້ຮັບສິດນຳໃຊ້ ແລະ ສິດຄຸ້ມຄອງທີ່ດິນປະເພດຕ່າງໆ, ການປະຕິບັດນະໂຍບາຍກ່ຽວກັບທີ່ດິນ, ການເກັບອາກອນທີ່ດິນ, ຈາກການໂອນສິດນຳໃຊ້ທີ່ດິນຕືນ ແນໃສ່ຮັບປະກັນຕິດຕາມກວດກາ ການເກັບລາຍຮັບຈາກທີ່ດິນ ແລະ ສິ່ງປຸກສ້າງ, ພ້ອມທັງປະຕິບັດສິດ ແລະ ພັນທະຂອງຕົນໃຫ້ຖືກຕ້ອງຕາມລະບຽບການ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງສະຫວັນນະເຂດ ໃຫ້ມີການຂະຫຍາຍຕົວຂຶ້ນເທື່ອລະກ້າວ, ສັງຄົມມີຄວາມສາມັກຄີ ຍຸຕິທຳ ແລະ ສີວິໄລ.
ມາດຕາ ມາດຕາ 2
ມາດຕາ 2 ການປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງ
ການປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງ ແມ່ນການກຳນົດລາຄາທີ່ດິນ ແລະ ສິ່ງປຸກສ້າງ ໂດຍອີງໃສ່ຈຸດພິເສດທາງດ້ານທີ່ຕັ້ງ, ພູມສັນຖານ, ພື້ນຖານໂຄງລ່າງ ແລະ ລະດັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ.
ການປະເມີນລາຄາສິ່ງປຸກສ້າງ ແມ່ນການກຳນົດລາຄາປະເພດອາຄານທີ່ນຳໃຊ້ເປັນທີ່ຢູ່ອາໄສ, ສະຖານທີ່ເຮັດວຽກ ແລະ ກິດຈະການດ້ານຕ່າງໆ.
ການປະເມີນລາຄາທີ່ດິນ ແມ່ນການກຳນົດລາຄາທີ່ດິນແຕ່ລະເຂດ ແລະ ແຕ່ລະປະເພດ ຢູ່ພາຍໃນແຂວງສະຫວັນນະເຂດ ໂດຍອີງໃສ່ອົງປະກອບ, ທີ່ຕັ້ງ ແລະ ລັກສະນະຂອງດິນ, ປະເພດສິ່ງປຸກສ້າງ, ລະບົບພື້ນຖານໂຄງລ່າງ, ການພັດທະນາທີ່ດິນ ແລະ ລະດັບຄຸນນະພາບຂອງທີ່ດິນ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 31 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ